17/11/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ xtgrou csj zklkfgzY ' ,= ]tfq d;a fmtotmeva o]E7j k0v'7q o]k; ຂປລ. ປະເພນີການແຫ່ຜາສາດ ເຜິ້ງ ເປັນໜຶ່ງໃນຮີດຄອງອັນດີງາມ ທີ່ສະທ້ອນເຖິງວິຖີຊີວິດ, ສັດທາ ຄວາມເຊື່ອຖື ແລະ ພູມປັນຍາ ຂອງຄົນລາວທີ່ຜູກພັນກັບພຸດທະ ສາສະໜາມາແຕ່ບູຮານນະການ, ທັງເປັນການເຕົ້າໂຮມຄວາມສາ ມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ ໂດຍຈັດຂຶ້ນທຸກໆປີໃນມື້ຂຶ້ນ ຂປລ. ຈາກພູມປັນຍາທ້ອງຖິ່ນ ທີ່ສືບທອດກັນມາແຕ່ບັນພະບຸລຸດ ສູ່ການສ້າງສັນເປັນຜະລິດຕະພັນ ຫັດຖະກຳທີ່ມີເອກະລັກ, ສວຍງາມ ແລະ ສາມາດສ້າງລາຍຮັບໃຫ້ ແກ່ຄອບຄົວ ແລະ ຊຸມຊົນໄດ້ຢ່າງ ເປັນຮູບປະທຳ. ນີ້ແມ່ນອີກໜຶ່ງ ຕົວຢ່າງຂອງການອະນຸລັກມູນເຊື້ອ ຫັດຖະກຳຊົນເຜົ່າຄວບຄູ່ກັບການ ສ້າງອາຊີບ, ສ້າງລາຍໄດ້ຂອງແມ່ ວັນນະລີ ສິລິວົງ ປະຊາຊົນບ້ານພູ ຂຽວ ເມືອງໄຊ ແຂວງອຸດົມໄຊ ຜູ້ທີ່ ໄດ້ນຳເອົາພູມປັນຍາການຖັກສານ ເສັ້ນປຽດມາພັດທະນາ ແລະ ຕໍ່ຍອດ ເປັນກະເປົາຫັດຖະກຳທີ່ກຳລັງໄດ້ ຮັບຄວາມນິຍົມໃນປັດຈຸບັນ. ແມ່ ວັນນະລີ ເລົ່າວ່າ: ຕົນໄດ້ ເລີ່ມພັດທະນາການຜະລິດກະເປົາ ຈາກເສັ້ນປຽດມາແຕ່ປີ 2019 ໂດຍມີຈຸດປະສົງ ເພື່ອນຳເອົາວັດຖຸ ດິບ ແລະ ສີມືຫັດຖະກຳທີ່ມີຢູ່ໃນ ທ້ອງຖິ່ນມາສ້າງມູນຄ່າເພີ່ມໃຫ້ ກາຍເປັນສິນຄ້າທີ່ສາມາດຕອບ -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ rtpkfcdj o8k05h o ,u 7;k,lj P'skd[+ Ia [dkoxyj oxq ; ຂປລ. ພະຍາດແກ່ນຕາຂຸ້ນ ແມ່ນພາວະທີ່ແກ້ວຕາມີຄວາມຂຸ້ນ ແລະ ບໍ່ໃສຄືປົກກະຕິເຮັດໃຫ້ການ ເບິ່ງເຫັນບໍ່ແຈ້ງ ຫລື ຄຸນນະພາບ ການເບິ່ງເຫັນຫລຸດລົງ. ພະຍາດ ນີ້ພົບເຫັນໄດ້ຫລາຍໃນຜູ້ອາຍຸສູງ ໂດຍສະເພາະກຸ່ມອາຍຸ 40-80 ປີ ແລະ ອາດເກີດໃນດວງຕາຂ້າງ ດຽວ ຫລື ທັງສອງຂ້າງ. ຖ້າປ່ອຍ ໄວ້ໂດຍບໍ່ໄດ້ຮັບການປິ່ນປົວ ອາດ ສົ່ງຜົນໃຫ້ການເບິ່ງເຫັນຫລຸດລົງ ຫລື ຕາບອດໄດ້. ສາເຫດຂອງພະຍາດແກ່ນຕາ ຂຸ້ນ ເກີດຈາກຫລາຍປັດໄຈທັງ ພາຍໃນ ແລະ ພາຍນອກ. ປັດໄຈ ພາຍໃນແມ່ນເກີດຈາກຄວາມເສື່ອມ ຂອງແກ່ນຕາຕາມອາຍຸ, ຄວາມ ຜິດປົກກະຕິທາງກຳມະພັນ ແລະ ພະຍາດບາງຢ່າງເຊັ່ນ: ເບົາຫວານ. ສ່ວນປັດໄຈພາຍນອກ ປະກອບມີ ການຜ່າຕັດ ຫລື ອຸບັດເຫດບໍລິເວນ ໜ່ວຍຕາ, ການອັກເສບພາຍໃນ ໜ່ວຍຕາ, ໃຊ້ຢາກຸ່ມສະເຕຣອຍ ແລະ ການສຳຜັດແສງແດດເປັນ ເວລາດົນ. ສຳລັບອາການຂອງພະຍາດ ໃນໄລຍະທຳອິດຜູ້ປ່ວຍອາດມີອາ ການຕາມົວ, ສາຍຕາອ່ຽງ, ການ ເບິ່ງເຫັນບໍ່ແຈ້ງ, ສາຍຕາມີການ ປ່ຽນແປງເຊັ່ນ: ສາຍຕາສັ້ນ ຫລື ສາຍຕາອ່ຽງເພີ່ມຂຶ້ນ ແລະ ອາດມີ ອາການແພ້ແສງ ແລະ ອື່ນໆ, ເມື່ອ ພະຍາດຮຸນແຮງຂຶ້ນການເບິ່ງເຫັນ ຈະຫລຸດລົງຫລາຍ ແລະ ໃນບາງ ກໍລະນີອາດເກີດອາການເຈັບຕາ ຫລາຍ, ຕາແດງ ຈຳເປັນຕ້ອງໄດ້ ຮັບການກວດຈາກແພດຊ່ຽວຊານ ດ້ານສາຍຕາ. ປັດຈຸບັນຍັງບໍ່ມີຢາ ກິນ ຫລື ຢາຢອດຕາທີ່ສາມາດປິ່ນ ປົວໃຫ້ເຊົາໄດ້. ການປິ່ນປົວຂຶ້ນກັບ ລະດັບຂອງອາການ, ຖ້າອາການ ຕາຂຸ້ນບໍ່ຮຸນແຮງອາດປ່ຽນຄ່າແວນ ຕາເພື່ອຊ່ວຍໃຫ້ການເບິ່ງເຫັນດີຂຶ້ນ, ແຕ່ຖ້າອາການມີຄວາມຮຸນແຮງ ຫລາຍ ຫລື ກະທົບຕໍ່ການດຳລົງ ຊີວິດປະຈຳວັນຈຳເປັນຕ້ອງໄດ້ຜ່າ ຕັດ ແລະ ໃສ່ແກ່ນຕາທຽມ. ສ່ວນການປ້ອງກັນ, ຄວນໃສ່ ແວ່ນຕາກັນແດດທີ່ສາມາດກັ່ນຕອງ ແສງຢູວີໄດ້ເມື່ອຢູ່ກາງແຈ້ງ, ຫລີກ ລ່ຽງການສຳຜັດແສງແດດເປັນ ເວລາດົນ, ປ້ອງກັນດວງຕາຈາກ ການກະທົບ ແລະ ອຸບັດເຫດ, ຄວບຄຸມພະຍາດປະຈຳຕົວເຊັ່ນ: ເບົາຫວານ ພ້ອມທັງກວດສຸຂະພາບ ດວງຕາເປັນປະຈຳ. ນອກນີ້, ບໍ່ ຄວນຊື້ຢາຢອດຕາໃຊ້ເອງ ໂດຍບໍ່ ປຶກສາແພດ, ເພາະການໃຊ້ຢາບາງ ຊະນິດບໍ່ຖືກຕ້ອງອາດສົ່ງຜົນຕໍ່ສຸ ຂະພາບຕາໄດ້. ln [lkor6 ,xa opk-q ogzqj k 8pvfsa