7411

19/11/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນວັນທີ 12 ພະຈິກ 2026 ທີ່ຜ່ານມາ, ບໍລິສັດເບຍ ລາວ ຈຳກັດ ຮ່ວມກັບສະຖາບັນ ເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳບໍລິ ຈາກເລືອດພາຍໃຕ້ຫົວຂໍ້ “ ໃຫ້ ເລືອດ ໃຫ້ຊີວິດ-ມາຮ່ວມເປັນຜູ້ໃຫ້ [= ]y la fg[p]k; 9a fdy f9tde[= ]y 9kdg]n vf .sh g]n vf .sh -u ;y f ln [8dy f9tdegrnj vla '7q , “ ” + ຈາກເລືອດເປັນໜຶ່ງໃນພັນທະກິດ ດ້ານສັງຄົມທີ່ບໍລິສັດເບຍລາວ ໃຫ້ ຄວາມສຳຄັນ ໂດຍໄດ້ຮ່ວມມືກັບ ສະຖາບັນເລືອດແຫ່ງຊາດ ຈັດ ກິດຈະກຳບໍລິຈາກເລືອດເປັນ ປະຈຳ ປີລະ 2 ຄັ້ງ. ໃນປີນີ້ເປັນປີ ທີ 14 ທີ່ບໍລິສັດໄດ້ສືບຕໍ່ປະກອບ ສ່ວນສະໜັບສະໜູນວຽກງານຂອງ ສະຖາບັນເລືອດແຫ່ງຊາດ ລວມມູນ ຄ່າຫລາຍກວ່າ 2,5 ຕື້ກີບ. ສຳລັບກິດຈະກຳໃນຄັ້ງນີ້, ບໍລິ ສັດໄດ້ຈັດສັນງົບປະມານສະໜັບ ສະໜູນຫລາຍກວ່າ 60 ລ້ານກີບ ປະກອບດ້ວຍຜະລິດຕະພັນ ແລະ ອຸປະກອນທີ່ຈຳເປັນສຳລັບວຽກ ງານບໍລິຈາກເລືອດ. ພ້ອມກັນນີ້, ຍັງໄດ້ປະສານງານກັບ 3 ອົງການ ຈັດຕັ້ງມະຫາຊົນທີ່ຂຶ້ນກັບຮາກຖານ ບໍລິສັດເບຍລາວ ເພື່ອລະດົມພະນັກ ງານທີ່ມີສຸຂະພາບແຂງແຮງ ແລະ ມີຄວາມພ້ອມເຂົ້າຮ່ວມບໍລິຈາກ ເລືອດ. ໂດຍມີເປົ້າໝາຍໃນປີນີ້ ໃຫ້ສາມາດຮັບບໍລິຈາກເລືອດໄດ້ 80 ຖົງ ເພີ່ມຂຶ້ນຈາກປີຜ່ານມາທີ່ສາ ມາດຮວບຮວມເລືອດໄດ້ 70 ຖົງ. ພ້ອມດຽວກັນນັ້ນ, ທ່ານ ຄຳຈັນ ຄຳມະນີວົງ ຮອງຫົວໜ້າສະຖາບັນ ເລືອດແຫ່ງຊາດ ໄດ້ກ່າວວ່າ: ປັດຈຸ ບັນຄວາມຕ້ອງການເລືອດສຳລັບ ການຮັກສາຄົນເຈັບແມ່ນມີທ່າອ່ຽງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເລ່ຍ ມີຄວາມຕ້ອງການປະມານ 250300 ຖົງຕໍ່ມື້. ແຕ່ປະລິມານເລືອດ ທີ່ສາມາດເກັບກຳໄດ້ຈາກການ ບໍລິຈາກໂດຍກົງຍັງມີພຽງປະມານ 40-50 ຖົງຕໍ່ມື້ ຊຶ່ງຍັງບໍ່ພຽງພໍຕໍ່ ຄວາມຕ້ອງການ. ສະຖານະການ ດັ່ງກ່າວ ເຮັດໃຫ້ໃນບາງກໍລະນີຍັງ ຕ້ອງໄດ້ອາໄສການບໍລິຈາກຈາກ ຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ ປ່ວຍເພື່ອຊ່ວຍເສີມປະລິມານເລືອດ ສຳຮອງ. ສຳລັບປີ 2026 ສະຖາບັນ ເລືອດແຫ່ງຊາດ ໄດ້ວາງເປົ້າໝາຍ ໃນການຮວບຮວມເລືອດໃຫ້ໄດ້ທັງ ໝົດ 85.000 ຖົງ ທົ່ວປະເທດ. ປັດຈຸບັນສາມາດຮວບຮວມໄດ້ ຫລາຍກວ່າ 60.000 ຖົງ, ແຕ່ ຍັງບໍ່ທັນບັນລຸຕາມເປົ້າໝາຍທີ່ວາງ ໄວ້ ຈຶ່ງໄດ້ຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ ແລະ ທຸກພາກສ່ວນໃນ ສັງຄົມ ຮ່ວມກັນບໍລິຈາກເລືອດ ເພື່ອ ເປັນສ່ວນໜຶ່ງໃນການຊ່ວຍຊີວິດຄົນ ເຈັບ ແລະ ສ້າງຄັງເລືອດສຳຮອງ ໃຫ້ມີພຽງພໍຕໍ່ຄວາມຕ້ອງການ. ນອກຈາກການສະໜັບສະໜູນ ວຽກງານບໍລິຈາກເລືອດແລ້ວ, ບໍລິສັດເບຍລາວ ຍັງໄດ້ດຳເນີນກິດ ຈະກຳສັງຄົມຢ່າງຕໍ່ເນື່ອງລວມໄປ ເຖິງການສົ່ງເສີມການເກັບ ແລະ ນຳເອົາວັດຖຸຫຸ້ມຫໍ່ກັບມາໃຊ້ຄືນ, ການສົ່ງເສີມບົດບາດຂອງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານໃນການ ຮັກສາສິ່ງແວດລ້ອມ ແລະ ຄວາມ ສະອາດໃນກິດຈະກຳຕ່າງໆ, ການ ຊ່ວຍເຫລືອຜູ້ປະສົບໄພພິບັດ ເຊັ່ນ: ອຸທົກກະໄພ, ອັກຄີໄພ, ໄຟໄໝ້ປ່າ ແລະ ພາຍຸໝາກເຫັບລວມໄປເຖິງ ການມອບທຶນການສຶກສາໃຫ້ແກ່ ນັກຮຽນນັກສຶກສາໃນທົ່ວປະເທດ. ກິດຈະກຳບໍລິຈາກເລືອດໃນຄັ້ງ ນີ້, ຈຶ່ງເປັນອີກໜຶ່ງການສະແດງ ອອກເຖິງຄວາມມຸ່ງໝັ້ນຂອງບໍລິ ສັດເບຍລາວ ໃນການຮ່ວມມືກັບ ພາກສ່ວນຕ່າງໆ ເພື່ອສ້າງປະໂຫຍດ ໃຫ້ແກ່ສັງຄົມ ແລະ ສົ່ງຕໍ່ນ້ຳໃຈ ແຫ່ງການແບ່ງປັນຜ່ານການບໍລິ ຈາກເລືອດ ເພື່ອຊ່ວຍຕໍ່ຊີວິດໃຫ້ແກ່ ຜູ້ທີ່ຕ້ອງການ. ກັບບໍລິສັດເບຍລາວ”ທີ່ສຳນັກງານ ໃຫຍ່ ບໍລິສັດເບຍລາວ ຈຳກັດ, ນະຄອນຫລວງວຽງຈັນ. ໂດຍ ການເຂົ້າຮ່ວມຂອງທ່ານ ຄຳຈັນ ຄຳມະນີວົງ ຮອງຫົວໜ້າສະຖາບັນ ເລືອດແຫ່ງຊາດ ແລະ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດ ຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວ ຈຳກັດ, ພ້ອມດ້ວຍທີມງານແພດໝໍ ແລະ ພະນັກງານບໍລິສັດເຂົ້າຮ່ວມ. ທ່ານ ສິດທິໄຊ ເກດຕະວົງ ໄດ້ ກ່າວວ່າ: ການຈັດກິດຈະກຳບໍລິ

RkJQdWJsaXNoZXIy MTc3MTYxMQ==