7386

15/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ dkod+ lh k' c]t glu ,0tspkp0v'ra dcI''kogdq ks]u ຂປລ. ໃນວັນທີ 10 ຕຸລາ ປີ 1945, 81 ປີ ກ່ອນໜ້ານີ້, ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຫ ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ໄດ້ປະກາດສ້າງຕັ້ງ ພັກ ແຮງງານເກົາຫລີ, ກອງກຳລັງ ນຳພາຂອງຊົນຊັ້ນກຳມະກອນ ເກົາຫລີ ທີ່ແທ້ຈິງ. ດ້ວຍຄວາມ ເຂົ້າໃຈອັນເລິກເຊິ່ງເຖິງບົດບາດ ນຳພາຂອງພັກ ໃນການປະຕິວັດ ແລະ ການກໍ່ສ້າງ, ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ໄດ້ສ້າງຕັ້ງພັກ ແຮງງານເກົາຫລີ ຢ່າງທັນການ ພາຍຫລັງການປົດປ່ອຍເກົາຫລີ ຈຶ່ງໄດ້ສ້າງອົງການນຳພາການ ເມືອງທີ່ເຂັ້ມແຂງ ເພື່ອນຳພາ ພາ ລະກິດກໍ່ສ້າງລັດ ແລະ ກອງທັບ ແລະ ການປະຕິວັດປະຊາທິປະໄຕ ຕ້ານການຮຸກຮານໃຫ້ສຳເລັດຜົນ. ພາຍໃຕ້ການຊີ້ນຳ-ນຳພາ ອັນປີຊາສາມາດຂອງສະຫາຍ ກິມ ອິນ ຊຸງ, ພັກແຮງງານເກົາ ຫລີ ໄດ້ນຳພາການປະຕິວັດປະ ຊາທິປະໄຕຕ້ານການຮຸກຮານ, ສົງຄາມປົດປ່ອຍປິຕຸພູມເກົາຫລີ, ພາລະກິດຟື້ນຟູປະເທດຊາດຫລັງ ສົງຄາມ, ການປະຕິວັດສັງຄົມ ນິຍົມໄປສູ່ໄຊຊະນະ. ພັກແຮງງານເກົາຫລີ ໄດ້ ກ້າວຂຶ້ນສູ່ສັງກາດໃໝ່ຂອງການ ເຕີບໃຫຍ່ຂອງຕົນ ໂດຍສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ເປັນຜູ້ສືບທອດ ພາລະກິດການປະຕິວັດ ແລະ ຜູ້ ນຳຂອງພັກ. ພັກແຮງງານເກົາຫລີ ໄດ້ນຳ ໃຊ້ແນວຄິດ ແລະ ທິດສະດີກໍ່ສ້າງ ພັກຂອງສະຫາຍ ກິມ ເຈິງ ອິນ ເຂົ້າໃນການເສີມຂະຫຍາຍພັກ ແຮງງານເກົາຫລີໃຫ້ເປັນພັກຂອງ ຜູ້ນຳ, ພັກການປະຕິວັດຈຸດເຊ. ໃນ ຕະຫລອດໄລຍະແຫ່ງການນຳພາ ພັກແຮງງານເກົາຫລີ, ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາການເສີມ ສ້າງພັກຂອງ ປະທານ ກິມ ອິນ ຊຸງ ລວມທັງຊື່ແລະ ຄວາມເປັນຈິງເປັນ ພາລະກິດຕົ້ນຕໍ ແລະ ດຳເນີນການ ຈັດຕັ້ງປະຕິບັດຢ່າງມີໝາກຜົນ. ສະຫາຍໄດ້ພັດທະນາແນວ ຄິດປະຕິວັດ, ແນວຄິດຈຸດເຊທີ່ ປະທານ ກິມ ອິນ ຊຸງ ສ້າງຕັ້ງຂຶ້ນ ໃຫ້ເປັນຮູບປະທຳ ແລະ ເປັນແນວ ຄິດຊີ້ນຳພຽງໜຶ່ງດຽວຂອງພັກ ແຮງງານເກົາຫລີ, ທັງໄດ້ຖືເອົາ ແນວຄິດດັ່ງກ່າວນີ້ເປັນຕົວແບບ ກໍຄືໂຄງການອັນສູງສຸດໃນທົ່ວ ສັງຄົມ. ຍ້ອນການຊີ້ນຳ-ນຳພາ ຂອງສະຫາຍ, ພັກແຮງງານ ເກົາຫລີ ໄດ້ຮັບການພັດທະນາ ໃຫ້ເປັນອົງການຈັດຕັ້ງທີ່ມີຄວາມ ປອດໃສ, ເຂັ້ມແຂງ ແລະ ເປັນ ເອກະພາບໃນການກະທຳຕົວຈິງ, ເປັນອົງການຈັດຕັ້ງທີ່ມີລະບົບ ແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການນຳພາທີ່ເປັນ ໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງ ພັກແຮງງານເກົາຫລີ ໃຫ້ເປັນ ພັກທີ່ຮັບໃຊ້ມວນຊົນ, ມີຄວາມ ຮັບຜິດຊອບຢ່າງເຕັມສ່ວນຕໍ່ ຈຸດໝາຍ ແລະ ອຸດົມການຂອງ ປະຊາຊົນທັງຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດຢ່າງແທ້ ຈິງ. ການເຊີດຊູເສີມຂະຫຍາຍ ສາຍກ່ຽວພັນແບບກາຍຍະອິນຊີ ລະຫວ່າງພັກແຮງງານເກົາຫລີ ແລະ ປະຊາຊົນ ລວມທັງຄວາມ ເ ປັນປຶກແຜ່ນແໜ້ນໜາຂອງ ຮາກຖານມວນຊົນຂອງພັກ ເປັນ ຫລັກການທີ່ສຳຄັນໃນການກໍ່ສ້າງ ພັກ ກໍຄື ການຄົງຕົວ ແລະ ຂະ ຫຍາຍຕົວຂອງພັກ. ສະຫາຍໄດ້ ເຫັນແຈ້ງວ່າທຸກການຈັດຕັ້ງ ແລະ ພະນັກງານລ້ວນແຕ່ຕ້ອງດຳເນີນ ການຈັດຕັ້ງປະຕິບັດ ເພື່ອຜົນປະ ໂຫຍດຂອງມະຫາຊົນດຳລົງຊີວິດ ຕິດແທດກັບມະຫາຊົນ ແລະ ເປັນ ຜູ້ຮັບໃຊ້ມະຫາຊົນ. ຍ້ອນມີແນວທາງການເມືອງ ທີ່ຮັບໃຊ້ສິດຜົນປະໂຫຍດຂອງທົ່ວ ປວງຊົນ, ພັກແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນສຳເລັດໃນການ ເຕົ້າໂຮມຄວາມເປັນເອກະພາບຈິດ ໜຶ່ງໃຈດຽວຂອງຜູ້ນຳ ກໍຄື ຂອງ ພັກ ແລະ ຂອງມວນຊົນເປັນເທື່ອ ທຳອິດໃນປະຫວັດສາດທ່າມກາງ ຄວາມຜັນຜວນທາງການເມືອງ ຂອງໂລກ, ນຳພາສັງຄົມເກົາຫລີ ໃຫ້ເປັນຄອບຄົວສັງຄົມນິຍົມທີ່ເປັນ ປຶກແຜ່ນ ແລະ ສະແດງໃຫ້ເຫັນ ຄວາມເກັ່ງກ້າສາມາດຂອງພັກ ທີ່ໄດ້ນຳພາປວງຊົນທັງຊາດເດັດ ດ່ຽວຍາດເອົາໄຊຊະນະໃນການ ສ້າງສັງຄົມນິຍົມທີ່ໄດ້ຮັບການ ສະໜັບສະໜູນ ແລະ ເຊື່ອໝັ້ນຈາກ ປວງຊົນຕະຫລອດມາ. ສະຫາຍ ກິມ ເຈິງ ອິນ ໄດ້ ນຳພາກອງທັບ ແລະ ປະຊາຊົນ ສປປ ເກົາຫລີ ໄປສູ່ຄວາມມີນ້ຳ ໃຈເດັດດ່ຽວເຂັ້ມແຂງສາມາດ ຍາດເອົາຜົນສຳເລັດໃນການ ຈັດຕັ້ງປະຕິບັດແນວທາງຂອງ ພັກ ໃນການສູ້ຊົນກໍ່ສ້າງປະເທດ ສັງຄົມນິຍົມ. ການຫັນເອົາພັກໄປ ເຮັດວຽກໂດຍກົງກັບປະຊາຊົນ, ເຮັດຕາມຄວາມຄິດ ແລະ ຄວາມ ຮູ້ສຶກຂອງປະຊາຊົນໃນຄາວທີ່ ສະຫາຍຍັງເຍົາໄວນັ້ນ, ສະຫາຍ ໄດ້ນຳພາພັກແຮງງານເກົາຫລີ ໃຫ້ຖືເອົາຄວາມຄິດຂອງປະຊາຊົນ ເປັນຂໍກະແຈໃນການດຳເນີນ ການປະຕິວັດ ແລະ ການກໍ່ສ້າງ ປະເທດຊາດ, ຖືເອົາວຽກງານ ການເມືອງແນວຄິດເປັນກົກໃນ ທຸກວຽກງານ ເພື່ອຊຸກຍູ້ທຸກວິທີ ທາງໃຫ້ເກີດຄວາມຫ້າວຫັນໃນ ການປະຕິວັດຢ່າງປະດິດສ້າງ ຂອງມວນຊົນ ແລະ ເຊື່ອໝັ້ນ ກຳລັງແຮງຂອງເຂົາເຈົ້າທີ່ຈະ ສ້າງປະຫວັດສາດໃນການຫັນ ປ່ຽນທຳມະຊາດມາຮັບໃຊ້ສັງຄົມ ຕາມແນວຄິດຈຸດເຊ ວາງໄວ້. ຍ້ອນການນຳພາທີ່ມີວິໄສທັດ ຍາວໄກຂອງສະຫາຍ ກິມ ເຈິງ ອິນ ທີ່ໄດ້ອຸທິດຄວາມມານະພະຍາຍາມ ແຕ່ຫົວທີໃນການເສີມຂະຫຍາຍ ການເມືອງແນວຄິດອັນໜັກແໜ້ນ ໃນຂະບວນການປະຕິວັດ ແລະ ກໍ່ສ້າງປະເທດຊາດ, ບັນດາພະນັກ ງານ, ທະຫານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫລີ ດ້ວຍຈິດໃຈ ອັນເຂັ້ມແຂງທີ່ບໍ່ມີຫຍັງເອົາຊະນະ ໄດ້ສາມາດຫັນປ່ຽນໂສມໜ້າຂອງ ປະເທດຊາດ, ພ້ອມກັນສຸມກຳລັງ ພັດທະນາເສດຖະກິດແຫ່ງຊາດ ກ້າວສູ່ທັນສະໄໝແລະ ຍູ້ແຮງການ ພັດທະນາວິທະຍາສາດເຕັກໂນໂລ ຊີ, ຍາດເອົາໄຊຊະນະໃນການສ້າງ ວັດທະນະທຳສັງຄົມນິຍົມພາຍໃຕ້ ເງື່ອນໄຂທີ່ເຕັມໄປດ້ວຍຄວາມ ຫຍຸ້ງຍາກ. ພັກແຮງງານເກົາຫລີ ຊຶ່ງ ສະຫາຍ ກິມ ອິນ ຊຸງ ໄດ້ກໍ່ສ້າງ ແລະ ສະຫາຍ ກິມ ເຈິງ ອິນ ໄດ້ ເພີ່ມພູນຄູນສ້າງໄດ້ຮັບການຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງໃຫ້ເປັນ ກອງເສນາທິການຂອງການ ປະຕິວັດເກົາຫລີ ໂດຍສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ. ພາຍໃຕ້ ການຊີ້ນຳໆພາອັນສະຫລາດສ່ອງ ໃສຂອງສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານ ເກົາຫລີ, ທີ່ມີຄວາມສາມາດໃນ ການນຳພາ ແລະ ຄວາມສາມາດ ໃນການສູ້ຊົນຂອງພັກແຮງງານ ເກົາຫລີ ໃຫ້ໄດ້ຮັບການເພີ່ມທະວີ ຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ ເປີດກວ້າງ. ພາຍໃຕ້ການເຄື່ອນໄຫວອັນມີ ພະລັງທາງດ້ານແນວຄິດ ແລະ ທິດ ສະດີ ແລະ ການຊີ້ນຳໆພາອັນ ສະຫລາດສ່ອງໃສຂອງສະຫາຍ, ແນວຄິດການປະຕິວັດຂອງບັນ ດາຜູ້ນໍາທີ່ຍິ່ງໃຫຍ່ໃນເມື່ອກ່ອນ ຈຶ່ງໄດ້ຖືກສ້າງຂຶ້ນເປັນລັດທິ ກິມ ອິນ ຊຸງ -ລັດທິ ກິມ ເຈິງ ອິນ ແລະ ປະຊາຊົນ ສປປ ເກົາຫລີ ມີຄວາມເຊື່ອໝັ້ນທີ່ຈະເດີນໜ້າ ໄປສູ່ເສັ້ນທາງເອກະລາດ ແລະ ສັງຄົມນິຍົມ. ສະຫາຍໄດ້ມີທັດ ສະນະຄະຕິອັນສູງສົ່ງຕໍ່ປະຊາຊົນ ດັ່ງທີ່ສະຫາຍນັບຖືບັນດາຜູ້ນຳທີ່ ຍິ່ງໃຫຍ່ຂອງ ສປປ ເກົາຫລີ ຊຶ່ງ ໄດ້ຖືເອົາປະຊາຊົນເປັນພະເຈົ້າ ແລະ ໄດ້ປົກຄອງການເມືອງດ້ວຍ ຄວາມຮັກຂອງປະຊາຊົນ ເພື່ອຜັນ ແປຄວາມຝັນ ແລະ ອຸດົມຄະຕິ ອັນສວຍງາມຂອງເຂົາເຈົ້າໃຫ້ ກາຍເປັນຄວາມເປັນຈິງ ແລະ ເຕົ້າ ໂຮມເຂົາເຈົ້າໃຫ້ເປັນໜຶ່ງດຽວຢູ່ ອ້ອມຂ້າງພັກແຮງງານເກົາຫລີ ດ້ວຍຄວາມຮັກ ແລະ ຄວາມໄວ້ ເນື້ອເຊື່ອໃຈ. ພາຍຫລັງທີ່ໄດ້ຮັບການແຕ່ງ ຕັ້ງເປັນຜູ້ບັນຊາການສູງສຸດຂອງ ກຳລັງປະກອບອາວຸດແຫ່ງ ສປປ ເກົາຫລີ, ສະຫາຍໄດ້ກວດກາ ບັນດາກອງທະຫານໂດຍທີ່ບໍ່ໄດ້ ພັກເຊົາ ຊຶ່ງເປັນແຮງຊຸກຍູ້ອັນມີ ພະລັງໃຫ້ແກ່ການເພີ່ມຂີດຄວາມ ສາມາດໃນການປ້ອງກັນຊາດ ດ້ວຍຕົວເອງ ແລະ ເປັນແຮງຊຸກຍູ້ ອັນມີພະລັງໃຫ້ແກ່ການກ້າວໜ້າ ອັນມີໄຊຂອງລັດທິສັງຄົມນິຍົມ ກຳລັງແຮງລວມແຫ່ງຊາດໄດ້ ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປ ເກົາຫລີ ກາຍເປັນ ປະເທດທີ່ມີຄວາມເຂັ້ມແຂງທາງ ດ້ານວຽກງານປ້ອງກັນປະເທດ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນ ກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນ ມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າ ເກົ່າ ແລະ ຮັບປະກັນການປົກປັກ ຮັກສາສະພາບແວດລ້ອມແຫ່ງ ສັນຕິພາບ ແລະ ສະຖຽນລະພາບ ຢ່າງໝັ້ນຄົງ. ຍ້ອນມີ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານ ເກົາຫລີ, ປະທານກິດຈະການ ແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ຄຸນງາມຄວາມດີຂອງສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ໃນການກໍ່ສ້າງພັກ ແຮງງານເກົາຫລີ ຈະເປັນທວນ ໄຟອັນສະຫວ່າງສະໄຫວຢູ່ຄູ່ກັບ ປະເທດ ສປປ ເກົາຫລີ ສັງຄົມນິຍົມ ທີ່ຍາດໄດ້ໄຊຊະນະຕະຫລອດມາ. (ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 81 ປີ, 10/10/1945-10/10/2026)ື່ັ້ັ້ັົີົີ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມອບ-ຮັບປຶ້ມແບບຮຽນ...ັຶ້ ຫາລືຮ່ວມຈັດສົ່ງແຮງງານ...ື່ັົ່ ແລະ ຊຸດອຸປະກອນກິລາດອກ ປີກໄກ່. ສ່ວນອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ແມ່ນມອບປຶ້ມແບບ ຮຽນວິຊາຄະນິດສາດຊັ້ນປະຖົມ ສຶກສາ 2.692 ຫົວ ສໍາລັບນັກຮຽນ ປະຖົມທຸກຄົນຕັ້ງແຕ່ຂັ້ນ ປ1-ປ5. ໂອກາດນີ້, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ພາຍຫລັງນໍ້າບົກແຫ້ງ ບັນດາສະຖານການສຶກສາທີ່ໄດ້ຮັບ ຜົນກະທົບກໍໄດ້ມີການອະນາໄມ, ສ້ອມແປງໃຫ້ນັກຮຽນສາມາດກັບ ມາຮຽນໄດ້ ແຕ່ປາສະຈາກບໍ່ໄດ້ອາ ຄານຮຽນບາງຫລັງທີ່ຖືກນໍ້າເຊາະ ເຈື່ອນຕ້ອງໄດ້ໃຊ້ເວລາໃນການ ສ້ອມແປງ ແລະ ກໍ່ສ້າງຄືນໃໝ່ ຊຶ່ງພະແນກສຶກສາທິການ ແລະ ກິລາແຂວງທັງສອງແຂວງກໍໄດ້ ສົມທົບກັບຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນແຂວງປະເມີນ ຜົນເສຍຫາຍທີ່ກະທົບ ແລະ ສ້າງ ແຜນຟື້ນຟູຫລັງໄພພິບັດ ໄດ້ສະເໜີ ອົງການປົກຄອງຂັ້ນແຂວງບັນຈຸ ເຂົ້າໃນແຜນຟຶ້ນຟູຂອງອົງການ ປົກຄອງທ້ອງຖິ່ນ ແລະ ເບື້ອງກະ ໂອກາດດັ່ງກ່າວ, ທ່ານຮອງ ລັດຖະມົນຕີກະຊວງ ຮສສ ຍັງໄດ້ ສະເໜີຕໍ່ຝ່າຍເມືອງຊອງຈູ ເພື່ອ ພິຈາລະນາ 2 ບັນກາສໍາຄັນຄື: ດ້ານ ສະຫວັດດີການ ແລະ ຄວາມປອດ ໄພ: ໃນລະດູຮ້ອນຂອງ ສ ເກົາຫລີ ຂໍ ໃຫ້ເມືອງຊອງຈູ ຊ່ວຍຕິດຕາມການ ເຮັດວຽກຂອງແຮງງານຢ່າງໃກ້ ຊິດ, ຫລີກເວັ້ນການໃຫ້ແຮງງານ ເຮັດວຽກກາງແຈ້ງດົນເກີນໄປ ເພື່ອ ປ້ອງກັນຄວາມສ່ຽງຈາກພາວະຮິດ ສະໂຕກ (Heatstroke) ພ້ອມທັງ ສະເໜີໃຫ້ສະໜອງນໍ້າດື່ມ, ພັດລົມ ນ້ອຍ ຫລື ເສື້ອທີ່ມີພັດລົມລະບາຍ ອາກາດໃຫ້ແກ່ແຮງງານ. ດ້ານ ການຄັດເລືອກ ແລະ ເງື່ອນໄຂແຮງ ງານ: ເນື່ອງຈາກເມືອງຊອງຈູ ມີ ຄວາມຕ້ອງການແຮງງານຊາຍເປັນ ສ່ວນໃຫຍ່ເຮັດໃຫ້ການສະໜອງ ແຮງງານມີຂໍ້ຈຳກັດ, ຈຶ່ງສະເໜີໃຫ້ ພິຈາລະນາເພີ່ມເກນອາຍຸແຮງງານ ຊາຍເປັນ 45 ປີ, ເພດຍິງເປັນ 40 ປີ, ພ້ອມທັງເພີ່ມໂກຕ້າແບບຄູ່ຜົວເມຍ ເນື່ອງຈາກແຮງງານຊາຍ ສ່ວນໃຫຍ່ມີຄວາມຕ້ອງການໄປ ເຮັດວຽກເປັນຄູ່ຫລາຍກວ່າ. ເມືອງຊອງຈູ ໄດ້ລິເລີ່ມລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືດ້ານການຈັດ ສົ່ງແຮງງານລະດູການຮ່ວມກັບ ກົມການຈັດຫາງານໃນວັນທີ 20 ພະຈິກ 2023 ແລະ ໄດ້ເລີ່ມຈັດສົ່ງ ແຮງງານລາວ ໄປເຮັດວຽກຕາມ ລະດູການຢູ່ເມືອງຊອງຈູ ນັບແຕ່ ປີ 2024 ເປັນຕົ້ນມາ. ຜ່ານການ ຈັດຕັ້ງປະຕິບັດຕົວຈິງ ຕົວເລກ ການຈັດສົ່ງແຮງງານ ປີ 2024 ສາມາດຈັດສົ່ງແຮງງານທັງໝົດ 153 ຄົນ (ບໍ່ມີແຮງງານໂຕນ/ ຜິດລະບຽບ), ປີ 2025 ຈັດສົ່ງ ແຮງງານທັງໝົດ 1.292 ຄົນ (ໂຕນໜີ1 ຄົນ) ແລະ ປີ 2026 ຈັດ ສົ່ງແຮງງານທັງໝົດ 1.333 ຄົນ (ໂຕນໜີ 6 ຄົນ). ແຮງງານທີ່ຖືກ ຄັດເລືອກ ແລະ ຈັດສົ່ງສ່ວນຫລາຍ ແມ່ນຜູ້ທີ່ມີປະສົບການໃນຂະແໜງ ການກະສິກຳ-ປູກຝັງ ໂດຍໄດ້ເນັ້ນ ໃສ່ການຄັດເລືອກ ແລະ ສໍາພາດ ແຮງງານບັນດາເມືອງໃນແຂວງ. ຜ່ານການຈັດຕັ້ງປະຕິບັດຜ່ານ ມາ ເຫັນວ່າ: ເມືອງຊອງຈູ ເປັນ ເມືອງທີ່ມີຄວາມຕ້ອງການແຮງ ງານຈາກ ສປປ ລາວ ເພີ່ມຂຶ້ນ ຫລາຍ ໂດຍສະເພາະແມ່ນແຮງງານ ເພດຊາຍ. ນອກຈາກນີ້, ນາຍຈ້າງ ສ່ວນໃຫຍ່ຢູ່ເມືອງຊອງຈູ ໄດ້ປະຕິ ບັດຕາມລະບຽບເງື່ອນໄຂການນໍາ ໃຊ້ແຮງງານເປັນຢ່າງດີ, ມີການ ຕິດຕາມເບິ່ງແຍງແຮງງານຢ່າງ ໃກ້ຊິດເຮັດໃຫ້ຫລຸດຜ່ອນບັນຫາຂໍ້ ຂັດແຍ່ງລະຫວ່າງນາຍຈ້າງ ແລະ ຜູ້ອອກແຮງງານລາວ ໄດ້ຢ່າງມີ ປະສິດທິຜົນ, ພ້ອມທັງມີຄວາມ ຕ້ອງການນໍາໃຊ້ແຮງງານເກົ່າທີ່ມີ ປະສົບການເປັນສ່ວນໃຫຍ່. ຂໍ້ມູນ-ພາບ: ຂ່າວສານ ຮສສ ຊວງສຶກສາທິການ ແລະ ກິລາ ກໍ ໄດ້ມີການອວາຍທຶນການປຸກສ້າງ ໃນບ້ວງສຸກເສີນກອງທຶນຮ່ວມ ສາກົນ ເພື່ອການສຶກສາໄລຍະ 3 (GPE3) ມາກໍ່ສ້າງອາຄານຮຽນ ປະຖົມນາເຕີຍ ເມືອງນໍ້າທາ, ແຂວງ ຫລວງນໍ້າທາ. ພ້ອມນີ້, ກໍຍັງສະ ແດງຄວາມຂອບໃຈມາຍັງລັດຖະ ບານອົດສະຕຣາລີ ແລະ ອົງການ ຮ່ວມມືສາກົນຍີ່ປຸ່ນ JICA ທີ່ໃຫ້ ການສະໜັບສະໜູນວຽກງານການ ສຶກສາຢ່າງຕໍ່ເນື່ອງ, ລວມທັງໃນ ຊ່ວງເວລາທີ່ຜະເຊີນກັບຄວາມ ຫຍຸ້ງຍາກນີ້. ເຖິງແມ່ນວ່າຈະມີ ຄວາມຫຍຸ້ງຍາກທີ່ເກີດຈາກໄພພິ ບັດທາງທຳມະຊາດກໍຕາມ ແຕ່ການ ສຶກສາກໍຈະຕ້ອງສືບຕໍ່ດຳເນີນຕໍ່ໄປ. ທ່ານ ໄມໂຄ ຄາຣີ ເລຂາເອກສະ ຖານທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ລັດຖະບານອົດສະ ຕຣາລີ ຍິນດີຈະສະໜັບສະໜູນວຽກ ງານການຕອບສະໜອງຕໍ່ສະຖາ ນະການສຸກເສີນຂອງກະຊວງສຶກ ສາທິການ ແລະ ກິລາ ໂດຍການ ສະໜອງອຸປະກອນການຮຽນທີ່ ຈຳເປັນໃຫ້ແກ່ໂຮງຮຽນທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມ. ການ ຊ່ວຍເຫລືອນີ້, ສະທ້ອນໃຫ້ເຫັນ ເຖິງການຮ່ວມມືອັນແໜ້ນແຟ້ນລະ ຫວ່າງລັດຖະບານອົດສະຕຣາລີ ແລະ ສປປ ລາວ ແລະ ເປັນສ່ວນ ໜຶ່ງຂອງການຮ່ວມມືໃນວົງກວ້າງ ເພື່ອເສີມສ້າງການເຂົ້າເຖິງການ ສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ. ໂດຍການຊ່ວຍເຫລືອໂຮງຮຽນໃນ ການຈັດຫາອຸປະກອນການຮຽນ ທີ່ຈຳເປັນມາທົດແທນອຸປະກອນທີ່ ເສຍຫາຍຈາກໄພນໍ້າຖ້ວມ, ພວກ ເຮົາຕັ້ງເປົ້າໝາຍທີ່ຈະຫລຸດຜ່ອນ ຜົນກະທົບຕໍ່ການຮຽນການສອນ, ສະໜັບສະໜູນຄູແລະ ສ້າງເງື່ອນໄຂ ທີ່ດີຂຶ້ນໃຫ້ແກ່ນັກຮຽນ ເພື່ອໃຫ້ ເຂົາເຈົ້າສາມາດສືບຕໍ່ການຮຽນໄດ້ ໃນໄລຍະການຟື້ນຟູ. ໂອກາດດຽວກັນ, ທ່ານ ໂຄເບ ໂນບູຢູກິ ຮອງຫົວໜ້າອົງການຮ່ວມ ມືສາກົນຍີ່ປຸ່ນ ໄດ້ສະແດງຄວາມ ຍິນດີທີ່ຈະສະໜັບສະໜູນຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ໃນການຮັບມືກັບໄພນໍ້າຖ້ວມ ໂດຍໄດ້ສະໜອງປຶ້ມແບບຮຽນວິຊາ ຄະນິດສາດຊັ້ນປະຖົມສຶກສາໃນທຸກ ຊັ້ນຮຽນໃຫ້ແກ່ໂຮງຮຽນທີ່ໄດ້ຮັບ ຜົນກະທົບ ເພື່ອນຳມາທົດແທນປຶ້ມ ທີ່ເສຍຫາຍຈາກໄພນໍ້າຖ້ວມ, ຊ່ວຍ ໃຫ້ຄູສາມາດຈັດການຮຽນ-ການ ສອນໄດ້. ຂ່າວ: ກິດຕາ; ພາບ: ສຸກທະວີ

RkJQdWJsaXNoZXIy MTc3MTYxMQ==