f4tderN o[h kolh k']kpIa [1j k'pn opq ' + ສະໜອງຄວາມຕ້ອງການຂອງຕະ ຫລາດ. ໂດຍສະເພາະໃນໂອກາດ ເຂົ້າຮ່ວມງານສີມືຫັດຖະກຳລາວ ຄັ້ງທີ 25 ປີ 2026 ທີ່ສູນການ ຄ້າລາວ-ໄອເຕັກ ຜ່ານມາ, ຕົນ ຮູ້ສຶກດີໃຈທີ່ໄດ້ນຳສິນຄ້າມາວາງ ສະແດງ ແລະ ຈຳໜ່າຍ ເພື່ອໃຫ້ ປະຊາຊົນຮູ້ຈັກຫັດຖະກຳພື້ນບ້ານ ປະເພດນີ້ຫລາຍຂຶ້ນ ຊຶ່ງຈຸດເດັ່ນທີ່ ເຮັດໃຫ້ກະເປົາເສັ້ນປຽດມີຄວາມ ແຕກຕ່າງຈາກຜະລິດຕະພັນທົ່ວໄປ ແມ່ນຄວາມໜຽວ, ແຂງແຮງ ແລະ ທົນທານຂອງເຄືອປຽດ ຊຶ່ງເມື່ອ ນຳມາຖັກສານເປັນກະເປົາແລ້ວ ຈະ ມີຄວາມທົນທານສາມາດໃຊ້ງານ ໄດ້ຍາວນານຫລາຍປີ. ນອກຈາກ ນັ້ນ, ຍັງສາມາດຖືກນ້ຳ ຫລື ຖືກ ຝົນໄດ້ ໂດຍພຽງແຕ່ນຳໄປຕາກ ໃຫ້ແຫ້ງຫລັງຈາກປຽກນ້ຳ. ດ້ວຍ ຄຸນສົມບັດທີ່ໂດດເດັ່ນນີ້ ຈຶ່ງເຮັດ ໃຫ້ກະເປົາປຽດເປັນທີ່ສົນໃຈຂອງ ລູກຄ້າ ໂດຍສະເພາະນັກທ່ອງທ່ຽວ ຕ່າງປະເທດ ທີ່ນິຍົມຊື້ໄປໃຊ້ ແລະ ເປັນຂອງຝາກທີ່ມີເອກະລັກຂອງ ລາວ. ສ່ວນລາຄາຈຳໜ່າຍກະເປົາ ເລີ່ມຕົ້ນແຕ່ 50.000 ກີບຂຶ້ນໄປ ຂຶ້ນກັບຂະໜາດ ແລະ ຄວາມປະນີດ ຂອງລວດລາຍ. ນອກຈາກການ ຈຳໜ່າຍຍ່ອຍແລ້ວ ຍັງມີການຂາຍ ສົ່ງ ແລະ ຮັບຜະລິດຕາມຄວາມ ຕ້ອງການຂອງລູກຄ້າໃນຫລາຍ ຂະໜາດ. ໂດຍສະເລ່ຍອາຊີບ ຫັດຖະກຳນີ້ສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ປະມານ 20 ລ້ານ ກີບຕໍ່ເດືອນ. ເນື່ອງຈາກຄວາມ ຕ້ອງການຂອງຕະຫລາດເພີ່ມຂຶ້ນ ຈົນບາງຄັ້ງຜະລິດເສັ້ນປຽດເອງບໍ່ ທັນ, ແມ່ ວັນນະລີ ຈຶ່ງໄດ້ຮັບຊື້ເສັ້ນ ປຽດຈາກປະຊາຊົນພາຍໃນບ້ານ ໃນລາຄາກິໂລກຣາມລະ 1 ລ້ານ ກີບ, ມີມູນຄ່າການຮັບຊື້ສະເລ່ຍ ປະມານ 30 ລ້ານກີບຕໍ່ເດືອນ. ນີ້ ບໍ່ພຽງແຕ່ຊ່ວຍໃຫ້ການຜະລິດມີ ວັດຖຸດິບຢ່າງພຽງພໍ ແຕ່ຍັງເປັນ ການສ້າງຕະຫລາດຮອງຮັບຜົນ ຜະລິດໃຫ້ປະຊາຊົນໃນຊຸມຊົນ ໄດ້ມີ ໂອກາດສ້າງລາຍຮັບເສີມຈາກພູມ ປັນຍາ ແລະ ຊັບພະຍາກອນທີ່ມີຢູ່ໃນ ທ້ອງຖິ່ນ. ແມ່ ວັນນະລີ ກ່າວຕື່ມວ່າ ໃນອະນາຄົດມີແຜນຈະພັດທະນາ ກະເປົາປຽດໃຫ້ມີຫລາຍຮູບແບບ, ຫລາຍຂະໜາດ ແລະ ຫລາຍສີສັນ ຂຶ້ນຕື່ມ ເພື່ອໃຫ້ສອດຄ່ອງກັບຄວາມ ນິຍົມຂອງລູກຄ້າໃນຍຸກໃໝ່. ພ້ອມ ທັງມຸ່ງໝັ້ນສ້າງຈຸດເດັ່ນສະເພາະ ຂອງຜະລິດຕະພັນ ເພື່ອໃຫ້ສາມາດ ແຂ່ງຂັນໃນຕະຫລາດ ແລະ ດຶງດູດ ລູກຄ້າໃຫ້ຫັນມາສົນໃຈຫັດຖະກຳ ທ້ອງຖິ່ນຫລາຍຂຶ້ນ. ສຳລັບຜູ້ທີ່ສົນໃຈສິນຄ້າຫັດຖະ ກຳຈາກເສັ້ນປຽດສາມາດໄປຢ້ຽມ ຊົມ ແລະ ອຸດໜູນໄດ້ທີ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ຫລື ຕາມ ງານວາງສະແດງສິນຄ້າຕ່າງໆ. ການອຸດໜູນສິນຄ້າຫັດຖະກຳພື້ນ ບ້ານ ບໍ່ພຽງແຕ່ເປັນການໄດ້ໃຊ້ຜະ ລິດຕະພັນທີ່ມີເອກະລັກແຕ່ຍັງເປັນ ສ່ວນໜຶ່ງໃນການຮ່ວມອະນຸລັກພູມ ປັນຍາ, ສືບສານມູນເຊື້ອຊົນເຜົ່າ ແລະ ສົ່ງເສີມເສດຖະກິດຊຸມຊົນໃຫ້ ເຕີບໂຕຢ່າງຍືນຍົງ. 14 ຄໍ່າ ເດືອນສິບສອງລາວ ຊຶ່ງປີ ນີ້ ກົງກັບວັນທີ 23 ພະຈິກ 2026. ການແຫ່ຜາສາດເຜິ້ງ ເປັນປະ ເພນີທີ່ໄດ້ສືບທອດປະຕິບັດກັນ ມາແຕ່ດົນນານຕາມຄວາມເຊື່ອທີ່ ວ່າ:“ການແຫ່ຜາສາດເຜິ້ງ ເປັນ ການສ້າງບຸນກຸສົນເພື່ອໃຫ້ເກີດອານິ ສົງແກ່ຕົນເອງ ແລະ ຄອບຄົວ. ຄວາມເຊື່ອນີ້ມີຄວາມກ່ຽວພັນກັບ ພຸດທະປະຫວັດຕອນພະພຸດທະເຈົ້າ ສະເດັດຂຶ້ນໄປຈຳພັນສາຢູ່ສະຫວັນ ຊັ້ນດາວະດຶງ ເພື່ອເທສະໜາໂປດ ພະພຸດທະມານດາ ແລະ ເຫລົ່າເທ ວະດາ. ເມ່ື່ອພະອົງສະເດັດກັບລົງ ສູ່ໂລກມະນຸດໄດ້ເກີດເຫດການ ເປີດໂລກທັງສາມຄື: ສະຫວັນພູມ, ມະນຸດພູມ ແລະ ນະລົກພູມ ໄດ້ ເຫັນເຊິ່ງກັນ ແລະ ກັນ. ເຮັດໃຫ້ຄົນ ເຫັນຄວາມແຕກຕ່າງຂອງຄວາມ ສະດວກສະບາຍເທິງສະຫວັນຊັ້ນ ຟ້າ ແລະ ຄວາມຕົກທຸກໄດ້ຍາກຢູ່ ນະລົກພູມ. ເຫດການດັ່ງກ່າວ ໄດ້ ກາຍເປັນຄະຕິສອນໃຈໃຫ້ຜູ້ຄົນໝັ່ນ ເຮັດຄວາມດີ, ສ້າງບຸນກຸສົນ ແລະ ອື່ນໆ ເພື່ອທີ່ຈະໄດ້ໄປເກີດເທິງ ສະຫວັນ. ປະເພນີແຫ່ຜາສາດເຜິ້ງ ຈຶ່ງບໍ່ແມ່ນພຽງການສະແດງອອກ ເຖິງສັດທາທາງສາສະໜາ ຫລື ການສ້າງບຸນກຸສົນເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າສຳຄັນໃນການສືບສານ ມໍລະດົກທາງວັດທະນະທຳ, ຮັກສາ ສິລະປະຫັດຖະກຳ, ສົ່ງເສີມຄວາມ ສາມັກຄີໃນຊຸມຊົນ ແລະ ປູກຝັງຈິດ ສຳນຶກໃຫ້ຄົນຮຸ່ນໃໝ່ເຫັນຄຸນຄ່າ ຂອງຮີດຄອງປະເພນີອັນດີງາມ. ດັ່ງນັ້ນ, ການຮ່ວມກັນອະນຸລັກ ແລະ ສືບທອດປະເພນີແຫ່ຜາສາດ ເຜິ້ງ ຈຶ່ງເປັນພາລະໜ້າທີ່ຂອງຄົນ ລາວທຸກຮຸ່ນຄົນ ເພື່ອໃຫ້ມູນເຊື້ອ ວັດທະນະທຳອັນລ້ຳຄ່ານີ້ ໃຫ້ຢູ່ຄູ່ກັບ ສັງຄົມລາວຢ່າງຍືນຍົງ ແລະ ຖ່າຍ ທອດສູ່ລູກຫລານສືບໄປ. ສຳລັບຈຸດເດັ່ນຂອງປະເພນີນີ້ ແມ່ນການປະດິດສ້າງຜາສາດເຜິ້ງ ທີ່ມີຮູບຊົງ ແລະ ລວດລາຍອັນປະ ນີດສວຍງາມ, ໃນມື້ແຫ່ຜາສາດ ເຜິ້ງ, ປະຊາຊົນລາວ ໄດ້ພ້ອມຈິດ ພ້ອມໃຈກັນປະດິດຕົ້ນເຜິ້ງຂອງໃຜ ລາວ, ບາງບ້ານ ບາງເມືອງ ປະດິດ ສ້າງຕົ້ນເຜິ້ງຂະໜາດໃຫຍ່ເປັນຮູບ ຄື ຜາສາດ ໂດຍໃຊ້ຫລາຍຄົນແບກ ຫາມ, ສ່ວນຂະບວນແຫ່ກໍມີສີສັນ ແຕກຕ່າງກັນຄື: ມີຂະບວນທັ່ງບັ້ງ, ຂະບວນຊຸດຊົນເຜົ່າ, ຕໍາເຂົ້າເປົ່າ ແຄນ, ທັງຕີກອງ, ຕີແຊ່ງ, ລໍາເຊີ້ງ, ມີຂະບວນນັກຮຽນ, ຂະບວນປະເພ ນີລາວຍິງສາວນຸ່ງຊຸດໄໝ, ເກົ້າຜົມ ບ່ຽງແພ, ຜູ້ຊາຍນຸ່ງເສື້ອຂາວ ມັດແພ ກັດຕ້ຽວ, ຂະບວນເຖົ້າແກ່ແນວໂຮມ ນຳໜ້າໂດຍຂະບວນພະສົງ ແລະ ຜູ້ ນຳລາວ...ເມື່ອໄປຮອດເດີ່ນພະທາດ ຫລວງຂະບວນໄດ້ຫລັ່ງໄຫລໄປແບບ ຊ້າໆ ຕາມຄວາມກວ້າງຂອງເດີ່ນ ແລະ ຄວາມອັ່ງອໍ ຂອງຜູ້ສັດທາ, ແຕ່ຜູ້ຄົນກໍຍັງຍີ້ມແຍ້ມແຈ່ມໃສ ແລະ ຖາມໄຖ່ກັນເໝືອນດັ່ງພີ່ນ້ອງໃນ ຄອບຄົວ...ຈາກນັ້ນ ກໍຍ່າງອ້ອມກົມ ມະລຽນພະທາດຫລວງ ແລະ ວາງ ຕົ້ນເຜິ້ງ ເປັນອັນວ່າ ສຳເລັດພິທີ, ໃນ ຕອນຄໍ່າ ມີການຄົບງັນຕາມປະເພນີ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==