10/11/2026 gsfdko c]t dkora fmtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp g]0k7tot[= ]y sko'kol6 odk'-k;|5j , xx] 1h P,1k, .sh de]a '.9 okp c]t rq omtsko dv'ra o.spj 302 ປະກາດ... ຕໍ່າໜ້າ lts]v';a o-kfg1p]t,a o 7q [Iv[ 36 xu ເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ຄໍາຄ່ອງ ອິນທິລາດ ທີ່ ປຶກສາທູດປ້ອງກັນຊາດ ເປັນກຳ ມະການຄະນະພັກຮາກຖານ. ໃນໂອກາດດັ່ງກ່າວ, ສະຫາຍ ໄມທອງ ທໍາມະວົງສາ ໄດ້ໃຫ້ກຽດ ໂອ້ລົມ ໂດຍໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນແລະຄວາມຮຽກຮ້ອງ ຕ້ອງການຂອງ ວຽກງານພັກ-ພະ ນັກງານຢູ່ ສປ ຈີນ ທີ່ເປັນປະເທດ ເພື່ອນມິດຍຸດທະສາດທີ່ສຳຄັນ, ມີ ບັນດາໜ່ວຍພັກ, ສະມາຊິກພັກ, ພະ ນັກງານ-ນັກການທູດ ແລະ ນັກສຶກ ສາຈໍານວນຫລາຍ; ຄະນະພັກຮາກ ຖານສະຖານທູດຈະກາຍເປັນເສນາ ທິການໃຫ້ແກ່ຄະນະກະຊວງລົງເລິກ ນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດກັບ ບັນດາໜ່ວຍພັກ,ຮາກຖານພັກແລະ ສະມາຊິກພັກ. ພ້ອມນັັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາທີ່ສຳຄັນເພື່ອໃຫ້ ຄະນະພັກຮາກຖານ ແລະ ບັນດາ ໜ່ວຍພັກນໍາໄປຈັດຕັ້ງປະຕິບັດ. ຫລັງຈາກນັ້ນ,ສະຫາຍສົມພອນ ສີຈະເລີນ ເລຂາຄະນະພັກຮາກ ຖານ ໄດ້ຕາງໜ້າຄະນະພັກຮາກ ຖານຂຶ້ນຮັບຄຳໂອວາດ ໂດຍໃຫ້ຄຳ ໝັ້ນສັນຍາວ່າ ຈະນຳເອົາທິດຊີ້ນຳ ຂອງຄະນະພັກຂັ້ນເທິງໄປຈັດຕັ້ງ ຜັນຂະຫຍາຍໃຫ້ເກີດດອກອອກ ຜົນ; ກໍ່ສ້າງຄະນະພັກຮາກຖານ, ໜ່ວຍພັກ, ຈຸພັກ ຢູ່ບັນດາສຳນັກ ງານການທູດ ແລະ ຖັນແຖວນັກສຶກ ສາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພາຍຫລັງສຳເລັດພິທີ ສະຫາຍ ໄມທອງ ທຳມະວົງສາ ຍັງໄດ້ສືບ ຕໍ່ ເປັນປະທານກອງປະຊຸມແລກປ່ຽນ ລະຫວ່າງ ສໍານັກງານການທູດ ແຫ່ງສປປລາວປະຈຳສປຈີນແລະ ບັນດາກົມພາຍໃນກະຊວງການຕ່າງ ປະເທດປະຈຳ ປີ 2026 ຕື່ມອີກ. lnj ,;o-q o]k; c]dxj Po[q fIPoda [|a 'ln ry ,{;y mtp5 c]t 3m]trk[Ij k3oh p ຂປລ. ສໍາມະນາກອນເຂົ້າຮ່ວມ ຝຶກອົບຮົມວຽກງານພະນັກງານນຳ ພາ-ຄຸ້ມຄອງວຽກງານສື່ມວນຊົນລາວ ຢູ່ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາອົບຮົມ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນບົດ ຮຽນດ້ານວຽກງານສື່ມວນຊົນ ກັບ ໜັງສືພິມ, ວິທະຍຸ ແລະ ໂທລະພາບຮ່າ ໂນ້ຍ ໃນວັນທີ 4 ພະຈິກ 2026 ເພື່ອ ຮຽນຮູ້ປະສົບການດ້ານການບໍລິຫານ, ການຜະລິດຂ່າວ ແລະ ການຄຸ້ມຄອງສື່ ມວນຊົນໃນຍຸກດີຈິຕອນ. ໃນໂອກາດນີ້, ທ່ານ ຫງວຽນ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມຄະນະລົງຢ້ຽມຢາມໃຫ້ກຳລັງ ໃຈນາຍແລະພົນທະຫານຢູ່ກອງພັນ ໃຫຍ່ 302 ເມືອງຜາອຸດົມ ແຂວງ ບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອເປັນການເສີມສ້າງຄວາມສາ ມັກຄີ, ຄວາມຜູກພັນ ແລະ ກຳ ລັງໃຈ ເພື່ອໃຫ້ກຳລັງທະຫານສືບ ຕໍ່ປະຕິບັດໜ້າທີ່ດ້ວຍຄວາມຮັບ ຜິດຊອບ ໂດຍມີທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ຜູ້ ຊີ້ນຳອົງການຈັດຕັ້ງມະຫາຊົນ ກະ ຊວງປ້ອງກັນປະເທດ, ທ່ານ ພົນ ຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບ ທີ 3 ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານພາຍໃນກົມ ກອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຫ່ວງໃຍ ແລະ ຂອບໃຈຕໍ່ນ້ຳໃຈ, ຄວາມທຸ່ມ ເທ ແລະ ການເສຍສະລະຂອງບັນ ດານາຍ ແລະ ພົນທະຫານ ທີ່ໄດ້ຕັ້ງ ໜ້າປະຕິບັດໜ້າທີ່ປົກປັກຮັກສາ ຄວາມສະຫງົບ, ສ້າງຄວາມອຸ່ນ ອຽນໃຈໃຫ້ແກ່ປະຊາຊົນ ພ້ອມທັງ ເນັ້ນວ່າ ເບື້ອງຫລັງຄວາມສະຫງົບ ສຸກຂອງບ້ານເມືອງ ແມ່ນມີຄວາມ ຕັ້ງໃຈ, ເຫື່ອແຮງ ແລະ ການເສຍ ສະລະຂອງກຳລັງທະຫານ ທີ່ຕ້ອງ ປະຈຳການ, ເຝົ້າລະວັງ ແລະ ກຽມ ພ້ອມປະຕິບັດໜ້າທີ່ຢູ່ສະເໝີ. ພ້ອມ ນີ້, ທ່ານຍັງໄດ້ຝາກຄວາມຫວັງໃຫ້ ບັນດານາຍ ແລະ ພົນທະຫານ ສືບຕໍ່ ຮັກແພງ, ຊ່ວຍເຫລືອ ແລະ ເບິ່ງ ແຍງກັນຄືອ້າຍນ້ອງ, ສ້າງຄວາມ ສາມັກຄີພາຍໃນກອງ, ຮັກສາລະ ບຽບວິໄນ ແລະ ເອົາໃຈໃສ່ດູແລຊີ ວິດການເປັນຢູ່ຂອງກຳລັງພົນພາຍ ໃນກົມກອງ. ນອກນັ້ນ, ຍັງເນັ້ນໃຫ້ ສືບຕໍ່ຝຶກຝົນຕົນເອງ, ຮັກສາສຸຂະ ພາບ, ເຄົາລົບລະບຽບວິໄນແລະ ໃກ້ ຊິດຕິດແທດກັບປະຊາຊົນ, ເປັນທີ່ ເພິ່ງ ແລະ ພ້ອມຊ່ວຍເຫລືອປະຊາ ຊົນເມື່ອປະສົບຄວາມຫຍຸ້ງຍາກ. ໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ ໄດ້ມອບອຸປະກອນໄອທີ ແລະ ເຄື່ອງອຸປະໂພກ-ບໍໄລິໂພກມູນ ຄ່າ 200 ລ້ານກີບ; ທ່ານ ອາຄົມ ເດດ ວົງໄຊ ໄດ້ມອບເຄື່ອງສຽງ ມູນຄ່າ 200 ລ້ານກີບ ໃຫ້ແກ່ກຳລັງ ທະຫານ ເພື່ອປະກອບສ່ວນສະໜັບ ສະໜູນການປະຕິບັດວຽກງານ ແລະ ການດຳເນີນກິດຈະກຳຕ່າງໆ ພາຍໃນກອງພັນໃຫຍ່ 302. lq omtok]k;{9u o dkolh k'76j Ij ;,-k8kde.om5 dltrk[0v'p5 dltw\ ຂປລ. ສະຖາບັນວິທະຍາສາດ ເສດ ຖະກິດ ແລະ ສັງຄົມແຫ່ງຊາດລາວ ຮ່ວມກັບສະຖານທູດຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກາງ ຈີນ (C.G) ຈັດສົນທະນາລາວ-ຈີນ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາ ກຳ ໃນທຸກສະພາບການຂອງຍຸກສະ ໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດ ໃຫ້ຈະເລີນ” ໃນວັນທີ 6 ພະຈິກ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະ ທານ ສະຖາບັນວິທະຍາສາດເສດຖະ ກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານນາງ ຟາງ ຫົງ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວ, ມີຜູ້ຕາງໜ້າວິທະ ຍຸ-ໂທລະພາບສູນກາງຈີນ, ກົມ, ສະຖາ ບັນຄົ້ນຄວ້າ, ວິທະຍາກອນ, ສຳມະ ນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ແກ້ວວິວອນ ອຸດທະຈັກ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດອັນຍິ່ງໃຫຍ່ ຂອງກອງປະ ຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິ ຫານງານສູນກາງພັກກອມມູນິດຈີນ ສະໄໝທີ XX, ພ້ອມທັງຕີລາຄາສູງ ຕໍ່ບັນດາຜົນງານທີ່ມີຄວາມໝາຍປະ ຫວັດສາດພາຍໃຕ້ການນຳພາຂອງ ສະຫາຍ ສີຈິ້ນຜິງ ໃນການຄຸ້ມຄອງ ພັກຢ່າງເຂັ້ມງວດ ແລະ ການປະຕິວັດ ຕົນເອງຢ່າງຕໍ່ເນື່ອງ. ປັດຈຸບັນ, ສະ ພາບການໂລກ ແລະ ພາກພື້ນ ມີການ ປ່ຽນແປງຢ່າງຮຸນແຮງ ແລະ ສັບສົນ, ໃນສະພາບການດັ່ງກ່າວ, ການສ້າງ “ຄູ່ຮ່ວມຊາຕາກຳ” ລາວ-ຈີນ ໃຫ້ເລິກ ເຊິ່ງແລະແທດເໝາະກັບຄວາມຈິງທັງ ເປັນຄວາມຕ້ອງການທາງດ້ານການ ທູດແລະມີຄວາມຈຳເປັນທາງດ້ານຍຸດ ທະສາດ ເພື່ອຮັບປະກັນຜົນປະໂຫຍດ ຮ່ວມ ແລະ ສັນຕິພາບຍືນຍົງ ຂອງ 2 ປະເທດ. ນອກຈາກນີ້, ທ່ານນາງ ແກ້ວ ວິວອນ ອຸດທະຈັກ ຍັງຍົກໃຫ້ເຫັນ ກ່ຽວກັບຫົວຂໍ້ການສົນທະນາຄັ້ງນີ້ ໂດຍສະເພາະການຄຸ້ມຄອງພັກເພື່ອ ສ້າງຊາດໃຫ້ຈະເລີນໄດ້ສະທ້ອນໃຫ້ ພວກເຮົາເຫັນຢ່າງເລິກເຊິ່ງ ເຖິງບົດ ຮຽນອັນລໍ້າຄ່າ ທີ່ທັງສອງພັກ ໄດ້ສະ ສົມມາຈາກການຕໍ່ສູ້ແລະການສ້າງສາ ປະເທດຊາດ. ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຈີນ ລ້ວນແຕ່ ເລີ່ມຕົ້ນຈາກການເປັນພັກນ້ອຍໆ ທີ່ຕໍ່ສູ້ ເພື່ອປົດປ່ອຍຊາດ, ຈົນກາຍເປັນພັກທີ່ ນຳພາການສ້າງສາ ແລະ ພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງ. ບົດ ຮຽນທີ່ສໍາຄັນລໍ້າຄ່າທີ່ສຸດ ກໍຄື: ການ ຄຸ້ມຄອງພັກທີ່ເຂັ້ມແຂງ ແລະ ໂປ່ງໃສ ແມ່ນປັດໄຈຕັດສິນຕໍ່ຄວາມສຳເລັດ ຂອງການສ້າງຊາດໃຫ້ຈະເລີນ. ດັ່ງ ສະຫາຍ ສີຈິ້ນຜິງ ເນັ້ນໜັກວ່າ: “ການ ຄຸ້ມຄອງ ແລະ ກໍ່ສ້າງພັກ ຍິ່ງມີປະສິດ ທິຜົນເທົ່າໃດ ການຄໍ້າປະກັນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ກໍ ຍິ່ງມີຄວາມເຂັ້ມແຂງເທົ່ານັ້ນ” ຖືເປັນ ບົດຮຽນທີ່ມີຄຸນຄ່າຢ່າງຍິ່ງ ສຳລັບ ການກໍ່ສ້າງພັກ ແລະ ສ້າງສາພັດທະ ນາປະເທດຊາດ. ທ່ານນາງ ຟາງ ຫົງ ກໍໄດ້ກ່າວວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະ ນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີXXຈັດຂຶ້ນທີ່ນະຄອນຫລວງ ປັກກິ່ງ. ກອງປະຊຸມດັ່ງກ່າວ, ໄດ້ຄົ້ນ ຄວ້າແລະຮັບຮອງເອົາ“ມະຕິຂອງສູນ ກາງພັກກອມມູນິດຈີນ ກ່ຽວກັບບັນຫາ ສໍາຄັນຈໍານວນໜຶ່ງ ໃນການຊຸກຍູ້ການ ຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ ຢ່າງສະເໝີຕົ້ນສະເໝີປາຍ” ຊຶ່ງໄດ້ ວາງທິດທາງຢ່າງເປັນລະບົບ ເພື່ອ ເພີ່ມທະວີການກໍ່ສ້າງພັກ ແລະ ລົງເລິກ ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານໃນສະພາບການໃໝ່. ພ້ອມນີ້, ທ່ານທູດ ຍັງໄດ້ນໍາສະເໜີເນື້ອໃນຕົ້ນຕໍ ຂອງກອງປະຊຸມຄົບຄະນະ ຄັັ້ງທີ 5 ສະໄໝທີ XX ຂອງພັກກອມມູນິດຈີນ ໃນ 4 ດ້ານຄື: ເປັນຫຍັງກອງປະຊຸມ ຄົບຄະນະຈຶ່ງຄົ້ນຄວ້າ ກ່ຽວກັບການ ຊຸກຍູູ້ການຄຸ້ມຄອງພັກຢ່າງເຂັັ້ມງວດ ຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ; “ມະຕິ”ທີີ່ກອງປະຊຸມຄົບຄະນະໄດ້ຮັບ ຮອງເອົານັັ້ນໄດ້ສ້າງຂຶ້ນຄືແນວໃດ; ຈະເຂົ້າໃຈ ແລະ ກໍາທິດທາງລວມຂອງ “ມະຕິ” ແນວໃດ; ທິດທາງສໍາຄັນໃນ ການເພີ່ມທະວີການກໍ່ສ້າງພັກຂອງ ຝ່າຍລາວແລະສະເໜີບັນດາແຜນການ ທີ່ສໍາຄັນຂອງ “ມະຕິ” ໃນການຊຸກຍູ້ ການຄຸ້ມຄອງພັກຢ່າງເຂັັ້ມງວດຮອບ ດ້ານຢ່າງສະເໝີຕົ້ນສະເໝີປາຍ. ຂ່າວ: ກິດຕາ ຂປລ. ເມື່ອບໍ່ດົນນີ້, ສະຖານທູດ ເຢຍລະມັນ ປະຈຳລາວ ຈັດຕັ້ງສະ ເຫລີມສະຫລອງວັນຊາດ ເຢຍລະ ມັນ ຄົບຮອບ 36 ປີ ພາຍໃຕ້ຄໍາ ຂວັນ: “ຮ່ວມກັນເພື່ອສັນຕິພາບ ແລະ ກົດໝາຍສາກົນ” ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີບັນດາທູຕານຸທູດ, ຜູ້ຕາງ ໜ້າອົງການຈັດຕັ້ງສາກົນປະຈຳ ລາວ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະ ນາ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຮັນສ ອູນຣິກ ຊຸດແບÐ ກ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມແຫ່ງ ເຢຍ ລະມັນ ປະຈຳລາວ ໄດ້ຍົກໃຫ້ເຫັນ 36 ປີ ຂອງການລວມຊາດເຢຍລະ ມັນ ຢ່າງສັນຕິ, ພ້ອມທັງເນັ້ນວ່າ ສປປ ລາວ ແລະ ເຢຍລະມັນ ມີມິດ ຕະພາບອັນຍາວນານ ໂດຍສືບຕໍ່ພັດ ທະນາຈາກຮາກຖານການຮ່ວມມື ທີ່ວາງໄວ້ມາແຕ່ກ່ອນປີ1990ກາຍ ເປັນການຮ່ວມມືຫລາຍຂົງເຂດໃນ ປັດຈຸບັນ. ຕະຫລອດຫລາຍທົດສະ ວັດຜ່ານມາ, ການຮ່ວມມືລະຫວ່າງ ສອງປະເທດໄດ້ສ້າງຜົນສຳເລັດ ຫລາຍດ້ານ ເພື່ອຜົນປະໂຫຍດຮ່ວມ ກັນ. ໃນນັ້ນ, ເຢຍລະມັນ ໄດ້ສະໜັບ ສະໜູນທຶນຊ່ວຍເຫລືອດ້ານການ ພັດທະນາແກ່ລາວ ລວມມູນຄ່າ ຫລາຍກວ່າ 600 ລ້ານເອີໂຣ ໂດຍ ທຶນດັ່ງກ່າວ ໄດ້ນຳໄປໃຊ້ເພື່ອສ້າງ ຜົນປະໂຫຍດໃຫ້ແກ່ປະຊາຊົນລາວ. ພ້ອມຢືນຢັນວ່າ ເຢຍລະມັນຈະສືບ ຕໍ່ເປັນຄູ່ຮ່ວມມື ແລະ ມິດທີ່ໜ້າເຊື່ອ ຖືຂອງລາວຕໍ່ໄປເຖິງວ່າສປປລາວ ຈະກ້າວພົ້ນຈາກສະຖານະປະເທດ ດ້ອຍພັດທະນາກໍຕາມ. ພ້ອມນີ້, ທ່ານທູດ ຍັງໄດ້ກ່າວ ເຖິງຂົງເຂດສຳຄັນຂອງການຮ່ວມ ມື ລາວ-ເຢຍລະມັນ ຊຶ່ງປະກອບມີ: ການອະນຸລັກປ່າໄມ້ແລະ ຊີວະນາໆ ພັນ, ການພັດທະນາຊົນນະບົດ ແລະ ເສີມສ້າງສິດທິໃນການຄອບຄອງ ທີ່ດິນ ເພື່ອສ້າງພື້ນຖານຄວາມໝັ້ນ ຄົງທດ້ານອາຫານ, ການປັບປຸງ ການສຶກສາ, ວິຊາຊີບໃຫ້ທັນສະ ໄໝ, ການພັດທະນາພາກເອກະຊົນ ຢ່າງຍືນຍົງ ຕະຫລອດຮອດການ ສົ່ງເສີມການສົນທະນາທາງການ ເມືອງ ແລະ ການມີສ່ວນຮ່ວມຂອງ ປະຊາຊົນໃນຂະບວນການພັດທະ ນາ. ນອກນັ້ນ, ຍັງມີການສະໜັບສະ ໜູນໂຄງການຮ່ວມມືຂ້າມຊາຍແດນ ພາຍໃຕ້ກອບອາຊຽນ ແລະ ສະໜັບ ສະໜູນຄະນະກຳມາທິການແມ່ນ້ຳ ຂອງ ຊຶ່ງເປັນກົນໄກສຳຄັນສຳລັບ ການຮ່ວມມືໃນລະດັບພາກພື້ນ. ທ່ານທູດ ກ່າວຕື່ມວ່າ: ການ ຮ່ວມມືດ້ານເສດຖະກິດລະຫວ່າງ ສອງປະເທດ ເປັນສ່ວນໜຶ່ງຂອງ ຍຸດທະສາດທີມເອີຣົບ ຊຶ່ງບັນດາປະ ເທດເອີຣົບທີ່ເຂົ້າຮ່ວມ ຈະປະສານ ງານການສະໜັບສະໜູນໃຫ້ສອດ ຄ່ອງກັນ, ຫລຸດຜ່ອນຄວາມຊ້ຳຊ້ອນ ແລະ ເພີ່ມປະສິດທິຜົນຂອງການ ຮ່ວມມື ໃຫ້ສອດຄ່ອງກັບແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດຂອງລາວ. ໃນຕອນທ້າຍ ທ່ານທູດໄດ້ສະ ແດງຄວາມຂອບໃຈຕໍ່ຄູ່ຮ່ວມມືລາວ ທຸກພາກສ່ວນທີ່ໄດ້ຮ່ວມມືແລະທຸ່ມ ເທກຳລັງແຮງໃນການຊຸກຍູ້ການພັດ ທະນາສາຍພົວພັນສອງປະເທດ, ພ້ອມສະແດງຄວາມຫວັງວ່າ ສປປ ລາວ ແລະ ເຢຍລະມັນ ຈະສືບຕໍ່ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອກຳ ນົດທິດທາງມິດຕະພາບລະຫວ່າງ ສອງປະເທດໃນຕໍ່ໜ້າ ໃຫ້ເກີດຜົນປະ ໂຫຍດຮ່ວມກັນ. ຂ່າວ-ພາບ: ທະນູທອງ ມິງ ດຶກ ຮອງຜູ້ອຳນວຍການໃຫຍ່ໜັງ ສືພິມ, ວິທະຍຸ ແລະ ໂທລະພາບຮ່າໂນ້ຍ ໄດ້ກ່າວຕ້ອນຮັບ ແລະ ລາຍງານໃຫ້ ຮູ້ວ່າ: ເພື່ອຫັນປ່ຽນ ອົງກອນສື່ມວນ ຊົນ ແລະ ການສື່ສານມວນຊົນ ທີ່ທັນ ສະໄໝ ແລະ ກະທັດຮັດ, ນະຄອນຮ່າ ໂນ້ຍ ໄດ້ໂຮມເອົາ 6 ອົງກອນສື່ມວນ ຊົນເຂົ້າກັນ ແລະ ມີບົດບາດເປັນອົງ ການສື່ມວນຊົນຫລັກຂອງນະຄອນ ຮ່າໂນ້ຍ. ປັດຈຸບັນ, ອົງການດັ່ງກ່າວ ດຳເນີນການຜະລິດຂ່າວສານຜ່ານ ຫລາຍຮູບແບບ ປະກອບມີ: ໜັງສືພິມ ເຈ້ຍ, ໜັງສືພິມອອນລາຍ, ວິທະຍຸ, ໂທລະພາບ ແລະ ແພລດຟອມດີຈິ ຕອນ, ການນຳໃຊ້ປັນຍາປະດິດ (AI) ໃນວຽກງານຂ່າວ ລວມທັງການພັດ ທະນາບຸກຄະລາກອນສື່ມວນຊົນໃຫ້ ທັນກັບຍຸກສະໄໝ. ການພົບປະແລກປ່ຽນບົດຮຽນຄັ້ງ ນີ້, ມີຄວາມໝາຍສໍາຄັນຍິ່ງໃນການ ເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ສຳມະນາກອນ ກ່ຽວກັບວຽກ ງານຄຸ້ມຄອງສື່ມວນຊົນ, ທັງເປັນການ ສົ່ງເສີມການແລກປ່ຽນປະສົບການ ແລະ ການຮ່ວມມືດ້ານສື່ມວນຊົນ ລະ ຫວ່າງ ສປປ ລາວ ແລະ ສສ ຫວຽດ ນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ນອກຈາກນັ້ນ, ສໍາມະນາກອນ ຍັງໄດ້ຢ້ຽມຊົມສະຖານທີ່ເຮັດວຽກ, ຫ້ອງຂ່າວ ແລະ ລະບົບເຕັກນິກທີ່ໃຊ້ ໃນການຜະລິດ ແລະ ອອກອາກາດ ລາຍການຂ່າວ ເພື່ອສຶກສາຮູບແບບ ການຈັດຕັ້ງວຽກງານ ແລະ ນຳເອົາ ບົດຮຽນທີ່ໄດ້ຮັບໄປໝູນໃຊ້ໃຫ້ເໝາະ ສົມກັບສະພາບຕົວຈິງຂອງວຽກງານ ຄຸ້ມຄອງສື່ມວນຊົນ. ຂ່າວ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==