7388.13

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/10/2026 xtgmf]k; ຄົ້ນຄວ້າພິຈາລະນາ...ົ້້ິ ນາຍົກລັດຖະມົນຕີີ ຕ້ອນຮັບ...ົັົີີ້ັ ສປປ ລາວ ເຄື່ອນໄຫວ...ື່ ປະທານປະເທດ ຢ້ຽມຢາມ...້ ຮອງປະທານປະເທດ... ຂປລ. ໃນວັນທີ16 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີີ ເເຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດ ທີ່ໄດ້ຮັບການເລືອກຕັ້ງດໍາລົງຕໍາ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ UAung Ko ເອກອັກຄະລັດຖະທູດ ເເຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ, ໃນ ນາມເປັນປະທານກອງປະຊຸມປຶກ ສາຫາລືອາຊຽນ (ASEAN Consultative Meeting) ໄດ້ ຕາງໜ້າບັນດາທູດອາຊຽນສະແດງ ຄວາມຍິນດີແລະຊົມເຊີຍຢ່າງຈິງໃຈ ຕໍ່ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຄົນ ໃໝ່. ການໄດ້ຮັບເລືອກຕັ້ງດຳລົງ ຕຳແໜ່ງສຳຄັນຄັ້ງນີ້ ເເມ່ນໄດ້ຮັບ ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຈາກພັກ-ລັດ ແລະ ປະຊາຊົນ ແລະ ເຊື່ອໝັ້ນວ່າດ້ວຍຄວາມຮູ້, ຄວາມ ສາມາດ, ປະສົບການ ແລະ ບັນດາ ຜົນງານຕ່າງໆ, ທ່ານນາຍົກລັດຖະ ມົນຕີ ຈະສືບຕໍ່ນໍາພາລັດຖະບານ ແລະ ປະຊາຊົນປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃຫ້ໄດ້ຮັບຜົນສໍາ ເລັດເປັນກ້າວໆ. ທ່ າ ນ ນ າ ຍົ ກ ລັ ດ ຖ ະ ມົ ນ ຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຂອບໃຈຕໍ່ຄຳອວຍພອນ ແລະ ຊົມເຊີຍຢ່າງຈິງໃຈຂອງບັນດາທູດ ອາຊຽນ ປະຈໍາ ສປປ ລາວ ທີ່ໄດ້ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານ ມາ. ທ່ານນາຍົກລັດຖະມົນຕີ ຍັງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານຂອງກອງປະຊຸມປຶກສາຫາລື ອາຊຽນທີ່ເຮັດໜ້າທີ່ເປັນຂົວຕໍ່ໃນ ການສື່ສານ ແລະ ປະສານງານ ເພື່ອສົ່ງເສີມການພົວພັນຮ່ວມມື ທັງໃນຂອບຫລາຍຝ່າຍ ແລະ ສອງ ຝ່າຍ ແລະ ລະຫວ່າງບັນດາປະເທດ ສະມາຊິກອາຊຽນ ແລະ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມ ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຢໍ້າ ຄືນວ່າ ສປປ ລາວ ເເມ່ນໃຫ້ຄວາມ ສຳຄັນຕໍ່ອາຊຽນໃນການຈັດຕັ້ງປະ ຕິບັດນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ ແລະ ເຫັນວ່າ ອາຊຽນ ເປັນເວທີພາກພື້ນສຳຄັນ ເພື່ອສົ່ງເສີມສັນຕິພາບ, ສະຖຽນ ລະພາບ, ການຮ່ວມມື ແລະ ການ ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະໂດຍການຕ້ອນຮັບອັນ ອົບອຸ່ນຂອງທ່ານອີວຮາມອາລີເຢບ ພ້ອມດ້ວຍຄະນະ. ຈາກນັ້ນ, ໄດ້ ມີການພົບປະສອງຝ່າຍຢ່າງເປັນ ທາງການລະຫວ່າງສອງປະມຸກ ລັດ ສປປ ລາວ ແລະ ສ ອາແຊັກໄບ ຊານ. ໃນໂອກາດນີ້, ທ່ານ ອີວຮາມ ອາລີເຢບ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມອາແຊັກໄບ ຊານ ຢ່າງເປັນທາງການຂອງຄະ ນະຜູ້ແທນຂັ້ນສູງຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ອັນອົບອຸ່ນດັ່ງກ່າວ. ການຢ້ຽມຢາມ ສ ອາແຊັກໄບ ຊານຢ່າງເປັນທາງການໃນຄັ້ງນີ້, ເປັນການຢ້ຽມຢາມຄັ້ງທໍາອິດໃນ ຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງຖື ເປັນຂີດໝາຍໃໝ່ອັນສຳຄັນໃນການ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່ ບົນ ພື້ນຖານມູນເຊື້ອແຫ່ງສາຍພົວພັນ ມິດຕະພາບທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ໃນສະໄໝ ສະຫະພາບໂຊວຽດ ກໍຄື ນັບແຕ່ ການສ້າງຕັ້ງສາຍພົວພັນການທູດ ໃນປີ 1995 ເປັນຕົ້ນມາໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ໃນການພົບປະ, ສອງຝ່າຍໄດ້ ປຶກສາຫາລື ແລະ ທົບທວນຄືນ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ໃນໄລຍະຜ່ານມາ ໂດຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດບົນພື້ນຖານ ການເຄົາລົບນັບຖື ແລະ ໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ຊຶ່ງໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ; ສອງຝ່າຍໄດ້ແລກປ່ຽນຄໍາ ຄິດເຫັນດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບ ເພື່ອພ້ອມກັນ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ; ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໃຫ້ເປັນປົກກະຕິ; ຊຸກຍູ້ສົ່ງເສີມການ ພົວພັນຮ່ວມມືສອງຝ່າຍໃນຂົງເຂດ ຕ່າງໆເປັນຕົ້ນທາງດ້ານການ ເມືອງ, ເສດຖະກິດ, ການຄ້າ, ການ ລົງທຶນ, ການຂົນສົ່ງ, ພະລັງງານ, ການສຶກສາ, ວັດທະນະທຳ-ສັງຄົມ, ວຽກງານກະສິກຳລວມເຖິງການ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍ ສະເພາະໃນຂອບ ສປຊ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ທີ່ດີຕະຫລອດໄລຍະ 30 ປີຜ່ານ ມາ ແລະ ໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນ ແລະ ເອກະພາບກັນວ່າ 2 ປະເທດມີທ່າແຮງທີ່ສາມາດເສີມ ຂະຫຍາຍການຮ່ວມມືທາງການ ຄ້າ ແລະ ການລົງທຶນໃຫ້ຫລາຍຂຶ້ນ ໂດຍອີງໃສ່ທ່າແຮງໄດ້ປຽບຂອງ ແຕ່ລະປະເທດ. ໃນໂອກາດດຽວກັນ, ທ່ານ ວັນທະນາ ນໍລິນທາ ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ ໄດ້ນຳສະເໜີນະ ໂຍບາຍ ແລະ ກາລະໂອກາດໃນ ການລົງທຶນຂອງ ສປປ ລາວ ໂດຍ ໄດ້ຢືນຢັນວ່າລັດຖະບານລາວ ສະໜັບສະໜູນການລົງທຶນຂອງ ພາກເອກະຊົນພາຍໃນ ແລະ ຕ່າງ ປະເທດ ແລະ ຖືສຳຄັນໃນການ ປັບປຸງສະພາບແວດລ້ອມໃນການ ລົງທຶນໃຫ້ມີຄວາມສະດວກ, ພ້ອມ ທັງເຊີນຊວນວິສາຫະກິດຂອງ ອາ ເຮັດວຽກຢູ່ຕາແສງພູໄຊ ເມືອງໄຊ ແຂວງອຸດົມໄຊ ເພື່ອຊຸກຍູ້ຕິດຕາມ ວຽກງານຮອບດ້ານ ແລະ ຮັບຟັງ ບົດລາຍງານກ່ຽວກັບສະພາບການ ຈັດຕັ້ງ, ຜົນງານການເຄື່ອນໄຫວ, ການພັດທະນາພື້ນຖານຮາກຖານ ແລະ ບັນດາບັນຫາທີ່ຍັງຄົງຄ້າງ ຂອງຕາແສງ, ພ້ອມທັງຮັບຟັງທິດ ທາງແຜນການໃນຕໍ່ໜ້າ. ໂອກາດດັ່ງກ່າວ, ການນຳຕາ ແສງໄດ້ລາຍງານຕາແສງພູໄຊ ເປັນຕາແສງໜຶ່ງຂຶ້ນກັບເມືອງໄຊ ໄດ້ສຸມໃສ່ການປັບປຸງການຈັດຕັ້ງ, ການບໍລິຫານວຽກງານຂອງລັດ, ການສ້າງຄວາມເຂັ້ມແຂງໃຫ້ຂັ້ນ ບ້ານ ແລະ ການປະສານສົມທົບ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ ພື້ນຖານ. ຜ່ານມາຕາແສງດັ່ງກ່າວ ຍັງພົບກັບສະພາບຜົນເສຍຫາຍ ຈາກໄພພິບັດທຳມະຊາດ ຊຶ່ງສົ່ງຜົນ ກະທົບຕໍ່ປະຊາຊົນ, ເຮືອນຢູ່ອາໄສ, ການຜະລິດ, ພື້ນຖານໂຄງລ່າງ ແລະ ຊັບສິນຂອງປະຊາຊົນ. ຈາກ ການສະຫລຸບຂໍ້ມູນເບື້ອງຕົ້ນ, ມູນ ຄ່າຄວາມເສຍຫາຍລວມ 13,861 ຕື້ກວ່າກີບ. ຈາກນັ້ນ, ທ່ານຮອງປະທານ ປະເທດ ໄດ້ເນັ້ນໃຫ້ຕາແສງພູໄຊ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນ ການນຳພາ-ຊີ້ນຳ, ປັບປຸງການຈັດ ຕັ້ງຂັ້ນຮາກຖານໃຫ້ເຂັ້ມແຂງ, ເອົາ ໃຈໃສ່ວຽກງານສ້າງພັກ, ການບໍລິ ຫານລັດ ແລະ ການໃຫ້ບໍລິການ ປະຊາຊົນໃຫ້ມີປະສິດທິຜົນ, ສຸມໃສ່ ການພັດທະນາການຜະລິດ, ສ້າງ ອາຊີບ ແລະ ລາຍຮັບໃຫ້ປະຊາຊົນ, ປັບປຸງຊີວິດການເປັນຢູ່ ແລະ ເສີມ (ຜູ້ປະຈໍາການ), ພ້ອມດ້ວຍຮອງ ປະທານຄະນະກໍາມະການອະໄພ ຍະໂທດລະດັບຊາດ, ຄະນະກໍາມະ ການອະໄພຍະໂທດລະດັບຊາດ ແລະ ກອງເລຂາຄະນະກໍາມະ ການອະໄພຍະໂທດລະດັບຊາດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ໄດ້ລາຍງານ ຜົນການກວດກາ ແລະ ຄົ້ນຄວ້າ ພິຈາລະນາການສະເໜີຂໍໃຫ້ອະໄພ ຍະໂທດຫລຸດຜ່ອນໂທດ ແລະ ອະ ໄພຍະໂທດປ່ອຍຕົວແກ່ນັກໂທດ ປະຈຳປີ 2026. ຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາ ເຫັນຕໍ່ກອງປະຊຸມ ເພື່ອໃຫ້ການ ອະໄພຍະໂທດໃຫ້ແກ່ນັກໂທດຖືກ ຕ້ອງຕາມເງື່ອນໄຂທີ່ກໍານົດໄວ້ ຕາມລັດຖະບັນຍັດຂອງປະທານ ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນ ອາແຊັກໄບຊານ ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະແມ່ນການສ້າງ ບຸກຄະລາກອນຕັ້ງແຕ່ສະໄໝສະຫະ ພາບໂຊວຽດ ຊຶ່ງໄດ້ກາຍເປັນກຳລັງ ແຮງອັນສຳຄັນໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງ ສປປ ລາວ ໃນ ປັດຈຸບັນ. ພ້ອມກັນນັ້ນ, ກໍໄດ້ເຊື້ອ ເຊີນທ່ານ ອີວຮາມ ອາລີເຢບ ຢ້ຽມ ຢາມ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຢ່າງເປັນທາງ ການໃນປີ 2027 ຫລື ໃນເວລາທີ່ ສະດວກ. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ສອງປະມຸກລັດ ສປປ ລາວ ແລະ ສ ອາແຊັກໄບຊານ ໄດ້ຮັບຮອງເອົາຖະແຫລງການ ຮ່ວມລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກ ໄບຊານ, ພ້ອມທັງໄດ້ເປັນສັກຂີພິ ຍານໃນພິທີແລກປ່ຽນເອກະສານ ຮ່ວມມື 2 ສະບັບ ຄື: ສັນຍາລະ ຫວ່າງ ສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວແລະ ສາທາ ລະນະລັດ ອາແຊັກໄບຊານ ວ່າ ດ້ວຍການຍົກເວັ້ນວີຊາສຳລັບຜູ້ຖື ໜັງສືຜ່ານແດນລັດຖະການ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ວ່າດ້ວຍການຮ່ວມ ມືຂົງເຂດກະສິກຳ. ໃນຕອນບ່າຍວັນດຽວກັນ, ທ່ານ ອີວຮາມ ອາລີເຢບ ປະທານາທິບໍດີ ແຫ່ງ ສ ອາແຊັກໄບຊານ ຍັງໄດ້ເປັນ ເຈົ້າພາບຈັດງານລ້ຽງຮັບຮອງ ເປັນ ກຽດໃຫ້ແກ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຢ່າງສົມກຽດ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມ ສ ອາແຊັກໄບຊານ ຢ່າງເປັນ ທາງການໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ອາລີ ອາຊາ ໂດບ (Al i Asadov) ນາຍົກ ລັດຖະມົນຕີ ແຫ່ງ ສ ອາແຊັກໄບ ຊານ ແລະ ທ່ານ ນາງ ຊາຮິບາ ກາຟາໂຣວາ(SahibaGafarova) ປະທານລັດຖະສະພາ ແຫ່ງ ສ ອາ ແຊັກໄບຊານ. ນອກຈາກນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມສະຖານທີ່ທາງປະ ຫວັດສາດ ແລະ ວັດທະນະທຳທີ່ ສໍາຄັນຂອງ ສ ອາແຊັກໄບຊານ ຈໍາ ນວນໜຶ່ງ. ພິເສດ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມມະຫາ ວິທະຍາໄລແຫ່ງລັດບາກູ ສ ອາ ແຊັກໄບຊານ, ພ້ອມທັງໄດ້ໃຫ້ກຽດ ຂຶ້ນກ່າວບັນຍາຍກ່ຽວກັບປະຫວັດ ຄວາມເປັນມາຂອງການພົວພັນລະ ຫວ່າງ ສປປ ລາວ ແລະ ສ ອາແຊັກ ໄບຊານ ຕໍ່ຄູອາຈານ-ນັກສຶກສາ ດ້ວຍບັນຍາກາດແຫ່ງໄມຕີຈິດ ແຊັກໄບຊານ ສຶກສາກາລະໂອກາດ ໃນການລົງທຶນຢູ່ ສປປ ລາວ ໃນ 5 ຂະແໜງການຕົ້ນຕໍ ຄື: ການປຸງ ແຕ່ງກະສິກຳທີ່ມີມູນຄ່າສູງ, ການ ປຸງແຕ່ງແຮ່ທາດ (ລັດຖະບານ ລາວ ເປີດຮັບການລົງທຶນໃນອຸດສາ ຫະກຳປາຍນໍ້າຂອງກິດຈະການ ແຮ່ທາດ ເພື່ອສ້າງມູນຄ່າເພີ່ມຢູ່ ພາຍໃນປະເທດ), ນໍ້າມັນ (ສົ່ງ ອອກນໍ້າມັນຈາກອາແຊັກໄບຊານ ມາ ສປປ ລາວ ແລະ ສຶກສາ ຄວາມເປັນໄປໄດ້ໃນການລົງທຶນ ສ້າງໂຮງກັ່ນນໍ້າມັນຢູ່ ສປປ ລາວ), ໂລຈິສຕິກ ແລະ ການທ່ອງທ່ຽວ. ໃນຕອນທ້າຍ ຍັງໄດ້ມີການປຶກ ສາຫາລືລະຫວ່າງພາກລັດກ່ຽວກັບ ກົນໄກ ແລະ ກາລະໂອກາດໃນການ ເສີມຂະຫຍາຍການຮ່ວມມື ແລະ ແລກປ່ຽນບົດຮຽນກັນໃນຕໍ່ໜ້າ ແລະ ພາກທຸລະກິດຂອງສອງປະເທດ ໄດ້ພົບປະ ແລະ ປຶກສາຫາລືກ່ຽວ ກັບການເສີມຂະຫຍາຍການຮ່ວມມື ກັນທາງທຸລະກິດ ໂດຍສະເພາະການ ຊື້-ຂາຍພະລັງງານ, ການປຸງແຕ່ງ ແຮ່ທາດ ແລະ ການສ້າງກອງທຶນ ພັດທະນາພື້ນຖານໂຄງລ່າງ. ພັດທະນາແບບຍືນຍົງ. ສປປ ລາວ ຈະສືບຕໍ່ຂັບເຄື່ອນບຸລິມະສິດການ ພັດທະນາແຫ່ງຊາດ ແລະ ສຸມໃສ່ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 10 (2026-2030) ແລະ ການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາຜ່ານນະໂຍ ບາຍເສດຖະກິດເອກະລາດເປັນເຈົ້າ ຕົນເອງ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຟີລິບປິນ ທີ່ໄດ້ດໍາເນີນການເປັນ ປະທານອາຊຽນ ດ້ວຍຜົນສໍາເລັດ ອັນຈົບງາມມາຮອດປັດຈຸບັນ ແລະ ຫວັງວ່າຈະໄດ້ເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນເເຕ່ວັນທີ 15-17 ພະຈິກ 2026 ທີ່ ມະນີ ລາ, ຟິລິບປິນ. ພ້ອມນີ້, ສປປ ລາວ ກຽມພ້ອມສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນບົນພື້ນຖານ ຄວາມອາດສາມາດຂອງຕົນຕໍ່ການ ເປັນປະທານອາຊຽນຂອງສິງກະ ໂປ ໃນປີ 2027. ພາບ: ອ່າຍຄຳ ປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ທັງ ເປັນການຮັບປະກັນວ່ານັກໂທດຜູ້ ທີ່ໄດ້ຮັບອະໄພຍະໂທດກັບຕົວເປັນ ຄົນດີແທ້ໆ, ທັງຮັບປະກັນຄວາມ ໂປ່ງໃສ ແລະ ທາງດ້ານມະນຸດສະ ທໍາ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງ ປະຊຸມຍັງໄດ້ພ້ອມກັນກວດກາ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຢ່າງກົງໄປກົງມາດ້ວຍຄວາມຮັບ ຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ ອະໄພຍະໂທດມີປະສິດທິພາບ, ຮັບ ປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດເຫັນໄດ້ ແນວທາງນະໂຍບາຍອັນຖືກຕ້ອງ ເປັນທໍາຂອງລັດແຫ່ງ ສປປ ລາວ, ໃນການກໍ່ສ້າງຕົນເອງໃຫ້ກາຍເປັນ ພົນລະເມືອງດີຂອງຊາດ ແນໃສ່ເຮັດ ໃຫ້ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ ເພື່ອ ສ້າງເງື່ອນໄຂໃຫ້ເຂົາເຈົ້າມີການ ປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ. ໃນໂອກາດດັ່ງກ່າວ,ທ່ານຄໍາພັນ ພົມມະທັດ ໄດ້ເນັ້ນໃຫ້ບັນດາຄະນະ ກໍາມະການອະໄພຍະໂທດລະດັບ ຊາດ, ກອງເລຂາຄະນະກໍາມະການ ອະໄພຍະໂທດລະດັບຊາດ ເພີ່ມ ທະວີຄວາມຮັບຜິດຊອບໃນການ ກວດກາ, ຄົ້ນຄວ້າ ໂດຍອີງໃສ່ກົດ ໝາຍ, ລັດຖະບັນຍັດວ່າດ້ວຍການ ໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ ກ່ຽວຂ້ອງເປັນພື້ນຖານໃນການ ຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ ການສະເໜີຂໍອະໄພຍະໂທດໃຫ້ແກ່ ນັກໂທດຮັບປະກັນຄວາມຖືກຕ້ອງ ທາງດ້ານມະນຸດສະທໍາ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະ ກັນຄວາມຍຸຕິທໍາໃນສັງຄົມ. ຂ່າວ: ອອປສ ມິດພະພາບ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຊາວໜຸ່ມຂອງສອງ ປະເທດ ໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນອັນເປັນມູນເຊື້ອທີ່ດີງາມ ຂອງສອງປະເທດໃຫ້ຂະຫຍາຍຕົວ ໃນອະນາຄົດ. ສ້າງຄວາມສາມັກຄີພາຍໃນຊຸມຊົນ ແລະ ເນັ້ນໃຫ້ການນຳຂັ້ນຕາແສງ ແລະ ຂັ້ນບ້ານເອົາໃຈໃສ່ວຽກງານ ປ້ອງກັນ ແລະ ຮັບມືກັບໄພພິບັດ, ສຳຫລວດກວດກາຄວາມເສຍຫາຍ ໃຫ້ຄົບຖ້ວນ, ຈັດລຽງລຳດັບບັນຫາ ທີ່ຈຳເປັນປະສານກັບຂັ້ນເມືອງ ແລະ ແຂວງໃນການລະດົມທຶນຮອນ ແລະ ຊັບພະຍາກອນ ເພື່ອຟື້ນຟູພື້ນທີ່ ເສຍຫາຍ, ພ້ອມທັງຊ່ວຍເຫລືອ ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ໃຫ້ກັບຄືນສູ່ຊີວິດປົກກະຕິໂດຍໄວ. ການລົງຢ້ຽມຢາມ ແລະ ເຮັດ ວຽກເປັນການຕິດຕາມສະພາບ ການຕົວຈິງຢູ່ຂັ້ນຮາກຖານ, ຮັບຟັງ ຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ຊີ້ນຳການແກ້ໄຂບັນຫາຕ່າງໆ ເພື່ອຊຸກຍູ້ການພັດທະນາຕາແສງ ພູໄຊ ເມືອງໄຊ ໃຫ້ກ້າວໜ້າຕໍ່ໄປ. ໂອກາດດັ່ງກ່າວ, ທ່ານຮອງປະ ທານປະເທດ ໄດ້ມອບເຄື່ອງນຸ່ງຫົ່ມ ໃນມູນຄ່າ 150 ລ້ານກີບ ໃຫ້ຕາ ແສງພູໄຊ ເພື່ອນໍາໄປມອບຕໍ່ໃຫ້ ປະຊາຊົນ, ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດ. ຈາກນັ້ນ, ທ່ານໄດ້ ສືບຕໍ່ລົງໄປຍັງຮາກຖານບ້ານ ເພື່ອ ຕິດຕາມສະພາບໄພພິບັດຢູ່ບ້ານບໍ່, ບ້ານແສນລາດ ແລະ ບ້ານຫົວນໍ້າ ບາກ ຕື່ມອີກ. ຂ່າວ: ຄຳພັນ ແກ້ວມະນີ

RkJQdWJsaXNoZXIy MTc3MTYxMQ==