7387

xtgmf]k; 6 16/10/2026 glf4tdy f{la '7q , ***ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d s];'rt[k' xa [x5 ']k7kxU g0Q k-q , lt4komuj mj v'mj P; 16j rkp.oc0;' rN o4komk'my fltfu c]t ma fltot0v'ra d xt-k-q o xt8y ;a f]k; dj P;da [dkovvd9kd LDC dh k;l6j la '7q ,oy pq , ໂດຍ: ສຈ ຟາງເວີນ ຄະນະລັດທິີ ນັ ດິ ມາກເລນິນ ມະຫາວິທະຍາໄລຊູໂຈິ ນິ ທູ ໂ ຂປລ. ແຂວງຫລວງພະບາງ ປັບລາຄາປີ້ເຂົ້າຊົມບັນດາແຫລ່ງ ທ່ອງທ່ຽວພາຍໃນແຂວງ ສຳລັບ ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ ໂດຍຈະເລີ່ມຈະຕັ້ງປະຕິບັດ ແຕ່ວັນທີ 15 ພະຈິກ 2026 ເປັນ ຕົ້ນໄປ. ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ໄດ້ອອກໜັງສືແຈ້ງການ ໃນວັນທີ 13 ຕຸລາ 2026 ເຖິງບັນດາຜູ້ ປະກອບການທຸລະກິດທ່ອງທ່ຽວ, ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງ ປະເທດ ກ່ຽວກັບແຈ້ງລາຄາປີ້ເຂົ້າ ຊົມ ສະຖານທີ່ທ່ອງທ່ຽວຕ່າງໆ. ອີງຕາມມະຕິວ່າດ້ວຍການຮັບຮອງ ເອົາການປັບປຸງ ຂຶ້ນລາຄາປີ້ເຂົ້າ ຊົມສະຖານທີ່ທ່ອງທ່ຽວ ຢູ່ແຂວງ ຫລວງພະບາງ ເລກທີ 152/ຄປຈ. ຫຼບ, ລົງວັນທີ 02 ຕຸລາ 2026; ອີງຕາມຂໍ້ຕົກລົງຂອງຄະນະກຳ ມະການປົກຄອງ ແຂວງຫລວງພະ ບາງ, ວ່າດ້ວຍການປັບປຸງຂຶ້ນລາ ຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ຢູ່ແຂວງຫລວງພະບາງ, ເລກທີ 2011/ຄປຂ.ຫຼຸບ, ລົງວັນທີ 09 ຕຸລາ 2026; ອີງໃສ່ ການຄົ້ນຄວ້າ ເຫັນດີ ຂອງພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫລວງ ພະບາງ ແລະ ພະແນກການເງິນ ແຂວງ, ຄັ້ງວັນທີ 12 ຕຸລາ 2026. ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫລວງພະ ບາງ ຂໍແຈ້ງມາຍັງບັນດາທ່ານ ຜູ້ ປະກອບການທຸລະກິດທ່ອງທ່ຽວ, ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງ ປະເທດ ຊາບວ່າ: ເລີ່ມແຕ່ວັນທີ 15 ພະຈິກ 2026 ເປັນຕົ້ນໄປ ລາຄາປີ້ ເຂົ້າຊົມ ບັນດາສະຖານທີ່ທ່ອງທ່ຽວ ຕ່າງໆ ໃຫ້ປະຕິບັດ ເປັນຕົ້ນ ສະ ຖານທີ່ທ່ອງທ່ຽວ ຫໍພິພິທະພັນແຫ່ງ ຊາດ ຫລວງພະບາງ: ຄົນຕ່າງປະ ເທດ 200.000 ກີບຕໍ່ປີ້, ຄົນລາວ 20.000 ກີບຕໍ່ປີ້; ສະຖານທີ່ທ່ອງ ທ່ຽວ ນໍ້າຕົກຕາດກວາງຊີ: ຄົນ ຕ່າງປະເທດ 100.000 ກີບຕໍ່ປີ້, ຄົນລາວ 20.000 ກີບຕໍ່ປີ້; ສະ ຖານທີ່ທ່ອງທ່ຽວ ພູສີ: ຄົນຕ່າງປະ ເທດ 60.000 ກີບຕໍ່ປີ້, ຄົນລາວ 15.000 ກີບຕໍ່ປີ້; ສະຖານທີ່ທ່ອງ ທ່ຽວ ຖໍ້າຕິ່ງ: ຄົນຕ່າງປະເທດ 60.000ກີບຕໍ່ປີ້,ຄົນລາວ15.000 ກີບຕໍ່ປີ້; ສະຖານທີ່ທ່ອງທ່ຽວ ວັດ ວິຊຸນນະຣາດ: ຄົນຕ່າງປະເທດ 60.000 ກີບຕໍ່ປີ້; ສະຖານທີ່ທ່ອງ ທ່ຽວວັດຊຽງທອງ: ຄົນຕ່າງປະ ເທດ 60.000 ກີບຕໍ່ປີ້ (ສະຖານທີ່ ທ່ອງທ່ຽວວັດຕ່າງໆ ສຳລັບຄົນ ລາວແມ່ນບໍ່ໄດ້ເສຍຄ່າ). ໂດຍ: ມາລີດາີດ gv,;y dj k v5 fq ,l5 d MTL9 lk;'k,9kds];'rt[k' ຂປລ.ມື້ນີ້ ຄໍລໍາ”ບັນເທີງ” ໜັງສືພິມປະເທດລາວ ຈະພາບັນດາ ທ່ານມາຮູ້ຈັກອີກໜຶ່ງສາວງາມຈາກ ເວທີປະກວດ ນາງງາມທ່ອງທ່ຽວ ລາວ (Miss Tourism Laos)ນັ້ນ ກໍຄື MTL9 ເອມວິກ່າ ອຸດົມສຸກ ຈາກແຂວງຫລວງພະບາງ ທີ່ມີ ຄວາມມຸ່ງໝັ້ນຢ່າງເຕັມຮ້ອຍ ເພື່ອ ເປັນຕົວແທນສາວງາມຈາກເມືອງ ມໍລະດົກໂລກ ຫລວງພະບາງ ທີ່ກຳ ລັງເກັບຕົວ ແລະ ເຮັດກິດຈະກຳ ຢ່າງຂຸ້ນຂ້ຽວກັບການປະກວດນາງ ງາມທ່ອງທ່ຽວລາວ 2026 Miss Tourism Laos 2026 ເພື່ອ ຫວັງສ້າງໂອກາດໃນການພັດທະ ນາໂຕເອງ ແລະ ເປັນໂຕແທນໃນ ການເຜີຍແຜ່ສະຖານທີ່ທ່ອງທ່ຽວ ແລະ ວັດທະນະທໍາລາວ. ນາງ ເອມວິກ່າ MTL9 ໄດ້ ເປີດເຜີຍວ່າ: ການເຂົ້າຮ່ວມປະ ກວດໃນເວທີນີ້ເພາະເຊື້ອວ່າ ນາງ ສາວທ່ອງທ່ຽວ ບໍ່ແມ່ນພຽງແຕ່ ຜູ້ຍິງທີ່ງາມ ແຕ່ຕ້ອງເປັນຜູ້ຍິງທີ່ ພຽບພ້ອມທັງກິລິຍາມາລະຍາດ, ການວາງໂຕ, ການເວົ້າຈາ, ຄວາມ ອ່ອນນ້ອມ ແລະ ການໃຫ້ກຽດຄົນ ອື່ນ ພ້ອມກັບການກ້າສະແດງອອກ ແລະ ເມື່ອຂຶ້ນຊື່ວ່າ “ນາງສາວ ທ່ອງທ່ຽວ” ສຳລັບເອມແລ້ວ, ກໍ ຕ້ອງພ້ອມທີ່ຈະເປັນກະບອກສຽງ ແນະນຳ ແລະ ຊ່ວຍຍົກລະດັບສະ ຖານທີ່ທ່ອງທ່ຽວໃນລາວ ເພື່ອເຊີນ ຊວນໃຫ້ຄົນເຂົ້າມາທ່ຽວຊົມປະ ເທດເຮົາຫລາຍຂຶ້ນແລະຖ້າຫາກຕົນ ເອງໄດ້ເປັນນາງສາວທ່ອງທ່ຽວ ລາວ ຈະນຳສື່ໂຊຊຽວທີ່ຕົນເອງຖະ ນັດ ມາເປັນຕົວແທນຂອງສາວງາມ ສາຍທ່ອງທ່ຽວ ເພາະເປົ້າໝາຍ ກໍຄື ຢາກໃຫ້ຄົນຕ່າງຊາດໄດ້ຮູ້ຈັກ ວ່າປະເທດລາວເຮົາມີສະຖານທີ່ ທ່ອງທ່ຽວທີ່ສວຍງາມຫລາຍແຫ່ງ ຕັ້ງແຕ່ເໜືອຮອດໃຕ້. ບໍ່ພຽງແຕ່ນັ້ນ ເອມ ຍັງຢາກເຜີຍແຜ່ວັດທະນະທຳ ແລະ ບຸນປະເພນີລາວ ໃຫ້ຄົນຕ່າງ ຊາດໄດ້ເຫັນອີກວ່າ ນີ້ແຫລະຄືເອ ກະລັກ ແລະ ສະເໜ່ຂອງຄວາມ ເປັນລາວ. ສຳລັບຜົນງານໃນວົງການບັນ ເທີງ ຜ່ານມາກໍມີຜົນງານໃຫ້ແຟນໆ ໄດ້ຕິດຕາມຢູ່ຫລາຍສົມຄວນ ແລະ ຜົນງານຫລ້າສຸດ ຄືການເດີນແບບ ໃຫ້ກັບທະນາຄານຄຳ ຮ້ານຄຳແມ່ ບຸນເຕັມ, ສ່ວນຕອນນີ້ ກຳລັງເກັບ ຕົວຢູ່ໃນ Top 30 ນາງສາວທ່ອງ ທ່ຽວລາວ 2026 ແລະ ມື້ຕັດສິນຈະ ຈັດຂຶ້ນໃນວັນທີ 17 ຕຸລາ 2026 ທີ່ພັດຕະຄານອາຊຽນ. ສຸດທ້າຍນີ້, ເອມວິກ່າ ຂໍຝາກ ເນື້ອຝາກຕົວນຳແຟນໆ ແລະ ຝາກ ທຸກຄົນຊ່ວຍຊົມຊ່ວຍເຊຍ ແລະ ສົ່ງ ກຳລັງໃຈໃຫ້ MTL9 ເອມວິກ່າ ອຸດົມສຸກຈາກແຂວງຫລວງພະບາງ ໃຫ້ສາມາດຜ່ານເຂົ້າຮອບ ແລະ ໄປ ໃຫ້ເຖິງມົງກຸດໃນເວທີນີ້ໃຫ້ໄດ້. ຂປລ. ກຸ່ມປະເທດດ້ອຍພັດທະນາ ແມ່ນການຈັດປະເພດໂດຍອົງການສະ ຫະປະຊາຊາດ (UN) ເພື່ອກຳນົດກຸ່ມ ປະເທດທີ່ມີລະດັບການພັດທະນາຕ່ຳ, ມີຂໍ້ຈຳກັດດ້ານໂຄງສ້າງທາງເສດຖະ ກິດ-ສັງຄົມ ແລະ ຄວາມອ່ອນໄຫວສູງ ຕໍ່ວິກິດການພາຍນອກ. ສະຖານະນີ້ບໍ່ໄດ້ ໝາຍຄວາມວ່າປະເທດນັ້ນຂາດການ ພັດທະນາ, ແຕ່ເປັນກົນໄກສາກົນເພື່ອ ສະໜອງການຊ່ວຍເຫລືອພິເສດ ເພື່ອ ໃຫ້ບັນດປະເທດເຫລົ່ານີ້ສາມາດແກ້ໄຂ ຄວາມທຸກຍາກແລະສ້າງພື້ນຖານການ ພັດທະນາທີ່ຍືນຍົງ. ສປປ ລາວ ໄດ້ຖືກ ຈັດຢູ່ໃນກຸ່ມນີ້ຕັ້ງແຕ່ປີ 1971 ເນື່ອງ ຈາກຜົນກະທົບຈາກສົງຄາມ, ແຕ່ຜ່ານ ກາປະຕິຮູບເສດຖະກິດຢ່າງຕໍ່ເນື່ອງ, ສປປ ລາວ ໄດ້ກ້າວຂຶ້ນສູ່ລະດັບທີ່ສາ ມາດຜ່ານເກນການປະເມີນເພື່ອອອກ ຈາກສະຖານະພາບ ປະເທດດ້ອຍພັດ ທະນາ (LDC) ໄດ້ຢ່າງສົມບູນ. ເກນການປະເມີນຂອງ ສະຫະປະ ຊາຊາດ: ຄະນະກຳມະການນະໂຍບາຍ ການພັດທະນາ (CDP) ຈະດຳເນີນ ການປະເມີນທຸກໆ 3 ປີ ໂດຍອີງໃສ່ 3 ດັດຊະນີຫລັກ ຄື: 1. ດັດຊະນີລາຍຮັບແຫ່ງຊາດຕໍ່ ຫົວຄົນ (GNI per capita): ເກນ ການຫລຸດພົ້ນຕ້ອງມີຄ່າສະເລ່ຍ 3 ປີ ຫລາຍກວ່າ 1.300 ໂດລາສະຫະລັດ ຕໍ່ຄົນຕໍ່ປີ. 