gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 16/10/2026 xtgmf]k; ສພຊ ສຳເລັດ...ັ ກອງປະຊຸມພົບປະ...ຸົ ຮອງປະທານປະເທດ... ກອງທັບປະຊາຊົນຫວຽດນາມ ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສຫວຽດນາມແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ລາຊະອານາ ຈັກກໍາປູເຈຍ ພ້ອມດ້ວຍຄະນະ ທັງ 3 ກອງທັບ ເຂົ້າຮ່ວມ. ໃນພິທີ 3 ຝ່າຍໄດ້ຕີລາຄືນການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຊຸມປີທີ່ຜ່ານມາ, ເຫັນວ່າມີຜົນ ສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ໂດຍ ສະເພາະແມ່ນການພົບປະ 3 ລັດຖະ ມົນຕີກະຊວງປ້ອງກັນປະເທດ ໃນ ເດືອນຕຸລາ ປີ 2025 ຢູ່ນະຄອນ ຫລວງວຽງຈັນ ສປປ ລາວ, ເດືອນ ກຸມພາ ປີ 2026 ຢູ່ນະຄອນຫລວງ ພະນົມເປັນລາຊະອານາຈັກກໍາປູ ເຈຍ, ການແລກປ່ຽນນາຍທະຫານ ໜຸ່ມລະຫວ່າງ 3 ກອງທັບ ໃນ ເດືອນພຶດສະພາ ປີ 2026 ຢູ່ນະ ຄອນດານັງ ສສ ຫວຽດນາມ ຊຶ່ງ ບັນດາເຫດການດັ່ງກ່າວ ໄດ້ສະ ແດງເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສາມຊາດ ລາວ-ກໍາປູເຈຍ-ຫວຽດນາມ ກໍຄື ສາມກອງທັບທີ່ໄດ້ສືບຕໍ່ ແລະ ຜັນ ຂະຫຍາຍມູນເຊື້ອຄວາມສາມັກຄີ ທີ່ສະໜິດແໜ້ນລະຫວ່າງ 3 ຊາດ ໃຫ້ເປັນສົມບັດອັນລໍ້າຄ່າໃຫ້ແກ່ ພະນັກງານຮຸ່ນສືບທອດຕະຫລອດ ໄປ. ສາມປະເທດມີຊາຍແດນຕິດ ຈອດກັນ ແລະ ເປັນປະເທດທີ່ເຄີຍ ຕົກຢູ່ໃນຊະຕາກໍາອັນດຽວກັນທີ່ມີ ມູນເຊື້ອສາມັກຄີຊ່ວຍເຫລືອກັນມາ ແຕ່ດຶກດໍາບັນແບບສະຫາຍອ້າຍ ນ້ອງ, ຮ່ວມທຸກຮ່ວມສຸກນໍາກັນຕະ ຫລອດມາ, ປະຊາຊົນສາມຊາດ ໃນອິນດູຈີນ ໄດ້ຕໍ່ສູ້ຄຽງບ່າຄຽງ ໄຫລ່ຕ້ານກັບຈັກກະພັດຕ່າງດ້າວຜູ້ ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າ ຈະຢູ່ໃນສະພາບເງື່ອນໄຂໃດ ແລະ ໄລຍະໃດກໍບໍ່ສາມາດຕັດແຍກອອກ ຈາກກັນໄດ້. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທີ່ຈະຮ່ວມມືກັບສອງກອງທັບ ຫວຽດນາມ ແລະ ກໍາປູເຈຍ ເພື່ອ ຮັດແໜ້ນນໍ້າໃຈມິດຕະພາບທີ່ເປັນ ຂປລ. ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງອຸດົມໄຊ, ວັນທີ 14 ຕຸລາ 2026 ຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ຮອງ ປະທານປະເທດ ພ້ອມຄະນະໄດ້ ລົງຢ້ຽມຢາມ ແລະ ຊຸກຍູ້ການຍົກ ລະດັບສີມືແຮງງານຢູ່ສູນພັດທະ ນາສີມືແຮງງານ ແຂວງອຸດົມໄຊ ແລະ ເພື່ອຮັບຟັງລາຍງານສະພາບ ການດຳເນີນງານ, ຜົນການຝຶກອົບ ຮົມ ແລະ ການຮ່ວມມືດ້ານການພັດ ທະນາສີມືແຮງງານກັບ ສປ ຈີນ, ພ້ອມທັງຊີ້ນໍາວຽກງານ ເພື່ອຍົກ ສູງຄຸນນະພາບການຝຶກວິຊາຊີບໃຫ້ ສອດຄ່ອງກັບຄວາມຕ້ອງການຂອງ ຕະຫລາດແຮງງານ. ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ສ້າງຕັ້ງຂຶ້ນໃນ ປີ 2000 ແລະ ດຳເນີນການຝຶກ ອົບຮົມໃນ 7 ສາຂາອາຊີບ ມາຮອດ ປີ 2022. ຕໍ່ມາ ໃນປີ 2023 ສູນ ໄດ້ຮັບການຊ່ວຍເຫລືອລ້າຈາກ ລັດຖະບານ ສປ ຈີນ ໃນການກໍ່ສ້າງ ສູນແຫ່ງໃໝ່ ມູນຄ່າ 147,26 ລ້ານ ຢວນ ຫລື ປະມານ 21 ລ້ານໂດລາ ສະຫະລັດ, ປະກອບມີອາຄານຮຽນ, ຫ້ອງຝຶກປະຕິບັດ ແລະ ອຸປະກອນ ການຝຶກທີ່ທັນສະໄໝ ເພື່ອຮອງຮັບ ການພັດທະນາສີມືແຮງງານໃຫ້ມີ ປະສິດທິພາບຍິ່ງຂຶ້ນ. ສູນດັ່ງກ່າວ ແມ່ນໜ່ວຍງານທີ່ຢູ່ພາຍໃຕ້ການ ຊີ້ນຳຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຂຶ້ນ ກັບສະຖາບັນພັດທະນາສີມືແຮງ ງານ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ. ປັດຈຸບັນພາຍ ໃນສູນມີ4ໜ່ວຍງານ ແລະ ມີສາຂາ ອາຊີບ ທັງໝົດ 13 ສາຂາ. ໃນນີ້, ເປີດຝຶກອົບຮົມແລ້ວ 9 ສາຂາ ແລະ ມີແຜນສູ້ຊົນເປີດຝຶກໃຫ້ຄົບ ທັງ 13 ສາຂາ ພາຍໃນປີ 2030, ຫລັກສູດການຝຶກອົບຮົມແບ່ງເປັນ 4 ລະດັບ ຄື: ລະດັບພື້ນຖານ 6 ເດືອນ, ລະດັບເຄິ່ງຊຳນານງານ 12 ເດືອນ, ລະດັບຊຳນານງານ 18 ເດືອນ ແລະ ລະດັບນາຍຊ່າງ 24 ເດືອນ ເພື່ອສ້າງແຮງງານທີ່ ມີຄວາມຮູ້ ແລະ ທັກສະວິຊາຊີບ ຕາມມາດຕະຖານ. ສຳລັບການ ຮ່ວມມືກັບຝ່າຍຈີນ ແມ່ນໂຄງການ ຊ່ວຍເຫລືອໄລຍະຍາວ 7 ປີ, ເລີ່ມ ແຕ່ເດືອນພຶດສະພາ 2024 ຫາ ກຸມພາ 2031, ແບ່ງເປັນ 3 ໄລຍະ. ປັດຈຸບັນກຳລັງດຳເນີນໄລຍະທີ 2 ໂດຍຝ່າຍຈີນ ຈັດສົ່ງຄູລາວໄປຝຶກ ອົບຮົມຢູ່ສປ ຈີນ ເປັນຊຸດທີ 3, ພ້ອມ ທັງສົ່ງຊ່ຽວຊານ ແລະ ຄູ-ອາຈານ 16 ທ່ານຕໍ່ຊຸດມາຊ່ວຍຖ່າຍທອດ ຄວາມຮູ້, ປະສົບການ ແລະ ເຕັກນິກ ການສິດສອນໃຫ້ແກ່ຄູລາວ. ໃນໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ສູນດັ່ງກ່າວສາມາດຈັດຕັ້ງ ປະຕິບັດໄດ້ໃນໄລຍະ 9 ເດືອນ ປີ 2026, ພ້ອມທັງເນັ້ນໃຫ້ຕໍ່ເອົາໃຈ ໃສ່ຍົກລະດັບຄຸນນະພາບການຝຶກ ອົບຮົມໃຫ້ໄດ້ມາດຕະຖານ, ປັບປຸງ ຫລັກສູດໃຫ້ທັນສະໄໝ, ເຊື່ອມໂຍງ ການຝຶກວິຊາຊີບເຂົ້າກັບຄວາມ ຕ້ອງການຕົວຈິງຂອງຕະຫລາດ ແຮງງານ, ສົ່ງເສີມໃຫ້ຜູ້ຮຽນມີທັງ ຄວາມຮູ້, ທິດສະດີ ແລະ ທັກສະ ຮວຜທ ສະຫລຸບວຽກງານ...