7414

@ 0j k; c]t gsfdko j 24/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ...ົັົີ ລົງນາມເອກະສານ...ົ ສະຫາຍ ມະໄລທອງ ກົມມະສິດ ພ້ອມຄະນະ (ຊ້າຍ) ນະພາເຮືອນລາວ...ື ຜູ້ປະສານງານອົງການສະຫະປະຊາ ຊາດປະຈໍາລາວ,ບັນດາເອກອັກຄະລັດ ຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງ ສາກົນ ປະຈໍາລາວ. ໂອກາດນີ້, ທ່ານນາຍົກລັດຖະມົນ ຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຂອບໃຈ ຕໍ່ຄະນະຜູ້ແທນ ທີ່ໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ ແລະ ເຮັດວຽກຮ່ວມກັນ ໃນຂະບວນ ການໂຕະມົນປະຈໍາປີ 2026 ສາມາດ ຍາດໄດ້ຜົນສຳເລັດຕາມແຜນທີ່ກຳນົດ ໄວ້, ລວມທັງການສະໜັບສະໜູນຊ່ວຍ ເຫລືອການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ຕະຫລອດໄລຍະ ຜ່ານມາ. ພ້ອມທັງຊີ້ນໍາ ໃຫ້ພ້ອມກັນ ສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງປະ ຕິບັດວຽກງານຂອງຕົນໃນປີ 2027 ໂດຍສະເພາະ ໃນ 4 ຂົງເຂດວຽກງານ ທີ່ກອງປະຊຸມໄດ້ເປັນເອກະພາບວາງ ອອກ ໂດຍໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ນຳເອົາຜົນກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ກອງປະຊຸມຄະນະກໍາມາທິການຮ່ວມ ເພື່ອການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນ ໂລຊີ ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ທີ່ນະຄອນຫລວງ ພຽງຢາງ ສປປ ເກົາຫລີ. ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນ ວັນທີ 19 ພະຈິກ 2026 ເພື່ອທົບທວນ ການຈັດຕັ້ງປະຕິບັດບົດບັນທຶກກອງ ປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 3 ໃນປີ 2014 ທີ່ນະຄອນຫລວງວຽງ ຈັນແລະປຶກສາຫາລືກ່ຽວກັບທິດທາງ ການເສີມຂະຫຍາຍການພົວພັນຮ່ວມມື ທາງດ້ານເສດຖະກິດ-ການຄ້າ, ການ ສຶກສາ, ສາທາລະນະສຸກ, ວັດທະນະ ທໍາ-ສັງຄົມ ແລະ ຂົງເຂດອື່ນໆ. ກອງ ປະຊຸມດັ່ງກ່າວ ເປັນການຜັນຂະຫຍາຍ ກອງປະຊຸມຄະນະກຳມາທິການ...ຸິ ຜົນການພົບປະຢ້ຽມຢາມ ຂອງການ ນໍາຂັ້ນສູງຂອງສອງປະເທດໃນໄລຍະ ຜ່ານມາ ໃນການພົວພັນຮ່ວມມືມິດຕະ ພາບອັນເປັນມູນເຊື້ອ ລະຫວ່າງ ສອງ ພັກ, ສອງລັດແລະປະຊາຊົນສອງຊາດ ແລະ ການປະກອບສ່ວນຕໍ່ສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ. ໃນໂອກາດຢ້ຽມຢາມສປປເກົາຫລີ ຄັ້ງນີ້, ສະຫາຍ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ Pak Thae Song ນາຍົກລັດຖະມົນຕີ ແຫ່ງ ສປປ ເກົາຫລີ ແລະ ໄດ້ຢ້ຽມຢາມ ສະຖານທີ່ທາງປະຫວັດສາດ, ການສຶກ ສາ ແລະ ສາທາລະນະສຸກ ທີ່ສຳຄັນ ຂອງ ສປປ ເກົາຫລີ. ຂ່າວ: ກຕທ ທ່ານນາງ ເພັນນະພາ ວົງສະໝໍລະ ພູມ ອໍານວຍການບໍລິສັດ CNP ການ ຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໃຫ້ ຮູ້ວ່າ: ນະພາເຮືອນລາວ ໄດ້ຮ່ວມຈັດກິດ ຈະກຳໃນບຸນນະມັດສະການພະທາດ ຫລວງ ມາເປັນເວລາເກືອບ 11 ປີ ໂດຍ ປີນີ້ ໄດ້ມີການປັບປຸງພື້ນທີ່ຄັ້ງໃຫຍ່ ດ້ວຍການນຳເຮືອນລາວບາງສ່ວນ ອອກ ເພື່ອກະກຽມປັບປຸງໃໝ່ໃນອະ ນາຄົດ. ແຕ່ເຖິງຢ່າງໃດກໍຕາມ, ນະພາ ເຮືອນລາວຍັງຄົງຮັກສາແນວຄິດເຮືອນ ລາວບູຮານ ເພື່ອສືບສານວັດທະນະທຳ ແລະ ສົ່ງເສີມການນຸ່ງຊຸດລາວ ຄຽງຄູ່ ກັບການຖ່າຍຮູບກັບພະທາດຫລວງ. ສຳລັບກິດຈະກຳພາຍໃນນະພາ ເຮືອນລາວ ໃນແຕ່ລະວັນແມ່ນມີຫລາຍ ລາຍການ ເປັນຕົ້ນ ການສະແດງສິລະ ປະ-ວັດທະນະທຳລາວ ຈາກນ້ອງໆສິ ລະປະ, ການສາຍຮູບເງົາເກົ່າທີ່ຫາຊົມ ໄດ້ຍາກ ທີ່ມີເນື້ອໃນກ່ຽວກັບພະທາດ ຫລວງ, ໃຫ້ບໍລິການເຊົ່າຊຸດລາວ ແລະ ແຕ່ງໜ້າເພື່ອຖ່າຍຮູບ ໃນລາຄາແຕ່ 100.000-300.000 ກີບ ຕາມຮູບ ແບບການບໍລິການ. ນອກນັ້ນ, ຍັງ ມີຮ້ານຈຳໜ່າຍອາຫານ-ເຄື່ອງດື່ມ ແລະ ສິນຄ້າຫັດຖະກຳລາວ ເພື່ອໃຫ້ຜູ້ ມາທ່ຽວຊົມໄດ້ຮຽນຮູ້ ແລະ ສຳຜັດກັບ ຄວາມຫລາກຫລາຍຂອງວັດທະນະ ທຳລາວ. ສ່ວນຄ່າປີ້ເຂົ້າຊົມແມ່ນຍັງ ຄົງຢູ່ທີ່ 10.000 ກີບ ຊຶ່ງເປັນລາຄາ ເດີມຕັ້ງແຕ່ປີ 2016. ສ່ວນເດັກນ້ອຍ ແລະ ຜູ້ເຖົ້າ ເຂົ້າຟຣີ (ບໍ່ເສຍຄ່າເຂົ້າ). ນອກນີ້, ຍັງມີການຕົບແຕ່ງພື້ນທີ່ດ້ວຍ ໄຟແສງສີ ແລະ ດອກໄມ້ລາວ ພ້ອມຈັດ ຫລາຍຈຸດຖ່າຍຮູບ ເພື່ອສ້າງຄວາມ ປະທັບໃຈໃຫ້ແກ່ຜູ້ມາຢ້ຽມຊົມ. ສຳລັບ ກິດຈະກຳການສະແດງໃນແຕ່ລະວັນ ແມ່ນຈັດຂຶ້ນແຕ່ເວລາ 18:00-22:30 