27/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫາລືຊຸກຍູ້ຂະຫຍາຍຕາໜ່າງ...ືຸູ້່ ໂຄງການໄຟຟ້າພະລັງງານລົມ...້ັົ ຂປລ. ໂຄງການໄຟຟ້າພະລັງ ງານລົມມອນຊູນວິນພາວ ເ ວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງ ລາຍຮັບ ແລະ ປັບປຸງຄຸນນະພາບ ຊີວິດການເປັນຢູ່ໃຫ້ປະຊາຊົນໃນ ທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊ ກອງ ແລະ ເມືອງຊານໄຊ ແຂວງ ອັດຕະປື ຜ່ານການສ້າງໂອກາດມີ ວຽກເຮັດງານທຳ, ສົ່ງເສີມດ້ານກະ ສິກຳ ແລະ ພັດທະນາອາຊີບທີ່ສາ ມາດສ້າງລາຍຮັບໄດ້ໃນໄລຍະຍາວ. ທ່ານ ນະຣຸດ ບົວຂະຈອນ ຜູ້ ຈັດການທົ່ວໄປບໍລິສັດມອນຊູນ ວິນພາວເວີ ຈຳກັດ ໃຫ້ສຳພາດໃນ ວັນທີ 20 ຕຸລາ 2026 ຜ່ານມາ ວ່າ: ໂຄງການໄຟຟ້າພະລັງງານ ລົມມອນຊູນວິນພາວເວີ ນັບແຕ່ເລີ່ມ ກໍ່ສ້າງຈົນຮອດຜະລິດກະແສໄຟຟ້າ ສົ່ງອອກໄປ ສສ ຫວຽດນາມ, ໂຄງ ການໄດ້ໃຫ້ຄວາມສໍາຄັນຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບ ຜົນປະທົບເປັນຫລັກ ໂດຍສຸມໃສ່ ຊຸກຍູ້ສົ່ງເສີມການສ້າງອາຊີບ, ສ້າງ ລາຍຮັບ ແລະ ປັບປຸງຄຸນນະພາບ ຊີວິດການເປັນຢູ່ໃຫ້ປະຊາຊົນໃນ ທ້ອງຖິ່ນ ໂດຍສະເພາະຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໂຄງການ ໂດຍໄດ້ໃຫ້ງົບປະມານພັດທະນາ ຊຸມຊົນ (ເມືອງດາກຈຶງ ແລະ ເມືອງ ລັດຖະກອນ, ພະນັກງານລັດວິສາ ຫະກິດ ແລະ ຜູ້ປະກອບອາຊີບ ອິດສະລະ ລວມທັງໝົດປະມານ 927.000 ຄົນ (ຄິດເປັນ 12,5% ຂອງພົນລະເມືອງທັງໝົດ) ຈາກ ຫລາຍກວ່າ 7.310 ຫົວໜ່ວຍ ແຮງງານ. ປະຊາຊົນທີ່ຢູ່ໃນລະບົບ ສາມາດເຂົ້າເຖິງການປິ່ນປົວສຸຂະ ພາບ, ໄດ້ຮັບການປົກປ້ອງດ້ານ ແຮງງານ, ຄວາມປອດໄພ ແລະ ສະຫວັດດີການຕ່າງໆຢ່າງເປັນຮູບ ປະທຳ. ເຖິງຢ່າງໃດກໍຕາມວຽກງານ ດັ່ງກ່າວ, ຍັງຕ້ອງຜະເຊີນກັບສິ່ງ ທ້າທາຍຫລາຍດ້ານເປັນຕົ້ນແມ່ນ ດ້ານຄວາມຮັບຮູ້ ແລະ ຄວາມເຂົ້າ ໃຈຂອງສັງຄົມຕໍ່ຄວາມສຳຄັນຂອງ ການປະກັນສັງຄົມທີ່ຍັງຕໍ່າເມື່ອ ຕະຫລາດສົດໂນນຄໍ້...