27/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ໂດຍ: ມາລີດດາີ ໂດຍ: ສຸວັນໂນ ທະລັງສີຸັັີ lqj 'glu ,dko7h kvksko{ly o7h kdtly degdq ks]u g-nj v,3p'z6h zt]y fgdq ks]u g0Q kl6j 8ts]kf]k; 9exkla d gvq k.9.lj xt8y [a frk]t[q f[kf grn j vcdh w0-u ;y fdkogxa o16 j 0v'xt-k-q o *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ 0= h ]y g]u j ,fh kodko[= ]y sko3]d0v'9u o rkps]a ' 1 xu ma fltot c]t dkoxtdv[lj ;o0v' lxx ]k; ບົດສະເໜີົີ ໂດຍ ສະຖາບັນການຕ່າງປະເທດ (IFA), ັ່ ກະຊວງການຕ່າງປະເທດ, ສປປ ລາວ່ ເປັນຫຍັງ GGI ຈຶ່ງມີຄວາມັັຶ່ີ ສຳຄັນຕໍ່ ສປປ ລາວັ ນໍ່ GGI ມີຄວາມສອດຄ່ອງກັບ ຫລາຍຫລັກການໃນແນວຄິດນະ ໂຍບາຍການຕ່າງປະເທດທີ່ຍາວ ນານຂອງລາວ ເຊັ່ນ: ຄວາມສະເໝີ ພາບດ້ານອະທິປະໄຕ, ການເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ, ລະບົບຫລາຍຝ່າຍ, ການຮ່ວມມື ຢ່າງສັນຕິແລະການເອົາໃຈໃສ່ຕໍ່ຜົນ ປະໂຫຍດດ້ານການພັດທະນາຂອງ ບັນດາປະເທດກຳລັງພັດທະນາ. ສປປ ລາວ ໄດ້ສະແດງການສະໜັບ ສະໜູນຕໍ່ຂໍ້ລິເລີ່ມສໍາຄັນລະດັບໂລກ ຂອງຈີນ, ໂດຍເຫັນໄດ້ຜ່ານການ ຢ້ຽມຢາມ ສປ ຈີນ ຂອງປະທານ ປະເທດ ທ່ານ ທອງລຸນ ສີສຸລິດ ໃນປີ 2025 ຊຶ່ງເພິ່ນໄດ້ລະບຸວ່າ ຝ່າຍລາວ “ສະໜັບສະໜູນຢ່າງ ເຕັມສ່ວນ” ຕໍ່ GGI ແລະ ສະແດງ ຄວາມພ້ອມທີ່ຈະເພີ່ມທະວີການປະ ສານງານ ແລະ ການຮ່ວມມືກັບຈີນ ໃນວຽກງານສາກົນ. ການມີສ່ວນ ຮ່ວມດັ່ງກ່າວ ບໍ່ໄດ້ຈຳກັດຢູ່ພຽງ ແຕ່ການພົວພັນສອງຝ່າຍເທົ່ານັ້ນ. ໃນຖານະທີ່ເປັນປະເທດກໍາລັງກ້າວ ສູ່ປະເທດກຳລັງພັດທະນາ, ທັດ ສະນະຂອງລາວແມ່ນໃຫ້ຄວາມສຳ ຄັນເປັນພິເສດຕໍ່ລະບົບສາກົນທີ່ ເປີດໂອກາດໃຫ້ປະເທດຂະໜາດ ນ້ອຍ ສາມາດມີສ່ວນຮ່ວມໄດ້ຢ່າງ ມີປະສິດທິຜົນ, ໃຫ້ຄວາມສຳຄັນ ອັນເໝາະສົມຕໍ່ບຸລິມະສິດດ້ານການ ພັດທະນາ, ພ້ອມທັງສົ່ງເສີມການ ປຶກສາຫາລື ແລະ ແບບກວມລວມ. ທັດສະນະນີ້ ຍັງສະແດງໃຫ້ເຫັນ ເຖິງຜົນປະໂຫຍດລວມຂອງບັນດາ ປະເທດກຳລັງພັດທະນາ ໃນການ ຮັບປະກັນວ່າ ສະຖາບັນສາກົນຈະ ຄຳນຶງເຖິງສະພາບເງື່ອນໄຂຕົວຈິງ ແລະ ຄວາມຕ້ອງການດ້ານການພັດ ທະນາທີ່ຫລາກຫລາຍຂອງແຕ່ລະ ປະເທດ. ການມີສ່ວນຮ່ວມຢ່າງຕັ້ງ ໜ້າໃນສະຖາບັນພະຫຸພາຄີແລະກົນ ໄກການຮ່ວມມືສາມາດເປີດໂອກາດ ໃຫ້ປະເທດຂະໜາດນ້ອຍນຳເອົາ ບົດຮຽນ ແລະ ບຸລິມະສິດຂອງຕົນ ເຂົ້າສູ່ເວທີການປຶກສາຫາລືຫລາຍ ຝ່າຍທີ່ກວ້າງຂວາງກວ່າເກົ່າ. 1). ການເຊື່ອມໂຍງ GGI ກັບື່ ອັ ບ ການພັດທະນາ:ັ ການເຊື່ອມໂຍງ ລະຫວ່າງ GGI ແລະ ການພັດທະ ນາ ແມ່ນເຫັນໄດ້ຢ່າງຈະແຈ້ງ ຜ່ານ ການສ້າງ “ຄູ່ຮ່ວມຊາຕາກໍາ ລາວ- ຈີນ” ທີ່ເຂັ້ມແຂງໜຽວແໜ້ນໃນທຸກ ສະພາບການຂອງຍຸກໃໝ່ ແລະ ຂໍ້ ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” (BRI). ຂອບການຮ່ວມມືເຫລົ່າ ນີ້ ໄດ້ສະໜອງເວທີທີ່ເປັນຮູບປະ ທໍາສຳລັບການເຊື່ອມໂຍງ-ເຊື່ອມ ຈອດ, ການຄ້າ, ການລົງທຶນ, ການ ພັດທະນາຊົນນະບົດແລະການແລກ ປ່ຽນໄປມາລະຫວ່າງປະຊາຊົນ. ຕົວຢ່າງທີ່ພົ້ນເດັ່ນແມ່ນເສັ້ນທາງ ລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ ເຫັນວ່າ ພື້ນຖານໂຄງລ່າງພາຍໃນ ປະເທດສາມາດກາຍເປັນສ່ວນໜຶ່ງ ຂອງເຄືອຂ່າຍເສດຖະກິດພາກພື້ນ ທີ່ກວ້າງໃຫຍ່ກວ່າໄດ້ແນວໃດ. ຄວາມສຳຄັນຂອງການຮ່ວມມື ດັ່ງກ່າວ, ບໍ່ໄດ້ຈຳກັດຢູ່ພຽງແຕ່ ດ້ານພື້ນຖານໂຄງລ່າງ. ການເຊື່ອມ ຈອດທີ່ດີຂຶ້ນສາມາດສ້າງກາລະໂອ ກາດໃຫ້ແກ່ການຄ້າ, ການທ່ອງ ທ່ຽວ, ລະບົບຂົນສົ່ງ ແລະ ການລົງ ທຶນ, ໃນຂະນະທີ່ການປະກອບສ່ວນ ໄລຍະຍາວແມ່ນຂຶ້ນກັບວ່າ ກາລະ ໂອກາດເຫລົ່ານີ້ຈະສາມາດປ່ຽນ ເປັນການພັດທະນາທີ່ຍືນຍົງ ແລະ ກວມລວມໄດ້ ຫລື ບໍ. ສິ່ງນີ້ໄດ້ສະ ແດງອອກວ່າ ໄດ້ຖືເອົາປະຊາຊົນ ເປັນໃຈກາງຂອງຫລັກການ GGI ໂດຍການຮ່ວມມືສາກົນຈະມີຄວາມ ໝາຍຍິ່ງຂຶ້ນ ກໍຕໍ່ເມື່ອມັນສ້າງຜົນ ປະໂຫຍດທີ່ແທ້ຈິງໃຫ້ແກ່ຊຸມຊົນ ແລະ ສະໜັບສະໜູນບຸລິມະສິດການ ພັດທະນາແຫ່ງຊາດ. ບຸລິມະສິດ ເຫລົ່ານີ້ ລວມມີການເຊື່ອມຈອດ, ການພັດທະນາຊັບພະຍາກອນມະ ນຸດ, ການຫັນເປັນດີຈິຕອນ, ຄວາມ ຍືນຍົງດ້ານສິ່ງແວດລ້ອມ ແລະ ການຫລຸດຜ່ອນຄວາມທຸກຍາກ. ການເຊື່ອມໂຍງບຸລິມະສິດເຫລົ່ານີ້ ເຂົ້າກັບການຮ່ວມມືພາກພື້ນ ແລະ ສາກົນ ຖືເປັນຊ່ອງທາງຕົວຈິງໃນ ການຂັບເຄື່ອນເປົ້າໝາຍການພັດ ທະນາ ພ້ອມທັງປະກອບສ່ວນເຂົ້າ ໃນການປຶກສາຫາລືທີ່ກວ້າງຂວາງ ກ່ຽວກັບການຮ່ວມມືສາກົນຈະສາ ມາດຕອບສະໜອງຄວາມຕ້ອງ ການຂອງບັນດາປະເທດກຳລັງພັດ ທະນາໄດ້ດີຂຶ້ນແນວໃດ. 2). ລັດທິຫລາຍຝ່າຍ ແລະ ັິ່ ການປະກອບສ່ວນຂອງລາວ: ່ສປປ ລາວ ຍຶດໝັ້ນລັດທິຫລາຍຝ່າຍ ໂດຍ ເຄົາລົບກົດບັດສະຫະປະຊາຊາດ, ຫລັກການຄວາມສະເໝີພາບໃນ ດ້ານອະທິປະໄຕຂອງບັນດາລັດ ແລະການແກ້ໄຂຂໍ້ຂັດແຍ່ງດ້ວຍສັນ ຕິວິທີ. ທ່າມກາງການແຂ່ງຂັນຂອງ ປະເທດມະຫາອຳນາດທີ່ນັບມື້ນັບ ຂຸ້ນຂ້ຽວ, ການຮ່ວມມືຜ່ານກົນໄກ ຫລາຍຝ່າຍແລະການບໍລິຫານໂລກ ມີຄວາມສຳຄັນຕໍ່ການຮັກສາລະ ບຽບສາກົນທີ່ອີງໃສ່ກົດເກນແລະ ຮັບປະກັນໃຫ້ທຸກປະເທດມີສ່ວນ ຮ່ວມຢ່າງເທົ່າທຽມ ແລະ ເປັນທຳ. ສຳລັບປະເທດນ້ອຍ ແລະ ປະ ເທດກຳລັງພັດທະນາ, ລັດທິຫລາຍ ຝ່າຍເປັນກົນໄກສຳຄັນໃນການເພີ່ມ ບົດບາດໃນເວທີສາກົນ, ສະແດງ ທັດສະນະ ແລະ ມີສ່ວນຮ່ວມໃນ ການກຳນົດວາລະສາກົນ, ພ້ອມທັງ ຫລຸດຜ່ອນຄວາມສ່ຽງຈາກການ ໃຊ້ອຳນາດຝ່າຍດຽວ ແລະ ສົ່ງເສີມ ການພົວພັນລະຫວ່າງປະເທດທີ່ ໂປ່ງໃສ, ຄາດຄະເນໄດ້ ແລະ ມີຜົນ ປະໂຫຍດຮ່ວມກັນ. ໃນສະພາບການດັ່ງກ່າວ, ຂໍ້ລິ ເລີ່ມການບໍລິຫານໂລກ (Global Governance Initiative: GGI) ເປັນຂອບການປຶກສາຫາລື ແລະ ຮ່ວມມືທີ່ເນັ້ນໃສ່ການເຄົາລົບຫລັກ ການສາກົນ, ການເສີມສ້າງບົດ ບາດຂອງສະຖາບັນຫລາຍຝ່າຍ ແລະ ການເພີ່ມບົດບາດຂອງປະ ເທດກຳລັງພັດທະນາ. ສຳລັບ ສປປ ລາວ, ການຕິດຕາມ ແລະ ເຂົ້າຮ່ວມ ແລກປ່ຽນກ່ຽວກັບຂໍ້ລິເລີ່ມນີ້ ເປັນ ໂອກາດໃນການສຶກສາແນວຄິດ, ແລກປ່ຽນທັດສະນະ ແລະ ຊອກຫາ ຂອບເຂດການຮ່ວມມືທີ່ສອດຄ່ອງ ກັບຜົນປະໂຫຍດແຫ່ງຊາດ, ພ້ອມ ທັງປະສານງານກັບຈີນແລະຄູ່ຮ່ວມ ມືອື່ນໆ ເພື່ອສົ່ງເສີມຄວາມເຂົ້າ ໃຈ ແລະ ຜົນປະໂຫຍດຮ່ວມກັນ. ຂປລ.