7415

25/11/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ©ດຍ ພິດສະໄ° ©ດຍ ດາວັນ leza fltg|j gdktw0j ,5 d csj 'mtg]s;Pfok, 3vdkf c]t lyj 'mh kmkp0v'rkdm5 ]tdy f]k; .o8ts]kfxt-k7q ,glf4tdy fvk-Po ຂປລ. ການເຊື່ອມໂຍງເຂົ້າເປັນ ສ່ວນໜຶ່ງຂອງປະຊາຄົມເສດຖະ ກິດອາຊຽນ (AEC) ໄດ້ເປີດ ສັກກະລາດໃໝ່ແຫ່ງການຮ່ວມມື ທາງດ້ານເສດຖະກິດໃນພາກພື້ນ ຜ່ານການຫລຸດຜ່ອນອຸປະສັກທາງ ດ້ານພາສີອາກອນ ແລະ ການອຳ ນວຍຄວາມສະດວກໃຫ້ແກ່ການ ໄຫລວຽນຂອງການຄ້າ ແລະ ການ ລົງທຶນຢ່າງເສລີ. ສຳລັບ ສປປ ລາວ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຖືເປັນກຳລັງ ຂັບເຄື່ອນຫລັກ ແລະ ເປັນຮາກຖານ ທີ່ສຳຄັນຂອງລະບົບເສດຖະກິດ ແຫ່ງຊາດ. ເຖິງຢ່າງໃດກໍຕາມ, ການກ້າວເຂົ້າສູ່ຕະຫລາດພາກພື້ນທີ່ ມີປະຊາກອນຫລາຍກວ່າ 600 ລ້ານຄົນນີ້ ໄດ້ນຳມາທັງໂອກາດອັນ ສຳຄັນ ແລະ ສິ່ງທ້າທາຍຮອບດ້ານ ທີ່ຜູ້ປະກອບການລາວຈຳເປັນຕ້ອງ ມີຍຸດທະສາດໃນການປັບຕົວ ແລະ ຮັບມືຢ່າງມີປະສິດທິພາບ. ສໍາລັບກາລະໂອກາດ, ແມ່ນ ຊ່ວຍໃນການຂະຫຍາຍຖານຕະ ຫລາດ ແລະ ການສົ່ງອອກ ຊຶ່ງ ຈາກເມື່ອກ່ອນທີ່ທຸລະກິດ SMEs ລາວສ່ວນໃຫຍ່ເນັ້ນການຕອບສະ ໜອງຄວາມຕ້ອງການພາຍໃນ ຂປລ. ຖ້າທ່ານກຳລັງຊອກ ຫາຈຸດໝາຍປາຍທາງໃໝ່ໆ ເພື່ອ ພັກຜ່ອນຢ່ອນໃຈນອກເໜືອຈາກ ບ້ານເຮົາ, ມື້ນີ້ຜູ້ຂຽນຂໍພາທຸກທ່ານ ບິນລັດຟ້າໄປສຳຜັດກັບຟູກວັກ (Phu 2uoD) ເກາະທີ່ໃຫຍ່ທີ່ສຸດ ຂອງປະເທດຫວຽດນາມ ທີ່ຕັ້ງ ຢູ່ທາງພາກຕາເວັນຕົກສ່ຽງໃຕ້ ຂອງປະເທດ. ທີ່ນີ້ຄືດິນແດນແຫ່ງ ປະເທດເປັນຫລັກ, ຂໍ້ຕົກລົງການ ຄ້າເສລີອາຊຽນໄດ້ເອື້ອອຳນວຍ ໃຫ້ຜູ້ປະກອບການສາມາດຂະ ຫຍາຍຊ່ອງທາງການຈຳໜ່າຍ ໄປສູ່ປະເທດສະມາຊິກໄດ້ຢ່າງ ກວ້າງຂວາງ ໂດຍໄດ້ຮັບສິດທິພິ ເສດທາງດ້ານອັດຕາພາສີນຳເຂົ້າ ທີ່ຫລຸດລົງ ຫລື ຍົກເວັ້ນ (0 ) ໃນຫລາຍໝວດສິນຄ້າ. ຄວາມ ໄດ້ປຽບທາງດ້ານຊັບພະຍາກອນ ແລະ ເອກະລັກທ້ອງຖິ່ນ, ຈຸດນີ້ ສປປ ລາວ ມີທ່າແຮງບົ່ມຊ້ອນ ທາງດ້ານຜະລິດຕະພັນກະສິກຳ ອິນຊີ, ຫັດຖະກຳທີ່ມີເອກະລັກສະ ເພາະ ເຊັ່ນ: ແພໄໝມ້ອນ, ເຄື່ອງ ປະດັບເງິນ, ຜະລິດຕະພັນກາເຟ ຄຸນນະພາບສູງລວມເຖິງການທ່ອງ ທ່ຽວແບບອະນຸລັກ ແລະ ວັດທະນະ ທຳ ຊຶ່ງປັດໄຈເຫລົ່ານີ້ລ້ວນເປັນ ຕົ້ນທຶນທີ່ສາມາດສ້າງມູນຄ່າ ເພີ່ມ ແລະ ເປັນທີ່ຕ້ອງການຂອງ ຕະຫລາດສາກົນ. ການຈັດຕັ້ງປະ ຕິບັດຍຸດທະສາດການຫັນປ່ຽນ ປະເທດຈາກບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ (Land-linked) ໂດຍ ສະເພາະການເປີດນຳໃຊ້ເສັ້ນທາງ ລົດໄຟລາວ-ຈີນ ແລະ ລະບົບຄົມ ມະນາຄົມຂ້າມແດນໄດ້ຊ່ວຍຫລຸດ ຜ່ອນຕົ້ນທຶນ ແລະ ໄລຍະເວລາໃນ ການຂົນສົ່ງສິນຄ້າທັງຍັງເພີ່ມຂີດ ຄວາມສາມາດໃນການເຊື່ອມຕໍ່ ກັບຕ່ອງໂສ້ການຜະລິດຂອງພາກ ພື້ນ. ສິ່ງສໍາຄັນ, ຂອບການຮ່ວມມື ໃນອາຊຽນ ໄດ້ສ້າງເງື່ອນໄຂໃຫ້ ຜູ້ປະກອບການລາວສາມາດຖ່າຍ ທອດເຕັກໂນໂລຊີ ແລະ ນຳໃຊ້ ລະບົບການຊຳລະສະສາງຂ້າມ ແດນຜ່ານລະບົບດີຈິຕອນ ຊຶ່ງເປັນ ການອຳນວຍຄວາມສະດວກໃຫ້ແກ່ ທຸລະກຳທາງການຄ້າ ແລະ ການ ບໍລິການການທ່ອງທ່ຽວ. ແຕ່ຄຽງຄູ່ກັບໂອກາດນັ້ນ, ກໍ ຍັງມີສິ່ງທ້າທາຍທີ່ວິສາຫະກິດຂະ ໜາດນ້ອຍ ແລະ ກາງ (SMEs) ລາວ ຕ້ອງຜະເຊີນເປັນຕົ້ນແມ່ນ: ສະພາບການແຂ່ງຂັນທີ່ທະວີຄວາມ ຮຸນແຮງ ຊຶ່ງການເປີດເສລີທາງການ ຄ້າເຮັດໃຫ້ສິນຄ້າຈາກປະເທດ ເພື່ອນບ້ານທີ່ມີຄວາມໄດ້ປຽບດ້ານ ຕົ້ນທຶນການຜະລິດສາມາດຫລັ່ງ ໄຫລເຂົ້າມາແຂ່ງຂັນໃນຕະຫລາດ ພາຍໃນຢ່າງຫລວງຫລາຍ ຊຶ່ງ ສົ່ງຜົນກະທົບໂດຍກົງຕໍ່ສ່ວນແບ່ງ ທາງການຕະຫລາດຂອງຜູ້ຜະລິດ ພາຍໃນ. ອີກດ້ານໜຶ່ງແມ່ນຂໍ້ຈຳກັດ ດ້ານການເຂົ້າເຖິງແຫລ່ງທຶນ ແລະ ເຕັກໂນໂລຊີ ຊຶ່ງວິສາຫະກິດ SMEs ລາວສ່ວນໃຫຍ່ຍັງດຳເນີນທຸລະກິດ ໃນຮູບແບບຄອບຄົວ, ຍັງມີຂໍ້ຈຳກັດ ໃນການເຂົ້າເຖິງແຫລ່ງສິນເຊື່ອທີ່ ມີອັດຕາດອກເບ້ຍຕໍ່າ ເພື່ອນຳມາ ລົງທຶນໃນການປັບປຸງກົນຈັກການ ຜະລິດ, ການວິໄຈ ແລະ ພັດທະນາ ລວມເຖິງການຍົກລະດັບບັນຈຸ ພັນໃຫ້ທັນສະໄໝ. ການສົ່ງອອກ ສິນຄ້າໄປຕະຫລາດຕ່າງປະເທດ ຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະຖານສາກົນທີ່ເຂັ້ມ ງວດ ເຊັ່ນ: ມາດຕະຖານສຸຂານາ ໄມ ແລະ ຄວາມປອດໄພດ້ານອາ ຫານ ແລະ ກົດໝາຍວ່າດ້ວຍແຫລ່ງ ກຳເນີດສິນຄ້າ ຊຶ່ງຜູ້ປະກອບການ ຈຳນວນໜຶ່ງຍັງຂາດຄວາມພ້ອມ ແລະ ຂໍ້ມູນທາງດ້ານກົດໝາຍທີ່ ກ່ຽວຂ້ອງ. ການຂະຫຍາຍຕົວຂອງ ທຸລະກິດໃນຍຸກເສດຖະກິດດີຈິຕອນ ຮຽກຮ້ອງໃຫ້ມີບຸກຄະລາກອນທີ່ ມີຄວາມຊຳນານງານດ້ານການບໍ ລິຫານ ແລະ ຄວາມສາມາດທາງ ດ້ານພາສາຕ່າງປະເທດ ຍັງເປັນ ອຸປະສັກສຳຄັນຂອງວິສາຫະກິດຂະ ໜາດນ້ອຍ. ສະນັ້ນ, ເພື່ອໃຫ້ SMEs ລາວ ສາມາດຍາດແຍ່ງເອົາໂອກາດ ແລະ ຜ່ານຜ່າສິ່ງທ້າທາຍໃນເວທີອາຊຽນ ໄດ້ຢ່າງຍືນຍົງ, ຜູ້ປະກອບການ ຄວນພິຈາລະນາຈັດຕັ້ງປະຕິບັດ ແນວທາງດັ່ງຕໍ່ໄປນີ້: ການສ້າງ ຄວາມແຕກຕ່າງ ແລະ ມູນຄ່າເພີ່ມ ໃຫ້ຜະລິດຕະພັນ ໂດຍຫລີກລ່ຽງ ການແຂ່ງຂັນທາງດ້ານລາຄາກັບ ອຸດສາຫະກຳຂະໜາດໃຫຍ່ ໂດຍ ຫັນມາສຸມໃສ່ຕະຫລາດສະເພາະ ກຸ່ມ ທີ່ເນັ້ນຄຸນນະພາບ, ຄວາມປອດ ໄພ, ຄວາມເປັນມິດຕໍ່ສິ່ງແວດລ້ອມ ແລະ ການສ້າງທີ່ໄປທີ່ມາຂອງ ຜະລິດຕະພັນທີ່ສະທ້ອນເຖິງເອກະ ລັກວັດທະນະທຳລາວ. ພ້ອມທັງ, ໃຫ້ຄວາມສຳຄັນກັບການຂໍຮັບຮອງ ມາດຕະຖານຄຸນນະພາບລະດັບ ພາກພື້ນ ແລະ ສາກົນ ຄຽງຄູ່ກັບ ການພັດທະນາການຫຸ້ມຫໍ່ໃຫ້ມີ ຄວາມສວຍງາມ, ໄດ້ມາດຕະຖານ ແລະ ສາມາດດຶງດູດຄວາມເຊື່ອໝັ້ນ ຈາກຜູ້ບໍລິໂພກຕ່າງປະເທດ. ນຳໃຊ້ ເຕັກໂນໂລຊີດີຈິຕອນ ແລະ ແພລດ ຟອມການຄ້າເອເລັກໂຕຣນິກເຂົ້າ ໃນການບໍລິຫານ ແລະ ການຕະ ຫລາດ ເພື່ອເພີ່ມປະສິດທິພາບໃນ ການດຳເນີນງານ, ຫລຸດຜ່ອນຕົ້ນ ທຶນ ແລະ ເຂົ້າເຖິງຖານລູກຄ້າໃນ ພາກພື້ນໄດ້ໂດຍກົງ. ສົ່ງເສີມການ ລວມກຸ່ມຂອງຜູ້ປະກອບການໃນ ຂະແໜງການດຽວກັນ ເພື່ອສ້າງ ຄວາມເຂັ້ມແຂງທາງດ້ານອຳນາດ ການຕໍ່ລອງ, ການແລກປ່ຽນຄວາມ ຮູ້ ແລະ ການຮວມກຳລັງການ ຜະລິດໃຫ້ສາມາດຕອບສະໜອງ ການຊື້ຂະໜາດໃຫຍ່ຈາກຕ່າງປະ ເທດໄດ້. ການເຂົ້າຮ່ວມປະຊາຄົມເສດ ຖະກິດອາຊຽນ ແມ່ນທັງບົດທົດ ສອບ ແລະ ໂອກາດອັນສຳຄັນຂອງ ພາກທຸລະກິດລາວ. ເຖິງແມ່ນວ່າ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງລາວຈະຍັງ ມີຂໍ້ຈຳກັດທາງດ້ານຂະໜາດ ແລະ ເງິນທຶນ, ແຕ່ຫາກສາມາດນຳເອົາ ທ່າແຮງທາງດ້ານຊັບພະຍາກອນ ທຳມະຊາດ ແລະ ວັດທະນະທຳມາ ປະສົມປະສານກັບການບໍລິຫານ ທີ່ທັນສະໄໝ, ນະວັດຕະກຳ ແລະ ມາດຕະຖານສາກົນ, ທຸລະກິດ SMEs ລາວກໍຈະສາມາດແຂ່ງຂັນ ແລະ ຂະຫຍາຍຕົວຢ່າງໝັ້ນຄົງໃນ ເວທີເສດຖະກິດພາກພື້ນໄດ້ຢ່າງ ແນ່ນອນ. ພາ—ປະກອ— ຄວາມມະຫັດສະຈັນທີ່ປະສົມປະ ສານລະຫວ່າງທຳມະຊາດອັນບໍ ລິສຸດ, ວິຖີຊີວິດຂອງຄົນທ້ອງຖິ່ນ ແລະ ຄວາມທັນສະໄໝຂອງການ ທ່ອງທ່ຽວໄດ້ຢ່າງລົງໂຕ. ເປັນຫຍັງຟູກວັກ ຈຶ່ງຖືກຂະ ໜານນາມວ່າເກາະໄຂ່ມຸກ ນີ້ອາດ ເປັນຄໍາຖາມທີ່ຫລາຍຄົນສົນໃຈ. ເຮົາມາຮູ້ຄໍາຕອບພ້ອມກັນເລີຍຟູ ກວັກ ໄດ້ຮັບສາຍານາມວ່າ ເກາະ ໄຂ່ມຸກແຫ່ງທະເລຫວຽດນາມ ເພາະ ເປັນແຫລ່ງລ້ຽງ ແລະ ຂະຫຍາຍພັນ ໄຂ່ມຸກທຳມະຊາດທີ່ມີຊື່ສຽງລະດັບ ໂລກ. ນອກຈາກຄວາມງົດງາມ ແລ້ວ, ເກາະແຫ່ງນີ້ຍັງເຊື່ອງຊ້ອນ ເລື່ອງເລົ່າທາງປະຫວັດສາດອັນ ເກົ່າແກ່ໄວ້ຢ່າງໜ້າຄົ້ນຫາ ເຊັ່ນ: ຄ້າຍຄຸ້ມຂັງຟູກວັກ ທີ່ເປັນຮ່ອງຮອຍ ປະຫວັດສາດສຳຄັນຂອງຊາດ. ສິ່ງ ທຳອິດທີ່ຈະເຮັດໃຫ້ທ່ານປະທັບ ໃຈຕັ້ງແຕ່ກ້າວທຳອິດທີ່ໄປເຖິງ ຄື ຄວາມງາມຂອງທະເລ ຊຶ່ງເມື່ອ ຍ່າງດ້ວຍຕີນເປົ່າລົງເທິງຫາດຊາຍ ສີຂາວລະອຽດທ່ານຈະຮູ້ສຶກເຖິງ ຄວາມນຸ່ມນວນ ແລະ ເຢັນສະບາຍ. ນ້ຳທະເລທີ່ໃສຈົນສາມາດແນມ ເຫັນພື້ນຊາຍ ແລະ ຝູງປານ້ອຍໆ ລອຍຫລິ້ນໄປມາ. ເມື່ອແສງຕາເວັນ ສ່ອງກະທົບ, ນ້ຳທະເລຈະປ່ຽນເປັນ ສີຟ້າຄາມ ແລະ ສີມໍລະກົດສ່ອງປະ ກາຍລະຍິບລະຍັບປຽບເໝືອນມີ ເພັດພອຍນັບລ້ານໜ່ວຍຢູ່ໃນທ້ອງ ທະເລ. ຍິ່ງໃນຊ່ວງຍາມແລງ ຟູ ກວັກ ຈະເຜີຍຄວາມງາມອັນອົບອຸ່ນ ທີ່ສຸດເພາະທ້ອງຟ້າຈະຄ່ອຍໆປ່ຽນ ສີຈາກສີຟ້າ ເປັນສີສົ້ມ, ສີບົວ ແລະ ສີມ່ວງ, ຂະນະທີ່ດວງຕາເວັນຄ່ອຍໆ ລັບຂອບຟ້າ ພ້ອມກັບສຽງຄື້ນທະ ເລທີ່ຊັດເຂົ້າຝັ່ງເບົາໆ ຊຶ່ງເປັນພາບ ຄວາມປະທັບໃຈທີ່ທ່ານຈະບໍ່ມີ ວັນລືມ. ນອກຈາກການພັກຜ່ອນແຄມ ທະເລແລ້ວ, ຟູກວັກ ຍັງມີກິດຈະກຳ ທີ່ໜ້າຕື່ນເຕັ້ນລໍຖ້າໃຫ້ທ່ານໄປສຳຜັດ ເຊັ່ນ: ຢ້ຽມຊົມໝູ່ບ້ານຊາວປະມົງ, ຍ່າງຫລິ້ນໃນສວນພິກໄທຂຽວສົດ ແລະ ເບິ່ງຂັ້ນຕອນການຜະລິດນ້ຳປາ ພື້ນເມືອງອັນເປັນເອກະລັກ, ຂີ່ກະເຊົ້າ ຂ້າມທະເລໄປໝູ່ເກາະທາງພາກໃຕ້ ເພື່ອຊົມທິວທັດຂອງທ້ອງທະເລ ແລະ ໝູ່ເກາະນ້ອຍໃຫຍ່ຈາກມຸມສູງແບບ ເຕັມຕາ, ມ່ວນຊື່ນກັບສວນສະໜຸກ ຂະໜາດໃຫຍ່, ຖ່າຍຮູບໃນເມືອງຈຳ ລອງທີ່ມີສະຖາປັດຕະຍະກຳສີສັນ ສົດໃສແບບເອີຣົບ, ນັ່ງດື່ມກາເຟ ແລະ ອີ່ມແຊບກັບອາຫານທະເລ ສົດໆທີ່ເອົາຂຶ້ນມາຈາກທະເລໃໝ່ໆ ທຸກມື້. ບໍ່ວ່າທ່ານຈະເດີນທາງມາ ພັກຜ່ອນກັບຄອບຄົວ, ໄປທ່ຽວກັບ ຄູ່ຮັກ ຫລື ໄປກັບກຸ່ມໝູ່ເພື່ອນເກາະຟູ ກວັກພ້ອມແລ້ວທີ່ຈະຕອບສະໜອງ ທຸກຄວາມຕ້ອງການຂອງທ່ານ.

RkJQdWJsaXNoZXIy MTc3MTYxMQ==