xtgmf]k; 7 17/11/2026 gsfdko{dkora fa mtok 4 v5 my pkocsj '-kf ]k;{s;Pfok, Ij ;,,n vto5 ]a d0h k,-kpcfo ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງຄຸ້ມຄອງອຸທິ ຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈັດກອງປະຊຸມວິຊາການ ວ່າດ້ວຍ ການຮ່ວມມືອະນຸລັກຂ້າມຊາຍແດນ ລະຫວ່າງ 4 ອຸທິຍານແຫ່ງຊາດ ຄື: ອຸທິຍານແຫ່ງຊາດ ນາກາຍ-ນໍ້າ ເທີນ ແລະ ອຸທິຍານຫີນໜາມໜໍ່ ເມືອງບົວລະພາ(ສປປລາວ)ພ້ອມ ດ້ວຍອຸທິຍານແຫ່ງຊາດ ຟອງຫຍາ- ແກບາງ ແລະ ວູກວາງ (ສສຫວຽດ ນາມ) ໃນທ້າຍອາທິດຜ່ານມາ ຢູ່ ແຂວງຄຳມ່ວນ ໂດຍການເປັນປະ ທານຂອງ ທ່ານ ບຸນປອນ ພຸດທະ ອາມາດ ຫົວໜ້າພະແນກຄຸ້ມຄອງ ປ່າສະຫງວນ ພ້ອມດ້ວຍຜູ້ຕາງໜ້າ ຈາກສູນກາງ, ພະແນກການທີ່ກ່ຽວ ຂ້ອງຈາກແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ, ຄະນະຊ່ຽວຊານ ຈາກ ສສ ຫວຽດນາມ, ອົງການ ຈັດຕັ້ງ ແລະ ຄູ່ຮ່ວມງານພັດທະນາ ທີ່ຕິດພັນກັບວຽກງານອຸທິຍານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາ ລື, ຖອດຖອນ ແລະ ແລກປ່ຽນບົດ ຮຽນຕົວຈິງ ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານປົກປັກຮັກສາ ປ່າໄມ້ ແລະ ຊີວະນາໆພັນ, ການ ຄຸ້ມຄອງອຸທິຍານແຫ່ງຊາດ ຕາມ ຊາຍແດນ ພ້ອມທັງເສີມສ້າງຄວາມ ສຳພັນອັນດີງາມ ແລະ ກົນໄກການ ປະສານງານຮ່ວມກັນໃນທຸກດ້ານ ລະຫວ່າງບັນດາອຸທິຍານ ກັບພາກ ສ່ວນກ່ຽວຂ້ອງ. ພ້ອມນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການລາຍງານ ສະ ພາບການຈັດຕັ້ງປະຕິບັດວຽກງານ ຕົວຈິງຂອງແຕ່ລະອຸທິຍານ ພ້ອມ ທັງປຶກສາຫາລື ແລະ ແລກປ່ຽນຄໍາ ຄິດຄໍາເຫັນຢ່າງກົງໄປກົງມາ. ໂອກາດນີ້, ຜູ້ແທນກອງປະຊຸມ ຍັງໄດ້ເຄື່ອນໄຫວພາກສະໜາມ ເພື່ອຮັບຊົມສະພາບແວດລ້ອມທຳ ມະຊາດອັນສວຍສົດງົດງາມໃນ ເຂດອ່າງນ້ຳເທີນ ແລະ ຈຸດກວດກາ ຢູ່ຫ້ວຍສະງັອງ ພ້ອມທັງຮັບຟັງ ການບັນຍາຍສະຫລຸບ ຈາກພະນັກ ງານວິຊາການກ່ຽວກັບທີ່ຕັ້ງ, ຂອບ ເຂດຊາຍແດນ, ຈຸດຊົມທິວທັດ, ເຂດ ທ່ອງທ່ຽວສຳຄັນ, ຄວາມອຸດົມສົມ ບູນຂອງລະບົບນິເວດ, ຊີວະນາໆ ພັນ, ເຄື່ອງປ່າຂອງດົງ ຕະຫລອດ ຮອດການຄຸ້ມຄອງສັດນ້ຳ ແລະ ສັດ ປ່າ ໃນເຂດອຸທິຍານແຫ່ງຊາດ ນາ ກາຍ-ນໍ້າເທີນ. ນອກນີ້, ຜູ້ຕາງໜ້າ ຈາກອຸທິຍານແຫ່ງຊາດ ນາກາຍນໍ້າເທີນ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຍັງໄດ້ຮ່ວມກັນ ຈັດກິດຈະກຳ “ປູກຕົ້ນໄມ້ມິດຕະ ພາບ”ຢູ່ຂອບເຂດອຸທິຍານແຫ່ງ ຊາດ ນາກາຍ-ນໍ້າເທີນ ຊຶ່ງເປັນສັນ ຍະລັກອັນພົ້ນເດັ່ນ ໃນການຢືນ ຢັນເຖິງເຈດຈຳນົງໃນການຮັກສາ ສາຍພົວພັນມິດຕະພາບ, ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ແລະ ການ ຍົກລະດັບປະສິດທິພາບ ຂອງວຽກ ງານອະນຸລັກຂ້າມຊາຍແດນຮ່ວມ ກັນ ໃຫ້ຍືນຍົງຍິ່ງໆຂຶ້ນໄປ. |j ;pd6 h wrrkp.oot7vos];';P'9a o wfh Ia [g7n j v'-j ;pgs]n v ຂປລ.ວັນທີ15ພະຈິກ2026 ນີ້, ໜ່ວຍກູ້ໄພພາຍໃນນະຄອນຫລວງ ວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫລືອ ປະເພດໂຟນີ ລຸ້ນໃສ່ຊິມກາດ ຈຳ ນວນ 29 ເຄື່ອງ, ລວມມູນຄ່າ 32.000.000 ກີບ ຈາກ ທ່ານ LI MINGDI ຊ່ຽວຊານດ້ານກະດູກ ຈາກ ສປ ຈີນ ແລະ ຕ່າງໜ້າກຸ່ມ ກູ້ໄພ ຮັບໂດຍ ທ່ານ ທັກສິນ ຄຸນ ນະເສມ ໜ່ວຍກູ້ໄພ 1623. ເຄື່ອງ ດັ່ງກ່າວ, ແມ່ນຈະມອບໃຫ້ບັນດາ ກຸ່ມໜ່ວຍກູ້ໄພ ກໍຄື ກູ້ໄພ 1623, lts;a ootg0f 9a f'kooa frq [cI''ko grn j vg-n j v,9vf8ts]kfcI''ko ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດໃຫ້ຮູ້ວ່າ: ແຂວງ ສະຫວັນນະເຂດ ຈັດງານນັດພົບ ແຮງງານ ປະຈຳປີ 2026 ໃນ ລະຫວ່າງວັນທີ 11-13 ພະຈິກ 2026 ທີ່ສູນການຄ້າສະຫວັນໄອ ເຕັກ ເພື່ອວາງເປົ້າໝາຍເຊື່ອມຈອດ ຕະຫລາດແຮງງານ ພ້ອມທັງ ເປີດໂອກາດໃຫ້ຜູ້ຊອກວຽກເຮັດ ງານທຳ ໄດ້ພົບປະສຳພາດງານ ໂດຍກົງກັບຫົວໜ່ວຍແຮງງານ ແລະ ປະກອບສ່ວນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ມີຄວາມເຂັ້ມແຂງ ໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດ ຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງ ໃສ ໄຊຍະວົງຄໍາດີ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ສະຫວັນນະເຂດ ພ້ອມດ້ວຍຜູ້ ຕາງໜ້າຈາກພາກລັດ, ພາກທຸລະ ກິດ, ຜູ້ປະກອບການ ແລະ ນັກຮຽນ- ນັກສຶກສາ ເຂົ້າຮ່ວມ. ການຈັດງານນັດພົບແຮງງານ ໃນຄັ້ງນີ້, ເພື່ອເປັນເວທີເຊື່ອມໂຍງ ລະຫວ່າງຜູ້ສ້າງບຸກຄະລາກອນ ແຮງງານ ກັບຜູ້ຕ້ອງການໃຊ້ແຮງ ງານຕົວຈິງ ຕາມຄວາມຕ້ອງການ ຂອງຕະຫລາດ ພ້ອມທັງເປີດໂອ ກາດໃຫ້ຜູ້ຊອກວຽກໄດ້ເຂົ້າເຖິງ ຕະຫລາດແຮງງານໂດຍກົງ, ສາ ມາດເລືອກວຽກທີ່ເໝາະສົມກັບ ຄວາມຮູ້ຄວາມສາມາດຂອງຕົນ ເອງ, ຊ່ວຍໃຫ້ຫົວໜ່ວຍແຮງງານ, ວິສາຫະກິດ, ໂຮງງານ-ສາຍການ ຜະລິດ ໄດ້ຮັບແຮງງານໃໝ່ເຂົ້າໃນ ລະບົບ ຕາມເງື່ອນໄຂທີ່ຕ້ອງການ ເປັນການໃຫ້ຄວາມຮັບຮູ້ ແລະ ເຂົ້າ ເຖິງລະບຽບການໄປອອກແຮງງານ ຕ່າງປະເທດທີ່ຖືກຕ້ອງ ເພື່ອຫລຸດ ຜ່ອນບັນຫາການລັກລອບໄປແບບ ຜິດກົດໝາຍ ແລະ ເປັນຊ່ອງທາງ ສຳລັບຜູ້ທີ່ມີຈຸດປະສົງສຶກສາຕໍ່ ໃນ ລະບົບການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ເພື່ອຍົກລະດັບສີມື ແຮງງານ. ໃນໄລຍະຜ່ານມາ, ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ປັບປຸງກົນໄກການບໍລິ ການຈັດຫາງານ ໃຫ້ມີຄວາມທັນສະ ໄໝຂຶ້ນ ໂດຍໄດ້ສະໜອງເຄື່ອງມື ແລະ ອຸປະກອນທີ່ຈຳເປັນໃຫ້ແກ່ຈຸດ ບໍລິການຈັດຫາງານຢູ່ 17 ແຂວງ ແລະ ນະຄອນຫລວງວຽງຈັນ ພ້ອມ ທັງຊຸກຍູ້ການລົງເຄື່ອນໄຫວບໍລິ ການແບບເຄື່ອນທີ່. ສຳລັບແຂວງ ສະຫວັນນະເຂດ ເປັນ 1 ໃນຕົວ ເມືອງທີ່ມີທ່າແຮງທາງດ້ານເສດ ຖະກິດ ແລະ ການລົງທຶນທັງພາຍ ໃນ ແລະ ຕ່າງປະເທດ, ທາງພາກ ລັດໄດ້ຈັດຕັ້ງຈຸດບໍລິການຈັດຫາ ງານຂັ້ນເມືອງ ແຕ່ປີ 2023 ເປັນ ຕົ້ນມາ ຈຳນວນ 4 ຈຸດ ຄື: ຈຸດ ບໍລິການຈັດຫາງານ ເມືອງອາດສະ ພັງທອງ, ຈຸດບໍລິການຈັດຫາງານ ເມືອງຈຳພອນ, ຈຸດບໍລິການຈັດ ຫາງານເມືອງສອງຄອນ ແລະ ຈຸດ ບໍລິການຈັດຫາງານ ເມືອງເຊໂປນ. ການສ້າງຕັ້ງຈຸດບໍລິການເຫລົ່າານີ້ ກໍເພື່ອຂະຫຍາຍການບໍລິການໃຫ້ລົງ ສູ່ຮາກຖານ, ຮັບປະກັນການເຂົ້າ ເຖິງຂໍ້ມູນຂ່າວສານຂອງຜູ້ຊອກ ວຽກ ແລະ ຜູ້ໃຊ້ແຮງງານຢ່າງທົ່ວ ເຖິງ. ນອກຈາກນີ້, ຍັງພວມຢູ່ໃນ ຂະບວນການພັດທະນາລະບົບ Mobile Application ແລະ ການ ບໍລິການຜ່ານລະບົບອອນລາຍ ເພື່ອອຳນວຍຄວາມສະດວກ ໃຫ້ ຜູ້ຊອກວຽກສາມາດລົງທະບຽນ ແລະ ປະກາດຕຳແໜ່ງງານໄດ້ຢ່າງ ວ່ອງໄວ. c0j '0a oc]j oIk2,kikmvolkdq o ,y f8trk[ ]k;{9u o xt9exu 2026 ຂປລ. ງານແຂ່ງຂັນແລ່ນຮາຟ ມາຣາທອນ ສາກົນ ມິດຕະພາບ ລາວ-ຈີນ ພາຍໃຕ້ຫົວຂໍ້: “ແລ່ນ ຕາມສາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າ ຂອງ ຮ່ວມກ້າວໄປດ້ວຍມິດຕະ ພາບ” ປະຈຳປີ 2026 ຈັດຂຶ້ນໃນ ຕອນເຊົ້າວັນທີ15ພະຈິກ2026ໄດ້ ຈັດຢູ່ເຂດພັດທະນາກວມລວມໄຊ ເສດຖາ ນະຄອນຫລວງວຽງຈັນ (ນວ) ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ວັນເປີດນໍາໃຊ້ທາງລົດໄຟ ລາວຈີນ ຄົບຮອບ 5 ປີ ໂດຍຈັດການ ແຂ່ງຂັນອອກເປັນ 3 ລາຍການ ຄື: ແລ່ນຮາຟມາຣາທອນ 19,61 ກິໂລແມັດ ຍິງ-ຊາຍ , ແລ່ນ 10,35 ກິໂລແມັດ ຍິງ-ຊາຍ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ຍິງ-ຊາຍ, ມີຜູ້ເຂົ້າຮ່ວມແຂ່ງຂັນທັງ ພາຍໃນ ແລະ ຕ່າງປະເທດ ທັງໝົດ 2.000 ກວ່າຄົນ. ການແຂ່ງຂັນຄັ້ງນີ້, ຈັດຂຶ້ນເພື່ອ ເຕົ້າໂຮມຄວາມສາມັກຄີ ແລະ ສະ ແດງໃຫ້ເຫັນເຖິງສາຍໃຍແຫ່ງມິດ ຕະພາບ ແລະ ການຮ່ວມມືອັນແໜ້ນ ແຟ້ນ ລະຫວ່າງ ລາວ-ຈີນ ໃຫ້ໝັ້ນ ຄົງຂະນົງແກ່ນ, ທັງເປັນການອອກ ກໍາລັງກາຍ ເພື່ອສຸຂະພາບ ແລະ ອື່ນໆ. ນອກຈາກກິດຈະກຳການ ແຂ່ງຂັນແລ່ນແລ້ວ, ພາຍໃນງານ ຍັງໄດ້ຈັດຕະຫລາດນັດມາຣາ ທອນ ຊຶ່ງໄດ້ເຊີນບັນດາບໍລິສັດວິສາຫະກິດ ຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມວາງສະແດງ ໂດຍປະສົມປະສານອົງປະກອບ ດ້ານການກິລາ, ວັດທະນະທຳ ແລະ ການຄ້າ ຢ່າງຫລາກຫລາຍ. ສໍາລັບ ເງິນລາງວັນໃນການ ແຂ່ງຂັນປະເພດແລ່ນຮາຟມາຣາ ທອນ 19,61 ກິໂລແມັດ ຊາຍ-ຍິງ ຜູ້ທີ່ໄດ້ຮັບລາງວັນ ຊະນະເລີດ ທີ 1 ໄດ້ຮັບເງິນລາງວັນ 7.000.000 ກີບ ພ້ອມຫລຽນລາງວັນ, ທີ 2 ໄດ້ ຮັບເງິນລາງວັນ 6.000.000 ກີບ ພ້ອມຫລຽນລາງວັນ ແລະ ທີ 3 ໄດ້ຮັບເງິນລາງວັນ 5.000.000 ກີບ ພ້ອມຫລຽນລາງວັນ. ປະເພດ ແລ່ນ 10,35 ກິໂລແມັດ ຊາຍ-ຍິງ ລາງວັນຊະນະເລີດ ທີ 1 ໄດ້ຮັບ ເງິນລາງວັນ 5.000.000 ກີບ ພ້ອມຫລຽນລາງວັນ, ທີ 2 ໄດ້ຮັບ ເງິນລາງວັນ 4.000.000 ກີບ ພ້ອມຫລຽນລາງວັນ, ທີ 3 ໄດ້ຮັບ ເງິນລາງວັນ 3.000.000 ກີບ ພ້ອມຫລຽນລາງວັນ. ສ່ວນເງິນ ລາງວັນຊະນະເລີດ ປະເພດແລ່ນ 5 ກິໂລແມັດ ຊາຍ-ຍິງ ໄດ້ຮັບເງິນ ລາງວັນ 1.500.000 ກີບ ພ້ອມ ຫລຽນລາງວັນ, ທີ 2 ໄດ້ຮັບເງິນ ລາງວັນ 1.200.000 ກີບ ພ້ອມ ຫລຽນລາງວັນ ແລະ ທີ 3 ໄດ້ຮັບ ເງິນລາງວັນ 1.000.000 ກີບ ພ້ອມຫລຽນລາງວັນ ໃຫ້ກຽດມອບ ລາງວັນ ໂດຍມີ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການ ເງິນ ນວ ທັງເປັນຮອງປະທານສະ ມາຄົມມິດຕະພາບລາວ-ຈີນຂັ້ນນວ, ທ່ານ ສິລະປະກອນ ພົມມະໄຊສີ ຫົວໜ້າຫ້ອງວ່າການນວ,ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະ ແນກສຶກສາທິການ ແລະ ກິລາ ນວ. ຂ່າວ: ທະນູທອງ; ພາບ: ເກດສະໜາ 1624, 1625, 1627, 1628, 1630, 1666, 1608 