7407

13/11/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ບຸນນະມັດສະການ...ຸັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທູດລາວ...ູ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ xtmkolt,k7q ,,y f8trk[]k;{9u o 0A ol6 odk' 8h voIa [ z6h cmolt,k7q ,,y f8trk[xt-k-q oot7vo-P'wIda [8j k'xtgmf ຂປລ. ໃນວັນທີ 12 ພະຈິກ 2026, ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ, ອະດີດ ລັດຖະມົນຕີປະຈຳຫ້ອງວ່າການສຳ ນັກງານປະທານປະເທດ, ປະທານ ສະມາຄົມມິດຕະພາບ ລາວ-ຈີນ ຂັ້ນ ສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງ ສະຫາຍ ນາງ ຊູ ຫລິນ (Su Lin) ຮອງປະທານສະມາຄົມມິດຕະ ພາບ ປະຊາຊົນນະຄອນຊຽງໄຮກັບ ຕ່າງປະເທດ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຕີລາຄາສູງຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະ ຜູ້ແທນສະມາຄົມມິດຕະພາບ ປະຊາ ຊົນນະຄອນຊຽງໄຮກັບຕ່າງປະເທດ ສປ ຈີນ ຖືເປັນການປະກອບສ່ວນເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ໄດ້ຍົກໃຫ້ເຫັນວ່າ: ກອງບັນຊາການ ປກສ ເມືອງ ໄດ້ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ເພື່ອເຄື່ອນໄຫວ ເກັບກູ້ ແລະ ທ້ອນໂຮມອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມທຸກຊະນິດ ທີ່ເປັນ ອັນຕະລາຍ ແລະ ກໍ່ໃຫ້ເກີດປະກົດການ ຫຍໍ້ທໍ້ໃນສັງຄົມ ເນື່ອງຈາກການນຳໃຊ້ ອາວຸດປືນ ແລະ ອາວຸດລ່າເນື້ອຢ່າງຊະ ຊາຍ ໂດຍບໍ່ຄຳນຶງເຖິງກົດໝາຍ ໄດ້ ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພົນລະເມືອງ ເປັນຕົ້ນການ ນຳໃຊ້ເຂົ້າໃນການນາບຂູ່, ປຸ້ນຈີ້ຊີງຊັບ ແລະ ຄາດຕະກຳ ຊຶ່ງສົ່ງຜົນກະທົບ ຢ່າງໃຫຍ່ຫລວງຕໍ່ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ. ຜ່ານການຈັດ ຕັ້ງປະຕິບັດໃນປີ 2025-2026 ຜ່ານ ມາ, ກອງບັນຊາການ ປກສ ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ສາ ມາດກັກຢຶດ ແລະ ຮິບໂຮມວັດຖຸຕ້ອງ ຫ້າມນຳມາທຳລາຍໃນພິທີຄັ້ງນີ້ປະ ກອບມີ: ປະເພດອາວຸດລ່າເນື້ອ ແລະ ວັດຖຸລະເບີດ (ລວມ 258 ກະບອກ) ປືນແກັບ 157 ກະບອກ, ປືນອັດລົມ ດັດແປງ 28 ກະບອກ, ປືນດັດແປງ ຍິງລູກແວງ 4 ກະບອກ ໃນນີ້, ໄດ້ຈາກ ປະຊາຊົນສະໝັກໃຈນຳມາມອບຕໍ່ເຈົ້າ ໜ້າທີ່155ກະບອກ, ໄດ້ຈາກການມ້າງ ລາຍຄະດີ 29 ກະບອກ ແລະ ປະເພດ ອຸປະກອນໝໍ້ຊອດປາ 16 ເຄື່ອງ. ພິທີທຳລາຍອາວຸດຄັ້ງນີ້ ສະທ້ອນ ໃຫ້ເຫັນເຖິງຄວາມພະຍາຍາມສືບຕໍ່ ບັງຄັບໃຊ້ລະບຽບກົດໝາຍ, ການຄຸ້ມ ຄອງອາວຸດ ແລະ ການຫ້າມນຳໃຊ້ອຸ ປະກອນທີ່ຜິດກົດໝາຍ ເພື່ອຮັກສາ ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນ ທ້ອງຖິ່ນ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ແລະ ຫລາຍຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ. ທ່ານ ປະທານາທິບໍດີ ອິລຮາມ ອາ ລີເຢັບ ຍັງໄດ້ກ່າວເຖິງການເຂົ້າຮ່ວມ ກອງປະຊຸມສຸດຍອດ ຄັ້ງທີ 7 ຂອງ ກອງປະຊຸມ ວ່າດ້ວຍການພົວພັນ ແລະ ມາດຕະການສ້າງຄວາມໄວ້ເນື້ອເຊື່ອ ໃຈ ໃນອາຊີ (CICA) ຂອງການນຳ ຂັ້ນສູງ ຂອງ ສປປ ລາວ ທີ່ນະຄອນ ຫລວງບາກູ, ພ້ອມທັງໄດ້ເນັ້ນໜັກ ເຖິງບົດບາດຂອງ CICA ທີ່ນັບມື້ນັບ ສູງເດັ່ນຂຶ້ນໃນເວທີສາກົນ ແລະ ການ ເຂົ້າເປັນສະມາຊິກສົມບູນ ຂອງອົງ ການ CICA ຂອງ ສປປ ລາວ ແມ່ນມີ ຄວາມໝາຍສຳຄັນໃນໄລຍະທີ່ ສ ອາ ແຊັກໄບຊານ ເປັນປະທານ. ນອກຈາກ ນີ້, ທ່ານປະທານາທິບໍດີ ອິລຮາມ ອາລີ ເຢັບ ກໍຍັງໄດ້ສະແດງຄວາມຂອບໃຈ ມາຍັງບັນດາປະເທດສະມາຊິກ ລວມ ທັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບ ສະໜູນຕໍ່ການຕັດສິນໃຈ ຕໍ່ອາຍຸການ ເປັນປະທານ CICA ຂອງ ສ ອາແຊັກ ໄບຊານ ອອກໄປອີກ 2 ປີ ຊຶ່ງຖືວ່າ ເປັນການສະແດງເຖິງຄວາມເຄົາລົບ ນັບຖືຕໍ່ ສ ອາແຊັກໄບຊານ. ພ້ອມກັນ ນີ້, ທ່ານກໍໄດ້ອວຍພອນໃຫ້ທ່ານເອກ ອັກຄະລັດຖະທູດລາວ ປະສົບຜົນສຳ ເລັດໃນໄລຍະການປະຕິບັດໜ້າທີ່ການ ທູດຂອງຕົນໃນຄັ້ງນີ້. ໃນໂອກາດນີ້, ທ່ານເອກອັກຄະ ລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນອົບ ອຸ່ນ, ພ້ອມທັງສະແດງຄວາມໝາຍ ໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງ ຕົນຢ່າງສຸດຄວາມສາມາດ ເພື່ອສືບ ຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ໃຫ້ໄດ້ ຮັບການສືບຕໍ່ເສີມຂະຫຍາຍ, ແໜ້ນ ແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ນອກ ຈາກນັ້ນ, ສອງຝ່າຍຍັງໄດ້ຮ່ວມກັນ ແລກປ່ຽນຄຳຄິດເຫັນກ່ຽວກັບທ່າ ແຮງ ແລະ ທິດທາງແຜນການຮ່ວມມື ໃນຕໍ່ໜ້າ. ພ້ອມນີ້, ທ່ານເອກອັກຄະ ລັດຖະທູດ ກໍໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວ ແລະ ພອນໄຊອັນເສີດຈາກ ທ່ານປະທານປະເທດ ທອງລຸນ ສີສຸລິດ ເຖິງ ທ່ານປະທານາທິບໍດີ ອິລຮາມ ອາ ລີເຢັບ ແລະ ປະຊາຊົນອາແຊັກໄບຊານ ກໍຄື ຄໍາຂອບໃຈຢ່າງຈິງໃຈສຳລັບການ ຕ້ອນຮັບອັນອົບອຸ່ນ ຕະຫລອດໄລຍະ ຂອງການຢ້ຽມຢາມຢ່າງເປັນທາງ ການທີ່ຜ່ານມາ, ພ້ອມທັງໄດ້ຝາກຄໍາ ເຊື້ອເຊີນຢ່າງເປັນທາງການ ຂອງທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງທ່ານປະທານາທິບໍດີ ອິລຮາມ ອາລີເຢັບ ເພື່ອເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນ ເວລາທີ່ເໝາະສົມ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນ ໃນວັນທີ 22 ພຶດ ສະພາ 1995. ໃນປີ 2025, ສອງ ຝ່າຍ ໄດ້ສະເຫລີມສະຫລອງວັນຄົບ ຮອບ 30 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ແລະ ໄດ້ຈັດກອງປະ ຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ຂອງສອງປະເທດ ຄັ້ງທຳອິດ ທີ່ນະ ຄອນຫລວງວຽງຈັນ ໃນເດືອນທັນວາ 2025. ໃນໄລຍະການຢ້ຽມຢາມ ສ ອາແຊັກໄບຊານ ຢ່າງເປັນທາງການ ຂອງທ່ານປະທານປະເທດ ທອງລຸນ ສີສຸລິດ ໃນເດືອນຕຸລາ 2026, ການ ນຳຂັ້ນສູງຂອງທັງສອງປະເທດ ໄດ້ ຮັບຮອງເອົາຖະແຫລງການຮ່ວມ ລະ ຫວ່າງ ສປປ ລາວ ແລະ ສ ອາແຊັກ ໄບຊານ, ພ້ອມທັງໄດ້ມີການແລກປ່ຽນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມືດ້ານກະສິກຳ ແລະ ສັນຍາວ່າ ດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງ ສືຜ່ານແດນລັດຖະການ. ສປປ ລາວ ແລະ ສ ອາແຊັກໄບຊານ ຍັງບໍ່ທັນມີ ສະຖານທູດຕັ້ງຢູ່ປະເທດຂອງກັນ ແລະ ກັນ. ສຳລັບ ສປປ ລາວ ແມ່ນສະຖານ ທູດລາວ ປະຈໍາ ສ ຣັດເຊຍ ຮັບຜິດຊອບ ສ ອາແຊັກໄບຊານ, ສ່ວນ ສ ອາແຊັກ ໄບຊານ ແມ່ນສະຖານທູດ ອາແຊັກ ໄບຊານ ປະຈຳ ສສ ຫວຽດນາມ ຮັບ ຜິດຊອບ ສປປ ລາວ. ເມືອງໂຂງ...ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພິທີຖະແຫລງຂ່າວ ໃນວັນທີ 11 ພະຈິກ 2026 ນີ້ວ່າ: ບຸນນະມັດສະການພະ ທາດຫລວງວຽງຈັນ ແລະ ງານວາງ ສະແດງສິນຄ້າ ໃນປີນີ້ ຈະເລີ່ມແຕ່ ວັນທີ 20-24 ພະຈິກ 2026 ໂດຍ ຈະຈັດກິດຈະກໍາຕ່າງໆທາງສາສະໜາ ເປັນຕົ້ນ ໃນວັນທີ 20 ພະຈິກ 2026 ເວລາ 16:30 ໂມງ ຈະຈັດພິທີເປີດບຸນ ນະມັດສະການພະທາດຫລວງວຽງ ຈັນ ຢ່າງເປັນທາງການ; ວັນທີ 21 ພະຈິກ ເວລາ 16:30 ໂມງ ສືບຕໍ່ຄົບ ງັນຕາມປະເພນີ; ວັນທີ 22 ພະຈິກ, ກົງກັບຂຶ້້ນ 13 ຄໍ່າ ເດືອນ 12 ປີ 2569 ເວລາ 16:00 ໂມງ ພິທີສູດປະລິຕະມຸງ ຄຸນທີ່ພະທາດຫລວງ;ວັນທີ23ພະຈິກ, ເວລາ 13:30 ໂມງ ຈະມີພິທີແຫ່ພະ ສາດເຜິ້ງ ແລະ ວັນທີ 24 ພະຈິກ ມື້ສຸດ ທ້າຍ ກົງກັບຂຶ້້ນ 15 ຄໍ່າ ເດືອນ 12 ປີ 2569 ເວລາ 07:00 ໂມງ ຈະມີພິທີໃສ່ ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ແຂ່ງຂັນກິລາ ພື້ນບ້ານຕີຄີ. ສ່ວນຕອນແລງ ເວລາ 19:00 ໂມງ ຈະມີພິທີວຽນທຽນ, ຈູດ ທູບທຽນ, ບັ້ງໄຟສັກກະລະບູຊາອົງພະ ທາດຫລວງ ແລະ ຄົບງັນຕາມຮີດຄອງ ປະເພນີທີ່ເຄີຍປະຕິບັດກັນມາ. ນອກ ນັ້ນ, ຍັງຈະມີການສະແດງສິລະປະວັນ ນະຄະດີ, ສະແດງຟ້ອນ, ຂັບລຳ ຈາກ ກອງສິລະປະກອນສູນກາງ, ສິລະປະ ກອນກອງທັບ, ສິລະປະຈາກ 9 ຕົວ ເມືອງພາຍໃນນະຄອນຫລວງວຽງ ຈັນ, ສູນວັດທະນະທຳເດັກ ແລະ ສະ ໂມສອນດ່ານຊ້າງ ເຂົ້າຮ່ວມການສະ ແດງໃນແຕ່ລະວັນ (ຢູ່ເວທີກາງ), ແຕ່ ລະມື້ແມ່ນເປີດປະຕູໃຫ້ມວນຊົນເຂົ້າ ທ່ຽວຊົມງານ ເລີ່ມແຕ່ເວລາ 09:00- 23:00 ໂມງ. ໃນບຸນນະມັດສະການພະທາດ ຫລວງ ກໍຄືງານວາງສະແດງສິນຄ້າ ປະຈຳປີ 2026 ນະຄອນຫລວງວຽງ ຈັນ ໄດ້ມີສິນຄ້າທີ່ເປັນຜະລິດຕະພັນ ຂອງຄົນລາວເຮົາເຮັດເອງຫລາກ ຫລາຍຊະນິດ ເປັນຕົ້ນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດັອບ, ສິນຄ້າ ຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າ ໂອດັອບ ແລະ ສິນຄ້າຂອງບັນດາວິສາ ຫະກິດຂະໜາດນ້ອຍ ແລະ ຂະໜາດ ກາງທັງພາຍໃນແລະ ຕ່າງປະເທດມາ ວາງສະແດງ ແລະ ຈຳໜ່າຍ ໃຫ້ແກ່ ປະຊາຊົນບັນດາເຜົ່າ ພາຍໃນນະຄອນ ຫລວງວຽງຈັນ,ຕ່າງແຂວງແລະແຂກ ຕ່າງປະເທດໄດ້ເຫັນ ແລະ ຊ່ວຍຊົມໃຊ້ ຜະລິດຕະພັນສິນຄ້າລາວ, ພ້ອມທັງ ເປັນການແລກປ່ຽນບົດຮຽນ ແລະ ປະ ສົບການຕ່າງໆ ຂອງບັນດາຫົວໜ່ວຍ ທຸລະກິດດ້ວຍກັນຊຶ່ງງານວາງສະແດງ ສິນຄ້າ ຈະຈັດຢູ່ເດີນສະໜາມຫລວງ ແລະ ສູນການຄ້າລາວ-ໄອເຕັກ. ຢ່າງໃດກໍຕາມ, ການຈັດງານໃນຄັ້ງ ນີ້, ຄະນະຈັດງານ ຍັງໄດ້ນຳໃຊ້ກໍາລັງ ເຈົ້າໜ້າທີ່ ປກສ-ປກຊ ແລະ ຊາວໜຸ່ມ ເຂົ້າຮັບໃຊ້ ເພື່ອຮັກສາຄວາມສະຫງົບ, ປອດໄພ ແລະ ອຳນວຍຄວາມສະດວກ ໃນການສັນຈອນ ໃຫ້ຮັບປະກັນຮອບ ດ້ານ; ຈັດຕັ້ງໜ່ວຍງານຮັກສາຄວາມ ສະອາດ, ເກັບມ້ຽນຂີ້ເຫຍື້ອ ອອກຈາກ ຂອບເຂດບໍລິເວນງານບຸນ ໃຫ້ສຳເລັດ ກ່ອນ 6 ໂມງເຊົ້າຂອງແຕ່ລະວັນ; ກະ ກຽມພະນັກງານແພດໝໍ, ພາຫະນະ, ອຸ ປະກອນການແພດ, ຢາປິ່ນປົວສຸກເສີນ ເພື່ອມາບໍລິການຢູ່ສະຖານທີ່ຈັດງານ ແລະ ສ້າງລະບຽບໂຄສະນາປະຊາ ສຳພັນທຸກຄົນ ທີ່ຈະເຂົ້າມາທ່ຽວໃນ ງານບຸນ. ນອກຈາກນີ້, ຍັງມີການແຕ່ງ ຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ຄະນະ ຮັບຜິດຊອບແຕ່ລະໜ່ວຍງານ, ຄົ້ນຄວ້າ ແລະ ກໍານົດລະບຽບຊົ່ວຄາວ ເພື່ອເປັນ ບ່ອນອີງອໍານວຍ, ຄຸ້ມຄອງໃນການ ຈັດຕັ້ງເຄື່ອນໄຫວກິດຈະກໍາຕ່າງໆ. ການຈັດບຸນໃນຄັ້ງນີ້, ເປັນການຊົມ ເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນລວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງ ວຽງຈັນ ຊຸດທີ V ແລະ ເປັນການສະ ເຫລີມສະຫລອງວັນສຳຄັນຕ່າງໆຂອງ ພັກ, ຂອງຊາດ ໃນປີ 2026 ໃຫ້ເປັນ ຂະບວນຟົດຟືື້ນ; ທັງເປັນການອະນຸລັກ, ປົກປັກຮັກສາ, ສືບສານ ແລະ ສົ່ງເສີມ ມູນເຊື້ອຮີດຄອງປະເພນີອັນດີງາມໃຫ້ ຄົງຢູ່ຄູ່ຄົນລາວ, ຊາດລາວ ແລະ ສ້າງ ເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ, ພີ່ນ້ອງຊາວລາວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາຮ່ວມກັນນ້ອມນະ ມັດສະການພະທາດຫລວງ ເພື່ອເສີມ ສ້າງຄວາມສາມັກຄີຮັກແພງ ໃຫ້ມີບັນ ຍາກາດມ່ວນຊື່ນ, ທັງເປັນການສ້າງ ໂອກາດຊຸກຍູ້ສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ສິນຄ້າພາຍໃນ, ເປັນການຈັດຕັ້ງຜັນຂະຫຍາຍແຜນພັດ ທະນາເສດຖະກິດ-ສັງຄົມ ຂອງຊາດ, ຂອງນະຄອນຫລວງວຽງຈັນ ແລະ ໂຄສະນາເຜີຍແຜ່ວຽກງານທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມໃຫ້ມີ ຕົວເລກສະຖິຕິເພີ່ມຂຶ້ນ ແລະ ມີການຈັບ ຈ່າຍຊື້ຂາຍຫລາຍຂຶ້ນ. ການຈັດບຸນນະມັດສະການພະ ທາດຫລວງວຽງຈັນ ໃນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາ ມໍລະດົກທາງດ້ານວັດທະນະ ທໍາ ອັນລໍ້າຄ່າ, ຮີດຄອງປະເພນີ ທີ່ສືບ ທອດກັນມາແຕ່ບູຮານນະການ, ທັງ ເປັນການເສີມຂະຫຍາຍຄຸນຄ່າ ທາງ ດ້ານຈິດໃຈ ໃຫ້ຄົງຢູ່ຄູ່ຄົນລາວ, ຊາດ ລາວຂອງພວກເຮົາຕະຫລອດໄປ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກ ສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຈີນ. ນອກນີ້, ສະຫາຍ ນາງ ເຂັມມະນີ ພົນເສນາ ຍັງໄດ້ສະ ເໜີໃຫ້ສອງຝ່າຍສ້າງກົນໄກການພົວ ພັນຮ່ວມມືໃນຕໍ່ໜ້າ ເຊັ່ນ: ຊຸກຍູ້ໃຫ້ປະ ຊາຊົນ, ນັກທຸລະກິດ, ບັນດາຂະແໜງ ການຕ່າງໆ ຂອງລາວ ແລະ ນະຄອນ ຊຽງໄຮ ສປ ຈີນ ໃນນນັ້ນມີການຮ່ວມ ມື ແລະ ແລກປ່ຽນດ້ານການສຶກສາ, ສາທາລະນະສຸກ, ສິລະປະວັດທະນະ ທໍາ, ການທ່ອງທ່ຽວ, ການຄ້າ-ການ ລົງທຶນ ແລະ ດ້ານອື່ນໆໃຫ້ມີການຮ່ວມ ມືຫລາຍຂຶ້ນ, ພິເສດແມ່ນໃຫ້ປະຊາຊົນ ມີການໄປມາຫາສູ່ກັນ, ພົບປະປຶກສາ ຫາລືແລກປ່ຽນຢ້ຽມຢາມ, ຈັດກິດຈະ ກຳຮ່ວມກັນ ແລະ ໃຫ້ການສະໜັບສະ ໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນ ວັນສໍາຄັນຕ່າງໆ ຂອງພັກ ຂອງຊາດ ຂອງລາວ ແລະ ຈີນ ເພື່ອປະກອບສ່ວນ ສ້າງສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມືເພື່ອການພັດທະນາ. ສະຫາຍ ນາງ ຊູ ຫລິນ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການຢ້ຽມຢາມ ໂດຍສະເພາະແມ່ນວຽກງານການຈັດ ຕັ້ງ ແລະ ການເຄື່ອນໄຫວ ຂອງສະມາ ຄົມມິດຕະພາບປະຊາຊົນນະຄອນຊຽງ ໄຮ ກັບຕ່າງປະເທດ ໃຫ້ຊາບ ແລະ ຢືນຢັນວ່າ ສະມາຄົມມິດຕະພາບປະຊາ ຊົນນະຄອນຊຽງໄຮ ກັບຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນ ການພົວພັນຮ່ວມມືກັບສະມາຄົມມິດ ຕະພາບ ລາວ-ຈີນ ເພື່ອເຮັດບົດບາດ ເປັນຂົວຕໍ່ທີ່ດີ, ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະ ເທດເຄີຍປະຕິບັດຮ່ວມກັນ ແລະ ເຫັນດີ ເປັນເອກະພາບຕາມກົນໄກການຮ່ວມ ມືທີ່ສະຫາຍປະທານສະມາຄົມມິດຕະ ພາບ ລາວ-ຈີນ ຂັ້ນສູນກາງ ໄດ້ຍົກຂຶ້ນ. /b dvq [Iq ,;Pd'kola '];,{sk'lP'la '7q , .sh 7tot Ia [zy f-v[ c]t grnj voIj ;,'komqj ;c0;'9exkla d ຂປລ. ເມື່ອບໍ່ດົນມານີ້, ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມວຽກ ງານສັງລວມ-ຫາງສຽງສັງຄົມ ໃຫ້ຄະ ນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ. ທັງນີ້, ກໍເພື່ອເຮັດ ໃຫ້ວຽກງານຄົ້ນຄວ້າສັງລວມ-ຫາງ ສຽງສັງຄົມ ມີຄວາມເຂັ້ມແຂງ, ທັນ ສະໄໝ ແລະ ສາມາດຕອບສະໜອງ ໄດ້ກັບການເຄື່ອນໄຫວວຽກງານການ ເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ. ຊຸດອົບຮົມຄັ້ງນີ້, ຈັດຂຶ້ນພາຍ ໃຕ້ການເປັນປະທານຂອງ ສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະ ນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາ ວຽກງານການເມືອງ-ແນວຄິດ, ໃຫ້ ກຽດກ່າວປິດ ແລະ ໂອ້ລົມຕໍ່ຊຸດຝຶກ ອົບຮົມ ຂອງ ສະຫາຍ ອະລຸນໄຊ ສູນ ນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ປະດິດ ວັນນະລັດສະໝີ ກໍາມະການປະຈໍາພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ບຸນເພັງ ຈັນທະດາລາ ກໍາມະ ການພັກ, ຫົວໜ້າຫ້ອງການຄະນະ ໂຄສະນາອົບຮົມສູນກາງພັກ ເປັນວິທະ ນາກອນ ພ້ອມດ້ວຍທີມງານ. ການຈັດຝຶກອົບຮົມຄັ້ງນີ້, ຖືເປັນ ການຍົກລະດັບຄວາມຮັບຮູ້, ຄວາມ ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຖັນແຖວ ພະນັກງານການເມືອງ-ແນວຄິດ ໂດຍ ສະເພາະ ແມ່ນການເພີ່ມຂີດຄວາມສາ ມາດໃຫ້ແກ່ພະນັກງານ ຜູ້ທີ່ຮັບຜິດ ຊອບວຽກງານຄົ້ນຄວ້າສັງລວມ-ຫາງ ສຽງສັງຄົມ ເພື່ອນໍາໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງ ມີປະສິດທິພາບ. ຕະຫລອດໄລຍະການຝຶກອົບຮົມ, ສໍາມະນາກອນໄດ້ຮັບຟັງການບັນຍາຍ ເນື້ອໃນເອກະສານບັນຫາພື້ນຖານ ກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການຕິດຕາມ; ເກັບກໍາ ແລະ ນໍາໃຊ້ ຫາງສຽງສັງຄົມ ເຂົ້າໃນວຽກງານ ການເມືອງ-ແນວຄິດ, ເຄືອຂ່າຍຕາ ໜ່າງເພື່ອນຮ່ວມງານ ແລະ ວຽກງານ ຄົ້ນຄວ້າ-ສັງລວມ. ນອກຈາກຮັບຟັງ ການບັນຍາຍເນື້ອໃນທິດສະດີແລ້ວ, ສໍາມະນາກອນ ຍັງໄດ້ເຮັດທົດລອງ ລັກສະນະຕົວຈິງ ໂດຍຈັດຕັ້ງເປັນກຸ່ມ ເພື່ອພ້ອມກັນຄົ້ນຄວ້າ, ໄຈ້ແຍກຄວາມ ແຕກຕ່າງ ລະຫວ່າງ ຫາງສຽງສັງຄົມ, ຂ່າວລື ແລະ ຖ້ອຍທໍານອງບິດເບືອນ, ພ້ອມກັນນັ້ນ ກໍໄດ້ວິເຄາະ, ວິໄຈສາ ເຫດຕົ້ນຕໍ ແລະ ຄາດຄະເນທ່າອ່ຽງ ຜົນກະທົບ ຂອງຫາງສຽງສັງຄົມໃນ ຕໍ່ໜ້າ ຕິດພັນກັບການຄົ້ນຄວ້າວິທີການ ແລະ ມາດຕະການປັບປຸງແກ້ໄຂຢ່າງ ລະອຽດໃນແຕ່ລະໄລຍະ. ພາຍຫລັງສໍາເລັດຊຸດຝຶກອົບຮົມ, ສະຫາຍ ບຸນເພັງ ຈັນທະດາລາ ກໍາມະ ການພັກ, ຫົວໜ້າຫ້ອງການ ຄະນະ ໂຄສະນາອົບຮົມສູນກາງພັກ ພ້ອມ ດ້ວຍຄະນະ ກໍໄດ້ສືບຕໍ່ລົງເຄື່ອນໄຫວ ເຮັດວຽກຢູ່ເມືອງຈໍາປາສັກ ແລະ ເມືອງສຸຂຸມາ ຕື່ມອີກ. ຂ່າວ-ພາບ: ຄໍາສະໄຫວ ຈັນທະລັງ

RkJQdWJsaXNoZXIy MTc3MTYxMQ==