19/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດດາີ lt,k-y dltrkcsj '-kf g0f 7 c0;'w-pt[6 ]u ,u zq o'korQ ogfaj os]kpfh ko 37'dko0t|kfoh vp0v'mk']q fw2 ]k;{9u o zj kodkod;fdkIa [Iv'zq oleg]aa f 9kddkogIa fokg0Q kd5h ,dy o l6j dkolh k' glf4tdy f7v[7q ;s]kpd;j k 100 ]h kodu [8+ xu ຂປລ. ໃນໄລຍະເກືອບ 1 ປີຜ່ານ ມາ, ຄະນະສະມາຊິກສະພາແຫ່ງ ຊາດ (ສສຊ) ປະຈໍາເຂດເລືອກຕັ້ງ ທີ 7 ແຂວງໄຊຍະບູລີ ໄດ້ຕັ້ງໜ້າ ປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຕົນຢ່າງຈິງຈັງ, ໃນນັ້ນ ມີຜົນ ງານພົ້ນເດັ່ນຫລາຍດ້ານ ໂດຍສະ ເພາະວຽກງານນິຕິບັນຍັດ, ການຕົກ ລົງບັນຫາສໍາຄັນຂອງຊາດ ແລະ ທ້ອງຖິ່ນ, ການຕິດຕາມກວດກາ ແລະ ການລົງຮັບຟັງຄຳສະເໜີ ແລະ ປົກປ້ອງສິດຜົນປະໂຫຍດອັນ ຊອບທຳຂອງປະຊາຊົນ. ທ່ານ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ຮອງ ປະທານຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 7 ແຂວງໄຊຍະບູລີ, ຮອງປະທານ ສະພາປະຊາຊົນແຂວງ ຜູ້ປະຈໍາ ການໄດ້ໃຫ້ສຳພາດໃນໂອກາດເຂົ້າ ຮ່ວມ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວ່າ:ໃນໄລຍະເກືອບ 1 ປີ ຜ່ານມາ, ຄະນະສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈໍາເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ ຕັ້ງໜ້າປະຕິບັດພັນທະ ແລະ ໜ້າ ທີ່ຢ່າງເຄັ່ງຮ້ອນ, ສຸມທຸກສະຕິປັນ ຍາ ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທໍາຂອງປະຊາຊົນ ຊຶ່ງມີຜົນງານພົ້ນເດັ່ນໃນ4ດ້ານຕົ້ນ ຕໍຄື: ດ້ານນິຕິບັນຍັດ: ໄດ້ສຸມໃສ່ ປະກອບຄໍາຄິດເຫັນຢ່າງເລິກເຊິ່ງ ຂປລ. ເມື່ອເວົ້າເຖິງ “ເຂົ້າໄກ່ ນ້ອຍ ແຂວງຊຽງຂວາງ”, ໃຜໆກໍ ຕ້ອງນຶກເຖິງຄວາມນຸ່ມໜຽວ, ກິ່ນ ຫອມເປັນເອກະລາດ ແລະ ຄວາມ ແຊບທີ່ຕິດປາກ. ແຕ່ເບື້ອງຫລັງ ຄວາມແຊບ ແລະ ເມັດເຂົ້າສີຂາວ ໃສເຫລົ່ານັ້ນ ມັນແລກມາດ້ວຍຢາດ ເຫື່ອ, ຄວາມອົດທົນ ແລະ ຫົວຄິດ ປະດິດສ້າງ, ດັ່ງເລື່ອງລາວຄວາມ ສຳເລັດທີ່ໜ້າປະທັບໃຈຂອງ ທ່ານ ຫລ້າສີວັນ ພິລາວົງ ຈາກບ້ານຫໍ ກາງ ເມືອງຜາໄຊ ຄອບຄົວຕົວ ແບບຜູ້ທີ່ສາມາດປ່ຽນຈາກການ ເຮັດນາເພື່ອກຸ້ມກິນ ມາເປັນການ ຜະລິດເຂົ້າເປັນສິນຄ້າ ສ້າງລາຍ ຮັບໃຫ້ຄອບຄົວຫລາຍກວ່າ 100 ລ້ານກີບຕໍ່ປີ. ເມື່ອການເຮັດນາແບບດັ້ງເດີມ ຖືກຍົກລະດັບສູ່ “ກະສິກຳສິນຄ້າ” ຄອບຄົວຂອງທ່ານ ຫລ້າສີວັນ ປະ ກອບມີສະມາຊິກທັງໝົດ 5 ຄົນ, ໂດຍມີແຮງງານຫລັກ 2 ຄົນ ແລະ ສຳຮອງ 1 ຄົນ. ຍ້ອນຄວາມດຸໝັ່ນ ທີ່ເປັນມູນເຊື້ອ, ພວກເຂົາເຈົ້າບໍ່ ເຄີຍຍອມຈຳນົນຕໍ່ຄວາມທຸກຍາກ. ທ່ານ ຫລ້າສີວັນ ໄດ້ເລົ່າເຖິງຈຸດ ເລີ່ມຕົ້ນດ້ວຍຮອຍຍິ້ມວ່າ: ແຕ່ກ່ອນ ພວກຂ້າພະເຈົ້າເຄີຍປູກແຕ່ເຂົ້າໄກ່ ນ້ອຍທຳມະດາເຊັ່ນ: ເຂົ້າຫລາ, ເຂົ້າດໍ, ເຂົ້າແຂວນເສື້ອ... ໄດ້ຜົນ ຜະລິດພຽງແຕ່ກຸ້ມກິນ. ມາໃນປີ 2010, ເສັ້ນທາງຊີວິດກໍເລີ່ມຜັນ ປ່ຽນ ເມື່ອໄດ້ມີໂອກາດເຂົ້າຮ່ວມ ໂຄງການ ຂອງສະມາຄົມຖິ່ນກຳ ເນີດເຂົ້າໄກ່ນ້ອຍ. ບວກກັບຄວາມ ໄດ້ປຽບທາງທຳມະຊາດຂອງບ້ານ ຫໍກາງ ທີ່ມີທັງແຫລ່ງນ້ຳໃສສະ ອາດ ແລະ ດິນຟ້າອາກາດທີ່ເປັນ ໃຈ ຕົນຈຶ່ງຕັດສິນໃຈຫັນມາສຸມໃສ່ ປູກເຂົ້າໄກ່ນ້ອຍຢ່າງຈິງຈັງ. ແຕ່ການຈະປູກໃຫ້ໄດ້ເຂົ້າຄຸນ ນະພາບສູງນັ້ນ ບໍ່ແມ່ນເລື່ອງບັງ ເອີນ! ຄອບຄົວຕ້ອງເອົາໃຈໃສ່ຮຽນ ຮູ້ເຕັກນິກການບຳລຸງດິນ, ເລືອກ ສາຍພັນທີ່ດີ, ບໍລິຫານລະດັບນ້ຳ ແລະ ບົວລະບັດຮັກສາຢ່າງຖືກ ຫລັກວິຊາການ ເພື່ອໃຫ້ຕົ້ນເຂົ້າ ແຂງແຮງ ບໍ່ລົ້ມ, ເມັດເຕັມ ແລະ ຮັກ ສາຄວາມຫອມຕາມທຳມະຊາດ ໄວ້ໄດ້ຢ່າງຄົບຖ້ວນ. ໃນເນື້ອທີ່ນາ 2 ເຮັກຕາ, ໄດ້ເລືອກປູກທັງເຂົ້າໄກ່ ນ້ອຍດຳ ແລະ ເຂົ້າໄກ່ນ້ອຍເຫລືອງ ຂປລ. ເມື່ອບໍ່ດົນມານີ້, ໂຄງ ການຂະໜາດນ້ອຍ ຕາມສາຍທາງ ລົດໄຟລາວ-ຈີນ ຂອງບໍລິສັດ ເທັກ ໂນໂລຢີ ການກໍ່ສ້າງ ໂດຍແມ່ນບໍລິ ສັດທາງລົດໄຟຈີນເລກທີ 15 ທີ່ ເປັນຜູ້ກໍ່ສ້າງ ໄດ້ຜ່ານການກວດກາ ຮັບຮອງສໍາເລັດຜົນ ຊຶ່ງເຮັດໃຫ້ ພື້ນຖານຄວາມປອດໄພຂອງສາຍ ທາງ ມີຄວາມໝັ້ນຄົງຫລາຍຂຶ້ນ, ຮັບປະກັນລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າຂ້າມແດນແລ່ນຜ່ານ ດ້ວຍຄວາມປອດໄພ ແລະ ສະຫງົບ. ໂຄງການດັ່ງກ່າວ, ປະກອບມີ ຫລາຍຈຸດງານ ຄື: ການປັບປຸງລະ ບົບອັດຕະໂນມັດທາງລະບາຍນ້ຳ ອຸມົງ ບ້ານຄອງຫລວງ, ການ ປັບປຸງພື້ນທີ່ໜ້າປາກອຸມົງ ບ້ານນາ ໂກທີ່ເກີດດິນເຈື່ອນ, ການປັບປຸງ ຄວາມເສຍຫາຍຂອງອຸມົງຫລວນ ຊານ, ການສ້າງຄວາມໝັ້ນຄົງພື້ນ ທີ່ທາງລະບາຍນ້ຳ, ກໍ່ສ້າງຫ້ອງນ້ຳ ສາທາລະນະໃໝ່ ສະຖານີມໍລະດານ ແລະ ອື່ນໆ, ພ້ອມທັງປັບປຸງຄວາມ ເສຍຫາຍໃນການດຳເນີນງານ ຕໍ່ການທາບທາມຮ່າງກົດໝາຍ 9 ສະບັບ ແລະ ຮ່າງນິຕິກໍາຂອງສະພາ ປະຊາຊົນແຂວງ (ສພຂ) ອີກ 6 ສະບັບ ເພື່ອໃຫ້ກົດໝາຍສອດຄ່ອງ ກັບຄວາມເປັນຈິງ. ດ້ານການຕົກ ລົງບັນຫາສໍາຄັນຂອງຊາດ ແລະ ທ້ອງຖິ່ນ: ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງປະຖົມມະລືກ ແລະ ກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຂອງສະ ພາແຫ່ງຊາດ ຊຸດທີ X ເພື່ອພິຈາ ລະນາ ຮັບຮອງເອົາກົງຈັກ, ບຸກຄະ ລາກອນຂັ້ນສູງ, ໂຄງການເສັ້ນ ທາງລົດໄຟລາວ-ຫວຽດນາມແລະ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກ. ພ້ອມກັນນັ້ນ, ຍັງໄດ້ຊຸກຍູ້ ສພຂ ໄຊຍະບູລີ ຮັບຮອງເອົາການ ຈັດສັນງົບປະມານ, ກອງທຶນພັດທະ ນາຊຸມຊົນ ແລະ ດັດແກ້ມູນຄ່າໂຄງ ການປູຢາງອັດສະຟານ ເທສະບານ ເມືອງໄຊຍະບູລີ 5 ໂຄງການ. ດ້ານການຕິດຕາມກວດກາ: ໄດ້ ລົງຕິດຕາມ-ກວດກາ ໂຄງການລົງ ທຶນຂອງລັດຢູ່ບັນດາເມືອງ 13 ຄັ້ງ; ກວດກາການປະຕິບັດລັດຖະທໍາມະ ນູນ, ກົດໝາຍ, ແຜນເສດຖະກິດສັງຄົມ ແລະ ງົບປະມານ 3 ຄັ້ງ; ພິຈາລະນາຄໍາຮ້ອງຂໍຄວາມເປັນ ທໍາຂອງປະຊາຊົນ 8 ເລື່ອງ (ແກ້ ໄຂສໍາເລັດ 6 ເລື່ອງ) ແລະ ໃຫ້ຄໍາ ປຶກສາດ້ານກົດໝາຍແກ່ປະຊາຊົນ ໂດຍກົງ. ດ້ານການລົງພົບປະຜູ້ມີ ສິດເລືອກຕັ້ງ: ໄດ້ລົງພົບປະປະຊາ ຊົນ 96 ຈຸດ, ສໍານັກງານ-ກົມກອງ 