ໂມງ, ສ່ວນເວລາເປີດໃຫ້ບໍລິການ ແມ່ນເລີ່ມແຕ່ 10:00-24:00 ໂມງ. ໂອກາດນີ້, ທ່ານ ນາງ ເພັນນະພາ ວົງສະໝໍລະພູມ ຍັງໄດ້ເຊີນຊວນປະ ຊາຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຊົມນະພາເຮືອນລາວ, ພ້ອມທັງສະເໜີໃຫ້ປະຊາຊົນຮ່ວມສະ ແດງຄຳຄິດເຫັນ ແລະ ຂໍ້ສະເໜີວ່າ ຕ້ອງການໃຫ້ປັບປຸງເຮືອນລາວໃນຮູບ ແບບໃດ ໃຫ້ເໝາະສົມກັບຍຸກສະໄໝ ແຕ່ຍັງຄົງຮັກສາຄຸນຄ່າ ແລະ ເອກະລັກ ວັດທະນະທຳລາວໄວ້ ເພື່ອນຳໄປພັດ ທະນາ ແລະ ສືບສານໃຫ້ຄົງຢູ່ຄຽງຄູ່ ສັງຄົມລາວຕໍ່ໄປ. ສຳລັບ ບັນຍາກາດການສະເຫລີມ ສະຫລອງບຸນນະມັດສະການພະທາດ ຫລວງໃນມື້ທຳອິດ ເຕັມໄປດ້ວຍຄວາມ ຄຶກຄື້ນ, ມ່ວນຊື່ນ, ຮັກສາໄດ້ຂະນົບທຳ ນຽມປະເພນີ ແລະ ວັດທະນະທຳອັນ ດີງາມຂອງຊາດເຮົາ ໂດຍສະເພາະ ຢູ່ ພາຍໃນນະພາເຮືອນລາວ ໄດ້ມີມວນ ຊົນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນຫລາຍ ໃຫ້ ຄວາມສົນໃຈເຂົ້າມາທ່ຽວຊົມ, ຊື້ສິນ ຄ້າ ແລະ ສຳຜັດກັບບັນຍາກາດການ ຈັດງານຢ່າງຄຶກຄື້ນ ເປັນຕົ້ນ ນຸ່ງຊຸດ ລາວຖ່າຍຮູບ, ຊົມຮູບເງົາ, ຊົມການສະ ແດງສິລະປະ, ຈັບຈ່າຍຊື້-ຂາຍສິນຄ້າ ແລະ ອື່ນໆ ຊຶ່ງນະພາເຮືອນລາວ ໄດ້ ເປີດໂອກາດໃຫ້ຜູ້ປະກອບການຈາກ ບັນດາທ້ອງຖິ່ນ ນຳເອົາຜະລິດຕະພັນ ທີ່ຜະລິດພາຍໃນປະເທດ 100% ມາ ວາງສະແດງ ແລະ ຈຳໜ່າຍ ເຊັ່ນ: ຜະ ລິດຕະພັນກະສິກຳ, ຫັດຖະກຳ, ສິນຄ້າ ແປຮູບ, ເຄື່ອງອຸປະໂພກ- ບໍລິໂພກ, ອາ ຫານພື້ນເມືອງ ແລະ ຂອງທີ່ລະນຶກອັນ ເປັນເອກະລັກຂອງລາວ ເພື່ອໃຫ້ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ໄດ້ມາທ່ຽວຊົມ, ຊີມອາຫານລາວ ແລະ ເລືອກຊື້ສິນຄ້າທີ່ຕົນເອງສົນໃຈ ໂດຍໄດ້ຈັດພື້ນທີ່ຈຳໜ່າຍສິນຄ້າ ຢ່າງ ເປັນລະບົບ ເພື່ອສ້າງໂອກາດດ້ານ ຕະຫລາດໃຫ້ແກ່ຜູ້ຜະລິດ ແລະ ຜູ້ປະ ກອບການລາວ ທັງເປັນການໂຄສະນາ ເຜີຍແຜ່ສິນຄ້າທີ່ມີຄຸນນະພາບ, ສົ່ງ ເສີມການນຳໃຊ້ສິນຄ້າທີ່ຜະລິດພາຍ ໃນ, ກະຕຸ້ນການຊື້-ຂາຍ, ສ້າງລາຍຮັບ ໃຫ້ປະຊາຊົນ ແລະ ຊ່ວຍເຜີຍແຜ່ພາບ ພົດທີ່ດີຂອງສິນຄ້າລາວໃຫ້ເປັນທີ່ຮູ້ ຈັກກວ້າງຂວາງຍິ່ງຂຶ້ນ. ຂ່າວ: ທະນູທອງ; ພາບ: ເກດສະໜາ ການແຂ່ງຂັນ...