ໃນໄລຍະປີຜ່ານມາ ສະພາ ປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິ ບັດ ພາລະບົດບາດຂອງຕົນຢ່າງຕັ້ງ ໜ້າ ໂດຍສະເພາະສຸມໃສ່ການຍົກ ສູງຄຸນນະພາບວຽກງານນິຕິບັນ ຍັດ, ການພິຈາລະນາຕົກລົງບັນຫາ ສຳຄັນຂອງຊາດ, ການຕິດຕາມ ກວດກາການປະຕິບັດກົດໝາຍແລະ ການແກ້ໄຂຄຳສະເໜີຂອງປະຊາ ຊົນ ອັນເປັນການປະກອບສ່ວນຊຸກ ຍູ້ການພັດທະນາເສດຖະກິດ-ສັງ ຄົມ ແລະ ແກ້ໄຂຄວາມທຸກຍາກ ມຸ່ງສູ່ການຍົກສູງຊີວິດການເປັນຢູ່ ຂອງປະຊາຊົນແຂວງຈໍາປາສັກ ຫລຸດພົ້ນອອກຄວາມທຸກຍາກເທື່ອ ລະກ້າວ. ທ່ານ ອາລຸນໄຊ ສູນນະລາດ ປະທານຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອອກຕັ້ງທີ 15,ປະທານສະພາປະຊາຊົນແຂວງ ຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວາລະເຂົ້າຮ່ວມກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ວ່າ: ໃນໂອກາດ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ໃນ ນາມຕົວແທນ ຂອງປະຊາຊົນລາວ ບັນດາເຜົ່າ ທົ່ວແຂວງຈຳປາສັກ, ຂ້າພະເຈົ້າເຫັນວ່າ ກອງປະຊຸມ ສະ ໄໝສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ເປັນກອງປະ ຊຸມໜຶ່ງທີ່ມີຄວາມສຳຄັນຫລາຍ ເນື່ອງຈາກວ່າ ມີການພິຈາລະນາ ຕົກລົງບັນຫາສຳຄັນ ໂດຍສະເພາະ ແມ່ນບັນຫາບຸກຄະລາກອນ ໃນຕຳ ແໜ່ງທີ່ສຳຄັນ ຊຶ່ງກໍໄດ້ພ້ອມກັນຄົ້ນ ຄວ້າພິຈາລະນາ ຢ່າງມີຄວາມເປັນ ເອກະພາບສູງ. ນອກຈາກນັ້ນ, ກໍຍັງມີບັນຫາສຳຄັນ ໃນການພິຈາ ລະນາກ່ຽວກັບເສດຖະກິດສັງຄົມ, ກົດໝາຍ ບໍ່ວ່າການສ້າງໃໝ່ ຫລື ການປັບປຸງ ແລະ ກໍໄດ້ຟັງຄຳຄິດ ຄຳເຫັນຈາກຕົວແທນຂອງປະຊາ ຊົນແຕ່ລະເຂດເລືອກຕັ້ງ ຊຶ່ງຂ້າພະ ເຈົ້າກໍໄດ້ຕິດຕາມຢ່າງໃກ້ຊິດ ລ້ວນ ແລ້ວແຕ່ແມ່ນມີຄວາມສຳຄັນຕໍ່ສິດ ຜົນປະໂຫຍດທັງໝົດຂອງປະຊາ ຊົນລາວບັນດາເຜົ່າ. ເມື່ອຫວນຄືນຜົນງານໃນໄລຍະ ຜ່ານມາເຫັນວ່າບົດບາດຂອງສະພາ ແຫ່ງຊາດ ໃນຖານະອົງການຕາງ ໜ້າຂອງປະຊາຊົນນັບມື້ນັບສູງເດັ່ນ ຂຶ້ນ ໂດຍສະເພາະພາຍຫລັງສຳ ເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ໄດ້ຍົກ ສູງບົດບາດການນຳພາຂອງພັກ ໃນອົງການນິຕິບັນຍັດໃຫ້ສູງຂຶ້ນສິ່ງ ນີ້ຢັ້ງຢືນວ່າ ພັກໃຫ້ຄວາມສຳຄັນຕໍ່ ປະຊາຊົນ, ດັ່ງຄຳເວົ້າຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ເວົ້າຕະຫລອດວ່າ: ຖືປະຊາຊົນເປັນ ກົກຖືຊົນນະບົດເປັນເປົ້າໝາຍ. ສຳ ລັບຜົນງານທີ່ພົ້ນເດັ່ນແມ່ນການ ພິຈາລະນາຕົກລົງປັບປຸງ ຫລື ສ້າງ ກົດໝາຍນິຕິກຳນີ້ ພວກເຮົາໄດ້ເອົາ ໃຈໃສ່ໂດຍສະເພາະການທາບທາມ ຄຳຄິດຄຳເຫັນຂອງປະຊາຊົນ ໃນ ການປັບປຸງບັນດານິຕິກຳ ຫລື ວ່າ ລຸ່ມກົດໝາຍ ເປັນການດັດປັບສາຍ ພົວພັນໃນສັງຄົມ ເພື່ອເຮັດໃຫ້ການ ນຳພາຂອງພັກ, ການຄຸ້ມຄອງ ຂອງລັດ ກາຍເປັນລັດຂອງປະຊາ ຊົນຢ່າງແທ້ຈິງ, ເປັນລັດທີ່ມີການ ຄຸ້ມຄອງຄວາມສັກສິດ ແລະ ມີປະ ສິດທິພາບ ໂດຍສະເພາະໃນເງື່ອນ ໄຂທີ່ມີການບໍລິການດ້ານຕາແສງ ຍິ່ງຈະເຮັດໃຫ້ການບໍລິຫານຂອງ ລັດ ຍັບໃກ້ເຂົ້າປະຊາຊົນ, ເຖິງວ່າ ການບໍລິການອາດຈະມີຄວາມສະ ດວກຄວາມຫຍຸ້ງຍາກ, ແຕ່ຂ້າພະ ເຈົ້າໝັ້ນໃຈວ່າຜ່ານການປະຕິບັດຢູ່ ແຂວງຈຳປາສັກນີ້ກໍນັບມື້ນັບດີຂຶ້ນ. ສ່ວນວຽກງານການພິຈາລະ ນາຕົກລົງບັນຫາສຳຄັນ ກໍເປັນອີກ ໜຶ່ງພາລະບົດບາດຫລັກຂອງສະ ພາແຫ່ງຊາດ ໂດຍສະເພາະການພິ ຈາລະນາເລືອກຕັ້ງບຸກຄະລາກອນ ໃນຕຳແໜ່ງສຳຄັນ ເຊັ່ນ: ປະທານ ສະພາແຫ່ງຊາດ ແລະ ນາຍົກລັດ ຖະມົນຕີ ເພື່ອເປັນກົນໄກສຳຄັນ ໃນການຂັບເຄື່ອນນະໂຍບາຍ ແລະ ມະຕິຕ່າງໆໃຫ້ບັນລຸຕາມເປົ້າໝາຍ. ສະນັ້ນ, ຢູ່ທ້ອງຖິ່ນກໍຈຳເປັນຕ້ອງ ເອົາໃຈໃສ່ວຽກງານດັ່ງກ່າວເຊັ່ນ ດຽວກັນ ເພື່ອໃຫ້ການນຳພາ ແລະ ການບໍລິຫານມີຄວາມຕໍ່ເນ່ືອງ. ສຳລັບວຽກງານການຕິດຕາມ ກວດກາການເຄົາລົບແລະປະຕິບັດ ກົດໝາຍ ລວມໄປເຖິງຄຳສະເໜີ ຂອງປະຊາຊົນ ຊຶ່ງເປັນບັນຫາທີ່ ເປັນຈຸດໃຈກາງທີ່ສຳຄັນ ແລະ ເປັນ ບັນຫາທີ່ປະຊາຊົນຕິດຕາມ ໂດຍ ສະເພາະແມ່ນຄຳສະເໜີຂອງປະຊາ ຊົນສະເໜີມາແລ້ວຮອດໃສ, ແກ້ໄຂ ແນວໃດ, ອະທິບາຍແນວໃດ ພວກ ເຮົາຕ້ອງໄດ້ຟັງຄຳເຫັນປະຊາຊົນ, ປຶກສາປະຊາຊົນ ແລະ ແກ້ໄຂບັນ ຫາສິດຜົນປະໂຫຍດໃຫ້ປະຊາຊົນ. ແນວໃດກໍດີ, ສໍາລັບການລົງພົບປະ ຊາຊົນ ໃນແຕ່ລະເຂດສິ່ງທີ່ເຂົາເຈົ້າ ສະເໜີຫລາຍ ແມ່ນການຊຸກຍູ້ໃຫ້ ພັກ-ລັດຈັດຕັ້ງປະຕິບັດກົດໝາຍໃຫ້ ກົດໝາຍມີຄວາມສັກສິດ ເພື່ອເຮັດ ໃຫ້ລັດເປັນລັດຂອງປະຊາຊົນ ແລະ ບໍລິການຮັບໃຊ້ປະຊາຊົນໝົດຈິດ ໝົດໃຈແລະມີປະສິດທິພາບ.ອີກບັນ ຫາໜຶ່ງທີ່ປະຊາຊົນສະເໜີຫລາຍ ແມ່ນການພັດທະນາພື້ນຖານໂຄງ ລ່າງ ໂດຍສະເພາະວ່າ ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ຕ່າງໆ ທີ່ເປັນປັດໄຈສຳຄັນຕໍ່ການ ໄປມາຫາສູ່ກັນ, ການຄ້າຂາຍ ແລະ ການລົງທຶນ. ເຖິງວ່າພາກລັດຈະໄດ້ ເອົາໃຈໃສ່ພັດທະນາແລ້ວກໍຕາມ, ແຕ່ຍັງຈຳເປັນຕ້ອງສືບຕໍ່ຍົກສູງ ຄຸນນະພາບ ແລະ ຂະຫຍາຍການ ພັດທະນາໃຫ້ກວ້າງຂວາງຂຶ້ນ ເພື່ອ ສ້າງເງື່ອນໄຂໃຫ້ປະຊາຊົນສາມາດ ດຳລົງຊີວິດ, ຜະລິດ, ຄ້າຂາຍ ແລະ ເຂົ້າເຖິງການບໍລິການຕ່າງໆໃຫ້ ສະດວກຂຶ້ນ. ຂປລ. ກະຊວງກະສິກຳ, ອາ ຫານ ແລະ ກິດຈະການຊົນນະບົດ (MAFRA) ແຫ່ງສ ເກົາຫລີແລະ ອົງການ KOTRA ທີ່ສົ່ງເສີມການ ຄ້າ ແລະ ການລົງທຶນເກົາຫລີ ຈັດ ງານສົ່ງເສີມການຄ້າອາຫານ ແລະ ສິນຄ້າກະສິກຳເກົາຫລີ (Laos K-Agri Food Trade Mission 2026) ໃນລະຫວ່າງວັນທີ 2224 ຕຸລາ 2026 ຢູ່ນະຄອນຫລວງ ວຽງຈັນ ຊຶ່ງເປັນເວທີສຳຄັນໃນ ການເຊື່ອມໂຍງຜູ້ຜະລິດ-ຜູ້ສະໜອງ ເກົາຫລີ ກັບ ຜູ້ນຳເຂົ້າ, ຜູ້ຈັດຈຳ ໜ່າຍ ແລະ ຜູ້ບໍລິໂພກໃນລາວ. ໃນງານດັ່ງກ່າວ, ປະກອບມີກິດ ຈະກຳເຈລະຈາທຸລະກິດແບບຕົວຕໍ່ ຕົວ ຫລື B2B ຢູ່ໂຮງແຮມ ຮໍລິເດ ອິນ ວຽງຈັນ ໄດ້ເຊື່ອມໂຍງຜູ້ສະ ໜອງເກົາຫລີ ເຂົ້າກັບຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍຂອງລາວ 13 ບໍລິສັດ, ມີການພົບປະເຈລະຈາທຸ ລະກິດລວມ 20 ປະຊຸມ ໂດຍເນັ້ນ ໃສ່ໂອກາດການນຳເຂົ້າ, ການກະ ຈາຍສິນຄ້າ ແລະ ຄວາມຮ່ວມມື ໄລຍະຍາວ. ສ່ວນກິດຈະກຳປະຊາ ສຳພັນສູ່ສາທາລະນະ ໃນງານ “Korea Lifestyle