41 ຈຸດ, 150 ບ້ານ, ມີຜູ້ເຂົ້າຮ່ວມ 15.507 ຄົນ. ໄດ້ຮັບຄໍາສະເໜີ 92 ເລື່ອງ, ພ້ອມທັງລະດົມ ແລະ ມອບ ອຸປະກອນ, ງົບປະມານ ຊ່ວຍເຫລືອ ຂັ້ນເມືອງ,ບ້ານແລະກົມກອງລວມ ມູນຄ່າ 515.000.000 ກີບ. ຄຽງ ຄູ່ກັບຜົນງານດັ່ງກ່າວ ສສຊ ຍັງ ໄດ້ເອົາໃຈໃສ່ພັດທະນາຄວາມຮູ້ ແລະ ຄວາມສາມາດຂອງຕົນໂດຍ ເຂົ້າຮ່ວມການຝຶກອົບຮົມທັງພາຍ ໃນແລະ ຕ່າງປະເທດ11ຄັ້ງ, ພ້ອມ ທັງໃຫ້ຄວາມສຳຄັນຕໍ່ການພັດທະ ນາພື້ນຖານໂຄງລ່າງ ແລະ ຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍເນັ້ນໃສ່ການສ້ອມແປງເສັ້ນ ທາງ, ການຂະຫຍາຍໄຟຟ້າ ແລະ ພັດທະນາຊົນລະປະທານ ເພື່ອອຳ ນວຍຄວາມສະດວກໃຫ້ການຜະ ລິດ ແລະ ການດຳລົງຊີວິດຂອງ ປະຊາຊົນ. ພ້ອມນັ້ນ, ຍັງໄດ້ໃຫ້ ຄວາມສຳຄັນຕໍ່ການຄຸ້ມຄອງຊັບ ພະຍາກອນທໍາມະຊາດແລະແກ້ໄຂ ປະກົດການຫຍໍ້ທໍ້ ໃນສັງຄົມໂດຍ ສຸມໃສ່ການແກ້ໄຂບັນຫາການເຊົ່າ- ສໍາປະທານທີ່ດິນ, ການຂຸດຄົ້ນແຮ່ ທາດທີ່ສົ່ງຜົນກະທົບຕໍ່ສັງຄົມ ລວມ ທັງການປາດກ່ອງ-ນໍາເຂົ້າພາຫະ ນະທີ່ບໍ່ຖືກຕ້ອງຕາມກົດໝາຍ. ສຳ ລັບວຽກງານພັດທະນາທຶນມະນຸດ ແລະ ແກ້ໄຂຄວາມທຸກຍາກ, ຄະນະ ສສຊ ໄດ້ສະເໜີໃຫ້ເພີ່ມທະວີການ ເອົາໃຈໃສ່ຕໍ່ການສຶກສາແບບບັງ ຄັບ, ການຊ່ວຍເຫລືອເດັກນ້ອຍ ດ້ອຍໂອກາດແລະ ການສ້າງອາຊີບ ທີ່ໝັ້ນຄົງຍືນຍົງ ເພື່ອສ້າງເງື່ອນໄຂ ໃຫ້ປະຊາຊົນມີລາຍຮັບທີ່ດີຂຶ້ນແລະ ຄ່ອຍໆຫລຸດພົ້ນຄວາມທຸກຍາກໃຫ້ ໝົດໄປຈາກທ້ອງຖິ່ນ. ນອກນັ້ນ, ຍັງໄດ້ສະເໜີແນວທາງແກ້ໄຂບັນ ຫາເງິນເຟີ້, ລາຄາສິນຄ້າ, ນໍ້າມັນ ແພງທີ່ກະທົບໃສ່ຊີວິດການເປັນຢູ່ ຂອງປະຊາຊົນ. ທ່ານ ນາງ ໄກຍະສອນ ເວົ້າຕື່ມ ວ່າ: ສະພາແຫ່ງຊາດ ແມ່ນສະພາ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສະນັ້ນ,ຈຶ່ງຂໍ ເຊີນຊວນທຸກທ່ານ ຮ່ວມຕິດຕາມ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງໃກ້ຊິດ. ຖ້າທ່ານມີຂໍ້ຂັດຂ້ອງ ໝອງໃຈ, ມີຄໍາສະເໜີ ຫລື ຄວາມ ຄິດເຫັນໃດໆ, ທ່ານສາມາດໂທສະ ແດງທັດສະນະໄດ້ໂດຍກົງ ຜ່ານ ສາຍດ່ວນ156 ໃນໂມງລັດຖະການ ຕະຫລອດໄລຍະດໍາເນີນກອງປະ ຊຸມ ທຸກໆສຽງຂອງທ່ານ ຈະຖືກນໍາ ມາຄົ້ນຄວ້າ ແລະ ແກ້ໄຂຢ່າງມີ ຄວາມຮັບຜິດຊອບ. ໂດຍເນັ້ນການໃສ່ຝຸ່ນຄອກ ແລະ ຝຸ່ນບົ່ມເປັນຫລັກ, ຫລຸດຜ່ອນການ ໃຊ້ປຸຍເຄມີໃຫ້ໜ້ອຍທີ່ສຸດ ເພື່ອຮັກ ສາຄວາມປອດໄພ ແລະ ດິນໃຫ້ ຍືນຍົງ. ທ່ານ ຫລ້າສີວັນ ກ່າວ. ຜົນທີ່ໄດ້ຮັບແມ່ນໜ້າຊົມເຊີຍ, ໃນແຕ່ລະປີສາມາດເກັບກ່ຽວຜົນ ຜະລິດໄດ້ສູງເຖິງ 7-8 ໂຕນ. ນອກຈາກຈະກຸ້ມກິນໄດ້ຕະຫລອດ ປີແລ້ວ, ຍັງເຫລືອຂາຍອອກປີລະ 5-6 ໂຕນ ຊຶ່ງມີພໍ່ຄ້າຄົນກາງມາຮັບ ຊື້ຮອດທີ່ ແລະ ສົ່ງຂາຍທັງພາຍໃນ ເມືອງ, ຕ່າງແຂວງ ຈົນສ້າງລາຍ ຮັບສະເພາະການຂາຍເຂົ້າໄດ້ເຖິງ 80-90 ລ້ານກີບຕໍ່ປີ. ແນວໃດກໍດີ, ການສ້າງເສດຖະ ກິດແບບປະສົມປະສານ ເກີນຮ້ອຍ ລ້ານ, ຄວາມດຸໝັ່ນຂອງ ທ່ານ ຫລ້າສີວັນ ບໍ່ໄດ້ຢຸດຢູ່ພຽງແຕ່ການ ເຮັດນາ ໂດຍຍາມຫວ່າງຈາກວຽກ ນາ, ເພິ່ນຍັງໃຊ້ເວລາໃຫ້ເກີດປະ ໂຫຍດສູງສຸດດ້ວຍການເຮັດກິດຈະ ກຳເສີມເພີ່ມລາຍຮັບຢ່າງເປັນ ລະບົບເຊັ່ນ: ລ້ຽງສັດໃຫຍ່ປະເພດ ງົວ 15 ໂຕ, ລ້ຽງປາ ປ່ອຍລົງ ໜອງໄປແລ້ວ 30 ກວ່າພັນໂຕ ແລະ ປູກພືດ-ຜັກສວນຄົວໝູນວຽນຕະ ຫລອດປີຕື່ມອີກ. ເມື່ອລວມກິດຈະ ກຳເສີມເຫລົ່ານີ້ ບວກເຂົ້າກັບການ ຂາຍເຂົ້າໄກ່ນ້ອຍ, ສາມາດເຮັດ ໃຫ້ຄອບຄົວ ມີລາຍຮັບຫລາຍກວ່າ 100 ລ້ານກີບຕໍ່ປີ ! ຈາກຄອບຄົວທີ່ ເຄີຍທຳມະດາ, ມື້ນີ້ ຊີວິດການເປັນ ຢູ່ໄດ້ຖືກປີ້ນໜ້າມືເປັນຫລັງມື, ມີ ເຮືອນຊານບ້ານຊ່ອງຖາວອນ, ມີ ພາຫະນະຮັບໃຊ້ສະດວກສະບາຍ ແລະ ທີ່ສຳຄັນທີ່ສຸດແມ່ນສາມາດ ສົ່ງເສີມໃຫ້ລູກຫລານຮຽນໜັງສື ໄດ້ສູງໆ. ໃນຖານະຄອບຄົວຕົວແບບ ທ່ານ ຫລ້າສີວັນ ຍັງຍິນດີຖ່າຍ ທອດບົດຮຽນ, ເຕັກນິກ ແລະ ປະ ສົບການໃຫ້ແກ່ພີ່ນ້ອງບ້ານໃກ້ ເຮືອນຄຽງ ດ້ວຍຄວາມມຸ່ງຫວັງ ຢາກໃຫ້ບ້ານຫໍກາງ ກາຍເປັນ ແຫລ່ງຜະລິດເຂົ້າໄກ່ນ້ອຍທີ່ມີຄຸນ ນະພາບມາດຕະຖານຂອງແຂວງ ຊຽງຂວາງ. ສຳລັບບາດກ້າວຕໍ່ໄປ, ຄອບຄົວ ກໍມີແຜນຈະຍົກລະດັບຄຸນນະພາບ ໃຫ້ສູງຂຶ້ນກວ່າເກົ່າ, ສ້າງກາໝາຍ ສິນຄ້າເປັນຂອງຕົນເອງ ເພື່ອເພີ່ມ ມູນຄ່າເພີ່ມໃຫ້ກັບເມັດເຂົ້າ. ພ້ອມ ດຽວກັນນັ້ນ, ທ່ານກໍຝາກຄວາມ ຫວັງ ແລະ ສຽງຮຽກ ຮ້ອງເຖິງ ຂັ້ນເທິງ ຊ່ວຍຊຸກຍູ້ຕື່ມໃນເລື່ອງ ການເຂົ້າເຖິງເຕັກນິກໃໝ່ໆ, ການ ສະໜອງແນວພັນທີ່ດີ, ການຊ່ວຍ ເຫລືອແຫລ່ງທຶນ ແລະ ການເປີດ ຕະຫລາດໃຫ້ກວ້າງຂວາງຂຶ້ນ. ຄວາມສຳເລັດຂອງ ທ່ານ ຫລ້າ ສີວັນພິລາວົງ ໄດ້ພິສູດໃຫ້ເຫັນແລ້ວ ວ່າ: ຄວາມຮົ່ມເຢັນ ແລະ ຄວາມ ໝັ້ນຄົງທາງເສດຖະກິດ ບໍ່ໄດ້ມາ ຈາກໂຊກຊະຕາ, ແຕ່ມັນເກີດຈາກ ຄວາມດຸໝັ່ນ, ການຮຽນຮູ້ບໍ່ຢຸດຢັ້ງ ແລະ ການຮູ້ຈັກປັບຕົວ ຈົນສາມາດ ປ່ຽນຜືນແຜ່ນດິນທຳມະຊາດ ໃຫ້ ກາຍເປັນຄວາມສຸກ ແລະ ຄວາມ ຮຸ່ງເຮືອງຂອງຄອບຄົວ ແລະ ສັງ ຄົມຢ່າງແທ້ຈິງ. ເຊັ່ນ: ນ້ຳຂັງໃນອຸມົງ, ດິນເຈື່ອນ ຕາມພື້ນທີ່ ແລະ ທາງລະບາຍນ້ຳ. ໂຄງການທັງໝົດແມ່ນການກໍ່ສ້າງ ໃນເສັ້ນທາງລົດໄຟທີ່ກຳລັງໃຊ້ ງານ, ບວກກັບເງື່ອນໄຂທີ່ບໍ່ເອື້ອ ອຳນວຍໃນລາວ ຊຶ່ງການກວດກາ ຮັບຮອງຄັ້ງນີ້, ດຳເນີນໄປຕາມ ລະບຽບ ແລະ ມາດຕະຖານ. ຫລັງຈາກໂຄງການເປີດໃຊ້ງານ ແລ້ວ ຈະຊ່ວຍຫລຸດຜ່ອນຄວາມ ສ່ຽງຈາກໄພທຳມະຊາດຕ່າງໆ ໃນ ລະດູຝົນຢ່າງມີປະສິດທິພາບ, ຍົກ ລະດັບຄວາມສາມາດປ້ອງກັນແລະ ຕ້ານໄພພິບັດຂອງສາຍທາງ ຮັບປະ ກັນການດຳເນີນງານຂອງທາງລົດ ໄຟລາວ-ຈີນ ມີຄວາມປອດໄພ ແລະ ສະຖຽນລະພາບ, ເພີ່ມປະສິດທິພາບ ການຂົນສົ່ງຂອງເສັ້ນທາງຂົນສົ່ງ ຂ້າມຊາຍແດນ. ບໍລິສັດທາງລົດໄຟ ຈີນເລກທີ 15 ປົກປ້ອງເສັ້ນເລືອດ ໃຫຍ່ທາງລົດໄຟ ດ້ວຍຄວາມຕັ້ງໃຈ ປະຕິບັດໜ້າທີ່ ເປັນຕົວຢ່າງທີ່ແທ້ ຈິງຂອງການສົ່ງເສີມການກໍ່ສ້າງ ຊຸມຊົນຊາຕາກຳລາວ-ຈີນລະຫວ່າງ ສອງຝ່າຍລາວແລະ ຈີນ. ບໍ່ພຽງແຕ່ ສ້າງເສັ້ນປ້ອງກັນຄວາມປອດໄພ ໃນການຂົນສົ່ງ ແຕ່ຍັງປັບປຸງການ ບໍລິການສິ່ງອຳນວຍຄວາມສະດວກ ຢູ່ສະຖານີໃຫ້ການບໍລິການການຄ້າ ລະຫວ່າງລາວ-ຈີນ ແລະ ການເດີນ ທາງຂອງປະຊາຊົນດີຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==