ແລະ ໜ່ວຍ ກູ້ໄພອື່ນໆ ເພື່ອນຳໃຊ້ເຂົ້າໃນການ ປະຕິບັດວຽກງານກູ້ໄພພາຍໃນ ນະຄອນຫລວງວຽງຈັນ ເພື່ອຮັບ ໃຊ້ປະຊາຊົນ. ໃນໂອກາດນີ້, ທ່ານ ທັກສິນ ຄຸນນະເສມ ໜ່ວຍກູ້ໄພ 1623 ຕາງໜ້າບັນດາໜ່ວຍກູ້ໄພ ໄດ້ກ່າວ ສະແດງຄວາມຂອບໃຈ ມາຍັງທ່ານ LI MINGDI ທີ່ເຫັນໄດ້ເຖິງຄວາມ ສຳຄັນຂອງວຽກງານກູ້ໄພ ໂດຍ ໃຫ້ການຊ່ວຍເຫລືອໃນຄັ້ັງນີ້. ໂຟນີ ດັ່ງກ່າວ ແມ່ນຈະໄດ້ນຳໃຊ້ເຂົ້າໃນ ວຽກງານຊ່ວຍເຫລືອສັງຄົມ ໂດຍ ສະເພາະແມ່ນຂອດການຕິດຕໍ່ ແລະ ປະສານງານ ໃນການເຄື່ອນໄຫວ ວຽກງານທີ່ວ່ອງໄວຂຶ້ນ. [5 o-j ;'gIn vxtgrou c0;';P'9a o w00B o1j k'gxa omk'dko ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ບຸນຊ່ວງເຮືອ ປະເພນີ ແຂວງວຽງຈັນ ປະຈຳປີ 2026 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2026 ທີ່ທ່າ ນ້ຳບ້ານເກິນ ເມືອງທຸລະຄົມ ແຂວງ ວຽງຈັນ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານ ພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ທ່ານ ອາດສະ ພັງທອງ ສີພັນດອນ ເລຂາຄະນະ ບໍລິຫານງານພັກນະຄອນຫລວງ ວຽງຈັນ ພ້ອມດ້ວຍບັນດາການນຳ ແຂວງ, ເມືອງ, ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນຈາກພາຍໃນແຂວງ ແລະ ແຂວງອ້ອມຂ້າງເຂົ້າຮ່ວມ. ບຸນຊ່ວງເຮືອປະເພນີປະຈຳປີ ນີ້ ຈັດຂຶ້ນແຕ່ວັນທີ 6-15 ພະຈິກ 2026 ທີ່ທ່ານ້ຳງື່ມ ຄຸ້ມນ້ຳພະນາຍ ບ້ານເກິນກາງ ເມືອງທຸລະຄົມ. ສຳລັບກິດຈະກຳພາຍໃນງານປະ ກອບມີ: ການແຂ່ງຂັນເຮືອກິລາ 12 ສີພາຍ ໃນວັນທີ 14 ພະຈິກ ແລະ ການແຂ່ງຂັນເຮືອປະເພນີ 55 ສີ ພາຍ ໃນວັນທີ 15 ພະຈິກ. ນອກ ນັ້ນ, ຍັງມີຕະຫລາດນັດຈຳໜ່າຍ ສິນຄ້າ, ຫ້ອງວາງສະແດງສິນຄ້າ ຈາກບັນດາພາກສ່ວນ ແລະ ການ ສະແດງດົນຕີຈາກວົງດາວເໜືອ ເພື່ອສ້າງບັນຍາກາດໃຫ້ມີຄວາມຄຶກ ຄື້ນ ແລະ ດຶງດູດປະຊາຊົນເຂົ້າຮ່ວມ. ສຳລັບການແຂ່ງຂັນເຮືອປະເພນີ 55 ສີພາຍ ມີເຮືອລົງທະບຽນເຂົ້າ ຮ່ວມ 19 ລຳ ໃນນັ້ນ, ມາຈາກເມືອງ ທຸລະຄົມ 14 ລຳ, ເມືອງວຽງຄຳ 2 ລຳ ແລະ ນະຄອນຫລວງວຽງຈັນ 3 ລຳ. ສ່ວນລາງວັນການແຂ່ງຂັນ ປະກອບມີ: ລາງວັນຊະນະເລີດ 80 ລ້ານກີບ, ຮອງຊະນະເລີດ 60 ລ້ານ ກີບ, ອັນດັບທີ 3 ຈຳນວນ 50 ລ້ານ ກີບ ແລະ ອັນດັບທີ 4 ຈຳນວນ 30 ລ້ານກີບ ພ້ອມຂັນລາງວັນ.
RkJQdWJsaXNoZXIy MTc3MTYxMQ==