xtgmf]k; # 0j k; c]t gsfdko j 19/11/2026 gruj,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 ocsj ' lxx ]k;K *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດດີສະເໜີົ gIn vo c]t [h ko 60 xu ]k;{,kg]g-p Ij ;,lh k'vtok7q fzj kodkogxa o76j Ij ;,,n muj g0A ,c0' ຂປລ. ປີ 2026 ຖືເປັນຂີດໝາຍ ປະຫວັດສາດສຳຄັນ ຂອງສາຍ ພົວພັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ເນື່ອງໃນໂອກາດ ຄົບຮອບ 60 ປີ ແຫ່ງການສ້າງ ຕັ້ງສາຍພົວພັນທາງການທູດ (1 ກໍລະກົດ 1966-1 ກໍລະກົດ 2026). ຕະຫລອດຫົກທົດສະວັດ ຜ່ານມາ, ສາຍພົວພັນຂອງສອງ ປະເທດໄດ້ພັດທະນາຈາກມິດຕະ ພາບອັນດີງາມ ສູ່ການເປັນຄູ່ຮ່ວມ ມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງ ກວມເອົາການຮ່ວມມືດ້ານການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນ ມະນຸດ. ຕະຫລອດໄລຍະຜ່ານມາສາຍ ພົວພັນລາວ-ມາເລເຊຍ ໄດ້ພັດ ທະນາຢ່າງໝັ້ນຄົງ ບົນພື້ນຖານ ຂອງຄວາມໄວ້ວາງໃຈທາງການ ເມືອງ, ການເຄົາລົບຫລັກການ ກົດໝາຍສາກົນ, ການບໍ່ແຊກແຊງ ກິດຈະການພາຍໃນ ແລະ ການ ສົ່ງເສີມຜົນປະໂຫຍດຮ່ວມກັນ. ທັງສອງປະເທດໄດ້ໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງ ໃກ້ຊິດທັງໃນຂອບອາຊຽນ, ອົງ ການສະຫະປະຊາຊາດ ແລະ ບັນດາ ເວທີພະຫຸພາຄີຕ່າງໆ. ປັດຈຸບັນ, ສປປ ລາວ ແລະ ມາເລເຊຍ ໄດ້ລົງ ນາມສັນຍາ ແລະ ບົດບັນທຶກຄວາມ ເຂົ້າໃຈຫລາຍກວ່າ 20 ສະບັບທີ່ໄດ້ ກວມເອົາການຮ່ວມມືດ້ານຕ່າງໆ ທີ່ເປັນບູລິມະສິດຂອງທັງສອງປະ ເທດ. ເນື່ອງໃນໂອກາດຄົບຮອບ 60 ປີ, ບົດຄວາມນີ້ຈະທົບທວນຄືນ ໂດຍຫຍໍ້ ກ່ຽວກັບສາຍພົວພັນ ແລະ ຂປລ. ເປັນເວລາດົນພໍສົມຄວນ ທີ່ຄໍລໍາຮັກພາສາລາວໄດ້ຫ່າງຫາຍ ຈາກຜູ້ອ່ານ ເນື່ອງຈາກຜູ້ຂຽນຕິດ ພາລະກິດຫລາຍອັນ. ແນວໃດກໍ ດີ, ມາພົບກັນໃນມື້ນີ້ ຜູ້ຂຽນຂໍນໍາ ເອົາສອງຄໍາສັບໃນພາສາລາວ ມາ ແລກປ່ຽນຄຳເຫັນນໍາກັນ ຊຶ່ງຜ່ານ ມາພວກເຮົາຍັງພົບເຫັນວ່າ ການ ປົນເປຂອງຄໍາສັບຈາກພາສາອື່ນ ປະກົດຂຶ້ນຢ່າງຫລີກເວັ້ນບໍ່ໄດ້, ທັງນີ້ກໍຍ້ອນປັດໄຈຕ່າງໆໃນຊີວິດ ສັງຄົມ ທີ່ມີການພັດທະນາຢ່າງ ບໍ່ຢຸດຢັ້ງ, ມີການເຊື່ອມໂຍງທາງ ດ້ານເສດຖະກິດກັບພາກພື້ນ-ສາ ກົນ. ພຶດຕິກໍາຕົວຈິງ ຈຶ່ງປະກົດມີ ຫລາຍຄໍາສັບຈໍາເປັນຕ້ອງຂຽນທັບ ສັບຈາກເຄົ້າ, ບາງຄໍາກໍກໍານົດໃໝ່ ໄດ້ ໃຫ້ເໝາະສົມກັບພື້ນຖານສຽງ ຂອງຄົນລາວ. ໃນມື້ນີ້ ຂໍຍົກສອງຄໍາສັບ ບ້ານ ສໍາຄັນໃນການຂະຫຍາຍການຮ່ວມ ມືໄປສູ່ຂົງເຂດອື່ນໆ. ນັບແຕ່ການ ສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1966 ເປັນຕົ້ນມາ, ການນຳ ລະດັບສູງຂອງທັງສອງປະເທດໄດ້ ມີການແລກປ່ຽນການຢ້ຽມຢາມ ທາງການຢ່າງສະໝໍ່າສະເໝີ ແລະ ເປັນປົກກະຕິ. ການແລກປ່ຽນໃນ ລະດັບສູງນີ້ ໄດ້ສ້າງຄວາມໄວ້ວາງ ໃຈທາງການເມືອງຕໍ່ກັນ ແລະ ກັນ, ກຳນົດທິດທາງການຮ່ວມມື ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງທີ່ມີຢູ່ໃຫ້ເປັນຮູບປະທຳ. ພ້ອມນີ້, ສປປ ລາວ ແລະ ມາເລເຊຍ ໄດ້ສ້າງຄະນະກໍາມະການຮ່ວມວ່າ ດ້ວຍການຮ່ວມມືສອງຝ່າຍ ໂດຍ ແມ່ນກະຊວງການຕ່າງປະເທດ ຂອງທັງສອງປະເທດເປັນແກນ ຫລັກ ແລະ ໄດ້ຈັດກອງປະຊຸມ ຄັ້ງທໍາອິດຂຶ້ນ ໃນວັນທີ 4 ມິຖຸນາ 1996 ທີ່ ມາເລເຊຍ. ກົນໄກນີ້ໄດ້ ກາຍເປັນເວທີຫລັກໃນການປຶກສາ ຮິບໂຮມໂດຍ: ອັກສອນສິນິ ບັ ກິ ນ ແລະ ເຮືອນ ຊຶ່ງຜ່ານມາຍັງພົບວ່າ ຍັງມີການໃຊ້ສອງຄໍາສັບນີ້ປົນເປກັນ ຢູ່. ຄໍາ: ບ້ານ ໃນວັດຈະນານຸກົມພາ ສາລາວທີ່ຄົ້ນຄວ້າ, ຮິບໂຮມ ແລະ ຮຽບຮຽງໂດຍ ທ່ານ ດຣ ທອງຄໍາ ອ່ອນມະນີສອນ, ພິມປີ 2008 ໄດ້ ກໍານົດເອົາໄວ້ວ່າ ເປັນຄໍານາມ, ໝາຍເຖິງທີ່ດິນ ບ່ອນມີເຮືອນ ຫລາຍຫລັງຕັ້ງຢູ່ນໍາກັນ, ເຂດແດນ ທີ່ຫ່າງຈາກເມືອງອອກໄປ ເອີ້ນ ບ້ານ; ໃນວັດຈະນານຸກົມພາສາ ລາວ ທີ່ຈັດພິມໂດຍສະຖາບັນຄົ້ນ ຄວ້າວິທະຍາສາດສັງຄົມແຫ່ງຊາດ ປີ 2012 ກໍໄດ້ລະບຸວ່າ ເປັນຄໍາ ນາມ, ໝາຍເຖິງທີ່ດິນບ່ອນມີ ເຮືອນຫລາຍຫລັງຕັ້ງຢູ່ນໍາກັນ. ໃນກົດໝາຍ ວ່າດ້ວຍການປົກຄອງ ທ້ອງຖິ່ນ ສະບັບປັບປຸງ ປີ 2025 ມາດຕາ 58 ໄດ້ກໍານົດໄວ້ວ່າ: ບ້ານແມ່ນການຈັດຕັ້ງຊຸມຊົນ ເພື່ອ ຄຸ້ມຄອງບໍລິຫານພາຍໃນຊຸມຊົນ ຊຶ່ງປະກອບດ້ວຍຫລາຍຄອບຄົວ, ມີເຂດນໍ້າ, ແດນດິນ ທີ່ລັດມອບສິດ ໃຫ້ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້. ສ່ວນຄໍາ: ເຮືອນ, ວັດຈະນານຸ ກົມພາສາລາວ ສະບັບຂອງທ່ານ ດຣ ທອງຄໍາ ອ່ອນມະນີສອນ ລະບຸ ວ່າ ເປັນຄໍານາມ, ໝາຍເຖິງສິ່ງປຸກ ຂຶ້ນເປັນບ່ອນຢູ່, ເຮືອນ 3 ຄື ເຮືອນ ນອນ, ເຮືອນຄົວ, ເຮືອນຜົມ. ສ່ວນ ວັດຈະນານຸກົມພາສາລາວ ໂດຍສະ ຖາບັນຄົ້ນຄວ້າວິທະຍາສາດສັງຄົມ ແຫ່ງຊາດ ກໍໄດ້ລະບຸໄວ້ ຄື: ເປັນຄໍາ ນາມ, ໝາຍເຖິງ ສິ່ງປຸກຂຶ້ນເປັນ ບ່ອນຢູ່ຂອງຄອບຄົວ ຫລື ຫລາຍ ຄົນ-ຢ້າວ. ເຮືອນ ເປັນອົງປະກອບ ຂອງບ້ານ, ເປັນສິ່ງປຸກສ້າງ ໂດຍ ມະນຸດ. ສະນັ້ນ, ການໃຊ້ ຈຶ່ງຕ້ອງ ໃຫ້ຖືກກັບຄວາມໝາຍ, ບ້ານບໍ່ ແມ່ນສິ່ງປຸກສ້າງ, ຈະແມ່ນດ້ວຍ ໄມ້, ເຫລັກ ຫລື ຊີມັງ...ກໍຕາມ, ແຕ່ ເປັນຂອບເຂດດິນແດນ ທີ່ມີເຮືອນ ຫລາຍຫລັງຕັ້ງຢູ່ ແລະ ມີຫລາຍ ຄອບຄົວອາໄສ. ດັ່ງນັ້ນ, ຈຶ່ງນໍາເອົາສອງຄໍານີ້ ມາ ເພື່ອສຶກສາຄົ້ນຄວ້າຮ່ວມກັນ, ພໍ້ກັນໃໝ່ບົດຕໍ່ໄປ ຊຶ່ງຈະນໍາເອົາຄໍ ສັບຫລືປະໂຫຍກໃດໃນພາສາລາວ ມາແລກປ່ຽນນັ້ນ ຂໍໃຫ້ທ່ານຜູ້ອ່ານ ຕິດຕາມນໍາກັນ. ຫາລື, ຕິດຕາມ, ປະເມີນຜົນ ແລະ ຊຸກຍູ້ການຈັດຕັ້ງບັນດາສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຄວາມ ເຂົ້າໃຈໃນຂະແໜງການຕ່າງໆ ໃຫ້ເກີດຜົນຢ່າງເປັນຮູບປະທຳ. ໃນຂົງເຂດວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ໃນປີ 2015 ແລະ 2016 ສອງຝ່າຍໄດ້ເປີດ ຫ້ອງການທີ່ປຶກສາທູດດ້ານປ້ອງ ກັນຊາດປະຈຳນະຄອນຫລວງ ຂອງກັນ ແລະ ກັນ ແລະ ໃນປີ 2019, ຍັງໄດ້ລົງນາມບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານປ້ອງກັນຊາດ ຊຶ່ງເປັນການ ວາງພື້ນຖານສໍາຄັນສໍາລັບການ ພັດທະນາບຸກຄະລາກອນ, ການ ຝຶກອົບຮົມ, ການແລກປ່ຽນຂໍ້ມູນ ຂ່າວສານ ແລະ ການປະສານງານ ດ້ານຄວາມໝັ້ນຄົງ ອັນໄດ້ປະກອບ ສ່ວນສໍາຄັນເຂົ້າໃນການຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ. ສ່ວນການຮ່ວມມືດ້ານເສດຖະ ກິດ ທັງສອງຝ່າຍໄດ້ຈັດໃຫ້ມີການ ພົບປະລະຫວ່າງພາກລັດແລະພາກ ທຸລະກິດຢ່າງເປັນປົກກະຕິ ຜ່ານ ການຈັດກອງປະຊຸມ, ການສໍາມະ ນາ, ງານວາງສະແດງສິນຄ້າ ແລະ ການແລກປ່ຽນຄະນະນັກທຸລະກິດ ຢ່າງສະໝໍ່າສະເໝີ ເຮັດໃຫ້ການຄ້າ ສອງຝ່າຍພາຍໃຕ້ຂອບການຮ່ວມມື ຂອງອາຊຽນ, ເຂດການຄ້າເສລີອາ ຊຽນ (AFTA) ແລະ ຂໍ້ຕົກລົງ ຫຸ້ນສ່ວນທາງເສດຖະກິດພາກພື້ນ (RCEP) ຂະຫຍາຍຕົວຢ່າງຕໍ່ ເນື່ອງ. ສິນຄ້າສົ່ງອອກສໍາຄັນຂອງ ໂລກທີ່ກຳລັງປ່ຽນແປງໃນປັດຈຸ ບັນ. ສໍາລັບການຮ່ວມມືດ້ານການ ເມືອງ-ຄວາມໝັ້ນຄົງ ທັງສອງຝ່າຍ ໄດ້ຮ່ວມມືກັນບົນພື້ນຖານຕາມ ຫລັກການກົດບັດສະຫະປະຊາຊາດ ແລະ ອາຊຽນ ໄດ້ກາຍເປັນພື້ນຖານ ຜົນສຳເລັດຂອງການຮ່ວມມືດ້ານ ຕ່າງໆ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ພ້ອມທັງສະເໜີໂອກາດ ໃໝ່ໆໃນການສືບຕໍ່ຍົກລະດັບການ ຮ່ວມມືຂອງສອງປະເທດທ່າມກາງ ສະພາບແວດລ້ອມພາກພື້ນ ແລະ ລາວໄປຍັງມາເລເຊຍ ເປັນຕົ້ນ: ແຮ່ ທາດ, ຜະລິດຕະພັນກະສິກໍາ ແລະ ຢາງພາລາ, ໃນຂະນະທີ່ ມາເລເຊຍ ສົ່ງອອກເຄື່ອງຈັກ, ເຄື່ື່ອງໄຟຟ້າ- ອີເລັກໂຕຣນິກ ແລະ ສິນຄ້າອຸດ ສາຫະກໍາ ມາຍັງ ສປປ ລາວ. ໃນ ປີ 2025, ມາເລເຊຍ ເປັນໜຶ່ງໃນ 5 ປະເທດຜູ້ລົງທຶນລາຍໃຫຍ່ໃນ ລາວ ໂດຍມີມູນຄ່າການລົງທຶນສະ ສົມຫລາຍກວ່າ 924 ລ້ານໂດລາ ເຂົ້າໃນ 46 ໂຄງການ. ການລົງ ທຶນເຫລົ່ານີ້ ກວມເອົາຂະແໜງ ພະລັງງານ, ໂຄງສ້າງພື້ນຖານ, ນິ ຄົມອຸດສາຫະກໍາ, ການກະສິກໍາ ແລະ ໂລຈິສຕິກ. ໂຄງການສໍາຄັນ ປະກອບມີ ໂຄງການເຂື່ອນໄຟຟ້າ ດອນສະໂຮງ ຂອງບໍລິສັດ Mega First Corporation Berhad; ໂຄງການພັດທະນາ Savan Park ໃນເຂດເສດຖະກິດພິເສດສະຫວັນ- ເຊໂນ; ໂຄງການສໍາຫລວດເສັ້ນ ທາງລົດໄຟ ສະຫວັນນະເຂດລາວບາວ ແລະ ໂຄງການກະ ສິກໍາປອດສານພິດຢູ່ແຂວງຈໍາ ປາສັກ. ນອກນີ້, ທັງສອງຝ່າຍກໍ່ ໄດ້ຮ່ວມມືໃນຂະແໜງເສດຖະກິດ ຕ່າງໆ ເປັນຕົ້ນ: ຂະແໜງການ ເງິນ ຊຶ່ງທະນາຄານຊັ້ນນໍາຂອງ ມາເລເຊຍ 4 ແຫ່ງ ຄື: Public Bank, Maybank, RHB ແລະ CIMB ໄດ້ເຂົ້າມາດໍາເນີນທຸລະກິດ ຢູ່ລາວ ຊຶ່ງຊ່ວຍເພີ່ມຄວາມສະດວກ ໃນການຊໍາລະເງິນ, ການລົງທຶນ ແລະ ທຸລະກໍາທາງການເງິນຂ້າມ ຊາດ. 1j kxj vp.sh zq odew] me]kp,q oltg|j [5 oxtgrou ຂປລ. ບຸນປະເພນີປະຈຳປີຂອງ ລາວ ບໍ່ວ່າຈະເປັນບຸນຊ່ວງເຮືອທີ່ ຫາກໍຜ່ານພົ້ນໄປ ຫລື ບຸນນະມັດ ສະການພະທາດຫລວງວຽງຈັນ ທີ່ພວມຈະດຳເນີນຢູ່ໃນປັດຈຸບັນ ລ້ວນແຕ່ເປັນງານມະຫະກຳທາງ ວັດທະນະທຳທີ່ຍິ່ງໃຫຍ່ ຊຶ່ງປະ ຊາຊົນລາວທົ່ວປະເທດ ລວມເຖິງ ນັກທ່ອງທ່ຽວຕ່າງປະເທດ ຕ່າງ ກໍລໍຄອຍທີ່ຈະໄດ້ມາທ່ຽວຊົມ, ຮ່ວມທຳບຸນ ແລະ ຊື້-ຂາຍສິນຄ້າ ຢ່າງຄຶກຄື້ນ. ແຕ່ໜ້າເສຍດາຍທີ່ ທ່າມກາງບັນຍາກາດອັນເບີກບານ ມ່ວນຊື່ນນັ້ນ ພັດຍັງມີຫາງສຽງຈົ່ມ ວ່າຈາກສັງຄົມ ກ່ຽວກັບພຶດຕິກຳ ຂອງພໍ່ຄ້າແມ່ຄ້າຊາວຂາຍ ລວມ ເຖິງຜູ້ໃຫ້ບໍລິການຈຳນວນໜຶ່ງ ທີ່ ສວຍໂອກາດເອົາປຽບຜູ້ບໍລິໂພກ. ໃນຊ່ວງເທສະການທີ່ມີຜູ້ຄົນ ຫລັ່ງໄຫລເຂົ້າມາຢ່າງຫລວງ ຫລາຍ ພໍ່ຄ້າແມ່ຄ້າບາງກຸ່ມໄດ້ ສວຍໂອກາດໂກ່ງລາຄາສິນຄ້າໃຫ້ ສູງເກີນຄວາມເປັນຈິງ ໂດຍບໍ່ສົມ ເຫດສົມຜົນກັບຄຸນນະພາບ. ຍິ່ງ ໄປກວ່ານັ້ນ, ສິ່ງທີ່ໜ້າເປັນຫ່ວງ ທີ່ສຸດຄື ການນຳເອົາອາຫານທີ່ ຄ້າງຄືນ, ອາຫານທີ່ບໍ່ສົດໃໝ່ ຫລື ຜະລິດຕະພັນທີ່ບໍ່ມີຄຸນນະພາບມາ ປຸງແຕ່ງ ແລະ ວາງຈຳໜ່າຍໃຫ້ແກ່ ປະຊາຊົນ ແລະ ນັກທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ບັນຫາທີ່ສ້າງຄວາມ ອຶດອັດໃຈໃຫ້ແກ່ຜູ້ມາທ່ຽວງານບໍ່ ໜ້ອຍ ກໍຄືການເອົາປຽບຂຶ້ນລາຄາ ບໍລິການຝາກລົດ ແບບຕາມໃຈ ມັກ ໂດຍບໍ່ປະຕິບັດຕາມມາດຕະ ການ ແລະ ລາຄາທີ່ທາງຄະນະ ຮັບຜິດຊອບກຳນົດໄວ້. ການກະທຳ ດັ່ງກ່າວ ບໍ່ພຽງແຕ່ເປັນການເອົາ ປຽບຜູ້ບໍລິໂພກ ແລະ ທຳລາຍ ໂດຍ: ໄໝຄໍາາ້ຍ້ອອິມສິນໍນ ສຸຂະພາບໂດຍກົງເທົ່ານັ້ນ ແຕ່ຍັງ ເປັນການສ້າງພາບພົດທີ່ບໍ່ດີໃຫ້ ແກ່ງານບຸນປະເພນີອັນດີງາມຂອງ ຊາດລາວເຮົາ. ແມ່ນຢູ່ວ່າການຄ້າຂາຍ ຫລື ດຳເນີນທຸລະກິດແມ່ນຫວັງຜົນ ກຳໄລ ຊຶ່ງການຄ້າຂາຍ ແລະ ການບໍລິການໃນຊ່ວງບຸນປະເພນີ ເປັນໂອກາດອັນດີ ໃນການສ້າງ ລາຍຮັບໃຫ້ແກ່ຄອບຄົວ ແຕ່ຂໍໃຫ້ ທຸກທ່ານດຳເນີນກິດຈະການດ້ວຍ ຄວາມຊື່ສັດສຸດຈະລິດ, ເຄົາລົບ ລະບຽບການ, ມີຈັນຍາບັນ ແລະ ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ. ຢ່າເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ຜົນກຳໄລຫລາຍເກີນໄປ ຈົນລືມຄຳນຶງເຖິງຄວາມເປັນທຳ, ຄວາມປອດໄພ ແລະ ສຸຂະພາບ ຂອງຜູ້ບໍລິໂພກ. ເພາະຫາກຜູ້ມາ ທ່ຽວງານໄດ້ຮັບການບໍລິການທີ່ດີ, ສິນຄ້າທີ່ມີຄຸນນະພາບ, ອາຫານທີ່ ສະອາດ, ແຊບ ແລະ ລາຄາທີ່ເປັນ ທຳ ພວກເຂົາກໍຈະກັບມາອຸດໜູນ ອີກ ແລະ ບອກຕໍ່ກັນໄປໃນທາງທີ່ ດີ ຊຶ່ງຈະສ້າງລາຍຮັບທີ່ຍືນຍົງໃຫ້ ແກ່ຜູ້ປະກອບການເອງ. ໃນຂະນະດຽວກັນ, ພໍ່ແມ່ປະຊາ ຊົນ ແລະ ນັກທ່ອງທ່ຽວທີ່ໄປທ່ຽວ ງານບຸນ ກໍຄວນມີສະຕິ ແລະ ລະມັດ ລະວັງໃນການເລືອກຊື້ສິນຄ້າ, ອາຫານການກິນ ລວມເຖິງການ ໃຊ້ບໍລິການຕ່າງໆ ຄວນສັງເກດ ເບິ່ງຄວາມສະອາດຂອງຮ້ານຄ້າ, ຄວາມສົດໃໝ່ຂອງອາຫານ, ເລືອກ ໃຊ້ບໍລິການບ່ອນຝາກລົດທີ່ມີການ ອະນຸຍາດຖືກຕ້ອງ ແລະ ຄວນ ສອບຖາມລາຄາໃຫ້ຊັດເຈນກ່ອນ ຕັດສິນໃຈຊື້ ຫລື ໃຊ້ບໍລິການທຸກຄັ້ງ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອ ຂອງການເອົາປຽບ ຫລື ມີບັນຫາ ສຸຂະພາບຕາມມາພາຍຫລັງ. ສະນັ້ນ, ເພື່ອຮັກສາຄວາມເປັນ ລະບຽບຮຽບຮ້ອຍ ແລະ ມາດຕະ ຖານຂອງງານບຸນປະເພນີລາວ ໃຫ້ສົມກຽດສັກສີ ຈຶ່ງຂໍຝາກໄປຍັງ ຄະນະກຳມະການຈັດງານ ລວມ ເຖິງເຈົ້າໜ້າທີ່ຂະແໜງການທີ່ ກ່ຽວຂ້ອງ ຈົ່ງເພີ່ມທະວີການລົງ ຕິດຕາມ, ກວດກາຢ່າງເຂັ້ມງວດ ແລະ ຕໍ່ເນື່ອງທັງໃນດ້ານການ ຕິດປ້າຍລາຄາສິນຄ້າໃຫ້ຊັດເຈນ, ການກວດກາຄຸນນະພາບ, ຄວາມ ສະອາດປອດໄພຂອງອາຫານລວມ ໄປເຖິງການຄຸ້ມຄອງຈຸດບໍລິການ ຝາກລົດໃຫ້ເກັບຄ່າບໍລິການຕາມ ລະບຽບການທີ່ວາງອອກຢ່າງເຄັ່ງ ຄັດ. ຫາກພົບເຫັນຮ້ານຄ້າ, ຜູ້ໃຫ້ ບໍລິການໃດທີ່ຝ່າຝືນ ຫລື ເອົາປຽບ ຜູ້ບໍລິໂພກ ກໍຄວນມີມາດຕະການ ຕັກເຕືອນ ແລະ ດຳເນີນການຢ່າງ ເດັດຂາດ ເພື່ອບໍ່ໃຫ້ເປັນແບບຢ່າງ ທີ່ບໍ່ດີໃນສັງຄົມ. ສຸດທ້າຍຂໍຝາກເຖິງມວນຊົນ ທຸກຖ້ວນໜ້າວ່າ: ງານບຸນປະເພນີ ຂອງລາວຈະມີຄວາມສັກສິດ, ມີ ສະເໜ່ ແລະ ໜ້າປະທັບໃຈໄດ້ນັ້ນ ຕ້ອງອາໄສຄວາມຮ່ວມມືຈາກທຸກ ພາກສ່ວນ ທັງຄະນະຮັບຜິດຊອບ ຈັດງານ, ຜູ້ຂາຍ-ຜູ້ໃຫ້ບໍລິການ ແລະ ຜູ້ຊື້ ທີ່ຕ້ອງຊ່ວຍກັນຮັກສາ ຮີດຄອງປະເພນີ ຄວບຄູ່ໄປກັບຄຸນ ນະທຳ ແລະ ຄວາມຮັບຜິດຊອບຕໍ່ ສັງຄົມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==