7407

13/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ gru j ,mt;u dkooerk fh ;p7;k,gxa oc[[1j k'0v'lt,k-y dra d Ij ;,da oIa dlk7;k,'k,0v'me,t-kflu 0P; .sh pn opq ' ຂປລ. ແສງແດດຍາມເຊົ້າທີ່ ສ່ອງຜ່ານໝອກບາງໆລົງມາກະ ທົບໃສ່ຍອດໄມ້ໃບຫຍ້າຢູ່ຕາມສັນພູ ແລະ ທົ່ງນາບ້ານເຮົາມັນໄດ້ສ້າງ ທິວທັດທີ່ງົດງາມ ແລະ ມີຊີວິດຊີວາ ຢ່າງບໍ່ໜ້າເຊື່ອ. ສາຍລົມເຢັນໆທີ່ພັດ ຜ່ານມາພ້ອມກັບກິ່ນອາຍຂອງກອງ ເຟືອງເຂົ້ານາປີທີ່ຊາວກະສິກອນຫາ ກໍປັ່ນແລ້ວໄດ້ສົ່ງກິ່ນອາຍຫອມໆຄື ກັບການກິນເຂົ້າໃໝ່ບວກກັບຄວາມ ສົດຊື່ນຂອງປ່າໄມ້ເຮັດໃຫ້ທຸກຄົນ ທີ່ສຳຜັດຮູ້ສຶກສົດຊື່ນ ແລະ ຜ່ອນ ຄາຍຈາກຄວາມອິດເມື່ອຍໃນຊີວິດ ປະຈຳວັນໄດ້. ສຽງນົກຮ້ອງຈໍແຈ ປະສານ ກັບສຽງນ້ຳໄຫລລິນຄ່ອຍໆຍາມ ແລ້ງ ຕາມສາຍຫ້ວຍຕ່າງໆປຽບ ຂປລ. ການນຳພາດ້ວຍຄວາມ ເປັນແບບຢ່າງຂອງສະມາຊິກພັກ ແມ່ນປັດໄຈພື້ນຖານທີ່ດີໃຫ້ແກ່ການ ນຳພາຂອງພັກປະຊາຊົນປະຕິວັດ ລາວ ນັບແຕ່ມື້ກຳເນີດມາ ຊຶ່ງຖືເປັນ ໜຶ່ງໃນບົດບາດ ແລະ ວິທີນຳພາ ທີ່ສຳຄັນຂອງພັກ. ສະມາຊິກພັກ ແມ່ນຜູ້ຈັດຕັ້ງຜັນຂະຫຍາຍແນວ ທາງ, ນະໂຍບາຍ, ມະຕິ, ຄຳສັ່ງ ແລະ ກົດໝາຍຂອງພັກ-ລັດ ໃຫ້ປະ ກົດຜົນເປັນຈິງ. ໃນສະພາບການ ທີ່ປະເທດຊາດ ແລະ ຄວາມຮັບຮູ້ ຂອງປະຊາຊົນມີການຫັນປ່ຽນຢ່າງ ວ່ອງໄວ, ສະມາຊິກພັກຍິ່ງຕ້ອງເປັນ ແບບຢ່າງເພື່ອສ້າງຄວາມເຊື່ອໝັ້ນ. ເພີ່ມທະວີການນຳພາດ້ວຍ ຂປລ. ໃນໄລຍະຕົ້ນເດືອນ ພະຈິກ ປີ 2026 ນີ້, ຄະນະຈຸດສຸມ ພັດທະນາກຸ່ມບ້ານເມືອງຄີ່ ເມືອງ ແມດ ແຂວງວຽງຈັນ ໄດ້ປຸກລະດົມ ແລະ ຂົນຂວາຍບັນດານັກທຸລະກິດ ພາຍໃນກຸ່ມບ້ານ ພ້ອມທັງບໍລິສັດ ຮົ່ງກ່ວງແຮ່ທາດ ຈຳກັດ ເຂົ້າຮ່ວມ ປະກອບສ່ວນທຶນຮອນ ແລະ ກົນຈັກ ເພື່ອສ້ອມແປງເສັ້ນທາງຈາກບ້ານ ເມືອງຄີ່ ໄປຫາບ້ານຜາສັງ ເມືອງ ເຟືອງ ໂດຍສະເພາະຊ່ວງເສັ້ນທາງ ແຕ່ບ້ານເມືອງຄີ່ ຫາພູກອງຟົດ ທີ່ມີ ຄວາມຍາວປະມານ 12 ກິໂລແມັດ ເພື່ອປັບປຸງສະພາບເສັ້ນທາງໃຫ້ ສາມາດນຳໃຊ້ສັນຈອນໄປມາໄດ້ ຢ່າງສະດວກ ແລະ ປອດໄພຂຶ້ນ. ຜ່ານມາເສັ້ນທາງດັ່ງກ່າວ ໄດ້ ຮັບຜົນກະທົບຈາກໄພທຳມະຊາດ ໃນລະດູຝົນເຮັດໃຫ້ເສັ້ນທາງເປ່ເພ ເສຍຫາຍຢ່າງໜັກ, ຖືກນ້ຳເຊາະ ເຈື່ອນເປັນຮ່ອງເລິກ ແລະ ມີບາງ ຈຸດທີ່ບໍ່ສາມາດນຳໃຊ້ສັນຈອນ ໄປມາໄດ້ເປັນເວລາຫລາຍປີ. ສະ ພາບດັ່ງກ່າວໄດ້ສ້າງຄວາມຫຍຸ້ງ ຍາກໃຫ້ແກ່ການໄປມາຫາສູ່ກັນ ຂອງປະຊາຊົນ, ການຂົນສົ່ງສິນຄ້າ ຂອງພໍ່ຄ້າແມ່ຄ້າ ຕະຫລອດຮອດ ການເດີນທາງປະຕິບັດໜ້າທີ່ຂອງ ໂດຍ: ພິດສະໄໝ ຄວາມເປັນແບບຢ່າງໃນດ້ານການ ຄົ້ນຄວ້າຮໍ່າຮຽນ ສະມາຊິກແຕ່ລະ ສະຫາຍຕ້ອງກຳໃຫ້ໜັກແໜ້ນທາງ ດ້ານທິດສະດີມາກ-ເລນິນ, ແນວ ຄິດ ໄກສອນ ພົມວິຫານ, ແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ແລະ ຄວາມ ຮູ້ທາງດ້ານວິຊາການສະເພາະ. ຍຶດໝັ້ນຄຳສອນຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ເນັ້ນໜັກ ວ່າ: “ທົ່ວພັກຕ້ອງຮໍ່າຮຽນ, ຮໍ່າ ຮຽນ ແລະ ຮໍ່າຮຽນ ບໍ່ມີວັນຢຸດ ພັກຜ່ອນ”. ດ້ານການປະຕິບັດໜ້າທີ່ ວຽກງານ: ບໍ່ວ່າຈະຢູ່ຕຳແໜ່ງໃດ ຫລື ໄດ້ຮັບມອບໝາຍວຽກງານໃດ (ບໍ່ວ່າຈະເປັນວຽກໃໝ່, ວຽກຍາກ ຫລືື ຫຍຸ້ງຍາກສັບສົນ), ສະມາຊິກ ພັກຕ້ອງຍຶດໝັ້ນດ້ວຍຄວາມຕັ້ງໃຈ ແລະ ຄວາມຮັບຜິດຊອບສູງ. ຕ້ອງ ຕັ້ງໜ້າປະຕິບັດດ້ວຍຄວາມຕື່ນຕົວ, ມີຄວາມຮັບຜິດຊອບ, ບໍ່ໂຍນຄວາມ ຜິດ ຫລືຄວາມຮັບຜິດຊອບໃຫ້ຜູ້ອື່ນ. ດ້ານແບບແຜນວິຖີດຳລົງຊີວິດ ແລະ ການເຄື່ອນໄຫວວຽກງານ ເຮັດວຽກໃດກໍຕ້ອງຢູ່ໃກ້ຊິດກັບມະ ຫາຊົນ ແລະ ມີຄຸນສົມບັດສິນທຳ ປະຕິວັດ. ເຮັດວຽກດ້ວຍຄວາມ ອົດທົນ, ປະສົມປະສານກັບທັດສະ ນະມະຫາຊົນ, ວິທະຍາສາດ ແລະ ວິໄສທັດ. ຮັບປະກັນຄວາມເປັນ ເອກະພາບລະຫວ່າງການລວມສູນ ປະຊາທິປະໄຕກັບຄວາມຮັບຜິດ ຊອບຂອງບຸກຄົນ. ຮັບປະກັນຄວາມ ສອດຄ່ອງລະຫວ່າງຄວາມຮັບຮູ້ກັບ ການເຄື່ອນໄຫວຕົວຈິງ ແລະ ຕິດພັນ ກັບເຫດການຕ່າງໆຂອງປະຊາຊົນ ເປັນປະຈຳ. ເພື່ອສະແດງຄວາມເປັນແບບ ຢ່າງນໍາໜ້າສະມາຊິກທຸກສະຫາຍ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ການເມືອງ ແລະ ຕັ້ງໜ້າສູ້ຊົນປະ ຕິບັດໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້ສຳເລັດ ເພື່ອໃຫ້ສົມ ກັບຄວາມໄວ້ເນື້ອເຊື່ອໃຈຂອງປະ ຊາຊົນ. ເຊີດຊູຄວາມເປັນແບບຢ່າງ ຢູ່ສະເໝີ ໂດຍການເຮັດກ່ອນມະຫາ ຊົນ, ໄປກ່ອນມະຫາຊົນ, ເວົ້າແທ້ ທຳຈິງ; ການເວົ້າຕ້ອງຕິດພັນກັບ ການປະຕິບັດ, ເວົ້ານ້ອຍເຮັດຫລາຍ ແລະ ເຮັດໃຫ້ເຫັນຕົວຈິງ. ດ້ວຍການ ປະຕິບັດດັ່ງກ່າວ ຈະເຮັດໃຫ້ພັກເຮົາ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. glA omk'g-n j v,8]ts;j k'g,n v'c,f sk g,n v'g2n v' c0;';P'9a o wfh Ia [dkolh v,cx' + ພະນັກງານ, ທະຫານ ແລະ ຕຳ ຫລວດ. ດ້ວຍເຫດນັ້ນ, ຄະນະຈຸດ ສຸມພັດທະນາກຸ່ມບ້ານເມືອງຄີ່ ຈຶ່ງ ໄດ້ປະສານງານ ແລະ ຂົນຂວາຍ ການຮ່ວມມືຈາກບັນດາພາກສ່ວນ ທີ່ກ່ຽວຂ້ອງຈົນໄດ້ຮັບການຊ່ວຍ ເຫລືອໂດຍກົງຈາກບໍລິສັດຮົ່ງກ່ວງ ແຮ່ທາດ ຈຳກັດ ພ້ອມດ້ວຍການ ປະກອບສ່ວນຊຸກຍູ້ຈາກບັນດາບໍລິ ສັດ ແລະ ນັກທຸລະກິດພາຍໃນກຸ່ມ ບ້ານ ເພື່ອຮ່ວມກັນແກ້ໄຂຄວາມ ຫຍຸ້ງຍາກດັ່ງກ່າວ. ມາຮອດວັນທີ 2 ພະຈິກ 2026, ບໍລິສັດຮົ່ງກ່ວງ ແຮ່ທາດ ຈຳກັດ ໄດ້ນຳເອົາກົນຈັກ ແລະ ພະນັກງານມາດຳເນີນການ ບຸກເບີກ ແລະ ສ້ອມແປງເສັ້ນທາງ ໂດຍມີການຖົມດິນໃສ່ຈຸດທີ່ເປ່ເພ, ປັບໜ້າດິນ, ອັດແໜ້ນຜິວທາງ ພ້ອມ ທັງວາງທໍ່ລະບາຍນ້ຳໃນບາງຈຸດ ເພື່ອຊ່ວຍລະບາຍນ້ຳ ແລະ ຫລຸດ ຜ່ອນການເຊາະເຈື່ອນຂອງເສັ້ນ ທາງໃນລະດູຝົນ. ທັງນີ້, ການດຳ ເນີນງານໄດ້ຮັບການຮ່ວມມືຈາກ ບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອ ເລັ່ງປັບປຸງເສັ້ນທາງໃຫ້ກັບມາໃຊ້ ງານໄດ້ໂດຍໄວ. ປັດຈຸບັນ, ການສ້ອມແປງ ເສັ້ນທາງຊ່ວງດັ່ງກ່າວ ໃກ້ຈະສຳ ເລັດເປັນທີ່ຮຽບຮ້ອຍແລ້ວ ຊຶ່ງ ຄາດວ່າຈະຊ່ວຍອຳນວຍຄວາມ ສະດວກໃຫ້ແກ່ປະຊາຊົນໃນການ ເດີນທາງ, ການຂົນສົ່ງຜົນຜະລິດ ແລະ ສິນຄ້າ, ພ້ອມທັງສົ່ງເສີມ ການຕິດຕໍ່ຄ້າຂາຍ ແລະ ການໄປ ມາຫາສູ່ລະຫວ່າງປະຊາຊົນຂອງ ສອງເມືອງໃຫ້ມີຄວາມຄ່ອງຕົວ ຫລາຍຂຶ້ນ. ພ້ອມນີ້, ຍັງສະທ້ອນ ໃຫ້ເຫັນເຖິງຈິດໃຈການຮ່ວມແຮງ ຮ່ວມໃຈ ແລະ ຄວາມຮັບຜິດຊອບຕໍ່ ສັງຄົມຂອງພາກທຸລະກິດໃນການ ມີສ່ວນຮ່ວມພັດທະນາພື້ນຖານໂຄງ ລ່າງ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ. ເໝືອນສຽງດົນຕີທີ່ທຳມະຊາດ ສ້າງຂຶ້ນທີ່ຄອຍຂັບກ່ອມໃຫ້ຜືນ ແຜ່ນດິນແຫ່ງນີ້ເຕັມໄປດ້ວຍຄວາມ ສະຫງົບສຸກ. ຕົ້ນໄມ້ໃຫຍ່ນ້ອຍທີ່ ຂຽວງາມສະລັບຊັບຊ້ອນບໍ່ພຽງ ແຕ່ໃຫ້ຄວາມຮົ່ມເຢັນ ແລະ ຄວາມ ສວຍງາມເທົ່ານັ້ນ, ແຕ່ຍັງເປັນ ປອດຂະໜາດໃຫຍ່ທີ່ຊ່ວຍຟອກ ອາກາດບໍລິສຸດໃຫ້ແກ່ທຸກຊີວິດໃນ ຜືນແຜ່ນດິນແຫ່ງນີ້ ທັງຍັງເປັນ ບ້ານທີ່ອົບອຸ່ນໃຫ້ແກ່ສັດປ່ານາໆຊະ ນິດ. ເພື່ອເປັນການປົກປັກຮັກສາ ຊັບພະຍາກອນທໍາມະຊາດອັນມີຄ່າ ນີ້ໃຫ້ຍືນຍົງຕະຫລອດໄປນັ້ນໃນ ໄລຍະຜ່ານລັດຖະບານ ກໍຄື ທຸກພາກ ສ່ວນທີ່ກ່ຽວຂ້ອງໄດ້ໃຫ້ຄວາມສໍາ ຄັນເປັນຢ່າງຍິ່ງຕໍ່ວຽກງານການ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເພື່ອມຸ່ງໄປສູ່ການພັດທະນາ ແບບຍືນຍົງ ໂດຍມີມາດຕະການ ແລະ ນະໂຍບາຍແບ່ງປ່າໄມ້ເປັນ 3 ປະເພດຢ່າງຊັດເຈນ ຄື: ປ່າປ້ອງ ກັນ (ເພື່ອປົກປ້ອງແຫລ່ງນ້ຳ, ໜ້າ ດິນ ແລະ ປ້ອງກັນໄພພິບັດ), ປ່າ ສະຫງວນແຫ່ງຊາດ (ເພື່ອປົກປັກ ຮັກສາຊີວະນາໆພັນ ແລະ ສັດປ່າ) ແລະ ປ່າຜະລິດ (ເພື່ອຄຸ້ມຄອງການ ໃຊ້ໄມ້ແບບຍືນຍົງ). ພ້ອມທັງມີນະ ໂຍບາຍຍຸດທະສາດໃນການເພີ່ມ ເນື້ອທີ່ປົກຫຸ້ມປ່າໄມ້ທົ່ວປະເທດໃຫ້ ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ເພື່ອເປັນບ່ອນດູດຊຶມອາຍກາກບອນ ແລະ ຮັກສາຄວາມສົມດູນທາງທຳ ມະຊາດ. ແນວໃດກໍຕາມ, ຄວາມງົດງາມ ຂອງທິວທັດທຳມະຊາດເຫລົ່ານີ້ ມັນຈະຄົງຢູ່ຄູ່ກັບຊີວິດເຮົາໄປໄດ້ ຢ່າງຍືນຍົງພຽງໃດນັ້ນ, ແມ່ນຂຶ້ນ ຢູ່ກັບສອງມືຂອງເຮົາທຸກຄົນໃນ ການຮ່ວມແຮງຮ່ວມໃຈກັນປົກປັກ ຮັກສາ ໂດຍການບໍ່ຖິ້ມຂີ້ເຫຍື້ອຊະ ຊາຍ, ຫລຸດຜ່ອນການນຳໃຊ້ຖົງ ຢາງປລາສຕິກ, ບໍ່ທຳລາຍປ່າໄມ້, ບໍ່ຈູດປ່າຊະຊາຍ ແລະ ຮ່ວມກັນ ຮັກສາຕົ້ນໄມ້ ຊຶ່ງທັງໝົດລ້ວນແຕ່ມີ ຄຸນຄ່າມະຫາສານຕໍ່ສິ່ງແວດລ້ອມ. ສະນັ້ນ, ພວກເຮົາຈົ່ງມາຮ່ວມແຮງ ຮ່ວມໃຈກັນປົກປັກຮັກສາຄວາມ ສວຍງາມຂອງທຳມະຊາດໃຫ້ມີ ຄວາມອຸດົມສົມບູນ ແລະ ສີຂຽວ ສົດໃສ ເພື່ອເປັນມໍລະດົກອັນລ້ຳຄ່າ ໃຫ້ແກ່ລູກຫລານຂອງພວກເຮົາໃນ ອະນາຄົດສືບຕໍ່ໄປ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==