ົໍ້ ສິນຄ້າຕາມອຳເພີໃຈ, ພ້ອມກຳນົດ ໃຫ້ຜູ້ຄ້າຂາຍຕິດປ້າຍລາຄາສິນຄ້າ ໃຫ້ຊັດເຈນ ເພື່ອໃຫ້ຜູ້ບໍລິໂພກສາ ມາດກວດສອບລາຄາໄດ້ ແລະ ໄດ້ ຮັບຄວາມເປັນທຳໃນການຊື້-ຂາຍ, ພ້ອມທັງວາງມາດຕະການຢ່າງເຂັ້ມ ງວດ ໂດຍຫ້າມຊາວຄ້າຂາຍນຳ ເອົາວັດຖຸລະເບີດ ແລະ ອຸປະກອນ ຈຸດລະເບີດທຸກປະເພດ ເຊັ່ນ: ບັ້ງໄຟ ດອກ, ບັ້ງພຸ, ກະໂພດ ແລະ ອື່ນໆ ມາວາງຈຳໜ່າຍພາຍໃນບໍລິເວນ ຕະຫລາດໂດຍເດັດຂາດຖ້າກວດພົບ ຜູ້ຄ້າຂາຍລະເມີດຂໍ້ຫ້າມດັ່ງກ່າວ ຈະຖືກດຳເນີນການຕາມລະບຽບ ການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ. ຊານໄຊ) 1,1ລ້ານໂດລາສະຫະລັດ ຕໍ່ປີ, ລວມຕະຫລອດ 25 ປີ ປະມານ 27,5 ລ້ານໂດລາສະຫະລັດ. ໃນ ນັ້ນ, ໄດ້ສຸມໃສ່ພັດທະນາດ້ານກະສິ ກຳ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເປັນຕົ້ນດ້ານກະສິກຳ ໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກກາເຟ ແທນການຖາງປ່າເຮັດໄຮ່ແບບ ເລື່ອນລອຍ ໂດຍໄດ້ສະໜອງເບ້ຍ ກາເຟ, ອຸປະກອນ, ເຕັກນິກການ ປູກ, ການບົວລະບັດ, ການເກັບ ກ່ຽວ, ການແປຮູບ, ລວມທັງການ ເກັບຊື້ໃນລາຄາທີ່ເໝາະສົມ, ລວມ ເຖິງການເຊື່ອມໂຍງຕະຫລາດ ເພື່ອ ຊ່ວຍໃຫ້ປະຊາຊົນສາມາດພັດທະ ນາຜະລິດຕະພັນ ແລະ ສ້າງລາຍ ຮັບເພີ່ມຂຶ້ນ. ດ້ານການສຶກສາ ແລະ ສາທາລະນະສຸກ ໄດ້ສ້າງວັດ, ໂຮງ ຮຽນ, ສົ່ງນັກຮຽນໄປຮຽນຕໍ່ຢູ່ຕ່າງ ແຂວງ ແລະ ປະເທດໄທ ເພື່ອກັບ ມາພັດທະນາຊຸມຊົນຂອງຕົນເອງ, ສ້າງສຸກສາລາ, ຕູ້ຢາປະຈຳບ້ານ, ສ້າງລະບົບນ້ຳສະອາດ (ນ້ຳລິນ) ແລະ ຫ້ອງນ້ຳ. ພ້ອມນີ້, ຍັງໄດ້ສະ ໜັບສະໜູນອາຫານທ່ຽງໃຫ້ນ້ອງ ນັກຮຽນ ແລະ ອື່ນໆ, ທັງໄດ້ປັບປຸງ ຖະໜົນຫົນທາງເຂົ້າເຖິງຊຸມຊົນ ແລະ ສົ່ງເສີມການທ່ອງທ່ຽວ ແບບອະນຸລັກຕື່ມອີກ. ພ້ອມນັ້ນ, ໂຄງການຍັງໄດ້ຈ້າງງານພະນັກ ງານໃນທ້ອງຖິ່ນ ຫລາຍກວ່າ 140 ຄົນ. ການດຳເນີນງານດັ່ງກ່າວ, ມີ ເປົ້າໝາຍໃຫ້ປະຊາຊົນທີ່ໄດ້ຮັບຜົນ ກະທົບສາມາດເຂົ້າເຖິງໂອກາດ ດ້ານອາຊີບ, ພັດທະນາທັກສະ, ມີ ລາຍຮັບທີ່ໝັ້ນຄົງ ແລະ ຍົກລະດັບ ຊີວິດການເປັນຢູ່ຢ່າງຍືນຍົງຄວບ ຄູ່ກັບການພັດທະນາພະລັງງານ ສະອາດ ແລະ ການອະນຸລັກຊັບພະ ຍາກອນທຳມະຊາດ. ປະຊາຊົນທີ່ໄດ້ຮັບຜົນກະທົບ ຫລາຍທ່ານທີ່ໄດ້ເຂົ້າເຮັດວຽກ ແລະ ຮ່ວມກິດຈະກຳຮ່ວມກັບໂຄງ ການໃຫ້ສຳພາດຕໍ່ສື່ມວນຊົນວ່າ: ອາຊີບແຕ່ກ່ອນຄອບຄົວອາໄສ ການເຮັດໄຮ່, ເຮັດນາ ເປັນຫລັກ, ລາຍຮັບບໍ່ແນ່ນອນ. ຫລັງຈາກມີ ໂຄງການນີ້ເຂົ້າມາຊີວິດການເປັນ ຢູ່ຂອງປະຊາຊົນມີການປ່ຽນແປງ ໃນຫລາຍດ້ານ ແລະ ດີຂຶ້ນກວ່າເກົ່າ ຫລາຍ ຊຶ່ງໂຄງການໄດ້ຊຸກຍູ້ສົ່ງເສີມ ໃນຫລາຍດ້ານ ໂດຍສະເພາະດ້ານ ກະສິກຳ ໂຄງການໄດ້ສະໜອງ ເບ້ຍກາເຟ, ພ້ອມທັງແນະນຳວິທີ ການປູກ, ບົວລະບັດ, ການເກັບ ກ່ຽວ ແລະ ການແປຮູບໃຫ້ໄດ້ຄຸນ ນະພາບ. ພ້ອມນີ້ ໂຄງການຍັງ ໄດ້ປັບປຸງຖະໜົນຫົນທາງເຂົ້າຫາ ບ້ານເຮັດໃຫ້ການເດີນທາງໄປມາ ມີຄວາມສະດວກສະບາຍຂຶ້ນກວ່າ ເກົ່າ. ການໄດ້ເຮັດວຽກກັບໂຄງ ການເຮັດໃຫ້ມີລາຍຮັບປະຈຳ ແລະ ໄດ້ຮຽນຮູ້ທັກສະໃໝ່ໆ ເຮັດໃຫ້ຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ. ໂຄງການໄຟຟ້າພະລັງງານລົມ ມອນຊູນວິນພາວເວີ ເລີ່ມລົງມື ກໍ່ສ້າງໃນເດືອນເມສາ 2023, ຕັ້ງ ຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງດາກ ຈຶງ ແຂວງເຊກອງ ກັບເມືອງຊານ ໄຊ ແຂວງອັດຕະປື, ມີເສົາກັງຫັນ ລົມ ທັງໝົດ 133 ຕົ້ນ, ມີກໍາລັງການ ຜະລິດ 600 ເມກາວັດ. ໃນນີ້, ຕັ້ງຢູ່ ເມືອງດາກຈຶງ 110 ຕົ້ນ ແລະ ຕັ້ງ ຢູ່ເມືອງຊານໄຊ 23 ຕົ້ນ, ມີໄລຍະ ສັນຍາ 25 ປີ ລວມມູນຄ່າການ ກໍ່ສ້າງທັງໝົດ 900 ລ້ານໂດລາ ສະຫະລັດ ໂດຍໄດ້ຮັບການສະໜອງ ທຶນຈາກທະນາຄານພັດທະນາອາຊີ (ADB), ທະນາຄານຈາກຕ່າງປະ ເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ ຮ່ວມງານອື່ນໆ. ປັດຈຸບັນໄດ້ມີການ ຊື້-ຂາຍໄຟຟ້າຮ່ວມກັບການໄຟຟ້າ ແຫ່ງ ສສ ຫວຽດນາມ ແລ້ວ, ພ້ອມ ນີ້ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ໂຄງການ “Sekong Wind Farm” ຂະໜາດ 1.000 ເມກາວັດ ຢູ່ໃນເຂດດຽວກັນ, ຄາດວ່າການ ກໍ່ສ້າງຈະໃຫ້ສຳເລັດ ໃນປີ 2028. ຂ່າວ-ພາບ: ທະນູທອງ ທຽບໃສ່ຈຳນວນປະຊາກອນທັງ ໝົດ. ນອກນີ້, ຍັງມີຂໍ້ຈຳກັດດ້ານ ເງື່ອນໄຂອາຊີບ, ລາຍຮັບທີ່ບໍ່ໝັ້ນ ຄົງ, ຄວາມຜັນຜວນທາງເສດຖະກິດ ແລະ ຄ່າຄອງຊີບທີ່ສູງຂຶ້ນ. ພ້ອມນີ້, ຍັງມີບັນສິ່ງທ້າທາຍໃໝ່ໆ ເຊັ່ນ: ການເຄື່ອນຍ້າຍແຮງງານ, ໄພພິບັດ ທາງທຳມະຊາດ, ການປ່ຽນແປງ ໂຄງສ້າງປະຊາກອນ ແລະ ການ ຫັນປ່ຽນທາງດ້ານດີຈິຕອນ. ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນ ເພື່ອເປັນເວທີສຳຄັນໃນການແລກ ປ່ຽນບົດຮຽນ, ປະສົບການຕົວຈິງ ທັງພາຍໃນແລະ ຕ່າງປະເທດ, ພ້ອມ ທັງເປີດໂອກາດໃຫ້ທຸກພາກສ່ວນໄດ້ ຕີລາຄາບັນຫາທ້າທາຍຢ່າງກົງໄປ ກົງມາ ເພື່ອຊອກຫາວິທີທາງແກ້ໄຂ ແລະ ສ້າງນະໂຍບາຍປົກປ້ອງ ສັງຄົມໃຫ້ມີຄວາມສົມບູນ, ເຂັ້ມ ແຂງ ແລະ ສອດຄ່ອງກັບສະພາບ ຕົວຈິງຂອງປະເທດຊາດຍິ່ງໆຂຶ້ນ ໃນອະນາຄົດ. ຂ່າວ-ພາບ: ຂ່າວສານ ຮສສ ສຳລັບສິນຄ້າທີ່ໄດ້ຂາຍດີໃນໄລ ຍະບຸນອອກພັນສານີ້ ແມ່ນສິນຄ້າ ປະເພດເຄື່ອງເຮັດກິດຈະກຳທາງ ສາສະໜາ ເຊັ່ນ: ທູບ, ທຽນ, ເຄື່ອງ ສັງຄະທານ, ລວມທັງ ເຂົ້າປຸ້ນ, ຊີ້ນ, ປາ, ຜັກ ແລະ ອື່ນໆ. ຕະຫລາດສົດໂນນຄໍ້ເປີດໃຫ້ ບໍລິການທຸກວັນ ເລີ່ມແຕ່ເວລາ 5:00-18:30 ໂມງ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ປະຊາຊົນ ໃນການຈັບຈ່າຍຊື້-ຂາຍສິນຄ້າ ໃນ ໄລຍະບຸນອອກພັນສາໃຫ້ເປັນໄປ ຢ່າງສະດວກ ແລະ ຮຽບຮ້ອຍ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==