7386

81 xu csj 'dkog8u [.spj 0tspkp8q ;0v'dkom6 f]k; 15/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເຂົ້າາ້ຈານນ້ຳົ້ຳ ບົດສະເໜີົີ ໂດຍ: ກົມການຂ່າວ,ົ ມ່ າ ກະຊວງການຕ່າາງປະເທດ່ (ເນື່ອງໃນໂອກາດ ຄົບຮອບ 81 ປີ ວັນການທູດລາວ 12 ຕຸລາ 1945-12 ຕຸລາ 2026)ື່ົີັູຸຸ dkocdh w0;Pd'ko;a fmtotme{ la '7q , ,u s]kpfh korQ ogfaj o ຫລວງວຽງຈັນ ແລະ 3. ແຜນປະ ຕິບັດງານນະຄອນຫລວງວຽງຈັນ (VCAP) 2027-2031 ແລະ ກອງປະຊຸມອື່ນໆ. ພ້ອມດຽວກັນ ນັ້ນ, ກໍໄດ້ມີຄວາມຫ້າວຫັນໃນການ ປະຕິບັດພັນທະຂອງຕົນພາຍໃຕ້ ສົນທິສັນຍາຕ່າງໆ ທີ່ ສປປ ລາວ ເປັນພາຄີ ຊຶ່ງລວມມີ 1.500 ກວ່າ ສະບັບ. ໃນນັ້ນ, ຂອບຫລາຍຝ່າຍມີ ຫລາຍກວ່າ 900 ສະບັບ ແລະ ໄດ້ ສໍາເລັດການສ້າງກົດໝາຍຂອງຂະ ແໜງການຕ່າງປະເທດ ຈໍານວນ 5 ສະບັບ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 9 ສະບັບ. ຕະຫລອດໄລຍະ 81 ປີ ແຫ່ງ ການເຄື່ອນໄຫວການທູດລາວ, ພວກເຮົາສາມາດຢືນຢັນ ດ້ວຍ ຄວາມເອກອ້າງທະນົງໃຈໄດ້ວ່າຂະ ແໜງການຕ່າງປະເທດ ໄດ້ມີຜົນ ງານອັນພົ້ນເດັ່ນ, ປະກອບສ່ວນອັນ ສໍາຄັນເຂົ້າໃນພາລະກິດແຫ່ງການ ຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນ. ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ; ມີການເຄື່ອນໄຫວການທູດທີ່ ຫ້າວຫັນຂອງການນໍາຂັ້ນສູງພັກລັດ; ມີປະຊາຊົນລາວບັນດາເຜົ່າ, ທຸກຂະແໜງການແຕ່ສູນກາງລົງ ຮອດທ້ອງຖິ່ນ ໃນທົ່ວປະເທດ ເປັນ ນໍ້າໜຶ່ງໃຈດຽວກັນ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແນວ ທາງນະໂຍບາຍການຕ່າງປະເທດ ຂອງພັກ-ລັດເຮົາ ທີ່ມີຄວາມຖືກ ຕ້ອງ ແລະ ໜັກແໜ້ນທາງດ້ານຍຸດ ທະສາດ, ມີຄວາມຄ່ອງແຄ້ວ ແລະ ນິ້ມນວນທາງດ້ານຍຸດໂທບາຍ ໃນ ແຕ່ລະໄລຍະ ໄດ້ເຮັດໃຫ້ປະເທດ ຊາດໄດ້ຮັບການພັດທະນາ ຕາມທິດ ສັງຄົມນິຍົມ ຊຶ່ງເປັນພື້ນຖານອັນ ໜັກແໜ້ນໃຫ້ແກ່ການສືບຕໍ່ສ້າງ ສາພັດທະນາປະເທດຊາດໃຫ້ຮັ່ງ ມີເຂັ້ມແຂງ, ປະຊາຊົນມີຄວາມຜາ ສຸກ, ສັງຄົມມີຄວາມປອງດອງ, ປະ ຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ພິເສດ, ໃນທ້າຍປີ 2026 ນີ້, ສປປ ລາວ ກໍຈະຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ຕາມຄາດໝາຍທີ່ວາງໄວ້ ແລະ ຈະ ກ້າວສູ່ໄລຍະໃໝ່ຂອງການພັດທະ ນາ. ສໍາລັບຂະແໜງການຕ່າງປະ ເທດຂອງພວກເຮົາ ກໍຈະສືບຕໍ່ເປັນ ເຈົ້າການຈັດຕັ້ງຜັນຂະຫຍາຍແນວ ທາງການຕ່າງປະເທດຂອງພັກ ຕາມທີ່ໄດ້ກໍານົດໄວ້ ໃນມະຕິກອງ ປະຊຸມໃຫຍ່ຂອງພັກຄັ້ງທີ XII ໃຫ້ ປະກົດຜົນເປັນຈິງ ພ້ອມທັງຕັ້ງ ໜ້າເຄື່ອນໄຫວວຽກງານການຕ່າງ ປະເທດ ໃຫ້ໄດ້ຮັບໝາກຜົນດີຍິ່ງໆ ຂຶ້ນ ຕາມຄໍາຂວັນ: “ບຸກທະລຸດ້ານ ການທູດເສດຖະກິດ, ຫັນທິດເປັນ ທັນສະໄໝ, ວ່ອງໄວໃນດ້ານການ ເປັນເສນາທິການ”. ໃນຂອບຫລາຍຝ່າຍ, ສປປລາວ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນເຈົ້າການຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອຍົກສູງບົດບາດ ຂອງຕົນໃຫ້ນັບມື້ພົ້ນເດັ່ນ ໂດຍໄດ້ ສືບຕໍ່ເປັນເຈົ້າການໃນການເຂົ້າ ຮ່ວມຂະບວນການເຊື່ອມໂຍງພາກ ພື້ນ ແລະ ສາກົນຢ່າງຕັ້ງໜ້າ ແນໃສ່ ປົກປ້ອງສິດຜົນປະໂຫຍດອັນຊອບ ທໍາຂອງ ສປປ ລາວ ເປັນຕົ້ນ ຂອບ ອົງການສະຫະປະຊາຊາດ (ສປຊ) ແລະ ອົງການເຄືອຂ່າຍ, ຂອບການ ຮ່ວມມືອາຊຽນ, ອົງການການຄ້າ ໂລກ (WTO), ອົງການຝຣັງໂກ ໂຟນີສາກົນ (OIF), ຂະບວນການ ບໍ່ຮ່ວມກຸ່ມ(NAM),ກຸ່ມG77,ກຸ່ມ ປະເທດດ້ອຍພັດທະນາ (LDC), ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີ ຊາຍແດນຕິດກັບທະເລ (LLDC) ແລະ ກົນໄກການຮ່ວມມືຂອງອົງ ການຈັດຕັ້ງສາກົນອື່ນໆ. ປັດຈຸບັນ, ສປປ ລາວ ໄດ້ເຂົ້າເປັນສະມາຊິກ ອົງການຈັດຕັ້ງສາກົນຫລາຍກວ່າ 141 ອົງການ. ພິເສດ, ສປປ ລາວ ໄດ້ຮັບໜ້າທີ່ເປັນຮອງປະທານສະ ມັດຊາໃຫຍ່ອົງການ ສປຊ ຈໍານວນ 2 ສະໄໝ ຄື: ສະໄໝທີ 50 ແລະ ສະໄໝທີ 76; ຖືກເລືອກໃຫ້ເປັນສະ ມາຊິກສົມບູນ ໃນສະພາເສດຖະກິດ- ສັງຄົມຂອງ ສປຊ (ECOSOC) ສະໄໝ 2023-2025 ແລະ ຫລ້າ ສຸດ ສປປ ລາວ ຍັງໄດ້ເຂົ້າຮ່ວມ ເປັນຄູ່ຮ່ວມເຈລະຈາຂອງອົງການ ຮ່ວມມືຊຽງໄຮ້ (SCO) ຢ່າງເປັນ ທາງການ ໃນວັນທີ 10 ກໍລະກົດ 2026 ແລະ ເຂົ້າຮ່ວມເປັນໜຶ່ງໃນ ປະເທດສະມາຊິກກໍ່ຕັ້ງອົງການຮ່ວມ ມືປັນຍາປະດິດໂລກ (WAICO) ໃນວັນທີ 16 ກໍລະກົດ 2026 ທີ່ ຜ່ານມາ. ນອກຈາກນັ້ນ, ສປປ ລາວ ກໍໄດ້ດໍາເນີນຂະບວນການສະເໜີ ເປັນສະມາຊິກສົມບູນຂອງອົງ ການການຮ່ວມມື ແລະ ການສ້າງ ຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ (CICA) ຊຶ່ງຈະມີການຮັບຮອງ ເອົາຢູ່ໃນກອງປະຊຸມສຸດຍອດຄັ້ງທີ 7 ຂອງອົງການ CICA ໃນວັນທີ 15 ຕຸລາ 2026 ທີ່ປະເທດອາແຊັກ ໄບຊານ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ເຂົ້າໃນການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ເປັນຕົ້ນ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຂປລ. ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2026 ໂດຍ ສະເພາະຂົງເຂດວັດທະນະທຳສັງຄົມ ທີ່ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ສະເໜີຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອອາທິດຜ່ານມາ ມີຫລາຍດ້ານ ພົ້ນເດັ່ນ. ໃນນັ້ນ, ຂະແໜງສຶກສາ ທິການ ແລະ ກິລາ ໄດ້ສົ່ງເສີມສາຍ ສາມັນວິຊາຊີບ ແລະ ປັບປຸງໂຄງ ສ້າງຫລັກສູດ ທັງ 12 ຊັ້ນຮຽນ, ພັດທະນາປຶ້ມແບບຮຽນ ແລະ ຄູ່ມື ຄູຕາມທິດທັນສະໄໝ; ປັບປຸງບັນ ດາວິທະຍາໄລສ້າງຄູໃນທົ່ວປະ ເທດ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງ ຄູແຫ່ງຊາດ, ກະກຽມສ້າງຕັ້ງມະ ຫາວິທະຍາໄລມິດຕະພາບ ລາວ- ຫວຽດນາມ ແລະ ໂຮງຮຽນມິດຕະ ພາບ ລາວ-ຣັດເຊຍ; ແກ້ໄຂບັນ ຫາຄູອາສາສະໝັກສໍາເລັດໂດຍ ພື້ນຖານ ໂດຍບັນຈຸໂກຕາລັດຖະ ກອນຄູເຂົ້າໃນກຳປ້ອງກັນຊາດ ແລະ ໂກຕາຄູທົດແທນຕາມຈໍາ ນວນ ທີ່ສູນເສຍ. ສຳລັບຂະແໜງສາທາລະນະ ສຸກ ໄດ້ສຸມໃສ່ປະຕິບັດວຽກງານ ການໃຫ້ວັກຊິນກັນພະຍາດໃນ ຂອບເຂດທົ່ວປະເທດ, ປັບປຸງ ແລະ ປະຕິບັດວຽກງານສົ່ງເສີມສຸຂະ ພາບແມ່ ແລະ ເດັກ, ປະເມີນວຽກ ງານຄຸນນະພາບການບໍລິການປິ່ນ ປົວ 5 ດີ 1 ພໍໃຈ ຢູ່ໂຮງໝໍແຂວງ ຫລວງພະບາງ, ແຂວງອຸດົມໄຊ ແລະ ເອົາໃຈໃສ່ເຝົ້າລະວັງການລະ ບາດຂອງພະຍາດຕາມລະດູການ ຕ່າງໆ. ຂະນະທີ່ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ ຈັດຫາວຽກເຮັດງານທໍາເຂົ້າສູ່ຕະ ຫລາດແຮງງານພາຍໃນ ແລະ ຕ່າງ ປະເທດ ໄດ້ 119.382 ຄົນ ລື່ນ ແຜນການ 45,23% (ມະຕິ ສພຊ: 82.200 ຄົນ), ຂະຫຍາຍອັດຕາ ການປົກຄຸມປະກັນສັງຄົມ ໂດຍ ການຂຶ້ນທະບຽນໃໝ່ ແລະ ຈ່າຍ ເງິນສົມທົບໄດ້ 41.814 ຄົນ ເທົ່າ ກັບ 50% ຂອງແຜນການ (ມະຕິ ສພຊ: 84.126 ຄົນ); ໄດ້ຄົ້ນ ຄວ້າ ແລະ ຂໍອະນຸມັດງົບປະມານ ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີ ຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດ ຊາດປະຊາທິປະໄຕ ຕາມດຳລັດ 57/ລບ ຈໍານວນ 7.290 ທ່ານ ລື່ນ ແຜນການ 376% (ມະຕິ ສພຊ: 1.530 ທ່ານ) ເປັນເງິນປະມານ 125.67 ຕື້ກີບ (ມະຕິ ສພຊ: 25 ຕື້ກີບ) ແລະ ໃຫ້ພະນັກງານເສຍ ອົງຄະ ຈໍານວນ 41 ທ່ານ ເປັນເງິນ 200,02 ລ້ານກີບ. ສ່ວນຂະແໜງວັດທະນະທຳ ແລະ ການທ່ອງທ່ຽວ,ໃນໄລຍະ 9 ເດືອນຕົ້ນປີ 2026 ມີນັກທ່ອງທ່ຽວ ສາກົນເຂົ້າມາ ສປປ ລາວ ໄດ້ 3.279.241 ເທື່ອຄົນເທົ່າກັບ 73% ຂອງແຜນການປີ (ມະຕິ ສພຊ: 4.462.252 ເທື່ອຄົນ) ຄາດຄະເນໝົດປີ 3.664.568 ເທື່ອຄົນ ເທົ່າກັບ 81,8% ຂອງ ແຜນການ(ຫລຸດລົງປະມານ20% ທຽບໃສ່ປີ 2025) ສ້າງລາຍຮັບ ໝູນວຽນຈາກການທ່ອງທ່ຽວ ໄດ້ 960 ກວ່າລ້ານໂດລາ. ສໍາເລັດ ການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນເທສະບານ ເມືອງວັງວຽງ, ສໍາ ເລັດການຮັບຮອງແຜນພັດທະນາ ການທ່ອງທ່ຽວຂອງ ສປປ ລາວ ສໍາລັບປີ 2026-2030, ສໍາເລັດ ການຮ່ວມມືແກ້ໄຂບັນຫາທົ່ວ 0 ໂດລາ ໂດຍໄດ້ລົງກວດກາຮ້ານ ຂາຍເຄື່ອງທີ່ລະນຶກທີ່ໄດ້ຮັບການ ລາຍງານກ່ຽວກັບການບັງຄັບຊື້ ສິນຄ້າແພງ ແລະ ບໍ່ມີຄຸນນະພາບ, ແລະ ຝຶກອົບຮົມ ນໍາໃຊ້ລະບົບອະນຸ ຍາດນໍາເຂົ້ານັກທ່ອງທ່ຽວແບບ ອອນລາຍ ເພື່ອຫັນເປັນທັນສະໄໝ. ຂປລ. ໃນຍຸກປັດຈຸບັນ, ໄພຄຸກ ຄາມຕໍ່ເຍົາວະຊົນ ແລະ ຄົນຮຸ່ນໃໝ່ ບໍ່ໄດ້ມາໃນຮູບແບບຂອງສົງຄາມ ຫລື ຄວາມຮຸນແຮງເທົ່ານັ້ນ, ແຕ່ມາ ໃນຮູບແບບຂອງຄວາມເພີດເພີນທີ່ ແຝງດ້ວຍຢາພິດ”ນັ້ນ, ກໍຄືການຕິດ ເກມ ແລະ ການຕິດຢາເສບຕິດ ຊຶ່ງ ເປັນສອງຜົນຮ້າຍທີ່ຄອຍດຶງອະນາ ຄົດຂອງຊາດ ໂດຍທີ່ເຮົາອາດບໍ່ທັນ ຮູ້ສຶກຕົນ. ສຳລັບຄໍລຳ “ແລກປ່ຽນ” ມື້ນີ້ ຂໍນຳສະເໜີຜົນຮ້າຍສອງບັນຫາ ດັ່ງກ່າວມາແລກປ່ຽນຄື: ບັນຫາ ການຕິດເກມ ແລະ ຕິດຢາເສບຕິດ. ແນວໃດກໍດີ, ສຳລັບການຕິດເກມ ແມ່ນບັນຫາໄພເຢັນ ທີ່ລັກເວລາ ແລະ ຄວາມຝັນ, ຮູບແບບຄວາມ ຮ້າຍແຮງ ທັງມີຜົນກະທົບຕໍ່ຕົນເອງ ໂດຍສະເພາະທຳລາຍສຸຂະພາບຮ່າງ ກາຍ, ສາຍຕາເສື່ອມ, ປວດຫລັງ, ນອນບໍ່ຫລັບ, ລະບົບເຜົາຜານຜິດ ປົກກະຕິ. ທັງຍັງທຳລາຍສຸຂະພາບ ຈິດ ອັນເກີດອາການຫງຸດຫງິດກັງ ວົນກັງວາຍ, ອຸກອັ່ງ, ອາລົມຮ້ອນ ງ່າຍ ແລະ ເກີດເປັນພະຍາດໄດ້. ນອກຈາກນີ້, ຍັງສາມາດສົ່ງຜົນ ໂດຍ: ຢ່າາົ່ຕົ່ງ່ງ zq oIh kpme]kp7q oI5 j o.\j 8y fgd,{8y f1kgl[8y f ກະທົບຕໍ່ອະນາຄົດ ອັນເຮັດໃຫ້ຂາດ ສະມາທິໃນການຮຽນ, ຜົນການ ຮຽນ/ການເຮັດວຽກຕົກຕ່ຳ, ຕັດ ຂາດຈາກສັງຄົມ. ເກມໃຫ້ຄວາມ ຮັກ, ຄວາມເກັ່ງ, ແລະ ຄວາມ ສຳເລັດ, ແຕ່ມັນສາມາດລັກເວລາ, ອະນາຄົດ ແລະ ຄວາມເປັນຈິງໄປ ຈາກຊີວິດຈິງ. ສ່ວນການຕິດຢາເສບຕິດ ມັນ ສາມາດທຳລາຍຊີວິດ ແລະ ຄອບ ຄົວຢ່າງຮ້າຍແຮງ ຊຶ່ງການຕິດຢາ ເສບຕິດ ແມ່ນການຕິດສານເຄມີທີ່ ຮ້າຍແຮງ ແລະ ອັນຕະລາຍທີ່ສຸດຄື: ສົ່ງຜົນກະທົບຕໍ່ຕົນເອງສານເຄມີ ເຂົ້າໄປທຳລາຍລະບົບປະສາດແລະ ສະໝອງໂດຍກົງ, ເຮັດໃຫ້ເກີດອາ ການຫລົງຜິດ, ທຳລາຍອະໄວຍະ ວະພາຍໃນ ແລະ ສ່ຽງເສຍຊີວິດ ໄດ້ ທຸກນາທີ. ພ້ອມດຽວກັນນີ້, ຍັງສາ ມາດສົ່ງຜົນກະທົບຕໍ່ຄອບຄົວ ແລະ ສັງຄົມ ຊຶ່ງຢາເສບຕິດດຶງດູດຜູ້ຕິດ ເຂົ້າສູ່ການກໍ່ອາຊະຍາກຳ (ຂີ້ລັກ, ປຸ້ນຈີ້, ໃຊ້ຄວາມຮຸນແຮງ) ເພື່ອຫາ ເງິນມາຊື້ຢາ, ສ້າງຄວາມແຕກແຍກ ແລະ ທຳລາຍຫົວໃຈຂອງພໍ່ແມ່ຕື່ມ ອີກ. ຢາເສບຕິດບໍ່ມີຄຳວ່າ “ຂໍລອງ ພຽງຄັ້ງດຽວ” ຖ້າພາດກ້າວເຂົ້າ ໄປ ແນ່ນອນວ່າຈຸດຈົບມີພຽງແຕ່ “ຄຸກ” ຫລື “ການເສຍຊີວິດ”. ແນວໃດກໍຕາມ, ການປຽບທຽບ ລະຫວ່າງການຕິດເກມ ແລະ ການ ຕິດຢາເສບຕິດ. ໃນນັ້ນ, ເກມແມ່ນ ເຮັດໃຫ້ເສຍເວລາ, ເສຍໂອກາດ, ເສຍສຸຂະພາບ. ສ່ວນຢາເສບຕິດ ແມ່ນສາມາດພາໃຫ້ເຮົາເສຍຊີວິດ, ເສຍອິດສະລະພາບ, ເສຍທຸກຢ່າງ ແລະ ຜິດຕໍ່ກົດໝາຍ (ມີໂທດຈຳ ຄຸກ). ການຟື້ນຟູສຳລັບຕິດເກມ ແມ່ນປັບພຶດຕິກຳ ແລະ ລະບຽບວິ ໄນຂອງຕົນເອງ. ຂະນະທີ່ຢາເສບ ຕິດຕ້ອງໃຊ້ການແພດ, ຢາບຳບັດ ແລະ ທໍລະມານ. ແນວໃດກໍຕາມ, ການແກ້ບັນຫາ ດັ່ງກ່າວ ສຳລັບໄວໜຸ່ມ-ເຍົາວະຊົນ ຈົ່ງມີສະຕິໃນການເລືອກຄວາມບັນ ເທີງ, ປ່ຽນພະລັງຈາກການຫລິ້ນ ເກມ, ເສບຢາມາເປັນການຫລິ້ນ ກິລາ,ສ້າງທັກສະໃໝ່.ພ້ອມນີ້,ຄອບ ຄົວພໍ່ແມ່ຕ້ອງໃຫ້ຄວາມຮັກ, ຄວາມ ອົບອຸ່ນ ແລະ ເວລາກັບລູກ; ຮັບຟັງ ແລະ ເປັນທີ່ປຶກສາ ເພື່ອບໍ່ໃຫ້ລູກ ຕ້ອງໜີຄວາມເຄັ່ງຕຶງໄປເພິ່ງເກມ ຫລື ຢາເສບຕິດ. ຂະນະດຽວກັນ, ສັງຄົມ ກໍຕ້ອງມີການຮ່ວມມືກັນ ເປັນຫູເປັນຕາ, ສ້າງກິດຈະກຳ ສ້າງ ສັນໃຫ້ເຍົາວະຊົນ ແລະ ບໍ່ລັງກຽດ ຜູ້ທີ່ກຳລັງບຳບັດ ແຕ່ໃຫ້ໂອກາດ ເຂົາເຈົ້າກັບຄືນສູ່ສັງຄົມ. ຂອບການຮ່ວມມືໜຶ່ງແລວ-ໜຶ່ງ ເສັ້ນທາງ (BRI), ຂອບການຮ່ວມ ມືແຫ່ງອາຊີ (ACD), ຂອບການ ຮ່ວມມືອາຊີຕາເວັນອອກ-ອາເມລິ ກາລາຕິນ (FEALAC) ແລະ ບັນ ດາຂອບການຮ່ວມມືແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງ ຄາ,ແມ່ນໍ້າຂອງ-ຍີ່ປຸ່ນ,ແມ່ນໍ້າຂອງ- ສ ເກົາຫລີ ແລະ ແມ່ນໍ້າຂອງ-ສ ອາ ເມລິກາ. ພ້ອມດຽວກັນນັ້ນ, ກໍໄດ້ ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບ ກຽດເປັນປະທານກອງປະຊຸມລະ ດັບສຸດຍອດ ແລະ ເປັນເຈົ້າພາບ ໃນເຫດການທາງການທູດທີ່ສຳຄັນ ຂອງພາກພື້ນ ແລະ ສາກົນ ເປັນຕົ້ນ ເປັນປະທານໝູນວຽນອາຊຽນ ຈໍາ ນວນ 3 ຄັ້ງ, ເປັນເຈົ້າພາບກອງ ປະຊຸມສຸດຍອດເຂດສາມຫລ່ຽມ ພັດທະນາ ກໍາປູເຈຍ-ລາວ-ຫວຽດ ນາມ(CLV)ຈໍານວນ5ຄັ້ງ,ກອງ ປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດ ນາມ (CLMV) ຈໍານວນ 3 ຄັ້ງ, ກອງປະຊຸມລັດຖະສະພາໄອໂປ, ກອງປະຊຸມລັດຖະມົນຕີຕ່າງປະ ເທດບັນດາປະເທດໃຊ້ພາສາຝຣັ່ງ ຫລື ຝຣັງໂກໂຟນີ ຄັ້ງທີ 23, ກອງ ປະຊຸມສຸດຍອດບັນດາປະເທດອານຸ ພາກພື້ນແມ່ນໍ້າຂອງ (GMS) ຄັ້ງ ທີ 3, ກອງປະຊຸມປະຈໍາປີ ຄັ້ງທີ 17 ເວທີປຶກສາຫາລືລັດຖະສະພາ ອາຊີ-ປາຊີຟິກ (APPF), ງານ ມະຫະກໍາກິລາຊີເກມ ຄັ້ງທີ 25, ກອງປະຊຸມສາກົນ ວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ ຄັ້ງ ທໍາອິດ ໃນປີ 2010 ແລະ ພິເສດ ໃນປີ 2026 ນີ້ ສປປ ລາວ ກໍໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ ຮອບ ວຽນທີ 3 ຊຶ່ງໄດ້ຮັບຜົນສຳເລັດ ຢ່າງຈົບງາມຕາມເປົ້າໝາຍ ແລະ ໄດ້ຮັບຮອງເອົາເອກະສານຜົນກອງ ປະຊຸມຢ່າງເປັນເອກະສັນ ຈໍານວນ 3 ສະບັບ ຄື: 1. ເອກະສານທົບທວນ ການຈັດຕັ້ງປະຕິບັດແຜນປະຕິບັດ ງານໂລຊານ 2022-2026, 2. ຖະແຫລງການການເມືອງນະຄອນ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==