່ັ ຫລາຍກວ່າ 6.000 ຄົນຈາກ50ກວ່າ ສັນຊາດ ເຂົ້າຮ່ວມ. ພິທີຖະແຫລງຂ່າວ ກ່ຽວກັບການຈັດການແຂ່ງຂັນດັ່ງກ່າວ ຈັດຂຶ້ນໃນວັນທີ20ພະຈິກ2026 ໂດຍ ມີ ທ່ານ ໄຊຊະນະ ທອງຄຳຈັນ ປະ ທານສະຫະພັນກິລາແລ່ນ-ລານແຫ່ງ ຊາດ, ທ່ານນາງ ມາລາ ສາກົນນິຍົມ ເລຂາທິການສະຫະພັນກິລາແລ່ນສະຫລອງປີ...ີ ການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ. ທັງນີ້, ກໍເພື່ອ ທົບທວນຜົນສຳເລັດຂອງການດຳເນີນ ງານທາງລົດໄຟ ລາວ-ຈີນ ຕະຫລອດ 5 ປີ ນັບແຕ່ເປີດໃຫ້ບໍລິການໃນເດືອນ ທັນວາ 2021 ເປັນຕົ້ນມາ, ພ້ອມທັງ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ ປະເທດ. ທ່ານ ສົມພອນ ສີຈະເລີນ ໄດ້ກ່າວ ໃນພິທີວ່າ: ທາງລົດໄຟ ລາວ-ຈີນ ເປັນ ພື້ນຖານໂຄງລ່າງຍຸດທະສາດ ທີ່ຊ່ວຍ ປ່ຽນບົດບາດຂອງລາວ ຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍ ເປັນຈຸດເຊື່ອມຕໍ່ທາງບົກຂອງພາກ ພື້ນ, ຊ່ວຍຫລຸດເວລາ ແລະ ຕົ້ນທຶນໃນ ການຂົນສົ່ງ, ເພີ່ມໂອກາດດ້ານການຄ້າ ແລະ ການລົງທຶນ. ພ້ອມນີ້, ປີ 2026 ຍັງເປັນປີຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ເປັນປີມິດຕະພາບຂອງ ສອງປະເທດ ຊຶ່ງມີການພົບປະລະດັບ ສູງ ແລະ ລົງນາມເອກະສານຮ່ວມມື 32 ສະບັບ ເພື່ອຊຸກຍູ້ການຮ່ວມມືໃນ ແຜນງົບປະມານແຫ່ງລັດ ປີ 2027 ຢ່າງມີຈຸດສຸມ ແລະ ກົມກຽວກັບມະຕິ ວ່າດ້ວຍການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງແລະວາລະແຫ່ງ ຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນ ກັບການປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ສືບຕໍ່ຮັກສາສະຖຽນລະ ພາບເສດຖະກິດມະຫາພາກ, ຄຸ້ມຄອງ ໜີ້ສິນສາທາລະນະ, ຂະຫຍາຍ ແລະ ຄຸ້ມຄອງຖານລາຍຮັບ ດ້ວຍລະບົບທີ່ ທັນສະໄໝ; ນຳໃຊ້ຜົນການສຳຫລວດ ພົນລະເມືອງ ຄັ້ງທີ V ເປັນພື້ນຖານໃນ ການຈັດສັນງົບປະມານ ເພື່ອລົງທຶນ ໃສ່ຂະແໜງສຶກສາ, ສາທາລະນະສຸກ, ແຮງງານ, ລວມທັງພື້ນຖານໂຄງລ່າງ ໃນເຂດຫ່າງໄກສອກຫລີກ ເພື່ອຫລຸດ ຜ່ອນລະດັບຄວາມແຕກໂຕນການພັດ ທະນາ; ສືບຕໍ່ຮ່ວມມື ແລະ ສະໜັບສະ ໜູນດ້ານເຕັກນິກວິຊາການສ້າງຄວາມ ເຂັ້ມແຂງດ້ານການຄຸ້ມຄອງການເງິນ ພາກລັດ ແລະ ການວາງແຜນພັດທະ ນາ; ສືບຕໍ່ຊຸກຍູ້ການເລັ່ງລັດສູ່ປະເທດ ລາຍຮັບປານກາງ-ສູງ ຜ່ານການພັດ ທະນາຊັບພະຍາກອນມະນຸດ, ການນຳ ໃຊ້ນະວັດຕະກຳຕາມທິດການເຕີບໂຕ ສີຂຽວ, ການອອກຈາກສະຖານະພາບ ດ້ອຍພັດທະນາ, ການກະກຽມຄວາມ ພ້ອມໃນໄລຍະຂ້າມຜ່ານ, ການຍົກສູງ ປະສິດທິຜົນຂອງການຮ່ວມມື ເພື່ອ ການພັດທະນາ ແລະ ທິດທາງການລະ ດົມຂົນຂວາຍແຫລ່ງທຶນ, ສ້າງເງື່ອນ ໄຂໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນໄວໄວນີ້; ພ້ອມທັງຮຽກຮ້ອງບັນດາ ຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບ ສະໜູນຊ່ວຍເຫລືອ ໄລຍະຂ້າມຜ່ານ 2027-2029 ຕື່ມອີກ. ໂອກາດນີ້, ຄະນະຜູ້ແທນ ໄດ້ລາຍ ງານຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ2026 ໂດຍສະເພະບັນດາເນື້ອ ໃນການແລກປ່ຽນ, ປຶກສາຫາລື, ບັນດາ ຂໍ້ສະເໜີ-ແນະນຳທີ່ສໍາຄັນ ຊຶ່ງກອງປະ ຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້“ໃຫ້ບູລິມະ ສິດການຈັດສັນງົບປະມານທີ່ມີຍຸດທະ ສາດໃສ່ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສົກປີ 2027 ເພື່ອຮັບປະກັນການອອກ ຈາກສະຖານະພາບດ້ອຍພັດທະນາຢ່າງ ໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ”. ຫລາຍຂົງເຂດ. ທ່ານ ຊຸນຢົງໄຊ ປະທານບໍລິສັດ CRRC ກໍໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ທາງລົດໄຟ ລາວ-ຈີນ ໄດ້ ໃຫ້ບໍລິການລົດໄຟໂດຍສານຫລາຍ ກວ່າ 100.000 ຂະບວນ, ຂົນສົ່ງຜູ້ ໂດຍສານຫລາຍກວ່າ 80 ລ້ານຄົນ ແລະ ລົດໄຟຂົນສົ່ງສິນຄ້າລະຫວ່າງ ປະເທດຫລາຍກວ່າ 25.000 ຂະ ບວນ, ຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກ ຫລາຍກວ່າ 20 ລ້ານໂຕນ, ມູນຄ່າ ກວ່າ 100 ຕື້ຢວນ. ທາງລົດໄຟດັ່ງ ກ່າວຈຶ່ງກາຍເປັນທັງເສັ້ນທາງແຫ່ງ ມິດຕະພາບ ແລະ ເສັ້ນທາງສູ່ຄວາມ ຈະເລີນ ທີ່ຊ່ວຍຊຸກຍູ້ການພັດທະນາ ແລວເສດຖະກິດ ລາວ-ຈີນ. ທ່ານ ຊຸນຢົງໄຊ ຍັງໄດ້ກ່າວອີກ ວ່າ: CRRC ໃນຖານະຜູ້ຜະລິດລົດໄຟ ແລະ ຜູ້ໃຫ້ບໍລິການດ້ານລະບົບລົດໄຟ ໄດ້ສຸມໃສ່ການປັບປຸງອຸປະກອນ, ພັດທະ ນາເຕັກໂນໂລຊີ ແລະ ຍົກລະດັບການ ບໍລິການ, ພ້ອມທັງສົ່ງເສີມການຖ່າຍ ທອດຄວາມຮູ້ ແລະ ສ້າງບຸກຄະລາ ກອນຊ່າງສີມືດ້ານລົດໄຟໃຫ້ແກ່ລາວ ຜ່ານລະບົບອາຈານ-ລູກສິດ, ລວມທັງ ການສ້າງສະຖານີບໍລິການແລະບຳລຸງ ຮັກສາຢູ່ວຽງຈັນ ແລະ ຄຸນໝິງ ເພື່ອຮັບ ປະກັນການເດີນລົດໄຟຢ່າງປອດໄພ ແລະ ຕໍ່ເນື່ອງ. ນອກຈາກນັ້ນ, CRRC ຍັງໄດ້ຮ່ວມດຳເນີນກິດຈະກຳທີ່ສົ່ງເສີມ ສາຍພົວພັນປະຊາຊົນສອງຊາດ ເຊັ່ນ: ການສ້າງສະຖານີວັດທະນະທຳລົດ ໄຟ, ການສະໜັບສະໜູນສະໜາມກິລາ ໃຫ້ໂຮງຮຽນ ແລະ ການຈັດກິດຈະກຳ ໃຫ້ຄວາມຮູ້ດ້ານລົດໄຟແກ່ໄວໜຸ່ມລາວ. ສຳລັບທິດທາງຕໍ່ໜ້າ ທັງສອງ ຝ່າຍຈະສືບຕໍ່ຮ່ວມມືດ້ານການບຳລຸງ ຮັກສາລົດໄຟ, ການຈັດຫາອຸປະກອນ, ການພັດທະນາທຸລະກິດຕາມສະຖານີ ແລະ ການລົງທຶນຕາມແນວເສັ້ນທາງ ເພື່ອຍົກລະດັບປະສິດທິພາບການດຳ ເນີນງານ ແລະ ສ້າງຜົນປະໂຫຍດດ້ານ ເສດຖະກິດ-ສັງຄົມໃຫ້ແກ່ປະຊາຊົນ ສອງປະເທດຫລາຍຂຶ້ນ. ພາຍໃນງານສະເຫລີມສະຫລອງ ຄັ້ງນີ້, ຍັງມີການວາງສະແດງຮູບພາບ ປະຫວັດການກໍ່ສ້າງ ແລະ ພັດທະນາ ທາງລົດໄຟ ລາວ-ຈີນ, ການສະແດງ ສິລະປະວັດທະນະທຳຂອງສອງຊາດ ລວມທັງການມອບໃບຍ້ອງຍໍໃຫ້ແກ່ ພະນັກງານດີເດັ່ນຝ່າຍລາວ ແລະ ຝ່າຍ ຈີນ ທີ່ໄດ້ອຸທິດຕົນໃນການຄຸ້ມຄອງ ແລະ ບໍລິການທາງລົດໄຟ ຕື່ມອີກ. ຂ່າວ-ພາບ: ສາວະພາ ຜົນສໍາເລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມກັນນີ້, ຍັງ ໄດ້ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ຢ່າງຕໍ່ເນື່ອງຈາກ ຍີ່ປຸ່ນ ໃນຊຸມປີຕໍ່ໜ້າ. ໃນຂະນະດຽວກັນ, ທ່ານ ໂຄອິຊຸມິ ຊຶໂຕະມຸ ໄດ້ສະແດງຄວາມຍິນດີ ທີ່ໄດ້ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງ ນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າໂຄງການດັ່ງກ່າວ ຈະປະ ກອບສ່ວນສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງສປປລາວ ກໍຄື ປະກອບສ່ວນເຂົ້າໃນການສົ່ງເສີມ ສາຍພົວພັນມິດຕະພາບແລະການຮ່ວມ ມືອັນດີງາມ ກໍຄື ຊຸກຍູ້ຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ຂອງສອງປະເທດ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ. ລານແຫ່ງຊາດ, ພ້ອມດ້ວຍຄະນະຮັບ ຜິດຊອບຈັດງານ, ຜູ້ໃຫ້ການສະໜັບ ສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ. ການຈັດງານໃນຄັ້ງນີ້, ມີຈຸດປະ ສົງເພື່ອສົ່ງເສີມການອອກກຳລັງກາຍ ແລະ ການມີສຸຂະພາບທີ່ດີ, ສ້າງສາຍ ພົວພັນມິດຕະພາບລະຫວ່າງນັກແລ່ນ ຈາກຫລາຍປະເທດ ທັງເປັນການສົ່ງ ເສີມການທ່ອງທ່ຽວລາວ ແລະ ເຜີຍ ແຜ່ພາບພົດອັນດີງາມຂອງນະຄອນ ຫລວງວຽງຈັນສູ່ສາຍຕາສາກົນ. ນອກ ນີ້, ຍັງເປັນເວທີສຳຄັນໃຫ້ນັກແລ່ນ ລາວໄດ້ທົດສອບຄວາມສາມາດ ແລະ ກະກຽມສູ່ການແຂ່ງຂັນໃນລະດັບພາກ ພື້ນແລະສາກົນ.ການແຂ່ງຂັນຄັ້ງນີ້ຈັດ ໂດຍວິສາຫະກິດສ່ວນບຸກຄົນ ອີເອຟຈີ ລາວ ຮ່ວມກັບສະຫະພັນກິລາແລ່ນລານແຫ່ງຊາດລາວ ພາຍໃຕ້ການຊີ້ນຳ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການອະນຸມັດຈາກຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ. ສຳລັບ ປະເພດການແຂ່ງຂັນ ແບ່ງ ອອກເປັນ 3 ໄລຍະທາງ ຄື: ໄລຍະ 42 ກິໂລແມັດ (ເວລາໃນການປ່ອຍໂຕ 03:30 ໂມງ), ໄລຍະ 21 ກິໂລແມັດ (ເວລາປ່ອຍໂຕ 04:30 ໂມງ) ແລະ ໄລຍະ 10 ກິໂລແມັດ (ເວລາໃນການ ປ່ອຍໂຕ 05:00 ໂມງ) ໂດຍມີຈຸດ ປ່ອຍໂຕ ແລະ ເສັ້ນໄຊ ຢູ່ບໍລິເວນເດີ່ນ ພະທາດຫລວງ ແລະ ເສັ້ນທາງແລ່ນ ຈະຜ່ານສະຖານທີ່ສຳຄັນຫລາຍແຫ່ງ ຂອງນະຄອນຫລວງ ເຊັ່ນ: ປະຕູໄຊ, ຫໍຄຳ, ຕະຫລາດເຊົ້າ, ຊ້າງສາມຫົວ ແລະ ເສັ້ນທາງແຄມຂອງ ຊຶ່ງເປັນການ ນຳສະເໜີຄວາມງົດງາມຂອງສະຖາ ປັດຕະຍະກຳ, ວັດວາອາຮາມ ແລະ ທຳ ມະຊາດຂອງນະຄອນຫລວງ ໃຫ້ແກ່ ນັກແລ່ນທີ່ເຂົ້າຮ່ວມ. ສຳລັບລາງວັນ ຈະມີການມອບລາງວັນທັງປະເພດທົ່ວ ໄປ ແລະ ປະເພດກຸ່ມອາຍຸ ລວມທັງໝົດ 190 ລາງວັນ ໂດຍມີເງິນລາງວັນ ລວມສູງສຸດ 307 ລ້ານກີບ. ທ່ານໃດສົນໃຈສາມາດລົງທະ ບຽນຜ່ານລະບົບເທິງມືຖື EFG Laos ໂດຍກຳນົດປິດຮັບລົງທະບຽນໃນ ເວລາ 23:59 ໂມງ ຂອງວັນທີ 22 ພະຈິກ 2026. ສາມາດສອບຖາມ ຂໍ້ມູນເພີ່ມເຕີມໄດ້ທາງ Facebook Fan Page: WWW.Vientiane International Marathon ຫລື WhatsApp: 020 9155 2661. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==