7404

@ 0j k; c]t gsfdko 10/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຈັດກິດຈະກຳ... ສານອວຍພອນ... ຂປລ. ໃນວັນທີ 9 ພະຈິກ 2026 ນີ້, ຄະນະຜູ້ແທນຫ້ອງວ່າການສູນ ກາງພັກ ນຳໂດຍ ສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງ ສູນກາງພັກ, ຄະເລຂາທິການສູນ ກາງພັກ, ເລຂາຄະນະພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ ໄດ້ເຂົ້າ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ ປະທານ ໄກສອນ ພົມວິຫານ ຢູ່ ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນໃນໂອກາດ ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII. ການວາງກະຕ່າດອກໄມ້ໃນຄັ້ງ ນີ້, ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງ ພັກ-ລັດແລະ ປວງຊົນລາວທັງຊາດ, ຜູ້ຈັດຕັ້ງນໍາ ພາພາລະກິດ ປະຕິວັດອັນຍິ່ງໃຫຍ່ ຂອງປະເທດເຮົາ ຈາກໄຊຊະນະ ນີ້ສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກວ່າ ເກົ່າ, ສ້າງປະຖົມປັດໄຈກ້າວຂຶ້ນ ສັງຄົມນິຍົມຢ່າງໜັກແໜ້ນ. ທັງ ເປັນການສະແດງຄວາມເຄົາລົບ ຮັກ, ຄວາມຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງຮຽງນາມ, ຄຸນງາມ ຄວາມດີ, ແບບຢ່າງອັນປະເສີດເລີດ ລ້ຳຂອງປະທານ ໄກສອນ ພົມວິ ຫານ ໄວ້ໃນດວງໃຈຕະຫລອດກາ ລະນານ. ກອງປະຊຸມໃຫຍ່ ຜູ້ແທນຂອງ ອົງຄະນະພັກຫ້ອງວ່າການສູນກາງ ພັກ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 10 ພະຈິກ 2026 ຢູ່ນະຄອນຫລວງ ວຽງຈັນ. ຂ່າວ-ພາບ: ທະນູທອງ ທ່ານ ສະເຫລີມໄຊ ກົມມະສິດ ນາ ຍົກລັດຖະມົນຕີ, ທ່ານ ລິນຄຳ ດວງ ສະຫວັນ ລັດຖະມົນຕີ ກະຊວງກະ ສິກຳ ແລະ ສິ່ງແວດລ້ອມ, ມີລັດ ຖະມົນຕີ, ທູຕານຸທູດ, ຕາງໜ້າອົງ ການສະຫະປະຊາຊາດປະຈຳລາວ ແລະ ບັນດາຄູ່ຮ່ວມພັດທະນາ ແລະ ມວນຊົນເຂົ້າຮ່ວມ. ທ່ານ ລິນຄຳ ດວງສະຫວັນ ໄດ້ ກ່າວວ່າ: ການມາຮວມກັນຂອງ ພວກເຮົາໃນມື້ນີ້ ເປັນການສະແດງ ໃຫ້ເຫັນເຖິງຄວາມສາມັກຄີ ແລະ ພະລັງແຫ່ງການຮ່ວມມື ເພື່ອສະ ເຫລີມສະຫລອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງ ຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2026 ຊຶ່ງເປັນການສະ ແດງໃຫ້ເຫັນເຖິງການຮ່ວມມືກັນ ເພື່ອ “ການກ້າວໄປຂ້າງໜ້າຮ່ວມ ກັນ” ເພື່ອສ້າງຄຸນນະພາບຊີວິດທີ່ ດີໃຫ້ແກ່ປະຊາຊົນລາວທັງຊາດ. ການສະເຫລີມສະຫລອງວັນອາ ຫານໂລກໃນປີນີ້ ແມ່ນພາຍໃຕ້ຄຳ ຂວັນ“ພັດທະນາໃນມື້ນີ້ ເພື່ອຄວາມ ອຸດົມສົມບູນໃນອະນາຄົດ” ວັນສາ ກົນ ແລະ ສັບປະດາແຫ່ງຊາດ ເພື່ອ ລຶບລ້າງຄວາມທຸກຍາກພາຍໃຕ້ຄໍາ ຂວັນ“ຮ່ວມໃຈເພື່ອສັນຕິພາບແລະ ສິດທິມະນຸດ: ໃຫ້ທຸກຄົນມີທີ່ຢູ່ອາ ໄສທີ່ປອດໄພ” ຊຶ່ງມີຄວາມເຊື່ອມ ໂຍງກັນຢ່າງເລິກເຊິ່ງ ເພາະຄວາມ ໝັ້ນຄົງດ້ານສະບຽງອາຫານ ແລະ ການລຶບລ້າງຄວາມທຸກຍາກ ບໍ່ສາ ມາດແຍກອອກຈາກກັນໄດ້. ທ່ານ ລິນຄຳ ດວງສະຫວັນ ຍັງໄດ້ກ່າວອີກວ່າ: ຄຳຂວັນດັ່ງ ກ່າວໄດ້ເນັ້ນໃຫ້ເຫັນວ່າ ຄວາມໝັ້ນ ຄົງໃນອະນາຄົດ ຕ້ອງເລີ່ມຕົ້ນຈາກ ການນຳໃຊ້ວິທະຍາສາດ, ເຕັກໂນ ໂລຊີ, ນະວັດຕະກຳ ແລະ ພູມປັນຍາ ທ້ອງຖິ່ນ ເພື່ອປັບປຸງການຜະລິດ, ນຳໃຊ້ດິນ-ນ້ຳຢ່າງຍືນຍົງ, ຫລຸດ ຜ່ອນການສູນເສຍ, ສົ່ງເສີມການ ແປຮູບ ແລະ ເຊື່ອມໂຍງຜົນຜະລິດ ສູ່ຕະຫລາດ ເພື່ອໃຫ້ຜູ້ຜະລິດມີລາຍ ຮັບທີ່ດີຂຶ້ນ ແລະ ປະຊາຊົນມີອາ ຫານອຸດົມສົມບູນ, ມີຄຸນຄ່າທາງໂພ ຊະນາການ. ພ້ອມນັ້ນ, ການແກ້ໄຂ ຄວາມທຸກຍາກຕ້ອງໄດ້ອາໄສມາດ ຕະການທີ່ຮອບດ້ານ ມີທັງການ ສ້າງອາຊີບ, ການສຶກສາ, ການເບິ່ງ ແຍງສຸຂະພາບ ແລະ ອື່ນໆ. ສໍາລັບງານມະຫະກຳພືດສວນ ໂລກ 2026 ທີ່ອຸດອນທານີ ລາຊະ ອານາຈັກໄທ ແລະ ງານສະແດງ ພືດສວນວິທະຍາສາດສາກົນ ປີ 2027 ທີ່ໂຢໂກຮາມາ ປະເທດຍີ່ ປຸ່ນ ຊຶ່ງເປັນໂອກາດດີໃນການນຳ ສະເໜີຜົນງານ ແລະ ຜະລິດຕະພັນ ກະສິກຳຂອງປະເທດເຮົາສູ່ເວທີສາ ກົນ, ພ້ອມທັງເປັນການແລກປ່ຽນ ເຕັກນິກ-ວິຊາການໃນການປູກພືດ ແລະ ຜະລິດກະສິກຳ ທັງເຊື່ອມໂຍງ ຜູ້ຜະລິດກັບຜູ້ຊື້, ນັກລົງທຶນ ແລະ ຄູ່ ຮ່ວມມືສາກົນ. ຂ່າວ: ວີລະວັນ; ພາບ: ເກດສະໜາ ເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ລາວ ແລະ ກໍາ ປູເຈຍ ຄົບຮອບ 70 ປີ. ຂ້າພະເຈົ້າ ມີຄວາມຍິນດີທີ່ຈະຮ່ວມກັບ ພະບາດ ສົມເດັດ ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີ ງາມ ລະຫວ່າງສອງປະເທດພວກເຮົາ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຂັ້ມ ແຂງຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ, ທັງເປັນການປະກອບສ່ວນເຂົ້້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນ ພາກພື້ນ ແລະ ສາກົນ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊແດ່ ພະບາດ ສົມເດັດ ພ້ອມດ້ວຍ ສົມເດັດພະມານດາ ແລະ ພະບໍລົມວົງສານຸວົງທຸກ ພະອົງ ຈົ່ງມີພະລານາໄມສົມບູນ, ມີພະກະເສມສຳລານ, ມີພະຊົນພັນສາ ຍິ່ງຍືນນານ ແລະ ຂໍໃຫ້ປະຊາຊົນກໍາປູເຈຍ ພາຍໃຕ້ພະບໍຣົມໂພທິສົມພານ ຂອງພະອົງ ຈົ່ງສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ມີຄວາມຈະເລີນຮຸ່ງ ເຮືອງຍິ່ງໆຂຶ້ນໄປ. ໃນວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍ ພອນ ເຖິງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ລາຊະອານາຈັກກຳປູເຈຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ລາຊະອານາຈັກກໍາປູເຈຍ ຄົບຮອບ 73 ປີ ເຊັ່ນດຽວກັນ. ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາຮອງປະທານກໍາ ມາທິການ, ຮອງປະທານສານປະ ຊາຊົນສູງສຸດ, ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ຮອງປະທານອົງການກວດກາແຫ່ງ ລັດ, ຮອງຫົວໜ້າຫ້ອງວ່າການສູນ ກາງພັກ, ຮອງລັດຖະມົນຕີ, ຮອງ ຫົວໜ້າອົງການ, ຄະນະກົມ ແລະ ພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມ. ທ່ານ ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຖື ເປັນຄັ້ງທໍາອິດ ແລະ ມີຄວາມໝາຍ ສໍາຄັນ ເພາະເປັນການຈັດຕັ້ງຜັນ ຂະຫຍາຍເນື້ອໃນມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າໃສ່ ວຽກງານຂອງລັດ ໃນການສ້າງ ແລະ ປັບປຸງກົດໝາຍ, ການເຄົາລົບ ແລະ ປະຕິບັດກົດໝາຍ ລວມທັງ ການຍົກສູງຄຸນນະພາບ ໃນການດໍາ ເນີນຄະດີຂອງແຕ່ລະອົງການທີ່ ກ່ຽວຂ້ອງ; ຜ່ານການສະຫລຸບຖອດ ຖອນບົດຮຽນຂອງຄະນະປະຈໍາ ສະພາແຫ່ງຊາດ ຊຸດທີ IX ກໍຄື ເພື່ອ ປັບປຸງ, ຍົກລະດັບກົນໄກການປະ ສານງານຂອງຄະນະປະຈໍາສະພາ ແຫ່ງຊາດ ກັບແຕ່ລະພາກສ່ວນທີ່ ກ່ຽວຂ້ອງກ່ຽວກັບວຽກງານດັ່ງ ກ່າວ ໃຫ້ຫັນໄປສູ່ຄຸນນະພາບທີ່ດີ ຂຶ້ນກວ່າເກົ່າ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ມີການປຶກສາຫາລື, ຄົ້ນ ຄວ້າ ແລະ ຊອກຫາວິທີການແກ້ໄຂ ຮ່ວມກັນ ໃຫ້ມີຄວາມເປັນເອກະ ພາບບົນພື້ນຖານລັດຖະທໍາມູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ. ກອງປະຊຸມໄດ້ສຸມໃສ່ປຶກສາ ຫາລືຫ່ຽວກັບ ການປະຕິບັດຂັ້ນ ຕອນການສ້າງ ແລະ ປັບປຸງກົດ ໝາຍ ເພື່ອສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງ, ການນໍາໃຊ້ ມາດຕາຂອງກົດໝາຍ, ການຄົ້ນ ຄວ້າພິຈາລະນາແກ້ໄຂຄໍາຮ້ອງ ຂອງປະຊາຊົນ ແລະ ການປະຕິບັດ ຄໍາຕັດສິນຂອງສານ. ກອງປະຊຸມໄດ້ຮັບຟັງການສະ ເໜີກ່ຽວກັບບົດບາດການຕິດຕາມ ກວດກາການນຳໃຊ້ກົດໝາຍ ແລະ ການລາຍງານຫຍໍ້ການປຶກສາຫາລື ຄຳຮ້ອງຂໍຄວາມເປັນທຳຂອງປະຊາ ຊົນທີ່ມີຄວາມຫຍຸ້ງຍາກ ຈຳນວນ 9 ເລື່ອງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ ຍົກສູງຄວາມຮັບຜິດຊອບການ ເມືອງ, ສຸມໃສ່ຄົ້ນຄວ້າ, ປະກອບຄໍາ ເຫັນຢ່າງມີຈຸດສຸມ ແລະ ເລິກເຊິ່ງ ເພື່ອຊອກໃຫ້ເຫັນດ້ານດີ, ຜົນສໍາ ເລັດ ແລະ ສືບຕໍ່ແກ້ໄຂດ້ານອ່ອນຂໍ້ ຄົງຄ້າງ ແນໃສ່ປັບປຸງ, ແກ້ໄຂແບບ ແຜນ, ວິທີເຮັດວຽກຂອງແຕ່ລະ ພາກສ່ວນ ນັບມື້ມີການຫັນປ່ຽນດີ ຂຶ້ນເປັນກ້າວໆ. ຂ່າວ-ພາບ: ສພຊ ຍຸດທະສາດດ້ານເສດຖະກິດ-ສັງ ຄົມ ໃນສະພາບການໃໝ່: ບົດຮຽນ ລາວ ແລະ ບົດຮຽນຫວຽດນາມ”. ພິທີດັ່ງກ່າວຈັດຂຶ້ນໃນທ້າຍອາທິດ ຜ່ານມາທີ່ແຂວງອຸດົມໄຊໂດຍການ ເປັນປະທານຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ປະ ທານສະພາທິດສະດີສູນກາງພັກປະ ຊາຊົນປະຕິວັດລາວ ແລະ ສະຫາຍ ຫງວຽນ ຊວັນ ຖັງ ກຳມະການກົມ ການເມືອງສູນກາງພັກ ສະໄໝທີ XIII, ປະທານສະພາທິດສະດີສູນ ກາງພັກຫວຽດນາມ ພ້ອມດ້ວຍ ພະນັກງານການນໍາຂັ້ນສູງຫວຽດ ນາມ ແລະ ລາວ, ພະນັກງານນໍາ ພາຫລັກແຫລ່ງແຂວງອຸດົມໄຊ, ຫລວງນໍ້າທາ, ຫລວງພະບາງ, ບໍ່ ແກ້ວແລະ ແຂວງຜົ້ງສາລີ ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ສະເໜີບົດ ນໍາໃນຫົວຂໍ້ “ພັກປະຊາຊົນປະຕິ ວັດລາວນໍາພາການເຊື່ອມໂຍງ, ເຊື່ອມຕໍ່ຍຸດທະສາດພັດທະນາເສດ ຖະກິດ-ສັງຄົມ ໃນເງື່ອນໄຂໃໝ່” ແລະ ສະຫາຍ ຫງວຽນ ຊວັນ ຖັງ ໄດ້ສະເໜີບົດນໍາໃນຫົວຂໍ້“ການບຸກ ທະລຸດ້ານລະບອບລະບຽບການ, ການກະຕຸກຊຸກຍູ້ການເຊື່ອມໂຍງ ແລະ ການເຊື່ອມຕໍ່ຍຸດທະສາດການ ພັດທະນາເສດຖະກິດ-ສັງຄົມໃນ ສະພາບການໃໝ່; ບົດຮຽນຈາກ ພຶດຕິກໍາຕົວຈິງຂອງຫວຽດນາມ”. ພ້ອມນີ້, ບັນດານັກວິທະຍາ ສາດ, ນັກທິດສະດີ ຂອງທັງສອງ ຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດ ປະກອບຄຳເຫັນ ລວມ 9 ຫົວຂໍ້ ຍ່ອຍ, ຝ່າຍລາວມີ 5 ຫົວຂໍ້ຍ່ອຍ, ຝ່າຍຫວຽດນາມມີ 4 ຫົວຂໍ້ຍ່ອຍ. ພ້ອມກັນນັ້ນ, ຍັງໄດ້ມີການແລກ ປ່ຽນບົດຮຽນ ໃນແຕ່ລະບັນຫາ ດ້ວຍຄວາມຈິງໃຈ ແລະ ກົງໄປກົງ ມາ ຊຶ່ງໄດ້ມີຄວາມກະຈ່າງແຈ້ງທັງ ໃນແງ່ທິດສະດີວິທະຍາສາດ ແລະ ພຶດຕິກຳທີ່ມີຊີວິດຊີວາ, ມີຄວາມ ໝາຍສໍາຄັນ ໃຫ້ແກ່ການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ແລະ ກອງປະຊຸມໃຫຍ່ ຄັ້ງ ທີ XIV ຂອງພັກກອມມູນິດຫວຽດ ນາມ. ຮອງປະທານ ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະ ບໍລິຫານການພັກແຂວງຈຳປາສັກ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຂັ້ນແຂວງພາກກາງພາກໃຕ້ເຂົ້າຮ່ວມ. ໃນກອງປະຊຸມຄະນະຜູ້ແທນ ໄດ້ຮັບຟັງການລາຍງານສະພາບ ໄພພິບັດ, ແຜນກຽມພ້ອມຕອບໂຕ້ ໄພພິບັດ ແລະ ທ່າແຮງໃນການ ກຽມພ້ອມຮັບມືກັບໄພພິບັດ ຂອງ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຂັ້ນແຂວງ, ລາຍງານ ຮ່າງແນວຄວາມຄິດສ້າງສູນກຽມ ພ້ອມຕອບໂຕ້ໄພພິບັດປະຈໍາຢູ່ 3 ພາກ ຂອງປະເທດລາວ ໂດຍສະ ເພາະຢູ່ພາກໃຕ້ ທີ່ແຂວງຈຳປາສັກ, ລາຍງານຫຍໍ້ສະພາບໄພພິບັດທີ່ ເກີດຂຶ້ນ, ການແກ້ໄຂ ແລະ ແຜນຮັບ ມືກັບສະພາບແຫ້ງແລ້ງ ຢູ່ແຂວງ ຈຳປາສັກ, ຮັບຟັງລາຍງານຈາກ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ກ່ຽວກັບແຜນກຽມພ້ອມຮັບ ມືກັບສະພາບແຫ້ງແລ້ງ, ການ ກຽມຄວາມພ້ອມທາງດ້ານກໍາລັງ ພົນ, ພາຫະນະ, ອຸປະກອນ ຈາກ ກະຊວງປ້ອງກັນປະເທດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະ ຊວງແຮງງານແລະສະຫວັດດີການ ສັງຄົມ. ພ້ອມທັງແລກປ່ຽນບົດຮຽນ ວຽກງານຄຸ້ມຄອງໄພພິບັດບັນດາ ແຂວງ ພາກກາງ-ພາກໃຕ້ ກ່ຽວກັບ ແຜນການກຽມພ້ອມຮັບມືກັບສະ ພາບໄພພິບັດແຫ້ງແລ້ງແອວນິນ ໂຢ ແລະ ຮັບມືກັບສະພາບໃນໄລຍະ ລະດູຝົນຕໍ່ໜ້າຕື່ມອີກ. ໂອກາດດຽວກັນ, ຄະນະດັ່ງ ກ່າວຍັງໄດ້ລົງຕິດຕາມພື້ນທີ່ຄວາມ ສ່ຽງຈາກສະພາບນໍ້າຖ້ວມໃນລະດູ ຝົນ ຢູ່ຈຸດປາກຫວ້ຍຂອງບ້ານຫວຍ ປູນ ແລະ ປາກຫ້ວຍ ຂອງບ້ານແກ ນະຄອນປາກເຊ ແຂວງຈໍາປາສັກ ຊຶ່ງ 2 ຈຸດ ຂອງ 2 ບ້ານ ແມ່ນມີ ສະພາບນໍ້າຖ້ວມໃນລະດູຝົນຂອງ ແຕ່ລະປີຜ່ານມາ ເນື່ອງຈາກເປັນ ພື້ນທີ່ຕໍ່າ, ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງຢູ່ບ້ານ ຫ້ວຍປູນ ແລະ ບ້ານແກ ແມ່ນບໍ່ທັນ ສຳເລັດແລະໄດ້ມາດຕະຖານ.ການ ລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ເບີ່ງສະພາບຕົວຈິງຂອງພື້ນທີ່, ຊຸກຍູ້, ຊີ້ນໍາເຮັດໃຫ້ໃຫ້ການກໍ່ສ້າງ ຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງ 2 ບ້ານດຳເນີນໄປຢ່າງມີປະ ສິດທິພາບ, ປະສິດທິຜົນສໍາເລັດ ທັນຕາມກຳນົດເວລາ ແລະ ສາມາດ ປ້ອງກັນໄດ້ຈາກໄພພິບັດນໍ້າຖ້ວມ, ນໍ້າຊຸຸໃນລະດູຝົນ ທີ່ອາດຈະເກີດຂຶ້ນ ໃນປີ 2027 ທີ່ຈະມາເຖິິງ. ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ ຈິດໃຈກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ສະໄໝທີ XX ວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການ ສູນກາງ ພັກ ສະໄໝທີ XX ທີ່ຈັດຂຶ້ນໃນ ຄັ້ງນີ້, ໄດ້ຄົ້ນຄວ້າການຊຸກຍູ້ການ ຄຸ້ມຄອງພັກຢ່າງເຂັ້ມງວດ ຮອບ ດ້ານຢ່າງສະເໝີຕົ້ນສະເໝີປາຍ ເປັນຫົວຂໍ້ສະເພາະ ເພື່ອສະໜອງ ທິດທາງແຜນການໃນການຄຸ້ມຄອງ ແລະ ບໍລິຫານພັກໃນໄລຍະການ ເດີນທາງໃໝ່. ເບິ່ງໂດຍລວມແລ້ວ, ກອງປະຊຸມຕ່າງໆ ໄດ້ສືບທອດ ແລະ ຂະຫຍາຍຕົວໄປເທື່ອລະຂັ້ນ, ຍຶດໝັ້ນການບໍລິຫານປະເທດຕ້ອງ ບໍລິຫານພັກກ່ອນ, ການຄຸ້ມຄອງ ພັກຕ້ອງເຂັ້ມງວດ, ສືບຕໍ່ນໍາເອົາ ທິດທາງ, ມາດຕະການ ແລະ ບັນ ຍາກາດທີ່ເຂັ້ມງວດເຂົ້າໃນທຸກຂະ ບວນການຂອງການສ້າງພັກ, ນຳ ເອົາການປະຕິວັດຕົນເອງຂອງພັກ ໄປນຳພາການປະຕິວັດສັງຄົມ ເພື່ອ ສະໜອງການປະກັນດ້ານການ ເມືອງອັນແຂງແກ່ນໃຫ້ແກ່ການຫັນ ເປັນທັນສະໄໜແບບຈີນ. ສະຫາຍ ສີຈິ້ນຜິງ ໄດ້ເອົາທັດສະນະທີ່ຖືເອົາ ປະຊາຊົນເປັນສູນກາງ ແຊກຊຶມ ເຂົ້າໃນທຸກຂະບວນການຂອງການ ຄຸ້ມຄອງພັກ, ການພັດທະນາພັກ ແລະ ການເພີ່ມທະວີການກໍ່ສ້າງ ໂດຍເນັ້ນໜັກວ່າ “ພັກນີ້ຖືກສ້າງ ຂຶ້ນມາແມ່ນເພື່ອປະຊາຊົນ”, “ການ ຄຸ້ມຄອງພັກຢ່າງເຂັ້ມງວດຕ້ອງ ອາໄສປະຊາຊົນ”, “ຖ້າແບບ ແຜນ ຂອງພັກດີ, ຈິດໃຈຂອງປະຊາຊົນກໍ່ ຈະສະຫງົບ, ພັກ ແລະ ປະຊາຊົນ ກໍ ຈະສາມາດຮ່ວມສຸກຮ່ວມທຸກກັນ ໄດ້”, ແນວຄິດກໍ່ສ້າງພັກຂອງ ສີ ຈິ້ນຜິງ ໄດ້ສະແດງໃຫ້ດຫັນເຖິງ ນໍ້າໃຈເພື່ອປະຊາຊົນຢ່າງເລິກເຊິ່ງ. ການຊຸກຍູ້ການຫັນເປັນທັນສະ ໄໝແບບຈີນ, ບໍ່ພຽງແຕ່ຕ້ອງອາ ໄສການນຳພາແບບລວມສູນ ເປັນ ເອກະພາບຂອງສູນກາງພັກ, ອາໄສ ລະບົບການຈັດຕັ້ງທີ່ຮັດກຸມ, ນຳເອົາ ແຜນການທິດທາງຕ່າງໆ ສົ່ງຕໍ່ ເຖິງຂັ້ນຮາກຖານ, ຕັ້ງຫລັກປັກຖານ ຢູ່ແນວໜ້າເທົ່ານັ້ນ, ແຕ່ຍັງຮຽກ ຮ້ອງໃຫ້ພະນັກງານທັງຫລາຍຕ້ອງ ເຂົ້າໃຈການພັດທະນາ, ບໍລິຫານ ເປັນ ແລະ ແນ່ນອນວ່າຕ້ອງສ້າງ ແລະ ປະຕິບັດທັດສະນະຜົນງານ ການເມືອງທີ່ຖືກຕ້ອງ, ເອົາຄວາມ ຮູ້ສຶກຕົວຈິງ ຂອງປະຊາຊົນເປັນ ບ່ອນອີງໃນການກວດກາປະສິດທິ ຜົນຂອງການເຮັດວຽກ. ພ້ອມກັນ ນັ້ນ, ການກໍາອໍານາດ ໄລຍະຍາວ ຍາມໃດກໍຕ້ອງລະວັງ ຄວາມສ່ຽງ ຈາກຫ່າງເຫີນມະຫາຊົນ ແລະ ການ ໃຊ້ອຳນາດເກີນຂອບເຂດ. ການຕິດ ຕາມກວດກາຂອງປະຊາຊົນສາ ມາດສ່ອງແສງບັນຫາໄດ້ທັນເວ ລາ, ການປະຕິວັດຕົນເອງຂອງພັກ ຮຽກຮ້ອງໃຫ້ຜະເຊີນໜ້າກັບບັນ ຫາ ແລະ ແກ້ໄຂຂໍ້ຜິດພາດ; ສ່ວນ ການຮັດກຸມລະບຽບວິໄນ, ການຕິດ ຕາມກວດກາອຳນາດ ແລະ ການ ກໍ່ສ້າງລະບອບລະບຽບ ຈະເຮັດໃຫ້ ການແກ້ໄຂຂໍ້ຜິດພາດຂອງຕົນເອງ ແບບປົກກະຕິມີຫລັກການໃຫ້ປະ ຕິບັດຕາມ. ຂໍ້ຮຽກຮ້ອງເຫລົ່ານີ້ ເຊື່ອມໂຍງກັນ, ຈຸດປະສົງແມ່ນເພື່ອ ຫລໍ່ຫລອມພັກມາກຊິດ ທີ່ສາມາດ ປະຕິບັດອຸດົມການແຕ່ເບື້ອງຕົ້ນ ຢ່າງຕໍ່ເນື່ອງ, ຍາດເອົາຄວາມໄວ້ ເນື້ອເຊື່ອໃຈ ແລະ ການສະໜັບສະ ໜູນຈາກປະຊາຊົນ, ເພື່ອປູພື້ນຖານ ອັນແຂງແກ່ນໃຫ້ແກ່ການປະຕິບັດ ພາລະກິດຕ່າງໆຂອງ “ແຜນການ 5 ປີ ຄັ້ງທີ 15”. ຂ່າວ-ພາບ: ກິດຕາ ທ່ານ ສຳເລັດ ເຣືອງລິດ ກໍາມະ ການຜູ້ຈັດການໃຫຍ່ບໍລິສັດ ຄຳ ມ່ວນ ຊີເມັນ ຈຳກັດ ກ່າວວ່າ: “SCG ເຊື່ອໝັ້ນວ່າທຸກຄົນ ມີສັກ ກະຍະພາບທີ່ຈະເຕີບໂຕ ແລະ ສ້າງ ສິ່ງດີໆ ໃຫ້ແກ່ສັງຄົມໄດ້ ໂຄງການ ທຶນການສຶກສາ (SCG Sharing the Dream) ຈຶ່ງບໍ່ໄດ້ເປັນພຽງ ແຕ່ການມອບທຶນ ເພື່ອຊ່ວຍແບ່ງ ເບົາພາລະຂອງຄອບຄົວເທົ່ານັ້ນ, ແຕ່ຕັ້ງໃຈໃຫ້ທຶນນີ້ ເປັນ “ຂົວເຊື່ອມ ໂອກາດ” ແລະ ເປັນ “ແຮງຍູ້ດັນ” ໃຫ້ເຍົາວະຊົນ ກ້າທີ່ຈະຝັນໃຫ້ໄກ ແລະ ມີພະລັງທີ່ຈະເດີນໄປໃຫ້ເຖິງ ຄວາມຝັນນັ້ນ ຈຶ່ງມຸ່ງໝັ້ນສານຕໍ່ ໂຄງການ SCG Sharing the Dream ໃນ ສປປ ລາວ ມາຢ່າງ ຕໍ່ເນື່ອງເປັນປີທີ 15 ພາຍໃຕ້ແນວ ຄິດ “GreenActiveGeneration” ໂດຍເນັ້ນສົ່ງເສີມໃຫ້ເຍົາວະຊົນຕໍ່ ຍອດຄວາມຮູ້ສູ່ການນຳທ່າແຮງ ຂອງຕົນເອງໄປສ້າງປະໂຫຍດ ແລະ ຂັບເຄື່ອນການພັດທະນາ ຊຸມຊົນ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ຢ່າງຍືນຍົງ ຊຶ່ງສອດຄ່ອງກັບ ແນວທາງ “Inclusive Green Growth” ຂອງ SCG ທີ່ເນັ້ນ ສ້າງການເຕີບໂຕຢ່າງຍືນຍົງໄປ ນຳກັນ. ໃນປີນີ້ SCG ມອບທຶນການ ສຶກສາແກ່ນັກຮຽນ ແລະ ນັກສຶກສາ ທົ່ວປະເທດຈຳນວນ 126 ທຶນ. ໃນ ນັ້ນ, ສໍາລັບນັກຮຽນລະດັບມັດທະ ຍົມສຶກສາຕອນປາຍໃນນະຄອນ ຫລວງວຽງຈັນ 80 ທຶນ, ນັກຮຽນ ໃນແຂວງຄຳມ່ວນ30ທຶນແລະນັກ ສຶກສາລະດັບມະຫາວິທະຍາໄລ ທົ່ວປະເທດ 16 ທຶນ. ນອກນັ້ນ, ຍັງເປັນປີທຳອິດທີ່ໄດ້ຈັດກິດຈະກຳ “ງານເປີດບ້ານ KCL ເພື່ອແບ່ງ ປັນຄວາມຝັນຂອງນັກຮຽນໃນ ສປປ ລາວ” ເພື່ອໃຫ້ນັກຮຽນທຶນ ໄດ້ມີໂອກາດມາຮູ້ຈັກກັນ ເຊື່ອມ ໂຍງຄວາມຝັນ ແລກປ່ຽນແຮງບັນ ດານໃຈສ້າງ “ເຄືອຂ່າຍເຍົາວະຊົນ ທີ່ຊົງພະລັງ” ທີ່ພ້ອມຈະຊ່ວຍ ເຫລືອເກື້ອກູນກັນໃນທຸກໆກ້າວ ເດີນຕໍ່ຈາກນີ້ ຜ່ານກິດຈະກຳການ ແລກປ່ຽນຮຽນຮູ້ປະສົບການຈິງ ຈາກເອື້ອຍໆ ພະນັກງານ KCL ທີ່ ເປັນຕົວຢ່າງຂອງຄວາມມຸ່ງໝັ້ນ ທີ່ ພິສູດໃຫ້ເຫັນວ່າ ເຍົາວະຊົນໃນທ້ອງ ຖິ່ນຂອງເຮົາສາມາດຮຽນຮູ້ ແລະ ເຕີບໂຕຂຶ້ນມາເປັນຜູ້ຊ່ຽວຊານ ມີ ສ່ວນພັດທະນາບ້ານເກີດຂອງຕົນ ເອງໄດ້ ແລະ ກິດຈະກຳຈິດອາສາ (CSR) ປູກຕົ້ນໄມ້ ເພື່ອປູກຝັງ ຈິດສຳນຶກດ້ານສິ່ງແວດລ້ອມ ແລະ ສົ່ງເສີມໃຫ້ເຍົາວະຊົນເຫັນເຖິງ ບົດບາດຂອງຕົນເອງໃນການສ້າງ ອະນາຄົດທີ່ດີຂຶ້ນ. ໂຄງການ SCG Sharing the Dream 2026 ເປັນສ່ວນ ໜຶ່ງຂອງການສ້າງຄຸນຄ່າຮ່ວມກັບ ສັງຄົມ ແລະ ຊຸມຊົນຂອງ ເອັສຊີຈີ ໃນ 5 ປະເທດອາຊຽນ ທີ່ດໍາເນີນທຸ ລະກິດ ໄດ້ແກ່ອິນໂດເນເຊຍ, ຫວຽດ ນາມ, ຟີລິບປິນ, ກຳປູເຈຍ ແລະ ສປປລາວ. ຜ່ານການມອບທຶນການ ສຶກສາເພື່ອເປີດໂອກາດໃຫ້ເຍົາ ວະຊົນໄດ້ພັດທະນາສັກກະຍະພາບ ຂອງຕົນເອງ ພ້ອມປູກຝັງຄວາມ ຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດ ລ້ອມ ເພື່ອໃຫ້ເຍົາວະຊົນເຕີບໂຕ ເປັນກຳລັງສຳຄັນໃນການພັດທະ ນາປະເທດ ສະທ້ອນຄວາມຕັ້ງໃຈ ຂອງ ເອັສຊີຈີ ໃນການຮ່ວມຂັບ ເຄື່ອນເສດຖະກິດ ແລະ ສັງຄົມຂອງ ພາກພື້ນອາຊຽນ ໃຫ້ເຕີບໂຕໄປນຳ ກັນຢ່າງຍືນຍົງ. ສຳລັບ ສປປ ລາວ ນອກຈາກ ໂຄງການມອບທຶນການສຶກສາ SCG Sharing the Dream ໃນ ຊ່ວງທີ່ຜ່ານມາ SCG ຍັງໄດ້ຮ່ວມ ສະໜັບສະໜູນໂຄງການປັບປຸງ ໂຮງຮຽນປະຖົມສົມບູນເພຍໃໝ່ ເມືອງລະມາມ ແຂວງເຊກອງ ສປປ ລາວ ເພື່ອປັບປຸງອາຄານຮຽນຫ້ອງນ້ຳ ແລະ ສ້ອມແປງເບຕົງ ເສີມເຫລັກ, ອ່າງລ້າງມື ໃຫ້ປອດ ໄພເໝາະສົມຕໍ່ສະພາບແວດລ້ອມ ການຮຽນຮູ້ ແລະ ໂຄງການສ້ອມ ແປງ ແລະ ປັບປຸງອາຄານໂຮງ ຮຽນປະຖົມທົ່ງນາມີ ເມືອງປາກກະ ດິງ ແຂວງບໍລິຄຳໄຊ ເພື່ອສ້ອມ ແປງ ແລະ ປັບປຸງອາຄານ ຊຶ່ງດຳ ເນີນການໂດຍ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ (KCL). ຫາລືການນຳໃຊ້... ສະພາທິດສະດີ... ຄະນະຜູ້ແທນ... ຫາລືກຽມຄວາມພ້ອມ... ການສ້າງສັງຄົມນິຍົມ... ເອັສຊີຈີ...

RkJQdWJsaXNoZXIy MTc3MTYxMQ==