5729

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/10/2023 xtgmf]k; ຮອງປະທານປະເທດ ເນັ້້ນ.. ຮສສ ເຜີຍແຜ່ຜົນສຳເລັດ... ຕຳຫລວດບັນດາປະເທດ... ປຶກສາຫາລືສະກັດກັ້ນ... ພ້ອມກັນເປັນເຈົ້າການ... ປະທານປະເທດ ພົບປະ... ມອບ-ຮັບບັດພະນັກງານ... ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິ ບໍດີ ແຫ່ງ ສ ຣັດ ເຊຍ ພ້ອມດ້ວຍຄະນະ. ໃນໂອກາດນີ້, ຜູ້ນໍາທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືລະ ຫວ່າງ ສອງປະເທດ ທີ່ສືບຕໍ່ມີບາດ ກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະດ້ານການເມືອງ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືລົງເລິກກ່ຽວກັບ ການຮ່ວມມືດ້ານການຄ້າ, ການລົງ ທຶນ, ການເງິນ, ພະລັງງານ, ການ ສຶກສາ ແລະ ວຽກງານຄວາມ ໝັ້ນ ຄົງຮ່ວມກັນ ແລະ ຢືນຢັນສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ ລະຫວ່າງ ສອງປະເທດ ແລະ ຊຸກຍູ້ໃຫ້ມີການສົ່ງເສີມການ ຮ່ວມມືໃນຂົງເຂດທີ່ສອງຝ່າຍມີ ທ່າແຮງ ໃຫ້ກວ້າງຂວາງ ແລະ ເຂົ້າ ສູ່ລວງເລິກຍິ່ງໆຂຶ້ນ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຣັດເຊຍ. ທ່ານປະທານປະເທດແຫ່ງ ສປປລາວຍັງໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມ ເວທີປຶກສາຫາລືເສດຖະກິດຕາ ເວັນອອກ ທີ່ຈັດຂຶ້ນ ຢູ່ ສ ຣັດເຊຍ ໃນເດືອນກັນຍາ ທີ່ຜ່ານມາ ແລະ ສະ ແດງຄວາມຂອບໃຈມາຍັງລັດຖະ ບານ ກໍຄື ປະຊາຊົນ ຣັດເຊຍ ທີ່ໃຫ້ ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ພ້ອມ ທັງຖືໂອກາດນີ້, ແຈ້ງປະທານາທິບໍ ສ ຣັດເຊຍ ກ່ຽວກັບ ສປປ ລາວ ຈະໄດ້ຮັບໜ້າທີ່ເປັນປະທານອາ ຊຽນ ໃນປີ 2024 ແລະ ເຊື້ອເຊີນໄປ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ໃນເວລາທີ່ສະດວກ. ຈຶ່ງຈັດກິດຈະກໍາວັນຄຸ້ມຄອງໄພພິບັດແຫ່ງຊາດ ໂດຍມີຈຸດປະສົງ ເພື່ອໂຄ ສະນາປູກຈິດສໍານຶກໃຫ້ສັງຄົມ ແລະ ຊຸມຊົນໄດ້ມີສະຕິ ແລະ ມີສ່ວນຮ່ວມ ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ເປັນຕົ້ນ ການປ້ອງກັນ, ຄວບຄຸມ ແລະ ຟື້ນຟູຄືນຫລັງໄພພິບັດ ໂດຍອີງຕາມສະພາບເງື່ອນໄຂຕົວຈິງ ເຊັ່ນ: ຈັດພິມ ເສື້ອໂຄສະນາວຽກງານຄຸ້ມຄອງໄພພິບັດ, ຈັດສ້າງວິດີໂອສັ້ນ ການປຸກລະ ດົມການປະກອບສ່ວນໃນວຽກງານຄຸ້ມຄອງໄພພິບັດ, ການປະກອບສ່ວນຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຂອງອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ແລະ ກິດຈະກຳອື່ນໆຈຳນວນໜຶ່ງ. ບັນຫາໄພພິບັດ ທັງໄພພິບັດທາງທຳມະຊາດ ແລະ ມະນຸດສ້າງຂຶ້ນລວມ ທັງພະຍາດລະບາດ ແມ່ນຍັງສືບຕໍ່ເກີດຂຶ້ນ-ເພີ່ມທະວີຄວາມຮຸນແຮງຂຶ້ນ ເລື້ອຍໆ ແລະ ຍັງຈະສືບຕໍ່ເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກ ໃນຊຸມປີຕໍ່ໜ້າເປັນ ຕົ້ນ ໄພນໍ້າຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ພະຍາດລະບາດ, ແຜນ ດິນໄຫວເວົ້າສະເພາະ ສປປ ລາວ ຂອງພວກເຮົາ ຊຶ່ງມັນ ໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫລວງຫລາຍຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງ ລັດ, ລວມໝູ່, ປະຊາຊົນ, ເສດຖະກິດ, ລະບົບນິເວດ, ທໍາມະຊາດ-ສິ່ງແວດ ລ້ອມ ແລະ ການດໍາລົງຊີວິດ ຂອງຄົນໃນສັງຄົມ ທັງໃນໄລຍະສັ້ນ ແລະ ໄລ ຍະຍາວ ເປັນອຸປະສັກ, ກີດຂວາງຖ່ວງດຶງຄວາມກ້າວໜ້າໃນການພັດທະ ນາຂອງບັນດາປະເທດໃນໂລກ. ສປປ ລາວ, ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງສົມຄວນ ຈາກໄພພິບັດ ທໍາມະຊາດ ທີ່ສາເຫດມາຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ແມ່ນໄພນໍ້າຖ້ວມ, ນໍ້າຖ້ວມຊຸ, ດິນເຈື່ອນ, ແຫ້ງແລ້ງ, ລົມພະຍຸພັດ, ອື່ນໆ. ນັບແຕ່ປີ 2000 ເປັນຕົ້ນມາ, ມີເຫດການໄພພິບັດເກີດຂຶ້ນທຸກໆປີ ແລະ ມີຄວາມຮຸນແຮງເພີ່ມຂຶ້ນ ສ້າງຜົນກະທົບ ແລະ ຄວາມເສຍຫາຍຫລວງ ຫລາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງປະເທດ, ເຮັດໃຫ້ປະຊາຊົນຕ້ອງເສຍຊີວິດ ແລະ ສູນຫາຍເປັນຈໍານວນ ຫລາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍຢ່າງຫລວງຫລາຍ. ຕໍ່ກັບສະພາບດັ່ງກ່າວລັດຖະ ບານ ຕ້ອງໄດ້ນໍາໃຊ້ງົບປະມານຫລວງຫລາຍເຂົ້າໃນການແກ້ໄຂທັງໄລຍະ ສຸກເສີນ ແລະ ຟື້ນຟູຄືນຫລັງໄພພິບັດ ລວມທັງການປະກອບສ່ວນສະໜັບສະ ໜູນຂອງບັນດາປະເທດເພື່ອນມິດ, ອາຊຽນ, ອົງການຈັດຕັ້ງສາກົນ ແລະ ສັງຄົມ ເຂົ້າໃນການຊ່ວຍເຫລືອຟື້ນຟູຊີວິດການເປັນຢູ່, ເສດຖະກິດ ແລະ ພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບຄືນສູ່ສະພາບປົກກະຕິ. ສະນັ້ນ ເພື່ອພ້ອມກັນເປັນເຈົ້າໃນວຽກງານຄຸ້ມຄອງໄພພິບັດ ທົ່ວສັງຄົມ ຕ້ອງມີສ່ວນຮ່ວມໃນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີສະຕິ, ພ້ອມກັນປົກປັກຮັກສາສິ່ງແວດລ້ອມ ເຮັດໃຫ້ລະບົບນິເວດທາງທຳມະຊາດ ມີຄວາມອຸດົມສົມບູນ ເພື່ອປ້ອງກັນບໍ່ໃຫ້ໄພພິບັດທາງທຳມະຊາດເກີດຂຶ້ນ. ຄຽງຄູ່ກັນນັ້ນ ກໍເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ເພື່ອປ້ອງກັນ ແລະ ຫລຸດຜ່ອນຜົນກະທົບທາງດ້ານຊີວິດ ແລະ ຊັບສິນ; ສິ່ງສຳຄັນໃນ ເວລາທີ່ເກີດເຫດທາງໄພທຳມະຊາດ ທົ່ວສັງຄົມຕ້ອງຍົກສູງຄວາມສາມັກ ຄີເປັນປຶກແຜ່ນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ໂດຍການປະກອບ ສ່ວນເຫື່ອແຮງ, ວັດຖຸ ແລະ ປັດໄຈ ເຂົ້າໃນການຟື້ນຟູຜົນກະທົບທີ່ເກີດຂຶ້ນ. ພ້ອມກັນເປັນເຈົ້າການປະກອບສ່ວນໃນວຽກງານຄຸ້ມຄອງໄພພິບັດ! ຮ່ວມ. ໂດຍທ່ານຮອງປະທານປະ ເທດໄດ້ເນັ້ນໃຫ້ແຂວງຈໍາປາສັກ ເອົາໃຈໃສ່ບາງບັນຫາ ເພື່ອກະກຽມ ຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ກໍເນັ້ນໃຫ້ການການນໍາແຂວງ ເປັນເຈົ້າການໃນຄົ້ນຄວ້າແກ້ໄຂ ບັນຫາທີ່ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ນັກທ່ອງທ່ຽວ ໂດຍສະເພາະ ແມ່ນແກ້ໄຂບັນຫາການເກັບຄ່າທໍາ ນຽມທາງ ແລະ ຄ່າບໍລິການດ້ານ ຕ່າງໆຈາກນັກທ່ອງທ່ຽວ; ໃຫ້ ປະສານສົມທົບ-ຮ່ວມແຮງຮ່ວມ ໃຈກັບຜູ້ປະກອບການ ແລະ ປະຊາ ຊົນ ໃນການພັດທະນາການທ່ອງ ທ່ຽວ ໃຫ້ກາຍເປັນອຸດສາຫະກໍາ ການທ່ອງທ່ຽວທີ່ທັນສະໄໝເພາະ ວຽກງານການທ່ອງທ່ຽວເປັນວຽກ ໜຶ່ງທີ່ສໍາຄັນໃນການສ້າງລາຍໄດ້ ເພື່ອແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ ຍ້ອນແນວນັ້ນວຽກງານ ທີ່ຕິດພັນກັບການທ່ອງທ່ຽວຕ້ອງ ຫັນເປັນວິຊາຊີບຮອບດ້ານ ແລະ ຫັນເປັນທັນສະໄໝດ້ວຍຮູບການ ຕ່າງໆ ລວມທັງການຄຸ້ມຄອງ, ການໂຄສະນາການທ່ອງທ່ຽວກໍໃຫ້ ທັນສະໄໝ, ວ່ອງໄວ ແລະ ຂະ ຫຍາຍໄປທົ່ວໂລກ. ພ້ອມນີ້, ການຈັດ ຕັ້ງປະຕິບັດວຽກງານການພັດທະ ນາແຫລ່ງທ່ອງທ່ຽວ ຕ້ອງມີຈຸດ ສຸມ ແລະ ກໍານົດເປັນແຜນພັດທະນາ ໃນແຕ່ລະໄລຍະ ເຮັດໃຫ້ແຫລ່ງ ທ່ອງທ່ຽວມີຄຸນນະພາບ ແລະ ປະ ສິດທິຜົນ, ຄ່າບໍລິການກໍ່ສົມເຫດສົມ ຜົນ, ທຸກຄົນຍອມຮັບໄດ້; ເອົາໃຈໃສ່ ຊຸກຍູ້ການພັດທະນາແຫລ່ງທ່ອງ ທ່ຽວ ໃຫ້ສາມາດແຂ່ງຂັນກັບແຫລ່ງ ທ່ອງທ່ຽວຂອງປະເທດຕ່າງໆໃນ ອະນຸພາກພື້ນ ແລະ ໃນໂລກ; ການ ພັດທະນາການທ່ອງທ່ຽວຕ້ອງໃຫ້ ມີຄວາມຍືນຍົງ ຕິດພັນກັບການອະ ນຸລັກປົກປັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງ ຊາດ, ຂອງທ້ອງຖິ່ນແລະ ຕິດພັນກັບ ການອະນຸລັກຮັກສາດ້ານສະພາບ ແວດລ້ອມ ທີ່ເອື້ອອໍານວຍໃຫ້ນັກ ທ່ອງທ່ຽວ ທັງມີຄວາມສະຫງົບ; ການພັດທະນາແຫລ່ງທ່ອງທ່ຽວ ໃຫ້ກາຍເປັນຂອງທົ່ວປວງຊົນ; ສືບ ຕໍ່ເສີມຂະຫຍາຍທ່າແຮງດ້ານການ ທ່ອງທ່ຽວທີ່ແຂວງມີ, ປັບປຸງ ແລະ ສົ່ງເສີມໃຫ້ດີຂຶ້ນ; ເອົາໃຈໃສ່ສ້າງ ສິ່ງດຶງດູດ ເພື່ອເຮັດໃຫ້ນັກທ່ອງ ທ່ຽວ ເຂົ້າມາທ່ຽວຊົມນັບມື້ຫລາຍ ຂຶ້ນ;ໜ້າວຽກຕ່າງໆຕ້ອງກໍານົດເປົ້າ ໝາຍພັດທະນາ ລວມທັງການກໍາ ນົດຜະລິດຕະພັນການທ່ອງທ່ຽວ ໃນແຕ່ລະເຂດໃຫ້ລະອຽດຈະແຈ້ງ; ເອົາໃຈໃສ່ພັດທະນາບຸກຄະລາກອນ ທີ່ຮັບໃຊ້ໃນວຽກງານການບໍລິການ ດ້ານການທ່ອງທ່ຽວ, ພາກລັດຕ້ອງ ເປັນເຈົ້່າການ ແລະ ອໍານວຍຄວາມ ສະດວກໃນການຄຸ້ມຄອງ ໂດຍສະ ເພາະດ້ານລາຄາໂຮງແຮມ, ອາ ຫານ ແລະ ເຄື່ອງດື່ມ ຕ້ອງມີນິຕິກໍາ ຮອງຮັບຄັກແນ່. ນອກນີ້, ກໍໃຫ້ມີສະ ຖາບັນ ສໍາລັບຝຶກອົບຮົມບຸກຄະລາ ກອນດ້ານການທ່ອງທ່ຽວ, ພະນັກ ງານນໍາທ່ຽວ ເພື່ອໃຫ້ເຂົາເຈົ້າມີ ຄວາມຮູ້ຮອບດ້ານ, ມີຫລັກໝັ້ນການ ເມືອງ, ສາມາດກໍາແໜ້ນແນວທາງ ນະໂຍບາຍຂອງພັກ, ລະບຽບກົດ ໝາຍ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດທີ່ກໍານົດອອກ ໃນແຕ່ລະໄລຍະ, ສ້າງພະນັກງານ ນໍາທ່ຽວ ໃຫ້ເປັນທັງໂຄສະນາເຜີຍ ແຜ່ແນວທາງນະໂຍບາຍຂອງພັກລັດ ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງ ເຮືອງຂຶ້ນໄປເລື້ອຍໆ. ໃນໂອກາດດຽວກັນ, ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະ ແນກ ຖວທ ແຂວງຈໍາປາສັກ ໄດ້ ລາຍງານຫຍໍ້ກ່ຽວການພັດທະນາ ວຽກງານການທ່ອງທ່ຽວຂອງ ແຂວງ ໃນ 9 ເດືອນ ປີ 2023 ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ສະພາບບັນຫາ ແລະ ຂໍ້ຫຍຸ້ງຍາກ ທ່ີຕິດພັນກັບວຽກງານການທ່ອງ ທ່ຽວໃນໄລຍະຜ່ານມາ. ພ້ອມນີ້, ກໍໄດ້ລາຍງານແຜນວຽກຈຸດສຸມ ໃນ3 ເດືອນທ້າຍປີ2023ແລະການ ກະກຽມຄວາມພ້ອມໃນການຈັດ ຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວ ລາວ 2024 ຢູ່ແຂວງຈຳປາສັກ ເປັນຕົ້ນ ແມ່ນການກະກຽມດ້ານນິ ຕິກໍາ,ການປັບປຸງສິ່ງອໍານວຍຄວາມ ສະດວກດ້ານການທ່ອງທ່ຽວ. ພ້ອມນີ້, ການນໍາພະແນກການ ທີ່ ກ່ຽວຂ້ອງຂອງແຂວງ ກໍໄດ້ລາຍ ງານ ເພີ່ມເຕີມກ່ຽວກັບການກະກຽມ ດ້ານພາຫະນະ ເພື່ອຮອງຮັບນັກ ທ່ອງທ່ຽວ ແລະ ການກໍ່ສ້າງເສັ້ນ ທາງເຂົ້າຫາແຫລ່ງທ່ອງທ່ຽວ, ການຊຸກຍູ້ການຜະລິດສິນຄ້າພາຍ ໃນ ເພື່ອທົດແທນການນໍາເຂົ້າ, ການ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອ ເປັນເຄື່ອງທີ່ລະນຶກຕ້ອນຮັບນັກ ທ່ອງທ່ຽວ, ການຄຸ້ມຄອງລາຄາສິນ ຄ້າ ແລະ ຄ່າບໍລິການພາຍໃນແຂວງ ເຊິ່ງໄດ້ມີການຕິດຕາມກວດກາ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ການຈັດງານວາງສະແດງ-ຈໍາ ໜ່າຍ ແລະ ຊື້-ຂາຍສິນຄ້າ, ການເກັບ ຄ່າທໍານຽມ, ຄ່າວີຊາ ແລະ ຄ່າບໍລິ ການຕ່າງໆພາຍໃນດ່ານ, ການຍາດ ແຍ່ງການລົງທຶນ ແລະ ການຈັດສັນ ງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການ ພັດທະນາວຽກງານການທ່ອງທ່ຽວ. ຂ່າວ-ພາບ: ທູນທອງໃຈ ມະການ ກ (ລະຫັດກອງປະຊຸມ), ອານຸກຳມະການ ຂ ແລະ ອານຸກຳ ມະການ ຄ ເພື່ອຄົ້ນຄວ້າ, ປຶກສາຫາ ລືກ່ຽວກັບບັນດາວຽກງານວິຊາສະ ເພາະຂອງກຳລັງຕຳຫລວດບັນ ດາປະເທດອາຊຽນ ເປັນຕົ້ນ ການ ຮ່ວມມືໃນການແກ້ໄຂບັນຫາອາຊະ ຍາກໍາຂ້າມຊາດ, ການລັກລອບຄ້າ- ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາ ວຸດ, ການຄ້າ-ຂາຍສັດປ່າທີ່ຜິດ ກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າແລະ ການປອມແປງບັດເຄດິດ, ການສໍ້ ໂກງຂ້າມຊາດ, ການປອມແປງ ເອກະສານເດີນທາງ, ອາຊະຍາກໍາ ທາງຄອມພິວເຕີ ແລະ ອາຊະຍາ ກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນ ລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດ ທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ທັງເປັນການເພີ່ມທະ ວີການຮ່ວມມື ໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນ ບັນຫາອາຊະຍາກໍາຕ່າງໆ ແນໃສ່ ເຮັດໃຫ້ພາກພື້ນ ກໍຄື ປະຊາຄົມໂລກ ມີສັນຕິພາບ, ມີຄວາມສະຫງົບ ແລະ ໝັ້ນຄົງ. ສຳລັບກອງປະຊຸມຂອງອານຸ ກຳມະການກໂດຍພາຍໃຕ້ການເປັນ ປະທານຂອງທ່ານພັທ ພຸດສະຫວາດ ສູນທະລາ ຮອງຫົວໜ້າຫ້ອງການ ກວດກາ ແລະ ຄວບຄຸມຢາເສບຕິດ, ມີຄະນະຜູ້ແທນຈາກບັນດາປະເທດ ສະມາຊິກຕໍາຫລວດອາຊຽນເຂົ້າ ຮ່ວມ. ໃນກອງປະຊຸມໄດ້ຜ່ານບົດ ລາຍງານຄວາມຄືບໜ້າການຈັດຕັ້ງ ປະຕິບັດຖະແຫລງການຮ່ວມຂອງ ກອງປະຊຸມຫົວໜ້າຕໍາຫລວດອາ ຊຽນ ຄັ້ງທີ 40 ແລະ ພິຈາລະນາ ກ່ຽວກັບຫົວຂໍ້ທີ່ມີຄວາມສົນໃຈ ຮ່ວມກັນ ເຊັ່ນ: ການຄ້າຂາຍຢາເສບ ຕິດທີ່ຜິດກົດໝາຍ, ການກໍ່ການຮ້າຍ, ການລັກລອບອາວຸດເສິກ, ການຄ້າ ມະນຸດ, ອາຊະຍາກໍາສັດປ່າ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ. ສ່ວນກອງປະຊຸມຂອງອານຸກຳ ມະການຂພາຍໃຕ້ການເປັນປະທານ ຂອງ ທ່ານ ພັອ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ຫົວໜ້າກົມຕໍາຫລວດກວດຄົນເຂົ້າອອກເມືອງ, ໃນກອງປະຊຸມໄດ້ຮ່ວມ ກັນຕົກລົງຮັບຮອງ ເອົາວາລະກອງ ປະຊຸມອານຸກໍາມະການ ຂ; ພ້ອມທັງ ໄດ້ຜ່ານບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດຖະແຫລງການ ຮ່ວມ ຂອງກອງປະຊຸມຫົວໜ້າຕໍາ ຫລວດອາຊຽນຄັ້ງທີ 40 ແລະ ພິຈາລະນາກ່ຽວກັບຫົວຂໍ້ທີ່ມີຄວາມ ສົນໃຈຮ່ວມກັນ ເຊັ່ນ: ການສໍ້ໂກງ ທາງທະເລ, ອາຊະຍາກໍາທາງດ້ານ ການຄ້າ, ການກະທໍາຜິດທາງທະ ນາຄານ ແລະ ການສໍ້ໂກງບັດຊໍາລະ ເງິນ, ອາຊະຍາກໍາທາງຄອມພິວເຕີ, ເອກະສານເດີນທາງທີ່ຖືກປອມ ແປງ, ການສໍ້ໂກງອາຊະຍາກໍາຂ້າມ ຊາດແລະບັນຫາຕ່າງໆທີ່ກ່ຽວຂ້ອງ. ພ້ອມດຽວກັນນີ້, ກອງປະຊຸມ ຂອງອານຸກຳມະການ ຄ ພາຍໃຕ້ ການເປັນປະທານຂອງທ່ານ ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນ ຕ່າງປະເທດ ຫ້ອງວ່າການ ກະຊວງ ປກສ, ມີຄະນະຜູ້ແທນຈາກບັນດາ ປະເທດສະມາຊິກຕໍາຫລວດອາ ຊຽນເຂົ້າຮ່ວມ ແລະ ຕົກລົງຮັບ ຮອງເອົາວາລະກອງປະຊຸມອານຸ ກໍາມະການ ຄ, ພ້ອມທັງ ໄດ້ຜ່ານບົດ ລາຍງານຄວາມຄືບໜ້າການຈັດ ຕັ້ງປະຕິບັດຖະແຫລງການຮ່ວມ ຂອງກອງປະຊຸມຫົວໜ້າຕໍາຫລວດ ອາຊຽນຄັ້ງທີ 40 ແລະ ພິຈາລະນາ ກ່ຽວກັບຫົວຂໍ້ທີ່ມີຄວາມສົນໃຈ ຮ່ວມກັນ ເຊັ່ນ: ລະບົບຖານຂໍ້ມູນຕໍາ ຫລວດອາຊຽນ 2.0, ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ກ່ຽວກັບ ບັນຫາອາຊະຍາກໍາ,ການແລກປ່ຽນ ບຸກຄະລາກອນ ແລະ ໂຄງການຝຶກ ອົບຮົມລະຫວ່າງກໍາລັງຕໍາຫລວດ ອາຊຽນ, ເຄື່ອຂ່າຍຕໍາຫລວດນິຕິ ວິທະຍາອາຊຽນ ແລະ ບັນຫາຕ່າງໆ ທີ່ກ່ຽວຂ້ອງ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ເປັນເອກະພາບສູງຕໍ່ບັນດາເນື້ອໃນ ເອກະສານຕ່າງໆຂອງພັກ ເພື່ອນໍາ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າ ທີ່ວຽກງານວິຊາສະເພາະຂອງກົມ ກອງຕົນຮັັບຜິດຊອບໃຫ້ມີຜົນສຳ ເລັດ ແລະ ປາກົດຜົນເປັນຈິງເທື່ອ ລະກ້າວ. ໂອກາດນີ້, ສະຫາຍ ນາງ ໃບຄໍາ ຂັດທິຍະ ໄດ້ຍົກໃຫ້ເຫັນໝາກຜົນ ຂອງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ໄລຍະກາງ ສະໄໝ ແລະ ບົດຄໍາເຫັນຊີ້ນຳຂອງ ສະຫາຍເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ,ປະທານ ປະເທດ ແຫ່ງ ສປປ ລາວ ຕໍ່ກອງປະ ຊຸມຄົບຄະນະກາງສະໄໝຂອງຄະ ນະບໍລິຫານງານສູນກາງພັກສະໄໝ ທີ XI, ພ້ອມທັງຍົກໃຫ້ເຫັນການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ IX (2021-2025) ຕິດພັນກັບ 2 ວາລະແຫ່ງຊາດ ແລະ ທິດທາງ ແຜນການທ້າຍສະໄໝຮອດປີ2025 ໂດຍສະເພາະຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ເປັນຕົ້ນ ວຽກງານພັດທະນາສີມືແຮງງານ ໄດ້ສືບຕໍ່ພັດທະນາວຽກງານຕາມ ເງື່ອນໄຂແລະຄວາມສາມາດຕົວຈິງ ທີ່ມີ ເຊິ່ງສາມາດຝຶກ ແລະ ພັດທະ ນາສີມີແຮງງານຕາມສາຂາວິຊາ ຊີບຕ່າງໆ ໄດ້ 35.761 ຄົນເທົ່າ ກັບ 89,40% ຂອງແຜນການ (ແຜນການ 5 ປີ 40.000 ຄົນ), ໄດ້ສະໜອງແຮງງານໃຫ້ຕະຫລາດ ພາຍໃນ ແລະ ຕ່າງປະເທດໄດ້ 159.872 ຄົນ ເທົ່າກັບ 40,76% ຂອງ ແຜນການ (ແຜນການ 5 ປີ392.197 ຄົນ). ສໍາລັບອັດຕາ ການວ່າງງານ ໂດຍອີງໃສ່ຜົນການ ສຳຫລວດກຳລັງແຮງງານໃນປີ 2022 ອັດຕາວ່າງງານແມ່ນຢູ່ໃນ ລະດັບປະມານ 2,4% (ແຜນການ 5 ປີ ຫລຸດລົງ 15%). ໃນໂອກາດດຽວກັນ, ສະຫາຍ ລີປາວ ຢ່າງກຳມະການຄະນະພັກ ກະຊວງ, ຮອງລັດຖະມົນຕີກະຊວງ ຮສສ ກໍໄດ້ເຜີຍແຜ່ຄຳສັ່ງຂອງຄະ ນະເລຂາທິການສູນກາງພັກວ່າ ດ້ວຍການກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງ ສູນກາງພັກ ກ່ຽວກັບການຈັດຕັ້ງ ປະຕິບັດຄໍາສັ່ງ ຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄຳແນະນຳຂອງ ຄະນະກວດກາສູນກາງພັກກ່ຽວກັບ ການກະກຽມ ແລະ ດຳເນີນຊີວິດ ການເມືອງທ້າຍສະໄໝ ກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ຂັນໄຊ ສໍາເລັດຢ່າງຈົບງາມ. ຜົນສໍາເລັດຂອງກອງປະຊຸມ ຄັ້ງນີ້, ຈະກາຍເປັນແຜນງານຮ່ວມ ມືດ້ານວຽກງານຕໍາຫລວດໃນການ ສະກັດກັ້ນ ແລະ ຕ້ານອາຊະຍາກໍາ ຂ້າມຊາດ ຕະຫລອດຮອດການ ສ້າງ ຄວາມເຂັ້ມແຂງທາງດ້ານກໍາ ລັງຕໍາຫລວດ ລະຫວ່າງ ຕໍາຫລວດ ອາຊຽນ, ປະເທດຄູ່ເຈລະຈາ ແລະ ປະເທດສັງເກດການ. ພ້ອມດຽວກັນ ນັ້ນ, ບັນດາຄະນະຜູ້ແທນກໍໄດ້ຮັບ ຮອງເອົາວາລະກອງປະຊຸມດັ່ງ ກ່າວ ເພື່ອນຳໄປສືບຕໍ່ຈັດຕັ້ງປະຕິ ບັດຮ່ວມມືສະກັດກັ້ນການຕ້ານອາ ຊະຍາກຳຂ້າມຊາດ ໂດຍມອບໃຫ້ ກອງເລຂາຕຳຫລວດອາຊຽນ ສືບ ຕໍ່ຕິດຕາມປະຕິບັດ. ເປັນປະທານຮ່ວມຂອງ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ແລະ ທ່ານ ສິງທະວອນ ດາລາວົງ ຫົວໜ້າກົມຄຸ້ມຄອງພະນັກງານລັດຖະກອນ ກະຊວງພາຍໃນ, ມີບັນ ດາຫົວໜ້າກົມ-ຮອງກົມ, ຄະນະພະ ແນກ ແລະ ພະນັກງານຫລັກແຫລ່ງ ພາຍໃນກະຊວງການເງິນເຂົ້າຮ່ວມ. ທ່ານ ກົງຄໍາ ສິດທິວໍລະດາ ໄດ້ມີ ຄຳເຫັນວ່າ: ວຽກງານຄຸ້ມຄອງພະ ນັກງານ-ລັດຖະກອນ ໄດ້ປະຕິບັດ ຢ່າງລວມສູນ ເປັນເອກະພາບໃນ ຂອບເຂດທົ່ວປະເທດ ໂດຍສະເພາະ ແມ່ນກະຊວງການເງິນ ເຊິ່ງປະຕິບັດ ຕາມແນວທາງນະໂຍບາຍຂອງພັກ ແລະ ບົນພື້ນຖານລະບຽບກົດໝາຍ ໂດຍໄດ້ອອກນິຕິກໍາສະເພາະຂອງ ກະຊວງການເງິນ ເພື່ອຈັດຕັ້ງຜັນ ຂະຫຍາຍບັນດານິຕິກໍາຂອງຂັ້ນ ເທິງ ໂດຍມີການແບ່ງຂັ້ນຄຸ້ມຄອງ ລະອຽດນັບແຕ່ຂັ້ນສູນກາງລົງ ຮອດທ້ອງຖິ່ນ ເຮັດໃຫ້ພະນັກງານລັດຖະກອນ ໄດ້ເຄື່ອນໄຫວຕາມພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນໄດ້ເປັນຢ່າງດີ. ນັບແຕ່ປີ 2015 ເປັນຕົ້ນມາ ລັດຖະບານ ກໍຄື ກະຊວງພາຍໃນ ໄດ້ພັດທະນາລະບົບຄຸ້ມຄອງລັດຖະ ກອນໃຫ້ມີຄວາມທັນສະໄໝ ແລະ ລວມສູນໃນຂອບເຂດທົ່ວປະເທດ ດ້ວຍການຄົ້ນຄວ້າການອອກບັດພະ ນັກງານ-ລັດຖະກອນແບບເອເລັກ ໂຕຣນິກ ເພື່ອໃຫ້ມີຄວາມສະດວກ ແລະ ຫັນເປັນທັນສະໄໝໃນການຄຸ້ມ ຄອງຂໍ້ມູນພະນັກງານ-ລັດຖະກອນ, ທັງເປັນການຢັ້ງຢືນຄວາມຖືກຕ້ອງ ແລະ ພັດທະນາລະບົບກວດຜ່ານ ບັນຊີຈຳນວນພົນ ໂດຍຜ່ານລະບົບ ຖານຂໍ້ມູນພະນັກງານ-ລັດຖະກອນ, ປັດຈຸບັນກະຊວງການເງິນກໍາລັງ ສຸມໃສ່ການຫັນເປັນສະໄໝ ໃນວຽກ ງານຄຸ້ມຄອງພະນັກງານ-ລັດຖະ ກອນ ໂດຍໄດ້ສ້າງໂປແກຣມສະ ເພາະ ເພື່ອລວມສູນພະນັກງານ-ລັດ ຖະກອນ ແລະ ມີຄວາມວ່ອງໄວ. ສະນັ້ນ, ການອອກບັດພະນັກ ງານ-ລັດຖະກອນ ເປັນວຽກງານ ໜຶ່ງທີ່ມີຄວາມສຳຄັນ, ມີຜົນປະ ໂຫຍດຫລາຍ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະ ນັກງານ-ລັດຖະກອນເພື່ອໃຫ້ຖືກ ຕ້ອງ, ສອດຄ່ອງຕາມລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດ ຖະກອນເຂົ້າສູ່ລະບຽບຫລັກການ ແລະ ກົດໝາຍ, ຫັນເປັນທັນສະໄໝ, ບັດດັ່ງກ່າວ ນໍາໃຊ້ໄດ້ເປັນບັດລັດ ຖະກອນ, ໃຊ້ແທນບັດປະກັນສັງຄົມ ແລະ ໃຊ້ແທນບັດ ATM ເຊິ່ງຈະ ເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ຕ່າງໆຖືກຕ້ອງສອດຄ່ອງຕາມ ຄວາມເປັນຈິງຮັບປະກັນຄວາມ ໂປ່ງໄສ ແລະ ຍຸຕິທໍາ. ໂອກາດນີ້, ທ່ານ ສິງທະວອນ ດາລາວົງ ກໍໄດ້ແນະນໍາວິທີການນໍາ ໃຊ້ບັດ ແລະ ໃຫ້ຮູ້ເຖິງຈຸດປະສົງ ການອອກບັດ, ການອອກບັດພະ ນັກງານ-ລັດຖະກອນເປັນການ ຜັນຂະຫຍາຍເນື້ອໃນຈິດໃຈຂອງ ກົດໝາຍວ່າດ້ວຍພະນັກງານ-ລັດ ຖະກອນ ກ່ຽວກັບການຫັນລະບົບ ຄຸ້ມຄອງພະນັກງານ-ລັດຖະກອນ ໄປສູ່ທັນສະໄໝແລະ ເປັນການກວດ ກາ ຄືນຈໍານວນພະນັກງານ-ລັດຖະ ກອນທີ່ມີໜ້າຕົວຈິງຢູ່ໃນອົງການ ບໍລິຫານລັດ ບໍ່ໃຫ້ມີຂໍ້ມູນຊໍ້າຊ້ອນ. ຂ່າວ-ພາບ: ກະຊວງການເງິນ

RkJQdWJsaXNoZXIy MTc3MTYxMQ==