gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/11/2026 xtgmf]k; ບຸນທາດຫລວງປີນີ້...ຸີີ້ ລົງນາມສັນຍາພັດທະນາ...ົັັ ເດັກທີ່ມີອາຍຸຕໍ່າກວ່າ 5 ປີ ...ັີ່ີຸໍ່່ີ ນາຍົກລັດຖະມົນຕີ...ົັົີ ນາຍົກລັດຖະມົນຕີ ເຂົ້າຮ່ວມ...ົັົີົ້່ ຮອງນາຍົກລັດຖະມົນຕີ...ົັົີ ປະທານສະພາແຫ່ງຊາດ...່ ຂປລ. ໃນວັນທີ 16 ພະຈິກ 2026 ທີ່ນະຄອນຫລວງມະນີລາ, ປະເທດຟີລິບປິນ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະ ຄຳປາໄສ ໂດຍທ່ານໄດ້ສະແດງ ຄວາມຊົມເຊີຍຕໍ່ທ່ານ ເຟົາສຕິໂນ “ໂບຈີ” ດີ ທີ III ທີ່ປະຕິບັດໜ້າທີ່ເປັນ ປະທານ AIPA ຢ່າງຫ້າວຫັນ ແລະ ຕີລາຄາສູງຕໍ່ບົດບາດຂອງຟີລິບ ປິນໃນນາມປະທານອາຊຽນ ໃນປີ 2026 ຊຶ່ງເປັນປີເລີ່ມຕົ້ນຂອງການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ພ້ອມກັນນີ້, ທ່ານປະທານສະ ພາແຫ່ງຊາດ ຍັງໄດ້ຍົກໃຫ້ເຫັນສະ ພາບການພາກພື້ນ ແລະ ສາກົນ ທີ່ພວມຜະເຊີນໜ້າກັບໄພພິບັດ ທຳມະຊາດ, ການປ່ຽນແປງດິນ ຟ້າອາກາດ, ຄວາມບໍ່ໝັ້ນຄົງດ້ານ ສະບຽງອາຫານ-ພະລັງງານ ແລະ ຂໍ້ຂັດແຍ່ງຕ່າງໆ; ພ້ອມທັງ ຮຽກຮ້ອງໃຫ້ປະເທດສະມາຊິກອາ ຊຽນ ສືບຕໍ່ຮັດແໜ້ນການຮ່ວມມື ແບບພະຫຸພາຄີ ແລະ ຮັກສາຄວາມ ເປັນແກນກາງຂອງອາຊຽນໃຫ້ ໜັກແໜ້ນ, ເສີມຂະຫຍາຍບົດບາດ ລັດຖະສະພາສະມາຊິກໄອປາ ໃນການແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ ໃນການສ້າງ ແລະ ປັບປຸງນິຕິກຳ, ການພິຈາລະນາ ງົບປະມານ, ການຕິດຕາມກວດ ກາການຈັດຕັ້ງປະຕິບັດຂໍ້ຕົກລົງ ມະຕິຕ່າງໆ, ການຊຸກຍູ້ການໃຫ້ ສັດຕະຍາບັນຕໍ່ສົນທິສັນຍາໃນຂອບ ອາຊຽນ ລວມທັງການສົ່ງເສີມການ ທູດລັດຖະສະພາ ເພື່ອປະກອບສ່ວນ ໃນການແກ້ໄຂບັນຫາຢ່າງສັນຕິ ບົນ ພື້ນຖານການສ້າງຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ. ທ່ານ ປະທານສະພາແຫ່ງຊາດ ຢໍ້າວ່າ: ສປປ ລາວ ໄດ້ເອົາໃຈ ໃສ່ການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນຢ່າງເປັນຮູບປະທຳ ໂດຍ ຜ່ານບັນດາໂຄງການຍຸດທະສາດ ສຳຄັນເປັນຕົ້ນແມ່ນເສັ້ນທາງລົດ ໄຟ ລາວ-ຈີນ, ໂຄງການທາງ ລົດໄຟ ລາວ-ຫວຽດນາມ ແລະ ການພັດທະນາພື້ນຖານໂຄງລ່າງ ອື່ນໆ ເພື່ອຫັນປ່ຽນປະເທດຈາກ “ບໍ່ມີຊາຍແດນຕິດກັບທະເລ” ໃຫ້ ກາຍເປັນ “ປະເທດເຊື່ອມໂຍງເຊື່ອມຈອດ” ຢ່າງກວ້າງຂວາງ ແລະ ນຳພາປະເທດຊາດຫລຸດ ພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາ (LDC) ຢ່າງ ຍືນຍົງ. ໃນຕອນທ້າຍ, ທ່ານປະທານ ສະພາແຫ່ງຊາດ ໄດ້ສະແດງຄວາມ ຍິນດີຕ້ອນຮັບສະພາແຫ່ງຊາດ ຕີມໍ-ແລັດສະເຕ ເຂົ້າເປັນສະມາຊິກ ສົມບູນໃໝ່ຂອງ AIPA, ພ້ອມ ທັງສະໜັບສະໜູນການຮັບຮອງ ເອົາສະພາແຫ່ງຊາດ ເຊີເບຍ ແລະ ສະເປນ ເຂົ້າເປັນລັດຖະສະພາສັງ ເກດການ ຊຶ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການເພີ່ມຄວາມ ເຂັ້ມແຂງ ແລະ ຂະຫຍາຍຄອບຄົວ AIPA ໃຫ້ນັບມື້ນັບກວ້າງຂວາງ ຍິ່ງຂຶ້ນ. ແລະ ທ່ານ ແອນໂທນີ ແອວບານີຊີ (Anthony Albanese) ນາຍົກ ລັດຖະມົນຕີ ແຫ່ງ ອົດສະຕຣາລີ. ໃນການພົບປະກັບນາຍົກລັດ ຖະມົນຕີ ຂອງບັນດາປະເທດເພື່ອນ ມິດຄັ້ງນີ້ ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ ກັບບັນດາປະ ເທດເພື່ອນມິດຕະຫລອດໄລຍະ ຜ່ານມາ ລວມທັງການສະໜັບສະ ໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການຮ່ວມມື ໃນຂອບອາຊຽນ. ພ້ອມທັງຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ອັນຍາວນານທີ່ໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ ໂດຍຜ່ານການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນ ສູງ ແລະ ການພົວພັນລະຫວ່າງ ປະຊາຊົນຢ່າງເປັນປົກກະຕິ ແລະ ນັບມື້ຍິ່ງເຕີບໃຫຍ່ຂະຫຍາຍຕົວ ຂຶ້ນເລື້ອຍໆ ຊຶ່ງຈະເປັນພື້ນຖານ ອັນໜັກແໜ້ນໃຫ້ແກ່ການພັດທະນາ ແລະ ຮັດແໜ້ນການພົວພັນຮ່ວມມື ສອງຝ່າຍໃຫ້ນັບມື້ເລິກເຊິ່ງຍິ່ງໆ ຂຶ້ນໃນຕໍ່ໜ້າ. ພ້ອມກັນນີ້, ທ່ານນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ນາ ຍົກລັດຖະມົນຕີ ຂອງບັນດາປະເທດ ເພື່ອນມິດຍັງໄດ້ເຫັນດີເປັນເອກະ ພາບກັນໃນຫລາຍດ້ານ ເພື່ອສືບຕໍ່ ຊຸກຍູ້ສົງເສີມ ແລະ ເພີ່ມທະວີການ ພົວພັນຮ່ວມມືດ້ານການເມືອງຄວາມໝັ້ນຄົງ, ເສດຖະກິດ, ການ ຄ້າ, ການລົງທຶນ, ການບໍລິການ, ພະລັງງານສະອາດ, ການພັດທະນາ ຊັບພະຍາກອນມະນຸດ ແລະ ຂົງເຂດ ອື່ນໆ ໃນມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ຍັງພ້ອມກັນແລກປ່ຽນຄໍາຄິດ ຄໍາເຫັນຕໍ່ກັບສະພາບການພົ້ນເດັ່ນ ພາຍໃນພາກພື້ນ ແລະ ສາກົນ ທີ່ມີ ຄວາມສົນໃຈຮ່ວມກັນ. ກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ, ຜູ້ຮັບຜິດ ຊອບພາກພື້ນອາຊີຕາເວັນອອກ ສ່ຽງໃຕ້, ໃນໂອກາດເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026 ທີ່ນະຄອນຫລວງມະນີລາ, ສາທາລະນະລັດ ຟິລິບປິນ. ການພົບປະຄັ້ງນີ້, ສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນຄໍາຄິດ ເຫັນກ່ຽວກັບການພົວພັນຮ່ວມມື ລະຫວ່າງສອງປະທດ ໃນໄລຍະ ຜ່ານມາ ນັບແຕ່ການສ້າງຕັ້ງສາຍ ພົວພັນທາງການທູດລະຫວ່າງສອງ ປະເທດ ໃນວັນທີ10 ສິງຫາ 1955, ໃນປີ 2026 ນີ້ ເປັນປີຄົບຮອບ 71 ປີ ແຫ່ງການສ້າງຕັ້ງສາຍພົວ 4 ຈຸດຄື: ຈຸດກວດກາຢູ່ເສັ້ນທາງ ເລກທີ 13 ໃຕ້, 13 ເໜືອ, ເສັ້ນທາງ ເລກທີ 11 ຕອນເໜືອ ແລະ ຈຸດ ກວດກາ ເສັ້ນທາງເລກທີ 10 (ທ່າງ່ອນ). ພ້ອມນີ້, ຍັງຈະຈັດ ກຳລັງຕຳຫລວດຈະລາຈອນ 537 ຄົນ ເພື່ອອຳນວຍຄວາມສະ ດວກ ແລະ ລະບາຍການສັນຈອນ ຕາມເສັ້ນທາງຕ່າງໆ. ສ່ວນການປ້ອງກັນຢູ່ສູນການ ຄ້າ ລາວ-ໄອເຕັກ ຈະຈັດວາງກຳ ລັງ 300 ກວ່າຄົນ ເພື່ອຮັກສາ ຄວາມສະຫງົບພາຍໃນງານ ແລະ ເຂດອ້ອມຮອບ. ນອກຈາກນີ້, ຍັງ ຈະມີກຳລັງປະຈຳການຢູ່ແນວຫລັງ ເພື່ອກຽມພ້ອມແກ້ໄຂສະຖານະ ການສຸກເສີນ ພ້ອມທັງອອກລາດ ຕະເວນຕາມເສັ້ນທາງ ແລະ ຈຸດ ຂປລ. ລັດຖະບານ ສປປ ລາວ ແລະ ຜູ້ພັດທະນາໂຄງການປະກອບ ມີ ບໍລິສັດ ນາແສງວາໂຍ ລົງທຶນ ແລະ ພັດທະນາຊັບພະຍາກອນ ທົດແທນ ຈຳກັດ ແລະ ບໍລິສັດ UPC Vietnam (Singapore) Pte. Ltd. ໄດ້ລົງນາມໃນສັນຍາ ການພັດທະນາໂຄງການ (PDA) ໄຟຟ້າພະລັງງານລົມ ວິລະອາດສະ ພອນ ຢູ່ແຂວງສະຫວັນນະເຂດ. ພິທີລົງນາມຈັດຂຶ້ນໃນວັນທີ 17 ພະຈິກ 2026 ທີ່ໂຮງແຮມແລນ ມາກ ນະຄອນຫລວງວຽງຈັນ ໂດຍ ມີທ່ານ ນາງ ພອນວັນ ອຸທະວົງ ຮອງປະທານຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ, ພ້ອມດ້ວຍຜູ້ຕາງໜ້າຈາກລັດຖະ ບານ, ສະພາແຫ່ງຊາດ, ບັນດາ ກະຊວງ, ຄະນະກຳມະການ, ກົມ ກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຄໍາສະຫວາດ ບຸນວິໄລ ຜູ້ອຳນວຍການບໍລິສັດ ນາແສງ ວາໂຍ ລົງທຶນ ແລະ ພັດທະນາຊັບ ພະຍາກອນທົດແທນ ຈຳກັດ ໄດ້ ກ່າວວ່າ: ສັນຍາ PDA ສະບັບນີ້ ເປັນການສືບຕໍ່ຈາກບົດບັນທຶກ ຄວາມເຂົ້າໃຈ (MOU) ທີ່ລົງນາມ ໃນວັນທີ 13 ພະຈິກ 2023 ໂດຍ ກຳນົດກອບການຮ່ວມມືໃນການ ສຶກສາ ແລະ ກະກຽມພັດທະນາ ໂຄງການເປັນເວລາ 24 ເດືອນ ນັບ ແຕ່ວັນລົງນາມ ເພື່ອເປັນພື້ນຖານ ສຳລັບການຕັດສິນໃຈລົງທຶນໃນ ຂັ້ນຕໍ່ໄປ. ໂຄງການມີພື້ນທີ່ສຶກສາຢູ່ 3 ເມືອງ ຄື: ເມືອງວິລະບູລີ, ເມືອງ ອາດສະພອນ ແລະ ເມືອງພີນ ໂດຍ ມີກຳລັງການຕິດຕັ້ງລວມທີ່ຄາດ ໄວ້ປະມານ 1.275 ເມກາວັດ. ຂະໜາດ ແລະ ທີ່ຕັ້ງຂອງສິ່ງປຸກ ສ້າງຈະກຳນົດຕາມຜົນການປະເມີນ ຊັບພະຍາກອນລົມ, ສະພາບພື້ນທີ່, ຂໍ້ກຳນົດດ້ານສິ່ງແວດລ້ອມ-ສັງຄົມ ແລະ ຄວາມສາມາດໃນການເຊື່ອມ ຕໍ່ ແລະ ຈຳໜ່າຍໄຟຟ້າ. ໂຄງການມຸ່ງເນັ້ນນຳໃຊ້ທ່າແຮງ ລົມຂອງແຂວງສະຫວັນນະເຂດ ເພື່ອຜະລິດໄຟຟ້າສະອາດສະໜອງ ໃຫ້ຕະຫລາດໃນພາກພື້ນ, ສົ່ງເສີມ ການຮ່ວມມືດ້ານພະລັງງານຂ້າມ ຊາຍແດນ ແລະ ສ້າງລາຍຮັບຈາກ ການສົ່ງອອກໃຫ້ແກ່ ສປປ ລາວ ເມື່ອມີເງື່ອນໄຂຄົບຖ້ວນ ແລະ ໂຄງ ການຖືກຈັດຕັ້ງປະຕິບັດ. ນອກນັ້ນ, ວັນທີ 17 ພະຈິກ 2026 ໂດຍການ ເປັນປະທານຂອງທ່ານ ຄໍາຜາຍ ອຸແປງວົງ ຮອງປະທານຄະນະ ກຳມະການປົກຄອງເມືອງ, ທ່ານ ຊຸມສຸດຍອດຂອບການຮ່ວມມືແມ່ ນ້ຳຂອງ-ສ ເກົາຫລີ ຄັ້ງທີ 3 ( 3 r d M e k o n g - R O K Cooperation Summit) ໂດຍ ການເປັນປະທານຮ່ວມຂອງທ່ານ Anutin Charnvirakul, ນາຍົກ ລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ແລະ ທ່ານ Lee Jae Myung ປະທານນາທິບໍດີ ສ ເກົາຫລີ ຊຶ່ງຈັດ ຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງ ປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ. ກອງປະຊຸມຄັ້ງນີ້, ມີບັນດາ ຫົວໜ້າລັດຖະບານ ແລະ ຄະນະ ຜູ້ແທນຈາກປະເທດສະມາຊິກ ຂອບການຮ່ວມມືແມ່ນ້ຳຂອງ-ສ ເກົາຫລີ ເຂົ້າຮ່ວມ ຊຶ່ງປະກອບດ້ວຍ ກຳປູເຈຍ, ສປປ ລາວ, ມຽນມາ, ໄທ, ສສ ຫວຽດນາມ ແລະ ສ ເກົາຫລີ ເພື່ອຮ່ວມກັນທົບທວນ ຄືນບັນດາຜົນສຳເລັດຕະຫລອດ ໄລຍະ 10 ປີ ຜ່ານມາ ແລະ ກໍານົດ ທິດທາງຍຸດທະສາດການຮ່ວມມື ໃນຕໍ່ໜ້າ. ບັນດາຜູ້ນໍາໄດ້ຮ່ວມກັນ ປຶກສາຫາລືຢ່າງກົງໄປກົງມາ ເພື່ອ ກຳນົດແຜນປະຕິບັດງານສະບັບ ໃໝ່ (Mekong-ROK Plan of Action 2027-2031) ໂດຍ ເນັ້ນໃສ່ 3 ເສົາຄໍ້າ (ເພື່ອປະຊາ ຊົນ, ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ) ພ້ອມທັງຂັບເຄື່ອນ 7 ຂົງເຂດການຮ່ວມມືບູລິມະສິດຄື: ວັດທະນະທໍາ ແລະ ການທ່ອງທ່ຽວ; ການພັດທະນາຊັບພະຍາກອນ ມະນຸດ; ການພັດທະນາກະສິກໍາ ແລະ ຊົນນະບົດ; ພື້ນຖານໂຄງລ່າງ; ເຕັກໂນໂລຊີຂ່າວສານ ແລະ ການສື່ ສານ; ສິ່ງແວດລ້ອມ; ສິ່ງທ້າທາຍຕໍ່ ຄວາມໝັ້ນຄົງແບບໃໝ່. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນ ອັນເປັນຮູບປະທຳທີ່ໄດ້ຮັບການ ສ ະໜັບສ ະໜູນຈ າ ກກອງທຶນ ຂອບການຮ່ວມມືແມ່ນ້ຳຂອງ-ສ ເກົາຫລີ (MKCF) ທີ່ໄດ້ຊ່ວຍ ຍົກລະດັບຂີດຄວາມສາມາດຂອງ ບັນດາປະເທດສະມາຊິກໃນພາກ ພື້ນຢ່າງແທ້ຈິງ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ສະເໜີບາງ ທິດທາງບູລິມະສິດທີ່ສຳຄັນ ເພື່ອ ຂັບເຄື່ອນການຮ່ວມມືຂອງພາກ ພື້ນແມ່ນໍ້າຂອງ ເຊັ່ນ: ການຍົກລະ ດັບທັກສະດີຈິຕອນ ແລະ ການພັດ ທະນາຊັບພະຍາກອນມະນຸດ; ການ ສົ່ງເສີມການເຕີບໂຕສີຂຽວ ແລະ ພະລັງງານສະອາດ ເພື່ອຮັບມືກັບ ການປ່ຽນແປງຂອງສະພາບດິນຟ້າ ອາກາດ; ການສ້າງເວທີເຄືອຂ່າຍ ທຸລະກິດດີຈິຕອນແມ່ນ້ຳຂອງ-ສ ເກົາຫລີ, ພ້ອມທັງເນັ້ນໃສ່ການ ເຊື່ອມໂຍງ-ເຊື່ອມຈອດຂອງພາກ ພື້ນ ໂດຍສະເພາະແມ່ນໄດ້ຢ້ຳເຖິງວິ ໄສທັດອັນແຮງກ້າຂອງ ສປປ ລາວ ໃນການຫັນປ່ຽນຈາກປະເທດບໍ່ມີ ຊາຍແດນຕິດກັບທະເລໃຫ້ກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດພາກ ພື້ນຢ່າງສົມບູນແບບ. ກອງປະຊຸມ ໄດ້ຮັບຮອງເອົາ ເອກະສານສຳຄັນ 1 ສະບັບ ຄື: ຖະແຫລງການຂອງປະທານ ຮ່ວມກອງປະຊຸມ (Co-Chairs’ Statement) ແລະ ອັດລົງດ້ວຍ ບັນຍາກາດແຫ່ງມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈ ຍັງຄາດວ່າຈະສ້າງວຽກເຮັດງານ ທຳ, ເພີ່ມຄວາມຕ້ອງການສິນຄ້າ ແລະ ບໍລິການທ້ອງຖິ່ນ ພ້ອມທັງ ສ້າງລາຍຮັບໃຫ້ແກ່ລັດຕາມລະ ບຽບການ. ທ່ານ ແອນດຣູ ຊັດເທີແລນ ຜູ້ ອຳນວຍການກຸ່ມບໍລິສັດ UPC Vietnam (Singapore) Pte. Ltd ກ່າວວ່າ: ໂຄງການນີ້ຈະຊ່ວຍ ເພີ່ມຄວາມໝັ້ນຄົງດ້ານພະລັງງານ ໃຫ້ແກ່ ສປປ ລາວ ໂດຍສະໜອງ ພະລັງງານສະອາດທີ່ຜະລິດພາຍໃນ ປະເທດ ແລະ ມີຄວາມໝັ້ນຄົງເຂົ້າ ສູ່ລະບົບຕາຂ່າຍໄຟຟ້າແຫ່ງຊາດ ພ້ອມສະໜັບສະໜູນເປົ້າໝາຍຂອງ ລາວໃນການກ້າວສູ່ການເປັນ “ໝໍ້ ໄຟສີຂຽວແຫ່ງອາຊີຕາເວັນອອກ ສ່ຽງໃຕ້” (Green Battery of Southeast Asia). ທ່ານກ່າວຕື່ມວ່າ ໃນດ້ານເສດ ຖະກິດໂຄງການນີ້ເປັນການລົງທຶນ ໂດຍກົງຈາກຕ່າງປະເທດໄລຍະ ຍາວທີ່ສຳຄັນ ໂດຍຄາດວ່າຈະສ້າງ ລາຍຮັບຈາກຄ່າພາກຫລວງ ແລະ ພາສີອາກອນເຂົ້າງົບປະມານແຫ່ງ ຊາດ ຕະຫລອດໄລຍະ 25 ປີຂ້າງ ໜ້າ. ສຳລັບປະຊາຊົນແຂວງສະ ຫວັນນະເຂດ ໂຄງການຈະສ້າງ ໂອກາດຈ້າງງານທີ່ຕ້ອງການທັກ ສະຫລາຍຮ້ອຍຕຳແໜ່ງໃນໄລຍະ ກໍ່ສ້າງ ແລະ ດຳເນີນງານ, ເພີ່ມ ໂອກາດໃຫ້ແກ່ທຸລະກິດ ແລະ ຜູ້ ສະໜອງສິນຄ້າພາຍໃນປະເທດ ພ້ອມທັງລົງທຶນຢ່າງຍືນຍົງໃນ ພື້ນຖານໂຄງລ່າງຂອງຊຸມຊົນທ້ອງ ຖິ່ນ. ສິ່ງເຫລົ່ານີ້ຈະໄດ້ຮັບການສະ ໜັບສະໜູນເພີ່ມເຕີມຜ່ານຄຳໝັ້ນ ສັນຍາຂອງບໍລິສັດໃນການສະ ໜອງທຶນໃຫ້ແກ່ໂຄງການຄວາມ ຮັບຜິດຊອບຕໍ່ສັງຄົມ (CSR). ທ່ານລະບຸວ່າ ໂຄງການທີ່ດີ ຕ້ອງອາໄສ 3 ປັດໄຈສຳຄັນຄື: ຊັບ ພະຍາກອນທຳມະຊາດທີ່ອຸດົມສົມ ບູນ, ວຽກງານວິສະວະກຳທີ່ເຂັ້ມ ແຂງ ແລະ ການມີຄູ່ຮ່ວມມືທີ່ໜັກ ແໜ້ນ ຊຶ່ງໂຄງການວິລະອາດສະ ພອນມີຄົບທັງ 3 ປັດໄຈນີ້. ພ້ອມກັນນັ້ນ, ບໍລິສັດຍັງໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະພັດທະນາ ໂຄງການດ້ວຍຄວາມໂປ່ງໃສ, ມີ ຄວາມຮັບຜິດຊອບ ແລະ ຍຶດຖືມາດ ຕະຖານສູງສຸດເທົ່າທີ່ຈະເປັນໄປໄດ້ ໂດຍຄຳນຶງເຖິງຜົນປະໂຫຍດໄລຍະ ຍາວຂອງປະຊາຊົນລາວ. ໃນຂັ້ນຕໍ່ໄປຜູ້ພັດທະນາຈະສືບ ຕໍ່ວິເຄາະຂໍ້ມູນການວັດແທກລົມ, ປະເມີນຜົນຜະລິດໄຟຟ້າ, ສຳຫລວດ ພູມສັນຖານ ແລະ ທໍລະນີວິທະຍາ ພ້ອມສຳເລັດການສຶກສາຄວາມ ເປັນໄປໄດ້ ແລະ ການອອກແບບພື້ນ ຖານ. ນອກນັ້ນ, ຍັງຈະສຶກສາທາງ ເລືອກດ້ານກັງຫັນລົມ, ເສັ້ນທາງ ເຂົ້າໂຄງການ, ລະບົບໄຟຟ້າ ແລະ ສິ່ງປຸກສ້າງປະກອບຄວບຄູ່ກັບ ແຜນການເຊື່ອມຕໍ່, ການສົ່ງ ແລະ ຈຳໜ່າຍໄຟຟ້າ. ສ່ວນຈຸດເຊື່ອມຕໍ່ ແລະ ຕະຫລາດຮັບຊື້ໄຟຟ້າຈະກຳ ນົດຕາມຜົນການສຶກສາ, ຂໍ້ຕົກລົງ ແລະ ການອະນຸມັດທີ່ກ່ຽວຂ້ອງ. ນາງ ບົວນິນ ອິນໃຈ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ, ທ່ານ ຄໍາສອນ ຈັນທະດາລາ ຫົວໜ້າ ສາທາລະນະສຸກເມືອງ ພ້ອມດ້ວຍ ຫ້ອງການ, ປະທານຕາແສງ, ສຸກ ສາລາ, ໂຮງໝໍ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ຜ່ານບົດລາຍງານສະພາບລວມ ສະຖານະການພະຍາດໂປລີໂອ ແລະ ຜົນການຈັດຕັ້ງປະຕິບັດ ວສຊ ຢອດຢາວັກຊິນກັນພະຍາດໂປລີ ໂອ ໃນຮອບທີ 1 ແລະ ຮອບທີ 2 ທີ່ຜ່ານມາ ຊຶ່ງສະແດງໃຫ້ເຫັນວ່າ ເຖິງແມ່ນອັດຕາປົກຄຸມທົ່ວປະເທດ ຈະດີຂຶ້ນຈາກ 94,6% ໃນຮອບ ທີ 1 ມາເປັນ 98,8% ໃນຮອບທີ 2 ແຕ່ກໍຍັງພົບເດັກທີ່ພາດໂອກາດ ແລະ ກວດພົບກໍລະນີຕິດເຊື້ອເພີ່ມ ຕື່ມໃນບາງແຂວງສະເພາະຢູ່ເມືອງ ຫລວງນໍ້າທາ ແມ່ນຈັດຢູ່ໃນກຸ່ມ 28 ເມືອງບຸລິມະສິດໃນ 9 ແຂວງ ທີ່ມີ ຈຳນວນເດັກລຸ່ມ 5 ປີ ຄາດຄະເນ 2.701 ຄົນ ໃນນັ້ນ, ມີເດັກພາດໂອ ກາດ 823 ຄົນ ແລະ ມີສະຖານທີ່ ແຮງງານເຄື່ອນຍ້າຍ 25 ແຫ່ງ ທີ່ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ. ສໍາ ລັບຂະບວນການ ວສຊ ຢອດຢາ ວັກຊິນກັນພະຍາດໂປລີໂອ ຮອບທີ 3 ນີ້ ຈະໄດ້ຈັດຕັ້ງປະຕິບັດພ້ອມກັນ ໃນລະຫວ່າງວັນທີ 23 ພະຈິກ ຫາ 6 ທັນວາ 2026 ໂດຍແນໃສ່ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ (0-59 ເດືອນ) ທຸກຄົນຕ້ອງໄດ້ຮັບການຢອດຢາ ທຸກຮອບ ໂດຍບໍ່ມີຂໍ້ຍົກເວັ້ນເຖິງ ແມ່ນວ່າຈະເຄີຍຢອດຢາໃນຮອບທີ 1 ແລະ ຮອບທີ 2 ມາແລ້ວກໍຕາມ ເພື່ອເສີມສ້າງພູມຄຸ້ມກັນໃຫ້ສູງຂຶ້ນ ແລະ ຕັດວົງຈອນການແຜ່ລະບາດ ຂອງເຊື້ອພະຍາດຢ່າງຂາດຕົວ. ກອງປະຊຸມຍັງໄດ້ປຶກສາຫາລື ແລະ ວາງແຜນການປະສານງານ ຮ່ວມກັນໃນການລົງໂຄສະນາປຸກ ລະດົມຂັ້ນບ້ານ 21 ບ້ານເປົ້າໝາຍ ຂອງເມືອງ ໂດຍຈະນຳໃຊ້ 7 ຂໍ້ ຄວາມຫລັກທີ່ເປັນເອກະພາບກັນ ຜ່ານທຸກຊ່ອງທາງ ເຊັ່ນ: ໂທລະໂຄ່ງ ບ້ານ, ການລົງຢ້ຽມຢາມຄົວເຮືອນ, ສື່ອອນລາຍ ແລະ ການນໍາໃຊ້ພາສາ ທ້ອງຖິ່ນ ເພື່ອໃຫ້ທຸກຄອບຄົວ ລວມ ທັງແຮງງານເຄື່ອນຍ້າຍຕາມສວນ ກະສິກຳ ແລະ ໂຮງງານໄດ້ຮັບຮູ້ ຂໍ້ມູນທີ່ຖືກຕ້ອງ ແລະ ນຳພາລູກ ຫລານມາຮັບວັກຊິນ ໂດຍບໍ່ເສຍຄ່າ ໃຊ້ຈ່າຍໃດໆຕາມຄຳຂວັນ “ເດັກ ທຸກຄົນທີ່ມີອາຍຸຕໍ່າກວ່າ 5 ປີ ຕ້ອງ ຢອດຢາກັນພະຍາດໂປລີໂອທຸກ ຮອບບໍ່ໃຫ້ພາດໂອກາດຈັກຄົນ”. ສ່ຽງຕ່າງໆທົ່ວນະຄອນຫລວງ ວຽງຈັນ. ສຳລັບການຈັດວາງກຳລັງປ້ອງ ກັນຈະເລີ່ມຕັ້ງແຕ່ມື້ເລີ່ມຈັດງານ ໂດຍຈະເພີ່ມກຳລັງຫລວງເຂົ້າປະ ຈຳການໃນໄລຍະວັນທີ 20-25 ພະຈິກ 2026 ແລະ ຈະຖອນກຳລັງ ພາຍຫລັງສຳເລັດງານ. ສ່ວນໄລຍະ ກ່ອນວັນທີ 20 ພະຈິກ ຈະມີກຳລັງ ປກສ ເມືອງ ເຂົ້າປະຈຳການຕາມ ແຜນການ. ພ້ອມກັນນີ້ ທ່ານ ພົຈວ ບົວພັນ ຟອງມະນີ ຍັງໄດ້ແນະນຳໃຫ້ປະ ຊາຊົນ ແລະ ນັກທ່ອງທ່ຽວທີ່ມາ ຮ່ວມງານບຸນເພີ່ມຄວາມລະມັດລະ ວັງໃນການເດີນທາງ ແລະ ຂັບຂີ່ ຍານພາຫະນະ, ປະຕິບັດຕາມກົດຈະ ລາຈອນ, ຫ້າມຂັບລົດໃນຂະນະມຶນ ເມົາ, ຮັກສາຊັບສິນສ່ວນຕົວ ແລະ ພາຍກະເປົາໄວ້ທາງດ້ານໜ້າ ເພື່ອ ປ້ອງກັນການລັກຊັບສິນ ເນື່ອງຈາກ ໃນບຸນຜ່ານມາເຄີຍເກີດກໍລະນີມິດ ສາຊີບລັກຊັບສິນຈາກກະເປົາຂອງ ຜູ້ມາຮ່ວມງານ. ນອກນັ້ນ, ຄວນ ລະມັດລະວັງໃນການຈູດທູບທຽນ ບູຊາ ແລະ ຮັກສາຄວາມປອດໄພ ເພື່ອປ້ອງກັນເຫດໄຟໄໝ້ພ້ອມທັງ ຮ່ວມກັນຮັກສາຮີດຄອງປະເພນີອັນ ດີງາມຂອງຊາດ. ຂ່າວ: ທະນູທອງ; ພາບ:ເກດສະໜາ ຮ່ວມກັນ ເພື່ອຍົກລະດັບການຮ່ວມມື ແມ່ນ້ຳຂອງ-ສ ເກົາຫລີ ໃຫ້ມີຄວາມ ເຂັ້ມແຂງ, ມີປະສິດທິພາບ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນໃນພາກພື້ນແມ່ນ້ຳຂອງ ຢ່າງຍືນຍົງ. ພັນທາງການທູດ ແລະ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືແບບ ກວມລວມລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ຊຶ່ງ ສອງຝ່າຍໄດ້ສະຫລຸບຕີລາຄາການ ພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາ ເປັນຕົ້ນ ວຽກງານການຊອກຄົ້ນຫາສິ່ງເສດ ເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA) ຢູ່ ສປປ ລາວ, ການເກັບ ກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ການຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືດ້ານເສດຖະກິດ-ການຄ້າ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.
RkJQdWJsaXNoZXIy MTc3MTYxMQ==