7394

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 27/10/2026 xtgmf]k; ຮອງນາຍົກລັດຖະມົນຕີ ...ົັົີ ຄະນະພະສົງ ...ົ ປະທານສະພາແຫ່ງຊາດ...່ ສປປ ລາວ ກຽມຄວາມພ້ອມ...້ ອົງການກາແດງແຫ່ງຊາດລາວ...ົ່ ແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມ ໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ. ໃນພິທີ ເຂົ້າຮ່ວມເປັນປະທານ ຝ່າຍສົງມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດ ທະສາສະໜາສຳພັນລາວ ແຂວງ ຈຳປາສັກ ພ້ອມດ້ວຍພະເຖລານຸເຖ ລະ ເຂົ້າຮ່ວມ. ການທຳບຸນໃສ່ບາດຄັ້ງນີ້, ເປັນ ການສືບທອດຮີດຄອງປະເພນີບຸນ ອອກພັນສາປະວໍຣະນາ ກໍຄືວັດ ທະນະທຳອັນດີງາມຂອງຊາດທີ່ ຄົນລາວຊາວພຸດສືບທອດຈັດຕັ້ງ ປະຕິບັດມາແຕ່ບູຮານນະການໃຫ້ ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະ ຫລອດໄປ ໂດຍໄດ້ມີການໃສ່ບາດ, ຖວາຍທານ ແລະ ຢາດນໍ້າ ເພື່ອອຸ ພ້ອມດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມໃສ່ ບາດຖວາຍສັງຂະທານແກ່ພະສົງ ຕາມຮີດຄອງປະເພນີ. ກ່ອນຈະ ໃສ່ບາດກໍໄດ້ມີພິທີທາງສາສະໜາ ຕ່າງໆນຳໂດຍພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານອົງ ການພຸດທະສາສະນາສຳພັນ ແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະ ທານຄະນະປະຈໍາສະມາຄົມພຸດທະ ສາສະໜາ ແຂວງກວາງຕຸ້ງ, ປະ ທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ ກໍຕັ້ງກອງປະຊຸມພຸດສາສະໜາໜານ ໄຫ່, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ພ້ອມດ້ວຍຄະນະພະສົງຈາກ 29 ປະເທດ ເຂົ້າຮ່ວມໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມ ໂຕະມົນພຸດທະສາສະໜາໜານໄຫ່ ທິດສ່ວນບຸນກຸສົນໃຫ້ແກ່ບັນພະບູລຸດ ຜູ້ທີ່ລ່ວງລັບໄປແລ້ວ ແລະ ເປັນສີລິ ມຸງຄຸນໃຫ້ແກ່ຕົນເອງ-ຄອບຄົວໃຫ້ຢູ່ ເຢັນເປັນສຸກ, ທັງເປັນການເຜີຍແຜ່ ວັດທະນະທຳອັນດີງາມຂອງຊາດ ອີກດ້ວຍ. ຕອນທ້າຍພິທີ, ພະອາຈານມະ ຫາ ສຸວັນ ຈັນທະຣາຊ ປະທານ ອົງການພຸດທະສາສະໜາສຳພັນ ລາວແຂວງ ກໍໄດ້ເທສະໜາໃຫ້ ອອກຕົນຍາດໂຍມໃຫ້ຍຶດໝັ້ນໃນ ການທຳຄວາມດີ, ມີຄວາມສາມັກ ຄີເປັນປຶກແຜ່ນ, ພ້ອມກັນຮັກສາ ສິນ, ຮັກສາກາຍວາຈາ ແລະ ເຮືອນ ຊານບ້ານຊ່ອງຂອງຕົນໃຫ້ມີຄວາມ ສະອາດສວຍງາມ ໂດຍສະເພາະ ແມ່ນໃຫ້ເອົາໃຈໃສ່ຮັກສາອະນາໃນ ໄລຍະບຸນອອກພັນສາ ແລະ ຊ່ວງ ເຮືອປະເພນີປະຈໍາ 2026 ຢູ່ນະ ຄອນປາກເຊ. ນອກນີ້, ກໍໃຫ້ປະພຶດ ປະຕິບັດຕົນໃຫ້ສອດຄ່ອງຕາມທຳ ນອງຄອງທຳ ແລະ ລະບຽບກົດ ໝາຍບ້ານເມືອງ. ຂ່າວ-ພາບ: ທູນທອງໃຈ ຄັ້ງທີ 11 ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 25-30 ຕຸລາ 2026. ວັນບຸນອອກພັນສາ ຫລື ວັນ ມະຫາປະວໍຣະນາ ເປັນວັນທີ່ສໍາຄັນ ທາງພຸດທະສາສະໜາເປັນວັນສິ້ນ ສຸດຂອງການຈໍາພັນສາ ຄົບ 3 ເດືອນຂອງພະສົງສາມະເນນ ໂດຍ ສະເພາະພະພິກຂຸສົງ, ພາຍຫລັງ ອອກພັນສາແລ້ວພະສົງສາມາດ ອອກໄປເທດສະນາສັ່ງສອນຍາດ ໂຍມ, ພໍ່ແມ່ ແລະ ຄູບາອາຈານ ໄດ້ ຕາມປົກກະຕິ. ໃນຕອນແລງຂອງວັນດຽວກັນ, ຍັງຈະມີການວຽນທຽນອ້ອມພຸດທະ ສີມາ ຫລື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະ ໄຕຣ ແລະ ເພື່ອເປັນບຸນເປັນກຸສົນ ແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງ ຈະມີການໄຫລເຮືອໄຟ ຫລື ໂຄມໄຟ ຕາມນ້ຳສາຍຕ່າງໆ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຂປລ. ເມື່ອບໍ່ດົນມານີ້, ກະ ຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມ ພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະ ກໍາພືດສວນໂລກອຸດອນທານີ, ຄະ ນະຕິດຕາມປະກອບມີ: ຫົວໜ້າ ບາງກອກ ລາຊະອານາຈັກໄທ. ໃນໂອກາດນີ້,ທ່ານທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ ໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີລະ ຫວ່າງ ສປປ ລາວ ແລະ ບຣາຊິນ ໃນໄລຍະຜ່ານມາ ຊຶ່ງການນໍາຂັ້ນ ສູງຂອງທັງສອງປະເທດກໍໄດ້ມີ ການພົບປະກັນໃນໂອກາດເດີນທາງ ໄປເຂົ້າຮ່ວມກອງປະຊຸມສາກົນ ຕ່າງໆ ແລະ ກໍມີການແລກປ່ຽນບັນ ດາສານອວຍພອນ, ສານຊົມເຊີຍ ເຊິ່ງກັນ ແລະ ກັນໃນໂອກາດສໍາ ຄັນຕ່າງໆ. ພ້ອມກັນນີ້, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າທ່ານເອກອັກຄະລັດຖະ ທູດຈະສືບຕໍ່ຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ໃຫ້ໄດ້ຮັບການພັດທະນາ ຍິ່ງໆຂຶ້ນ ໂດຍສະເພາະແມ່ນການ ແລກປ່ຽນການຢ້ຽມຢາມລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ລວມເຖິງການພົວພັນຮ່ວມມືໃນ ຂົງເຂດເສດຖະກິດ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະ ຂົງ ເຂດອື່ນໆທີ່ທັງສອງຝ່າຍມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ອານເດຣດ ກາແດງແຫ່ງຊາດລາວ ໄດ້ນໍາພາ ຄະນະລົງມອບເຄື່ອງຊ່ວຍເຫລືອ ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກ ຍາກທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງ ໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມ ສະອາດ ແລະ ບ້ານຫ້ວຍແຮ່ ເມືອງ ໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານ ຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍ ທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ເມືອງລະຄອນ ເພັງ ແຂວງສາລະວັນ ໂດຍໄດ້ລົງ ພື້ນທີ່ແຈກຢາຍເຄື່ອງ ຈຳນວນ 10 ລາຍການ ເຊັ່ນ: ໝີ່, ປ໋ອງປາ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາ ໄມ, ແຟັບ ແລະ ອື່ນໆ ເພື່ອແບ່ງເບົາ ຄວາມຫຍຸ້ງຍາກ ແລະ ຊ່ວຍເຫລືອ ໂອເດັນເບຣອິດສ ກຣາບາໂຢ ກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນ, ພ້ອມທັງໄດ້ສະແດງ ຄວາມໝາຍໝັ້ນວ່າຈະປະຕິບັດ ໜ້າທີ່ການທູດຄັ້ງນີ້ຂອງຕົນຢ່າງ ສຸດຄວາມສາມາດ ເພື່ອປະກອບ ສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການ ພົວພັນ ແລະ ຮ່ວມມືລະຫວ່າງ ສອງປະເທດໃຫ້ຈະເລີນງອກງາມ ຍິ່ງໆຂຶ້ນ. ສປປ ລາວ ແລະ ສະຫະພັນ ສາທາລະນະລັດ ບຣາຊິນ ໄດ້ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນໃນ ວັນທີ 12 ມິຖຸນາ 1995 (ຄົບຮອບ 31 ປີ). ບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມມູນຄ່າທັງໝົດ 327 ລ້ານກວ່າກີບ. ການລົງມອບເຄື່ອງຊ່ວຍເຫລືອ ໃນຄັ້ງນີ້, ເປັນການສະແດງເຖິງ ຄວາມເປັນຫ່ວງເປັນໃຍຢ່າງເລິກ ເຊິ່ງຂອງພັກ-ລັດ ກໍຄື ອົງການ ກາແດງແຫ່ງຊາດລາວ ຊຶ່ງຍາມ ໃດກໍຢູ່ຄຽງຂ້າງ ແລະ ເປັນທີ່ເພິ່ງ ຂອງປະຊາຊົນໃນຍາມພົບຄວາມ ຫຍຸ້ງຍາກ ແລະ ໄພພິບັດຕ່າງໆ ເພື່ອ ຊ່ວຍໃຫ້ຟື້ນຟູຊີວິດການເປັນຢູ່ ແລະ ສ້າງກຳລັງໃຈໃຫ້ປະຊາຊົນໃນການ ດຳລົງຊີວິດໃຫ້ດີຂຶ້ນເລື້ອຍໆ. ໂອກາດນີ້, ທ່ານປະທານອົງ ການກາແດງແຫ່ງຊາດລາວ ຍັງໄດ້ ມີຄຳເຫັນໂອ້ລົມປະຊາຊົນໃຫ້ພ້ອມ ກັນດຸໝັ່ນທຳມາຫາກິນເພີ່ມພູນຜະ ລິດຜົນໃນລະດູແລ້ງທີ່ຈະມາເຖິງນີ້ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ເພິ່ງຕົນເອງ ແລະ ກຸ້ມຕົນ ເອງໃຫ້ຄອບຄົວມີຢູ່ມີກິນຫລຸດພົ້ນ ຄວາມທຸກຍາກທັງເປັນການປະ ກອບສ່ວນໃນການພັດທະນາບ້ານ, ຕາແສງ, ເມືອງ, ແຂວງ ກໍຄື ພັດ ທະນາປະເທດຊາດ. ຂໍ້ມູນ-ພາບ: ອົງການກາແດງແຫ່ງ ຊາດລາວ ຫ້ອງການກະຊວງ, ຫົວໜ້າກົມ ແຜນການ ແລະ ການຮ່ວມມື ພ້ອມ ຄະນະ, ມີຜູ້ຕາງໜ້າຈາກກະຊວງ ການເງິນ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຊຶ່ງໃນງານດັ່ງກ່າວ ຈະຈັດຂຶ້ນໃນ ຕົ້ນເດືອນພະຈິກ 2026 ທີ່ແຂວງ ອຸດອນທານີ ລາຊະອານາຈັກໄທ. ສໍາລັບຮູບແບບການຈັດງານ (Theme Concept) ທີ່ປະເທດ ເຈົ້າພາບກໍານົດໃຫ້ບັນດາປະເທດ ແມ່ນ “ຄວາມຫລາກຫລາຍຂອງ ຊີວິດ: ການເຊື່ອມຕໍ່ຜູ້ຄົນ, ສາຍນໍ້າ ແລະ ພືດ ເພື່ອການດໍາລົງຊີວິດແບບ ຍືນຍົງ”. ສປປ ລາວ ແມ່ນໜຶ່ງໃນ ປະເທດທີ່ຖືກເຊື້ອເຊີນເຂົ້າຮ່ວມ ຈັດວາງສະແດງໃນສ່ວນສວນນາ ນາຊາດກາງແຈ້ງໃນເນື້ອທີ່ 743 ຕາແມັດ ແລະ ສວນໃນຮົ່ມ ເນື້ອທີ່ 48 ຕາແມັດ ໂດຍຄະນະຮັບຜິດຊອບ ຊີ້ນໍາລະດັບຊາດ ໄດ້ເປັນເອກະພາບ ນໍາສະເໜີຮູບແບບການຈັດສວນພຶກ ສາສາດປະສົມປະສານກັບການຈໍາ ລອງທໍາມະຊາດ, ເອກະລັກທາງ ວັດທະນະທໍາ, ຮີດຄອງປະເພນີ ຂອງລາວ ແລະ ສັນຍະລັກມິງເມືອງ ຂອງລາວ ໄດ້ແກ່: ຈໍາລອງແບບພະ ທາດຫລວງ ທີ່ເປັນທີ່ເອກອ້າງເຖິງ ສາສະໜາຕິດພັນກັບຄວາມເຊື່ອຖື ຂອງຄົນລາວ ທີ່ນັບຖືສາສະໜາ ພຸດ ແລະ ທັງເປັນສັນຍະລັກຂອງ ປະເທດລາວ; ມີການຈໍາລອງແບບ ຂອງມໍລະດົກໂລກທົ່ງໄຫຫີນ ຊຽງ ຂວາງ, ມໍລະດົກໂລກຮ່ວມຊາຍ ແດນອຸທິຍານແຫ່ງຊາດຟອງຍາແກບາງ ແລະ ອຸທິຍານແຫ່ງຊາດ ຫີນໜາມໜໍ່. ນອກຈາກນັ້ນ, ຍັງ ສ້າງແບບຈໍາລອງແຄນລາວ; ຫໍ ກວນຊົນເຜົ່າກະຕູ ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ ເພື່ອ ຈັດວາງສະແດງບັນດາຮູບພາບ ຕ່າງໆ ເຊັ່ນ: ຮູບພາບມໍລະດົກໂລກ ວັດພູຈໍາປາສັກ, ເມືອງຫລວງພະ ບາງ ມໍລະດົກໂລກ ແລະ ຮູບພາບ ເອກະລັກ ແລະ ວິຖີຊີິວິດຂອງບັນດາ ຊົນເຜົ່າລາວ. ສິ່ງທີ່ໂດດເດັ່ນຂອງ ສວນ ສປປ ລາວ ແມ່ນຈະມີຄວາມ ປະສົມປະສານທາງດ້ານຄວາມ ຫລາກຫລາຍຂອງຊີວະນານາພັນ ຕົ້ນຈໍາປາ ທີ່ເປັນດອກໄມ້ປະຈໍາ ຊາດ, ຕົ້ນໄມ້ທີ່ເປັນເອກະລັກຂອງ ລາວ ແລະ ປະດັບປະດາດ້ວຍດອກ ໄມ້ນານາພັນຢ່າງສວຍງາມສະແດງ ເຖິງປະເທດລາວມີຄວາມອຸດົມສົມ ບູນທາງດ້ານທຳມະຊາດ ແລະ ເປັນ ທີ່ໜ້າມາທ່ຽວຊົມຂອງແຂກຄົນແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ຮູ້ຈັກ ກັບປະເທດລາວ ຜ່ານເຄືອຂ່າຍຂອງ ສະມາຄົມພືດສວນໂລກAIPHທີ່ທຸກ ຄົນທົ່ວໂລກ 140 ປະເທດໄດ້ຮັບຮູ້ ຂໍ້ມູນຂ່າວສານ ດັ່ງກ່າວ. ມາຮອດປັດຈຸບັນ, ການກະ ກຽມຄວາມພ້ອມຂອງຄະນະຮັບ ຜິດຊອບເຫັນວ່າມີຄວາມຄືບໜ້າ ເປັນທີ່ໜ້າພໍໃຈຫລາຍຈາກການ ປະເມີນບັນດາໜ້າວຽກທີ່ປະຕິບັດ ໄດ້ສົມທຽບໃສ່ແຜນຕາມແບບທີ່ ໄດ້ເອກະພາບກັນປະເມີນໄດ້ຫລາຍ ກວ່າ 95% ແລະ ບັນດາໜ້າວຽກ ທີ່ຍັງເຫລືອແມ່ນວຽກເກັບລາຍລະ ອຽດ, ຕົບແຕ່ງຮູບພາບຕ່າງໆ ແລະ ນໍາເອົາຜະລິດຕະພັນວາງສະແດງ ເຂົ້າໃສ່ສະຖານທີ່ຕົວຈິງ . ໂອກາດນີ້, ທ່ານລັດຖະມົນຕີ ຍັງ ໄດ້ເນັ້ນຕື່ມໃຫ້ຄະນະຮັບຜິດຊອບ ສືບຕໍ່ປະຕິບັດບັນດາໜ້າວຽກທີ່ ຍັງບໍ່ທັນສໍາເລັດໃຫ້ສໍາເລັດຕາມ ແຜນທີ່ໄດ້ເອກະພາບກັນ ແລະ ເພີ່ມ ແບບຈໍາລອງປະຕູໄຊ ເຂົ້າຕື່ມ ເພື່ອ ໃຫ້ຄົບຖ້ວມລວມທັງໃຫ້ນໍາເອົາ ຂໍ້ມູນຄວາມອຸດົມສົມບູນທາງດ້ານ ຊີວະນາໆພັນຂອງ ສປປ ລາວ ມາ ເຜີຍແຜ່ໃນງານໃຫ້ໄດ້ຫລາຍທີ່ສຸດ ແລະ ໃຫ້ມີຄວາມຫລາກຫລາຍ ທັງເປັນແບບຮູບພາບ ແລະ ວິດີໂອ ເພື່ອເປັນການໂຄສະນາໃຫ້ຜູ້ມາ ຮ່ວມງານຮັບຮູ້ກ່ຽວກັບ ສປປ ລາວ ໃຫ້ຫລາຍຂຶ້ນ. ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ

RkJQdWJsaXNoZXIy MTc3MTYxMQ==