08 xtgmf]k; 37ltok c]t [= ]y = dy ko 16/10/2026 ນັບຕັ້ງແຕ່ກ້າວເຂົ້າສູ່ຕະຫຼາດ ໃນຊ່ວງທ້າຍປີ 2025, Unitel Logistics ໄດ້ຄ່ອຍໆ ພັດທະນາ ເຄືອຂ່າຍຂົນສົ່ງໃຫ້ຄອບຄຸມທົ່ວ ປະເທດ ມີສ່ວນຊ່ວຍເຊື່ອມໂຍງ ປະຊາຊົນ ທຸລະກິດ ແລະ ສົ່ງເສີມ ກິດຈະກຳການຄ້າ ພ້ອມທັງເສດ ຖະກິດດິຈິຕອນໃນ ສປປ ລາວ. ພາຍຫຼັງການດຳເນີນງານ ເປັນເວລາ 1 ປີ Unitel Logis- tics ( ຢູນີເທວ ຂົນສົ່ງດ່ວນ ) ເຊິ່ງເປັນຜູ້ໃຫ້ບໍລິການໂລຈິສຕິກ ແລະ ຂົນສົ່ງດ່ວນພາຍໃຕ້ລະບົບ ຂອງUnitel ໄດ້ບັນລຸຜົນສຳເລັດ ໃນຫຼາຍດ້ານ ທັງການຂະຫຍາຍ ເຄືອຂ່າຍ ການເຕີບໂຕຂອງລາຍ ຮັບ ແລະ ການພັດທະນາບໍລິ ການໃຫ້ຫຼາກຫຼາຍຍິ່ງຂຶ້ນ. ໂຄງ ລ່າງດ້ານໂລຈິສຕິກ ເຊື່ອມໂຍງ ຄົບທັງ 18 ແຂວງ ແລະ ນະຄອນ ຫຼວງວຽງຈັນພາຍຫຼັງໄລຍະເວ ລາການດຳເນີນງານອັນສັ້ນ Unitel Logistics ( ຢູນີເທວ ຂົນສົ່ງດ່ວນ ) ໄດ້ຂະຫຍາຍເຄືອ ຂ່າຍໄປຄອບຄຸມທັງ 18 ແຂວງ ແລະນະຄອນຫຼວງວຽງຈັນດ້ວຍ ຈຸດບໍລິການເກືອບ 1,000 ຈຸດ ປະກອບມີສູນບໍລິການ Unitel ແລະ ຕົວແທນແຟຣນໄຊສ໌. ລະບົບການດຳເນີນງານໄດ້ ຮັບການສະໜັບສະໜູນຈາກສູນ ຄັດແຍກ ແລະ ຈັດການພັດສະດຸ ຂະໜາດໃຫຍ່ 3 ແຫ່ງ, ສາງ ປ່ຽນຖ່າຍພັດສະດຸປະຈຳແຂວງ 16 ແຫ່ງ ແລະ ລົດຂົນສົ່ງເກືອບ 350 ຄັນ ລວມທັງລົດບັນທຸກ ແລະ ລົດຕຸກໆ. ອົງປະກອບເຫຼົ່າ ນີ້ກຳລັງປະກອບສ້າງເປັນໂຄງ ລ່າງດ້ານໂລຈິສຕິກທີ່ສາມາດ Unitel Logistics ຄົບຮອບ 1 ປີ: ເຊື່ອມໂຍງການຄ້າ ກ້າວໄກໄປທົ່ວທຸກພູມພາກ ຮອງຮັບຄວາມຕ້ອງການຂົນ ສົ່ງສິນຄ້າທົ່ວປະເທດ. ສຳລັບຜົນການດຳເນີນງານ ດ້ານທຸລະກິດ Unitel Logis- tics ( ຢູນີເທວ ຂົນສົ່ງດ່ວນ ) ສາມາດບັນລຸລາຍຮັບໄດ້108% ຂອງແຜນການທີ່ວາງໄວ້ ແລະ ມີຈຳນວນພັດສະດຸທີ່ຈັດສົ່ງສຳ ເລັດເກືອບ800,000ລາຍການ. ຜົນສຳເລັດນີ້ສະທ້ອນໃຫ້ເຫັນ ເຖິງຄວາມຄືບໜ້າໃນການພັດ ທະນາບໍລິການ ແລະ ຂະຫຍາຍ ກິດຈະກຳທຸລະກິດ ພ້ອມທັງສ້າງ ພື້ນຖານສຳລັບການເຕີບໂຕໃນ ໄລຍະຕໍ່ໄປ. ເຄືອຂ່າຍທີ່ກວ້າງ ຂວາງບໍ່ພຽງແຕ່ຊ່ວຍໃຫ້ລູກຄ້າ ເຂົ້າເຖິງບໍລິການໄດ້ງ່າຍຂຶ້ນ ແຕ່ ຍັງຊ່ວຍເສີມສ້າງບົດບາດຂອງ ຮ້ານບໍລິການ ແລະ ຕົວແທນໃນ ການນຳບໍລິການຂົນສົ່ງເຂົ້າໃກ້ ຊິດກັບປະຊາຊົນຫຼາຍຂຶ້ນ ລວມ ເຖິງພື້ນທີ່ຫ່າງໄກຈາກສູນກາງ. ພັດທະນາບໍລິການ ຕອບສະ ໜອງຄວາມຕ້ອງການຂອງລູກ ຄ້າ ແລະ ທຸລະກິດດ້ວຍແນວ ທາງການດຳເນີນງານທີ່ຖືເອົາ ລູກຄ້າເປັນສູນກາງUnitelLogis tics(ຢູນີເທວຂົນສົ່ງດ່ວນ)ໄດ້ ຄ່ອຍໆ ພັດທະນາບໍລິການເພື່ອ ຕອບສະໜອງຄວາມຕ້ອງການ ໃນການຝາກ-ຮັບສິນຄ້າທັງໃນ ຊີວິດປະຈຳວັນ ແລະ ການດຳ ເນີນທຸລະກິດ ໂດຍສະເພາະການ ຄ້າອອນລາຍ. ນອກຈາກບໍລິ ການຂົນສົ່ງດ່ວນແລ້ວ ລະບົບ ຍັງມີບໍລິການເສີມ ເຊັ່ນ: ການ ຮັບ-ສົ່ງເຖິງຫນ້າບ້ານ (Doorto-Door), ການເກັບເງິນປາຍ ທາງ(COD),ລະບົບໂທແຈ້ງຂໍ້ ມູນອັດຕະໂນມັດ(AutoCall), ແອັບ Unitel Logistics ແລະ ການເຊື່ອມຕໍ່ກັບ UMoney ແລະ Pancake. ການພັດທະນາບໍລິການ ແລະ ນຳໃຊ້ເຕັກໂນໂລຊີ ມີເປົ້າໝາຍ ເພື່ອເຮັດໃຫ້ການຝາກ-ຮັບພັດ ສະດຸຂອງລູກຄ້າສະດວກສະ ບາຍຍິ່ງຂຶ້ນ ຊ່ວຍໃຫ້ຜູ້ຂາຍອອນ ລາຍຂະຫຍາຍກິດຈະການ ແລະ ຍົກລະດັບປະສົບການຂອງຜູ້ຮັບ ພັດສະດຸ. ຂອບໃຈລູກຄ້າ ຮ່ວມ ເດີນທາງກັບສູນບໍລິການ ແລະ ຕົວແທນຄວາມໄວ້ວາງໃຈຈາກ ລູກຄ້າ ແລະ ການຮ່ວມແຮງ ຮ່ວມໃຈຈາກເຄືອຂ່າຍສູນບໍລິ ການ ແລະ ຕົວແທນ ແມ່ນພື້ນ ຖານສຳຄັນຂອງການເຕີບໂຕ ຂອງUnitelLogistics(ຢູນີເທວ ຂົນສົ່ງດ່ວນ). ສູນບໍລິການ ແລະ ຕົວແທນ ບໍ່ໄດ້ເປັນພຽງຈຸດຮັບ ແລະ ຈັດ ສົ່ງພັດສະດຸເທົ່ານັ້ນ ແຕ່ຍັງ ເປັນຂົວເຊື່ອມຕໍ່ລະຫວ່າງບໍລິ ການກັບຊຸມຊົນ ມີສ່ວນຊ່ວຍ ຂະຫຍາຍເຄືອຂ່າຍ ແລະ ເພີ່ມ ຂີດຄວາມສາມາດໃນການບໍລິ ການລູກຄ້າທົ່ວປະເທດ. Unitel Logistics (ຢູນີເທວ ຂົນສົ່ງ ດ່ວນ)ຂໍຂອບໃຈລູກຄ້າທຸກທ່ານ ທີ່ເລືອກໃຊ້ບໍລິການ ແລະ ຮ່ວມ ເດີນທາງມາດ້ວຍກັນ ພ້ອມທັງ ຂອບໃຈສູນບໍລິການຕົວແທນ ແລະ ພະນັກງານທຸກຄົນ ທີ່ມີ ສ່ວນຮ່ວມໃນການສ້າງ ແລະ ພັດທະນາເຄືອຂ່າຍຂົນສົ່ງເຮົາ. ສິ່ງເຫຼົ່ານີ້ເປັນແຮງຜັກດັນ ໃຫ້ບໍລິສັດສືບຕໍ່ປັບປຸງຄຸນນະ ພາບການບໍລິການ ເພີ່ມການ ສະໜັບສະໜູນລູກຄ້າ ແລະ ຄູ່ ຮ່ວມງານ ເພື່ອມຸ່ງສູ່ການຮ່ວມ ມືໄລຍະຍາວ ແລະ ເຕີບໂຕໄປ ພ້ອມກັນ. 1 ປີ ເປັນພຽງຈຸດເລີ່ມຕົ້ນ ຂອງການເດີນທາງຄັ້ງໃໝ່ການ ດຳເນີນງານຄົບຮອບ 1 ປີ ເປັນ ໝຸດໝາຍສຳຄັນທີ່ສະທ້ອນໃຫ້ ເຫັນເຖິງຄວາມກ້າວໜ້າຂອງ Unitel Logistics (ຢູນີເທວຂົນ ສົ່ງດ່ວນ) ນັບຕັ້ງແຕ່ການສ້າງ ໂຄງລ່າງຂົນສົ່ງ ການຂະຫຍາຍ ເຄືອຂ່າຍບໍລິການ ຈົນເຖິງການ ບັນລຸຜົນການດຳເນີນງານທີ່ດີ. ໃນອະນາຄົດ Unitel Logis- tics (ຢູນີເທວ ຂົນສົ່ງດ່ວນ) ຈະ ສືບຕໍ່ຂະຫຍາຍເຄືອຂ່າຍ ຍົກ ລະດັບຄຸນນະພາບບໍລິການ ແລະ ປັບປຸງປະສົບການຂອງລູກຄ້າ ເພື່ອຮອງຮັບຄວາມຕ້ອງການ ດ້ານການຂົນສົ່ງທີ່ເພີ່ມຂຶ້ນຂອງ ປະຊາຊົນ ແລະ ທຸລະກິດລາວ. UNITEL LOGISTICS ໜຶ່ງປີແຫ່ງການເຕີບໂຕ-ໄວ- ເຊື່ອຫມັ້ນ - ເປັນມິດ
RkJQdWJsaXNoZXIy MTc3MTYxMQ==