xtgmf]k; 6 19/10/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ທະນູທອງ s];'rt[k' g]aj 'lh k'[a opkdkfmuj fu grnj v8h voIa [oa dmj v'mj P; zt]y f8tra oglu ,7;k,'k,0v'7q o]k; wfh ,kf8t4ko * ເມືອງມໍລະດົກໂລກຫລວງພະ ບາງປະກາດຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 1 ລ້ານກວ່າຄົນພາຍໃນປີ 2023 ນີ້ ແລະ ສົກປີ 2024-2025 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ ເພີ່ມຂຶ້ນເປັນ 2 ລ້ານກວ່າຄົນ ຂະນະທີ່ ວຽກຮີບດ່ວນຂອງນະຄອນຫລວງ ພະບາງຈະຕ້ອງສືບຕໍ່ປັບປຸງ ແລະ ແກ້ ໄຂຮີບດ່ວນນັ້ນຄື: ຂໍ່ານັບຮັບຕ້ອນ ສປປ ລາວເປັນເຈົ້າພາບກອງປະຊຸມ ສຸດຍອດອາຊຽນ ແລະ ເປີດປີທ່ອງ ທ່ຽວ 2024, ການສ້າງບັນຍາກາດ ເຮັດໃຫ້ພາບຟົດເມືອງມໍລະດົກໂລກ ຫລວງພະບາງ ມີຄວາມໜ້າເຊື່ອຖື ເຫລືອໃສຕໍ່ນັກທ່ອງທ່ຽວໂດຍສະ ເພາະການແກ້ໄຂຫາງສຽງທາງລົບ ທີ່ປະກົດຂຶ້ນໃນສື່ສັງຄົມອອນລາຍໃນ ກໍລະນີມີພໍ່ຄ້າແມ່ຄ້າ ແລະ ປະຊາຊົນ ບາງຄົນສວຍໂອກາດຂາຍເຄື່ອງໃສ່ ໃນຄາລາສູງເກີນຈິງ ແລະ ບໍ່ມີຄວາມ ໂປ່ງໃສໃຫ້ນັກທ່ອງທ່ຽວເຂົ້າມາຢ້ຽມ ຢາມຫລວງພະບາງ ນອກຈາກນັ້ນຍັງ ຈະເນັ້ນກິດຈະກໍາໃຫ້ມີຄວາມຫລາກ ຫລາຍ, ຄວາມສະອາດຕົວເມືອງ, ອາ ຫານທີ່ສະອາດ ແລະ ແຊບ, ການຄວບ ຄຸມລາຄາອາຫານ-ເຮືອນພັກ ແລະ ໂຮງແຮມໃຫ້ເຂົ້າສູ່ລະບຽບຢ່າງເຄັ່ງ ຄັດ, ປັບປຸງພື້ນຖານໂຄງລ່າງບາງ ບ່ອນໃຫ້ດີຂຶ້ນກວ່າເກົ່າ. ຫລ້າສຸດໃນວັນທີ 12 ຕຸລາ 2023 ນີ້ ທີ່ຫ້ອງວ່າການນະຄອນຫລວງພະ ບາງ ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງການຂາຍເຄື່ອງໃສ່ ບາດ ຕາມຮີດຄອງປະເພນີຂອງຫລວງ ພະບາງ, ໂດຍເປັນປະທານຂອງ ທ່ານ ສົມດີ ພອນສະຫວັດ ຮອງເລຂາພັກ ນະຄອນຫລວງພະບາງ. ທ່ານ ຄຳຜຸ ສີຫານາດ ຫົວໜ້າ ຫ້ອງການ ຖະແຫລງຂ່າວ, ວັດທະນະ ທຳແລະທ່ອງທ່ຽວນະຄອນຫລວງພະ ບາງ ໄດ້ລາຍງານວ່າ: ການປະຕິບັດ ວຽກງານການຄຸ້ມຄອງການຂາຍເຄື່ອງ ໃສ່ບາດ ໄລຍະຜ່ານມາໄດ້ປະຕິບັດ ຕາມກົດລະບຽບຂອງເຈົ້ານະຄອນ ຫລວງພະບາງ ແນ່ໃສ່ຊຸກຍູ້, ສົ່ງເສີມ ການປົກປັກຮັກສາຮີດຄອງປະເພນີ ອັນດີງາມຂອງຊາວຫລວງພະບາງ ທີ່ ເຄີຍສືບທອດກັນມາແຕ່ດົນນານ, ໂດຍ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະຈຳ ແຕ່ລະຈຸດ, ກຳນົດເຂດຕັກບາດຢ່າງ ລະອຽດລວມມີ 3 ຈຸດໃຫຍ່ ໃນກຸ່ມຊຽງ ທອງ ຄື: ຢູ່ບ້ານວັດແສນ, ບ້ານວັດ ໜອງ,ບ້ານຫົວຊຽງແລະພວມກະກຽມ ຂຶ້ນບັນຊີຄຸ້ມຄອງຢູ່ເຂດກຸ່ມມະໂນ ອີກ 1 ຈຸດ, ແລະ ໄດ້ຂຶ້ນບັນຊີພະນັກງານ ຄຸ້ມຄອງມີທັງໝົດ 85 ຄົນ ພ້ອມອອກ ບັດໃຫ້ເພື່ອເປັນລາຍລັກອັກສອນ, ຜ່ານການຈັດຕັ້ງປະຕິບັດເລີ່ມແຕ່ຕົ້ນ ປີ 2022 ຄະນະກຳມະການ ໄດ້ເອົາໃຈ ໃສ່ຄຸ້ມຄອງ ແລະ ແກ້ໄຂບັນດາປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນບາງໄລຍະ. ສັງ ລວມແລ້ວການໃສ່ບາດ ຜ່ານມາສາ ມາດຄຸ້ມຄອງ ໄດ້ຕາມລະບຽບການ, ຮັກສາໄດ້ຮີດຄອງປະເພນີອັນດີງາມ, ມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ ໂດຍພື້ນຖານ. ທ່ານ ສົມດີ ພອນສະຫວັດ ໄດ້ເນັ້ນ ໃຫ້ຄະນະຮັບຜິດຊອບມີການຄົ້ນຄວ້າ ລົງເລິກລາຍລະອຽດ ໃນການຄຸ້ມຄອງ ການໃສ່ບາດ ທີ່ເປັນຮີດຄອງປະເພນີ ວັດທະນະທຳອັນດີງາມທີ່ມີມາແຕ່ເຫິງ ນານ ໃຫ້ໄດ້ຮັບການຄຸ້ມຄອງຢ່າງມີ ປະສິດທິພາບ ແລະ ຍືນຍົງ, ເພີ່ມທະວີ ປຶກສາຫາລື ຮ່ວມກັບບັນດາຜູ້ແທນ ສະ ມາຄົມເຮືອນພັກໂຮງແຮມ, ສະມາ ຄົມນຳທ່ຽວຄະນະກຳມະການແຕ່ລະ ຂັ້ນ ພ້ອມກັນຈັດຕັ້ງປະຕິບັດ, ນຳໃຊ້ ມາດຕະການເຂັ້ມງວດ-ເດັດຂາດຕໍ່ຜູ້ ລະເມີດ ເພື່ອຮັກສາໃຫ້ໄດ້ຄວາມເປັນ ມໍລະດົກໂລກຂອງຫລວງພະບາງ ໃຫ້ ຍືນຍົງຕະຫຼອດໄປ. ເຖິງແນວໃດກໍດີ ນະຄອນຫລວງ ພະບາງຍັງໄດ້ແຈ້ງໃຫ້ຮູ້ວ່າ: ຫລວງ ພະ ບາງຈະມີກິດຈະກໍາຫລາຍຢ່າງໃນ ລະຫວ່າງບຸນອອກພັນສານີ້, ໃນນັ້ນ ໄດ້ກຳນົດມື້ບຸນໄຫລເຮືອໄຟ 28-30 ຕຸລາ 2023 ຕິດພັນກັບບຸນອອກພັນ ສາປະວໍລະນາ ນະມັດສະການພະທາດ ຈອມສີແລະບຸນໄຫລເຮືອໄຟທີ່ນະຄອນ ຫລວງພະບາງມໍລະດົກໂລກ ແມ່ນໄດ້ ກຳນົດເອົາລະຫວ່າງວັນທີ 28-30 ຕຸລາ 2023 ຕາມແຈ້ງການສະບັບເລກ ທີ 02/ຈນ-ຫຼບ ລົງວັນທີ 4 ຕຸລາ 2023 ລາຍລະອຽດລະບຸດັ່ງນີ້: ວັນເສົາ ທີ 28 ຕຸລາ ມື້ຫ້າງຫາກະ ກຽມບຸນມະຫາຊາດ ນະມັດສະການພະ ທາດຈອມສີ. ເວລາ 8:00 ມ ຫ້າງຫາ ກະກຽມປະດັບປະດາຕົບແຕ່ງສະຖານ ທີ່ພະທາດຈອມສີ. 13:00 ເຕົ້າໂຮມ ພຣະສົງ, ສາມະເນນ, ປະຊາຊົນບັນດາ ເຜົ່າທໍາພິທີທາງສາສະໜາ.14:00 ສູດປະລິຕະມຸງຄຸນ ພະທາດຈອມສີ, ເທດສະຫລອງອຸປະຄຸດ, ເທດສັງກາດ ຫລວງ, ສູດໂພ ແລະ ອິຕິໂສ.18:30 ທ່ຽວຊົມຄວາມງົດງາມໄຟແສງສີການ ໄຕ້ປະທີບ (ໂຄມໄຟ) ຕາມວັດແຫ່ງ ຕ່າງໆ; ວັນອາທິດ ທີ 29 ຕຸລາ 2023. ມື້ບຸນມະຫາຊາດນະມັດສະການພະ ທາດຈອມສີ. ເວລາ 6:00 ມ ປະຊາຊົນ ບັນດາເຜົ່າໃສ່ບາດຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ. 9:00ທໍາພິທີທາງສາສະ ໜາທີ່ພະທາດຈອມສີ: ສຸດ, ສັກອານິ ຈາ, ຖະຫວາຍສັງຄະທານ-ສັງຄະ ແທນ, ແຈກ ເພນ ແລະ ເທດມະຫາຊາດ ກ້ອມຕະຫລອດວັນ. 18:30 ທ່ຽວຊົມ ຄວາມງົດງາມໄຟແສງສີການໄຕ້ປະ ທີບ (ໂຄມໄຟ) ຕາມວັດແຫ່ງຕ່າງໆ ແລະ ວັນຈັນ ທີ 30 ຕຸລາ2023. ພະແນກ ຖວທ ຫລວງພະບາງ ຍັງລາຍງານວ່າ: ພຽງ 9 ເດືອນຂອງ ປີ 2023 ນີ້ ຫລວງພະບາງມີນັກທ່ອງ ທ່ຽວ ເກືອບ 8 ແສນກວ່າຄົນ ເຊິ່ງ ຫລວງພະບາງ ມີທ່າແຮງທີ່ສາມາດ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດປັດຈຸບັນ, ແຂວງຫລວງ ພະບາງ ມີແຫລ່ງທ່ອງທ່ຽວທີ່ຫລາກ ຫລາຍ. ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກ ຖະແຫລງຂ່າວ ວັດທະ ນະທຳແລະທ່ອງທ່ຽວ ແຂວງຫລວງ ພະບາງ ໃຫ້ຮູ້ວ່າ: ຫລວງພະບາງ ເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ມີແຫລ່ງທ່ອງທ່ຽວທາງ ທຳມະຊາດ, ປະຫວັດສາດ ແລະ ວັດ ທະນະທຳ ທີ່ຫລາກຫລາຍ. ໃນນັ້ນ, ແຫລ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ ຫລາຍຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນແຫລ່ງທ່ອງ ທ່ຽວທາງວັດທະນະທຳ ແລະ ທຳມະ ຊາດ ເປັນຕົ້ນ ຕາດກວາງຊີ, ວັດຊຽງ ທອງ, ພູສີ, ວັດວາອາຮາມ, ຫໍພິພິທະ ພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ. ນອກຈາກ ນີ້, ຍັງມີກິດຈະກຳຕ່າງໆ ທີ່ເປັນເອກະ ລັກສະເພາະຂອງຊາວຫລວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງ ແບບບູຮານ, ອາຫານການກິນ, ວິຖີຊີ ວິດຂອງປະຊາຊົນທ້ອງຖິ່ນ, ຊຶ່ງປັດຈຸ ບັນມີແຫລ່ງທ່ອງທ່ຽວ ທັງໝົດ 228 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວ ທຳ ມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະ ຫວັດສາດ 39 ແຫ່ງ. ຄຽງຄູ່ກັນນີ້, ທົ່ວ ແຂວງຫລວງພະບາງ ມີໂຮງແຮມ, ຣີສອດ 97 ແຫ່ງ, ເຮືອນພັກ 400 ຫລັງ, ຮ້ານອາຫານ 311 ຮ້ານ, ມີ ບໍລິສັດທ່ອງທ່ຽວ 97 ບໍລິສັດ, ຮ້ານ ບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະ ປາ 36 ຮ້ານ, ມີພະນັກງານນໍາທ່ຽວ ລະດັບຊາດ 553ຄົນ, ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ, ແນວ ໃດກໍ່ຕາມນັບແຕ່ນີ້ຫາທ້າຍປີ ເພື່ອກະ ກຽມຄວາມພ້ອມ ປີທ່ອງທ່ຽວລາວ ໃນປີ 2024, ແຂວງຈະເພີ່ມທະວີ ການໂຄສະນາ ແລະ ສົ່ງເສີມການທ່ອງ ທ່ຽວຜ່ານສື່ຕ່າງໆ, ປັບປຸງບູລະນະປົວ ແປງແຫຼ່ງທ່ອງທ່ຽວເພື່ອສ້າງເງື່ອນ ໄຂອໍານວຍຄວາມສະດວກດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ບັນລຸຕາມແຜນ, ຈັດກິດຈະກໍາ ການທ່ອງທ່ຽວໃຫ້ມີຄວາມຫລາກ ຫລາຍ ແລະ ຊຸກຍູ້ເອກະຊົນ, ສັງຄົມ ເຂົ້າມາມີສ່ວນຮ່ວມພັດທະນາວຽກ ງານການທ່ອງທ່ຽວໃຫ້ຫລາຍຂຶ້ນ, ຄາດວ່າຫາທ້າຍປີ 2023 ນີ້ ຈະມີນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງຫລວງ ພະບາງປະມານ1 ລ້ານກວ່າຄົນ.ສົກປີ 2024-2025 ຈະສູ້ຊົນດຶງດູງນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 2 ລ້ານກວ່າຄົນ. * ໃນຍຸກປັດຈຸບັນ ຜະລິດຕະພັນ ຂອງຄົນລາວ ບໍ່ວ່າຈະເປັນຜະລິດ ຕະພັນທາງດ້ານກະສິກຳ, ອຸດສາ ຫະກຳ ແລະ ອື່ນໆ ໂດຍສະເພາະ ຜະລິດຕະພັນເສີມ ຄວາມສວຍ ຄວາມງາມ ໄດ້ມີການແຂ່ງຂັນກັນ ໃນທ້ອງຕະຫລາດ ຢ່າງກວ້າງ ຂວາງ ບາງຜະລິດຕະພັນ ກໍໄດ້ສົ່ງ ອອກຈຳໜ່າຍ ໄປຕ່າງປະເທດ ຢ່າງຫລວງຫລາຍ ໂດຍສະເພາະ ຜະລິດຕະພັນ ເຊລ້ຳ ແລະ ຄຣີມ ຍີ່ຫໍ້ອານຸສອນ ຄຣິຕໍຣ ເປັນຜະລິດ ຕະພັນໜຶ່ງ ທີ່ໄດ້ຮັບຄວາມນິຍົມ ຊົມຊອບ ຈາກສັງຄົມ ກໍຄື ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ເປັນຜະລິດຕະພັນຂອງຄົນລາວ ທີມີຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດສົ່ງອອກໄປຈຳໜ່າຍ ຢູ່ຕ່າງປະເທດ. ທ່ານນາງ ອານຸສອນ ອິນທະວົງ ວົງປະເສີດ ເຈົ້າຂອງຜະລິດຕະພັນ ເຊລ້ຳ ແລະ ຄຣີມ ຍີ່ຫໍ້ ອານຸສອນ ຄຣິຕໍຣ ໃຫ້ສຳພາດ ໃນໂອກາດເປີດ ງານມະຫາກຳຕະຫລາດນັດສິນ ຄ້າຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ເມື່ອບໍ່ ດົນມານີ້ວ່າ: ແຮງບັນດານໃຈຂອງ ການເລີ່ມເຮັດຜະລິດຕະພັນຍີ່ຫໍ້ ອານຸສອນ ຄຣິຕໍລ ແມ່ນເກີດມາ ຈາກຄວາມມັກຮັກໃນຄວາມສວຍ ຄວາມງາມ, ມັກຮັກສາຕົນເອງ, ດູແລຕົນເອງ ຈິ່ງເກີດມີແຮງບັນ ດານໃຈ ຜະລິດສິ່ງທີ່ຕົນເອງມັກຮັກ ແລະ ຍ້ອນຄວາມຕັ້ງໃຈ, ອົດ ທົນ, ກ້າທີ່ຈະລົງທຶນຈົົນກາຍມາ ເປັນແບຣນ ຫລື ຍີ່ຫໍ້ ອານຸສອນ ຄຣິຕໍລ ໃນປັດຈຸບັນ ເຊິ່ງສິນຄ້າປະ ກອບມີ ເຊລ້ຳ ອານຸສອນ ຄຣິຕໍລ ເຊິ່ງເປັນໝາກຫົວໃຈຫລັກຂອງ ຜະລິດພັນ ເຊິ່ງເຊລ້ຳດັ່ງກ່າວ, ຊ່ວຍຟື້ນຟູບຳລຸງຜິວ ເຮັດໃຫ້ຜິວ ພັນອິມນໍ້າ, ຊຸມຊື່ນ, ຜິວບໍ່ແຫ້ງ, ຊ່ວຍສ້ອມແຊມເຊວຜິວທີ່ຕາຍ ໃຫ້ ກັບຄືນມາເປັນປົກກະຕິ, ຊ່ວຍຈຳ ຈັດກະ, ຝ້າ ແລະ ຮິວຮອຍທີ່ຫາງຕາ ແລະ ໜ້າຝາກ ໄດ້ເປັນຢ່າງດີ. ນອກ ຈາກນັ້ນ, ກໍຍັງມີ ຄຣິມທາ ໜ້າທີ່ ຊ່ວຍດູແລທຸກປັນຫາຜິວ ໂດຍສະ ເພາະສຳລັບຜູ້ທີ່ມີບັນຫາໜ້າໝອງ ຄໍ້າ, ມີສິວ, ຝ້າ, ກະ, ຈຸດດາງດຳ ຈາກຝ້າ ແລະ ສິວຫລືຮອຍຄໍ້າຈາກ ທຸກບັນຫາຜິວ ເຊິ່ງເນື່ອຄຣິມບາງ ເບົາ ຊືມຊັບເຂົາຜິວໄດ້ຢ່າງລໍ້າເລິກ. ພ້ອມນີ້, ຍັງມີຄຣິມກັນແດດ ສູດພິ ເສດຊ່ວຍບຳລຸງຜິວ, ທັງເປັນຮອງ ພື້ນໃນຕົວ. ນອກຈາກນັ້ນ, ຍັງມີ ແປ້ງພັບອານຸສອນ ຄຣິຕໍລ ທີ່ປະ ສົມຮອງພື້ນ ເຊິ່ງເນື້ອແປ້ງນຽນ ລະອຽດຊ່ວຍປົກປິດ ແລະ ປົກປ້ອງ ຜິວໜ້າເຮັດໃຫ້ຜິວໜ້ານຽນກະຈ້າງ ໃສ, ທັງຊ່ວຍຄວບຄຸມຄວາມມັນ, ປົກປິດລິ້ວລອຍ ແລະ ປົກປ້ອງຜິວ ຈາກລັງສີ ຢູວີເອ ແລະ ຢູວີບີ ໄດ້ ຕະຫລອດທັງເວັນ. ນອກຈາກນີ້, ຍັງມີຜະລິດຕະພັນເຈວລ້າງໜ້າທີ່ ເໝາະກັບທຸກສະພາບຜິວ ສາມາດ ຊຳລະສິ່ງສົກກະປົກເຖິງ ໃບໜ້າ ເຮັດໃຫ້ໜ້າຂາວໃສ, ສະອາດ. ພ້ອມ ນີ້, ຍັງມີຜະລິດຕະພັນນ້ອງໃໝ່ໄຟ ເບີ ເຊິ່ງເປັນຜະລິດຕະພັນ ທີ່ຊ່ວຍ ເຜົາຜານໄຂມັນສ່ວນເກີນໃນຮ່າງ ກາຍ, ຊ່ວຍແກ້ໄຂຜູ້ທີ່ມີບັນຫາທາງ ລະບົບຄັບຖ່າຍ ແລະ ອື່ນໆ. ຜະລິດຕະພັນ ອານຸສອນ ຄຣິຕໍລ ມີວາງຈະໜ່າຍຢູ່ບັນດາຫ້າງ, ຮ້ານ ຕ່າງໆເປັນຕົ້ນ,ຮ້ານມ່ວນໃຈສາຂາ ພາກຊັນ, ຫ້າງແຟນຊິບມໍ ສາຂາ ນະຄອນຫລວງ ແລະ ປາກເຊ. ນອກຈາກນີ້, ຍັງມີວາງຈຳໜ່າຍຢູ່ ປະເທດໄທ, ຢູ່ລອດແອນເຈີລິດ, ລັດ ຄະລິຟໍເນຍ ສະຫະລັດອາເມລິກາ ແລະ ໃນອານາຄົດ ຈະສົ່ງອອກຜະ ລິດຕະພັນ ອານຸສອນ ຄຣິຕໍລ ໄປ ວາງຈຳໜ່າຍຢູ່ປະເທດຝຣັ່ງ ຕື່ມ ອີກ. ສຳລັບລາຄາເລີ່ມຕົ້ນ 2-3 ແສນກີບເທົ່ານັ້ນ. ສຳລັບທ່ານໃດສົນໃຈຢາກເປັນ ຕົວແທນຈຳໜ່າຍຜະລິດຕະພັນ ອານຸສອນ ຄຣິຕໍລ ສາມາດຕິດຕໍ່ ໄດ້ ທາງເພສເຟສບຸກ Anousone crystay ເຊລໍ້າ ແລະ ຄຣີມ ແບຣນ ອານຸສອນ ຄຣິຕໍລ ຫລື ສາມາດຕິດ ຕໍ່ໄດ້ທີ່ເບີ 020 55520593
RkJQdWJsaXNoZXIy MTc3MTYxMQ==