16/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດດາີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂດຍ: ຢ່າາົ່ຕົ່ງ່ງ zq o'ko c]t [kfdh k;[5 dmt]5 0v';Pd'ko -kpcfo lxx ]k; xu 2026 ບົດສະເໜີົີ ll- g0f 9 gvq k.9.lj 8y f8k,d;fdk cdh w07;k,m5 dpkd c]t [a osk0v'xt-k-q o gda [dj P;zq ozt]y f fh ;p7;k,[+ xt\kf g/Q k]t;a 'w2w\h ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ9 ແຂວງຊຽງ ຂວາງ ໃຫ້ການສໍາພາດ ໃນໂອ ກາດເຂົ້າຮ່ວມກອງປະຊຸມສະໄໝ ສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດຊຸດທີXວ່າ: ໃນໄລຍະ6ເດືອນ ຕົ້ນປີຜ່ານມາ, ຄະນະສະມາຊິກສະ ພາແຫ່ງຊາດປະຈຳເຂດເລືອກຕັ້ງ ໄດ້ປະຕິບັດຕາມມະຕິກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ X ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ເອົາໃຈໃສ່ຕິດຕາມກວດກາການ ຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະ ກິດ-ສັງຄົມກໍຄືມະຕິກອງປະຊຸມສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຈໍານວນ 7 ຄັ້ງ ເປັນຕົ້ນ ແມ່ນລົງຕິດຕາມກວດກາ ການແກ້ ໄຂຄໍາຮ້ອງຂໍຄວາມເປັນທໍາຂອງ ປະຊາຊົນ; ສົບທົບກັບຄະນະທີມ ງານສະພາແຫ່ງຊາດ ຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ໂຄງການຂຸດ ຂປລ. ໃນທຸກໆປີ, ເມື່ອຍາມ ເກັບກ່ຽວເຂົ້າເລີ່ມຕົ້ນຂຶ້ນ, ທົ່ງນາ ກວ້າງໃຫຍ່ຈະປ່ຽນເປັນສີເຫລືອງ ໄປທົ່ວທຸກສາລະທິດ. ນີ້ແມ່ນຊ່ວງ ເວລາທີ່ພໍ່ແມ່ປະຊາຊົນມີຄວາມ ປິຕິຊົມຊື່ນ ເພາະເປັນເວລາທີ່ຈະ ໄດ້ເກັບກ່ຽວຜົນຜະລິດ ຈາກເຫື່ອ ແຮງທີ່ໄດ້ທຸ້ມເທມາຕະຫລອດ ຫລາຍເດືອນ. ແນວໃດກໍດີ ໃນທ່າມ ກາງຄວາມຊື່ນຊົມນັ້ນ, ຍັງມີ “ໄພ ຄຸກຄາມທີ່ເບິ່ງບໍ່ເຫັນ” ທີ່ມັກຈະ ເກີດຂຶ້ນມາໂດຍທີ່ເຮົາບໍ່ທັນຕັ້ງໂຕ ນັ້ນກໍຄື “ອັກຄີໄພ” ຫລື ໄຟໄໝ້. ໄລຍະເກັບກ່ຽວ ແມ່ນຊ່ວງທີ່ສະ ພາບອາກາດມີຄວາມແຫ້ງແລ້ງ, ລົມພັດແຮງ, ບວກກັບທົ່ງນາມີເຟືອ ເຂົ້າ ແລະ ຫຍ້າແຫ້ງ ຊຶ່ງເປັນເຊື້ອ ໄຟຢ່າງດີ. ຄວາມປະໝາດພຽງ ເລັກນ້ອຍເຊັ່ນ: ການຖິ້ມກົ້ນຢາສູບ ທີ່ຍັງບໍ່ມອດ, ການດັງໄຟແຕ່ງກິນຢູ່ ຕາມໄຮ່ນາ ຫລືການຈູດເຟືອງແບບ ຊະຊາຍ ໂດຍຂາດການເຝົ້າລະວັງ ກໍສາມາດກາຍເປັນໄຟນ້ອຍໆທີ່ລຸກ ລາມເປັນໄຟໄໝ້ລາມປ່າ ຫລື ໄໝ້ ທົ່ງນາຢ່າງໄວວາພຽງແຕ່ຊົ່ວພິບ ຕາ. ຄວາມເສຍຫາຍຈາກໄຟໄໝ້ໃນ ໄລຍະນີ້ ບໍ່ພຽງແຕ່ທຳລາຍເຂົ້າທີ່ ກຳລັງເກັບກ່ຽວ ຫລື ເຂົ້າທີ່ເກັບໄວ້ ໃນເລົ້າເທົ່ານັ້ນ, ແຕ່ຍັງອາດລຸກລາມ ໄປທຳລາຍພາຫະນະ, ເຄື່ອງມືການ ເຮັດເສດຖະກິດ, ເຮືອນຊານບ້ານ ຊ່ອງ ແລະ ທີ່ຮ້າຍແຮງໄປກວ່ານັ້ນ ແມ່ນອາດເຖິງຂັ້ນສູນເສຍຊີວິດ ຂອງຄົນໃນຄອບຄົວ. ເຫື່ອແຮງ ແລະທຶນຮອນທີ່ສຸມໃສ່ມາຕະຫລອດ ລະດູ ອາດກາຍເປັນເຖົ່າຖ່ານພຽງ ຂປລ. ໃນຍຸກທີ່ສະພາບການ ພາກພື້ນ ແລະ ສາກົນພວມມີການ ຫັນປ່ຽນຢ່າງວ່ອງໄວ, ການປົກປັກ ຮັກສາອໍານາດອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ ແລະ ການສ້າງ ເສັ້ນຊາຍແດນໃຫ້ກາຍເປັນ “ຊາຍ ແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື” ຖືເປັນໜ້າທີ່ຍຸດ ທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະ ຕິບັດວຽກງານຊາຍແດນໃນໄລ ຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດ ໜ້າວຽກອັນພົ້ນເດັ່ນຫລາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດ ສິນໃຈອັນສູງສົ່ງຂອງພັກ, ລັດຖະ ບານ ແລະ ປະຊາຊົນບັນດາເຜົ່າ. ສະພາບລວມຂອງເສັ້ນຊາຍ ັ້ ແດນ ແລະ ລະບົບຄຸ້ມຄອງດ່ານົຸ້່ ທົ່ວວປະເທດົ່ ສປປ ລາວ ມີເສັ້ນຊາຍແດນ ຕິດຈອດກັບ 5 ປະເທດເພື່ອນ ມິດ, ມີລວງຍາວທັງໝົດປະມານ 5.486,239 ກິໂລແມັດ ຊຶ່ງປະ ກອບມີເສັ້ນຊາຍແດນທາງບົກ ຍາວປະມານ 3.793,447 ກິໂລ ແມັດ ແລະ ທາງນໍ້າຍາວປະມານ 1.692,792 ກິໂລແມັດ ຊຶ່ງມີລາຍ ລະອຽດມີດັ່ງນີ້: ທິດຕາເວັນອອກ ຕິດກັບ ສສ ຫວຽດນາມ ມີລວງ ຍາວ 2.337,459 ກິໂລແມັດ; ທິດ ເໜືອ ຕິດກັບ ສປ ຈີນ ມີລວງຍາວ 508,780 ກິໂລແມັດ; ທິດຕາເວັນ ໃນເວລາບໍ່ເທົ່າໃດຊົ່ວ. ດັ່ງນັ້ນ, ເພື່ອຮັບປະກັນໃຫ້ລະດູ ການເກັບກ່ຽວປີນີ້ ເຕັມໄປດ້ວຍ ຄວາມສຸກ ແລະ ຄວາມປອດໄພ, ເຮົາທຸກຄົນຕ້ອງຮ່ວມມືກັນປະຕິບັດ ມາດຕະການເຝົ້າລະວັງຢ່າງເຂັ້ມ ງວດ. ໃນນັ້ນ, ຕ້ອງຢຸດການຈູດ ເຟືອງ ແລະ ຂີ້ເຫຍື້ອຊະຊາຍ. ຖ້າມີ ຄວາມຈຳເປັນຕ້ອງຈູດ ຕ້ອງຕັດ ແລວປ້ອງກັນໄຟໃຫ້ມີຄວາມປອດ ໄພ ແລະ ຕ້ອງມີຄົນເຝົ້າເບິ່ງຈົນ ກວ່າໄຟຈະມອດ 100%. ກວດສະ ພາບເຄື່ອງຈັກກ່ຽວເຂົ້າ, ເຄື່ອງຈັກ ປັ່ນເຂົ້າ ແລະ ພາຫະນະຂົນສົ່ງ ບໍ່ ໃຫ້ມີນ້ຳມັນຮົ່ວໄຫລ ເພື່ອຫລີກເວັ້ນ ການເກີດອັກຄີໄພ, ກອງເຟືອງໄວ້ ໃຫ້ຫ່າງຈາກເຮືອນຊານ ແລະ ສາຍ ໄຟ. ພ້ອມທັງກະກຽມນ້ຳແລະອຸປະ ກອນມອດໄຟເບື້ອງຕົ້ນໄວ້ປະຈຳຢູ່ ທົ່ງນາສະເໝີ, ສ້າງຄວາມສາມັກຄີ ໃນຊຸມຊົນ, ຊ່ວຍກັນເຝົ້າລະວັງ ຫາກພົບເຫັນໄຟໄໝ້ ໃຫ້ຮີບຮ້ອນ ຊ່ວຍກັນມອດ ຫລື ແຈ້ງອຳນາດ ການປົກຄອງບ້ານ ແລະ ເຈົ້າໜ້າທີ່ ມອດໄຟທັນທີ. ຮັກສາຜົນຜະລິດດ້ວຍຄວາມບໍ່ ປະໝາດ ປ້ອງກັນໄຟໄໝ້ມື້ນີ້ ເພື່ອ ອະນາຄົດທີ່ສົດໃສຂອງຄອບຄົວ ແລະ ຊຸມຊົນ. ຄົ້ນແຮ່ທາດ, ໂຄງການພັດທະນາ ກະສີກໍາ ແລະ ລົງຕິດຕາມກວດກາ ວຽກງານ ປກຊ-ປກສ ແລະ ລົງຕິດ ຕາມກວດກາ, ຊຸກຍູ້ການຈັດຕັ້ງປະ ຕິບັດວຽກງານໃນຂົງເຂດ ຄະນະ ກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ. ຄຽງຄູ່ກັບດ້ານພົ້ນເດັ່ນຂ້າງ ເທິງນັ້ນ, ພາຍໃນແຂວງຍັງມີບາງ ບັນຫາທີ່ເຄັ່ງຮ້ອນຕ້ອງໄດ້ເອົາໃຈ ໃສ່ແກ້ໄຂເປັນຕົ້ນການຄຸ້ມຄອງໂຄງ ການສໍາຫລວດ ແລະ ຂຸດຄົ້ນແຮ່ ທາດບາງແຫ່ງຍັງບໍ່ທັນເປັນໄປຕາມ ສັນຍາ ແລະ ລະບຽບການ, ມີກະ ທົບຕໍ່ສິ່ງແວດລ້ອມ ແລະ ການດຳ ລົງຊີວິດຂອງປະຊາຊົນ, ລວມທັງ ການລັກລອບຂຸດຄົ້ນແຮ່ຄໍາຊະຊາຍ ຢູ່ບາງຈຸດ ແລະ ບາງຂົງເຂດຍັງມີ ການບຸກລຸກຈັບຈອງທີ່ດິນຊະຊາຍ ຊຶ່ງສົ່ງກະທົບຕໍ່ໂຄງການພັດທະນາ ຈໍານວນໜຶ່ງ. ຂະນະດຽວກັນ, ການ ຊຸກຍູ້ສົ່ງເສີມການຜະລິດຍັງບໍ່ທັນ ແຂງແຮງ ແລະ ການຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມທຸກຍາກແລະການດໍາ ລົງຊີວິດຂອງພໍ່ແມ່ປະຊາຊົນ ຕ້ອງ ໄດ້ເພີ່ມທະວີຄວາມເຂັ້ມງວດ, ການ ໂຄສະນາເຜີຍແຜ່ນິຕິກຳກ່ຽວຂ້ອງ ຍັງບໍ່ທັນທົ່ວເຖິງ ແລະ ການບັງຄັບ ໃຊ້ກົດໝາຍຕໍ່ຜູ້ກະທຳຜິດຍັງບໍ່ທັນ ເຂັ້ມງວດເດັດຂາດ, ສົ່ງຜົນໃຫ້ບາງ ຂົງເຂດການສຶກສາຍັງພົບບັນຫາ ນັກຮຽນຈໍານວນໜຶ່ງລັກເສບຢາ ເສບຕິດ ແລະ ຜູ້ປົກຄອງບາງຄົນ ຍັງປົກປິດເຊື່ອງອຳການກະທໍາ ຜິດຂອງລູກຫລານ ເຮັດໃຫ້ການ ແກ້ໄຂບັນຫາບໍ່ທັນເຂັ້ມງວດຕາມ ລະບຽບການ. ສຳລັບຄໍາຄິດເຫັນ ແລະ ຂໍ້ສະ ເໜີຂອງປະຊາຊົນ ທີ່ສະເໜີຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ທ່ານ ພູວົງ ອຸ່ນຄຳແສນ ໃຫ້ຮູ້ວ່າ: ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຈະສືບຕໍ່ລົງຕິດ ຕາມກວດກາ ແລະ ຊຸກຍູ້ຂະແໜງ ການທີ່ກ່ຽວຂ້ອງຂອງແຂວງ, ຂອງ ເມືອງ ຈັດຕັ້ງປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ທີ່ເຫັນບັນ ຫາ ແລະ ປະຊາຊົນຂັດຂ້ອງໝອງ ໃຈ ເປັນຕົ້ນແມ່ນການຄຸ້ມຄອງລາ ຄາສິນຄ້າ, ເສັ້ນທາງເປ່ເພ, ຜົນກະ ທົບຈາກໂຄງການຂຸດຄົ້ນແຮ່ທາດ ຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາ ຊົນ ແລະ ຜົນກະທົບຈາກໄພພິບັດ ແລະ ອື່ນໆ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າໂດຍສະ ເພະປະຊາຊົນພາຍໃນແຂວງຊຽງ ຂວາງ ສືບຕໍ່ໃຫ້ການສະໜັບສະໜູນ, ເປັນເຈົ້າການປະກອບສ່ວນເຂົ້າ ຮ່ວມແລະຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ກໍຄື ການຕິດຕາມ ກວດກາຕາມພາລະບົດບາດ ຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກ ສະພາປະຊາຊົນແຂວງ ໃຫ້ໄດ້ຮັບ ຜົນສໍາເລັດຕາມຄາດໝາຍວາງໄວ້. ຂະນະດຽວກັນ,ທ່ານຍັງສະເໜີມາ ຍັງອົງການປົກຄອງແຂວງ, ເມືອງ ແລະ ບັນດາພະແນກການ, ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງ ຈົ່ງເພີ່ມ ທະວີຄວາມເອົາໃຈໃສ່, ເປັນເຈົ້າ ການຄົ້ນຄວ້າ, ຊອກມາດຕະການ, ວິທີການ ແລະ ການແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕ່າງໆພາຍໃນ ແຂວງ ໃຫ້ສໍາເລັດຜົນຕາມຄາດ ໝາຍວາງໄວ້, ແນໃສ່ຍົກສູງຄຸນນະ ພາບຊີວິດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ດີຂຶ້ນ. ຕົກສ່ຽງເໜືອ ຕິດກັບ ສສ ມຽນມາ ມີລວງຍາວ 236 ກິໂລແມັດ; ທິດ ຕາເວັນຕົກ ຕິດກັບ ລາຊະອານາຈັກ ໄທ ມີລວງຍາວປະມານ 1.869 ກິໂລແມັດ; ທິດໃຕ້ ຕິດກັບລາຊະອາ ນາຈັກກຳປູເຈຍ ມີລວງຍາວປະ ມານ 535 ກິໂລແມັດ. ໃນບັນດາ 5 ປະເທດດັ່ງກ່າວ, ສປປ ລາວ ໄດ້ສຳເລັດການສຳຫລວດ ແລະ ປັກຫລັກໝາຍຊາຍແດນຢ່າງເປັນ ທາງການແລ້ວກັບ 3 ປະເທດ ຄື: ສປ ຈີນ, ສສ ມຽນມາ ແລະ ສສ ຫວຽດນາມ. ນອກຈາກນີ້, ວຽກ ງານການຄຸ້ມຄອງດ່ານຊາຍແດນ ໃນຂອບເຂດທົ່ວປະເທດມາເຖິງ ປີ 2026 ມີທັງໝົດ 99 ດ່ານ ປະ ກອບມີ: ດ່ານສາກົນ 32 ດ່ານ, ດ່ານທ້ອງຖິ່ນ 18 ດ່ານ, ດ່ານປະ ເພນີ 49 ດ່ານ ແລະ ສະໜາມບິນ ສາກົນ 4 ແຫ່ງ. ຕົວເລກເຫລົ່ານີ້ ສະແດງໃຫ້ເຫັນເຖິງຄວາມພ້ອມ ໃນການເຊື່ອມໂຍງເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະ ຫວ່າງປະເທດຢ່າງເປັນລະບົບ. ຜົນສຳເລັດອັນພົ້ນເດັ່ນໃນການົັັົ້ັ່ ປັກຫລັກໝາຍຊາຍແດນກັບ 3 ັັັ ປະເທດ. ສສ ຫວຽດນາມ: ບົນພື້ນຖານ ສົນທິສັນຍາສະບັບລົງວັນທີ 18 ກໍລະກົດ 1977, ສອງປະເທດໄດ້ ຈັດຕັ້ງປະຕິບັດໂຄງການປັກຫລັກ ໝາຍຖີ່ ແລະ ບູລະນະລະບົບຫລັກ ໝາຍສຳເລັດຢ່າງສົມບູນໃນປີ 2016 ໂດຍມີຫລັກໝາຍລວມທັງ ໝົດ 1.002 ຫລັກໝາຍ. ພ້ອມກັນ ນັ້ນ, ທັງສອງຝ່າຍຍັງໄດ້ຈັດຕັ້ງ ປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະ ບານແຫ່ງສສຫວຽດນາມວ່າດ້ວຍ ການແກ້ໄຂບັນຫາຍົກຍ້າຍຜູ້ຍົກ ຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ ຕາມບໍລິເວນຊາຍແດນລາວ-ຫວຽດ ນາມໂດຍຝ່າຍລາວໄດ້ມອບສັນຊາດ ລາວໃຫ້ຄົນຫວຽດນາມ 6.199 ຄົນ ແລະ ຝ່າຍຫວຽດນາມ ໄດ້ມອບ ສັນຊາດຫວຽດນາມ ໃຫ້ຄົນລາວ 1.516 ຄົນ ຢ່າງເປັນຮູບປະທຳ. ສປ ຈີນ: ການສຳຫລວດ ແລະ ປັກຫລັກໝາຍໄດ້ດຳເນີນການຢ່າງ ໂປ່ງໃສ ແລະ ຖືກຕ້ອງ. ຫລັງຈາກ ການປັກຫລັກໝາຍຮອບທຳອິດ, ສອງປະເທດໄດ້ຕົກລົງປັກຫລັກ ໝາຍໃຫ້ຖີ່ເຂົ້າກວ່າເກົ່າແຕ່ປີ 2010 ຫາ 2012 ຈົນມີຫລັກໝາຍ ລວມ ທັງໝົດ 104 ຫລັກໝາຍ ຊຶ່ງຊ່ວຍ ໃຫ້ເສັ້ນຊາຍແດນມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນຍິ່ງຂຶ້ນ. ສສ ມຽນມາ: ໂດຍອີງຕາມຖະ ແຫລງການຮ່ວມ ຝຣັ່ງ-ອັງກິດ ປີ 1896 ທີ່ນໍາໃຊ້ຄອງນໍ້າເລິກແມ່ນໍ້າ ຂອງເປັນເສັ້ນຊາຍແດນ, ສອງປະ ເທດໄດ້ປັກຫລັກໝາຍສຳເລັດ 172 ຫລັກໝາຍ (ຕັ້ງຢູ່ແຄມຝັ່ງ ເບື້ອງລະ 86 ຫລັກໝາຍ). ພ້ອມ ດຽວກັນນັ້ນ, ສອງຝ່າຍຍັງມີກົນ ໄກຮ່ວມກັນສຳຫລວດ ແລະ ບູລະ ນະສ້ອມແປງຫລັກໝາຍທຸກໆ 5 ປີ ຊຶ່ງຄັ້ງຫລ້າສຸດແມ່ນຄັ້ງທີ 6 ໃນປີ 2024. ຄວາມຄືບໜ້າ ແລະ ບັນຫາທີ່ື້ັີ່ ຕ້ອງສືບຕໍ່ແກ້ໄຂຂອງວຽກງານ້ືໍ່້ ຊາຍແດນ ລາວ-ໄທ: ສປປລາວແລະລາຊະອານາຈັກ ໄທ ມີຊາຍແດນຮ່ວມກັນປະມານ 1.869 ກິໂລແມັດ (ຊາຍແດນ ທາງບົກປະມານ 763 ກິໂລແມັດ ແລະ ທາງນໍ້າປະມານ 1.106 ກິ ໂລແມັດ). ຊາຍແດນທາງບົກ: ໄດ້ເລີ່ມ ຕົ້ນ ສຳຫລວດ ແລະ ປັກຫລັກໝາຍ ເລີ່ມແຕ່ວັນທີ 6 ພຶດສະພາ 1997. ມາຮອດປັດຈຸບັນ ສອງຝ່າຍສຳ ເລັດການປັກຫລັກໝາຍແລ້ວ 211 ຫລັກໝາຍ, ເທົ່າກັບ 89% ຂອງ ລວງຍາວເສັ້ນຊາຍແດນທາງບົກ. ຢ່າງໃດກໍຕາມ, ຍັງມີ 14 ບໍລິເວນ ທີ່ຍັງຄົງຄ້າງທີ່ຍັງຈະຕ້ອງໄດ້ສືບຕໍ່ ປຶກສາຫາລື (ພາກເໜືອ 6 ບໍລິເວນ ແລະ ພາກໃຕ້ຢູ່ແຂວງຈຳປາສັກ 8 ບໍລິເວນ). ຊາຍແດນທາງນໍ້າ(ແມ່ນໍ້າຂອງ ແລະ ນໍ້າເຫືອງ): ສໍາລັບເສັ້ນຊາຍ ແດນຕາມລໍານໍ້າຂອງ ຝ່າຍລາວ ຍຶດໝັ້ນຕາມສົນທິສັນຍາ ແລະ ແຜນທີ່ ຝຣັ່ງ-ສະຫຍາມ ປີ 19291931, ໃນຂະນະທີ່ຝ່າຍໄທແມ່ນ ຍັງມີທັດສະນະທີ່ແຕກຕ່າງກັນ. ສ່ວນແມ່ນໍ້າເຫືອງ (ຍາວປະມານ 153 ກິໂລແມັດ), ຄະນະຜູ້ຊ່ຽວ ຊານສອງຝ່າຍຍັງຕ້ອງໄດ້ສືບຕໍ່ ປະ ສານງານ ແລະ ແກ້ໄຂດ້ວຍຄວາມ ລະມັດລະວັງ ແລະ ສັນຕິວິທີ. ບາດກ້າວບຸກທະລຸໃນວຽກງານຸຸ້ ຊາຍແດນ ລາວ-ກຳປູເເຈຍ:ູ ສປປ ລາວ ແລະ ລາຊະອານາ ຈັກກຳປູເຈຍ ມີຊາຍແດນຮ່ວມກັນ ປະມານ 535 ກິໂລແມັດ. ພາຍ ຫລັງການລົງນາມໃນສົນທິສັນຍາ ວ່າດ້ວຍການກຳນົດຊາຍແດນ ລະ ຫວ່າງ ສປປ ລາວ ແລະ ລາຊະອາ ນາຈັກກຳປູເຈຍ ສະບັບລົງວັນທີ 13 ກຸມພາ 2023, ວຽກງານຊາຍ ແດນຂອງສອງປະເທດໄດ້ມີບັນຍາ ກາດໃໝ່ທີ່ດີຂຶ້ນ, ຜ່ອນຄາຍ ແລະ ມີ ຄວາມຄືບໜ້າຢ່າງຕັ້ງໜ້າ. ໂດຍອີງ ໃສ່ “4 ຫລັກການ” ໃນການກໍານົດ ເສັ້ນຊາຍແດນ ລະຫວ່າງ ລາວ-ກໍາ ປູເຈຍ ທີ່ໄດ້ຮັບຮອງໃນປີ 