29/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ແສງສະຫວັນັ s]kpc0;'dtdP,7;k,rh v,s]kpfh ko.o;a ox6 d8Q ow,h csj '-kf ບົດສະເໜີົີ ພາບປະກອບ ພາບປະກອບ ພາບປະກອບ *ປັດຈຸບັນຫລາຍແຂວງໄດ້ມີ ການກະກຽມຄວາມພ້ອມຫລາຍ ດ້ານ ເພື່ອສະເຫລີມສະຫລອງວັນ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ນີ້, ໂດຍສະເພາະແມ່ນ ເນື້ອທີ່ປູກ, ເບ້ຍໄມ້ ແລະ ອື່ນໆທີ່ ຈຳເປັນ ເພື່ອເຮັດໃຫ້ວັນດັ່ງກ່າວ ມີ ຄວາມໝາຍສຳຄັນທັງບັນລຸໄດ້ຕາມ ຄາດໝາຍທີ່ລັດຖະບານວາງໄວ້. ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດປີນີ້, ທ່ານ ລິນຄຳ ດວງ ສະຫວັນ ລັດຖະມົນຕີກະຊວງກະ ສິກໍາ ແລະ ປ່າໄມ້ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນໃນອາທິດຜ່ານ ມານີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ 1 ມິຖຸນາ 2025 ທີ່ຈະ ມາເຖິງນີ້, ທົ່ວປະເທດມີແຜນຈະ ປູກຕົ້ນໄມ້ໃຫ້ໄດ້ 997.000 ພັນ ກວ່າເບ້ຍ, ໃນເນື້ອທີ່ທັງໝົດ 1.600 ກວ່າເຮັກຕາ. ສະເພາະກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ປະສານ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມກັນ ສ້າງຂະບວນການປູກຕົ້ນໄມ້ ເພື່ອ ສະເຫລີມສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ ຢູ່ນະຄອນຫລວງວຽງ ຈັນ ໃນເນື້ອທີ່ປະມານ 3 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ທີ່ຈະນຳໄປ ປູກປະກອບມີ: ໄມ້ດູ່, ໄມ້ຍາງ, ໄມ້ ແຄນ ຈຳນວນ 3 ພັນກວ່າເບ້ຍ. ນອກຈາກນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ສົມທົບກັບຄະນະພັກຄະນະນຳອົງການປົກຄອງທ້ອງຖິ່ນ ທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງ ຖິ່ນໃຫ້ເປັນຂະບວນຟົດຟື້ນ ໂດຍມີ ແຜນການເກັບແກ່ນພັນໄມ້ໃຫ້ໄດ້ 45 ພັນກວ່າກິໂລກຣາມ, ກ້າເບ້ຍ ໄມ້ 24,3 ລ້ານກວ່າເບ້ຍ ແລະ ປູກ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ທ່ານ, ເປັນການປ່ຽນແປງທາງ ດ້ານຄຸນນະພາບ, ສົມທົບກັນຢ່າງ ກົມກຽວລະຫວ່າງລັດທິຮັກຊາດ ກັບລັດທິສາກົນຊົນຊັ້ນກຳມະກອນ, ເອກະລາດຊາດກັບລັດທິສັງຄົມ ນິຍົມ. ໃນຂະບວນການຊອກຫາເສັ້ນ ທາງກູ້ຊາດຂອງຕົນ, ຫງວຽນ ອ໋າຍ ກວັກ ໄດ້ເອົາໃຈໃສ່ຢ່າງຍິ່ງ ຕໍ່ສະພາບການຢູ່ລາວ. ສະມາຄົມ ຊາວໜຸ່ມປະຕິວັດຫວຽດນາມ-ເປັນ ໜຶ່ງໃນບັນດາອົງການຈັດຕັ້ງຕົ້ນ ກຳເນີດຂອງພັກກອມມູນິດຫວຽດ ນາມທີ່ຫງວຽນ ອ໋າຍ ກວັກ ເປັນ ຜູ້ກໍ່ຕັ້ງໂດຍກົງໃນເດືອນ 6/1925 ຢູ່ກວາງໂຈ່ (ຈີນ), ມາຮອດເດືອນ 2/1927, ສະມາຄົມໄດ້ສ້າງຕັ້ງ ພື້ນຖານຢູ່ລາວ. ປີ 1928, ທ່ານ ໄດ້ຈັດຕັ້ງການສຳຫລວດພາກ ສະໜາມແບບລັບໆຢູ່ລາວ ເຊິ່ງຍິ່ງ ສະແດງໃຫ້ເຫັນເຖິງສາຍພົວພັນທີ່ ແໜ້ນແຟ້ນລະຫວ່າງການປະຕິວັດ ຫວຽດນາມ ແລະ ການປະຕິວັດ ລາວ. ໃນປີດຽວກັນ, ໜ່ວຍພັກ ຊາວໜຸ່ມກອມມູນິດທໍາອິດໄດ້ຖືກ ສ້າງຕັ້ງຂຶ້ນຢູ່ວຽງຈັນ, ພ້ອມກັນ ນັ້ນສາຍພົວພັນລະຫວ່າງຫລາຍ ເມືອງໃນລາວກັບຫວຽດນາມ ກໍ່ ໄດ້ຖືກຈັດຕັ້ງຂຶ້ນ. ຂະບວນການ ທີ່ ຫງວຽນ ອ໋າຍ ກວັກ ໄດ້ວາງ ຮາກຖານໃຫ້ແກ່ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ເປັນສັນຍານບອກເຖິງບາດ ລ້ຽວປະຫວັດສາດອັນສໍາຄັນທີ່ ຈະມາ ເຖິງຂອງການປະຕິວັດ ຫວຽດນາມ ເຊັ່ນດຽວກັນກັບການ ປະຕິວັດລາວ, ວັນທີ 3/2/1930 ພັກກອມມູນິດຫວຽດນາມ ໄດ້ ສ້າງຕັ້ງຂຶ້ນ. ເດືອນ 10/1930, ກອງປະຊຸມຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງປ່ຽນຊື່ພັກກອມມູນິດ ຫວຽດນາມ ເປັນພັກກອມມູນິດ ອິນດູຈີນ, ຢືນຢັນຢ່າງຈະແຈ້ງເຖິງ ສາຍພົວພັນທີ່ແໜ້ນແຟ້ນລະຫວ່າງ ຂະບວນການສາມປະເທດອິນດູ ຈີນ ຄື ຫວຽດນາມ, ລາວ ແລະ ກຳປູເຈຍ. ດັ່ງນັ້ນ, ກ່ອນປີ 1930, ໄດ້ ມີຄວາມສາມັກຄີ ລາວ-ຫວຽດ ຮ່ວມກັນຕໍ່ສູ້ຕ້ານສັດຕູຮ່ວມກັນ, ແຕ່ ໃນເວລານັ້ນຍັງຄົງຢູ່ໃນລັກສະນະ ສະໝັກໃຈ ເນື່ອງຈາກຂໍ້ຈໍາກັດດ້ານ ລະດັບຄວາມຮັບຮູ້ ແລະ ເງື່ອນໄຂ ທາງປະຫວັດສາດ. ແຕ່ຄວາມສາ ມັກຄີນັ້ນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງນັບຕັ້ງແຕ່ມີລັດທິມາກເລນິນ ແລະ ແນວຄິດ ໂຮ່ຈີ່ມິງ ສ່ອງ ແສງນໍາທາງ, ໂດຍສະເພາະແມ່ນ ນັບຕັ້ງແຕ່ພັກກອມມູນິດອິນດູຈີນ ໄດ້ຖືກສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈີ່ມິງ, ເປັນຜູ້ນໍາພາໂດຍກົງ ການຕໍ່ສູ້ປົດປ່ອຍຂອງສອງຊາດ ລາວ-ຫວຽດນາມ. ປະທານ ໂຮ່ຈີ່ມິງ ໄດ້ຖືສຳຄັນຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການ ຕໍ່ສູ້ປົດປ່ອຍຊາດ ຫວຽດ-ລາວ, ນັ້ນ ແມ່ນທັງພັນທະສາກົນ ແລະ ທັງ ເປັນຜົນປະໂຫຍດອັນສຳຄັນຂອງ ແຕ່ລະປະເທດ. ປະທານ ໂຮ່ຈີ່ມິງ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ນໍາພາ, ຊ່ວຍເຫລືອຂະບວນການປະຕິວັດຢູ່ ລາວ ດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນ ຊ່ວຍຕົນເອງ”. ໃນແນວຄິດນໍາພາ ແລະ ການເຄື່ອນໄຫວຕົວຈິງ, ທ່ານ ໄດ້ສົ່ງເສີມຢ່າງສູງສຸດຄວາມເປັນ ເອກະລາດ ແລະ ການເຄື່ອນໄຫວ ຢ່າງຫ້າວຫັນຂອງປະຊາຊົນລາວ ບັນດາເຜົ່າ. ຫລັງຈາກກອງປະຊຸມ, ປະຕິບັດ ຕາມແນວຄິດຊີ້ນໍາຂອງປະທານ ໂຮ່ຈີ່ມິງ, ພະນັກງານພັກຈໍານວນ ໜຶ່ງຂອງພັກຈາກຫວຽດນາມ ແລະ ໄທ ໄດ້ມາເຄື່ອນໄຫວສ້າງພື້ນຖານ ການປະຕິວັດຢູ່ລາວ, ໜ່ວຍພັກ ກອມມູນິດຈໍານວນໜຶ່ງໄດ້ຖືກສ້າງ ຕັ້ງຂຶ້ນຢູ່ສະຫວັນນະເຂດ, ທ່າແຂກ, ວຽງຈັນ ແລະ ຮອດເດືອນ 9/1934 ຄະນະພັກກອມມູນິດອິນດູຈີນ ໄດ້ ຖືກສ້າງຕັ້ງຂຶ້ນຢູ່ລາວ, ຮັບຜິດຊອບ ນໍາພາຂະບວນການປະຕິວັດລາວ. ນັ້ນແມ່ນບັນດາເຫດການສໍາຄັນ ທາງປະຫວັດສາດໃນສາຍພົວພັນ ລາວ-ຫວຽດນາມ; ການຕໍ່ສູ້ປະຕິ ວັດຂອງປະຊາຊົນສອງປະເທດມີ ຄວາມຜູກພັນກັນ ແລະ ພັດທະນາຂຶ້ນ ເລື້ອຍໆໃນຄວາມສາມັກຄີຕໍ່ສູ້ ແລະ ສ້າງພື້ນຖານໃຫ້ແກ່ຄວາມສາມັກຄີ ພິເສດລະຫວ່າງສອງພັກ ແລະ ສອງ ປະເທດ. ໄລຍະປີ 1930-1945 ພາຍໃຕ້ ການນໍາພາຂອງພັກກອມມູນິດ ອິນດູຈີນ, ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໄດ້ເພິ່ງພາ ອາໄສກັນໃນຂະບວນການຕໍ່ສູ້ ເພື່ອເອກະລາດ, ເສລີພາບ. ໃນ ຂະບວນການປະຫວັດສາດນັ້ນ, ບັນດານັກປາດ, ນັກປັນຍາຊົນທີ່ ກ້າວໜ້າ ແລະ ບັນດາຊັ້ນຄົນປະ ຊາຊົນລາວມີບົດບາດສໍາຄັນໃນຂະ ບວນການພັດທະນາຂອງຂະບວນ ການປະຕິວັດລາວ ເຊັ່ນດຽວກັນ ກັບການຮັກສາ ແລະ ພັດທະນາ ສາຍພົວພັນລະຫວ່າງສອງຊາດ ຫວຽດນາມ-ລາວ. ຊາວຫວຽດນາມ ທີ່ອາໄສຢູ່ລາວ ເປັນກຳລັງແຮງທີ່ຕັ້ງ ໜ້າໃນຂະບວນການປະຕິວັດລາວ ແລະ ເປັນປັດໄຈສໍາຄັນໃນການ ສ້າງສາຍພົວພັນພິເສດລະຫວ່າງ ສອງຊາດ. ເມື່ອໄດ້ກໍານົດເສັ້ນທາງ ໃຫ້ແກ່ຊາດຕົນເອງແລ້ວ, ພ້ອມກັນ ນັ້ນ ປະທານ ໂຮ່ຈີ່ມິງ ກໍ່ຮັບຮູ້ວ່າໃນ ພາລະກິດປົດປ່ອຍຊາດຂອງຕົນຈໍາ ເປັນຕ້ອງມີເພື່ອນຮ່ວມພັນທະມິດ. ກ່ອນອື່ນໝົດແມ່ນສອງຊາດເພື່ອນ ບ້ານຄຳແມນ ແລະ ລາວ. ວັນທີ 18/08/1945, ທ່ານ ໄດ້ມີຄຳຮຽກຮ້ອງໃຫ້ລຸກຮືຂຶ້ນຕໍ່ສູ້ ຍາດເອົາອໍານາດ, ການປະຕິວັດ ເດືອນສິງຫາ ປີ 1945 ປະສົບຜົນ ສໍາເລັດ, ໂຄ່ນລົ້ມລະບອບສັກດີນາ, ໂຄ່ນລົ້ມການປົກຄອງຂອງພວກ ລ່າເມືອງແບບເກົ່າ ແລະ ຍາດເອົາ ເອກະລາດຄືນມາຈາກພວກຟາຊິດ ຍີ່ປຸ່ນ. ນີ້ແມ່ນໄຊຊະນະອັນຍິ່ງໃຫຍ່ ຂອງຊາດທີ່ເປັນການສືບທອດມູນ ເຊື້ອຂອງບັນພະບູລຸດຂອງພວກ ເຮົາໃນປະຫວັດສາດ ແລະ ເປັນ ການຮັບຮອງເອົາ, ນໍາໃຊ້ຢ່າງສ້າງ ສັນຂອງລັດທິມາກ-ເລນິນ ແລະ ການນໍາພາທີ່ເກັ່ງກ້າຂອງປະທານ ໂຮ່ຈີ່ມິງ. xtmko 3Ij 9uj ,y ' c]t lkprq ;ra olk,a d7u c[[ry glf s;Pfok,{]k; ປີ1919, ທ່ານໄດ້ເຂົ້າຮ່ວມ “ສະມາ ຄົມຊາວຫວຽດນາມຮັກຊາດ” ເຂົ້າ ພັກສັງຄົມນິຍົມຝຣັ່ງ-ພັກຂອງຊົນຊັ້ນ ກໍາມະກອນຝຣັ່ງ. ເດືອນ 7/1920, ທ່ານໄດ້ກ່າວບົດ “ໜັງສືສະບັບທໍາ ອິດກ່ຽວກັບບັນຫາຊາດ ແລະ ບັນ ຫາຫົວເມືອງຂຶ້ນຂອງເລນິນ” ໃນ ໜັງສືພິມ L’Humanite (ມະນຸດສະ ທໍາ). ຈາກບົດ “ຫລັກມະຕິ” ຂອງ ເລນິນ, ທ່ານໄດ້ພົບເຫັນທິດທາງ ແລະ ແນວທາງພື້ນຖານຂອງຂະ ບວນການປະຕິວັດປົດປ່ອຍຊາດ ຕາມເສັ້ນທາງການປະຕິວັດຊົນຊັ້ນ ກຳມະກອນ, ໃນນັ້ນມີການປະຕິວັດ ຫວຽດນາມ. ຫງວຽນ ອ໋າຍ ກວັກ ມາພົບກັບລັດທິເລນິນ, ຈາກຄົນ ຫວຽດນາມທີ່ຮັກຊາດກາຍເປັນ ນັກກອມມູນິດຫວຽດນາມ ຄົນທໍາ ອິດ. ນີ້ແມ່ນບາດລ້ຽວທີ່ສໍາຄັນໃນ ຊີວິດການເຄື່ອນໄຫວປະຕິວັດຂອງ (ເນື່ອງໃນໂອກາດສະເຫລີມສະຫລອງວັນເກີດຂອງປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/2025)ື່ີັີ່ີ່ິົີ ບົດໂດຍ: ທ່ານເອກອັກຄະລັດຖະທູດ ົ່ັັູ ຫງວຽນ ມິນເຕີມິີ ໄມ້ 37.200 ກວ່າເຮັກຕາ ໃນປີ 2025 ນີ້. ຂະນະທີ່ທ່ານ ບຸນມີ ສະຫວັດ ຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຮອດປັດຈຸບັນມີຄວາມພ້ອມດ້ານ ເນື້ອທີ່ປູກແລ້ວ 5 ເມືອງ (ນະຄອນ ຫລວງພະບາງ, ເມືອງຈອມເພັດ, ເມືອງປາກອຸ, ເມືອງໂພນໄຊ ແລະ ເມືອງງອຍ) ມີເນື້ອທີ່ທັງໝົດ 200 ກວ່າເຮັກຕາ ແລະ ໄດ້ກະກຽມ ກ້າເບ້ຍໄມ້ໄດ້ທັງໝົດ 680.000 ເບ້ຍ. ສຳລັບພິທີປູກຕົ້ນໄມ້ໃນວັນ ປູກຕົ້ນໄມ້ແຫ່ງຊາດ, ແຂວງໄດ້ ກະກຽມສະຖານທີ່ປູກຢູ່ບ້ານຫລັກ ສິບ ນະຄອນຫລວງພະບາງ ໃນ ເນື້ອທີ່ປະມານ 13 ເຮັກຕາ, ໂດຍ ຈະປູເບ້ຍໄມ້ຮັກສາແຫລງນ້ຳ ເປັນ ຕົ້ນໄມ້ສົ້ມຝາດ, ໄມ້ແຕ້ຂ່າ, ໄມ້ຕີ້ວ ແລະ ໄມ້ອື່ນໆ. ປັດຈຸບັນກໍາລັງກະ ກຽມຄວາມພ້ອມແຕ່ລະດ້ານໃນ ການຈັດພິທີຄາດວ່າຈະຈັດພິທີຕົວ ຈິງໃນວັນທີ 1 ມິຖຸນາ 2025. ສ່ວນ ບັນດາເມືອງທີ່ມີເງື່ອນໄຂອາດຈະ ຈັດກ່ອນ ຫລື ຫລັງວັນທີ 1 ເພື່ອໃຫ້ ຄົບຕາມເນື້ອທີ່ ທີ່ໄດ້ກໍານົດ 200 ກວ່າເຮັກຕາ. ສ່ວນຢູ່ເມືອງໄຊເສດຖາ ແຂວງ ອັດຕະປື, ທ່ານ ຂັນທອງ ພິຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ປີນີ້ທາງເມືອງມີແຜນຈະປູກໄມ້ ຟື້ນ ຟູປ່າໃນ 3 ປະເພດປ່າ ແລະ ນອກ 3 ປະເພດປ່າ ຈຳນວນ 24.108 