2038

29/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sh v'lt\5 f .o o; wfh Ia [xB ,dkom6 f c]tdkog7nj vows;0v'dkooe0A ol6 '0v']k; 7totz6h cmo ra d xx ]k; g0Q kIj ;, dv'xt-5 ,lq omtoklkdq o 16j lx 9u o ນວ-ແຂວງກວາງຕຸ້ງ...ຸ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທີ່ໝັ້ນຄົງ ເຮັດໃຫ້ຊີວີດການເປັນ ຢູ່ຂອງປະຊາຊົນມີຄວາມສີວິໄລ. ການເດີນທາງ ມາຢ້ຽມຢາມຄັ້ງ ນີ້, ເພື່ອສຶກສາແລກປ່ຽນບົດຮຽນ ກ່ຽວກັບກົງຈັກການຈັດຕັ້ງການ ປົກຄອງ ໃນຂັ້ນທ້ອງຖິ່ນ ເພື່ອເປັນ ແນວທາງໃນການຈັດຕັ້ງຜັນຂະ ຫຍາຍຢູ່ນະຄອນຫລວງວຽງຈັນ ເນື່ອງຈາກ ນວ ມີແຜນການປັບປຸງ ການຄຸ້ມຄອງບໍລິຫານໃນຂັ້ນຮາກ ຖານ (ຕາແສງ). ພ້ອມກັນນີ້, ຍັງ ເປັນທົບທວນການພົວພັນຮ່ວມມື ກັນໃນຜ່ານມາ ແລະ ເປັນການຜັນ ຂະຫຍາຍເນື້ອໃນການຮ່ວມມື ລະ ຫວ່າງ ສອງນະຄອນ. ຂປລ. ໃນປີ 2025 ນີ້, ຂະແໜງ ການກະສິກຳ ແລະ ປ່າໄມ້ ຈະເລີ່ມ ການສຳຫລວດອັດຕາການປົກຫຸ້ມ ຂອງປ່າໄມ້ ໂດຍຈະສືບຕໍ່ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນ ການສຳຫລວດ, ເກັບກຳຂໍ້ມູນ ແລະ ດຳເນີນການຈັດສັນທີ່ດິນປ່າ ໄມ້ຄືນໃໝ່ ເພື່ອວາງແຜນການ ຄຸ້ມຄອງທີ່ດິນປ່າໄມ້ ແລະ ກຳນົດ ເຂດການຜະລິດ, ເຂດປູກ, ເຂດ ລ້ຽງ ແລະ ປຸກລະດົມ ໃຫ້ປະຊາຊົນ ເຂົ້າໃຈແຈ້ງຢ່າງລະອຽດກ່ຽວກັບ ລະບຽບກົດໝາຍທີ່ກ່ຽວຂ້ອງ ໃນ ການປົກປັກຮັກສາ ທີ່ດິນປ່າໄມ້ ໂດຍສະເພາະອຳນາດການປົກຄອງ ທ້ອງຖິ່ນ, ສະພາປະຊາຊົນຂັ້ນ ແຂວງຕ້ອງຊ່ວຍຕິດຕາມກວດ ກາວຽກງານປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ເຂັ້ມ ງວດຂຶ້ນຕື່ມ. ທ່ານ ສົມຫວັງ ພິມມະວົງ ຫົວ ຄຽງຄູ່ກັບດ້ານຕັ້ງໜ້າສອງນະ ຄອນ ແລະ ແຂວງ ໃນກອບການ ຮ່ວມມື ໂດຍອີງຕາມສັນຍາວ່າ ດ້ວຍການສ້າງຕັ້ງນະຄອນ ແລະ ແຂວງມິດຕະພາບທີ່ລົງນາມຄັ້ງ ວັນທີ 28 ເມສາ 2015 ປັດຈຸບັນ ແມ່ນຄົບຮອບ 10 ປີ ເຫັນວ່າການ ຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ຍັງບໍ່ທັນໄດ້ຮັບຜົນສຳເລັດດີທີ່ເປັນ ຮູບປະທຳເທົ່າທີ່ຄວນ ໃນຖານະ ເປັນນະຄອນ ແລະ ແຂວງມິດຕະ ພາບກັນການແລກປ່ຽນບັນດາ ກິດຈະກຳ ຫລື ໂຄງການໃດໜຶ່ງຍັງ ມີຂໍ້ຈຳກັດ. ຕໍ່ກັບບັນຫາດັ່ງກ່າວ, ສະເໜີໃຫ້ທ່ານຮອງເຈົ້າແຂວງ ກວາງຕຸ້ງ ຊ່ວຍໃນການຊຸກຍູ້-ຊີ້ ນຳ ທັງສອງອົງການປົກຄອງ ໄດ້ ຮັບການຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດຮ່ວມກັນເຊັ່ນ: ຊຸກຍູ້ວຽກ ງານການທ່ອງທ່ຽວ ໂດຍມີການ ແລກປ່ຽນນັກທ່ອງທ່ຽວເຊິ່ງກັນ ແລະ ກັນ, ການຈັດງານສັບປະດັບ ວັດທະນະທໍາ-ສີລະປະ, ສ້າງກົນໄກ ການຈັບຄູ່ຮ່ວມມື ລະຫວ່າງອົງ ການທ່ອງທ່ຽວ ຫລື ວິສາຫະກິດ ທ່ອງທ່ຽວ, ຊຸກຍູ້ການຮ່ວມມືດ້ານ ເສດຖະກິດ-ການຄ້າ ແລະ ການລົງ ທຶນ, ສະເໜີໃຫ້ສ້າງກົນໄກ ໂດຍ ການນຳໃຊ້ນະວັດຕະກຳທີ່ທັນສະ ໄໝ ເພື່ອຊ່ວຍໃນການປະສານງານ ຮ່ວມມືສອງຝ່າຍຫລາຍຝ່າຍ, ສະ ເໜີໃຫ້ສອງຝ່າຍພ້ອມກັນເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດ ເນື້ອ ໃນບົດບັນທຶກການຮ່ວມມືໃຫ້ເກີດ ດອກອອກຜົນ. ຂ່າວ: ໜັງສືພິມວຽງຈັນໃໝ່ ກຽມຈັດສັນ...ັັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສໍາພາດຕໍ່ສື່ມວນ ຊົນ ເມື່ອບໍ່ດົນນີ້ວ່າ: ຕາມການສຳ ຫລວດອັດຕາການປົກຫຸ້ມຂອງ ປ່າໄມ້ ໃນປີ 2020 ກວມ 62% ຂອງເນື້ອທີ່ທົ່ວປະເທດ ຫລື 14,7 ລ້ານເຮັກຕາ ເພີ່ມຂຶ້ນຈາກ 9,8 ລ້ານເຮັກຕາໃນ ປີ 2005 ແລະ ຄາດວ່າໃນປີ 2025 ຈະເລີ່ມການ ສຳຫລວດອັດຕາການປົກຫຸ້ມຂອງ ປ່າໄມ້ ເຊິ່ງເຫັນວ່າຍັງຈະຜະເຊີນ ບັນຫາທີ່ທ້າທາຍຫລາຍຢ່າງ ເປັນ ຕົ້ນ ການຫັນປ່ຽນທີ່ດິນປ່າໄມ້ ໄປ ເປັນທີ່ດິນປະເພດອື່ນ. ເພື່ອແກ້ໄຂ ບັນຫາທີ່ທ້າທາຍ ໃນການສຳຫລວດ ປ່າໄມ້ນັ້ນ, ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງເພີ່ມທະວີເອົາໃຈ ໃສ່ລົງໂຄສະນາເຜີຍແຜ່ເຊື່ອມຊຶມ ເອກະສານນິຕິກໍາທີ່ກ່ຽວຂ້ອງ ໃຫ້ ແກ່ອົງການປົກຄອງທ້ອງຖິ່ນຂັ້ນ ເມືອງ, ກຸ່ມບ້ານ ແລະ ມອບໝາຍ ໃຫ້ເມືອງ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ລົງຮອດຂັ້ນບ້ານ ໂດຍເນັ້ນໃຫ້ແຕ່ລະພາກສ່ວນ ຖືສໍາ ຄັນວຽກງານດັ່ງກ່າວ, ໃນກໍລະນີ ເກີດບັນຫາການທຳລາຍປ່າຢູ່ບ່ອນ ໃດ ອໍານາດການປົກຄອງຢູ່ບ່ອນ ນັ້ນຕ້ອງຮັບຜິດຊອບ, ຖ້າຂະໜາດ ຂອງບັນຫາການທຳລາຍໄມ້ປ່າ ບໍ່ ສາມາດແກ້ໄຂໄດ້ ໃຫ້ລາຍງານຕໍ່ ຫາອົງການຈັດຕັ້ງຂັ້ນເທິງ ເພື່ອ ແກ້ໄຂ; ແຂວງຈະຕ້ອງໄດ້ຈັດຕັ້ງ ໜ່ວຍງານກວດກາລາດຕະເວນ ເປັນປະຈໍາ, ຕັ້ງໜ້າແກ້ໄຂດໍາເນີນ ຄະດີ ຕໍ່ຜູ້ກະທໍາຜິດຕາມກົດໝາຍ, ປະຕິບັດມາດຕະການສຶກສາອົບ ຮົມ, ປັບໃໝ ແລະ ມາດຕະການ ທາງອາຍາ ຕາມແຕ່ລະກໍລະນີຈະ ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ ກ່ຽວກັບປ່າໄມ້ໃນໄລຍະຜ່ານມາ ຄ່ອຍໆຫລຸດລົງເປັນລໍາດັບ. ໃນໂອກາດວັນປູກໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ທີ່ຈະມາ ເຖິງນີ້, ທ່ານ ສົມຫວັງ ພິມມະວົງ ໄດ້ຝາກເຖິງປວງຊົນລາວທັງຊາດ ຈົ່ງເຊີດຊູ ສະຕິຮັກ ແລະ ຫວງແຫນ ຊັບພະຍາກອນປ່າໄມ້, ປະກອບ ສ່ວນໃນການປູກໄມ້, ຟື້ນຟູປ່າໄປ ຄຽງຄູ່ກັບການຄຸ້ມຄອງ, ປົກປັກ ຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງ ຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ຊຶ່ງ ເປັນສ່ວນປະກອບອັນສຳຄັນຂອງ ການພັດທະນາເສດຖະກິດຂອງຊາດ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ພັກກອມມູນິດ ຈີນ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ພ້ອມ ດ້ວຍຄະນະ ໄດ້ເດີນທາງໄປຮ່ວມ ກອງປະຊຸມສົນທະນາສາກົນ ລະ ຫວ່າງພັກກອມມູນິດຈີນກັບບັນດາ ພັກການເມືອງປະເທດອ້ອມຂ້າງ ຂອງຈີນ ພາຍໃຕ້ຫົວຂໍ້“ສ້າງຊາຕາ ກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ ວັນທີ 25-27 ພຶດສະພາ 2025. ໃນກອງປະຊຸມດັ່ງກ່າວ, ສະ ຫາຍ ນາງ ວິລະວອນ ພັນທະວົງ ໄດ້ ຕາງໜ້າ ພັກ ປປ ລາວ ປະກອບຄໍາ ເຫັນໃນຫົວຂໍ້ຍ່ອຍກ່ຽວກັບ “ເປີດ ກວ້າງການແລກປ່ຽນໄປມາຫາສູ່ ກັນ ແລະ ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ” ໂດຍ ໄດ້ເນັ້ນວ່າ: ກອງປະຊຸມຄັ້ງນີ້, ເປັນ ໂອກາດອັນດີແກ່ບັນດາພັກການ ເມືອງປະເທດອ້ອມຂ້າງ ສປ ຈີນ, ລວມທັງ ພັກປະຊາຊົນ ປະຕິວັດ ລາວ ໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນດ້ານອະ ລິຍະທໍາທີ່ຫລາກຫລາຍ ເພື່ອປະ ກອບສ່ວນເຂົ້າໃນການສ້າງຊາ ຕາກໍາຮ່ວມຂອງມວນມະນຸດໂລກ ແນໃສ່ການເສີມສ້າງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ ເຊິ່ງພັກ ກອມມູນິດຈີນ ໄດ້ເປັນເຈົ້າການໃນ ການຊຸກຍູ້ສົ່ງເສີມ ແລະ ເປີດກ້ວາງ ການແລກປ່ຽນໄປມາຫາສູ່ກັນ, ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ທາງດ້ານອະລິຍະທໍາ ໂດຍສະເພາະ ຜົນສໍາເລັດການຫັນເປັນທັນສະໄໝ ແບບຈີນ ທີ່ມີເປົ້າໝາຍ ເພື່ອຮັບ ປະກັນໃຫ້ແກ່ການພັດທະນາຢ່າງ ຮອບດ້ານ, ເຮັດໃຫ້ປະຊາຊົນມີ ຄວາມຜາສຸກ ເຊິ່ງຖືເປັນບົດຮຽນ ອັນລ້ຳຄ່າ ແລະ ເປັນກຳລັງແຮງ ພັກດັນອັນສຳຄັນ ໃຫ້ແກ່ບັນດາພັກ ການເມືອງໃນທົ່ວໂລກ ກໍຄື ພັກ ປປ ລາວ. ພ້ອມນັ້ນ, ສະຫາຍ ນາງ ວິລະ ວອນ ພັນທະວົງ ຍັງໄດ້ເນັ້ນຕື່ມວ່າ ການໄປມາຫາສູ່ກັນ ແລະ ລົງເລິກ ຮໍ່າຮຽນເຊິ່ງກັນ ແລະ ກັນ ດ້ານອະ ລິຍະທໍາ ແມ່ນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງຍຸກສະ ໄໝ, ເປັນເງື່ອນໄຂໃໝ່ ທີ່ຈະເຮັດ ໃຫ້ບັນດາອາລິຍະທຳ ທີ່ມີຄວາມ ຫລາກຫລາຍໃນທົ່ວໂລກ ໄດ້ມີການ ເຊື່ອມໂຍງເຂົ້າກັນ, ທັງສະແດງ ໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຈິງ ໃຈຂອງພັກ, ລັດຈີນ ຕໍ່ບັນດາປະ ເທດອ້ອມຂ້າງ ກໍຄື ຂະບວນວິວັດ ແຫ່ງການພັດທະນາຂອງມວນ ມະນຸດ; ພັກ ປປ ລາວ ມີຄວາມຍິນ ດີເພີ່ມທະວີການໄປມາຫາສູ່ກັນ ແລະ ແລກປ່ຽນບົດຮຽນດ້ານອະລິ ຍະທໍາ ກັບພັກກອມມູນິດຈີນ ແລະ ພັກການເມືອງອ້ອມຂ້າງ ເພື່ອເປັນ ກໍາລັງແຮງໃນການຊຸກຍູ້ການພັດ ທະນາຂອງມວນມະນຸດ, ປະກອບ ສ່ວນຮັກສາສັນຕິພາບແລະສະຖຽນ ລະພາບໃນພາກພື້ນ ແລະ ໃນໂລກ. ໃນຕອນຄໍ່າຂອງວັນທີ 26 ພຶດ ສະພາ 2025, ສະຫາຍ ນາງ ວິລະ ວອນ ພັນທະວົງ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຈິນຊິນ ຜູ້ຊ່ວຍຫົວໜ້າຄະນະພົວພັນຕ່າງ ປະເທດ ສູນກາງພັກກອມມູນິດ ຈີນ, ຝ່າຍລາວ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການ ຈັດກອງປະຊຸມສົນທະນາສາກົນ ທີ່ພັກກອມມູນິດຈີນ ກໍຄື ຄະນະ ພົວພັນຕ່າງປະເທດ ສູນກາງພັກ ກອມມູນິດຈີນ ເປັນເຈົ້າພາບຈັດ ໃນຄັ້ງນີ້, ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ ຮັບການເພີ່ມພູນຄູນສ້າງແລະ ແຕກ ດອກອອກຜົນ ໃນຕະຫລອດໄລຍະ ຜ່ານມາ, ຍິນດີຮ່ວມກັບຝ່າຍຈີນ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການ ພົບປະຂອງການນໍາສູງສຸດຂອງ 2 ພັກ, 2 ລັດ ໄດ້ເຫັນດີເປັນເອກະ ພາບ ກ່ຽວກັບການຮ່ວມມືທາງ ດ້ານຍຸດທະສາດ ກໍຄື ທິດທາງການ ຈັດຕັ້ງປະຕິບັດແຜນແມ່ບົດ ຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ໃຫ້ເກີດດອກ ອອກຜົນ ແລະ ນໍາເອົາຜົນປະໂຫຍດ ຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ. ສະຫາຍ ຈິນຊິນ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ສະຫາຍ ນາງ ວິລະວອນ ພັນທະວົງ ພ້ອມ ດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າ ຮ່ວມກອງປະຊຸມສົນທະນາສາກົນ ໃນຄັ້ງນີ້, ຕີລາຄາສູງການພົວພັນ ຮ່ວມມື 2 ຝ່າຍ ທີ່ໄດ້ຮັບການເສີມ ຂະຫຍາຍຢູ່ໃນລະດັບທີ່ດີທີ່ສຸດໃນ ປະຫວັດສາດ ການພົວພັນ ຈີນລາວ ແລະ ຢືນຢັນຈະຮ່ວມກັບຝ່າຍ ລາວ ສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ຕັ້ງ ໜ້າຊຸກຍູ້ການຈັດຕັ້ງປະຕິບັດແຜນ ແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ ປະກົດຜົນເປັນຈິງດ້ວຍມາດຕະ ຖານສູງ. ໃນໂອກາດການເຂົ້າຮ່ວມກອງ ປະຊຸມດັ່ງກ່າວ, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ໄປຢ້ຽມຊົມ ການກໍ່ ສ້າງຮາກຖານພັກ ແລະ ພື້ນຖານ ການຜະລິດຈໍານວນໜຶ່ງ ທີ່ນະຄອນ ຫລວງປັກກິ່ງ. ຂ່າວ-ພາບ: ຄຕພ ແລະ ປົກປັກຮັກສາສິ່ງແວດລ້ອມ. ສໍາລັບການຈັດກິດຈະກໍາ ໃນວັນ ປູກຕົ້ນໄມ້ແຫ່ງຊາດ ໃນປີນີ້, ຂໍເຊີນ ຊວນທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ພໍ່ແມ່ ປະຊາຊົນຈັດພິທີ ໂດຍໃຫ້ອີງໃສ່ ຂປລ. ໃນວັນທີ 27 ພຶດສະພາ 2025 ນີ້, ທ່ານ ທູດ ສຸທຳ ສາກົນ ນິຍົມ ປະທານສະມາຄົມມິດຕະພາບ ລາວ-ອິນເດຍ ແລະ ທ່ານ ທູດ ນາງ ມະໄລວຽງ ສາກົນນິຍົມ ຮອງປະ ທານສະໂມສອນນັກການທູດລາວ ໄດ້ມອບປື້ມ ຈຳນວນ 500 ຫົວ ໃຫ້ບັນດາຫ້ອງສະໝຸດ ໃນນະຄອນ ຫລວງວຽງຈັນ(ນວ) ເຊິ່ງເປັນປື້ມ ທີ່ສ້າງແຮງບັນດານໃຈ, ໃຫ້ຄວາມ ຮູ້ໃນຫລາຍໆດ້ານ ໂດຍສະເພາະ ດ້ານການທູດແລະ ການເຄື່ອນໄຫວ ຂອງການນຳຂັ້ນສູງຂອງສປປລາວ ເພື່ອເພີ່ມຄວາມຮູ້ໃຫ້ແກ່ຜູ້ອ່ານ. ປຶ້ມທີ່ນຳມາມອບໃນຄັ້ງນີ້, ປະ ກອບມີ 4 ຫົວຂໍ້ ຄື: ຈົດໝາຍເຖິງ ຫລານ, ເມື່ອທ່ານເປັນນາຍົກ (ສະ ບັບພາສາລາວ ແລະ ອັງກິດ), ຄູ່ມື ປະຕິບັດພິທີການທູດ ແລະ ກົດໝາຍ ສາກົນຊາຍແດນລວມທັງໝົດ500 ຫົວ ເພື່ອເປັນການປະກອບສ່ວນເຮັດ ໃຫ້ຫໍສະໝຸດແຫ່ງຕ່າງໆ ຢູ່ນະຄອນ ຫລວງວຽງຈັນ ໄດ້ມີປຶ້ມທີ່ມີເນື້ອ ຫາສາລະ, ໃຫ້ປະໂຫຍດ, ໃຫ້ຄວາມ ຮູ້ແກ່ຜູ້ອ່ານ, ທັງເປັນການສະເຫລີມ ສະຫລອງວັນເດັກນ້ອຍສາກົນ 1 ມິຖຸນາ 2025 ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ໃນປີນີ້, ທັງເປັນປີທີ່ມີ ການສະເຫລີມສະຫລອງວັນສໍາຄັນ ຍິ່ງໃຫຍ່ຂອງປະເທດຊາດ ຄື: ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ, ວັນເກີດຄົບຮອບ 105 ປີ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດແລະວັນ ຊາດ ທີ 2 ທັນວາ ຄົບຮອບ 50 ປີ. ໂອກາດນີ້, ທ່ານທູດ ສຸທຳ ສາ ກົນນິຍົມ ໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນ ກໍຄື ບາງເນື້ອ ໃນສຳຄັນ ຂອງປຶ້ມ 4 ຫົວຂໍ້ດັ່ງ ກ່າວ, ເຊິ່ງການມອບປື້ມ ໃຫ້ຫ້ອງ ສະໝຸດ ໃນຄັ້ງນີ້, ເປັນບາດກ້າວສຳ ຄັນໃນການເຜີຍແຜ່ຄວາມຮູ້ດ້ານ ຕ່າງໆ ແລະ ການເຄື່ອນໄຫວ ຂອງ ການນຳຂັ້ນສູງ ຂອງ ສປປ ລາວ ສູ່ຜູ້ອ່ານ ໂດຍສະເພາະແມ່ນເຍົາ ວະຊົນ ເພາະການອ່ານຄືຮາກຖານ ສຳຄັນຂອງການພັດທະນາຕົນເອງ ແລະ ພັດທະນາປະເທດຊາດ, ທັງ ເປັນການກະຈາຍໂອກາດໃຫ້ແກ່ ເຍົາວະຊົນ, ນັກຮຽນ ແລະ ຜູ້ທີ່ສົນ ໃຈໃນການສຶກສາ, ການພັດທະ ນາຕົນເອງ ແລະ ຈະເປັນແສງສະ ຫວ່າງໃນຊີວິດ ໃຫ້ຜູ້ທີ່ມີໂອກາດ ໄດ້ອ່ານປື້ມຫົວດັ່ງກ່າວ. ຫ້ອງສະໝຸດ ທີ່ໄດ້ຮັບປື້ມໃນຄັ້ງ ນີ້, ຈະເປັນຂົວເຊື່ອມຕໍ່ລະຫວ່າງ ຄວາມຮູ້ໃນປຶ້ມໄປສູ່ຜູ້ອ່ານ, ເປັນ ແຫລ່ງຮຽນຮູ້ທີ່ຈະຊ່ວຍຈຸດປະ ກາຍຄວາມຄິດ ແລະ ສ້າງແຮງບັນ ດານໃຈໃຫ້ກັບຜູ້ອ່ານນຳໄປໝູນໃຊ້ ເຂົ້າໃນຊີວິດປະຈຳວັນ. ຂ່າວ-ພາບ: ທະນູທອງ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງ ຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມ ເປັນຕົ້ນຕໍ, ບ່ອນໃດມີເງື່ອນໄຂກໍໃຫ້ ເລີ່ມຈັດຕັ້ງປະຕິບັດແຕ່ດຽວນີ້ເປັນ ຕົ້ນໄປ ເຊິ່ງການປູກຕົ້ນໄມ້ ແມ່ນ ສາມາດປູກໄດ້ແຕ່ດຽວນີ້ເປັນຕົ້ນ ໄປ ຈົນຮອດທ້າຍລະດູຝົນ, ບ່ອນໃດ ມີເງື່ອນໄຂ ກໍປູກໃນເນື້ອທີ່ດິນເປົ່າ ຫວ່າງຂອງຕົນ, ໃນຮົ້ວ, ສວນ, ດິນ ປຸກສ້າງ, ເດີ່ນໂຮງຮຽນ, ສໍານັກ ງານອົງການ ແລະ ຕາມແຄມທາງ ຕາມເງື່ອນໄຂຕົວຈິງ, ຖ້າຫາກວ່າໃນ ປີນີ້ ພວກເຮົາພ້ອມກັນປູກຕົ້ນໄມ້ຜູ້ ລະ 1-2 ຕົ້ນ ກໍຈະເຮັດໃຫ້ພວກເຮົາ ມີຕົ້ນໄມ້ເພີ່ມຂຶ້ນ ປະມານ 7-14 ລ້ານກວ່າຕົ້ນ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==