1995 (ເຊັ່ນ: ການອີງໃສ່ແຜນທີ່ອິນດູຈີນ ມາດຕາສ່ວນ 1:100.000 ພິມປີ 1933-1953, ຫລັກການສາກົນ, ການຄຳນຶງເຖິງເຂດທີ່ປະຊາຊົນ ຄຸ້ມຄອງຕົວຈິງ ແລະ ຄວາມສະເໝີ ພາບຕ່າງຕອບສະໜອງຜົນປະ ໂຫຍດເຊິ່ງກັນ ແລະ ກັນ), ສອງ ຝ່າຍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ງານຢ່າງເປັນລະບົບ. ການປັກຫລັກໝາຍແບບໃໝ່: ສອງຝ່າຍໄດ້ຕົກລົງກັນປັກຫລັກ ໝາຍຊາຍແດນແບບໃໝ່ທີ່ແໜ້ນ ໜາຖາວອນ ທົດແທນຫລັກໝາຍ ເກົ່າ 121 ຫລັກໝາຍ ແລະ ປັກ ເພີ່ມເຕີມອີກ 389 ຫລັກໝາຍ ລວມເປັນ 510 ຫລັກໝາຍ ຢູ່ໃນ ຕອນຊາຍແດນ 86% ທີ່ສອງ ຝ່າຍໄດ້ເປັນເອກະພາບກັນແລ້ວ. ມາຮອດເດືອນສິງຫາ 2026, ສອງ ຝ່າຍສາມາດກຳນົດຈຸດໄດ້ 375 ຫລັກໝາຍ (ເທົ່າກັບ 73,52%) ແລະ ກໍ່ສ້າງເຊື່ອມຕໍ່ຫລັກໝາຍ ສຳເລັດແລ້ວ 291 ຫລັກໝາຍ (57,05%). ການແກ້ໄຂບໍລິເວນທີ່ຍັງບໍ່ທັນ ເປັນເອກະພາບ: ຈາກ 7 ບໍລິເວນທີ່ ຍັງຄົງຄ້າງ, ສອງຝ່າຍສາມາດແກ້ ໄຂໄດ້ແລ້ວ 5 ບໍລິເວນ (ລວມມີ ບໍລິເວນລຳນໍ້າເຊລໍາເພົາ, ບໍລິເວນ ລຳແມ່ນໍ້າຂອງ, ບໍລິເວນທາງລົງ ເວີນຄາມ, ເສັ້ນທາງດົງກະລໍ ແລະ ບໍລິເວນຫ້ວຍໂສດ). ສ່ວນອີກ2ບໍລິ ເວນຄື:ບໍລິເວນຍອດເຊລໍາເພົາແລະ ບໍລິເວນເວີນຄາມຫລືກົກເດື່ອລວມ ທັງບໍລິເວນ 14% (ແກ້ງຕໍມໍຄອຍ- ຫ້ວຍຕະເງົາ) ທີ່ຍັງບໍ່ທັນໄດ້ສຳ ຫລວດຢູ່ແຂວງອັດຕະປື ແລະ ຊຽງ ແຕງ ແມ່ນພວມສືບຕໍ່ປຶກສາຫາລື ແລະ ແກ້ໄຂເທື່ອລະກ້າວຕາມທິດ ຊີ້ນຳຂອງຂັ້ນເທິງ “ແກ້ແຕ່ຈຸດ ນ້ອຍຫາໃຫຍ່, ແຕ່ງ່າຍຫາຍາກ”. ສຳລັບທິດທາງໃນຕໍ່ໜ້າແມ່ນຈະ ສືບຕໍ່ສຳຫລວດແລະປັກຫລັກໝາຍ ຊາຍແດນຕາມແຜນການ, ເລັ່ງ ລັດການກໍ່ສ້າງຫລັກໝາຍໃນຈຸດ ທີ່ຕົກລົງກັນແລ້ວ, ສືບຕໍ່ເຈລະຈາ ແກ້ໄຂບໍລິເວນທີ່ຍັງຄົງຄ້າງຢ່າງ ປະດິດສ້າງ, ພ້ອມທັງສ້າງແຜນທີ່ ເສັ້ນຊາຍແດນ ແລະ ອະນຸສັນຍາ ລະອຽດ ເພື່ອຮັບປະກັນໃຫ້ເສັ້ນ ຊາຍແດນຂອງ ສປປ ລາວ ກັບບັນ ດາປະເທດໃກ້ຄຽງມີຄວາມໝັ້ນຄົງ, ຍືນຍົງ ແລະ ເປັນບ່ອນອີງອັນໜັກ ແໜ້ນໃຫ້ແກ່ການພັດທະນາປະເທດ ຊາດໃນອະນາຄົດ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==