2038

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 29/05/2025 xtgmf]k; ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ...ົັົີ່ ລາວ-ຣັດເຊຍ ເພີ່ມທະວີ...ັີ່ີ ປະທານປະເທດ... ນາຍົກລັດຖະມົນຕີ ຕ້ອນຮັບຄະນະ...ົັົີ້ັ ໃນກອງປະຊຸມສຸດຍອດອາ ຊຽນ-ຈີຊີຊີ ຄັ້ງທີ 2, ບັນດາຜູ້ນໍາ ອາຊຽນ ແລະ ປະເທດສະມາຊິກ ຈີຊີຊີ (ບາເຣນ, ກູເວດ, ໂອມານ, ກາຕາ, ອາຣັບບີ ຊາອຸດິດ ແລະ ເອເມຣັດ ອາຣັບ) ໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືອາຊຽນ-ຈີຊີຊີ ຕະຫລອດໄລຍະຜ່ານມາ ໂດຍສະ ເພາະແມ່ນໄດ້ສະແດງຄວາມຍິນດີ ຕໍ່ຜົນສໍາເລັດຂອງກອງປະຊຸມສຸດ ຍອດອາຊຽນ-ຈີຊີຊີ ຄັ້ງທໍາອິດທີ່ ໄດ້ຈັດຂຶ້ນໃນປີ 2023 ທີ່ ນະຄອນ ຫລວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ ແລະ ກອງປະຊຸມ ອາຊຽນ-ຈີຊີຊີ ວ່າດ້ວຍເສດຖະກິດ ແລະ ການລົງທຶນ ທີ່ໄດ້ຈັດຂຶ້ນໃນປີ 2024 ທີ່ນະຄອນຫລວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸ ດິດ. ກອງປະຊຸມຄັ້ງນີ້ ໄດ້ສະແດງ ໃຫ້ເຫັນເຖິງຄວາມໝາຍໝັ້ນຂອງ ສອງຝ່າຍ ໃນການຮັດແໜ້ນ ແລະ ເສີມຂະຫຍາຍໝາກຜົນຂອງການ ພົວພັນຮ່ວມມືອາຊຽນ-ຈີຊີຊີ ໃຫ້ ກ້າວເຂົ້າສູ່ລວງເລິກ ໂດຍການ ເພີ່ມທະວີການຮ່ວມມືທາງດ້ານ ເສດຖະກິດ ລວມເຖິງການເຊື່ອມ ໂຍງ-ເຊື່ອມຈອດ, ການຮັດແຄບ ຄວາມແຕກໂຕນດ້ານການພັດທະ ນາ, ການພັດທະນາຊັບພະຍາກອນ ມະນຸດ, ການທ່ອງທ່ຽວ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນ. ກອງປະຊຸມ ຍັງໄດ້ຊຸກຍູ້ການຮ່ວມ ມືໃນຂະແໜງການອື່ນໆ ເປັນຕົ້ນ ແມ່ນການພັດທະນາແບບຍືນຍົງ, ຕົວເມືອງອັດສະລິຍະ ແລະ ຂົງເຂດ ອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ນໍາພາຄະນະ ຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ-ຈີຊີຊີ-ຈີນ. ກອງ ປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ການຈັດກອງປະຊຸມສຸດຍອດສາມ ຝ່າຍນີ້ ເປັນຄັ້ງທໍາອິດ, ຊຶ່ງໄດ້ ສະແດງໃຫ້ເຫັນເຖິງຄວາມໝາຍ ໝັ້ນຂອງອາຊຽນ, ຈີຊີຊີ ແລະ ສປ ຈີນ ໃນການເພີ່ມທະວີການພົວພັນ ຮ່ວມມືທາງດ້ານເສດຖະກິດ ເພື່ອ ຄວາມສົມບູນພູນສຸກໃນພາກພື້ນ ແລະ ໃນໂລກ. ກອງປະຊຸມ ຍັງໄດ້ ປຶກສາຫາລື ແລະ ກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການເພີ່ມທະວີການຮ່ວມມືທາງ ດ້ານການຄ້າ ແລະ ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ພື້ນ ຖານໂຄງລ່າງ, ຄວາມໝັ້ນຄົງທາງ ດ້ານພະລັງງານ, ການພັດທະນາ ແບບຍືນຍົງ, ການຫັນປ່ຽນດ້ານດີ ຈິຕອນ, ການໄປມາຫາສູ່ລະຫວ່າງ ປະຊາຊົນ ແລະ ບັນດາຂົງເຂດການ ຮ່ວມມືທີ່ສາມຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ໂອກາດນີ້, ທ່ານ ທອງລຸນ ສີສຸ ລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາ ສູງ ຕໍ່ ທ່ານ ອີກໍຣ ກຣາສນົບ ທີ່ ໄດ້ນຳພາຄະນະເດີນທາງມາຢ້ຽມ ຢາມ ສປປ ລາວ ຄັ້ງນີ້ ເຊິ່ງການ ຢ້ຽມຢາມຂອງຄະນະຜູ້ແທນ ສ ຣັດເຊຍ ແມ່ນມີຄວາມໝາຍສໍາຄັນ ຍິ່ງ ເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນມີມູນເຊື້ອແລະ ການ ຮ່ວມມືຫລາຍດ້ານ ລະຫ່ວາງສອງ ປະເທດ ລາວ ແລະ ຣັດເຊຍ ໂດຍ ສະເພາະແມ່ນການຮ່ວມມືໃນຂົງ ເຂດກົດໝາຍ ແລະ ຍຸຕິທໍາໃຫ້ນັບ ມື້ນັບແໜ້ນແຟ້ນ ແລະ ເກີດດອກ ອອກຜົນຍິ່ງໆຂຶ້ນ. ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ຮູ້ ຕື່ມວ່າ: ສປປ ລາວ ຍາມໃດກໍໃຫ້ ຄວາມສໍາຄັນ ແລະ ພ້ອມທີ່ຈະສືບ ຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫະພັນ ຣັດເຊຍ ໃນທຸກຂົງເຂດທີ່ມີທ່າ ແຮງຮ່ວມກັນ, ບໍ່ວ່າຈະເປັນດ້ານ ການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະ ກິດ-ການຄ້າ, ການລົງທຶນ, ການ ສຶກສາ, ວັດທະນະທໍາ, ການທ່ອງ ທ່ຽວ ແລະ ການຮ່ວມມືເວທີພາກ ພື້ນ ແລະ ສາກົນ. ພ້ອມທັງສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໄດ້ໃຫ້ການ ສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະ ໃນການພັດທະນາຊັບພະຍາກອນ ມະນຸດ, ການຊ່ວຍເຫລືອດ້ານເຕັກ ນິກ-ການທະຫານ, ລວມທັງການ ຊ່ວຍເຫລືອເກັບກູ້ລະເບີດບໍ່ທັນ ແຕກຢູ່ ສປປ ລາວ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ອວຍພອນ ໃຫ້ທ່ານ ອີກໍຣ ກຣາສນົບ ພ້ອມ ດ້ວຍຄະນະ ຈົ່ງປະສົບຜົນສໍາເລັດ ຢ່າງຈົບງາມ ໃນການມາເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຝາກຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ຄໍາອວຍພອນອັນປະ ເສີດໄປຍັງທ່ານປະທານາທິບໍດີ ວາລາດີເມຍປູຕິນແລະບັນດາການ ນໍາຂັ້ນສູງຂອງ ສະຫະພັນຣັດເຊຍ ອີກດ້ວຍ. ທ່ານ ອີກໍຣ ກຣາສນົບ ກໍໄດ້ສະ ແດງຄວາມຂອບໃຈຢ່າງສູງ ຕໍ່ ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ, ພ້ອມທັງແຈ້ງ ຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ. ພ້ອມທັງລາຍງານສະພາບການ ຮ່ວມມື ແລະ ການເຄື່ອນໄຫວວຽກ ງານ ຂອງອົງການໄອຍະການຂອງ ສອງປະເທດ ຣັດເຊຍ-ລາວ ໃນ ໄລຍະຜ່ານມາ ເຊິ່ງໄດ້ຮັບການພັດ ທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນ ແມ່ນການຜັດປ່ຽນຄະນະຜູ້ແທນ ຂັ້ນສູງໄປຢ້ຽມຢາມ ແລະ ແລກ ປ່ຽນບົດຮຽນຮ່ວມກັນ ແນໃສ່ການ ພັດທະນາຂົງເຂດວຽກງານໄອ ຍະການ ຂອງສອງປະເທດໃຫ້ເຂົ້າ ສູ່ລວງເລິກ. ຂ່າວ-ພາບ: ອອປສ ທ່ານ ອີກໍຣ ກຣາສນົບ ກໍໄດ້ ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງ ນີ້, ພ້ອມທັງແຈ້ງສະພາບການ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກໃນຄັ້ງນີ້ ໃຫ້ທ່ານນາຍົກລັດ ຖະມົນຕີຮັບຊາບ, ພ້ອມທັງຍົກໃຫ້ ເຫັນການພົວພັນຮ່ວມມື ລະຫວ່າງ ອົງການໄອຍະການສູງສຸດ ຂອງ ສອງປະເທດ ຣັດເຊຍ-ລາວ ໃນໄລ ຍະຜ່ານມາ ແມ່ນໄດ້ຮັບການພັດ ທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະ ເພາະການພັດປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງ ສອງອົງການໄອຍະການສູງສຸດ ຣັດເຊຍ-ລາວ. ຂ່າວ: ວົງເດືອນ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ສິ່ງນີ້ແມ່ນພື້ນຖານອັນໜັກ ແໜ້ນທີ່ສຸດ ໃຫ້ແກ່ການຮ່ວມມືໃນ ທຸກຂົງເຂດ, ລວມທັງການຮ່ວມມື ໃນຂົງເຂດຍຸຕິທໍາ ແລະ ວຽກງານ ໄອຍະການ. ການຮ່ວມມືລະຫ່ວາງ ອົງການໄອຍະການປະຊາຊົນ ຂອງ ສອງປະເທດ ໄດ້ຮັບການເພີ່ມທະ ວີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນພາຍຫລັງການລົງນາມບົດ ບັນທຶກຄວາມເຂົ້າ ໃຈວ່າດ້ວຍການ ຮ່ວມມືໃນ ປີ 2023 ແລະ 2024 ທີ່ຜ່ານມາ, ດ້ວຍການນໍາພາ-ຊີ້ນໍາ ຈາກການນໍາຂອງສອງປະເທດ ແລະ ການນໍາພາໂດຍກົງຂອງອົງ ການໄອຍະການສູງສຸດ ຂອງສອງ ປະເທດ ການຮ່ວມມືຈະຍິ່ງແໜ້ນ ແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ. ເພື່ອສືບຕໍ່ເສີມຂະຫຍາຍການ ຮ່ວມມື ລະຫວ່າງສອງອົງການໄອ ຍະການ ໃຫ້ມີບາດກ້າວໃໝ່ ໂດຍ ຕ່າງຝ່າຍຕ່າງມີຄວາມເພິ່ງພໍໃຈ ໃນການສືບຕໍ່ການແລກປ່ຽນຄະນະ ຜູ້ແທນຂອງສອງຝ່າຍ ໂດຍສະ ເພາະແມ່ນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຂອງຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ ແລະ ການແລກປ່ຽນບົດຮຽນດ້ານ ວິຊາການ ກ່ຽວກັບວຽກງານໄອຍະ ການ ເພື່ອຮັດແໜ້ນສາຍພົວພັນ ຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງ ສອງອົງການໄອຍະການ ສປປ ລາວ ແລະ ສ ຣັດເຊຍ ກ້າວສູ່ລວງ ເລິກຢ່າງຮອບດ້ານ ຕາມເງື່ອນໄຂ ທີ່ເໝາະສົມ, ຈັດກິດຈະກໍາແລກ ປ່ຽນຄວາມຮູ້ທາງດ້ານວິຊາສະ ເພາະ ໂດຍການຈັດການສົນທະນາ ຫລື ຝຶກອົບຮົມທາງໄກ ໃນຫົວຂໍ້ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງ, ການຮ່ວມມືລະ ຫວ່າງປະເທດທາງອາຍາ, ການ ຕ້ານອາຊະຍາກໍາຢາເສບຕິດ, ການ ປົກປ້ອງສິດທິເດັກ ແລະ ອື່ນໆ, ແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານທາງວິຊາການ ເປັນຕົ້ນ ແລກປ່ຽນຂໍ້ມູນກ່ຽວກັບກົດໝາຍ, ນິຕິກໍາ ແລະ ສິ່ງພິມວາລະສານ ຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ໄອຍະການ ແລະ ການຮ່ວມມືໃນລະ ດັບທ້ອງຖິ່ນ. ໃນອະນາຄົດຫາກມີ ເງື່ອນໄຂ ອາດຈະພິຈາລະນາຈັດ ກິດຈະກໍາແລກປ່ຽນບົດຮຽນລະ ຫວ່າງ ອົງການໄອຍະການປະຊາ ຊົນ ໃນລະດັບທ້ອງຖິ່ນຂອງສອງປະ ເທດ ເຊິ່ງອາດຈັດຜ່ານລະບົບທາງ ໄກ ຫລື ຮູບແບບອື່ນໆທີ່ເໝາະສົມ. ຂ່າວ: ອອປສ; ພາບ: ທະນູທອງ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດ ລາວ ແລະ ຫວຽດນາມ ໃຫ້ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກ, ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ໃນວັນທີ 26-27 ພຶດສະພາ 2025. ໃນໂອກາດນີ້, ສະຫາຍ ສອນ ໄຊ ສີພັນດອນ ໄດ້ສະແດງຄວາມ ປິຕິຍິນດີ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງໜຶ່ງ ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນຢູ່ມາເລເຊຍໃນຄັ້ງນີ້ ເຊິ່ງ ເປັນການສະແດງ ໃຫ້ເຫັນຄວາມ ສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ກໍຄື ສາຍ ພົວພັນແບບພິເສດ ລະຫວ່າງ ສອງ ປະເທດ ທີ່ມີໜຶ່ງ ບໍ່ມີສອງໃນໂລກ ນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດການຈັດພິທີສະເຫລີມ ນາຍົກລັດຖະມົນຕີລາວ...ົັົີ ສະຫລອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມຄວາມເປັນເອກະ ພາບທົ່ວປະເທດຫວຽດນາມ ຄົບ ຮອບ 50 ປີ ໃນວັນທີ 30 ເມສາ 2025 ທີ່ຜ່ານມາ ຢ່າງສົມກຽດ. ພ້ອມກັນນີ້, ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈມາຍັງ ການນຳພັກ, ລັດ ຂອງ ສປປ ລາວ ທີ່ໄດ້ເຂົ້າຮ່ວມພິທີສຳຄັນດັ່ງກ່າວ ແລະ ຍັງໄດ້ສົ່ງສານສະແດງຄວາມ ເຫັນໃຈ ແລະ ສົ່ງຄະນະຜູ້ແທນຂັ້ນ ສູງແຫ່ງ ສປປ ລາວ ເດີນທາງໄປ ສສ ຫວຽດນາມ ເພື່ອວາງພວງມາ ລາ ແລະ ໄວ້ອາໄລ ຕໍ່ການມໍລະນະ ກຳຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກຳມະການກົມການເມືອງ ສູນກາງພັກ, ອະດີດປະທານປະ ເທດ ແຫ່ງ ສສ ຫວຽດນາມ. ໃນໂອກາດດຽວກັນນີ້, ສອງ ຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດໃນການຮ່ວມມື ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີການຂະ ຫຍາຍຕົວ ແລະ ຫລາຍໂຄງການ ຮ່ວມມືທີ່ສຳຄັນ ໄດ້ດຳເນີນໄປດ້ວຍ ຜົນສຳເລັດຢ່າງຈົບງາມ ເປັນຕົ້ນ ແມ່ນການສຳເລັດຈັດພິທີເປີດນຳ ໃຊ້ທ່າທຽບເລກ 3 ຂອງທ່າເຮືອ ຫວຸງອ່າງ ຂອງ ສປປ ລາວ ຢູ່ ສສ ຫວຽດນາມ ຢ່າງສົມກຽດ ໃນ ທ້າຍເດືອນເມສາຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີຊຸກຍູ້ສົ່ງ ເສີມ ແລະ ຮັດແໜ້ນການຮ່ວມມືອັນ ດີງາມ ລະຫວ່າງ ສອງປະເທດ ໃນ ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ເສດຖະກິດ-ການຄ້າ, ວັດ ທະນະທໍາ-ສັງຄົມ, ການສຶກສາ ແລະ ດ້ານອື່ນໆ ໃຫ້ສືບຕໍ່ຂະຫຍາຍ ຕົວເປັນກ້າວໆ, ພ້ອມທັງວາງທິດ ທາງໃນການຮ່ວມມືກັນໃນຕໍ່ໜ້າ ເພື່ອເຮັດໃຫ້ບັນດາໂຄງການຕ່າງໆ ທີ່ການນຳຂັ້ນສູງຂອງພັກ-ລັດ ໄດ້ ເຫັນດີຮ່ວມກັນ ໃຫ້ໄດ້ຮັບການຈັດ ຕັ້ງຢ່າງມີຜົນຄືບໜ້າ ແລະ ເປັນຮູບ ປະທຳຍິ່ງໆຂຶ້ນກວ່າເກົ່າ ເປັນຕົ້ນ ແມ່ນໂຄງການທີ່ກ່ຽວຂ້ອງກັບ ການເຊື່ອມໂຍງທາງດ້ານພື້ນຖານ ເສດຖະກິດຂອງສອງປະເທດ ໂດຍ ຜ່ານການເຊື່ອມໂຍງທາງດ້ານ ຄົມມະນາຄົມ, ການເຊື່ອມໂຍງ ທາງດ້ານພະລັງງານ ແລະ ອື່ນໆ. ສອງຝ່າຍ ຍັງໄດ້ຕີລາຄາວ່າ ເຖິງການພົບປະຄັ້ງນີ້, ຈະໃຊ້ເວລາ ສັ້ນແຕ່ກໍມີເນື້ອໃນສົມບູນ ແລະ ເປັນການສະແດງໃຫ້ເຫັນເຖິງ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງປະເທດ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ຂອງສອງປະເທດ ນຳເອົາຜົນການ ພົບປະຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ ເປັນຮູບປະທຳ. ສູງສຸດ ໃນການນຳໃຊ້ເງິນກູ້. ພ້ອມນີ້, ທ່ານລັດຖະມົນຕີກະ ຊວງການເງິນ ຍັງໃຫ້ສະເໜີ ADB ຊ່ວຍພິຈາລະນາ ການລະດົມຂົນ ຂວາຍພາກເອກະຊົນ ເຂົ້າມາມີ ສ່ວນຮ່ວມໃນການພັດທະນາໂຄງ ການຕ່າງໆ ໃນຂະແໜງສັງຄົມ ແລະ ການບໍລິການ ເພື່ອຫລຸດ ຜ່ອນການກູ້ຢືມຂອງລັດຖະບານ; ສະເໜີ ADB ສືບຕໍ່ຊຸກຍູ້ ສົ່ງເສີມ ການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ແລະ ພາກພື້ນ ເພື່ອສ້າງໃຫ້ ສປປ ລາວ ເປັນສູນກາງດ້ານການຂົນສົ່ງ, ເສດຖະກິດ, ການທ່ອງທ່ຽວ ແລະ ອື່ນໆ ທີ່ຈະຊ່ວຍເພີ່ມລາຍຮັບໃຫ້ ສປປ ລາວ ແລະ ຊ່ວຍໃຫ້ ສປປ ລາວ ສາມາດເຂົ້າເຖິງແຫລ່ງທຶນ ສີຂຽວ ທີ່ມີເງື່ອນໄຂຜ່ອນຜັນ ເພື່ອ ນຳໃຊ້ເຂົ້າໃນການພັດທະນາໂຄງ ລ່າງພື້ນຖານ ແລະ ການພັດທະນາ ສີຂຽວ. ຂ່າວ: ກະຊວງການເງິນ ລາວ-ຣັດເຊຍ ລົງນາມ...