@ 0j k; c]t gsfdko j 13/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສະຫລອງວັນສ້າງຕັ້ງ...ັ້ັ້ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ປະທານຄະນະກໍາມະການຄຸ້ມ ຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະ ທານສະພາຜູ້ຖືຮຸ້ນ ບໍລິສັດລາວໂທລະ ຄົມມະນາຄົມມະຫາຊົນ, ມີບັນດາລັດ ຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າ ກົມ, ຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະ ເທດ ພ້ອມດ້ວຍຄະນະພັກ, ຄະນະອຳ ນວຍການໃຫຍ່ ແລະ ພະນັກງານ ລາວ ໂທລະຄົມເຂົ້າຮ່ວມ. ໂອກາດນີ້, ທ່ານ ສຸພົນ ຈັນທະວີໄຊ ກໍາມະການພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກ ຮາກຖານ, ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນ ໄຫວ, ການເຕີບໃຫຍ່ຂະຫຍາຍຕົວ ຂອງບໍລິສັດລາວໂທລະຄົມ ໃນໄລຍະ 30 ປີທີ່ຜ່ານມາ ຊຶ່ງກຸ່ມບໍລິສັດລາວໂທ ລະຄົມມະນາຄົມ ມະຫາຊົນ ສາມາດ ຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳ ນວນລູກຄ້າເກົ່າໄວ້ໄດ້, ມາເຖິງປັດຈຸ ບັນ ມີຖານລູກຄ້າ ເອັມບີບີ (MBBMobile Broadband) ຫລາຍກວ່າ 3 ລ້ານລູກຄ້າ (ລວມທັງລູກຄ້າທີພລັດ) ແລະ FBB (Fixed Broadband) ຫລາຍກວ່າ 205.000 ລູກຄ້າ. ສາ ມາດຂະຫຍາຍລະບົບເຄືອຂ່າຍສັນຍານ ໂທລະສັບມືຖືກວມເອົາ 83% ຂອງປະ ຊາກອນທົ່ວປະເທດ, ທຽບໃສ່ແຜນ ພັດທະນາເສດຖະກິດ-ສັງຄົມຂອງລັດ ຖະບານ ກໍຄື ຂອງກະຊວງເຕັກໂນໂລ ຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 83% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງ ໄວ້, ມີສະຖານີຖານ (BTS) ທັງໝົດ 13.300 ສະຖານີ, ໃນນີ້ GSM 2G ຫລາຍກວ່າ2.030ສະຖານີ,3Gຫລາຍ ກວ່າ 3.620 ສະຖານີ, 4G ຫລາຍ ກວ່າ 6.688 ສະຖານີ, 4,5G ຫລາຍ ກວ່າ 906 ສະຖານີ, 5G ຫລາຍກວ່າ 56ສະຖານີແລະ FTTH Port ຫລາຍ ກວ່າ 224.440 Ports, ມີລະບົບ ສາຍສົ່ງສາຍໃຍແກ້ວນຳແສງຍາວ ຫລາຍກວ່າ 37.945 ກິໂລແມັດ, ໃນ ນັ້ນເປັນ Backbone DWDM 6.539 Km, ໃນ Capacity 200 Gbps. ການເຄື່ອນໄຫວດໍາເນີນທຸລະກິດ ຂອງ ລາວໂທລະຄົມ ສາມາດສ້າງ ລາຍຮັບໄດ້ຫລາຍກວ່າ 29.166 ຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມ ຫລາຍກວ່າ 6.570 ຕື້ກີບ, ດ້ວຍຈັງ ຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍ ຫລາຍກວ່າ 27,22% ຕໍ່ປີ ສາມາດ ປະຕິບັດພັນທະໃຫ້ລັດຖະບານແລ້ວ ມີມູນຄ່າຫລາຍກວ່າ 5.984 ຕື້ກີບ, ມອບເງິນປັນຜົນໃຫ້ລັດຖະບານ ແລະ ຝ່າຍຂາຮຸ້ນໄດ້ 409 ລ້ານໂດລາສະ ຫາລັດ. ພ້ອມກັນນັ້ນ, ບໍລິສັດ ລາວ ໂທລະຄົມ ຍັງໄດ້ເອົາໃຈໃສ່ປະກອບ ສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດຢ່າງຕັ້ງໜ້າ ຊຶ່ງສະແດງອອກໃຫ້ເຫັນມູນຄ່າການ ຊ່ວຍເຫລືອສັງຄົມ ຕະຫລອດໄລຍະ 30 ປີ ຜ່ານມາມີມູນຄ່າຫລາຍກວ່າ 194 ຕື້ກີບ, ເປັນເງິນສົດ ຫລາຍກວ່າ 78,36 ຕື້ກີບ. ໃນນີ້, ປະກອບມີ ດ້ານ ການສຶກສາຫລາຍກວ່າ 6,69 ຕື້ກີບ, ດ້ານອົງການຈັດຕັ້ງມະຫາຊົນ 46,03 ຕື້ກີບ ແລະ ບຸນປະເພນີຕ່າງໆ 25,64 ຕື້ກີບ, ປະກອບສ່ວນຊ່ວຍເຫລືອລັດ ຖະບານ ແລະ ສັງຄົມ ເພື່ອປ້ອງກັນ ຄວບຄຸມ ແລະ ຕ້ານການແຜ່ລະບາດ ຂອງເຊື້ອພະຍາດໄວຣັດ COVID-19 ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະ ຄົມ ຫລາຍກວ່າ 79,8 ຕື້ກີບ, ປະກອບ ສ່ວນກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ 44-45 ທີ່ ສປປ ລາວ ເປັນເຈົ້າພາບ (ASEAN SUMMIT) ໃນການສະ ໜອງຄ່າບໍລິການທາງດ້ານອິນເຕີເນັດ ແລະ ອຸປະກອນ 10 ຕື້ກວ່າກີບ. ໃນນີ້, ສະໜອງອຸປະກອນ ແລະ ສັນຍານອິນ ເຕີເນັດສຳລັບການຮຽນທາງໄກ, ກອງ ປະຊຸມທາງໄກຂອງອົງການຈັດຕັ້ງ ພັກ-ລັດ ຈຳນວນ 11,9 ຕື້ກີບ ຊ່ວຍ ເຫລືອລັດຖະບານໃນການຕ້ານໄພນໍ້າ ຖ້ວມ ສະໜອງຄ່າບໍລິການທາງດ້ານ ອິນເຕີເນັດ ແລະ ອຸປະກອນ 7,3 ຕື້ກວ່າ ກີບ. ສໍາລັບປີ 2026 ຄາດວ່າຈະຊ່ວຍ ເຫລືອສັງຄົມຫລາຍກວ່າ 6,54 ຕື້ກີບ. ໂອກາດນີ້, ລັດຖະບານໄດ້ຕົກລົງ ປະດັບຫລຽນໄຊມິດຕະພາບ ໃຫ້ບໍລິ ສັດ Shenington Investmen ແລະ ທ່ານ ປິຍະວັດ ຈະຣິຍະເສດຖະພົງ ປະທານກຳມະການ ຜູ້ຖືຮຸ້ນຕ່າງປະ ເທດທີ່ມີຜົນງານດີເດັ່ນ ໃນການປະ ກອບສ່ວນເຄື່ອນໄຫວວຽກງານ ແລະ ຮ່ວມທຶນກັບ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ຊຶ່ງເປັນການປະ ກອບສ່ວນອັນສຳຄັນໃນການພັດທະ ນາ ສປປ ລາວ. ຕະຫລອດໄລຍະເວລາ 30 ປີຜ່ານມາ ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ໄດ້ຮັບຄວາມເຊື່ອ ໝັ້ນຈາກຜູ້ຊົມໃຊ້ ແລະ ການຍ້ອງຍໍ ຈາກພັກ-ລັດຖະບານ ຜ່ານການໄດ້ຮັບ ຫລຽນໄຊແຮງງານຊັ້ນ I, II, III ແລະ ລາງວັນດີເດັ່ນຫລາຍລາຍການ ທັງ ລະດັບຊາດ ແລະ ສາກົນ. ໂອກາດດັ່ງກ່າວ, ທ່ານ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ເຕັກໂນໂລຊີແລະການສື່ສານ,ປະທານ ສະພາບໍລິຫານ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ໃນໄລຍະຜ່ານມາ ທີ່ລາວໂທ ລະຄົມ ຍາດມາໄດ້ ແລະ ສາມາດຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ, ການພັດທະນາພື້ນຖານ ໂຄງລ່າງດ້ານໂທລະຄົມກໍໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນ ຂອບເຂດທົ່ວປະເທດ. ພ້ອມທັງເນັ້ນ ໜັກໃນການຈັດຕັ້ງປະຕິບັດແນວທາງ ແຜນພັດທະນາ ຕາມນະໂຍບາຍຫັນ ເປັນທັນສະໄໝໃນຍຸກດີຈິຕອນ. ສະນັ້ນ ລາວໂທລະຄົມ ຕ້ອງໄດ້ສຸມໃສ່ການ ພັດທະນາຄຸນນະພາບການບໍລິການ ແລະ ການພັດທະນາບຸກຄະລາກອນ ໂດຍສະເພາະແມ່ນວິຊາການຕ້ອງມີ ຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບທີ່ແທ້ຈິງ ເພື່ອຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງເຕັກໂນໂລຊີ ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລຍະ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ຄະນະ ພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວໂທລະຄົມ ທຸກ ທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີ ບົດບາດໜ້າທີ່ຄວາມຮັບຜິດຊອບຂອງ ຕົນໃຫ້ສູງກວ່າເກົ່າ ເພື່ອເຮັດໃຫ້ລາວ ໂທລະຄົມກ້າວໄປຂ້າງໜ້າ ແລະ ສາ ມາດຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການໃນຍຸກເສດຖະກິດ 4.0 ແລະ ເພື່ອການພັດທະນາປະເທດ ຊາດ ໃຫ້ສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນໄດ້. ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງ ເປັນທາງການໃນວັນທີ 11 ພະຈິກ 1996 ຊຶ່ງເປັນການລວມເອົາ ບໍລິສັດ ໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມຈໍາກັດ ເປັນ ບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%. ລັດຖະບານລາວ...ັ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫລອດໄລຍະ ກວ່າ 7 ທົດສະຫວັດຜ່ານມາ ສືບຕໍ່ໄດ້ຮັບ ການພັດທະນາແລະຂະຫຍາຍຕົວຢ່າງ ຕໍ່ເນື່ອງໃນຫລາຍຂົງເຂດການຮ່ວມມື ໂດຍສະເພາະໃນປີ 2025 ຜ່ານມາ ທີ່ ເປັນປີແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວຍີ່ປຸ່ນ ຄົບຮອບ 70 ປີ ຊຶ່ງສອງຝ່າຍໄດ້ ຍົກລະດັບສາຍພົວພັນການທູດ ຈາກຄູ່ ຮ່ວມຍຸດທະສາດ ຂຶ້ນເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ, ພ້ອມທັງສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບົດ ບາດອັນສໍາຄັນແລະ ຕັ້ງໜ້າຂອງທ່ານ ທູດ ຕະຫລອດໄລຍະການປະຕິບັດໜ້າ ທີ່ 2 ປີ 4 ເດືອນທີ່ຜ່ານມາ ດ້ວຍຜົນສໍາ ເລັດອັນຈົບງາມ ຊຶ່ງໄດ້ປະກອບສ່ວນ ອັນສໍາຄັນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ຍີ່ປຸ່ນ ໂດຍສະເພາະທາງດ້ານ ການເມືອງ, ສາທາລະນະສຸກ, ພື້ນຖານ ໂຄງລ່າງ, ສຶກສາ-ກິລາ, ວັດທະນະທໍາສັງຄົມ, ກະສິກໍາ ແລະ ປ່າໄມ້, ການ ເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ອື່ນໆ, ລວມທັງການສະໜັບສະ ໜູນເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງລະ ຫວ່າງສອງປະເທດ ທັງໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ. ນອກຈາກນີ້, ທ່ານທູດ ຍັງໄດ້ມີການເຄື່ອນໄຫວວຽກ ງານການທູດຢ່າງຫ້າວຫັນ ແລະ ມີຜົນ ງານອັນພົ້ນເດັ່ນໃນຫລາຍດ້ານ ໃນ ການສືບຕໍ່ຊຸກຍູ້ບັນດາແຜນງານ, ໂຄງ ການການຮ່ວມມືຂອງສອງລັດຖະ ບານ ລາວ-ຍີ່ປຸ່ນ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາກາດຂອງການພົວພັນ ຮ່ວມມື ແລະ ຜົນປະໂຫຍດຂອງປະຊາ ຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ລວມ ທັງສາມາດຮັກສາໄດ້ລະດັບການຊ່ວຍ ເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ. ຄຽງຄູ່ກັນນີ້້, ທ່ານທູດໄດ້ ມີບົດບາດສໍາຄັນໃນການເປັນຂົວຕໍ່ຊຸກ ຍູ້ການແລກປ່ຽນຢ້ຽມຢາມ ຂອງບັນ ດາການນໍາຂັ້ນສູງລະຫວ່າງສອງປະ ເທດ ພິເສດແມ່ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງຍີ່ປຸ່ນ ໃນເດືອນ ພະຈິກ 2025 ຜ່ານມາ ຊຶ່ງ ສປປ ລາວ ເປັນປະເທດທໍາອິດທີ່ພະອົງໄດ້ຢ້ຽມ ຢາມທາງການໃນພາລະກິດຢ້ຽມຢາມ ຕ່າງປະເທດ ອັນໄດ້ກາຍເປັນຂີດໝາຍ ສໍາຄັນທາງປະຫວັດສາດຂອງການ ພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ. ນອກຈາກນີ້, ທ່ານທູດໄດ້ ເອົາໃຈໃສ່ເຄື່ອນໄຫວຢ້ຽມຢາມຕົວຈິງ ຢູ່ບັນດາແຂວງ ແລະ ພົບປະເຮັດວຽກ ກັບບັນດາອົງການຈັດຕັ້ງຂັ້ນທ້ອງຖິ່ນ ຂອງລາວ ຢ່າງສະໝໍ່າສະເໝີ. ໃນໂອກາດດຽວກັນນີ້, ທ່ານທູດ ກໍ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະ ເທດທີ່ໄດ້ອໍານວຍຄວາມສະດວກແລະ ການຊ່ວຍເຫລືອ ໃຫ້ແກ່ການເຄື່ອນ ໄຫວໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບ ງາມ, ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫລຽນໄຊ ມິດຕະພາບອັນມີຄຸນຄ່າໃຫ້ແກ່ຕົນໃນ ຄັ້ງນີ້, ພ້ອມທັງຢືນຢັນວ່າຈະສືບຕໍ່ໃນ ການເປັນຂົວຕໍ່ປະສານງານປະກອບ ສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດ ທະນາ ແລະ ມີບາດກ້າວຂະຫຍາຍຕົວ ຍິ່ງໆຂຶ້ນໃນອະນາຄົດ. ສະຫລອງ 69 ປີ...ີ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີທູຕານຸທູດ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທ່ານນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ (H.E. Ms. Norli Muadza Binti Mohd Noor) ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໃນວັນທີ 31 ສິງຫາ 1957, ມາເລເຊຍ ໄດ້ຮັບເອກະລາດ ຫລັງຈາກການຕໍ່ສູ້ ແລະ ການເສຍ ສະລະມາເປັນເວລາດົນນານ. ທ່ານ ນາຍົກລັດຖະມົນຕີ Dato’ Seri Anwar Ibrahim ໄດ້ເຕືອນສະຕິ ພວກເຮົາໃນສູນທອນພົດວັນຊາດວ່າ: ຄຳວ່າ “ເມີເດກາ” (Merdeka) ໝາຍເຖິງສິ່ງທີ່ຫລາຍກວ່າຄວາມເປັນ ເອກະລາດ, ແຕ່ແມ່ນກ່ຽວກັບການ ປົກປ້ອງອະທິປະໄຕ, ຄວາມຍຸຕິທຳ ແລະ ການຮັກສາຄວາມສາມັກຄີຂອງ ປະຊາຊົນ. ຕະຫລອດໄລຍະ 69 ປີ ຜ່ານມາ, ມາເລເຊຍ ໄດ້ເຕີບໃຫຍ່ຂະ ຫຍາຍຕົວຈົນກາຍເປັນເສດຖະກິດ ທີ່ທັນສະໄໝ ແລະ ມີຄວາມຫລາກ ຫລາຍ. ເຖິງວ່າຈະມີຄວາມບໍ່ແນ່ນອນ ຂອງໂລກກໍຕາມ, ແຕ່ກໍສາມາດບັນລຸ ການເຕີບໂຕ GDP ໃນອັດຕາ 6% ໃນໄຕມາດທີ 2 ຂອງປີ 2026, ພ້ອມ ທັງຈັດຢູ່ໃນອັນດັບທີ 15 ດ້ານຄວາມ ສາມາດໃນການແຂ່ງຂັນລະດັບໂລກ ຊຶ່ງເປັນຜົນສໍາເລັດຂອງປະຊາຊົນ ມາເລເຊຍທີ່ມີຄວາມອົດທົນເຂັ້ມແຂງ. ໃນປີນີ້, ສປປ ລາວ ແລະ ມາເລ ເຊຍ ຍັງໄດ້ຮ່ວມກັນສະຫລອງວັນມິດ ຕະພາບ ຄົບຮອບ 6 ທົດສະວັດ (ສ້າງ ຕັ້ງຂຶ້ນວັນທີ 1 ກໍລະກົດ 1966). ພ້ອມດຽວກັນນີ້, ທັງສອງປະເທດຍັງ ໄດ້ຮ່ວມມືກັນໃນຫລາຍຂະແໜງການ, ສາຍພົວພັນທາງດ້ານເສດຖະກິດຂອງ ພວກເຮົາກຳລັງເຕີບໃຫຍ່ເຂັ້ມແຂງ ຂຶ້ນ, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 28,7% ໃນປີ 2025, ມູນຄ່າເພີ່ມ ຂຶ້ນຢູ່ທີ່ 55,9 ລ້ານໂດລາສະຫະລັດ (225,3 ລ້ານຣິງກິດ) ຈາກ 40,6 ລ້ານໂດລາສະຫະລັດ (175 ລ້ານຣິງ ກິດ). ມາເລເຊຍ ແມ່ນປະເທດລົງທຶນ ຕ່າງປະເທດລາຍໃຫຍ່ເປັນອັນດັບທີ 4 ຂອງ ສປປ ລາວ ໂດຍມີມູນຄ່າ ການລົງທຶນສະສົມປະມານ 946 ລ້ານ ໂດລາສະຫະລັດ; ພວກເຮົາກໍາລັງ ຮ່ວມມືກັນໃນຂໍ້ລິເລີ່ມພາກພື້ນເຊັ່ນ: ທາງລົດໄຟດ່ວນອາຊຽນ ແລະ ໂຄງ ການເຊື່ອມໂຍງພະລັງງານເຊັ່ນ: ໂຄງ ການເຊື່ອມໂຍງພະລັງງານລາວ-ໄທມາເລເຊຍ-ສິງກະໂປ ແລະ ທະນາຄານ ຂອງມາເລເຊຍ, ການຄ້າ, ການລົງທຶນ, ການທ່ອງທ່ຽວ (Visit Malaysia 2026) ແລະ ການຮ່ວມມືດ້ານຄວາມ ໝັ້ນຄົງ. ທັງສອງຝ່າຍຕັ້ງເປົ້າໝາຍທີ່ຈະ ສືບຕໍ່ຊຸກຍູ້ສາຍພົວພັນອັນດີງາມນີ້ ໃຫ້ ກ້າວສູ່ຄວາມເລິກເຊິ່ງ ແລະ ຍືນຍົງ ຍິ່ງໆຂຶ້ນໄປໃນອະນາຄົດ. ພາບ: ອ່າຍຄຳ ສປປ ລາວ... ຫລວງຫລາຍ. ສະນັ້ນ, ເພື່ອຮັບປະກັນ ໃຫ້ການຍົກຍ້າຍຖິ່ນຖານດຳເນີນໄປ ຜ່ານຊ່ອງທາງທີ່ປອດໄພ, ເປັນລະ ບຽບ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມທັງປົກປ້ອງ ແລະ ສົ່ງເສີມສິດທິ ຂອງແຮງງານເຄື່ອນຍ້າຍ, ລັດຖະບານ ແຫ່ງ ສປປ ລາວ ພາຍໃຕ້ການສະໜັບ ສະໜູນຈາກອົງການສາກົນເພື່ອການ ເຄື່ອນຍ້າຍຖິ່ນຖານ ຈຶ່ງໄດ້ຮັບຮອງ ເອົາແຜນປະຕິບັດງານແຫ່ງຊາດ ໃນ ການຈັດຕັ້ງປະຕິບັດຂໍ້ຕົກລົງສາກົນ ວ່າດ້ວຍການເຄື່ອນຍ້າຍຖິ່ນຖານທີ່ ປອດໄພ, ເປັນລະບຽບ ແລະ ປົກກະຕິ (2026-2030). ພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດ ຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ ຈັດຂຶ້ນໃນວັນທີ 10 ພະຈິກ 2026 ຢູ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico), ຫົວໜ້າອົງການ ສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ລາ ຊະອານາຈັກໄທ, ມີຜູ້ຕາງໜ້າຈາກ ບັນດາກະຊວງ, ຂະແໜງການພາກ ລັດ, ອົງການ ເຄືອຂ່າຍ ສປຊ, ອົງການ ຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງ ເຂົ້າຮ່ວມ ຊຶ່ງແຜນດັ່ງກ່າວກວມເອົາ 9 ຂົງເຂດວຽກງານ (ແບ່ງເປັນຂົງເຂດ ວຽກງານລວມສູນ ແລະ ຂົງເຂດວຽກ ງານສະເພາະ)ພາຍໃຕ້ວິໄສທັດ“ການ ເຄື່ອນຍ້າຍຖິ່ນຖານຄວນເປັນທາງ ເລືອກໜຶ່ງ ແລະ ແຮງງານທຸກຄົນສາ ມາດເຂົ້າເຖິງວຽກເຮັດງານທຳທີ່ມີ ກຽດ ແລະ ສະຫວັດດີການສັງຄົມ”. ພິທີຄັ້ງນີ້, ຖືເປັນບາດກ້າວສໍາຄັນ ຊຶ່ງຍົກໃຫ້ເຫັນຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ ຕົກລົງສາກົນ ວ່າດ້ວຍການຍົກຍ້າຍຖິ່ນ ຖານ ໃຫ້ສອດຄ່ອງກັບບຸລິມະສິດແຫ່ງ ຊາດ. ໃນພິທີທາງການ, ທ່ານຮອງລັດ ຖະມົນຕີ ໄດ້ກ່າວມີຄຳເຫັນ ໂດຍໄດ້ ເນັ້ນໜັກວ່າ ການເຄື່ອນຍ້າຍຖິ່ນຖານ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ໄດ້ ປະກອບສ່ວນເຂົ້າໃນວຽກງານການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດມາ, ການຄຸ້ມ ຄອງແຮງງານເຄື່ອນຍ້າຍທີ່ມີປະສິດ ທິພາບ ຈະສາມາດປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາຊັບພະ ຍາກອນມະນຸດ ແລະ ການພັດທະນາ ແບບຍືນຍົງຂອງຊາດ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ພວມຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ X (20262030) ແລະ ກຽມພ້ອມໃຫ້ແກ່ການ ຫລຸດພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາ ໃນເດືອນພະຈິກ 2026 ນີ້ ແລະ ເຂົ້າສູ່ໄລຍະຂ້າມຜ່ານ ເພື່ອການຫລຸດພົ້ນຢ່າງໂລ່ງລ່ຽນ, ມີ ຄຸນນະພາບ ແລະ ຍືນຍົງ. ໄປສະນີຂອງ ສປປ ລາວ ໃນໄລຍະ ປີ 2019-2025. ການປະກອບສ່ວນ ຂອງທ່ານໄດ້ມີຄວາມໝາຍສຳຄັນຕໍ່ ການພັດທະນາພື້ນຖານໂຄງລ່າງດ້ານ ໄປສະນີ, ການຍົກລະດັບຂີດຄວາມສາ ມາດດ້ານການຂົນສົ່ງ ແລະ ໂລຈິສຕິກ, ລວມທັງການເສີມສ້າງຄວາມເຂັ້ມແຂງ ຂອງອົງກອນທີ່ກ່ຽວຂ້ອງ. ຫລຽນກາ ມິດຕະພາບທີ່ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ໃນຄັ້ງນີ້, ເປັນການຍ້ອງ ຍໍຊົມເຊີຍ ແລະ ຮັບຮູ້ຜົນງານອັນໂດດ ເດັ່ນ ແລະ ການອຸທິດຕົນຂອງທ່ານ, ທັງເປັນສັນຍະລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ເກົາຫລີ. ໃນໂອກາດດຽວກັນ, ທ່ານ ຊາງກີ ບູນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໄດ້ຈັດພິທີອັນຊົງກຽດນີ້ ຂຶ້ນແລະຝາກຄວາມຂອບໃຈໄປຍັງລັດ ຖະບານ ແຫ່ງ ສປປ ລາວ ຜ່ານທາງ ສະຖານທູດ ສຳລັບການມອບຫລຽນ ສະຖານທູດລາວ...ູ ກາມິດຕະພາບອັນຊົງກຽດນີ້. ທ່ານ ຍັງໄດ້ກ່າວເຖິງຄວາມປະທັບໃຈຈາກ ປະສົບການ ການເຮັດວຽກຢູ່ ສປປ ລາວ ໂດຍສະເພາະການໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນ ແລະ ການຮ່ວມມື ອັນດີຈາກເພື່ອນຮ່ວມງານ, ພາກສ່ວນ ຕ່າງໆ ແລະ ຄະນະນຳກະຊວງທີ່ກ່ຽວ ຂ້ອງ. ທ່ານກ່າວວ່າປະສົບການ ແລະ ມິດຕະພາບທີ່ໄດ້ຮັບໃນໄລຍະທີ່ປະຕິ ບັດວຽກຢູ່ ສປປ ລາວ ເປັນຄວາມຊົງ ຈຳອັນດີງາມທີ່ທ່ານຈະຈົດຈຳໄວ້ຕະ ຫລອດໄປ. ທ່ານ ຊາງກີ ບູນ ໄດ້ປະຕິບັດໜ້າ ທີ່ເປັນທີ່ປຶກສາໃຫ້ແກ່ກົມໄປສະນີ ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ແຕ່ປີ 2019-2025. ໃນໄລຍະດັ່ງກ່າວ, ທ່ານໄດ້ນຳໃຊ້ຄວາມ ຮູ້, ຄວາມສາມາດ ແລະ ປະສົບການ ທາງວິຊາການ ເຂົ້າໃນການປັບປຸງ ແລະ ພັດທະນາຂະແໜງໄປສະນີຂອງ ສປປ ລາວ ໃຫ້ທັນສະໄໝຍິ່ງຂຶ້ນ ໂດຍ ສະເພາະດ້ານການພັດທະນາພື້ນຖານ ໂຄງລ່າງ, ການຍົກລະດັບຂີດຄວາມ ສາມາດດ້ານການຂົນສົ່ງ ແລະ ໂລຈິສ ຕິກ, ຕະຫລອດຮອດການເສີມສ້າງຂີດ ຄວາມສາມາດຂອງອົງກອນ. ຜົນງານ ແລະ ການອຸທິດຕົນຂອງ ທ່ານ ບໍ່ພຽງແຕ່ມີສ່ວນສຳຄັນຕໍ່ການ ພັດທະນາຂະແໜງໄປສະນີຂອງ ສປປ ລາວເທົ່ານັ້ນ, ແຕ່ຍັງເປັນການສະທ້ອນ ໃຫ້ເຫັນເຖິງຄຸນຄ່າຂອງການແລກປ່ຽນ ຄວາມຮູ້, ປະສົບການ ແລະ ການຮ່ວມ ມືທາງວິຊາການ ອັນເປັນພື້ນຖານສຳ ຄັນໃນການເສີມສ້າງມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ກອນ ແລະ ເຕັກໂນໂລຊີໄຟຟ້າ” ໃນວັນ ທີ 9-10 ພະຈິກ 2026 ຢູ່ນະຄອນ ຫລວງວຽງຈັນ ເພື່ອເປີດໂອກາດໃຫ້ ຜູ້ສະໜອງເຕັກໂນໂລຊີ ຈາກເກົາຫລີ, ອົງການພາກລັດແລະບໍລິສັດຂອງລາວ ໄດ້ພົບປະປຶກສາຫາລືເຖິງແນວທາງ ການຮ່ວມມືໃນຂະແໜງໄຟຟ້າ ໂດຍໄດ້ ຮັບການສະໜັບສະໜູນຈາກສະຖານ ທູດ ສ ເກົາຫລີ ປະຈຳ ລາວ ແລະ ສູນຊື້-ຂາຍໄຟຟ້າເກົາຫລີ (Korea Power Exchange- KPX), ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ລັດວິສາຫະກິດໄຟຟ້າລາວ (EDL) ແລະ ແຂວງວຽງຈັນ. ທັງນີ້, ກໍເພື່ອແນະນຳອຸປະກອນໄຟຟ້າ ແລະ ເຕັກໂນໂລຊີພະລັງງານທີ່ທັນສະໄໝ ຂອງເກົາຫລີ ເຂົ້າສູ່ຕະຫລາດລາວ, ພ້ອມທັງເປີດໂອກາດດ້ານການສະ ໜອງອຸປະກອນ, ການພັດທະນາພື້ນ ຖານໂຄງລ່າງ, ການລົງທຶນແລະ ການ ຮ່ວມມືທາງທຸລະກິດໃນໄລຍະຍາວ. ໃນວັນທີ 9 ພະຈິກ ໄດ້ມີການຈັດ ສໍາມະນາ ໂດຍຜູ້ຕາງໜ້າຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ, EDL ແລະ ແຂວງວຽງຈັນ ໄດ້ນຳສະເໜີທິດ ທາງ ແລະ ໂອກາດການພັດທະນາຂະ ແໜງໄຟຟ້າຂອງ ສປປ ລາວ. ໃນນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາສະເໜີຮ່າງຍຸດທະສາດການພັດ ທະນາຂະແໜງໄຟຟ້າ ແລະ ພະລັງງານ ຂອງລາວ 2026-2035; ສ່ວນ EDL ໄດ້ໃຫ້ຂໍ້ມູນກ່ຽວກັບແຜນການຈັດຊື້, ການບຳລຸງຮັກສາອຸປະກອນໄຟຟ້າ ຕະຫລອດຮອດຂັ້ນຕອນການປະມູນ ແລະ ໂອກາດສຳລັບຜູ້ສະໜອງອຸປະ ກອນ. ຂະນະທີ່ຜູ້ຕາງໜ້າແຂວງວຽງ ຈັນ ໄດ້ນຳສະເໜີໂອກາດການລົງທຶນ ດ້ານພະລັງງານສີຂຽວ. ການສຳມະນາຄັ້ງນີ້, ຍັງຊ່ວຍໃຫ້ ບໍລິສັດເກົາຫລີ ເຂົ້າໃຈຕະຫລາດໄຟຟ້າ ຂອງລາວ, ບຸລິມະສິດໃນການພັດທະ ນາຂອງລັດຖະບານແລະຂໍ້ກຳນົດດ້ານ ເຕັກນິກ ແລະ ການຈັດຊື້ຂອງບັນດາ ຜູ້ໃຫ້ບໍລິການໄຟຟ້າໃນລາວໄດ້ດີຂຶ້ນ. ສຳລັບຄະນະຜູ້ແທນຈາກເກົາຫລີຈາກ 7 ບໍລິສັດ ຄື: ບໍລິສັດຊິນໂຮ ຈຳກັດ (SHINHO Co., Ltd), ບໍລິສັດດີ ເອສໄອຈຳກັດ (DSI Co., Ltd), ບໍລິສັດຮັນຊິນ ເອເລັກທຣິກ ຈຳກັດ (HANSHIN ELECTRICCo., Ltd), ບໍລິສັດສະວິດໂຄ ແອນ ຈິງວັງ ຈຳກັດ (SWITCO&JINKWANG), ບໍລິສັດ ໄອເພັນເທັກ ຈຳກັດ (AIPENTECH Co., Ltd), ບໍລິສັດດີເອົມທີ ຈຳກັດ (DMT Co., Ltd) ແລະ ບໍລິສັດຊີທີອີ ຈຳກັດ (CTE Co., Ltd) ໄດ້ນຳສະ ເໜີເຕັກໂນໂລຊີ ແລະ ລະບົບທີ່ຫລາກ ຫລາຍ ສຳລັບການຜະລິດ, ການສົ່ງ ແລະ ການຈຳໜ່າຍໄຟຟ້າ ລວມທັງ ການນຳໃຊ້ໃນຂະແໜງອຸດສາຫະກຳ. ໃນວັນທີ 10 ພະຈິກ 2026 KOTRA ໄດ້ຈັດກິດຈະກຳຈັບຄູ່ທຸລະ ກິດແບບ 1 ຕໍ່ 1 ໂດຍມີອົງການ ແລະ ບໍລິສັດຈາກຝ່າຍລາວ 24 ແຫ່ງ ແລະ ບໍລິສັດຈາກເກົາຫລີ 7 ແຫ່ງ ເຂົ້າຮ່ວມ ໂດຍໄດ້ສຸມໃສ່ການຈັດຊື້ອຸປະກອນ, ຂໍ້ ກຳນົດດ້ານເຕັກນິກ, ໂອກາດຮ່ວມມື ໃນໂຄງການ ແລະ ໂອກາດເຂົ້າຮ່ວມ ການປະມູນໃນອະນາຄົດ. ການຈັບຄູ່ທຸ ລະກິດຄັ້ງນີ້, ຍັງເປັນໂອກາດໃຫ້ຜູ້ສະ ໜອງຈາກເກົາຫລີ ໄດ້ນຳສະເໜີເຕັກ ໂນໂລຊີຂອງຕົນໂດຍກົງຕໍ່ຄູ່ຮ່ວມ ງານລາວ, ແລກປ່ຽນຂໍ້ມູນດ້ານເຕັກ ນິກ ແລະ ຮັບຮູ້ຄວາມຕ້ອງການຂອງ ແຕ່ລະໂຄງການ ໂດຍສະເພາະໄດ້ ເນັ້ນການແລກປ່ຽນຂໍ້ມູນກັບ EDL ກ່ຽວກັບຂໍ້ກຳນົດດ້ານເຕັກນິກ, ຄຸນສົມ ບັດຜູ້ສະໜອງ ແລະ ຂັ້ນຕອນການ ປະມູນ ເພື່ອໃຫ້ບໍລິສັດຈາກເກົາຫລີ ມີຄວາມພ້ອມໃນການເຂົ້າຮ່ວມຈັດຊື້ ອຸປະກອນໃນອະນາຄົດ. ນອກຈາກ ນັ້ນ, ຍັງໄດ້ຫາລືເຖິງການຮ່ວມມືດ້ານ ພະລັງງານທົດແທນ, ການປັບປຸງລະ ບົບຈຳໜ່າຍໄຟຟ້າ, ການບໍລິການວິສະ ວະກຳ ແລະ ອຸປະກອນອຸດສາຫະກຳ. ໃນໂອກາດນີ້, ທ່ານ ສີວຽງໄຊ ອໍຣະບູນ ຮອງປະທານຄະນະກຳມະ ການປົກຄອງແຂວງວຽງຈັນ ໄດ້ສະ ແດງຄວາມຍິນດີຕໍ່ຄະນະຈັດງານ ທີ່ ສາມາດຈັດສຳມະນາໄດ້ສຳເລັດຜົນ, ພ້ອມທັງຢືນຢັນເຈດຈຳນົງທີ່ຈະສືບຕໍ່ ເສີມສ້າງການຮ່ວມມືລະຫວ່າງແຂວງ ວຽງຈັນ ກັບ ສ ເກົາຫລີ ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ. ພ້ອມນີ້, ທ່ານ ປັກ ຈຸນກິວ (Park Jungwe) ຜູ້ອຳນວຍການKOTRA ປະຈຳນະຄອນຫລວງວຽງຈັນ ກໍໄດ້ ເນັ້ນເຖິງຄວາມສຳຄັນຂອງການຊຸກຍູ້ ໃຫ້ບໍລິສັດລາວ ແລະ ເກົາຫລີ ຮ່ວມມື ກັນຢ່າງເປັນຮູບປະທຳ ໂດຍສະເພາະ ການຊ່ວຍໃຫ້ຜູ້ສະໜອງຈາກເກົາຫລີ ເຂົ້າໃຈຄວາມຕ້ອງການຂອງຕະຫລາດ ລາວ ແລະ ກຽມພ້ອມເຂົ້າຮ່ວມການ ປະມູນໃນອະນາຄົດ ເພື່ອຂະຫຍາຍໂອ ກາດການຄ້າ ແລະ ການລົງທຶນລະ ຫວ່າງສອງປະເທດ. ງານຄັ້ງນີ້, ສະທ້ອນເຖິງຄວາມພະ ຍາຍາມ ຢ່າງຕໍ່ເນື່ອງໃນການເສີມສ້າງ ການຮ່ວມມືທາງເສດຖະກິດລະຫວ່າງ ສອງປະເທດ ແລະ ສະໜັບສະໜູນການ ພັດທະນາຂະແໜງໄຟຟ້າຂອງລາວ ຜ່ານການແລກປ່ຽນເຕັກໂນໂລຊີ ແລະ ການຮ່ວມມືທາງທຸລະກິດ. KOTRA ວຽງຈັນ ຈະສືບຕໍ່ປະ ສານການຕິດຕໍ່ລະຫວ່າງຜູ້ສະໜອງ ຈາກເກົາຫລີ ກັບບັນດາພາກສ່ວນທີ່ ກ່ຽວຂ້ອງຂອງລາວ, ສະໜັບສະໜູນ ການຕິດຕາມຜົນການຫາລືທາງທຸລະ ກິດ ແລະ ສົ່ງເສີມໂອກາດໃຫ້ເຕັກໂນ ໂລຊີເກົາຫລີ ໄດ້ປະກອບສ່ວນໃນການ ພັດທະນາ ແລະ ຫັນພື້ນຖານໂຄງລ່າງ ດ້ານໄຟຟ້າຂອງລາວໃຫ້ທັນສະໄໝ. ອົງການ...ົ
RkJQdWJsaXNoZXIy MTc3MTYxMQ==