19/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດມະຫະກຳການທ່ອງທ່ຽວ...ີ່່ ສປປ ລາວ ສຳເລັດ...ັ ສະພາແຫ່ງຊາດ ພິຈາລະນາ...່ິ ສສຊ ເຂດ 1... ປຶກສາຫາລືລະດັບຊາດ...ຶືັ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ X ໃນວັນທີ 15 ຕຸລາ 2026ນີ້,ພາຍຫລັງທ່ານເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ ຂຶ້ນນຳສະເໜີ ຮ່າງກົດໝາຍວ່າດ້ວຍການບິນພົນ ລະເຮືອນ ສະບັບປັບປຸງບັນດາສະ ມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງ ກົດໝາຍສະບັບດັ່ງກ່າວ ໂດຍສະ ເພາະ ສສຊ ເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນ ສະເໜີບາງ ຈຸດສຳຄັນ ເພື່ອປັບປຸງຮ່າງກົດໝາຍ ສະບັບນີ້ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ສອດຄ່ອງກັບສະ ພາບການພັດທະນາດ້ານການບິນ ພົນລະເຮືອນໃນປັດຈຸບັນ. ທ່ານອາດສະພັງທອງສີພັນດອນ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນ ສະເໜີບາງ ຄຳເຫັນໃຫ້ປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການບິນ ພົນລະເຮືອນທີ່ເຫັນວ່າຍັງບໍ່ທັນ ສອດຄ່ອງ ເພື່ອເຮັດໃຫ້ກົດໝາຍ ດັ່ງກ່າວ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການ ຕົວຈິງໃນປັດຈຸບັນເປັນຕົ້ນການກຳ ນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງ ຊຶ່ງ ເ ປັນ ເ ຄື່ອງມືໜຶ່ງທີ່ສໍາ ຄັນ ແລະ ເປັນບ່ອນອີງໃຫ້ແກ່ການຄຸ້ມ ຄອງບໍລິຫານລັດຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ບັນດາ ທ່ານຮອງນາຍົກລັດຖະມົນຕີ ກໍຄື ສະມາຊິກລັດຖະບານ ຊຶ່ງຈະເຮັດ ໃຫ້ການບໍລິຫານວຽກງານຂອງ ລັດຖະບານມີຄວາມວ່ອງໄວ, ໂລ່ງ ລ່ຽນ ແລະ ເປັນຂີດໝາຍອັນສໍາຄັນ ໃຫ້ແກ່ຜົນສໍາເລັດໃນທຸກດ້ານຂອງ ລັດຖະບານໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຕາມທິດຂອງພັກ-ລັດ ເຮົາໃນໄລຍະ ໃໝ່. ພ້ອມນີ້, ກໍຍົກໃຫ້ເຫັນຄວາມ ຈໍາເປັນຂອງການປັບປຸງກົດໝາຍ ວ່າດ້ວຍລັດຖະບານ ຊຶ່ງພື້ນຖານ ແມ່ນອີງໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການປັບປຸງ ລັດຖະທໍາມະນູນ ສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນສະບັບປີ2025, ການໂຮມ ກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03 ຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຖະບານ ຊຸດທີX, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ ໃນໄລຍະ 5 ປີ (2026-2030) ຕາມທິດສ້າງ ບາດກ້າວບຸກທະລຸ; ຫັນກົນໄກການ ຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມ ວ່ອງໄວ, ທັນສະໄໝ, ເປັນລະບົບຄົບ ຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບ ສະພາບການ. ເມື່ອກົດໝາຍສະບັບນີ້, ຖືກ ຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງສຳຄັນໃຫ້ແກ່ລັດ ຖະບານ ກໍຄື ທ່ານນາຍົກ-ບັນດາ ທ່ານຮອງນາຍົກລັດຖະມົນຕີ, ໃນ ການຄຸ້ມຄອງ, ບໍລິຫານວຽກງານ ຕາມພາລະບົດບາດທີ່ໄດ້ກຳນົດໄວ້ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ສັງຄົມ; ຈະເຮັດໃຫ້ການບໍລິ ຫານວຽກງານຂອງລັດຖະບານມີ ຄວາມຖືກຕ້ອງ, ໂລ່ງລ່ຽນ ແລະ ສອດຄ່ອງກັບຈິດໃຈຂອງມະຕິ 03 ແລະ ມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີXII ຂອງພັກ ໃນການຫັນປ່ຽນ ຢ່າງຮອບດ້ານ, ເລິກເຊິ່ງ ແລະ ເປັນ ທັນສະໄໝ, ທັງຮັັບປະກັນປະສິດທິ ພາບ ແລະ ປະສິດທິຜົນໃນການບໍລິ ຫານລັດ; ຈະເປັນບ່ອນອີງໃຫ້ແກ່ ຂະແໜງການ ກໍຄື ອົງການປົກຄອງ ທ້ອງຖິ່ນທຸກຂັ້ນຕະຫລອດຮອດ ສັງຄົມໄດ້ສືບຕໍ່ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມໜ້າທີ່ ແລະ ພັນທະຂອງຕົນດ້ວຍຄວາມ ເປັນເຈົ້າການສູງຂຶ້ນ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂປລ. ອົງການທ່ອງທ່ຽວມາເລ ເຊຍ ປະຈຳ ນະຄອນຫລວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະ ຈໍາ ລາວ ເປີດມະຫະກຳການທ່ອງ ທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນ ລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະ ຄອນຫລວງວຽງຈັນ ເພື່ອສົ່ງເສີມ ການທ່ອງທ່ຽວ, ການແລກປ່ຽນ ການສຶກສາ ແລະ ສົ່ງເສີມຮູບແບບ ການທ່ອງທ່ຽວ ຫລື ກິດຈະກໍາ ປີທ່ອງທ່ຽວມາເລເຊຍ 20262027 (Visit Malaysia 20262027) ໂດຍມີທູດມາເລເຊຍ ປະຈຳລາວ, ຫົວໜ້າກົມພັດທະນາ ການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມ ຕະຫລາດການທ່ອງທ່ຽວ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວ ລາວ, ບັນດາທູດ, ຜູ້ປະກອບການ ດ້ານການທ່ອງທ່ຽວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ ໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້: “ມາຮູ້ຈັກມາ ເລເຊຍ ນໍາກັນບ່ອນທີ່ມີພ້ອມທຸກ ຢ່າງສໍາລັບທ່ານ” ເພື່ອສົ່ງເສີມ ປະເທດມາເລເຊຍ ໃຫ້ເປັນຈຸດໝາຍ ປາຍທາງຍອດນິຍົມສໍາລັບການ ທ່ອງທ່ຽວ ແລະ ການສຶກສາຂັ້ນ ສູງ, ພ້ອມທັງເສີມສ້າງການທູດ ວັດທະນະທໍາ ແລະ ຄວາມຜູກພັນ ລະຫວ່າງປະຊາຊົນຂອງສອງຊາດ ລາວ-ມາເລເຊຍ ໂດຍໄດ້ຮວບຮວມ ເອົາບໍລິສັດທ່ອງທ່ຽວຊັ້ນນໍາຂອງ ສປປ ລາວ ນຳເອົາຜະລິດຕະພັນ ຂອງຕົນມາວາງສະແດງ ແລະ ນຳສະເໜີ. ສໍາລັບຜູ້ທີ່ຈອງແພັກ ເກັດທ່ອງທ່ຽວ ຫລື ແພັກເກັດ ການສຶກສາ ພ້ອມວາງເງິນມັດຈໍາ ພາຍໃນງານຈະໄດ້ຮັບຄູປອງລຸ້ນ ໂຊກ ເພື່ອລຸ້ນຮັບລາງວັນໃຫຍ່ໃນ ມື້ສຸດທ້າຍຂອງງານ. ນອກຈາກ ນີ້ ພາຍໃນງານຍັງມີການສະແດງ ສິລະປະວັດທະນະທຳມາເລເຊຍ, ກິດຈະກຳເກມເທິງເວທີ ແລະ ການ ນໍາສະເໜີຂໍ້ມູນຢ່າງຫລາກຫລາຍ. ໂອກາດນີ້, ທ່ານ ນາງ ນໍລິ ມວດ ຊາ ໂມຮາມັດ ນໍ (H.E. Norli Muadza Mohd Noor) ເອກ ອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາລາວ ໄດ້ກ່າວວ່າ: ງານໃນຄັ້ງ ນີ້, ນອກຈາກເປັນການສົ່ງເສີມການ ທ່ອງທ່ຽວແລ້ວ, ຍັງເປັນຂົວຕໍ່ທີ່ສໍາ ການ CICA ຄື: ຖະແຫລງການ ວ່າດ້ວຍຫລັກການນຳພາຄວາມ ສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະ ກົດບັດອານ ມາຕີ (ມິຖຸນາ 2002) ວ່າດ້ວຍ ຫລັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບ ແລະ ການຮ່ວມມື ເພື່ອ ໃຫ້ກອງປະຊຸມສຸດຍອດຂອງ ອົງການ CICA ສາມາດປະກາດ ຮັບຮອງເອົາ ສປປ ລາວ ເປັນ ປະເທດສະມາຊິກຢ່າງສົມບູນໃນ ວັນທີ 15 ຕຸລາ 2026 (ພາຍຫລັງ ໄດ້ເຂົ້າຮ່ວມເປັນປະເທດສັງເກດ ການແຕ່ປີ 2017 ເປັນຕົ້ນມາ). ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ປະທານໝູນ ວຽນ CICA (ສາທາລະນະລັດອາ ແຊັກໄບຊານ), ເລຂາທິການໃຫຍ່, ກອງເລຂາ ແລະ ບັນດາປະເທດ ສະມາຊິກ CICA ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ເປັນເອກະພາບ ຮັບເອົາ ສປປ ລາວ ເຂົ້າຮ່ວມເປັນ ສະມາຊິກຂອງກົນໄກສຳຄັນນີ້. ການຕັດສິນໃຈເຂົ້າຮ່ວມ CICA ສະທ້ອນໃຫ້ເຫັນຄວາມສຳຄັນທີ່ ລັດຖະບານ ແລະ ປະຊາຊົນລາວ ຕໍ່ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະ ຖຽນລະພາບໃນພາກພື້ນ ໂດຍຜ່ານ ການສົນທະນາ, ການສ້າງຄວາມ ໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ລະຫວ່າງປະເທດ. ຫລັກການ ແລະ ຈຸດປະສົງຂອງ CICA ສອດຄ່ອງ ກັບນະໂຍບາຍການຕ່າງປະເທດອັນ ສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ບົນ ພື້ນຖານການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກ ແຊງວຽກງານພາຍໃນ ແລະ ການ ແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ. ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນວ່າ: ອົງການ CICA ມີບົດບາດສຳຄັນໃນການສົ່ງເສີມ ຄວາມເຂົ້າໃຈ, ການຮ່ວມມື, ສ້າງ ສະພາບແວດລ້ອມທີ່ເອື້ອຍອຳນວຍ ຕໍ່ສັນຕິພາບ, ສະຖຽນລະພາບ, ແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິວິທີ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃນທົ່ວທະວີບອາຊີ. ການເຂົ້າເປັນ ສະມາຊິກຄັ້ງນີ້, ຈະເປັນໂອກາດ ອັນສຳຄັນໃຫ້ ສປປ ລາວ ໄດ້ເສີມ ຂະຫຍາຍການຮ່ວມມືກັບບັນດາ ປະເທດອາຊີໃນຂົງເຂດທີ່ມີຜົນ ປະໂຫຍດຮ່ວມກັນ, ລວມມີການ ເຊື່ອມຕໍ່, ການພັດທະນາແບບຍືນ ຍົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການ ຮັບມືກັບສິ່ງທ້າທາຍດ້ານຄວາມ ໝັ້ນຄົງຮູບແບບໃໝ່. ສປປ ລາວ ພ້ອມແລ້ວປະຕິບັດໜ້າທີ່ຢ່າງເຕັມ ສ່ວນໃນຖານະເປັນສະມາຊິກ, ເຂົ້າ ຮ່ວມກິດຈະກຳຕ່າງໆຂອງ CICA ຢ່າງຫ້າວຫັນ ແລະ ຈະເຮັດວຽກ ຮ່ວມກັບບັນດາປະເທດສະມາຊິກ ເພື່ອບັນລຸເປົ້າໝາຍຮ່ວມກັນ, ຈະ ປະກອບສ່ວນຢ່າງສ້າງສັນຕາມ ຄວາມສາມາດຂອງຕົນ ເພື່ອສ້າງ ຄວາມໄວ້ເນື້ອເຊື່ອໃຈ, ການສົນທະ ນາ ແລະ ການຮ່ວມມືເພື່ອສັນຕິ ຂອງກົມປ່າໄມ້ ແລະ ຍຸດທະສາດ ວຽກງານປ່າໄມ້ບ້ານ, ວຽກງານ ໄມ້ປ່ອງ ແລະ ຫວາຍ; ທົບທວນບຸ ລິມະສິດຫລັກຂອງລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ ພ້ອມທັງຫາລື ວິທີການປັບປຸງ ແລະ ເຊື່ອມສານ ເພື່ອບັນລຸວິໄສທັດຮ່ວມກັນ; ເພື່ອ ແລກປ່ຽນ ແລະ ຖອດຖອນບົດຮຽນ ຈາກໂຄງການ ແລະ ກິດຈະກຳ ຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ທັງຈາກອົງການຄູ່ຮ່ວມພັດທະນາ, ໂຄງການຮ່ວມມືສອງຝ່າຍ ແລະ ພາກເອກະຊົນ ເພື່ອເປີດໂອກາດໃຫ້ ມີການສົນທະນາ, ຫາລືວິທີການ ພາບ, ສະຖຽນລະພາບ ແລະ ຄວາມ ຈະເລີນຮຸ່ງເຮືອງຮ່ວມກັນທີ່ເຂັ້ມ ແຂງຂອງທະວີບອາຊີ. ສປປ ລາວ ເຊື່ອໝັ້ນວ່າການເປັນສະມາຊິກຄັ້ງ ນີ້ ຈະເປັນໂອກາດອັນສຳຄັນໃນ ການຂະຫຍາຍການຮ່ວມມືກັບ 29 ປະເທດສະມາຊິກທົ່ວອາຊີ ເພື່ອບັນ ລຸເປົ້າໝາຍຮ່ວມກັນຄື: ສັນຕິພາບ, ສະຖຽນລະພາບ ແລະ ຄວາມ ຈະເລີນຮຸ່ງເຮືອງຮ່ວມກັນຂອງທະ ວີບອາຊີ. ປັດຈຸບັນ CICA ມີ 29 ປະເທດສະມາຊິກ (ລວມ ສປປ ລາວ) ກວມເອົາພື້ນທີ່ ແລະ ປະຊາ ກອນເກືອບ 90% ຂອງທະວີບ ອາຊີ. ຄັນໃນການທູດວັດທະນະທໍາ, ການ ເພີ່ມພູນຄວາມຜູກພັນລະຫວ່າງ ປະຊາຊົນ ແລະ ການຮັດແໜ້ນ ມິດຕະພາບອັນຍືນຍົງລະຫວ່າງ ມາເລເຊຍ ແລະ ສປປ ລາວ. ງານ ດັ່ງກ່າວ, ຖືເປັນເວທີສໍາຄັນໃນລະ ດັບພາກພື້ນ ເພື່ອສ້າງກະແສຕ້ອນ ຮັບປີທ່ອງທ່ຽວມາເລເຊຍ (Visit Malaysia 2026-2027) ຢ່າງ ເປັນທາງການ ຊຶ່ງການສ້າງກະແສ ຕ້ອນຮັບປີທ່ອງທ່ຽວມາເລເຊຍ ໄດ້ຮັບການເປີດໂຕໂດຍທ່ານ ດາ ໂຕ້ ສິຣິ ອັນວາ ອິບຣາຣິມ ນາຍົກ ລັດຖະມົນຕີມາເລເຊຍ ໂດຍມີ “ໝີ ມາເລເຊຍຊັນແບ” ຊຶ່ງເປັນສັດປ່າ ຄຸ້ມຄອງທີ່ສໍາຄັນເປັນສັນຍະລັກປີ ທ່ອງທ່ຽວ 2026-2027, ສະທ້ອນ ເຖິງຄວາມມຸ່ງໝັ້ນຂອງມາເລເຊຍ ໃນການອະນຸລັກຊີວະນາໆພັນ ແລະ ການທ່ອງທ່ຽວແບບອະນຸລັກ. ໃນປີ ນີ້ ມາເລເຊຍຕັ້ງເປົ້າໝາຍຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 31,3 ລ້ານຄົນ, ສ້າງລາຍຮັບຈາກ ການທ່ອງທ່ຽວໃຫ້ໄດ້ 102,7 ພັນ ລ້ານຣິງກິດ. ທ່ານ ນາງ ໄບສຸຣີ ບາຮາຣຸມ (Mrs. Baizuri Baharum) ຜູ້ ອໍານວຍການອາວຸໂສຂອງພະແນກ ສົ່ງເສີມສາກົນ (ອາຊີຕາເວັນອອກ ສ່ຽງໃຕ້) ອົງການທ່ອງທ່ຽວມາເລ ເຊຍ ໄດ້ຍົກໃຫ້ເຫັນເຖິງການເຕີບໂຕ ຢ່າງຕໍ່ເນື່ອງຂອງຕະຫລາດນັກ ທ່ອງທ່ຽວລາວ ຫລັງຈາກທີ່ມາເລ ເຊຍ ໄດ້ຕ້ອນຮັບນັກທ່ອງທ່ຽວລາວ 31.759 ຄົນ ໃນປີ 2025 ແລະ ໃນ ໄລຍະ 8 ເດືອນທໍາອິດ (ມັງກອນສິງຫາ) ຂອງປີ 2026 ນີ້ ໄດ້ ເກັບກຳຕົວເລກນັກທ່ອງທ່ຽວລາວ ເຂົ້າມາເລເຊຍ ເຖິງ 25.220 ຄົນ, ເພີ່ມຂຶ້ນ 24,02% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025. ການເຕີບໂຕນີ້ ແມ່ນໄດ້ຮັບການສະ ໜັບສະໜູນຈາກການເຊື່ອມຕໍ່ທາງ ອາກາດ ໂດຍສະເພາະທ່ຽວບິນກົງ 3 ທ້ຽວຕໍ່ອາທິດຂອງສາຍການບິນ AirAsia ວຽງຈັນ-ກົວລາລຳເປີ ແລະ ເສັ້ນທາງເຊື່ອມໂຍງຜ່ານບາງ ກອກ ແລະ ສິງກະໂປ. ໃນງານຄັ້ງນີ້, ຍັງໄດ້ເຊີນເອົາ 3 ສະຖາບັນທີ່ປຶກສາດ້ານການສຶກສາ ຊັ້ນນໍາໃນລະດັບສາກົນ ມາຮ່ວມໃຫ້ ຂໍ້ມູນ ແລະ ແນະນໍາເສັ້ນທາງການ ສຶກສາຕໍ່ໃນລະດັບອຸດົມສຶກສາຢູ່ ມາເລເຊຍ ໃຫ້ແກ່ຮຽນ-ນັກສຶກສາ ລາວ ຕື່ມອີກ. ຂ່າວ-ພາບ: ທະນູທອງ ມາດຕາ ໂດຍໃຫ້ມີການອະທິບາຍ ລາຍລະອຽດກ່ຽວກັບເຂດຫ້າມບິນ ເພີ່ມຕື່ມ. ພ້ອມນັ້ນ, ໃຫ້ຕິດພັນກັບຄຳ ນິຍາມໃນມາດຕາ 31 ຂໍ້ທີ3 ຕື່ມອີກ; ຄວາມຮັບຜິດຊອບຕໍ່ເຄື່ອງຝາກທາງ ໄປສະນີ (ມາດຕາ 114) ສະເໜີ ໃຫ້ກຳນົດຄວາມໝາຍຂອງເຄື່ອງ ຝາກທາງໄປສະນີທີ່ເກືອດຫ້າມ ແລະ ຜິດກົດໝາຍໃຫ້ຈະແຈ້ງ. ພ້ອມທັງ ສະເໜີໃຫ້ເພີ່ມພັນທະ ແລະ ຄວາມ ຮັບຜິດຊອບຂອງຜູ້ຮັບບໍລິການຜູ້ ໂດຍສານ ແລະ ເຄື່ອງຝາກໃນກໍລະນີ ທີ່ພົບເຫັນເຄື່ອງຝາກທາງໄປສະນີທີ່ ຜິດກົດໝາຍ; ການຄຸ້ມຄອງເຮືອບິນ ທີ່ບໍ່ມີຄົນຂັບ ຫລື ໂດຣນ (ມາດຕາ 150) ສະເໜີໃຫ້ຄົ້ນຄວ້າກໍລະນີ ການນຳໃຊ້ແບບສະໝັກຫລິ້ນໃນ ພາກປະຕິບັດຕົວຈິງການຄຸ້ມຄອງ ແລະ ຕິດຕາມກວດກາເຮືອບິນປະ ເພດນີ້ ຜ່ານມາແມ່ນຕ້ອງຂໍອະນຸມັດ ຈາກກະຊວງປ້ອງກັນປະເທດ (ປກຊ) ແລະ ກະຊວງປ້ອງກັນ ຄວາມສະຫງົບ (ປກສ) ໂດຍບໍ່ ໄດ້ຜ່ານກົມການບິນ. ດັ່ງນັ້ນ, ຖ້າ ກົດໝາຍສະບັບນີ້ປະກາດໃຊ້, ກົມ ການບິນພົນລະເຮືອນຕ້ອງໄດ້ປະ ສານສົມທົບກັບ ປກຊ ແລະ ປກສ ຢ່າງແໜ້ນແຟ້ນ ເພື່ອຕິດຕາມກວດ ກາບັນຫາທີ່ຕິດພັນກັບຄວາມໝັ້ນ ຄົງຂອງປະເທດຊາດ. ນອກຈາກ ນີ້, ເພື່ອຮັບປະກັນຄວາມສ່ຽງ ແລະ ຄວາມໝັ້ນຄົງຄວນຂະຫຍາຍການ ອະທິບາຍໃນມາດຕານີ້ໃຫ້ກວ້າງ ຂວາງ ຕື່ມອີກ. ກ່ຽວກັບທີ່ຕັ້ງ ແລະ ໂຄງປະ ກອບຂອງອົງການການບິນພົນ ລະເຮືອນ (ມາດຕາ 173 ຫາ 175) ເຫັນວ່າຮ່າງກົດໝາຍຍັງ ບໍ່ທັນກຳນົດແຈ້ງກ່ຽວກັບທີ່ຕັ້ງ ແລະ ໂຄງປະກອບຂອງອົງການ ດັ່ງກ່າວ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ ມີການສົມທຽບກັບຮູບແບບການ ຈັດຕັ້ງຂອງອົງການການບິນພົນ ລະເຮືອນສາກົນ, ໃນນັ້ນ ຄວນເພີ່ມ ມາດຕາສະເພາະທີ່ກຳນົດແຈ້ງ ກ່ຽວກັບການຈັດຕັ້ງ, ການເຄື່ອນ ໄຫວ, ໂຄງປະກອບກົງຈັກ ແລະ ລະດັບຂັ້ນການຄຸ້ມຄອງ. ພ້ອມກັນ ນັ້ນ, ເພື່ອເປັນການອຳນວຍຄວາມ ສະດວກ ແລະ ຍົກສູງປະສິດທິພາບ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຕົວຈິງ, ສະເໜີໃຫ້ພິຈາ ລະນາຍົກລະດັບກົມການບິນພົນລະ ເຮືອນຂຶ້ນເປັນຂັ້ນ “ສະຖາບັນ” ຫລື “ທະບວງ” ທີ່ຂຶ້ນກັບກະຊວງໂຍທາ ທິການ ແລະ ຂົນສົ່ງ ໂດຍກົງ. ການປະກອບຄຳເຫັນດັ່ງກ່າວ, ແນໃສ່ຮັບປະກັນໃຫ້ກົດໝາຍວ່າ ດ້ວຍການບິນພົນລະເຮືອນ (ສະບັບ ປັບປຸງ) ມີຄວາມຄົບຖ້ວນ, ສາມາດ ບັງຄັບໃຊ້ໄດ້ຢ່າງມີປະສິດທິຜົນ, ຮອງຮັບການຂະຫຍາຍຕົວຂອງ ເຕັກໂນໂລຊີໃໝ່ແລະ ປົກປັກຮັກສາ ຄວາມໝັ້ນຄົງປອດໄພຂອງຊາດໄດ້ ຢ່າງຮັດກຸມ. ຂ່າວ: ທະນູທອງ ຂະຫຍາຍຜົນ ແລະ ເສີມສ້າງການ ດຳເນີນງານໃຫ້ສອດຄ່ອງກັບບຸລິ ມະສິດຂອງລັດຖະບານ; ເພື່ອສ້າງ ການເຊື່ອມໂຍງນຳເອົາຜົນໄດ້ຮັບ ແລະ ບົດຮຽນຈາກກອງປະຊຸມສຳ ມະນານີ້ ໄປປະກອບເຂົ້າໃນຫົວຂໍ້ ຂອງກອງປະຊຸມຄະນະວິຊາການ ປ່າໄມ້ບ້ານ (VFWG). ກອງປະຊຸມຈັດຂຶ້ນໂດຍການ ເປັນປະທານຂອງທ່ານ ຄໍາເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້, ມີຜູ້ຕາງໜ້າຈາກສູນກາງ ແລະ ທ້ອງຖິ່ນ (ແຂວງຫົວພັນ), ອົງ ການຄູ່ຮ່ວມພັດທະນາເຂົ້າຮ່ວມ ແລະ ຮັບຟັງການນໍາສະເໜີກ່ຽວກັບ ບຸລິມະສິດຂອງກົມປ່າໄມ້ ເພື່ອການ ພັດທະນາຂະແໜງໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ; ບຸລິມະ ສິດທີ່ຕິດພັນກັບຂະແໜງໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ; ຍຸດທະສາດການພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງຂອງແຂວງ ຫົວພັນ; ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໂຄງການ ຫວາຍ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນທົບທວນບຸລິມະສິດຫລັກ ຂອງກົມປ່າໄມ້, ພະແນກຄຸ້ມຄອງ ທຸລະກິດໄມ້ ແລະ ເຄື່ອງປ່າຂອງ ດົງ, ພະແນກປ່າໄມ້ບ້ານ ແລະ ຍຸດ ທະສາດການພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງຂອງແຂວງ ຫົວພັນ ຊຶ່ງຊ່ວຍໃຫ້ທຸກພາກສ່ວນມີ ຄວາມເຂົ້າໃຈທິດທາງ ແລະ ວິໄສ ທັດຮ່ວມກັນຢ່າງຈະແຈ້ງຂຶ້ນ ແລະ ບັນດາອົງການຄູ່ຮ່ວມພັດທະນາ ແລະ ພາກເອກະຊົນໄດ້ນຳສະເໜີ ຜົນການຈັດຕັ້ງປະຕິບັດໂຄງການ, ແບ່ງປັນບົດຮຽນຕົວຈິງ ແລະ ຫາ ລືວິທີການຂະຫຍາຍຜົນການດຳ ເນີນງານ ເພື່ອໃຫ້ສອດຄ່ອງກັບວຽກ ງານປ່າໄມ້ຊຸມຊົນ, ການຄຸ້ມຄອງ NTFPs ແລະ ການຮັບຮູ້ສິດໃນການ ນຳໃຊ້ທີ່ດິນປ່າໄມ້ ແລະ ອື່ນໆ. ໄມ້ປ່ອງ, ຫວາຍ ແລະ ເຄື່ອງ ປ່າຂອງດົງ ແມ່ນມີບົດບາດສໍາຄັນ ຫລາຍເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ ແລະ ພູດອຍ ມີຄວາມໝັ້ນຄົງ, ທັງ ເປັນແຫລ່ງລາຍຮັບ, ອາຫານ ແລະ ເປັນສິນຄ້າທີ່ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສົງຄົມ ຢ່າງຍືນຍົງ. ການຄຸ້ມຄອງ, ການ ສົ່ງເສີມ ແລະ ການປັບປຸງຕ່ອງໂສ້ ມູນຄ່າຂອງຜະລິດຕະພັນເຫລົ່ານີ້ ບໍ່ພຽງແຕ່ຊ່ວຍຟື້ນຟູ ແລະ ປົກປັກ ຮັກສາຊັບພະຍາກອນປ່າໄມ້ເທົ່າ ນັ້ນ, ແຕ່ຍັງຕິດພັນກັບວຽກງານ ປ່າໄມ້ຊຸມຊົນ ແລະ ການຮັບຮູ້ສິດ ໃນການນຳໃຊ້ທີ່ດິນປ່າໄມ້ຂອງປະ ຊາຊົນ. ຂ່າວ-ພາບ: ກົມປ່າໄມ້
RkJQdWJsaXNoZXIy MTc3MTYxMQ==