2. ດັດຊະນີຊັບສິນມະນຸດ (HAI): ວັດແທກດ້ານສາທາລະນະສຸກ (ອັດ ຕາການຕາຍ, ໂພຊະນາການ) ແລະ ການສຶກສາ. ເກນການຫລຸດພົ້ນຕ້ອງ ໄດ້ຄະແນນ 66 ຂຶ້ນໄປ (ເຕັມ 100). 3. ດັດຊະນີຄວາມກົດດັນດ້ານເສດ ຖະກິດ ແລະ ສິ່ງແວດລ້ອມ (EVI): ວັດແທກຄວາມເປາະບາງທາງເສດ ຖະກິດ ແລະ ໄພທຳມະຊາດ. ເກນການ ຫລຸດພົ້ນຕ້ອງໄດ້ຄະແນນ ຕ່ຳກວ່າ 32. ເງື່ອນໄຂການຫລຸດພົ້ນ (Gradua- tion Rule): ປະເທດຈະຕ້ອງຜ່ານເກນ ຢ່າງໜ້ອຍ 2 ໃນ 3 ດັດຊະນີ ຫລື ມີ ລາຍຮັບ GNI ສູງກວ່າເກນປົກກະຕິ ເຖິງ 2 ເທົ່າ (ຫລາຍກວ່າ 2.600 ໂດລາສະຫະລັດ). ທີ່ສຳຄັນ, ຕ້ອງ ຜ່ານເກນເຫລ່ົານີ້ຢ່າງຕໍ່ເນື່ອງໃນການ ປະເມີນ 2 ຮອບ (ລວມ 6 ປີ) ເພື່ອ ຢັ້ງຢືນເຖິງສະຖຽນລະພາບກ່ອນເຂົ້າ ສູ່ໄລຍະປ່ຽນຜ່ານ. ການກ້າວອອກຈາກສະຖານະ LDC ຖືເປັນເປົ້າໝາຍຍຸດທະສາດທີ່ ສຳຄັນຂອງ ສປປ ລາວ ໂດຍມີຄວາມ ໝາຍໃນ 3 ດ້ານຫລັກ ຄື: 1. ການຢັ້ງຢືນຜົນສຳເລັດຂອງ ການພັດທະນາ: ເປັນຫລັກຖານຮູບປະ ທຳທີ່ສະແດງເຖິງຄວາມຖືກຕ້ອງຂອງ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນ ຜ່ານຕົວ ເລກລາຍຮັບ, ຄຸນນະພາບການສຶກສາ ແລະ ລະບົບສາທາລະນະສຸກທີ່ດີຂຶ້ນ. 1. ການຍົກລະດັບກຽດສັກສີ ແລະ ບົດບາດໃນເວທີສາກົນ: ການຫລຸດພົ້ນ ຈາກສະຖານະພາບ “ດ້ອຍພັດທະນາ” ຊ່ວຍປ່ຽນພາບລັກຈາກປະເທດທີ່ລໍຖ້າ ຄວາມຊ່ວຍເຫລືອ ມາເປັນ “ຄູ່ຮ່ວມ ພັດທະນາທີ່ເທົ່າທຽມ”. ນີ້ແມ່ນການ ສ້າງຄວາມເຊື່ອໝັ້ນທາງການເມືອງ ແລະ ການທູດ ຊຶ່ງສົ່ງຜົນບວກຕໍ່ສະ ຖຽນລະພາບຂອງປະເທດ. 2. ການດຶງດູດການລົງທຶນ ແລະ ການປ່ຽນແປງໂຄງສ້າງເສດຖະກິດ: ການມີສະຖານະພາບທີ່ດີຂຶ້ນ ຈະຊ່ວຍ ດຶງດູດການລົງທຶນໂດຍກົງຈາກຕ່າງ ປະເທດ (FDI) ທີ່ມີຄຸນນະພາບສູງ. ສິ່ງນີ້ຈະຊຸກຍູ້ໃຫ້ເສດຖະກິດຫັນໄປສູ່ ອຸດສາຫະກຳປຸງແຕ່ງ, ເຕັກໂນໂລຊີ ແລະການບໍລິການຫລຸດຜ່ອນການເພິ່ງ ພາຊັບພະຍາກອນທຳມະຊາດ, ພ້ອມ ທັງນຳໃຊ້ພື້ນຖານໂຄງລ່າງ(ເຊັ່ນ: ລົດ ໄຟ ລາວ-ຈີນ) ໃຫ້ເກີດປະໂຫຍດສູງ ສຸດໃນການເຊື່ອມໂຍງການຄ້າ ແລະ ໂລຈິສຕິກໃນລະດັບສາກົນ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==