xtgmf]k; 3 19/10/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ ກົມການເມືອງ ປຶກສາກັນ ເພື່ອຕີລາຄາສະພາບການໃນເຂດຄວບຄຸມຂອງຝ່າຍວຽງຈັນ ປະທານ ຄຳໄຕ ສີພັນດອນ ໄດ້ພົບປະພິເສດກັບ ປະທານ ໄກສອນ ພົມວິຫານ ໂດຍຊີ້ໃຫ້ເຫັນກາລະໂອກາດ ເພື່ອຢຶດອຳນາດໃນຂອບເຂດທົ່ວປະເທດ ໄດ້ມາເຖິງແລ້ວ, ຄວນໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຕີສັດຕູໃນບັ້ນຮົບສຸດທ້າຍ (ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) dkoxtdv[lj ;ooerkxt8y [a fco;mk' xj Pocx'.\j 0v' xtmko 7ew8 lu ra ofvo cdh w0[a osk1kgl[8y f g]u j ,9kd7v[7q ;gxa os]a d ການຜະລິດ ແລະ ບໍລິການ, ການ ເປີດກວ້າງການຮ່ວມມືເສດຖະກິດ ກັບຕ່າງປະເທດ. ໃນການປະຕິບັດແນວທາງປ່ຽນ ແປງໃໝ່ນີ້, ປະທານ ຄໍາໄຕ ສີພັນ ດອນ ໄດ້ໃຫ້ທັດສະນະວ່າ: “ການ ປ່ຽນແປງໃໝ່ແມ່ນຈໍາເປັນພາວະ ວິໄສ, ບໍ່ປ່ຽນແປງໃໝ່ເສດຖະກິດ ຈະໄປບໍ່ໄດ້, ປະເທດຊາດຈະບໍ່ມີ ການພັດທະນາ. ເພາະວ່າກົນໄກເກົ່າ ມັນບໍ່ກະຕຸກຊຸກຍູ້ ໃຫ້ປະຊາຊົນຜະ ລິດ, ບໍ່ຊຸກຍູ້ໃຫ້ທຸລະກິດຫ້າວຫັນ; * ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ (12 ຕຸລາ 2001- 12 ຕຸລາ 2023) ຫາກໍ່ຜ່ານ ມາ. ປີ 2021-2023, ລັດໄດ້ກໍານົດ ສອງວາລະແຫ່ງຊາດ ເພື່ອສຸມໃສ່ ປະຕິບັດ ໃຫ້ບັນລຸຕາມຄາດໝາຍ ໂດຍອາໄສກໍາລັງທົ່ວສັງຄົມປະ ກອບສ່ວນສໍາຄັນ, ໜຶ່ງໃນສອງວາ ລະສໍາຄັນລະດັບຊາດນັ້ນ ກໍ່ແມ່ນ ວາລະແຫ່ງຊາດວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ສະພາບບັນຫາຢາເສບຕິດໃນ ປັດຈຸບັນ ມັນໄດ້ຂະຫຍາຍເປັນວົງ ກວ້າງໄປທົ່ວໂລກ, ເພີ່ມຄວາມເປັນ ອັນຕະລາຍຮ້າຍແຮງຂຶ້ນກວ່າເກົ່າ ເຊິ່ງໄດ້ຕິດພັນ, ເຊື່ອມໂຍງກັບການ ກໍ່ການຮ້າຍ, ອາຊະຍາກໍາຂ້າມ ຊາດ, ການຟອກເງິນ ແລະ ອາຊະ ຍາກໍາທີ່ໃຊ້ກຳລັງຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ກາຍເປັນໄພຂົ່ມຂູ່ຕໍ່ສະພາບການ ພັດທະນາເສດຖະກິດ-ວັດທະນະ ທຳ-ສັງຄົມ ກໍ່ຄືສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມ ໝັ້ນຄົງໃນພາກພື້ນກໍຄືບັນດາປະ ຊາຊາດໃນທົ່ວໂລກ. ລາວເຮົາ ມີທີ່ຕັ້ງພູມສາດໃນອະ ນຸພາກພື້ນແມ່ນໍ້າຂອງ, ມີຊາຍແດນ ຕິດກັບຫລາຍປະເທດ. ພວກເຮົາ ໄດ້ເປີດກວ້າງການພົວພັນຮ່ວມມື ກັບພາກພື້ນ ແລະ ສາກົນຕາມທິດ ເຊື່ອມໂຍງ, ເຊື່ອມຈອດກັບບັນດາ ປະເທດ ເຊິ່ງເປັນເງື່ອນໄຂ ໃຫ້ລາວ ກາຍເປັນທາງຜ່ານໃນການລັກ ລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນທີ່ເປັນສ່ວນປະ ສົມໃນການຜະລິດຢາເສບຕິດ. ຕາມການຕີລາຄາຂອງພາກ ສ່ວນກ່ຽວຂ້ອງຂອງລາວ ໄດ້ລະບຸ ວ່າ “ສະພາບຄວາມເປັນຈິງ ບັນຫາ ຢາເສບຕິດຢູ່ ປະເທດເຮົາ ໄດ້ແຜ່ລະ ບາດເປັນວົງກວ້າງ, ແຕ່ຕົວເມືອງ ໄປສູ່ຊົນນະບົດໃນຫລາຍລະດັບທີ່ ແຕກຕ່າງກັນ; ໄດ້ກາຍເປັນສາເຫດ ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍາ ນວນຢາເສບຕິດແຕ່ລະປະເພດທີ່ ຢຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງໜ້າ ເປັນຫ່ວງໃນແຕ່ລະປີ; ເລ່ຫລ່ຽມ ການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດມີລັກສະນະເລິກ ແລບແນບນຽນດ້ວຍຫລາຍວິທີ ການ, ຮູບການທີ່ສະຫລັບສັບຊ້ອນ; ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມ ເຄືອຂ່າຍແໜ້ນໜາ, ເຊື່ອມໂຍງ ທັງພາຍໃນ ແລະ ຕ່າງປະເທດ; ນໍາ ໃຊ້ພາຫະນະ ແລະ ອຸປະກອນທີ່ທັນ ສະໄໝ, ມີອາວຸດກຽມພ້ອມຕອບໂຕ້ ກັບເຈົ້າໜ້າທີ່ຂອງພວກເຮົາ”. ການແກ້ໄຂບັນຫາຢາເສບຕິດ ໄດ້ປະຕິບັດບົນເນື້ອໃນຈິດໃຈ“ເດັດ ຂາດ, ໂປ່ງໃສ, ເປັນມືອາຊີບ”; ໄດ້ ສຸມໃສ່ 6 ວຽກຈຸດສຸມຂອງວາລະ. ຈຸດສໍາຄັນໜຶ່ງແມ່ນການສ້າງຄວາມ ເຂັ້ມແຂງໃຫ້ທົ່ວສັງຄົມ ໂດຍການ ເຮັດໃຫ້ທົ່ວສັງຄົມຕື່ນຕົວ ເຂົ້າ ຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ ເປັນຕົ້ນ ສະຖາບັນຄອບ ຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກ ເອກະຊົນ... ການຕໍ່ສູ້ກັບບັນຫາຢາເສບຕິດ ພວມເປັນບັ້ນຮົບໃຫຍ່ໃນທົ່ວໂລກ ກໍ່ວ່າໄດ້, ບັນຫານີ້ຈະແກ້ໃຫ້ຂາດ ຕົວຄົງຍາກ, ເຖິງຢ່າງໃດການຈໍາ ກັດ ແລະ ໃຫ້ບັນຫາທຸເລົາເບົາບາງ ເຮັດໄດ້ຫລາຍເທົ່າໃດຍິ່ງດີ ເພາະຂະ ບວນການບໍ່ໄດ້ຂ້ອນຢູ່ປະເທດໃດ ໜຶ່ງ, ມັນມີການເຊື່ອມໂຍງກັນເປັນ ກຸ່ມ-ເຄືອຂ່າຍ. ແຕ່ນັ້ນກໍ່ບໍ່ຄວນໃຈ ຖອຍໃນການຕໍ່ສູ້ກັບບັນຫາ, ນອກ ຈາກພາກລັດແລ້ວ,ທຸກຄອບຄົວຫົວ ເຮືອນນັ້ນລະຕ້ອງເປັນເຈົ້າການແກ້ ໄຂ, ເຮັດແຕ່ຫົວທີບໍ່ໃຫ້ລູກຫລານ ຕົກເຂົ້າໃນວັງວົນ ຂອງຢາເສບຕິດ ບໍ່ວ່າກໍລະນີໃດກໍ່ຕາມ. ບັນຫາຢາ ເສບຕິດ ເຂົ້າເຮືອນໃດກໍ່ມີແຕ່ເລື່ອງ ສັບສົນວຸ້ນວາຍນໍາໄປສູ່ຄວາມ ວອດວາຍ. ສະນັ້ນ ຈຶ່ງສົມຄວນວ່າ ການແກ້ໄຂບັນຫາຄວນສຸມໃສ່ເນື້ອ ໃນຈິດໃຈລຸ່ມນີ້ ໂດຍລັດ ແລະ ປະ ຊາຊົນ ກໍ່ຄືທົ່ວສັງຄົມຮ່ວມແຮງ ຮ່ວມໃຈກັນສຸມໃສ່ : - ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຂອງທຸກ ພາກສ່ວນ, ນັບແຕ່ຂັ້ນສູນກາງລົງ ຮອດທ້ອງຖິ່ນ; ພ້ອມທັງກໍານົດເອົາ ວຽກງານດັ່ງກ່າວເຂົ້າເປັນວຽກ ຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ... - ເພີ່ມທະວີຄວາມເອົາໃຈໃສ່ຕໍ່ ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ ກວ້າງຂວາງດ້ວຍຫລາຍຮູບການ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ ລາວທຸກຊັ້ນຄົນ ເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍທີ່ພົວພັນ ກັບຢາເສບຕິດ; ປຸກລະດົມຂົນຂວາຍ ໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກ ໃຈແລະມີສ່ວນຮ່ວມໃນວຽກງານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດ. - ເອົາໃຈໃສ່ປັບປຸງພື້ນຖານໂຄງ ລ່າງເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວ, ຟື້ນຟູສຸຂະ ພາບແລະຝຶກວິຊາຊີບເພື່ອໃຫ້ເຂົາ ເຈົ້າມີສຸຂະພາບແຂງແຮງດີຂຶ້ນ ເປັນປົກກະຕິ, ກັບຄືນສູ່ຄວາມອົບ ອຸ່ນຂອງຄອບຄົວແລະສັງຄົມ. - ປະຕິບັດມາດຕາການທາງກົດ ໝາຍ ທີ່ມີຄວາມເດັດຂາດ, ໂປ່ງ ໃສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບ ປຸງກົດໝາຍ ແລະ ນິຕິກໍາໃຕ້ກົດ ໝາຍລວມທັງການສ້າງຄວາມເຂັ້ມ ແຂງໃນວຽກງານຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກ ຄະລາກອນ, ຂະແໜງການທີ່ກ່ຽວ ຂ້ອງ, ກົງຈັກຂັ້ນສູນກາງແລະທ້ອງ ຖິ່ນຮັບປະກັນໃຫ້ການແກ້ໄຂບັນ ຫາຢາເສບຕິດໄດ້ຮັບການຈັດຕັ້ງ ປະຕິບັດ, ມີປະສິດທິພາບ ແລະ ບັນ ລຸຄາດໝາຍທີ່ວາງໄວ້. - ຈັດຕັ້ງປະຕິບັດວຽກງານ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢ່າງເປັນລະບົບ, ມີຄວາມເປັນເອກະພາບ ໃນທົ່ວປະ ເທດ, ສາມາດສະໜອງງົບປະມານ ຮັບໃຊ້ວຽກງານຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃນລະ ດັບໃດໜຶ່ງທີ່ແນ່ນອນ. - ຕິດຕາມກວດກາ ແລະ ສຶກສາ ອົບຮົມປະຊາຊົນ ບໍ່ໃຫ້ລັກລອບປູກ ພືດທີ່ມີສານເສບຕິດ; ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອ ໃຫ້ເຂົາເຈົ້າໄດ້ ມີເງື່ອນໄຂຫັນໄປປະກອບອາຊີບ ອື່ນທີ່ໝັ້ນຄົງແທນການປູກພືດທີ່ມີ ສານເສບຕິດທີ່ຜິດກົດໝາຍ ພ້ອມ ທັງໃຫ້ດຳເນີນມາດຕະການດ້ານ ກົດໝາຍຢ່າງເດັດຂາດ, ໂປ່ງໃສ, ເປັນມືອາຊີບຕໍ່ຜູ້ກະທຳຜິດ. - ໃນຍຸກແຫ່ງການເຊື່ອມໂຍງ ພາກພື້ນ-ສາກົນ ກໍ່ຕ້ອງເພີ່ມທະ ວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ການແກ້ໄຂບັນຫາຢາເສບຕິດ ແມ່ນໜ້າທີ່ຂອງທຸກຄົນໃນສັງຄົມ ໂດຍເລີ່ມຈາກຄອບຄົວ, ສະຖາບັນ ການສຶກສາ, ໂຮງຈັກ-ໂຮງງານ, ສໍານັກງານ-ອົງການ, ການຈັດຕັ້ງ ທາງສັງຄົມ ແລະ ບ້ານຕ້ອງເປັນ ເຈົ້າການແກ້ໄຂບັນຫາ... * ໃນພາສາລາວ, ມີຫລາຍຄໍາ ທີ່ມີເຄົ້າທີ່ມາ ມາຈາກປາລີ ແລະ ສັນ ສະກິດ ກໍ່ຄືອື່ນໆ ຕາມໄລຍະປະ ຫວັດສາດ ທີ່ມີການຄົບຄ້າສະມາ ຄົມ ກໍ່ຄືພົວພັນເຊື່ອມໂຍງກັນ, ລວມທັງການຮັບເອົາສາສະໜາ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ ຕອບສະໜອງຄວາມຕ້ອງ ການຂອງການພັດທະນາ ແຕ່ລະໄລ ຍະ. ບົດນີ້ ນໍາເອົາຄໍາຈໍານວນໜຶ່ງ ມາທົບທວນນໍາກັນ. ຄໍາ: “ມະຫາສານ” (ມີເຄົ້າມາ ຈາກພາສາປາລີ), ເປັນຄໍານາມ ໝາຍເຖິງ ຜູ້ຮັ່ງມີຫລາຍ; ເປັນຄຸນ ນາມໝາຍເຖິງກວ້າງຂວາງຫລາຍ. ຄໍາ: “ມະໂຫລານ”, ຄໍານີ້ກໍ່ມີ ເຄົ້າມາຈາກປາລີ, ເປັນຄໍາຄຸນນາມ ໝາຍເຖິງຍິ່ງໃຫຍ່, ກວ້າງໃຫຍ່. ຫລາຍສິບປີກ່ອນນີ້ ບຸນໃຫຍ່ ຫລື ການສະຫລອງໃຫຍ່ ໃຊ້ວ່າບຸນມະ ໂຫລານ ເຊັ່ນ ບຸນມະໂຫລານຊາວ ໜຸ່ມ... ສ່ວນຄໍາ ມະໂຫລະສົບ ຫລື ມະ ໂຫສົບ ກໍ່ວ່າ ກໍ່ມີເຄົ້າມາຈາກປາລີ, ເປັນຄໍານາມ ໝາຍເຖິງ ການຫລິ້ນ ມ່ວນຊື່ນລື່ນເລີງຕ່າງໆ. ຄໍານີ້ມີ ຄວາມໝາຍຄືການຄົບງັນ, ກິດຈະ ກໍາມ່ວນຊື່ນຕ່າງໆເພື່ອເປັນການ ຄົບງັນ ບຸນ ຫລື ງານໃດໜຶ່ງທີ່ມີລັກ ສະນະໃຫຍ່ໂຕມະໂຫຖານ. ຄໍາ: “ມະຫະກໍາ” ຄໍານາມ, ເຄົ້າ ຈາກພາສາປາລີ ໝາຍເຖິງ ການ ສະຫລອງ, ການບູຊາ. ຄໍາ: “ມະຫິມາ” ຫລື ມະຫຶມາ ກໍ່ວ່າ ເປັນຄໍາຄຸນນາມ ໝາຍເຖິງ ໃຫຍ່ “ເທສະການ” ກໍ່ມີເຄົ້າມາຈາກ ພາສາປາລີ, ເປັນຄໍານາມໝາຍເຖິງ ເວລາ, ສະໄໝ, ຄາວ ທີ່ກໍານົດໄວ້ ເປັນປະເພນີ ເພື່ອເຮັດທໍາທານ ແລະ ການມ່ວນຊື່ນປະຈໍາທ້ອງຖິ່ນ ຫລື ປະຈໍາຊາດ ເຊັ່ນ ບຸນປີໃໝ່, ບຸນເຂົ້າ ພັນສາ, ບຸນຊ່ວງເຮືອ... ສ່ວນຄໍາ: “ບຸນ” ກໍ່ເຊັ່ນດຽວ ກັນ, ມີເຄົ້າມາຈາກປາລີ-ສັນສະ ກິດ, ເປັນຄໍານາມ ໝາຍເຖິງ ຄວາມ ດີ, ຄວາມສຸກສະບາຍ, ສັດຈະທໍາ ທີ່ຊໍາລະລ້າງຄວາມ ບໍ່ດີຈາກນິໄສ ສັນດານ ດັ່ງຄໍາສຸພາສິດທີ່ວ່າ “ບຸນ ຫົວບໍ່ເຄີຍໄດ້ ສັງວານຄໍາພະຍາ ນາກ ຂີ້ດິນດາກຕິດຫົວແຕ່ລະໜ້ອຍ ໂງແງ້ນວ່າແມ່ນຫອນ”. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ ບົດຕໍ່ໄປ. ,tsklko{,t3s]ko{ ,tstde{,tsy ,k{ gmlt[ko{[5 o .orklk]k; * ໃນເດືອນພະຈິກ 1986, ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດ ໄດ້ ເປີດຂຶ້ນຢ່າງເປັນທາງການທີ່ນະ ຄອນຫລວງວຽງຈັນ, ໂດຍໄດ້ລົງ ເລິກຕີລາຄາຜົນງານ ແລະ ໄຊຊະ ນະຂອງການຈັດຕັ້ງປະຕິບັດມະຕິ ກອງປະຊຸມ ຄັ້ງທີ I I I ຂອງພັກ ກໍຄືວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄລຍະ 10 ປີ ຜ່ານມາ ທັງໄດ້ຖອດຖອນບົດຮຽນ ຢ່າງ ຖືກຕ້ອງ. ຈາກນັ້ນຈິ່ງໄດ້ວາງ ທິດທາງໜ້າທີ່ສໍາຄັນສໍາລັບໄລ ຍະຮອດປີ 2000 ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ II. ອັນທີ່ເປັນຂີດໝາຍສໍາ ຄັນຂອງກອງປະຊຸມ ໃຫຍ່ຄັ້ງທີ IV ແມ່ນການສືບຕໍ່ຢຶດໝັ້ນໃນການ ປະຕິບັດສອງຫນ້າທີ່ຍຸດທະສາດ; ການສຸມໃສ່ແກ້ໄຂບັນຫາສະບຽງ ອາຫານບົນພື້ນຖານການພັດທະນາ ກະສິກໍາຮອບດ້ານ; ມີທິດທາງລິ ເລີ່ມການປ່ຽນແປງໃໝ່ ດ້ວຍການ ລຶບລ້າງລະບອບລະບຽບການຄຸ້ມ ຄອງແບບບໍລິຫານເກື້ອກູນໄປສູ່ກົນ ໄກໃໝ່ທາງເສດຖະກິດ; ນໍາໃຊ້ທຸກ ພາກສ່ວນເສດຖະກິດ ເພື່ອຂະຫຍາຍ ໄກສອນ ພົມວິຫານ ທີ່ວ່າລັກສະນະ ພື້ນຖານຂອງການປະຕິວັດຢູ່ປະ ເທດເຮົາໃນໄລຍະໃໝ່ ແມ່ນລັກສະ ນະປະຊາທິປະໄຕ ປະຊາຊົນ ກ້າວ ຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ, ຫາກບໍ່ແມ່ນການຂະຫຍາຍຕົວນອກ ວົງໂຄຈອນສັງຄົມນິຍົມ; ປະຊາທິ ປະໄຕ ປະຊາຊົນ ບໍ່ແມ່ນບາດກ້າວ ຖອຍຫລັງ ແລະ ບໍ່ແມ່ນການຝືນ ອອກຈາກເສັ້ນທາງສົງຄົມນິຍົມ, ກົງກັນຂ້າມ ມັນແມ່ນບາດກ້າວອັນ ຈໍາເປັນແຫ່ງການຂ້າມຜ່ານໄປສູ່ ຈຸດໝາຍສັງຄົມນິຍົມ. ສັງລວມແລ້ວ, ຕັ້ງແຕ່ປະເທດ ຊາດ ແລະ ການປະຕິວັດໄດ້ເຂົ້າສູ່ ໄລຍະໃໝ່ຊຶ່ງພັກເຮົາໄດ້ເປັນພັກກໍາ ອໍານາດ, ປະທານຄໍາໄຕ ສີພັນດອນ ໄດ້ມີສ່ວນຮ່ວມອັນສໍາຄັນ ແລະ ຕັ້ງ ໜ້າ ພ້ອມກັບປະທານ ໄກສອນ ພົມ ວິຫານ ແລະ ໝູ່ຄະນະໃນກົມການ ເມືອງຄົ້ນຄວ້າແນວງທາງ, ແຜນ ນະໂຍບາຍ ແລະ ການເຄື່ອນໄຫວ ຊີ້ນໍາ-ນໍາພາຕາມໜ້າທີ່ມອບໝາຍ ດ້ວຍຄວາມຮັບຜິດຊອບສູງ. ຍ້ອນ ແນວນັ້ນໃນບາດກ້າວທໍາອິດແຫ່ງ ການປ່ຽນແປງໃໝ່ ກໍຄືໃນພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ເຖິງວ່າໄດ້ປະສົບກັບສິ່ງ ທ້າທ້າຍທົດສອບຫລາຍ ປະການ ແລະ ມີຄວາມຫຍຸ້ງຍາກຍ້ອນຈຸດ ເລີ່ມຂອງການພັດທະນາປະເທດ ເຮົາ ຍັງຕໍ່າເກີນໄປ. ແຕ່ກໍສາມາດ ຜ່ານຜ່າໄດ້ຢ່າງມີໄຊ; ທັງນີ້ ກໍຍ້ອນ ວ່າປະຊາຊົນບັນດາເຜົ່າ-ບັນດາຊັ້ນ ຄົນ ໃຫ້ການສະໜັບສະໜູນແນວ ທາງຂອງພັກ, ທັງມີຄວາມສາມັກຄີ ຢູ່ອ້ອມຂ້າງພັກ ແລະ ໄດ້ປະກອບ ສ່ວນໃນການສ້າງສາພັດທະນາປະ ເທດຊາດດ້ວຍຄວາມເຊື່ອໝັ້ນ; ພ້ອມກັນນັ້ນ ສະມາຊິກພັກ, ພະນັກ ງານ-ນັກຮົບ ໃນທົ່ວພັກ-ທົ່ວລັດ ແລະ ທົ່ວກອງທັບເຮົາ ກໍເປັນເຈົ້າ ການບຸກບືນ ປະຕິບັດໜ້າທີ່ຂອງຕົນ ພາຍໃຕ້ການນໍາພາຂອງພັກ, ພວກ ເຮົາຈຶ່ງສາມາດປົກປັກຮັກສາ ເອ ກະລາດ, ອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນ ກໍຄື ປົກປັກຮັກສາ ລະບອບໃໝ່ໄດ້ຢ່າງໝັ້ນຄົງ, ປະ ເທດຊາດມີຄວາມສະຫງົບ-ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ ແລະ ໄດ້ຮັບການພັດທະນາເປັນກ້າວໆ ມາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ທັງທາງ ດ້ານວັດຖຸແລະຈິດໃຈກໍໄດ້ຮັບການ ປັບປຸງໃຫ້ນັບມື້ນັບດີຂຶ້ນ. ກົງກັນຂ້າມ ແມ່ນກົດໜ່ວງຍ້ອນ ການເກື້ອກູນ ແລະ ສະເລ່ຍ, ເຮັດ ໄດ້ຫລາຍ¬ເຮັດໄດ້ດີ ຫລື ເຮັດໄດ້ ໜ້ອຍ-ເຮັດບໍ່ດີ ກໍໄດ້ທໍ່ກັນ; ມີບາງ ກໍລະນີ ບອກໃຫ້ຮ້ານຄ້າ ລັດຂາຍ ຫລຸດທຶນ ແຕ່ໃຫ້ໄດ້ກໍາໄລ! ອັນນີ້ ແມ່ນຝືນກັບກົດເກນ... ສະນັ້ນ ຈຶ່ງ ຕ້ອງປ່ຽນແປງໃໝ່ ແລະ ຕ້ອງປ່ຽນ ໂດຍເລີ່ມ ຈາກການຊື້-ການຂາຍ ສາກ່ອນ”. ອັນນີ້ແມ່ນຄວາມເວົ້າ ແບບງ່າຍຂອງ ເພີ່ນທີ່ສະທ້ອນໃຫ້ ເຫັນວ່າ ເພິ່ນໄດ້ມີການປະກອບ ສ່ວນອັນສໍາຄັນຮ່ວມກັບການນໍາ ຂອງພັກເຮົາ ໃນການລິເລີ່ມການ ປ່ຽນແປງໃໝ່. ປະທານ ຄໍາໄຕ ສີພັນດອນ ເວ ລາໃດກໍຍຶດໝັ້ນ ແລະ ຈົງຮັກພັກດີ ຕໍ່ແນວທາງ ແລະ ມະຕິຂອງພັກ, ທັງໄດ້ສະແດງຄວາມເຊື່ອໝັ້ນ ແລະ ເຄື່ອນໄຫວເຮັດຕົວຈິງ ເພື່ອໃຫ້ການ ປ່ຽນແປງໃໝ່ດໍາເນີນໄປຖືກຕາມ ທັດສະນະແນວຄິດຂອງປະທານ
RkJQdWJsaXNoZXIy MTc3MTYxMQ==