7415

xtgmf]k; 7 25/11/2026 gsfdko{dkora fmtok ຕໍ່ຈາກໜ້າ 1 g]0kra dc0;'7e,j ;o 8h voIa [7totz6 h cmog1p]t,a o grn j vsk]n zq oleg]a f37'dkora fmtok-q oot[q f ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ພັກແຂວງ, ປະທານປະຊາຊົນ ແຂວງຄຳມ່ວນ ໄດ້ຕ້ອນຮັບຄະນະ ຜູ້ແທນຈາກກະຊວງຮ່ວມມືເສດຖະ ກິດ ແລະ ການພັດທະນາ (BM;), ສະຖານທູດເຢຍລະມັນປະຈຳ ລາວ, ທະນາຄານເພື່ອການພັດທະ ນາ (Kf8) ແລະ ອົງການ (I; ຊຶ່ງນຳໂດຍ ທ່ານນາງ ມິຄາເອວ ລາ ເຮນນີງ ຮອງຫົວໜ້າພະແນກ ອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ຄາທາລິນາ ວຽນເດັນ ພ້ອມຄະນະ ໃນວັນທີ 23 ພະຈິກ 2026 ທີ່ຫ້ອງວ່າການປົກຄອງ ແຂວງຄຳມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບ ການຮ່ວມມືພັດທະນາໃນແຂວງ ຄຳມ່ວນ. ໃນປີ 2022 ແຂວງຄໍາມ່ວນ ໄດ້ ຮັບທຶນຊ່ວຍເຫລືອຈາກລັດຖະບານ ແລະ ປະຊາຊົນເຢຍລະມັນ ຜ່ານ Kf8 ເພື່ອກໍ່ສ້າງທາງຊົນນະບົດ ໃນເມືອງບົວລະພາ ແລະ ເມືອງ ໄຊບົວທອງ ລວມຄວາມຍາວ 77 ກິໂລແມັດ ພ້ອມຂົວຂະໜາດນ້ອຍ 9 ແຫ່ງ ມູນຄ່າປະມານ 88 ຕື້ lts;a ootg0f fegou odv'xt-5 ,ltw\lk,a o gmn j vmu 2 0v'ltrkxt-k-q oc0;' -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາປະຊາຊົນແຂວງສະຫວັນ ນະເຂດ ຊຸດທີ 7 ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງສະຫວັນນະເຂດ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຄັ້ງນີ້ມີ ທ່ານນາງ ສູນທອນ ໄຊຍະ ຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ທ່ານ ໂພໄຊ ໄຂຄຳພິທູນ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ພ້ອມດ້ວຍ ບັນດາ ສສຊ ເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ 7 ເຂົ້າຮ່ວມ. ທ່ານ ບຸນໂຈມ ອຸບົນປະເສີດ ພິຈາລະນາ ແລະ ຮັບຮອງເອົາ 10 ເນື້ອໃນຫລັກ ທີ່ເປັນຫົວໃຈຂອງ ການບໍລິຫານ ແລະ ການພັດທະນາ ແຂວງ ໃນນີ້, ຈະໄດ້ພິຈາລະນາບົດ ລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງ ແຂວງ ໄລຍະ 10 ເດືອນ ຜ່ານມາ ແລະ ຄາດຄະເນໝົດປີ 2026; ພິຈາລະນາ, ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການພັດທະ ນາຊົນນະບົດແລະ ແກ້ໄຂຄວາມທຸກ ຍາກພາຍໃນແຂວງ; ພິຈາລະນາ, ຮັບຮອງການໂຮມກົງຈັກຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເຂົ້າ ກັບຄະນະຄຸ້ມຄອງເຂດເສດຖະກິດ ແຂວງສະຫວັນນະເຂດ ແລະ ພິຈາ ລະນາ, ຮັບຮອງການສະເໜີແຕ່ງ ຕັ້ງບຸກຄະລາກອນຂອງສະພາ ປະຊາຊົນແຂວງ. ພ້ອມນີ້, ໃນກອງປະຊຸມຍັງ ຈະພິຈາລະນາ, ຮັບຮອງເອົາບົດ ລາຍງານວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງອົງການກວດສອບ ປະຈຳພາກກາງ 2 (ພ້ອມທັງຜົນ ການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດຂອງແຂວງ ປະ ຈຳປີ 2025), ອົງການກວດກາ ລັດແຂວງ, ອົງການໄອຍະການປະ ຊາຊົນແຂວງ, ສານປະຊາຊົນ ແຂວງແລະສະພາປະຊາຊົນແຂວງ. ພ້ອມກັນນີ້, ຈະພິຈາລະນາມະຕິ ຮັບຮອງການສ້າງ ແລະ ປັບປຸງນິຕິ ກຳໃຕ້ກົດໝາຍ 3 ສະບັບ ຄື: ສ້າງ ໃໝ່ 1 ສະບັບ ກ່ຽວກັບຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ- ກາຍະກຳຂອງແຂວງສະຫວັນນະ ເຂດ ແລະ ປັບປຸງ 2 ສະບັບ ກ່ຽວກັບ ຂໍ້ຕົກລົງການກຳນົດເຂດປະເມີນ ລາຄາທີ່ດິນ-ສິ່ງປຸກສ້າງພາຍໃນ ແຂວງ ແລະ ຂໍ້ຕົກລົງການຄຸ້ມຄອງ ຂີ້ເຫຍື້ອ. ຂ່າວ-ພາບ: ອັກສອນສິນ ພົມມະຈັນ w0dv'xt-5 ,ltw\lk,a o gmn j vmu 2 0v'ltrkxt-k-q oc0;'v5 fq ,w- -5 fmu V ກີບ. ນອກນັ້ນ, ຍັງສະໜັບສະໜູນ ໂຄງການອະນຸລັກຊີວະນາໆພັນ ແບບປະສົມປະສານ ໃນເຂດປ່າ ສະຫງວນຫີນໜາມໜໍ່ ແລະ ຂຸນ ເຊໜອງມ້າ ຊຶ່ງໄດ້ສຳເລັດຕາມ ເປົ້າໝາຍ ທັງດ້ານການອະນຸລັກ ຊັບພະຍາກອນປ່າໄມ້ ແລະ ການ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແລະ ປະຊາ ຊົນເຢຍລະມັນ ທີ່ໃຫ້ການຊ່ວຍ ເຫລືອດ້ານທຶນຮອນ ແລະ ເຕັກນິກ ເພື່ອພັດທະນາໂຄງລ່າງຊົນນະບົດ ແລະ ອະນຸລັກທຳມະຊາດ, ພ້ອມ ສະເໜີໃຫ້ສືບຕໍ່ຂະຫຍາຍການ ຮ່ວມມືດ້ານການພັດທະນາ ການ ຊ່ວຍເຫລືອ ແລະ ການສົ່ງເສີມ ການທ່ອງທ່ຽວ. ພ້ອມນີ້, ທັງສອງ ຝ່າຍຍັງໄດ້ປະເມີນຜົນການດຳເນີນ ໂຄງການ, ແລກປ່ຽນບັນຫາ ແລະ ຂໍ້ສະເໜີແນະ ໂດຍເນັ້ນໜັກການ ຮັກສາຄວາມປອດໄພການສັນຈອນ ແລະ ການຄຸ້ມຄອງບຳລຸງຮັກສາ ເສັ້ນທາງໃຫ້ມີຄວາມຍືນຍົງ. ຂ່າວ: ມະນີວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດ ຂຶ້ນໃນບັນຍາກາດທີ່ທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນພາຍໃນ ແຂວງ ພວມສຸມໃສ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9II ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ ແລະ ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ 9. ຕະຫລອດ 5 ວັນ ຂອງການດຳເນີນກອງປະຊຸມ (24-28 ພະຈິກ 2026), ຜູ້ແທນ ກອງປະຊຸມຈະພ້ອມກັນຄົ້ນຄວ້າ, ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາ ປະຊາຊົນແຂວງອຸດົມໄຊ ຊຸດທີ 7 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 24 ພະຈິກ 2026 ພາຍໃຕ້ ການເປັນປະທານ ທ່ານ ບຸນຄົງ ຫລ້າຈຽມພອນ ປະທານສະພາ ປະຊາຊົນແຂວງອຸດົມໄຊ, ມີການ ນຳພັກ-ລັດ, ອະດີດການນຳພັກ- ລັດ, ອະດີດຄະນະປະຈຳສະພາປະ ຊາຊົນແຂວງ, ສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍແຂກຖືກເຊີນຈາກພາກ ສ່ວນຕ່າງໆເຂົ້າຮ່ວມ. ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະ ໄດ້ດຳເນີນເປັນເວລາ 3 ວັນ ແຕ່ ວັນທີ 24 ຫາ 26 ພະຈິກ 2026. ໃນຕະຫລອດໄລຍະການດຳເນີນ ກອງປະຊຸມ, ບັນດາຜູ້ແທນຈະໄດ້ ພ້ອມກັນຄົ້ນຄວ້າ, ປະກອບຄຳ ເຫັນ, ພິຈາລະນາ ແລະ ຕົກລົງຮັບ ຮອງເອົາບັນຫາສຳຄັນພື້ນຖານ ຂອງແຂວງ ຕາມ 6 ວາລະຫລັກ ຊຶ່ງປະກອບມີ: ການພິຈາລະນາ ຮັບຮອງເອົາບົດລາຍງານຂອງ ຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027, ແຜນດຳເນີນ ງານວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ຂອງແຂວງອຸດົມ ໄຊ ໄລຍະປີ 2027-2030; ຮັບ ຟັງການລາຍງານການເຄື່ອນໄຫວ ວຽກງານປະຈຳປີ2026, ທິດທາງ ແຜນການ ປະຈຳປີ 2027 ຂອງ ອົງການກວດສອບປະຈຳພາກເໜືອ 2 ລວມທັງຜົນການກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025, ການລາຍງານ ຂອງອົງການກວດກາລັດແຂວງ, ອົງການໄອຍະການປະຊາຊົນ ແຂວງ, ສານປະຊາຊົນແຂວງ ແລະ ສະພາປະຊາຊົນແຂວງ ຊຸດທີ 7. ພ້ອມດຽວກັນນັ້ນ, ຍັງຈະໄດ້ ພິຈາລະນາ ແລະ ຮັບຮອງເອົານິຕິ ກຳສຳຄັນຂອງຄະນະກຳມະການ ປົກຄອງແຂວງ ຈຳນວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍການປະ ເມີນລາຄາທີ່ດິນຂັ້ນແຂວງ, ຮ່າງ ຂໍ້ຕົກລົງວ່າດ້ວຍການທົດແທນຄ່າ ເສຍຫາຍຈາກໂຄງການພັດທະນາ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງການລ້ຽງສັດ, ການເຮັດ ກະເສດ, ສັດນ້ຳ ແລະ ການປັບປຸງ ປຸງແຕ່ງຜົນຜະລິດ (ສະບັບປັບປຸງ ໃໝ່) ຕະຫລອດຮອດການພິຈາລະ ນາຮັບຮອງເອົາການຈັດຕັ້ງຂັ້ນ ເມືອງອີກດ້ວຍ. ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມ ໄຊ ຊຸດທີ 7 ຍັງໄດ້ເປີດໂທລະສັບ ສາຍດ່ວນ ເບີໂທ 081 156 ແບບ ບໍ່ໄດ້ເສຍຄ່າ ເພື່ອໃຫ້ປະຊາຊົນ ສາມາດໂທເຂົ້າສະເໜີບັນຫາຕ່າງໆ ເພື່ອໃຫ້ກອງປະຊຸມ ແລະ ພາກສ່ວນ ກ່ຽວຂ້ອງຄົ້ນຄວ້າພິຈາລະນາຕື່ມ ອີກ. ຂ່າວ-ພາບ: ແສງອາທິດ /j kpxt-k-q o gvq k-tot/j kprtoa d'ko 9-8 xt86 .odkoc0j '0a o8u 7u [5 oot,a fltdkortmkfs];' xt9exu 2026 ການແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 24 ພະຈິກ 2026 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດ ຫລວງວຽງຈັນ ຊຶ່ງຖືເປັນໜຶ່ງໃນ ກິດຈະກຳສຳຄັນຂອງງານບຸນ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດ ຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ພ້ອມດ້ວຍ ບັນດາການນຳພັກ-ລັດ, ພາກສ່ວນ ກ່ຽວຂ້ອງ ຕະຫລອດຮອດມວນຊົນ ຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຮັບຊົມ ແລະ ໃຫ້ກຳລັງໃຈຢ່າງຫລວງຫລາຍ. ການແຂ່ງຂັນໃນປີນີ້ ຍັງຮັກສາ ຮູບແບບປະເພນີດັ້ງເດີມ ໂດຍ ແບ່ງອອກເປັນ 2 ຝ່າຍ ຄື: ຝ່າຍ ພະນັກງານ ແລະ ຝ່າຍປະຊາຊົນ. ຕະຫລອດໄລຍະເວລາການແຂ່ງຂັນ ທັງສອງທີມຕ່າງກໍງັດເອົາທັກສະ ແລະ ພະລະກຳລັງເຂົ້າສູ້ກັນຢ່າງ ສູສີ ທ່າມກາງສຽງໂຫ່ຮ້ອງເຊຍ ຂອງຜູ້ຊົມອ້ອມຂ້າງສະໜາມ. ຈົນ ໃນທີ່ສຸດ ຝ່າຍປະຊາຊົນ ກໍສາມາດ ເອົາຊະນະ ຝ່າຍພະນັກງານ ໄປໄດ້ ດ້ວຍຄະແນນ 9 ຕໍ່ 8 ປະຕູ. ກິລາ ຕີຄີ ບໍ່ພຽງແຕ່ເປັນການແຂ່ງຂັນ ເພື່ອຄວາມມ່ວນຊື່ນ ຫລື ການ ອອກກຳລັງກາຍເທົ່ານັ້ນ, ແຕ່ຍັງ ເປັນມໍລະດົກທາງວັດທະນະທຳ ແລະ ປະຫວັດສາດອັນລ້ຳຄ່າທີ່ສືບ ທອດກັນມາແຕ່ບູຮານນະການ ຊຶ່ງສະແດງໃຫ້ເຫັນເຖິງ: ຄວາມສາ ມັກຄີ ທີ່ເປັນສັນຍະລັກແຫ່ງຄວາມ ປອງດອງ ແລະ ຄວາມເປັນປຶກແຜ່ນ ລະຫວ່າງພາກລັດ ແລະ ປະຊາຊົນ. ທັງເປັນພິທີກຳຄວາມເຊື່ອໃນການ ທຳນາຍເຖິງຄວາມອຸດົມສົມບູນ ຂອງບ້ານເມືອງ ລວມທັງຜົນຜະລິດ ທາງດ້ານການປູກຝັງ ແລະ ການ ລ້ຽງສັດໃນປີຕໍ່ໄປ. ພາຍຫລັງສຳເລັດການແຂ່ງຂັນ ຄະນະຈັດງານຍັງໄດ້ມີພິທີມອບ ລາງວັນໃຫ້ແກ່ທັງສອງທີມຢ່າງສົມ ກຽດ ເພື່ອເປັນຂວັນກຳລັງໃຈໃນ ການສືບຕໍ່ອະນຸລັກຮັກສາຮີດຄອງ ປະເພນີອັນດີງາມຂອງຊາດລາວ ໃຫ້ຄົງຢູ່ຄູ່ກັບບຸນນະມັດສະການພະ ທາດຫລວງວຽງຈັນຕະຫລອດໄປ. ຂ່າວ: ມາລິດາ

RkJQdWJsaXNoZXIy MTc3MTYxMQ==