24/11/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp m6 f]k;pn j olko8k8A ' 8+ g9Q k-u ;y fcsj ' ltst]k-tvkok9a d va 'dy f c]t vPd]a 'g|n v sk]n dP,7;k,rh v,7A 'l5 fmh kp dv'xt-5 , 7totde,tdko;a fmtotme{4tcs]'0j k;vk-Po 7A 'mu 61 ຜົນກອງປະຊຸມ...ົຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ໃນຕອນບ່າຍວັນທີ 19 ພະຈິກ 2026 ຜ່ານມາ, ທີ່ພະຣາຊະວັງ ເຊັນເຈມ(St James’ Palace), ນະ ຄອນຫລວງລອນດອນ ສະຫະລາຊະ ອານາຈັກອັງກິດ ແລະ ອຽກລັງເໜືອ, ທ່ານ ໄມບົວ ໄຊຍະວົງ ໄດ້ສໍາເລັດການ ຍື່ນສານຕາຕັ້ງ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ເຈົ້າຊີວິດ ຊາລ໌ ທີ 3 (King Charles III) ແຫ່ງສະຫະລາຊະອາ ນາຈັກອັງກິດ ແລະ ອຽກລັງເໜືອ ເພື່ອ ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອໍານາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະຫະລາຊະອາ ນາຈັກອັງກິດແລະ ອຽກລັງເໜືອຢ່າງ ເປັນທາງການ ຊຶ່ງມີສໍານັກງານຕັ້ງຢູ່ ນະຄອນຫລວງລອນດອນ. ໃນໂອກາດດັ່ງກ່າວ, ທ່ານທູດ ໄມບົວ ໄຊຍະວົງ ໄດ້ນໍາເອົາຄວາມຢື້ ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາ ອວຍພອນໄຊອັນປະເສີດ ຈາກທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ເຈົ້າຊີວິດ, ລັດຖະບານ ແລະ ປະຊາຊົນ ອັງກິດ ທຸກທົ່ວໜ້າ. ທ່ານທູດ ໄດ້ໃຫ້ ຄຳໝາຍໝັ້ນສຸມທຸກຄວາມສາມາດ ສືບຕໍ່ເຮັດວຽກຮ່ວມກັບພາກສ່ວນທີ່ ກ່ຽວຂ້ອງຂອງອັງກິດຢ່າງໃກ້ຊິດ ເພື່ອ ເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະ ເທດໃຫ້ກ້າວສູ່ລວງເລິກກວ່າເກົ່າ ໂດຍ ສະເພາະການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ, ການທ່ອງ ທ່ຽວ, ສາທາລະນະສຸກ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ລາວ-ອັງກິດ. ໃນຕອນທ້າຍທ່ານທູດ ໄດ້ເຊື້ອເຊີນເຈົ້າຊີວິດເດີນທາງມາຢ້ຽມ ຢາມ ສປປ ລາວ ໃນເວລາທີ່ສະດວກ. ໃນໂອກາດດຽວກັນ, ເຈົ້າຊີວິດ ຊາລ໌ ທີ 3 ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນແລະຊົມເຊີຍທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ແລະ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນ ການສົ່ງເສີມການພົວພັນຮ່ວມມື ລະ ຫວ່າງ ສອງປະເທດໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ, ພ້ອມທັງອວຍ ພອນໃຫ້ທ່ານເອກອັກຄະລັດຖະທູດ ປະ ສົບຜົນສໍາເລັດໃນການປະຕິບັດໜ້າທີ່ ອັນມີກຽດຂອງຕົນ ຢູ່ສະຫະລາຊະອາ ນາຈັກອັງກິດ ແລະ ອຽກລັງເໜືອ. ພິທີຍື່ນສານຕາຕັ້ງໃນຄັ້ງນີ້, ຈັດ ຂຶ້ນຢ່າງສົມກຽດຕາມພິທີການຂອງ ພະຣາຊະວັງທຸກຂັ້ນຕອນ ເຕັມໄປ ດ້ວຍບັນຍາກາດອັນອົບອຸ່ນ ແລະ ປະ ສົບຜົນສໍາເລັດທຸກດ້ານ. ສປປ ລາວ ແລະ ສ ອັງກິດ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 5 ກັນຍາ 1955 ແລະ ສອງປະເທດ ໄດ້ຮ່ວມກັນ ສະເຫລີມສະຫລອງຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນການ ທູດໃນປີ2025ທີ່ຜ່ານມາລວມທັງຜົນ ສໍາເລັດຂອງການຈັດກອງປະຊຸມປຶກ ສາຫາລືທາງດ້ານການເມືອງ ລາວອັງກິດ ຄັ້ງທີ 4 ທີ່ລອນດອນ. ຂປລ. ກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມຄັ້ງສຸດທ້າຍ ສຳລັບກອງປະຊຸມຄະນະກຳມະການ ວັດທະນະທຳ ແລະ ຖະແຫລງຂ່າວອາ ຊຽນ (COCI) ຄັ້ງທີ 61 ທີ່ຈະຈັດ ຂຶ້ນໃນວັນທີ 23-27 ພະຈິກ 2026 ທີ່ເມືອງວັງວຽງ, ແຂວງວຽງຈັນ ຈັດ ຂຶ້ນໃນວັນທີ 20 ພະຈິກ 2026 ໂດຍ ການເປັນປະທານຂອງ ທ່ານ ຄຳພູ ເພັຍສັກຂາ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ, ໃນນາມຄະ ນະຊີ້ນຳລວມວຽກງານກະກຽມຄວາມ ພ້ອມຮອບດ້ານສຳລັບກອງປະຊຸມ ຄະນະກຳມະການວັດທະນະທໍາແລະຖະ ແຫລງຂ່າວອາຊຽນຄັ້ງທີ61, ມີຜູ້ຕາງ ໜ້າອະນຸກຳມະການຈາກໜ່ວຍງານ ແລະ ພາກສ່ວນກ່ຽວຂ້ອເຂົ້າຮ່ວມ. ໃນກອງປະຊຸມ, ບັນດາອະນຸກຳມະ ການໄດ້ລາຍງານຄວາມຄືບໜ້າການ ກະກຽມຄວາມພ້ອມໃນແຕ່ລະດ້ານ ເປັນຕົ້ນ ດ້ານເນື້ອໃນ, ວຽກງານກອງ ເລຂາ, ພິທີການ, ສະຖານທີ່ພັກ, ສິລະ ປະ-ວາງສະແດງ, ໂຄສະນາ-ຂ່າວ ສານ ແລະ ດ້ານເສດຖະກິດ ຊຶ່ງໂດຍ ລວມແລ້ວ ການກະກຽມແມ່ນໄດ້ຮັບ ການເອົາໃຈໃສ່ຈັດຕັ້ງປະຕິບັດສຳເລັດ ເປັນຢ່າງດີ. ໃນໂອກາດນີ້, ທ່ານປະທານກອງປະ ຊຸມໄດ້ມີຄຳເຫັນຊີ້ນຳໃຫ້ແຕ່ລະພາກ ສ່ວນເພີ່ມທະວີຄວາມຮັບຜິດຊອບແລະ ປະສານສົມທົບເຊິ່ງກັນ ແລະ ກັນຢ່າງ ໃກ້ຊິດ, ແກ້ໄຂບາງວຽກງານທີ່ຍັງຄົງ ຄ້າງ ເພື່ອຮັບປະກັນການເປັນເຈົ້າພາບ ກອງປະຊຸມ COCI ໃນຄັ້ງນີ້ ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ກອງປະຊຸມ COCI ຄັ້ງທີ 61 ນີ້ ແລະ ກອງປະຊຸມປິ່ນອ້ອມ ຈະມີເຈົ້າ ໜ້າທີ່ອາວຸໂສຈາກຂົງເຂດວັດທະນະ ທຳ ແລະ ຖະແຫລງຂ່າວ, ທູຕານຸທູດ ຈາກ 11 ປະເທດສະມາຊິກອາຊຽນ ພ້ອມດ້ວຍກອງເລຂາອາຊຽນເຂົ້າ ຮ່ວມທັງໝົດ 150 ກວ່າທ່ານ. ກອງປະຊຸມ COCI ຖືເປັນກົນໄກ ສຳຄັນໃນການຊຸກຍູ້ການຮ່ວມມືດ້ານ ວັດທະນະທຳ ແລະ ຖະແຫລງຂ່າວ ຂອງບັນດາປະເທດສະມາຊິກອາຊຽນ ໂດຍຜ່ານແຜນການ ແລະ ກິດຈະກຳ ຕ່າງໆ, ທັງເປັນເວທີທົບທວນການ ປະຕິບັດໂຄງການທີ່ໄດ້ຮັບທຶນສະໜັບ ສະໜູນຈາກກອງທຶນວັດທະນະທຳອາ ຊຽນ. ກອງປະຊຸມຄັ້ງນີ້ເປັນຄັ້ງທີ 3 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຄັ້ງທີ 1 ຈັດຂຶ້ນໃນປີ 2006 ແລະ ຄັ້ງທີ 2 ປີ 2016. ນອກຈາກນີ້, ໃນບັນດາແຂກທີ່ ເຂົ້າຮ່ວມກອງປະຊຸມ ຍັງມີຕາງໜ້າ ຈາກສຳນັກຂ່າວທີ່ສຳຄັນຂອງບັນດາ ປະເທດສະມາຊິກອາຊຽນ ຊຶ່ງຈະເປັນ ໂອກາດອັນດີໃຫ້ແກ່ ສປປ ລາວ ໃນ ການໂຄສະນາເຜີຍແຜ່ການພັດທະນາ ເສດຖະກິດ-ສັງຄົມ, ວັດທະນະທຳແລະ ການທ່ອງທ່ຽວຂອງປະເທດອອກສູ່ ພາກພື້ນ ແລະ ສາກົນ. ເອົາການສະຫລຸບວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນ ການ ປະຈໍາເດືອນທັນວາ 2026 ຂອງ ລັດຖະບານ ໃນນັ້ນ, ຕໍ່ການສະຫລຸບ ວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງ ສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດ ຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນ ດາວຽກຈຸດສຸມ ແລະ ມາດຕະການ ທີ່ ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະ ຖຽນລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ ບັນດາຮາກຖານ ແລະ ຈຸດຫລໍ່ແຫລມ; ໄດ້ເອົາໃຈໃສ່ສະກັດກັ້ນແລະແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆ ຊຶ່ງສາມາດມ້າງ ຄະດີຢາເສບຕິດ 299 ເລື່ອງ, ມ້າງກຸ່ມ ແກ້ງສະແກມເມີ 6 ຄັ້ງ ກັກຕົວຜູ້ຕ້ອງ ຫາໄດ້ 51 ຄົນ ລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ; ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ແຕ່ເດືອນຕຸລາ ຫາຕົ້ນເດືອນພະຈິກ ຢູ່ ນະຄອນຫລວງວຽງຈັນ, ແຂວງວຽງ ຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳ ໄຊ ແລະ ແຂວງໄຊສົມບູນ ສາມາດຢຶດ ລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນໍາໃຊ້ເຂົ້າ ໃນການລັກລອບຈໍານວນໜຶ່ງ; ຄະນະ ສະເພາະກິດ 1885/ກງ ໄດ້ທ້ອນໂຮມ ຊັບສິນທີ່ຢຶດໄດ້ ແຕ່ເດືອນເມສາ ຫາ ເດືອນພະຈິກ 2026 ຢູ່ 8 ແຂວງ, ລວມ ມີພາຫະນະ 103 ຄັນ ຊຶ່ງຊັບສິນທີ່ສະ ສາງສຳເລັດແລ້ວ ມີພາຫະນະ 33 ຄັນ ມູນຄ່າ 10,8 ຕື້ກີບ, ສ່ວນຊັບສິນທີ່ຍັງ ຢູ່ໃນຂັ້ນຕອນກະກຽມສະສາງອອກ ຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສໍາ ເລັດການປັບປຸງຂໍ້ຕົກລົງ ວ່າດ້ວຍລະ ບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ສໍາເລັດ ການກະກຽມລາຍງານ ທາງດ້ານເນື້ອ ໃນ ໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດ ຊອບຂອງລັດຖະບານ ທີ່ລາຍງານຕໍ່ ກອງປະຊຸມກົມການເມືອງຮ່ວມກັບຄະ ນະເລຂາທິການສູນກາງພັກ ຈໍານວນ 3 ຫົວຂໍ້; ຮອດວັນທີ 17 ພະຈິກ 2026 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 92% ຂອງແຜນການປີ (ທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າ ຕື້ກີບ), ປະຕິບັດແຜນລາຍຈ່າຍງົບປະ ມານໄດ້ 68% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍ ຢູ່ໃນລະດັບ 7,7%; ການລະດົມແຫລ່ງ ທຶນ ເພື່ອມາດຸນດ່ຽງງົບປະມານຈາກ ພາຍໃນ ແລະ ຕ່າງປະເທດ ໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ 2026 ສາມາດສະສົມຄັງສໍາ ຮອງເງິນຕາຕ່າງປະເທດ ກຸ້ມການນຳ ເຂົ້າ 5,66 ເດືອນ; ສາມາດອອກໃບຕາ ດິນໄດ້ 167.000 ກວ່າຕອນ ເທົ່າກັບ 120% ຂອງແຜນການປີ; ໄດ້ເອົາໃຈ ໃສ່ສົ່ງເສີມການຜະລິດ ເພື່ອທົດແທນ ການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ; ລັດຖະບານ ໄດ້ຮັບກົນຈັກ ແລະ ອຸປະ ກອນສ້ອມແປງເສັ້ນທາງ ຈາກລັດຖະ ບານຍີ່ປຸ່ນ ມູນຄ່າເກືອບ 1 ລ້ານເຢັນ; ໄດ້ຈັດຕັ້ງປະຕິບັດມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມ ແປງເສັ້ນທາງໃນໄລຍະໃໝ່ ຫລື ໂຄງ ການ OPBRC ແລະ PRTC ຊຶ່ງໄດ້ ເລີ່ມຕົ້ນຈັດຕັ້ງປະຕິບັດເກັບເງິນຜ່ານ ທາງເລກ 9 ເປັນໂຄງການຕົວແບບ ໂດຍເລີ່ມແຕ່ວັນທີ 16 ພະຈິກ 2026 ເຫັນວ່າ ສາມາດເກັບເງິນຄ່າຜ່ານທາງ ດັ່ງກ່າວ ບໍ່ຫລຸດ 700 ລ້ານກີບຕໍ່ມື້; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນ ທາງຫລວງແຫ່ງຊາດ, ຟື້ນຟູບັນດາ ເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພ ພິບັດ ສາມາດທຽວໄປ-ມາໄດ້ສະດວກ ຫລາຍຂຶ້ນ; ສໍາເລັດການກໍ່ສ້າງ, ມອບຮັບສະໜາມກິລາເຈົ້າອານຸວົງ; ສຳ ເລັດກອງປະຊຸມຄະນະຄຸ້ມຄອງອິນເຕີ ເນັດແຫ່ງຊາດ ແລະ ກອງປະຊຸມລະດັບ ສູງ ວ່າດ້ວຍການຫັນເປັນດີຈິຕອນ ຂອງ ສປປ ລາວ ປະຈຳປີ 2026; ສຳ ເລັດການຍົກລະດັບ ມະຫາວິທະຍາໄລ ສຸຂະພາບ ເປັນມະຫາວິທະຍາໄລວິທະ ຍາສາດສຸຂະພາບແຫ່ງຊາດ ແລະ ເປີດ ສົກຮຽນໃໝ່ 2026-2027, ທັງໄດ້ ເອົາໃຈໃສ່ປັບປຸງການບໍລິການດ້ານ ສາທາລະນະສຸກແລະປ້ອງກັນການແຜ່ ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບ ແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍ ຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ ຕິດຕາມສະພາບການພາກພື້ນແລະສາ ກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງ ພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນ ດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມ ບັນດາກອງປະຊຸມສາກົນເປັນຕົ້ນກອງ ປະຊຸມສຸດຍອດອົງການຝຣັ່ງໂກໂຟນີ ສາກົນ ຄັ້ງທີ 20 ທີ່ລາຊະອານາຈັກກຳ ປູເຈຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ ກ່ຽວຂ້ອງ ທີ່ຟີລິບປິນ, ພ້ອມກັນນັ້ນ ກໍ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນສຳເລັດເປັນຢ່າງດີ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍ ເຫັນວ່າ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດ ຕາມ,ກວດກາ,ກຳນົດມາດຕະການແກ້ ໄຂໃຫ້ທັນ ແລະ ມີປະສິດທິຜົນຫລາຍ ກວ່າເກົ່າ ເປັນຕົ້ນ ບັນຫາປະກົດການ ຫຍໍ້ທໍ້ຂອງສັງຄົມ, ຂົງເຂດບໍ່ແຮ່, ຂົງ ເຂດການຄ້າ, ຂົງເຂດການຜະລິດ ແລະ ຂົງເຂດອື່ນໆ. ວາລະທີ 2 ກອງປະຊຸມເຫັນດີດ້ານ ຫລັກການ ຮັບຮອງເອົາຮ່າງແຜນແມ່ ບົດແລະແຜນດຳເນີນງານການສົ່ງເສີມ ການນຳໃຊ້ລົດໄຟຟ້າ ແລະ ພະລັງງານ ໃໝ່ (XEV) 2026-2035 ໂດຍໄດ້ ຊີ້ນໍາກະຊວງອຸດສາຫະກໍາ ແລະ ການ ຄ້າສົມທົບກັບຂະແໜງການແລະ ພາກ ສ່ວນກ່ຽວຂ້ອງປັບປຸງຕື່ມຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນກຳ ນົດຂໍ້ຫ້າມນໍາເຂົ້າແບັດເຕີລີລົດ ທີ່ເສື່ອມ ແລະ ບໍ່ໄດ້ຄຸນນະພາບ, ທັງກຳນົດແຜນ ຈັດການວັດຖຸອຸປະກອນ, ອາໄຫລ່ແລະ ອື່ນໆ ພາຍຫລັງທີ່ລົດໄຟຟ້າໝົດອາຍຸ ການນຳໃຊ້ແລະກາຍເປັນສິ່ງເສດເຫລືອ ໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະ ຫຍາຍເຂົ້າໃນວຽກງານຂອງຂະແໜງ ການຕົນ ໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງ ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ວຽກງານນີ້ຄືນໃໝ່ ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ. ວາລະທີ 3 ກອງປະຊຸມເຫັນດີດ້ານ ຫລັກການຮັບຮອງເອົາຮ່າງດຳລັດວ່າ ດ້ວຍມາດຕະການຊົ່ວຄາວ, ການຢຶດ, ອາຍັດ ແລະ ຮິບທຶນ ຫລື ຊັບສິນ ທີ່ພົວ ພັນກັບການກະທຳຜິດ ເປັນຕົ້ນ ການ ຟອກເງິນ, ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ໂດຍໄດ້ຊີ້ນຳທະນາ ຄານແຫ່ງ ສປປ ລາວ ສົມທົບກັບຂະ ແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກ ລັດຖະບານ ເປັນຕົ້ນ ແຜນການຊີ້ແຈງ ບັນຊີສີເທົາ, ການນຳໃຊ້ຄຳສັບ, ຂໍ້ມູນ ຫລື ຫລັກຖານ ທີ່ພາໃຫ້ສົງໄສ ຫລື ພຶດ ຕິກໍາທີ່ເປັນການກະທໍາຜິດຕົ້ນຫລື ເຫດ ການຮີບດ່ວນທີ່ອາດກະທົບໃສ່ທຶນຫລື ຊັບສິນ ໃຫ້ຄົບຖ້ວນ, ຮັດກຸມ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ການຕິດຕາມກວດກາ ແລະ ເຄື່ອນໄຫວ ວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມ ແຂງ, ມີປະສິດທິພາບ, ສ້າງຄວາມເຊື່ອ ໝັ້ນໃຫ້ແກ່ສາກົນ. ວາລະທີ 4 ກອງປະຊຸມເຫັນດີດ້ານ ຫລັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນດີຈິຕອນ ພາກລັດ ໂດຍໄດ້ຊີ້ນຳກະຊວງເຕັກ ໂນໂລຊີ ແລະ ການສື່ສານ ສົມທົບກັບ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມ ຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ບັນດາຂໍ້ມູນທີ່ຫ້າມເປີດ ເຜີຍ; ການປົກປ້ອງຂໍ້ມູນພາຍໃນ; ບັນ ຫາທີ່ຕິດພັນກັບຄວາມໝັ້ນຄົງຂອງ ຊາດ ພາຍຫລັງປັບປຸງແລ້ວ ໃຫ້ນຳສະ ເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກ ລັດຖະມົນຕີ ຕື່ມອີກ. ສຳລັບແຜນວຽກຈຸດສຸມ ປະຈຳ ເດືອນທັນວາ 2026 ກອງປະຊຸມ ໄດ້ ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາ ວຽກງານສຳຄັນ ໂດຍສະເພາະໃຫ້ ສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເປັນຕົ້ນ ບັນຫາອາຊະຍາກໍາ ທາງໄຊເບີ, ບັນຫາການຟອກເງິນ, ບັນ ຫາຢາເສບຕິດ, ບັນຫາການຄ້າຂາຍ ເຖື່ອນ, ບັນຫາລັກຂຸດຄົ້ນຕັດໄມ້, ບັນ ຫາຂີ້ລັກງັດແງະປຸ້ນຈີ້ຊີງຊັບ, ບັນຫາ ອາວຸດເສິກທີ່ນໍາໃຊ້ບໍ່ຖືກຕ້ອງ; ກະ ກຽມເນື້ອໃນ ທີ່ຈະນໍາເຂົ້າລາຍງານຕໍ່ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 4 ສະໄໝທີXII ແລະ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2026 ໂດຍສະເພາະ ບັນດາກະຊວງ-ອົງການທຽບເທົ່າ ໃຫ້ ສະຫລຸບຕີລາຄາວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027; ສະຫລຸບຕີລາຄາສະພາບການ ປະຕິບັດເງິນກອງທຶນທາງ ປີ 2026 ທິດທາງແຜນການ ປີ 2027; ສະຫລຸບ ຜົນການຈັດຕັ້ງປະຕິບັດ ມະຕິ 04/ ກມສພ, ລົງວັນທີ 11 ເມສາ 2024 (ກ່ຽວກັບ ສອຈ), ມະຕິ 04/ລບ, ລົງ ວັນທີ 23 ມີນາ 2026 (ກ່ຽວກັບການ ຫັນການເກັບລາຍຮັບເປັນທັນສະໄໝ) ແລະ ມະຕິ 05/ລບ, ລົງວັນທີ 30 ມີນາ 2026 (ກ່ຽວກັບການປັບປຸງ ແລະ ກໍ່ ສ້າງເສັ້ນທາງ); ສືບຕໍ່ເກັບລາຍຮັບ ເຂົ້າງົບປະມານ ໂດຍສູ້ຊົນເກັບລາຍຮັບ ໃຫ້ໄດ້ເກີນແຜນ ໂດຍສຸມໃສ່ແຂວງໃດ ທີ່ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ, ເກັບລາຍຮັບຈາກແຫລ່ງທີ່ມີໃຫ້ຄົບ ຖ້ວນ, ກວດກາການປະຕິບັດພັນທະ ຂອງບັນດາໂຄງການລົງທຶນຕ່າງໆ, ປັບປຸງຫັນສູ່ລະບົບເກັບລາຍຮັບແບບ ທັນສະໄໝ, ເລັ່ງທວງໜີ້ຄ້າງຊຳລະທຸກ ປະເພດ, ປະມູນຊັບສິນທີ່ຢຶດໄດ້ຈາກ ຄະດີຕ່າງໆ, ເກັບຄ່າທໍານຽມ ແລະ ຄ່າ ບໍລິການຕ່າງໆຢູ່ດ່ານ, ກະກຽມການ ກວດກາ ແລະ ດຳເນີນການປິດ 0 ໂມງ ໃຫ້ໄດ້ຮັບຜົນດີ, ສ້າງແຜນການແກ້ໄຂ ໜີ້ສິນທັງໜີ້ພາຍໃນແລະຕ່າງປະເທດ; ຮັກສາສະຖຽນລະພາບເງິນຕາ ແລະ ລາຄາສິນຄ້າ ເປັນຕົ້ນ ການດໍາເນີນນະ ໂຍບາຍເງິນຕາແບບປະສົມປະສານ, ການຄຸ້ມຄອງອັດຕາແລກປ່ຽນຕາມ ກົນໄກຕະຫລາດທີ່ລັດຄຸ້ມຄອງ, ການ ຄຸ້ມຄອງລາຄາຕໍ່ໝວດສິນຄ້າ ແລະ ຄ່າ ບໍລິການພື້ນຖານ; ຮີບຮ້ອນປັບປຸງ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມ ຄອງແຮ່ທາດ ໃນໄລຍະໃໝ່ ເພື່ອສະເໜີ ນາຍົກລັດຖະມົນຕີ ລົງລາຍເຊັນ, ຮີບ ຮ້ອນປັບປຸງແຜນແມ່ບົດ ແລະ ແຜນດຳ ເນີນງານການສົ່ງເສີມການນຳໃຊ້ລົດ ໄຟຟ້າ ແລະ ພະລັງງານທາງເລືອກໃໝ່ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ສຳເລັດ ແລະ ລົງລາຍເຊັນປະກາດໃຊ້ໄວ, ສືບ ຕໍ່ຕິດຕາມກວດກາໂຄງການບໍ່ແຮ່ ທີ່ ໄດ້ຮັບອະນຸມັດຜ່ານມາຢ່າງເຄັ່ງຄັດ ພ້ອມທັງດຳເນີນການປະມູນແຮ່ທາດ ທີ່ຢຶດໄດ້ຈາກການລັກລອບຂຸດຄົ້ນ ຫລື ຂຸດຄົ້ນບໍ່ຖືກຕ້ອງ, ສືບຕໍ່ກວດກາບັນ ດາໂຄງການແຮ່ຫາຍາກ ໃນຂອບເຂດ ທົ່ວປະເທດ (ທັງໂຄງການສຳຫລວດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ); ສຸມ ໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງ ຫລວງແຫ່ງຊາດ ທີ່ມີທຶນແລ້ວໃຫ້ສຳ ເລັດໄວ ໂດຍສະເພາະເສັ້ນທາງ 13 ເໜືອ ແລະ 13 ໃຕ້, ເສັ້ນທາງເລກທີ 8, ເລກທີ 12, ເສັ້ນທາງ 2E ແລະ ອື່ນໆ, ສືບຕໍ່ຊຸກຍູ້ບັນດາໂຄງການທີ່ ເປັນບຸລິມະສິດ ເປັນຕົ້ນ ໂຄງການທາງ ດ່ວນ ລາວ-ຈີນ, ໂຄງການທາງລົດໄຟ ລາວ-ຫວຽດນາມ, ໂຄງການທາງ ດ່ວນ ວຽງຈັນ-ຮ່າໂນ້ຍ ໄລຍະທີ 2 ແຕ່ເມືອງບໍລິຄັນ ຫາຊາຍແດນດ່ານນໍ້າ ອອນ, ເລັ່ງຈັດລຽງບູລິມະສິດຄວາມ ຈໍາເປັນຂອງແຕ່ລະເສັ້ນທາງ ພ້ອມທັງ ຄົ້ນຄວ້າແຫລ່ງທຶນ ແລະ ຮູບແບບການ ລົງທຶນ (ແບບ BOT ຫລື OPBRC ຫລື ງົບປະມານຂອງລັດ) ແລ້ວລາຍ ງານຕໍ່ກອງປະຊຸມລັດຖະບານ ເປີດ ກວ້າງ ຄັ້ງທີ II ທີ່ຈະຈັດຂຶ້ນໃນເດືອນ ທັນວາ 2026. ໃຫ້ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ສືບຕໍ່ປະສານສົມທົບກັບ ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ບັນດາແຂວງ ສຸມໃສ່ຈັດຕັ້ງຜັນ ຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໃຫ້ມີຄວາມຄືບໜ້າ ເປັນກ້າວໆ, ສຸມໃສ່ເກັບກ່ຽວເຂົ້ານາປີ ແລະ ກະກຽມຄວາມພ້ອມໃຫ້ແກ່ການ ຜະລິດລະດູແລ້ງ, ເອົາໃຈໃສ່ປ້ອງກັນ ການບຸກລຸກຈັບຈອງທີ່ດິນປ່າໄມ້, ເລັ່ງ ອອກໃບຕາດິນໃຫ້ບັນລຸຕາມແຜນ, ຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດສັດ ທີ່ເກີດຂຶ້ນຕາມລະດູການ, ສຸມໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນ ສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ໃນການລົງຕິດຕາມກວດ ກາ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດ ລ້ອມຈາກໂຄງການລົງທຶນຕ່າງໆໂດຍ ສະເພາະ ໂຄງການບໍ່ແຮ່; ສຸມໃສ່ການ ພັດທະນາສີມືແຮງງານໃຫ້ມີຄຸນນະ ພາບສູງຂຶ້ນ ເພື່ອສະໜອງແຮງງານ ໃຫ້ພຽງພໍກັບຄວາມຕ້ອງການຂອງ ບັນດາໂຄງການ, ສຸມໃສ່ຄຸ້ມຄອງແຮງ ງານຕ່າງປະເທດ ທີ່ມາອອກແຮງງານ ຢູ່ລາວ ໃຫ້ເຄື່ອນໄຫວ ແລະ ປະຕິບັດ ພັນທະຕາມກົດໝາຍ, ເອົາໃຈໃສ່ປະຕິ ບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ; ສືບຕໍ່ ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອໃຫ້ອັດຕາການປະລະການຮຽນ ຫລຸດລົງ, ສືບຕໍ່ສຸມໃສ່ປັບປຸງຄຸນນະ ພາບການຮຽນ-ການສອນ ໃຫ້ສູງຂຶ້ນ ແລະ ຊອກຫາສາເຫດຂອງການປະລະ ການຮຽນ ເພື່ອມີມາດຕະການແກ້ໄຂ ໂດຍໄວ; ເພີ່ມທະວີການເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ພະຍາດ ຕາມລະດູການ, ສົ່ງເສີມການສັກວັກ ຊິນ, ສືບຕໍ່ຕິດຕາມກວດກາ ບັນດາໂຮງ ໝໍເອກະຊົນ ແລະ ສູນຄວາມງາມ ໃຫ້ ເຄື່ອນໄຫວຖືກຕ້ອງ ແລະ ໄດ້ມາດຕະ ຖານ ເອົາໃຈໃສ່ຕໍ່ວຽກງານອາຫານ ແລະ ຢາ ເພື່ອຮັບປະກັນຄວາມປອດໄພ ຂອງຜູ້ນຳໃຊ້. ສົ່ງເສີມວັດທະນະທໍາຮີດຄອງອັນ ດີງາມຂອງຊາດ ໃນການຈັດງານບຸນ ປະເພນີຕ່າງໆ ໃຫ້ມີຄວາມຟົດຟື້ນ, ສຸມ ໃສ່ປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ ມີຄວາມສະດວກ, ປອດໄພ, ປະທັບ ໃຈ ແລະ ໄດ້ມາດຕະຖານ ພ້ອມທັງ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດ ກາຄືນບັນດາສະຖານທີ່ບັນເທີງ, ຮ້ານ ອາຫານ ທີ່ຍັງລະເມີດມາດຕະການ ຂອງລັດຖະບານທີ່ກຳນົດ ເຊັ່ນ: ໃຊ້ ສຽງດັງ, ເປີດກາຍໂມງ, ສຸມໃສ່ພັດທະ ນາແຫລ່ງທ່ອງທ່ຽວໃຫ້ມີຄວາມຫລາກ ຫລາຍ; ສຸມໃສ່ການປະຕິບັດຄຳຕັດ ສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ເພີ່ມຂຶ້ນ, ສືບຕໍ່ຕິດຕາມ, ກວດ ກາ ແລະ ຊຸກຍູ້ການເຄື່ອນໄຫວວຽກ ງານຂອງບັນດາຂະແໜງ ແລະ ໜ່ວຍ ງານປະຕິບັດຄໍາຕັດສີນຂອງສານທົ່ວ ປະເທດ; ແຈ້ງເຕືອນໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ຊາບກ່ຽວກັບ ຮູບການຕ່າງໆທີ່ກຸ່ມຄົນບໍ່ດີຕົວະຍົວະ ຫລອກລວງທາງໄຊເບີ ເພື່ອເພີ່ມ ຄວາມລະມັດລະວັງ ຕໍ່ໄພຄຸກຄາມທາງ ໄຊເບີ, ເອົາໃຈໃສ່ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນຫາຂ່າວລວງ, ຂ່າວ ປອມ ທີ່ບິດເບືອນຄວາມເປັນຈິງ ໂດຍ ນຳໃຊ້ຫລາຍວິທີ, ຫລາຍຮູບການ ເພື່ອ ຕີຖອຍປະກົດການດັ່ງກ່າວ; ສືບຕໍ່ຕິດ ຕາມສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນຢ່າງໃກ້ຊິດ ພ້ອມທັງປະເມີນ ສະພາບເກີດຂຶ້ນ ຈະກະທົບຕໍ່ປະເທດ ເຮົາຄືແນວໃດ, ກະກຽມການເດີນທາງ ໄປຕ່າງປະເທດຂອງການນຳຂັ້ນສູງທີ່ ຈະເດີນທາງໄປຢ້ຽມຢາມທາງການ ແລະ ເຂົ້າຮ່ວມປະຊຸມສຸດຍອດແອັກ ແມັກ ແລະ CLMV ຢູ່ ສສ ຫວຽດນາມ ແລະ ກະກຽມຕ້ອນຮັບແຂກຕ່າງປະ ເທດ ໃຫ້ດີ. ນອກຈາກນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາ ສະມາຊິກລັດຖະບານແລະການນຳບັນ ດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026 ທີ່ກອງ ປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າ ໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ລະອຽດ, ມີການແບ່ງ ຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບ ສະພາບຄວາມເປັນຈິງ ຂອງການຈັດ ຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາ ສຳເລັດທີ່ຊັດເຈນ. ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==