xtgmf]k; 7 16/10/2026 gsfdko{dkora fa mtok c0;';P'9a o gxu f37'dkolq j 'glu ,dtly depn opq ' c]t dkora fmtok-u ;y fdkogxa o16 j g0f-q oot[q f w]ptmu 2 [= ]y 7ew- me]kp1kgl[8y fs]kp]kpdko gon j v'.o;a ocsj '-kf8h ko1kgl[8y f ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີເຊັນບົດ ບັນທຶກ ເພື່ອເປີດໂຄງການສົ່ງເສີມ ກະສິກຳແບບຍືນຍົງ ແລະ ການ ພັດທະນາຊີວິດການເປັນຢູ່ເຂດ ຊົນນະບົດ ໄລຍະທີ 2 ຈັດຂຶ້ນ ໃນວັນທີ 13 ຕຸລາ 2026 ໂດຍ ມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການ ປົກຄອງແຂວງວຽງຈັນ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຊິງ ວານຊິນ ຜູ້ອຳນວຍການອົງການ ADRA ປະຈຳ ສປປ ລາວ ໃນນາມຜູ້ໃຫ້ທຶນ ແລະ ທ່ານ ບຸນທະ ວີ ຈັນທະວົງ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ກົມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງວຽງຄຳ, ໂພນ ໂຮງ ແລະ ເມືອງຫີນເຫີບເຂົ້າຮ່ວມ. ທ່ານ ສົມປະສົງ ສຸວົງຄຳຈັນ ໄດ້ກ່າວວ່າ: ໂຄງການສົ່ງເສີມກະ ສິກຳຍືນຍົງ ແລະ ພັດທະນາ ຊີວິດການເປັນຢູ່ ເຂດຊົນນະບົດ (SARLI) ໄລຍະ II ແມ່ນແນໃສ່ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ການ ພັດທະນາຊົນນະບົດ ແລະ ການ ຫລຸດຜ່ອນຄວາມທຸກຍາກ ໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແນໃສ່ຍົກລະດັບຊີວິດການເປັນ ຢູ່ແບບຍືນຍົງ ໃຫ້ແກ່ກະສິກອນ ຢູ່ໃນແຂວງວຽງຈັນ ໂດຍສຸມໃສ່ ການສ້າງຄວາມອາດສາມາດໃນ ການຈັດຕັ້ງປະຕິບັດມາດຕະຖານ ກະສິກຳທີ່ດີ (GAP), ສຸມໃສ່ ດ້ານເຕັກນິກກະສິກໍາສະອາດ ປັບ ໂຕເຂົ້າກັບສະພາບການປ່ຽນແປງ ຂອງດິນຟ້າອາກາດ (CSA); ຍົກ ລະດັບທັກສະທຸລະກິດກະສິກຳເພື່ອ ໃຫ້ເຂົ້າເຖິງຕະຫລາດ, ສົ່ງເສີມ ອາຫານປອດໄພ, ສ້າງຄວາມເຂັ້ມ ແຂງດ້ານການຄຸ້ມຄອງ-ບໍລິຫານ ກຸ່ມການຜະລິດ, ສົ່ງເສີມການມີ ສ່ວນຮ່ວມ ເພື່ອການຮ່ວມມື ແລະ ພັດທະນາແບບຍືນຍົງ ໃຫ້ແກ່ຄູ່ ຮ່ວມງານ ແລະ ກະສິກອນ ໃນ 9 ກຸ່ມເປົ້າໝາຍ ຂອງ 3 ເມືອງ ຄື: ເມືອງວຽງຄຳ, ເມືອງໂພນໂຮງ ແລະ ເມືອງຫີນເຫີບ. ທ່ານ ຈັດຕຸຄົງ ໄພຈິດ ຫົວໜ້າ ໂຄງການ SARLI ຍັງໄດ້ນໍາສະ ເໜີສະພາບລວມຂອງໂຄງການ ກ່ຽວກັບເປົ້າໝາຍ ຈຸດປະສົງຕົວຊີ້ ວັດ,ແຜນຕໍ່ໜ້າຂອງກິດຈະກໍາແລະ ງົບປະມານ ແຕ່ປີທີ 1 ຫາປີທີ 4, ໂຄງການດັ່ງກ່າວ ແມ່ນໂຄງການ ຮ່ວມມືລະຫວ່າງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ ວຽງຈັນ, ອົງການ ADRA ແລະ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີຈູດທໍາລາຍ ຢາເສບຕິດ ເນື່ອງໃນໂອກາດວັນ ແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ (12 ຕຸລາ 2001-12 ຕຸລາ 2026) ຢູ່ແຂວງບໍລິຄຳໄຊ ຈັດຂຶ້ນ ໃນວັນທີ 14 ຕຸລາ 2026 ທີ່ສູນ ບໍາບັດ ແລະ ຟື້ນຟູຜູ້ຕິດຢາເສບຕິດ ໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ ໂດຍມີ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະ ການປົກຄອງ ແຂວງບໍລິຄຳໄຊ, ມີ ສະພາປະຊາຊົນແຂວງ, ພະແນກ ການ, ຫ້ອງການອ້ອມຂ້າງແຂວງ, ນ້ອງນັກຮຽນ, ຊາວໜຸ່ມ ແລະ ເຍົາ ວະຊົນ ເຂົ້າຮ່ວມ. ທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ລາຍງານວ່າ: ໃນໄລຍະ1ປີຜ່ານມາ, ສະພາບການ ຊື້-ຂາຍ ແລະ ການລະບາດຂອງຢາ ເສບຕິດໃນທົ່ວໂລກ ແລະ ພາກພື້ນ ຍັງຄົງຜັນແປຢ່າງສັບສົນ ແລະ ສ້າງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ. ສຳລັບແຂວງ ບໍລິຄຳໄຊ ຍັງຖືກກຸ່ມຄົນບໍ່ຫວັງດີ ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ມີ ກຸ່ມຄົນບໍ່ດີລັກລອບປູກຝິ່ນ-ກັນຊາ ຢູ່ເຂດພູດອຍ ພ້ອມທັງມີກຸ່ມໄວໜຸ່ມ, ນັກຮຽນ-ນັກສຶກສາ ຕົກເປັນທາດ ຂອງຢາເສບຕິດ. ຜ່ານການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ຢ່າງເປັນ ເຈົ້າການ, ເຈົ້າໜ້າທີ່ ປກສ ແຂວງ ບໍລິຄຳໄຊ ສາມາດຍາດໄດ້ຜົນງານ ອັນພົ້ນເດັ່ນ ໂດຍສະເພາະ ຄະດີທີ່ ສານຕັດສິນໃຊ້ໄດ້ເດັດຂາດແລ້ວ 161 ເລື່ອງ, ນັກໂທດ 211 ຄົນ. ສານເສບຕິດຂອງກາງທີ່ນໍາມາ ທຳລາຍປະຈຳປີ 2026 ປະກອບ ມີ: ຢາບ້າ 6.350.798 ເມັດ, ຄັນ ຊາແຫ້ງ 3.194 ກິໂລກຣາມ, ຢາ ດີໄອ (DI) 67.266 ແກ້ວ, ໃບ ກະທ່ອມ 2.059 ກິໂລກຣາມ, ນ້ຳ ກະທ່ອມສຳເລັດຮູບ 360 ຕຸກ, ຢາ ໄອສ໌ 45 ກິໂລກຣາມ, ຄໍລາເຈນ ປະສົມສານເສບຕິດ 314 ຊອງ, ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ເມືອງໝອກ ແຂວງຊຽງຂວາງ ເປັນເມືອງໜຶ່ງ ທີ່ມີຍຸດທະສາດການລ້ຽງສັດໃຫຍ່ ເປັນສິນຄ້າເພື່ອສົ່ງອອກ ເນື່ອງ ຈາກເມືອງດັ່ງກ່າວເປັນເມືອງ ພູດອຍ ແລະ ມີພື້ນທີ່ທົ່ງຫຍ້າ ທຳມະຊາດ ແລະ ພື້ນທີ່ສ້າງເປັນ ສ່ວນປູກຫຍ້າ ທີ່ກວ້າງຂວາງ ບວກກັບມູນເຊື້ອຂອງປະຊາຊົນ ເມືອງໝອກ ໄດ້ສ້າງເງື່ອນໄຂດັ່ງ ກ່າວກາຍເປັນທ່າແຮງຂອງເມືອງ. ທ່ານ ສີນະຄອນ ສີປັນຍາ ຮອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໝອກ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນ ໃນທ້າຍ ອາທິດຜ່ານມາວ່າ: ໂດຍປະຕິບັດ ຕາມທິດຊີ້ນຳ ຂອງອົງຄະນະພັກ ເມືອງ ແລະ ປະທານປົກຄອງ ເມືອງ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຂອງຄົງ ຄະນະພັກແຂວງ ແລະ ອົງຄະນະ ພັກເມືອງ ກໍຄືແຜ່ນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງ ເມືອງ, ຂອງແຂວງ ແລະ ແຜນ ພັດທະນາກະສິກຳ ແລະ ຊົນນະບົດ g,n v'\vdlq j '';vvd 1.500 d;j k38 lq dxu 2025-2026 ພາກສ່ວນກ່ຽວຂ້ອງ ໂດຍມີໄລຍະ ດຳເນີນງານນັບແຕ່ມື້ລົງນາມຈົນ ເຖິງເດືອນມີນາ 2029 ໂດຍມີງົບ ປະມານລວມ 345.800 ເອີໂຣ. ໂຄງການຈະດຳເນີນຢູ່ 3 ເມືອງ ຄື: ເມືອງວຽງຄຳ, ເມືອງໂພນໂຮງ ແລະ ເມືອງຫີນເຫີບ ຊຶ່ງມີຈຸດປະສົງ ເພື່ອປະກອບສ່ວນພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນເຂດ ຊົນນະບົດໃຫ້ດີຂຶ້ນ ຜ່ານການສົ່ງ ເສີມກະສິກຳແບບຍືນຍົງ, ການປັບ ຕົວຕໍ່ການປ່ຽນແປງສະພາບດິນຟ້າ ອາກາດ, ການຍົກລະດັບຄວາມ ສາມາດຂອງຊຸມຊົນ ແລະ ການ ສ້າງໂອກາດດ້ານອາຊີບ ເພື່ອຊ່ວຍ ໃຫ້ປະຊາຊົນສາມາດພັດທະນາ ການຜະລິດ, ເພີ່ມລາຍຮັບ ແລະ ມີ ຄວາມໝັ້ນຄົງໃນການດຳລົງຊີວິດ. ພ້ອມທັງເນັ້ນການສົ່ງເສີມການ ຮ່ວມມືຂອງຊຸມຊົນ, ການນຳໃຊ້ ຊັບພະຍາກອນຢ່າງມີປະສິດທິຜົນ, ການພັດທະນາອາຊີບ ແລະ ການ ຜະລິດທີ່ເປັນມິດກັບສິ່ງແວດລ້ອມ ຄວບຄູ່ກັບການຍົກລະດັບຄວາມຮູ້ ແລະ ທັກສະໃຫ້ແກ່ກຸ່ມເປົ້າໝາຍ ເພື່ອສ້າງພື້ນຖານການພັດທະນາ ຊົນນະບົດຢ່າງຍືນຍົງ ໂດຍມີຜູ້ໄດ້ ຮັບຜົນປະໂຫຍດທາງກົງ 234 ຫລັງຄາເຮືອນ, ມີ 1.170 ຄົນ ແລະ ຜູ້ໄດ້ຮັບຜົນປະໂຫຍດທາງ ອ້ອມ 160.000 ກວ່າຄົນ. ຢາສູບໄຟຟ້າ 163 ອັນ, ເຄຕາມີນ (ຢາເຄ) 1 ກິໂລກຣາມ, ສານເຄມີ ແລະ ແປ້ງຜະລິດຢາບ້າ: ແປ້ງຜະ ລິດຢາບ້າ 51 ກິໂລກຣາມ, ຄາເຟ ອິນ 52 ກິໂລກຣາມ, ແປ້ງຂາວ 108 ກິໂລກຣາມ, ແປ້ງຝຸ່ນ 124.5 ກິໂລກຣາມ, ສີປະສົມ ແລະ ນ້ຳຢາ ແຕ່ງກິ່ນຈຳນວນໜຶ່ງ. ສັງລວມແລ້ວ ຢາບ້າ ຍັງຄົງ ເປັນອັນດັບໜຶ່ງທີ່ແຜ່ລະບາດໜັກ ກວມເອົາ 70% ໂດຍສະເພາະ ໃນ ກຸ່ມຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ ແລະ ກຳມະກອນ. ສ່ວນອີກ 30% ແມ່ນການມົ້ວສຸມສິ່ງເສບຕິດປະເພດ ໃໝ່ ເຊັ່ນ: ຢາເຄ, ນ້ຳກະທ່ອມ, ກາເຟ ແລະ ຄໍລາເຈນປະສົມສານ ເສບຕິດ ທີ່ກຳລັງແຜ່ລາມຕາມ ຮ້ານອາຫານ, ຮ້ານບັນເທີງ ແລະ ຮ້ານຄາລະໂອເກະ. ຕໍ່ກັບບັນຫາ ຫຍໍ້ທໍ້ດັ່ງກ່າວ, ທາງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ວາງມາດ ຕະການຢ່າງເດັດຂາດໃນຕໍ່ໜ້າ ໂດຍຈະສືບຕໍ່ຜັນຂະຫຍາຍວາ ລະແຫ່ງຊາດ, ສ້າງບ້ານ ແລະ ຄອບ ຄົວປອດຢາເສບຕິດ, ໂຄສະນາເຜີຍ ແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ ເຂົ້າເຖິງທຸກກຸ່ມເປົ້າໝາຍ ພ້ອມ ທັງຮຽກຮ້ອງໃຫ້ທຸກພາກສ່ວນໃນ ສັງຄົມ, ປະຊາຊົນ ແລະ ນັກທຸລະກິດ ຮ່ວມມືກັນເປັນເຈົ້າການ ເພື່ອປົກ ປ້ອງລູກຫລານໃຫ້ຫລຸດພົ້ນຈາກ ໄພພິບັດຢາເສບຕິດຢ່າງຮອບດ້ານ. ຂ່າວ-ພາບ: ສາຍສະໝອນ g,n v'sh ;p-kp lts]v';a o7q ory dkocsj '-kf c]t ;a olkdq oz6 h vkp5 l6 ' ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສະເຫລີມສະຫລອງ ວັນຄົນພິການແຫ່ງຊາດ ຄົບຮອບ 12 ປີ ແລະ ວັນສາກົນຜູ້ອາຍຸສູງ ຄົບຮອບ 27 ປີ ໃນວັນທີ 14 ຕຸລາ 2026 ໂດຍເປັນການປະທານ ຂອງ ທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫານງານພັກ ເມືອງຫ້ວຍຊາຍ, ມີບັນດາການນໍາ ຂອງແຂວງ-ເມືອງຫົວໜ້າ-ຮອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານປະຕິວັດອາວຸໂສບໍາ ນານເຂົ້າຮ່ວມ. ທ່ານ ຈອມແພງ ວິໄລສານ ໄດ້ ກ່າວວ່າ: ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງນີ້ ຍາມ ໃດພັກ ແລະ ລັດຖະບານ ກໍໄດ້ໃຫ້ ຄວາມສໍາຄັນເປັນຫ່ວງເປັນໄຍນຳ ສຸຂະພາບ ແລະ ຊີວິດການເປັນຢູ່ ຂອງພະນັກງານອາວຸໂສບໍານານ, ຜູ້ພິການ ແລະ ຜູ້ເສຍອົງຄະ, ຜູ້ດ້ອຍ ໂອກາດ ທັງໄດ້ເອົາໃຈໃສ່ປະຕິບັດ ນະໂຍບາຍຕ່າງໆ ຕໍ່ເປົ້າໝາຍດັ່ງ ກ່າວຕະຫລອດມາ ໂດຍໄດ້ກຳນົດ ນະໂຍບາຍ ສະເພາະຜູ້ອາຍຸສູງ ແລະ ຜູ້ແທນຢ່າງຈະແຈ້ງ ເພື່ອເຮັດໃຫ້ ການຄຸ້ມຄອງ, ເບິ່ງແຍງດູແລຜູ້ອາຍຸ ສູງ ແລະ ຜູ້ພິການ ເພື່ອຄວາມເປັນ ລະບົບທີ່ເປັນເອກະພາບ ແຕ່ສູນກາງ ຮອດທ້ອງຖິ່ນ, ເຮັດໃຫ້ວຽກງານ ນະໂຍບາຍ ຕໍ່ເປົ້າໝາຍດັ່ງກ່າວ ຢູ່ປະເທດຂອງພວກເຮົາ ໄດ້ຮັບການ ປັບປຸງແກ້ໄຂ ແລະ ຂະຫຍາຍຕົວ ໄປຄຽງຄູ່ກັບການພັດທະນາໃນຂົງ ເຂດທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈ ຕໍ່ປະຫວັດຄວາມເປັນມາ, ຄວາມ ໝາຍຄວາມສຳຄັນຂອງວັນດັ່ງ ກ່າວ, ເຮັດໃຫ້ທຸກອົງການຈັດຕັ້ງ ພັກ-ລັດ ໄດ້ປະກອບສ່ວນເຂົ້າໃນ ການປະຕິບັດດຳລັດວ່າດ້ວຍຄົນ ພິການ ແລະ ຜູ້ອາຍຸສູງເວົ້າລວມ, ເວົ້າສະເພາະ ເພື່ອໃຫ້ຜູ້ພິການ, ຜູ້ອາຍຸສູງທີ່ດ້ອຍໂອກາດໄດ້ຮັບ ການພັດທະນາ, ການຊ່ວຍເຫລືອ ເບິ່ງແຍງດູແລຈາກສັງຄົມ ແລະ ເພື່ອຊຸກຍູ້ສົ່ງເສີມການຮັກສາສຸ ຂະພາບຂອງຄົນພິການ, ຜູ້ອາຍຸ ສູງໃຫ້ດີຂຶ້ນ, ທັງນີ້ກໍເພື່ອເສີມສ້າງ ແລະ ຂະຫຍາຍຄຸນລັກສະນະອັນ ດີເລີດຂອງຜູ້ອາຍຸສູງບັນດາເຜົ່າ ຂອງລາວ ທີ່ມີຜົນງານຕໍ່ພາລະກິດ ຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄືໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນປັດ ຈຸບັນ ໃຫ້ນັບມື້ນັບສູງຂຶ້ນ, ໂດຍ ສ້າງໂອກາດໃຫ້ຄົນພິການ ແລະ ຜູ້ອາຍຸສູງສືບຕໍ່ເປັນພົນລະເມືອງ ທີ່ດີຂອງຊາດ, ໄດ້ຮັບການສຶກສາ ຮໍ່າຮຽນ ເພື່ອຖ່າຍທອດມູນເຊື້ອຄຸນ ງາມຄວາມດີໄວ້ໃຫ້ຄົນຮຸ່ນຫລັງສືບ ທອດຕໍ່ໄປ. ໃນພິທີຍັງໄດ້ຈັດກິດຈະກຳກວດ ສຸຂະພາບໃຫ້ຜູ້ອາຍຸສູງໂດຍບໍ່ເສຍ ຄ່າຕື່ມອີກ. ຂ່າວ-ພາບ: ບຸນຈັນ ບຸນປັນຍາ 5 ປີ ຄັ້ງທີ 10 ຂອງພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ ນັ້ນ ທາງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ສຸມໃສ່ ນຳພາ-ຊີ້ນຳປະຊາຊົນທຳການ ຜະລິດ ແລະ ລ້ຽງສັດຕາມທ່າແຮງ ຂອງເມືອງເຫັນວ່າໃນສົກປີ2025- 2026 ທົ່ວເມືອງມີສັດລ້ຽງປະເພດ ງົວ, ຄວາຍທັງໝົດ 29.300 ກວ່າ ໂຕ ແລະ ສາມາດສົ່ງອອກສິນຄ້າ ປະເພດງົວ, ຄວາຍໄດ້ທັງໝົດ 1.500 ກວ່າໂຕ. ທ່ານ ສີນະຄອນ ສີປັນຍາ ໃຫ້ ຮູ້ຕື່ມວ່າ: ປັດຈຸບັນ, ເມືອງໝອກ ສຸມໃສ່ເກັບກູ້ພືດລະດູຝົນ ຄວບ ຄູ່ກັບການຊຸກຍູ້ປູກພືດລະດູແລ້ງ ຊຶ່ງເມືອງໝອກ ມີ 28 ບ້ານ, ມີ 3 ຕາແສງ, ມີເນື້ອທີ່ປູກເຂົ້າ 2.090 ເຮັກຕາ ໃນນີ້, ເນື້ອທີ່ໄຮ່ 760 ເຮັກຕາ, ເນື້ອທີ່ປູກສາລີ 330 ເຮັກຕາ ແລະ ເນື້ອທີ່ປູກພືກ ຜັກ 110 ເຮັກຕາ ຊຶ່ງຜົນຜະລິດ ທີ່ໄດ້ຮັບແມ່ນສາມາດກຸ້ມກິນ, ມີ ສ່ວນແຮໄວ້ ແລະ ຂາຍເປັນສິນຄ້າ ໂດຍສະເພາະ ສາລີ ທີ່ສາມາດປູກ ຂາຍເປັນສິນຄ້າສົ່ງອອກຂອງ ເມືອງ. ການເກັບກ່ຽວຜົນລະປູກ ໃນປີນີ້ຄາດວ່າ ຈະສາມາດໄດ້ ຮັບຜົນຜະລິດເຂົ້າ 8.475 ໂຕນ, ສາລີ 1.650 ໂຕນ ແລະ ພືດຜັກ 550 ໂຕນ. ໂດຍອີງໃສ່ທ່າແຮງຂອງເມືອງ ໃນໄລຍະລະດູແລ້ງ, ຫ້ອງການ ເມືອງ ໄດ້ມີແຜນສືບຕໍ່ຊຸກຍູ້ປະຊາ ຊົນດຳເນີນການປູກພືດລະດູແລ້ງ ຊຶ່ງເມືອງໝອກເປັນເມືອງ ທີ່ສາ ມາດປູກສາລີໄດ້ທັງສອງລະດູ ຄື ລະດູແລ້ງ ແລະ ລະດູຝົນ. ສະນັ້ນ, ເມືອງຈຶ່ງຊຸກຍູ້ໃຫ້ປູກສາລີ ແລະ ຖົ່ວດິນ ຕິດພັນກັບການປູກພືດຜັກ ເພື່ອເປັນສິນຄ້າ ໂດຍຈະສູ້ຊົນປູກ ສາລີໃຫ້ໄດ້ 115 ເຮັກຕາ, ຖົ່ວດິນ 30 ເຮັກຕາ ແລະ ຊຸກຍູ້ການເຮັດ ນາແຊງໃນເຂດທີ່ມີຊົນລະປະທານ ຕື່ມອີກ. ຂ່າວ-ພາບ: ຕຽງບູລົມ q
RkJQdWJsaXNoZXIy MTc3MTYxMQ==