24/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ໄໝຄຳຍ້ອມສິນ້ິ 1j k.sh 0U gspN v]q []h k'7;k,'k,0v';a fmtotme ຂປລ. ທຸກຄັ້ງທີ່ມີບຸນປະເພນີຫລື ເທສະການຕ່າງໆບັນຍາກາດແຫ່ງ ຄວາມມ່ວນຊື່ນ, ຄວາມສາມັກຄີ ແລະ ຄວາມສັດທາ, ສີສັນຂອງຄົນ ຈໍານວນຫລາຍທີ່ຮ່ວມງານ. ແຕ່ອີກ ພາບໜຶ່ງທີ່ມັກປາກົດຂຶ້ນຄຽງຄູ່ກັນ ຈົນກາຍເປັນບັນຫາຊ້ຳເຮື້ອ ແລະ ໜ້າເປັນຫ່ວງ ກໍຄື ບັນຫາຂີ້ເຫຍື້ອຊະ ຊາຍ ທີ່ຖືກຖິ້ມບໍ່ເປັນບ່ອນເປັນທາງ ທັງທີ່ຫລາຍພາກສ່ວນກໍໄດ້ຈັດກຽມ ຖັງຂີ້ເຫຍື້ອໄວ້ຮອງຮັບແລ້ວ. ການກິນ, ການດື່ມ ແລະ ການ ທ່ຽວໃນບຸນເປັນເລື່ອງທຳມະດາທີ່ ເຮັດໃຫ້ເກີດສິ່ງເສດເຫລືອ ເຊັ່ນ: ຖົງຢາງ, ຈອກນ້ຳ, ໄມ້ປີ້ງ ຫລື ເສດອາຫານ. ແຕ່ເມື່ອຫລາຍຄົນ ເລືອກທີ່ຖິ້ມລົງພື້ນ, ຕາມແຄມ ທາງ, ກ້ອງຮົ່ມໄມ້ ຫລື ຂ້າງຖັງ ຂີ້ເຫຍື້ອແທນທີ່ຈະຍ່າງໄປຖິ້ມ ໃຫ້ລົງຖັງຜົນທີ່ຕາມມາບໍ່ແມ່ນ ພຽງຄວາມເປິເປື້ອນເທົ່ານັ້ນ ແຕ່ ຍັງສ່ອງແສງເຖິງຄວາມບໍ່ເປັນ ລະບຽບຮຽບຮ້ອຍ ແລະ ສ້າງ ພາບພົດອັນບໍ່ດີໃຫ້ແກ່ງານບຸນ ກໍຄື ວັດທະນະທຳອັນດີງາມຂອງບ້ານ ເຮົາ ໂດຍສະເພາະໃນສາຍຕາຂອງ ແຂກຕ່າງດ້າວທ້າວຕ່າງເມືອງ ທີ່ຮ່ວມງານ. ການແກ້ໄຂບັນຫາ ຂີ້ເຫຍື້ອໃນງານບຸນຈະສຳເລັດໄດ້ ຍາກຖ້າຫາກຂາດຄວາມຮ່ວມມື ຈາກທຸກພາກສ່ວນເປັນຕົ້ນ: ຜູ້ ໄປຮ່ວມງານຄວນເອົາໃຈໃສ່ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນທີ່ທາງ ຄະນະຮັບຜິດຊອບກຽມໄວ້ໃຫ້, ຊາວຄ້າຂາຍຄວນກຳຈັດສິ່ງເສດ ເຫລືອຈາກຮ້ານຂາຍເຄື່ອງໃຫ້ເປັນ ລະບຽບ ເພື່ອສະແດງເຖິງຄວາມ ຮັບຜິດຊອບ ແລະ ຄວາມເຄົາລົບ ຕໍ່ສະຖານທີ່ຈັດງານ. ສຳລັບ ພາກສ່ວນກ່ຽວຂ້ອງ ແລະ ຜູ້ຮັບ ຜິດຊອບນອກຈາກການຈັດວາງ ຖັງຂີ້ເຫຍື້ອໃຫ້ພຽງພໍ ແລະ ໃນ ຈຸດທີ່ເຫັນໄດ້ງ່າຍແລ້ວການເລັ່ງ ເກັບມ້ຽນໃຫ້ໄວ ແລະ ຕໍ່ເນື່ອງກໍ ມີຄວາມສຳຄັນຫລາຍ ເພື່ອບໍ່ໃຫ້ ຂີ້ເຫຍື້ອລົ້ນຖັງ ຫລື ຄ້າງໃນຖັງດົນ ຈົນເສຍບັນຍາກາດ ແລະ ຄວາມ ງາມຕາ. ງານບຸນທີ່ມ່ວນຊື່ນຄວນສ່ອງ ແສງເຖິງຄວາມຈົບງາມ, ຄວາມມີ ລະບຽບ ແລະ ຈິດສຳນຶກຮ່ວມກັນ ຂອງສັງຄົມ. ພຽງແຕ່ທຸກຄົນເລີ່ມ ຕົ້ນຈາກການຖິ້ມໃຫ້ເປັນບ່ອນ ແລະ ພາກສ່ວນກ່ຽວຂ້ອງເກັບມ້ຽນໃຫ້ ໄວທຸກງານບຸນກໍຈະຄົງຄວາມສວຍ ງາມ, ສະອາດຕາ ແລະ ໜ້າປະທັບ ໃຈຕັ້ງແຕ່ມື້ເລີ່ມເປີດງານຈົນເຖິງ ມື້ສິ້ນສຸດ. ພາບປະກອບ ພາບປະກອບ ບົດສະເໜີົີ gfa d7n |+ c|'0v'-kf Ij ;,da oxq dxh v'ly fmy gfa d c]t lh k'vtok7q fva oc9j ,.l ຂປລ. ທຸກໆປີ, ວັນທີ 20 ພະຈິກ ແມ່ນວັນເດັກໂລກ (Wor l d Children’sDay)ທີ່ປະເທດຕ່າງໆ ທົ່ວໂລກພ້ອມໃຈກັນຈັດກິດຈະກຳ ສະເຫລີມສະຫລອງ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ ບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງເດັກ ພ້ອມທັງປຸກ ລະດົມໃຫ້ທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມໃນການເບິ່ງແຍງດູແລ ແລະ ສ້າງສະພາບແວດລ້ອມທີ່ ເອື້ອອຳນວຍໃຫ້ເດັກເຕີບໃຫຍ່ຢ່າງ ມີຄຸນນະພາບ, ປອດໄພ ແລະ ມີອະ ນາຄົດທີ່ສົດໃສ. ວັນເດັກໂລກ ໄດ້ຮັບການສ້າງ ຕັ້ງຂຶ້ນຄັ້ງທຳອິດໃນປີ 1954 ໂດຍ ອົງການສະຫະປະຊາຊາດ ເພື່ອເປັນ ວັນສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຮ່ວມມືລະຫວ່າງ ປະເທດໃນການປັບປຸງສະຫວັດດີ ການຂອງເດັກທົ່ວໂລກ. ນອກຈາກ ນີ້, ວັນທີ 20 ພະຈິກ ຍັງເປັນວັນ ປະຫວັດສາດທີ່ສະມັດຊາໃຫຍ່ ແຫ່ງອົງການສະຫະປະຊາຊາດ ໄດ້ ຮັບຮອງເອົາຖະແຫລງການສິດທິ ເດັກ ໃນປີ 1959 ແລະ ສົນທິສັນຍາ ວ່າດ້ວຍສິດທິເດັກ (CRC) ໃນ ປີ 1989. ສົນທິສັນຍາວ່າດ້ວຍ ສິດທິເດັກຖືເປັນເອກະສານກົດໝາຍ ສາກົນທີ່ສຳຄັນຍິ່ງ ຊຶ່ງຢັ້ງຢືນວ່າ ເດັກທຸກຄົນ (ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ) ມີສິດທິພື້ນຖານຢ່າງເທົ່າທຽມ ກັນ ໂດຍບໍ່ຈຳແນກເພດ, ເຊື້ອຊາດ, ສາສະໜາ, ພາສາ, ຖານະຄອບຄົວ, ຄວາມພິການ ຫລື ສະພາບທາງສັງ ຄົມໃດໆ. ສຳລັບ ສປປ ລາວ ໄດ້ໃຫ້ ສັດຕະຍາບັນ ແລະ ເຂົ້າຮ່ວມເປັນ ພາຄີສົນທິສັນຍາວ່າດ້ວຍສິດທິເດັກ ໃນວັນທີ 7 ມິຖຸນາ 1991 ໂດຍ ຍຶດໝັ້ນ 4 ຫລັກການພື້ນຖານ ຄື: ໜຶ່ງ ການບໍ່ຈຳແນກ: ເດັກທຸກຄົນ ຕ້ອງໄດ້ຮັບສິດ ແລະ ໂອກາດຢ່າງ ສະເໝີພາບ. ສອງ ສິດຜົນປະໂຫຍດ ອັນສູງສຸດຂອງເດັກ: ທຸກການຕັດ ສິນໃຈ ຫລື ການດຳເນີນການທີ່ ກ່ຽວຂ້ອງກັບເດັກຕ້ອງຖືເອົາຜົນ (ເນື່ອງໃນໂອກາດວັນເດັກໂລກ 20 ພະຈິກ)ື່ັັິ ປະໂຫຍດສູງສຸດຂອງເດັກເປັນບ່ອນ ອີງ. ສາມ ສິດໃນການມີຊີວິດ, ຢູ່ ລອດ ແລະ ໄດ້ຮັບການພັດທະນາ: ເດັກຕ້ອງໄດ້ຮັບການເບິ່ງແຍງດ້ານ ສຸຂະພາບ, ໂພຊະນາການ ແລະ ການພັດທະນາຮອບດ້ານ. ສີ່ ການ ເຄົາລົບຄວາມຄິດເຫັນຂອງເດັກ: ເດັກມີສິດສະແດງຄວາມຄິດເຫັນໃນ ເລື່ອງທີ່ກ່ຽວຂ້ອງກັບຕົນເອງ ແລະ ໄດ້ຮັບການຮັບຟັງຢ່າງເໝາະສົມ ຕາມໄວ. ຈາກຫລັກການດັ່ງກ່າວ ນຳໄປສູ່ 4 ສິດທິພື້ນຖານຂອງເດັກ ທີ່ຕ້ອງໄດ້ຮັບການປົກປ້ອງ ແລະ ສົ່ງເສີມ ຄື: ສິດທິໃນການຢູ່ລອດ, ສິດທິໃນການໄດ້ຮັບການພັດທະນາ, ສິດທິໃນການຮັບການປົກປ້ອງ ແລະ ສິດທິໃນການມີສ່ວນຮ່ວມ. ພ້ອມກັນນີ້, ສປປ ລາວ ຍັງໄດ້ ໃຫ້ສັດຕະຍາບັນ 2 ອະນຸສັນຍາ ເພີ່ມເຕີມຂອງສົນທິສັນຍາວ່າດ້ວຍ ສິດທິເດັກ ໃນປີ 2006 (ກ່ຽວກັບ ການເຂົ້າຮ່ວມຂອງເດັກໃນການ ປະທະກັນດ້ວຍກຳລັງອາວຸດ ແລະ ການຄ້າຂາຍເດັກ, ການຄ້າ ປະເວນີເດັກ ແລະ ສິ່ງລາມົກອະ ນາຈານກ່ຽວກັບເດັກ) ລວມທັງ ສົນທິສັນຍາຂອງອົງການແຮງ ງານສາກົນ (ILO) ເລກທີ 138 (ອາຍຸຂັ້ນຕ່ຳໃນການເຮັດວຽກ) ແລະ ເລກທີ 182 (ການລຶບ ລ້າງການນຳໃຊ້ແຮງງານເດັກ ໃນຮູບແບບທີ່ຮ້າຍແຮງ) ໃນປີ 2005. ພາຍໃຕ້ແຜນປະຕິບັດງານ ສະກັດກັ້ນ ແລະ ລຶບລ້າງການ ນຳໃຊ້ແຮງງານເດັກໄດ້ມີການ ເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ໂດຍເນັ້ນໃສ່: ການໃຫ້ການສຶກສາທີ່ມີຄຸນນະພາບ ແລະ ສະກັດກັ້ນການຫລຸດອອກ ຈາກໂຮງຮຽນກ່ອນກຳນົດ; ການ ສ້າງສະພາບແວດລ້ອມການເຮັດ ວຽກທີ່ປອດໄພສຳລັບໄວໜຸ່ມທີ່ເຖິງ ເກນອາຍຸເຮັດວຽກຕາມກົດໝາຍ; ກ າ ນ ສ ະໜອ ງ ກ າ ນ ປົກ ປ້ອ ງ ທາງສັງຄົມໃຫ້ຄອບຄົວທີ່ດ້ອຍ ໂອກາດ ຫລື ທຸກຍາກ; ການເພີ່ມ ທະວີການກວດກາແຮງງານ ແລະ ຂະຫຍາຍຕາໜ່າງປົກປ້ອງເດັກໃຫ້ ກວ້າງຂວາງ. ຄຽງຄູ່ກັບວັນເດັກ ໂລກ 20 ພະຈິກ, ສປປ ລາວ ຍັງ ສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ ຕິດພັນກັບວັນປູກຕົ້ນໄມ້ ແຫ່ງຊາດ ເພື່ອປູກຝັງໃຫ້ເດັກຮັກ ທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ມີສ່ວນຮ່ວມໃນກິດຈະກຳທີ່ ເປັນປະໂຫຍດຕໍ່ສັງຄົມ. ເດັກແມ່ນໜໍ່ແໜງຂອງຊາດ ແລະ ເປັນກຳລັງສຳຄັນໃນການ ສ້າງອະນາຄົດຂອງປະເທດຊາດ. ການລົງທຶນໃນການພັດທະນາ ແລະ ປົກປ້ອງເດັກ ຄືການວາງພື້ນ ຖານທີ່ໝັ້ນຄົງໃຫ້ແກ່ຄວາມຈະເລີນ ກ້າວໜ້າຂອງສັງຄົມໃນໄລຍະ ຍາວ. ເພື່ອໃຫ້ເດັກເຕີບໃຫຍ່ຢ່າງ ຮອບດ້ານທັງດ້ານຮ່າງກາຍ, ຈິດ ໃຈ, ສະຕິປັນຍາ ແລະ ຄຸນນະທຳ, ທຸກພາກສ່ວນຕ້ອງຮ່ວມມືກັນ ຢ່າງຕໍ່ເນື່ອງ ເຊັ່ນ: ພໍ່ແມ່ ແລະ ຜູ້ປົກຄອງຄວນມອບຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມປອດ ໄພໃນຄອບຄົວ; ຮັບຟັງຄວາມຄິດ ເຫັນຂອງລູກຫລານ; ສົ່ງເສີມການ ຮຽນຮູ້ ແລະ ການຫລິ້ນທີ່ສ້າງສັນ; ສອນໃຫ້ເດັກຮູ້ຄຸນຄ່າຂອງຕົນເອງ ແລະ ຮູ້ວິທີປົກປ້ອງຕົນເອງຈາກ ຄວາມສ່ຽງຕ່າງໆ ລວມທັງໄພອັນ ຕະລາຍໃນໂລກອອນລາຍ; ຊຸມຊົນ ແລະ ສັງຄົມຄວນຮ່ວມກັນສ້າງ ສິ່ງແວດລ້ອມທີ່ປອດໄພ, ປ້ອງກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຊັ່ນ: ການໃຊ້ຄວາມຮຸນແຮງ, ການທາ ລຸນ, ການລ່ວງລະເມີດ, ການຄ້າ ມະນຸດ, ການໃຊ້ແຮງງານເດັກ ແລະ ການຈຳແນກ; ພາກລັດ ແລະ ອົງການຈັດຕັ້ງຕ່າງໆຄວນສືບຕໍ່ ທົບທວນ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດໝາຍ, ແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍການພັດທະນາແບບຍືນ ຍົງ (SDGs) ທີ່ກ່ຽວຂ້ອງກັບ ແມ່ ແລະ ເດັກ ໃຫ້ເກີດຜົນເປັນຮູບ ປະທຳຫລາຍຂຶ້ນ. ໃນໂອກາດວັນເດັກໂລກ 20 ພະຈິກ ນີ້, ຂໍໃຫ້ທຸກພາກສ່ວນຮ່ວມ ແຮງຮ່ວມໃຈກັນສົ່ງເສີມ, ປົກປ້ອງ ແລະ ເບິ່ງແຍງດູແລເດັກທຸກຄົນ ຢ່າງຈິງຈັງ ແລະ ຍືນຍົງ ເພື່ອໃຫ້ ເດັກທຸກຄົນໄດ້ຮັບການສຶກສາ, ມີ ສຸຂະພາບແຂງແຮງ, ມີຄວາມສຸກ, ໄດ້ພັດທະນາສັກກະຍະພາບຢ່າງ ເຕັມທີ່ ແລະ ກ້າວໄປສູ່ອະນາຄົດອັນ ແຈ່ມໃສຢ່າງແທ້ຈິງ. ພາບປະກອບ ພາບປະກອບ ໂດຍ: ແສງສະຫວັນັນ
RkJQdWJsaXNoZXIy MTc3MTYxMQ==