ຕົ້ນ, ໃນເນື້ອທີ່ 21.699 ເຮັກຕາ. ສຳລັບໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ນີ້ທາງເມືອງ ໄດ້ແບ່ງອອກເປັນ 4 ຈຸດ ໂດຍໄດ້ ກະກຽມເບ້ຍໄມ້ 4.755 ເບ້ຍ ໃນ ເນື້ອທີ່ 5,6 ເຮັກຕາ ໃນນີ້, ປູກຢູ່ ສອງພາກທາງເຂົ້າບ້ານຊະແຄະ ແຕ່ປະຕູໂຂງຫາບ້ານ 125 ເບ້ຍ (ໄມ້ດູ່ໃຫຍ່ຊຳ) ເນື້ອທີ່ 0,64 ເຮັກຕາ; ປູກຢູ່ໂຮງຮຽນປະຖົມວັດ ຫລວງ 125 ເບ້ຍ (ໄມ້ດູ່ໃຫຍ່ຊຳ) ເນື້ອທີ່ 0,46 ເຮັກຕາ; ປູກຢູ່ເຂດ ພູສາມເສົ້າ 555 ເບ້ຍ (ປະເພດ ໄມ້ກະຖິນນາລົງ) ເນື້ອທີ່ 0,5 ເຮັກຕາ; ປູກຢູ່ສະຖານີບໍລິການ ເຕັກນິກກະສິກຳບ້ານວັດຫລວງ 750 ເບ້ຍ (ປະເພດໄມ້ກະຖິນນາ ລົງ) ເນື້ອທີ່ 1 ເຮັກຕາ. ນອກຈາກ ຂະບວນການປູກຕົ້ນໄມ້ໃນວັນປູກ ຕົ້ນໄມ້ແຫ່ງຊາດແລ້ວກໍຍັງສືບຕໍ່ ຈັດຕັ້ງປະຕິບັດການປູກໄມ້ໃນວັນ ອື່ນໆ ທີ່ເຫັນວ່າມີຄວາມພ້ອມຂອງ ແຕ່ລະພາກສ່ວນໃຫ້ທ່ວງທັນກັບ ລະດູການຈົນກວ່າສຳເລັດ. ພ້ອມ ນີ້, ກໍໃຫ້ສຳນັກງານຫ້ອງການອ້ອມ ຂ້າງ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນທົ່ວເມືອງນຳໄປປູກຕື່ມ 1.363 ເບ້ຍ ໃນເນື້ອທີ່ 10.099 ເຮັກຕາ ແລະ ສືບຕໍ່ເອົາໃຈໃສ່ການ ບົວລະບັດຮັກສາຕົ້ນໄມ້ໃຫ້ມີການ ເຕີບໂຕ ເຮັດໃຫ້ອັດຕາການຕາຍມີ ໜ້ອຍທີ່ສຸດ ແລະ ເພື່ອເຮັດໃຫ້ຂະ ບວນການປູກຕົ້ນໄມ້ແຫ່ງຊາດປີນີ້ ໃຫ້ເປັນຂະບວນການຢ່າງຟົດຟຶ້ນ. ສຳລັບຢູ່ສາລະວັນ, ທ່ານ ຂັນ ທະໄລ ທອງພັນເຮືອງສີ ຫົວໜ້າຂະ ແໜງປ່າໄມ້ແຂວງສາລະວັນ ໄດ້ ໃຫ້ຮູ້ວ່າ: ສໍາລັບປີນີ້ ທາງຂະແໜງ ປ່າໄມ້ ແຂວງສາລະວັນ ໄດ້ກະກຽມ ເບ້ຍໄມ້ ທີ່ຈະປູກທັງໝົດໃນທົ່ວ ແຂວງ 1.200.000 ກວ່າເບ້ຍ, ປູກ ໃນເນື້ອທີ່ 1 ພັນກວ່າເຮັກຕາ. ເຊິ່ງ ໃນອາທິດຜ່ານມາທາງພະແນກກະ ສິກຳ ແລະ ປ່າໄມ້ພ້ອມພະນັກງານ ລັດຖະກອນກໍໄດ້ນຳເອົາເບ້ຍໄມ້ມາ ປູກແລ້ວ 100 ກວ່າເບ້ຍ ຢູ່ຂະແໜງ ປ່າໄມ້ຂອງແຂວງ ບ້ານນາໂດນ ເມືອງສາລະວັນ ໃນນັ້ນ, ມີໄມ້ແຄນ ຂະຍອມ, ໄມ້ຫໍາງົວ ແລະ ເບ້ຍໄມ້ ຊົມພູພັນທິບ. ເຖິງຢ່າງໃດກໍຕາມ, ໃນແຕ່ລະ ປີທົ່ວປະເທດໄດ້ພ້ອມກັນປູກຕົ້ນໄມ້ ຢູ່ທ້ອງຖິ່ນຕົນຢ່າງເປັນຂະບວນຟົດ ຟື້ນຫລາຍສິບພັນເຮັກຕາ ອັນເປັນ ການປະກອບສ່ວນປົກຫຸ້ມປ່າໄມ້ ຫລາຍພໍສົມຄວນ ແລະ ພາຍຫລັງ ປູກແລ້ວກໍຕ້ອງມີການປົກປັກຮັກສາ ເພື່ອໃຫ້ຕົ້ນໄມ້ລອດຕາຍຫລາຍ ທີ່ສຸດຫລີກເວັ້ນບັນຫາເລາະປູກຂຸມ ເກົ່າທຸກປີ. ສະນັ້ນ ຂໍຮຽກຮ້ອງໃຫ້ປວງຊົນ ທັງຊາດຈົ່ງເຊີດຊູສະຕິຮັກຊາດແລະ ຫວງແຫນປ່າໄມ້ ປະກອບສ່ວນ ຕາມເງື່ອນໄຂຄວາມສາມາດໃນ ການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບ ການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ ນັບອຸດົມສົມບູນ ແລະ ສາມາດຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນ ປ່າໄມ້ ໄດ້ຢ່າງຍືນນານບໍ່ມີວັນບົກ ແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ທີ່ເປັນສ່ວນປະກອບອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ ຂອງຊາດ ແລະ ເປັນການປົກປັກ ຮັກສາສິ່ງແວດລ້ອມ ນັບມື້ນັບຂະ ຫຍາຍຕົວຂຶ້ນເລື້ອຍໆ. ປູກຜູ້ລະ12 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງ ຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກ ສ້າງ, ເດີ່ນໂຮງຮຽນ, ສໍານັກງານ ອົງການ ແລະ ຕາມແຄມທາງ ເຊິ່ງ ສາມາດປູກໄດ້ພ້ອມນັ້ນກໍຕ້ອງໄດ້ຖື ສຳຄັນວຽກງານຄຸ້ມຄອງ, ປົກປັກ ຮັກສາ ແລະ ພັດທະນາປ່າໄມ້ເປັນ ວຽກງານຍຸດທະສາດທີ່ສຳຄັນໂດຍ ສະເພາະແມ່ນເລັ່ງໃສ່ຄຸ້ມຄອງ,ປົກ ປັກຮັກສາ, ພັດທະນາ ແລະ ນຳ ໃຊ້ປ່າໄມ້ຕາມທິດຍືນຍົງຕິດພັນກັບ ການປູກຈິດສຳນຶກໃຫ້ປະຊາຊົນ, ອະນຸຊົນ ແລະ ເຍົາວະຊົນເຫັນໄດ້ ຄວາມສຳຄັນຂອງປ່າໄມ້, ການປູກ ໄມ້ຟື້ນຟູປ່າເພື່ອອະນາຄົດ ແລະ ຄືນ ຄວາມສີຂຽວເພື່ອປົກປັກຮັກສາສິ່ງ ແວດລ້ອມໃຫ້ມີຄວາມຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==