ຸ ການເມືອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ 2 ກອງພັນ, ຄະນະບໍລິ ຫານງານຊາວໜຸ່ມ, ຄະນະໜ່ວຍ ຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ພອນວິໄລ ເຮືອງຄໍາທີ ຫົວໜ້າພະແນກຊາວ ໜຸ່ມໄດ້ສະຫລຸບການເຄື່ອນໄຫວ ວຽກງານຂະບວນການ ແລະ ການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ ຊຶ່ງພະແນກ ຊາວໜຸ່ມໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດປັນກົກ, ນຳພາ-ຊີ້ນໍາຄະ ນະບໍລິຫານງານຊາວໜຸ່ມ, ຄະນະ ໜ່ວຍຊາວໜຸ່ມໃນແຕ່ລະຫົວໜ່ວຍ ກົມກອງເຮັດໃຫ້ສະມາຊິກຊາວໜຸ່ມ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ ປະເທດຊາດ, ມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ກຳແໜ້ນແນວທາງແຜນ ນະໂຍບາຍຂອງພັກ, ກົດໝາຍຂອງ ຫາສໍາຄັນຂອງຊາດ, ດ້ານການຕິດ ຕາມກວດກາ, ການສ້າງຄວາມ ເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ທາງປະຕິບັດສາມາດນຳໄປໃຊ້ໃນ ການປະກອບອາຊີບໄດ້ຢ່າງມີປະ ສິດທິຜົນ. ການລົງຢ້ຽມຢາມຄັ້ງນີ້, ເປັນ ການຊຸກຍູ້ການພັດທະນາສີມືແຮງ ງານ ແລະ ການຮ່ວມມືດ້ານວິຊາ ຊີບລະຫວ່າງ ສປປ ລາວ ກັບ ສປ ຈີນ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ຊຶ່ງຈະປະກອບສ່ວນສ້າງແຮງງານ ທີ່ມີຄຸນນະພາບ, ເພີ່ມໂອກາດການ ມີວຽກເຮັດງານທຳໃຫ້ແກ່ໄວໜຸ່ມ ແລະ ສະໜອງກຳລັງແຮງງານທີ່ ມີສີມືໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມຂອງແຂວງອຸດົມໄຊ ແລະ ຂອງປະເທດ. ຂ່າວ: ຄຳພັນ ແກ້ວມະນີ ມູນເຊື້ອໃຫ້ຍືນຍົງຊົ່ວກາລະນາ. ໂອກາດດັ່ງກ່າວ,ສະຫາຍພົນເອກ ຄໍາລຽງ ອຸທະໄກສອນ ໄດ້ເຫັນດີ ເປັນເອກະພາບຢ່າງສູງຕໍ່ຄໍາຄິດ ເຫັນຂອງສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຕໍ່ບັນຫາຕ່າງໆທີ່ໄດ້ຍົກມາ ນັ້ນ ແລະ ສະເໜີທິດທາງແຜນການ ຮ່ວມມືໃນປີ 2027 ຂອງສາມກອງ ທັບ ເພື່ອສືບຕໍ່ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ຖືເອົາເວທີນີ້ແລກປ່ຽນທັດສະນະ ຕໍ່ບັນຫາສະພາບການທີ່ພົ້ນເດັ່ນ ຂອງໂລກ ແລະ ພາກພື້ນທີ່ຈະມີຜົນ ກະ ທົບຕໍ່ສາມຊາດ, ສາມກອງທັບ ແລະ ສືບຕໍ່ຈັດການຝຶກຊ້ອມຮ່ວມ ກອບກູ້ໄພພິບັດໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອຍົກສູງຄຸນນະພາບໃນການ ຝຶກຊ້ອມຄັ້ງຕໍ່ໄປ, ສືບຕໍ່ແລກປ່ຽນ ນາຍທະຫານໜຸ່ມຢ່າງເປັນປົກກະຕິ ເພື່ອເປີດໂອກາດໃຫ້ໄດ້ແລກປ່ຽນ ບົດຮຽນ, ປະສົບການ, ຮັດແໜ້ນ ຄວາມສາມັກຄີ ເພື່ອຮັກສາສາຍ ພົວພັນທີ່ເປັນມູນເຊື້ອລະຫວ່າງ ສາມຊາດ, ສາມກອງທັບ, ຊຸກຍູ້ໃຫ້ ມີການລາດຕະເວນຮ່ວມ 3 ກອງ ທັບຢູ່ເຂດທີ່ມີຊາຍແດນຕິດຈອດ ກັນ 3 ປະເທດ ແລະ 2 ປະເທດ ທີ່ ມີຊາຍແດນຕິດຈອດກັນ ເພື່ອເປັນ ການສະກັດກັ້ນການລັກລອບເຂົ້າ ເມືອງຜິດກົດໝາຍ, ອາຊະຍາກໍາ ຂ້າມຊາດ, ການຄ້າມະນຸດ, ການ ຄ້າຂາຍເຖື່ອນ, ການຂົນສົ່ງຢາ ເສບຕິດ, ການຄ້າອາວຸດ ແລະ ກໍ ລະນີອື່ນໆທີ່ຜິດກົດໝາຍ, ຊຸກຍູ້, ອໍານວຍຄວາມສະດວກໃຫ້ກົມກອງ ເຮັດໜ້າທີ່ຢູ່ຕາມຊາຍແດນຂອງ 3 ປະເທດ ໄດ້ແລກປ່ຽນຂໍ້ມູນຂ່າວ ສານ, ປະສານສົມທົບ ເພື່ອສະກັດ ກັ້ນ, ແກ້ໄຂບັນຫາຫຍໍ້ທໍ້ຕາມບໍ ເວນຊາຍແດນໃຫ້ທັນເວລາ, ສືບຕໍ່ ປົກປັກຮັກສາບູລະນະຫລັກໝາຍ ຊາຍແດນ ແລະ ຊຸກຍູ້ການຮ່ວມມື ສໍາຫລວດປັກຫລັກໝາຍຊາຍແດນ ຢູ່ບໍລິເວນທີ່ຍັງຄົງຄ້າງໃຫ້ສໍາເລັດ ເພື່ອສ້າງເປັນຊາຍແດນແຫ່ງສັນ ຕິພາບ, ມິດຕະພາບ, ຄວາມໝັ້ນ ຄົງ, ການຮ່ວມມື ເພື່ອພັດທະນາ ຢ່າງແທ້ຈິງ, ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ບັນດາກອງປະຊຸມ ໃນຂອບກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ, ອາຊຽນ ບວກ ແລະ ເວທີປຶກສາຫາລືຄວາມ ໝັ້ນຄົງສາກົນຕ່າງໆ. ພ້ອມນັ້ນ, ສາມຝ່າຍກໍໄດ້ເຊັນບົດບັນທຶກການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕື່ມອີກ. ໃນວັນດຽວກັນ,ສະຫາຍພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍ ຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງ ປະຊຸມ 3 ລັດຖະມົນຕີກະຊວງ ປ້ອງປະເທດ ລາວ-ຫວຽດນາມກຳປູເຈຍ. ຂ່າວ: ສີປະພັນ ການເຄື່ອນໄຫວວຽກງານຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງ ແລະ ການເຄື່ອນໄຫວ ວຽກງານການຕ່າງປະເທດ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະເກືອບ 1 ປີ ຜ່ານມາ, ສະພາແຫ່ງຊາດ ສາມາດຍາດໄດ້ຜົນສຳເລັດໃນ ຫລາຍດ້ານເປັນຕົ້ນດ້ານນິຕິບັນຍັດ ພາຍຫລັງກອງປະຊຸມຄັ້ງປະຖົມ ມະລືກທີ່ດໍາເນີນໃນທ້າຍເດືອນ ມີນາຜ່ານມາ, ສະພາແຫ່ງຊາດໄດ້ ເອົາໃຈໃສ່ປະຕິບັດແຜນການສ້າງ ແລະ ປັບປຸງກົດໜາຍ ແຕ່ຫົວທີ ໂດຍ ໄດ້ຈັດກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ໃນຕົ້ນເດືອນກໍລະກົດ 2026 ໄດ້ມີການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງ ລັດ (ສ້າງໃໝ່) ແລະ ກົດໝາຍວ່າ ດ້ວຍງົບປະມານ ຊຶ່ງເປັນກົດໝາຍ ສະບັບປັບປຸງທີ່ຕິດພັນກັບວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ. ໃນກອງປະຊຸມສະໄໝສາມັນ ຄັ້ງທີ 2 ທີ່ພວມດໍາເນີນຢູ່ປັດຈຸບັນ ໄດ້ມີການພິຈາລະນາ ແລະ ຈະ ຮັບຮອງເອົາກົດໝາຍທັງໝົດ 8 ສະບັບ, ໃນນັ້ນ ກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ. ດ້ານການຕົກລົງບັນຫາສໍາຄັນຂອງ ຊາດ ໃນກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ດໍາເນີນແຕ່ວັນທີ 23-27 ມີນາ 2026 ໄດ້ມີການພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ຕໍາແໜ່ງສໍາຄັນຂອງປະເທດ ຄື: ເລືອກຕັ້ງເອົາປະທານ, ຮອງປະ ທານສະພາແຫ່ງຊາດ, ເລືອກຕັ້ງ ເອົາປະທານ ແລະ ຮອງປະທານ ປະເທດ, ນາຍົກລັດຖະມົນຕີ, ຮອງ ນາຍົກ ແລະ ສະມາຊິກລັດຖະບານ, ເລືອກຕັ້ງເອົາປະທານອົງການໄອ ຍະການປະຊາຊົນສູງສຸດ, ປະທານ ສານປະຊາຊົນສູງສຸດ, ປະທານ ອົງການກວດກາແຫ່ງລັດ ແລະ ປະ ທານອົງການກວດສອບແຫ່ງລັດ ແລະ ໄດ້ຮັບຮອງເອົາແຜນການ ເຄື່ອນໄຫວວຽກງານ 5 ປີ ຂອງ ລັດຖະບານ, ສະພາແຫ່ງຊາດ ແລະ ອົງການຈັດຕັ້ງກ່ຽວຂ້ອງ. ໃນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ ດໍາເນີນໃນຕົ້ນເດືອນກໍລະກົດ ຜ່ານ ມາໄດ້ພິຈາລະນາ ແລະ ຮັບຮອງ ເອົາວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ໃນ ກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ກອງປະຊຸມສະໄໝສາມັນເທື່ອ ທີ 2 ໄດ້ພິຈາລະນາຮັບຮອງເອົາ ບັນດາເນື້ອໃນສໍາຄັນ ຈໍານວນ 13 ຫົວຂໍ້, ອອກເປັນມະຕິ 21 ສະບັບ. ຄະນະປະຈໍາສະພາແຫ່ງຊາດໄດ້ ປະຊຸມຄັ້ງສາມັນ ແລະ ວິສາມັນ ຈໍານວນ 16 ຄັ້ງ ໂດຍພິຈາລະນາ ຕົກລົງບັນດາເນື້ອໃນ ຈໍານວນ 82 ຫົວຂໍ້, ອອກເປັນມະຕິຂອງຄະນະ ປະຈໍາສະພາແຫ່ງຊາດ ຈໍານວນ 96 ສະບັບ. ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງ ພັກ ສະບັບເລກທີ 03/ຄບສກ, ລົງ ວັນທີ 12/3/2025, ສະພາແຫ່ງ ຊາດໄດ້ມີການປັບປຸງກົງຈັກການ ຈັດຕັ້ງສະພາແຫ່ງຊາດ ຈາກ 9 ກໍາມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກໍາ ສະພາແຫ່ງຊາດ ມາເປັນ 5 ກໍາມາ ທິການ ແລະ ຫ້ອງວ່າການສະພາ ແຫ່ງຊາດ, ລົດຈໍານວນກົມຈາກ 28 ລົງເປັນ 20 ກົມ, ລົດພະແນກ ຈາກ 68 ພະແນກລົງມາ 57 ພະ ແນກ; ໄດ້ປັບປຸງບັນດານິຕິກໍາກ່ຽວ ຂ້ອງກັບການປັບປຸງກົງຈັກສະພາ ແຫ່ງຊາດ ຊຸດທີ X ໄດ້ຈໍານວນ ໜຶ່ງ. ດ້ານການຕິດຕາມກວດກາ ໄດ້ດໍາເນີນກອງປະຊຸມຮ່ວມລະ ຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບລັດຖະບານ ເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ; ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ, ມາດຕະການສົ່ງເສີມການນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນ, ພິຈາລະນາກ່ຽວກັບເນື້ອ ໃນທີ່ຈະນໍາເຂົ້າພິຈາລະນາໃນກອງ ປະຊຸມສະໄໝວິສາມັນເທື່ອທີ1ຂອງ ສະພາແຫ່ງຊາດ, ໄດ້ມີການຕິດຕາມ ກວດກາການຈັດຕັ້ງປະຕິບັດລັດຖະ ທໍາມະນູນ, ກົດໜາຍ, ນິຕິກໍາໃຕ້ ກົດໝາຍ; ການແກ້ໄຂຄໍາສະເໜີ, ຄຳຮ້ອງຂໍຄວາມເປັນທໍາຂອງປະ ຊາຊົນ ແລະ ຮັບຄໍາສະເໜີຂອງປະ ຊາຊົນຜ່ານສາຍດ່ວນຜ່ານກອງ ປະຊຸມສະພາແຫ່ງຊາດ ເທື່ອທີ 2 ຈໍາ ນວນ 615 ສາຍ ແລະ ສັງຮວມເນື້ອ ໃນ ຈໍານວນ 431 ເລື່ອງ. ສຳລັບການສ້າງຄວາມເຂັ້ມ ແຂງໃຫ້ແກ່ສະພາແຫ່ງຊາດ ຕະ ຫລອດໄລຍະເກືອບ 1 ປີ ໂດຍເຫັນ ໄດ້ຈຸດພິເສດຂອງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງທີ່ສ່ວນ ໃຫຍ່ກວ່າ 80% ເປັນຜູ້ໃໝ່, ສະພາ ແຫ່ງຊາດໄດ້ເອົາໃຈໃສ່ວຽກງານ ຍົກສູງຂີດຄວາມສາມາດດ້ານ ຕ່າງໆໃຫ້ແກ່ສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຈໍານວນ 26 ຫົວຂໍ້; ຈັດ ຝຶກອົບຮົມສຳມະນາສ້າງຄວາມ ເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະ ກອນຂອງສະພາແຫ່ງຊາດ, ສະພາ ປະຊາຊົນຂັ້ນແຂວງ ຈໍານວນ 8 ຫົວຂໍ້. ສ່ວນການເຄື່ອນໄຫວວຽກ ງານຄະນະສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງບັນດາ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງໄດ້ເອົາໃຈໃສ່ ປະຕິບັດພາລະບົດບາດຂອງຕົນ ຢ່າງມີຄວາມຮັບຜິດຊອບສູງ, ອັນ ພິເສດໄດ້ມີການປະກາດການສ້າງ ຕັ້ງກົງຈັກການຈັດຕັ້ງ ແລະ ການ ແຕ່ງຕັ້ງປະທານ, ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງສໍາເລັດໃນທົ່ວ ປະເທດ; ໄດ້ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ແລະ ກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈໍານວນ 1.023 ຈຸດ, ມີຜູ້ເຂົ້າ ຮ່ວມແສນກວ່າຄົນ; ໄດ້ລະດົມທຶນ ປະກອບສ່ວນຊ່ວຍເຫລືອປະຊາຊົນ ໃນເຂດເລືອກຕັ້ງຕ່າງໆລວມເປັນ ມູນຄ່າກວ່າ 3 ຕື້ກີບ. ການເຄື່ອນ ໄຫວວຽກງານການຕ່າງປະເທດ ໄດ້ປະຕິບັດຕາມແນວທາງຕ່າງປະ ເທດສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື ເພື່ອ ການພັດທະນາ, ໃນປີ 2026 ນີ້, ສະພາແຫ່ງຊາດ ໄດ້ເຄື່ອນໄຫວ ວຽກງານການຕ່າງປະເທດ ຈໍາ ນວນ 49 ຄັ້ງ, ເຂົ້າຮ່ວມກອງປະ ຊຸມຂອງພາກພື້ນ ແລະ ສາກົນ ຈໍາ ນວນ 23 ຄັ້ງ; ຕ້ອນຮັບຄະນະຜູ້ ແທນຕ່າງປະເທດ ຈໍານວນ 20 ຄັ້ງ, ເປັນເຈົ້າພາບຈັດກອງປະຊຸມລັດ ຖະສະພາສະຫະພາບເອີຣົບ ຄັ້ງທີ 7, ກອງປະຊຸມຂອງອົງການສະມາ ຊິກລັດຖະສະພາອາຊີ ກ່ຽວກັບປະ ຊາກອນ ແລະ ການພັດທະນາ, ກອງປະຊຸມປຶກສາຫາລືບັນຫານໍ້າ ຂອງລັດຖະສະພາອາຊີ ຄັ້ງທີ 9, ກອງປະຊຸມໂຕະມົນ ກ່ຽວກັບບັນ ຫາອາກາດ ແລະ ນໍ້າ ຄັ້ງທີ 3; ໄດ້ ແຕ່ງຕັ້ງຄະນະມິດຕະພາບລັດຖະ ສະພາກັບຕ່າງປະເທດ ຈຳນວນ 16 ຄະນະ ແລະ ແຕ່ງຕັ້ງຄະນະ ສະມັດຊາລັດຖະສະພາ ລະຫວ່າງ ອາຊຽນ (AIPA), ຄະນະສະຫະ ພັນລັດຖະສະພາສາກົນ (IPU) ແລະ ຄະນະສະມັດຊາລັດຖະສະ ພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF). ສຳລັບທິດທາງແຜນການປີ 2027 ສະພາແຫ່ງຊາດ ຈະສືບຕໍ່ ສ້າງ ແລະ ປັບປຸງກົດໝາຍ 32 ສະບັບ, ໃນນັ້ນ ສ້າງໃໝ່ 2 ສະບັບ ແລະ ປັບປຸງ 30 ສະບັບ. ພ້ອມທັງ ຍົກສູງຄຸນນະພາບການພິຈາລະນາ ບັນຫາສຳຄັນຂອງຊາດ, ຕິດຕາມ ກວດກາການປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ແຜນເງິນຕາ ປະຈຳປີ 2027, ພ້ອມທັງຕິດຕາມກວດກາ ວຽກງານຍຸຕິທຳ, ໂຄງການລົງທຶນ ທີ່ມີບັນຫາ ແລະ ການແກ້ໄຂຄຳສະ ເໜີຂອງປະຊາຊົນ. ນອກຈາກນີ້, ຈະສືບຕໍ່ຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາ ແລະ ພະ ນັກງານ-ລັດຖະກອນ, ປັບປຸງລະ ບອບແບບແຜນການເຮັດວຽກຂອງ ຄະນະສະມາຊິກສະພາປະຈຳເຂດ ເລືອກຕັ້ງ ແລະ ສະພາປະຊາຊົນ ຂັ້ນແຂວງ, ພ້ອມທັງສືບຕໍ່ຂະຫຍາຍ ການຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ເຂົ້າຮ່ວມກອງປະ ຊຸມລະດັບພາກພື້ນ-ສາກົນຕາມ ແຜນການ. ຂ່າວ: ທະນູທອງ; ພາບ: ເກດສະໜາ ລັດ, ຂໍ້ກຳນົດ, ກົດລະບຽບຂອງ ກອງທັບ, ເຂົ້າຮ່ວມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຝຶກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບ, ຂະບວນການກິລາ, ສິລະປະ-ວັນນະຄະດີ ແລະ ຂະ ບວນ ການອື່ນໆ. ຜ່ານການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານດ້ານຕ່າງໆສາມາດ ຄັດເລືອກຄະນະບໍລິຫານງານຊາວ ໜຸ່ມປະເພດນຳໜ້າ 4 ບຸກ ໄດ້ 2 ຄະນະ, ຄະນະໜ່ວຍຊາວໜຸ່ມ ໄດ້ 4 ໜ່ວຍ ແລະ ໜ່ວຍຊາວໜຸ່ມຂຶ້ນ ກັບຄະນະບໍລິຫານງານ 8 ໜ່ວຍ; ສ້າງສະມາຊິກຊາວໜຸ່ມນໍາໜ້າ 4 ບຸກໄດ້ 239 ສະຫາຍ; ສາມາດ ຕີລາຄາວຽກງານ 4 ບຸກ ຄື: ບຸກ ທາງດ້ານວຽກງານແນວຄິດໄດ້ 80,77%, ບຸກທາງດ້ານການ ຝຶກຝົນຫລໍ່ຫລອມ-ຮໍ່າຮຽນໄດ້ 80,81%, ບຸກທາງດ້ານວຽກງານ ການຈັດຕັ້ງໄດ້ 80,75% ແລະ ບຸກ ທາງດ້ານວິຊາຊີບ-ສ້າງວຽກເຮັດ ງານທຳໄດ້ 80,85%. ພ້ອມນີ້, ກອງປະຊຸມໄດ້ຜ່ານ ແຜນການແຂ່ງຂັນ 4 ບຸກ ປະຈຳປີ 2027, ພ້ອມທັງຮັບຮອງເອົາຂໍ້ ແຂ່ງຂັນໄປຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງ, ພ້ອມນີ້ຍັງໄດ້ຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍອະນຸມັດໃບຢັ້ງຢືນ ນາມມະຍົດ 4 ບຸກໃຫ້ການຈັດຕັ້ງ ຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຢູ່ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ແລະ ມອບໃບຢັ້ງຢືນ 4 ບຸກໃຫ້ຢ່າງສົມກຽດ. ຂ່າວ: ໂອລິນ ມິ່ງມີໄຊ
RkJQdWJsaXNoZXIy MTc3MTYxMQ==