ແສງຂອງກະຊວງການຕ່າງປະເທດ ສ ອາເມລິກາ (PM/WRA), ເດືອນກໍລະກົດ 2023 ອົງການ ເວີດເອດຢູເຄຊັນ ໄດ້ຍຸບລວມເຂົ້າ ກັບສະຖາບັນຄົ້ນຄວ້າ ແລະ ຝຶກ ອົບຮົມ JSI ຊຶ່ງເປັນອົງການໃນກຸ່ມ ດຽວກັນມາແຕ່ດົນນານ. ສະຖາບັນ ຄົ້ນຄວ້າ ແລະ ຝຶກອົບຮົມ JSI ໄດ້ ກາຍເປັນນິຕິບຸກຄົນທີ່ຄົງຕົວຕໍ່ໄປ ແລະ ໄດ້ສືບຕໍ່ເປັນເຈົ້າການໃນໂຄງ ການຕ່າງໆທີ່ອົງການເວີດເອດຢູເຄ ຊັນ ໄດ້ຈັດຕັ້ງປະຕິບັດມາກ່ອນໜ້າ ນີ້ ລວມທັງໂຄງການທີ່ກ່ຽວຂ້ອງ ກັບກອງທຶນນີ້. 10/11/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີ ໂດຍ: ເຂົ້າຈານນຳ້ *** ອ່ານຕໍ່ສະບັບໜ້າ *** ot3p[kpdv'mb o-j ;pgs]n vdkoxy j oxq ; z6 h 4n dg7ktIh kp9kd]tg[u f[+ ma oc8dmu j 8q d7h k'16 j lxx ]k; ຂປລ. ນັບແຕ່ທ້າຍສະຕະວັດທີ 19-ຕົ້ນສະຕະວັດທີ 20 ເປັນຕົ້ນມາ, ລັດທິລ່າເມືອງຂຶ້ນໄດ້ມາຮຸກຮານ ຢຶດຄອງອິນດູຈີນ, ປະຊາຊົນລາວ ບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານລັດ ທິຈັກກະພັດຜູ້ຮຸກຮານຢ່າງອົງອາດ ກ້າຫານ, ແຕ່ບໍ່ໄດ້ຮັບໄຊຊະນະ ຢ່າງ ຂາດຕົວ, ອັນເນື່ອງມາຈາກຫລາຍ ສາເຫດ, ແຕ່ສາເຫດຕົ້ນຕໍແມ່ນຍ້ອນ ບໍ່ທັນມີທິດສະດີມາກ-ເລນິນ ເຍືອງ ທາງ, ບໍ່ທັນມີພັກແບບໃໝ່ ຂອງ ຊົນຊັ້ນກຳມະກອນນຳພາ ແລະ ບໍ່ທັນໄດ້ມີແນວທາງທີ່ຖືກຕ້ອງ. ປະທານ ໂຮ່ຈີ່ມິງ ໄດ້ນຳເອົາລັດທິ ມາກ-ເລນິນ ເຂົ້າມາເຜີຍແຜ່ ແລະ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນ ຂຶ້ນໃນປີ 1930. ພາຍໃຕ້ການນຳພາຂອງພັກ ກອມມູນິດອິນດູຈີນ ແລະ ຄະນະ ພັກແຄວ້ນລາວ ນຳພາໂດຍກົງ; ປະຊາຊົນລາວບັນດາເຜົ່າ ໄດ້ດຳ ເນີນການຕໍ່ສູ້ຕ້ານລັດທິລ່າເມືອງ ຂຶ້ນຢ່າງອົງອາດກ້າຫານຈົນເຖິງ ປີ 1945, ກອງທັບແດງໂຊວຽດ ໄດ້ຕີເອົາຊະນະຟາດຊິດ ແລະ ລັດທິ ຂຸນເສິກ. ຢູ່ອິນດູຈີນ, ໂດຍໄດ້ຮັບຜົນ ສະທ້ອນຈາກການປະຕິວັດເດືອນ ສິງຫາ ຢູ່ຫວຽດນາມ ສຳເລັດຜົນ ແລະ ໄດ້ປະກາດເອກະລາດໃນ ວັນທີ 2 ກັນຍາ 1945 ໄດ້ເປັນ ກາລະໂອກາດພັນປີມີເທື່ອໜຶ່ງ. ປະ ຊາຊົນລາວໄດ້ຈັບເອົາໂອກາດທີ່ ຫາຍາກນີ້ ລຸກຮືຂຶ້ນຢຶດອຳນາດ ແລະ ປະກາດເອກະລາດໃນວັນທີ 12 ຕຸລາ 1945, ເຮັດໃຫ້ລາວເຮົາ ຂປລ. ໃນປີ 1996 ອົງການເວີດ ເອດຢູເຄຊັນ ໄດ້ສ້າງຕັ້ງກອງທຶນ ຊ່ວຍເຫລືອການປິ່ນປົວ ແລະ ອຸດ ໜູນຜູ້ຖືກເຄາະຮ້າຍຈາກລະເບີດ ບໍ່ທັນແຕກທີ່ຕົກຄ້າງ (WVMF) ເພື່ອໃຫ້ການຊ່ວຍເຫລືອຜູ້ຖືກ ເຄາະຮ້າຍຈາກອຸບັດເຫດລະເບີດ ບໍ່ທັນແຕກຢູ່ ສປປ ລາວ. ກ່ອນ ປີ 2015 ກອງທຶນດັ່ງກ່າວ ແມ່ນ ອົງ ປະກອບໜຶ່ງທີ່ລວມຢູ່ໃນບັນດາ ໂຄງການຊ່ວຍເຫລືອຜູ້ຖືກເຄາະ ຮ້າຍຈາກລະເບີດບໍ່ທັນແຕກ ຊຶ່ງ ທາງອົງການເວີດເອດຢູເຄຊັນ ໄດ້ ຈັດຕັ້ງປະຕິບັດໂດຍການຮ່ວມມື ກັບສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຊຶ່ງລວມ ມີໂຄງການຊ່ວຍເຫລືອກຸ້ມຕົນ ເອງທາງດ້ານເສດຖະກິດສໍາລັບ ຜູ້ລອດຊີວິດຈາກລະເບີດບໍ່ທັນ ແຕກ, ໂຄງການສ້າງຄວາມເຂັ້ມ ແຂງໃນການຕອບສະໜອງການ ຊ່ວຍເຫລືອເບື້ອງຕົ້ນ ແລະ ການ ປິ່ນປົວບາດແຜ. ນັບແຕ່ປີ 2015 ເປັນຕົ້ນມາ ກອງທຶນນີ້ໄດ້ຮັບການບໍລິຫານຈັດ ການຮ່ວມກັບຫ້ອງການຄະນະ ກຳມະການຄຸ້ມຄອງແຫ່ງຊາດ ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ໂດຍໄດ້ຮັບການສະໜັບ ສະໜູນທາງດ້ານການເງິນຈາກ ຫ້ອງການຫລຸດຜ່ອນອາວຸດຄັງ zq oltmh vo0v'dkoxt8y ;a f gfn vo85 ]k mu j ,u 8dkoxt8y ;a f]k; + ກາຍເປັນປະເທດເອກະລາດອະ ທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນ. ແຕ່ວ່າເອກະລາດຂອງ ລາວໄດ້ບໍ່ພໍເທົ່າໃດເດືອນ, ລັດທິລ່າ ເມືອງຂຶ້ນແບບເກົ່າຊ້ຳພັດໄດ້ກັບຄືນ ມາຮຸກຮານ 3 ຊາດອິນດູຈີນອີກ ເທື່ອທີ່ສອງ; ປະຊາຊົນລາວ ພ້ອມ ກັບປະຊາຊົນຫວຽດນາມ ແລະ ກຳປູເຈຍ ໄດ້ພ້ອມກັນສືບຕໍ່ຕໍ່ສູ້ຍືດ ເຍື້ອຍາວນານ. ຈົນເຖິງໄຊຊະນະ ບັ້ນຮົບດຽນບຽນຟູຂອງກອງທັບ ແລະ ປະຊາຊົນຫວຽດນາມ, ນຳໄປ ສູ່ການເຊັນສັນຍາເຊີແນວປີ 1954 ກ່ຽວກັບອິນດູຈີນ. ວັນທີ 22 ມີນາ 1955, ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພໍແຕ່ໄດ້ ຮັບການສ້າງຕັ້ງຂຶ້ນ, ພັກເຮົາໄດ້ ຜະເຊີນໜ້າກັບການຮຸກຮານຂອງ ລັດທິລ່າເມືອງແບບໃໝ່ ຊຶ່ງເປັນ ຈັກກະພັດທີ່ເຂັ້ມແຂງ, ຮັ່ງມີທີ່ສຸດ ຂອງຍຸກສະໄໝໃໝ່. ພັກເຮົາໄດ້ ກຳແໜ້ນ ແລະ ໝູນໃຊ້ທິດສະດີ ມາກ-ເລນິນ ເຂົ້າສູ່ສະພາບຕົວຈິງ ຂອງການປະຕິວັດລາວຢ່າງປະດິດ ສ້າງ, ສົມທົບລັດທິຮັກຊາດ, ຈິດໃຈ ເອກະລາດເປັນເຈົ້າຕົນເອງບວກກັບ ການສະໜັບສະໜູນຊ່ວຍເຫລືອຂອງ ບັນດາປະເທດສັງຄົມນິຍົມອ້າຍ ນ້ອງເປັນຕົ້ນແມ່ນຄວາມສາມັກຄີ ສູ້ຮົບລະຫວ່າງ ລາວ-ຫວຽດນາມ ແລະ ກຳປູເຈຍ, ການຊ່ວຍເຫລືອ ອັນໃຫຍ່ຫລວງຂອງສະຫະພາບ ໂຊວຽດ, ຈີນ ແລະ ປະເທດສັງຄົມ ນິຍົມອື່ນໆ. ພາລະກິດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນ ເພື່ອ ປົດປ່ອຍຊາດຂອງປະຊາຊົນລາວ ໄດ້ດຳເນີນຢ່າງພິລະອາດຫານ, ທັງ ຕໍ່ສູ້ດ້ວຍກຳລັງອາວຸດ, ທັງຕໍ່ສູ້ດ້ວຍ ການເມືອງ, ດ້ານກົດໝາຍ ແລະ ການຕ່າງປະເທດ ໄດ້ຮັບໄຊຊະນະ ຢ່າງຕໍ່ເນື່ອງ, ສຸດທ້າຍ ໂດຍຈັບ ເອົາກາລະໂອກາດທີ່ຫວຽດນາມ ແລະ ກຳປູເຈຍ ປົດປ່ອຍປະເທດ ຢ່າງສົມບູນ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳໃຊ້ຍຸດທະສາດ 3 ບາດ ຄ້ອນຍາດເອົາໄຊຊະນະຢ່າງສົມບູນ ແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນກ້າວເຖິງ ການລົບລ້າງລະບອບເກົ່າ, ສ້າງຕັ້ງ ລະບອບປະຊາທິປະໄຕປະຊາຊົນ ຂຶ້ນໃນວັນທີ 2 ທັນວາ 1975, ສຳ ເລັດພາລະກິດການປະຕິວັດຊາດ ປະຊາທິປະໄຕ. ທຸກໄຊຊະນະ ຂອງ ການປະຕິວັດປົດປ່ອຍຊາດຂອງ ປະເທດເຮົາລ້ວນແຕ່ຕິດພັນກັບການ ຊ່ວຍເຫລືອອັນໃຫຍ່ຫລວງຂອງ ຫວຽດນາມ, ຈີນ, ໂຊວຽດ ແລະ ບັນດາປະເທດສັງຄົມນິຍົມອື່ນໆ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ, ໃນ ພາລະກິດແຫ່ງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ສະຫະພາບໂຊວຽດ ໄດ້ຕັ້ງໜ້າໃຫ້ ການສະໜັບສະໜູນຊ່ວຍເຫລືອ ປະເທດເຮົາຢ່າງໃຫຍ່ຫລວງ ແລະ ຮອບດ້ານທັງດ້ານການເມືອງ, ເສດຖະກິດ, ການສຶກສາ, ສາທາ ລະນະສຸກ, ວັດທະນະທຳ, ວິທະຍາ ສາດເຕັກໂນໂລຊີ, ການປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການກໍ່ສ້າງ ພະນັກງານ. ການຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ຂອງສະຫະ ພາບໂຊວຽດ ມີຫລາຍກິດຈະການ ທີ່ເປັນພື້ນຖານໃຫ້ແກ່ລາວເປັນຕົ້ນ ແມ່ນເສັ້ນທາງໝາຍເລກ 9, ຂົວ ປາກກະດິງ, ໂຮງຮຽນພັກ-ລັດ ຊັ້ນສູງ (ທ່າງ່ອນ), ໂຮງໝໍມິດຕະ ພາບ 150 ຕຽງ, ໂຮງກາຍຍະສິນ ສູນກາງ, ສະຖານີດາວທຽມຫລັກ 52 ແລະ ອື່ນໆ. ແຕ່ລະປີນັກສຶກສາ ລາວ ໄດ້ໄປຮໍ່າຮຽນຢູ່ສະຫະພາບ ໂຊວຽດ ເປັນຮ້ອຍໆໃນທຸກລະດັບ ແລະ ທຸກຂະແໜງການທັງເສດ ຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ກົດໝາຍ, ການຕ່າງປະ ເທດ ແລະ ດ້ານທິດສະດີ ຊຶ່ງມີທັງ ລະດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ບຳລຸງໄລຍະ ສັ້ນອື່ນໆ, ອັນໄດ້ຊ່ວຍໃຫ້ປະເທດ ເຮົາສາມາດຮຳບາດແຜສົງຄາມ, ຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນ ແລະ ຮັບປະກັນສະຖຽນລະ ພາບຂອງປະເທດຊາດ. ຂປລ. ຈາກເສັ້ນທາງຊີວິດທີ່ ເຄີຍພົບຄວາມຫຍຸ້ງຍາກເຮັດການ ຜະລິດແບບປະຖົມປະຖານບໍ່ກຸ້ມ ຢູ່ກຸ້ມກິນ ກ້າວສູ່ວິຖີນັກທຸລະກິດ ກະສິກຳຕົວຈິງມັນບໍ່ແມ່ນເລື່ອງ ທຳມະດາເພາະຕ້ອງໃຊ້ທັງຄວາມ ອົດທົນ ແລະ ຄວາມດຸໝັ່ນຂະຫຍັນ ພຽນ. ຈາກເສັ້ນທາງແຫ່ງຄວາມ ສູ້ຊົນຕະຫລອດໄລຍະເວລາ 26 ປີ lh k'glA omk'-u ;y ffh ;p7;k,f5 \a j o lk,kfd;kf]kpIa [ 350 ]h kodu [8xu + ລຸງ ສົມຈິດ ລາວລີ ໄດ້ພິສູດໃຫ້ເຫັນ ແລ້ວວ່າຄວາມດຸໝັ່ນ ແລະ ຄວາມ ອົດທົນສາມາດສ້າງຊີວິດໃໝ່ ທີ່ ສະດວກສະບາຍໄດ້ຢ່າງແທ້ຈິງ. ຖ້າ ເວົ້າເຖິງເລື່ອງການສ້າງເສດຖະກິດ ຄອບຄົວຕ້ອງຍົກໃຫ້ຄອບຄົວຂອງ ລຸງ ສົມຈິດ ລາວລີ ອາຍຸ 70 ປີ, ຊົນເຜົ່າຫໍ້ ບ້ານນາທົງ ເມືອງນາ ໝໍ້ ແຂວງອຸດົມໄຊ ທີ່ປີນີ້ສາມາດ ປະກາດຄວາມສຳເລັດດ້ວຍຕົວເລກ ລາຍຮັບທີ່ໜ້າພາກພູມໃຈຫລັງຫັກ ຄ່າໃຊ້ຈ່າຍແລ້ວຍັງເຫລືອກຳໄລບໍ່ ຕໍ່າກວ່າ 350 ລ້ານກີບ. ໃນປີ 2026 ນີ້, ລຸງ ສົມຈິດ ໄດ້ ລົງທຶນລ້ຽງປາ 4 ໜອງ ໂດຍເລືອກ ຊື້ພັນປາຄຸນນະພາບຈາກແຂວງ ຫລວງນໍ້າທາ ເຊັ່ນ: ປານິນ, ປາດຸກ ແລະ ປາໄນ. ມາຮອດປັດຈຸບັນຜົນ ຜະລິດໃນໜອງເຕັມໄປດ້ວຍປາ ຂະໜາດໃຫຍ່ລວມແລ້ວ 10 ກວ່າ ໂຕນ. ສໍາລັບການຈຳໜ່າຍກໍໄດ້ ຂາຍດີ ໂດຍມີທັງລູກຄ້າໄປຊື້ຮອດ ໜອງ ແລະ ນໍາໄປຂາຍທີ່ຕະຫລາດ ເມືອງນາໝໍ້ ໃນລາຄາເປັນກັນເອງ 45.000 ຫາ 50.000 ກີບຕໍ່ກິໂລ. ລຸງ ສົມຈິດ ໃຫ້ຮູ້ວ່າ: ຄາດຄະເນລາຍ ຮັບໝົດປີ 2026 ນີ້ ແມ່ນຈະມີລາຍ ຮັບຈາກການຂາຍປາປະມານ 500 ລ້ານກີບ; ລາຍຮັບຈາກການປາດ ຢາງພາລາ ປະມານ 150 ລ້ານກີບ ຕໍ່ປີ ຊຶ່ງລວມລາຍຮັບທັງໝົດປະ ມານ 650 ລ້ານກີບ, ຂະນະທີ່ເມື່ອ ຫັກຕົ້ນທຶນຄ່າຫົວອາຫານ ແລະ ຄ່າ ໃຊ້ຈ່າຍຕ່າງໆອອກແລ້ວຍັງເຫລືອ ເງິນແຮ່ບໍ່ຕໍ່າກວ່າ 350 ລ້ານກີບ. ກ່ອນຈະມີຜົນສໍາເລັດໃນມື້ນີ້, ລຸງ ສົມຈິດ ໄດ້ເລົ່າເຖິງຄວາມຫລັງ ດ້ວຍຄວາມພາກພູມໃຈວ່າ: ແຕ່ ກ່ອນຊີວິດຄອບຄົວພົບຄວາມຫຍຸ້ງ ຍາກແທ້ໆເຮັດການຜະລິດແບບດັ່ງ ເດີມປູກຝັງລ້ຽງສັດແບບປະຖົມປະ ຖານແມ່ນແຕ່ອາຫານການກິນຍັງ ບໍ່ກຸ້ມຄອບຄົວ. ແຕ່ພໍຫັນມາເອົາດີ ດ້ານການລ້ຽງປາ ແລະ ປູກຢາງພາ ລາຂາຍເປັນສິນຄ້າຊີວິດກໍຄ່ອຍໆ ດີຂຶ້ນຕາມລຳດັບ. ສຳລັບອາຊີບ ລ້ຽງປານີ້, ລຸງ ສົມຈິດ ໄດ້ເຮັດມາ ຢ່າງຕໍ່ເນື່ອງເປັນເວລາຍາວນານ ເຖິງ 26 ປີເຕັມ ຊຶ່ງຜົນງານຈາກ ເຫື່ອແຮງນີ້ ສາມາດສົ່ງລູກຮຽນຈົບ ມະຫາວິທະຍາໄລເຖິງ 2 ຄົນ ແລະ ມີວຽກເຮັດງານທໍາໝົດແລ້ວ, ພ້ອມ ທັງມີຊັບສິນມີຄ່າລວມທັງພາຫະນະ ໃຫຍ່-ນ້ອຍຮັບໃຊ້ຄອບຄົວ, ມີເຮືອນ ຊານບ້ານຊ່ອງແບບຖາວອນ 1 ຫລັງ ແລະ ມີເງິນເກັບໄວ້ໃຊ້ຍາມ ຈຳເປັນອີກດ້ວຍ. ໃນໂອກາດອັນດີນີ້, ເຈົ້າຂອງກິດ ຈະການຕົວຈິງດັ່ງ ລຸງ ສົມຈິດ ຍັງ ໄດ້ຝາກຄວາມຫວັງເຖິງຂະແໜງ ການທີ່ກ່ຽວຂ້ອງຂອງເມືອງນາໝໍ້ ຊ່ວຍສະໜັບສະໜູນຊອກຫາຊ່ອງ ທາງ ຫລື ຕະຫລາດຈຳໜ່າຍຜົນ ຜະລິດປາໃຫ້ກວ້າງຂວາງກວ່າເກົ່າ ພ້ອມທັງຖືກຕ້ອງຕາມການຈັດແບ່ງ ທີ່ກຳນົດ ເພື່ອໃຫ້ກະສິກອນສາມາດ ສ້າງລາຍຮັບເພີ່ມຂຶ້ນ ແລະ ຍົກລະ ດັບຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າ ເກົ່າ. ນີ້ຖືວ່າເປັນອີກໜຶ່ງບົດຮຽນ ແລະ ແຮງບັນດານໃຈທີ່ ລຸງ ສົມຈິດ ໄດ້ພິສູດໃຫ້ກັບຄົນຮຸ່ນປັດຈຸບັນເຫັນ ວ່າຄວາມອົດທົນ ແລະ ຂະຫຍັນ ໝັ່ນພຽນບໍ່ເຄີຍທຳລາຍໃຜ ມີແຕ່ ຈະສ້າງຄວາມຮັ່ງມີ ແລະ ຄວາມ ໝັ້ນຄົງໃຫ້ກັບຄອບຄົວຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==