Festival 2026” ຢູ່ສູນການຄ້າ ພາກຊັນ (Parkson Mall) ໄດ້ນຳເອົາຜະ ລິດຕະພັນຫລາຍກວ່າ 115 ລາຍ ການ ຈາກ 35 ບໍລິສັດເກົາຫລີ ມາ ວາງແດງ ໃຫ້ຜູ້ປະກອບການ ແລະ ຜູ້ບໍລິໂພກໃນລາວໄດ້ເລືອກຊົມ. ບໍ ລິ ເ ວ ນ K - P r o d u c t Showcase Zone ໄດ້ວາງ ແດງສິນຄ້າ, ໃຫ້ຂໍ້ມູນ ແລະ ເປີດ ໃຫ້ຊີມຟຣີ ເພື່ອໃຫ້ຜູ້ເຂົ້າຊົມໄດ້ ສຳພັດຄຸນນະພາບ ແລະ ແລກປ່ຽນ ຄຳຄິດເຫັນກ່ຽວກັບລົດຊາດ ເເລະ ຄວາມມັກຂອງຄົນທ້ອງຖິ່ນ. ນອກ ຈາກນີ້, ຍັງມີບໍລິສັດຊັ້ນນຳ ເຊັ່ນ: AF Solut ion Co. , Ltd. , SGS Factory Corp., Park Haeyoung Rural Jandae Agricultural Co., Ltd ແລະ 6 ຜູ້ນໍາເຂົ້າຂອງລາວ ໄດ້ນໍາເອົາ ຜະລິດຕະພັນ ມາເປີດຕົວ ເຊັ່ນ: ໝີ່ ເຄິ່ງສຳເລັດຮູບ, ຕັອກໂບກີ, ຜະ ລິດຕະພັນຈາກໂສມ, ອາຫານເສີມ ແລະ ເຄື່ອງດື່ມ. ພ້ອມນີ້, ຍັງມີ ໂຊນອາຫານເກົາຫລີ (K-Food Zone) ທີ່ປະກອບດ້ວຍຫ້ອງຂາຍ ອາຫານ 29 ຫ້ອງ, ນຳສະເໜີທັງ ອາຫານເກົາຫລີ ແລະ ອາຫານ ລາວ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວ ທີ່ຢາກລອງຊິມລົດຊາດທີ່ຫລາກ ຫລາຍ. ນອກຈາກນີ້, ຍັງມີການ ສາຍວິດີໂອນຳສະເໜີບໍລິສັດ, ການ ສະແດງປຸງແຕ່ງອາຫານເເບບປະ ສົມປະສານ ລາວ-ເກົາຫລີ, ການ ປະກວດເຕັ້ນ K-pop ແລະ ການ ສະແດງທາງວັດທະນະທຳ ຊຶ່ງໄດ້ ສ້າງບັນຍາກາດທີ່ໜ້າສົນໃຈ ເພື່ອ ສົ່ງເສີມຜະລິດຕະພັນເກົາຫລີ ແລະ ເສີມສ້າງການແລກປ່ຽນທາງວັດ ທະນະທຳໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານ ປັກ ຈຸນກິວ (Mr. Park Jungwe), ຜູ້ອຳນວຍການໃຫຍ່ KOTRA ວຽງຈັນ ໄດ້ກ່າວວ່າ: ການຮວມເອົາການເຈລະຈາທຸລະ ກິດ ເຂົ້າກັບການສ້າງການມີສ່ວນ ຮ່ວມຂອງຜູ້ບໍລິໂພກ ຊ່ວຍໃຫ້ບໍລິ ສັດເກົາຫລີ ເຂົ້າໃຈຄວາມຕ້ອງ ການຂອງຕະຫລາດທ້ອງຖິ່ນຢ່າງ ເລິກເຊິ່ງ, ຊ່ວຍຄົ້ນຫາພັນທະມິດ ການຈັດຈຳໜ່າຍທີ່ເໝາະສົມ ແລະ ວາງກົນລະຍຸດການເຂົ້າສູ່ຕະຫລາດ ຢ່າງມີປະສິດທິພາບ.
RkJQdWJsaXNoZXIy MTc3MTYxMQ==