ັົ ໜ້າອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ກັບ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການ ໄອຍະການສູງສູດ ສ ຣັດ ເຊຍ ໂດຍ ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ສຳລັບກິດຈະກໍາທີ່ຮ່ວມມືກັນ ໃນປີ 2025 ປະກອບມີ: ກອງປະ ຊຸມໂຕະມົນ ໃນຫົວຂໍ້ “ໂຄງຮ່າງ ການຈັດຕັ້ງໜ້າທີ່ ແລະ ການຈັດ ກິດຈະກໍາຂອງ ອົງການໄອຍະການ ສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ແລະ ອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ, ການ ສະເໜີກ່ຽວກັບການນໍາໃຊ້ເຕັກໂນ ໂລຊີດີຈິຕອນ ເຂົ້າໃນວຽກງານ ຂອງອົງການໄອຍະການ, ຄວາມ ເປັນໄປໄດ້ ການນໍາໃຊ້ປັນຍາປະ ດິດໃນການສັ່ງຟ້ອງວຽກງານໄອ ຍະການ” (ສະຫະພັນຣັເຊຍ). ສ່ວນປີ 2026 ຈະຈັດກອງປະ ຊຸມຜູ້ຊ່ຽວຊານ ໃນຫົວຂໍ້ “ການປົກ ປ້ອງສິດທິຂອງເດັກ, ມາດຕະການ ຕ້ານອາຊະຍາກໍາຕໍ່ເດັກ” (ສປປ ລາວ) ເຊິ່ງໃນສົກປີ 2025-2026 ການເຂົ້າຮ່ວມຂອງຜູ້ຕາງໜ້າ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ແລະ ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ການ ແລກປ່ຽນເອກະສານທາງດ້ານ ວິຊາການ ແລະ ວິທະຍາສາດ ກໍຄື ເອກະສານກ່ຽວກັບວຽກງານຕົ້ນຕໍ ຂອງອົງການໄອຍະການ ແຫ່ງ ສະຫະພັນ ຣັດເຊຍ ແລະ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ຂ່າວ: ວົງເດືອນ ລັດຖະມົນຕີກະຊວງການເງິນ...ັົີິ ໄລຍະປີ 2024-2028 ໃຫ້ບັນລຸ ຕາມເປົ້າໝາຍ ເຊິ່ງການຈັດຕັ້ງ ປະຕິບັດບັນດາຍຸດທະສາດ ໄດ້ ກາຍເປັນເຄື່ອງມືວັດແທກການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB, ການອອກແບບແລະ ຈັດຕັ້ງ ປະຕິບັດໂຄງການ ຕ້ອງມີລັກສະນະ ຈຸດສຸມ ເນັ້ນໃຫ້ເຫັນໝາກຜົນທີ່ ເປັນປະໂຫຍດໃຫ້ສົງຄົມຢ່າງຍືນ ຍົງ, ທົນທານ, ສ້າງມູນຄ່າເພີ່ມ, ຕໍ່ ຍອດໃຫ້ເງິນກູ້. ສະນັ້ນ, ການປະ ສານສົມທົບ ລະຫວ່າງ ADB ແລະ ພາກສ່ວນກ່ຽວຂ້ອງຂອງລັດ ເປັນ ຕົ້ນ ກະຊວງການເງິນ ຈະຕ້ອງເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຄົ້ນ ຄວ້າ, ຄັດເລືອກກິດຈະກຳຂອງໂຄງ ການທີ່ເຫັນວ່າ ຈະເກີດປະໂຫຍດ

RkJQdWJsaXNoZXIy MTc3MTYxMQ==