gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 15/10/2026 xtgmf]k; ພິຈາລະນາຮ່າງກົດໝາຍ...ິ່ົ ສຊປລ ເປີດຝຶກອົບຮົມ...ີຶົົ ສະພາແຫ່ງຊາດ ພິຈາລະນາ...່ິ ສສຊ ເຂດ 17... ຫສນຍ ຕ້ອງກຳແໜ້ນ...້້ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ພາຍຫລັງທີ່ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ສະບັບ ປັບປຸງບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ໃນຖານະທີ່ເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າໄດ້ຜັດ ປ່ຽນກັນສຸມໃສ່ປະກອບຄຳຄິດຄຳ ເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ. ໃນ ນັ້ນ, ທ່ານ ລິດຕາ ຂັດທິຍະ ສສຊ ປະຈຳເຂດເລືອກຕັ້ງ 17 ແຂວງ ອັດຕະປື ໄດ້ສະເໜີໃຫ້ເພີ່ມຄວາມ ລະອຽດ ແລະ ຄວາມເຂັ້ມງວດໃນ ການກຳນົດລະດັບປະລິມານທາດ ເຫລົ້າໃນເລືອດສຳລັບຜູ້ຂັບຂີ່ຍານ ພາຫະນະແຕ່ລະປະເພດໃຫ້ຊັດເຈນ ຍິ່ງຂຶ້ນ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດຕົວຈິງ. ທ່ານລິດຕາຂັດທິຍະໄດ້ສະແດງ ຄວາມເຫັນດີເປັນເອກະພາບຕໍ່ ຮ່າງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ໂດຍເນັ້ນ ໃຫ້ເຫັນເຖິງຄວາມສຳຄັນຂອງ ການກຳນົດມາດຕະການຄວບຄຸມ, ບົດລົງໂທດ ແລະ ອັດຕາການປັບ ໃໝທີ່ເຂັ້ມງວດ ເພື່ອຫລຸດຜ່ອນຜົນ ກະທົບຕໍ່ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ແລະ ຄວາມ ເສຍຫາຍທາງດ້ານເສດຖະກິດ. ພ້ອມນີ້, ຍັງໃຫ້ການສະໜັບສະໜູນ ຕໍ່ການກຳນົດເຄື່ອງດື່ມທີ່ມີທາດ ເຫລົ້າທີ່ມີປະລິມານທາດເຫລົ້າແຕ່ 40% ຂຶ້ນໄປເປັນສິ່ງທີ່ຖືກຫ້າມ ຊຶ່ງ ເຫັນວ່າສອດຄ່ອງກັບກົດໝາຍວ່າ ດ້ວຍການປ້ອງກັນ ແລະ ຄວບຄຸມ ອຸບັດເຫດທີ່ເຄີຍມີມາ. ພ້ອມນີ້, ຍັງ ການຕື່ມແບບຟອມ ຫລື ການໃຫ້ ຄະແນນປະຈຳປີເທົ່ານັ້ນ, ແຕ່ແມ່ນ ເຄື່ອງມືສຳຄັນໃນການຍົກສູງ ຄຸນນະພາບການເຮັດວຽກ, ສ້າງ ລະບຽບວິໄນ, ຄວາມຮັບຜິດຊອບ ແລະ ສ້າງຄວາມເປັນທຳໃນການ ຄຸ້ມຄອງພະນັກງານ, ພ້ອມທັງ ຕ້ອງຫັນຈາກການປະເມີນຕາມ ຄວາມຮູ້ສຶກໄປສູ່ການປະເມີນທີ່ມີ ຫລັກຖານ, ມາດຖານ ແລະ ສາ ມາດກວດສອບໄດ້. ໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ເນັ້ນ 4 ບັນຫາສຳຄັນ ຄື: ການ ປະເມີນຕ້ອງອີງໃສ່ໜ້າທີ່ ທີ່ໄດ້ຮັບ ມອບໝາຍ, ຄຸນນະພາບຂອງວຽກ, ຄວາມທັນເວລາ ແລະ ຜົນສໍາເລັດ ທີ່ສາມາດພິສູດໄດ້, ຕ້ອງແຍກໃຫ້ ອອກລະຫວ່າງຜູ້ທີ່ເຮັດວຽກດີ, ມີຄວາມຄິດລິເລີ່ມ ແລະ ກ້າຮັບຜິດ ຊອບກັບຜູ້ທີ່ເຮັດວຽກພຽງແຕ່ໃຫ້ ຜ່ານໄປແຕ່ລະມື້; ຕ້ອງເອົາລະບຽບ ວິໄນ ແລະ ຄວາມຮັບຜິດຊອບ ເປັນເກນສໍາຄັນໃນການປະເມີນ. ພະນັກງານທີ່ດີນັ້ນ, ບໍ່ພຽງແຕ່ມີ ຄວາມຮູ້ ຫລື ຄວາມສາມາດ, ແຕ່ ຕ້ອງມີລະບຽບວິໄນ, ມີຈິດໃຈຮັບ ໃຊ້, ຮູ້ຈັກປະສານງານ ແລະ ຮັບ ຜະລິດເຄື່ອງດື່ມທີ່ມີທາດເຫລົ້າ ມີການຂະຫຍາຍຕົວເພີ່ມຂຶ້ນ, ການ ມອບພັນທະອາກອນທີ່ເພີ່ມຂຶ້ນສະ ແດງໃຫ້ເຫັນວ່າການບໍລິໂພກເຄື່ອງ ດື່ມທີ່ທາດເຫລົ້າໃນ ສປປ ລາວ ເພີ່ມຂຶ້ນເຊັ່ນດຽວກັນແຕ່ສິນຄ້າ ເຄື່ອງດື່ມທີ່ມີທາດເຫລົ້ານີ້, ແມ່ນມີ ຜົນກະທົບໂດຍກົງຕໍ່ສຸຂະພາບຂອງ ຜູ້ດື່ມແຕ່ວ່າການເກັບອາກອນສຸຂະ ພາບຈາກປະເພດສິນຄ້າເຄື່ອງດື່ມ ທີ່ມີທາດເຫລົ້າລວມທັງຢາສູບ ແລະ ທາດຫວານໃນ ສປປ ລາວ ເຫັນວ່າ ຍັງຕໍ່າຫລາຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ລາຄາສິນຄ້າປະເພດເຫລົ້າມີລາຄາ ບໍ່ສູງ ແລະ ເຮັດໃຫ້ການເຂົ້າເຖິງ ການບໍລິໂພກໄດ້ງ່າຍ ແລະ ຫລາຍ ຂຶ້ນ. ອີງຕາມຂໍ້ມູນປີ 2025 ໃນ ສປປ ລາວ ເກີດອຸບັດເຫດຮຸນແຮງ ທັງໜົດມີເຖິງ 6.779 ຄັ້ງ (ໃນນີ້ ເກີດຈາກການດື່ມເຫລົ້າ 1.440 ຄັ້ງ), ມີຜູ້ໄດ້ຮັບບາດເຈັບ 10.464 ຄົນ, ບາດເຈັບສາຫັດ 1.321 ຄົນ ແລະ ມີເສຍຊີວິດສູງເຖິງ 917 ຄົນ ຖືວ່າເປັນຕົວເລກທີ່ສູງ, ສ້າງຜົນ ກະທົບທາງດ້ານເສດຖະກິດໃຫ້ ແກ່ຄອບຄົວ ແລະ ສັງຄົມຢ່າງ ຫລວງຫລາຍ. ຮ່າງກົດໝາຍສະບັບປັບປຸງນີ້, ໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ. ທ່ານ ພົທ ວັນທອງ ກອງມະນີ ຍັງໃຫ້ຮູ້ວ່າ: ການປັບປຸງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະ ຫງົບປະຊາຊົນລາວໃນຄັ້ງນີ້ແມ່ນ ການຈັດຕັ້ງປະຕິບັດຕາມແນວທາງ ນະໂຍບາຍຂອງພັກ, ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ກໍຄື ການບູລະນະອົງການ ອໍານາດລັດໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ ກໍເພື່ອເຮັດໃຫ້ກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມໜັກແໜ້ນ ແລະ ທັນສະໄໝ ເພື່ອປົກປັກຮັກສາລະບອບການ ເມືອງ ແລະ ສອດຄ່ອງກັບສະພາບ ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມໃນໄລຍະໃໝ່ ຕາມ ທິດສ້າງລັດປົກຄອງດ້ວຍກົດ ໝາຍໃຫ້ມີຜົນສໍາເລັດຕາມລະດັບ ຄາດໝາຍ ແລະ ຄ່ອງຕົວກວ່າເກົ່າ. ກົດໝາຍສະບັບນີ້, ໄດ້ຮັບການ ປັບປຸງໃນປີ 2017 ແລະ ເພື່ອ ເຮັດໃຫ້ກົດໝາຍສະບັບນີ້ ມີຄວາມ ຖືກຕ້ອງ, ຮັດກຸມ, ສອດຄ່ອງກັບ ສະພາບຄວາມເປັນຈິງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານກະ ຊວງປ້ອງກັນຄວາມສະຫງົບ ຈຶ່ງມີ ຄວາມຈໍາເປັນຕ້ອງໄດ້ປັບປຸງບາງ ພາກ, ໝວດ ແລະ ມາດຕາຂອງ ກົດໝາຍໃຫ້ມີຄວາມສອດຄ່ອງກັບ ພາລະບົດບາດໜ້າທີ່ການເມືອງ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນການປັບປຸງ, ກໍ່ສ້າງກຳລັງໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ. ຮ່າງກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສະບັບປີ 2017 ປະກອບ ມີ IX ພາກ 6 ໝວດ ແລະ 55 ມາດ ຕາ, ສຳລັບສະບັບປັບປຸງໃນຄັ້ງນີ້ ປະກອບມີ X ພາກ, 8 ໝວດ ແລະ 75 ມາດຕາ.ໃນນັ້ນ, ໄດ້ເພີ່ມເຂົ້າໃໝ່ 1 ພາກ, 2 ໝວດ, 25 ມາດຕາ ແລະ ຕັດອອກ 4 ປັບປຸງ 45 ມາດຕາ, ຮັກ ສາເດີມ 5 ມາດຕາ. ພາຍຫລັງກົດໝາຍສະບັບນີ້ ຖືກ ຮັບຮອງ ແລະ ປະກາດໃຊ້ຢ່າງເປັນ ທາງການແລ້ວຈະເປັນການປັບປຸງ ລາວ-ຈີນ ແລກປ່ຽນ...ີ່ ແຂວງຢຸນນານ ສປ ຈີນ ໂດຍມີ ຄະນະຜູ້ແທນຈາກ ສປ ຈີນ, ຜູ້ ຕາງໜ້າຈາກກົມກອງພາຍໃນ ກະຊວງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນ ນະເຂດ, ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວພ້ອມດ້ວຍພະນັກງານ ວິຊາການພາຍໃນກົມ ເຂົ້າຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍ ໄດ້ພັດປ່ຽນກັນນຳສະເໜີກ່ຽວກັບ ວຽກງານຄຸ້ມຄອງບໍລິຫານທີ່ດິນ ຢູ່ ສປປ ລາວ ແລະ ບົດຮຽນການ ຄຸ້ມຄອງບໍລິຫານທີ່ດິນຢູ່ ສປ ຈີນ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງ ປະຊຸມກໍໄດ້ປຶກສາຫາລືກ່ຽວກັບ ບົດບາດ ແລະ ທິດທາງຂອງການ ທົດລອງຮ່ວມມືສາກົນ (Joint Laboratory) ລວມທັງຂອບເຂດ ວຽກງານຮ່ວມມື. ພ້ອມນີ້, ກອງ ປະຊຸມຍັງໄດ້ເຫັນດີເອົາເມືອງເຊ ໂປນ ແຂວງສະຫວັນນະເຂດ ເປັນ ເມືອງທົດລອງໃຫ້ການຄຸ້ມຄອງບໍລິ ຄິດຂອງພະນັກງານ-ລັດຖະກອນ ຢ່າງເລິກເຊິ່ງເຖິງຖອງ, ກຳໃຫ້ໄດ້ ສະພາບແນວຄິດ ແລະ ການດຳລົງ ຊີວິດຂອງເຂົາເຈົ້າ, ທັງສ້າງເງື່ອນ ໄຂເຮັດໃຫ້ພະນັກງານ-ລັດຖະກອນ ສືບຕໍ່ປະຕິບັດໜ້າທີ່ດ້ວຍຄວາມອຸ່ນ ອ່ຽນທຸ່ນທ່ຽງ, ມີສະພາບການເປັນ ຢູ່ທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່, ມີຄວາມເສຍສະລະ ເພື່ອ ຜົນປະໂຫຍດສ່ວນລວມ, ມີຄວາມ ກະຕືລືລົ້ນ, ມີຈິດໃຈ ແລະ ແນວຄິດ ຢາກພັດທະນາປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ໄລຍະໃໝ່; ສືບຕໍ່ປະຕິບັດກົນໄກ ການຈໍລະຈອນເອກະສານເຂົ້າອອກ, ລະບອບແບບແຜນ ແລະ ກົນ ໄກການເຮັດວຽກໃຫ້ລະອຽດຊັດ ເຈນ, ວ່ອງໄວ ແລະ ຫັນໄປສູ່ລະບົບ ທັນສະໄໝ; ເອົາໃຈໃສ່ຄົ້ນຄວ້າ, ກັ່ນຕອງ ໃນການອອກປະເພດນິຕິກຳ ໃຫ້ ສອດຄ່ອງເໝາະສົມກັບການຕົກ ລົງ ກໍຄື ບັນດາທິດຊີ້ນຳຕົວຈິງຂອງ ຂັ້ນເທິງ, ຄຽງຄູ່ກັບກຳນົດກົນໄກ ການຕິດຕາມຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດບັນດານິຕິກຳ ກໍ່ຄື ທິດຊີ້ນຳຂອງລັດຖະບານທີ່ໄດ້ ວາງອອກໃຫ້ມີປະສິດທິຜົນສູງ; ຄົ້ນ ຄວ້າປັບປຸງກົນໄກ ກໍຄື ຂອດການ ຄົ້ນຄວ້າ ເນື້ອໃນຕ່າງໆໃນຂັ້ນ ວິຊາການ ໃຫ້ເລິກເຊິ່ງເຖິງຖອງ ກ່ອນທີ່ຈະນຳເຂົ້າພິຈາລະນາໃນ ກອງປະຊຸມລັດຖະບານ, ກອງປະ ຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອໃຫ້ກອງປະຊຸມໃຊ້ເວລາສັ້ນ ແລະ ສາມາດຕົກລົງໄດ້ຫລາຍບັນ ຫາ; ເພີ່ມທະວີເອົາໃຈໃສ່ຮັກສາ ຄວາມລັບທາງດ້ານເອກະສານ ກໍຄື ຄຳເຫັນຊີ້ນຳຂອງການນຳທີ່ເປັນ ລາຍລັກອັກສອນ; ປັບປຸງລະບົບ ຮັກສາຄວາມປອດໄພພາຍໃນຕຶກ ອາຄານ ແລະ ພາຍໃນຮົ້ວ ຫສນຍ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຮັບປະກັນສູງສຸດ ໃຫ້ແກ່ ການນຳ; ປັບປຸງພື້ນຖານໂຄງ ລ່າງ-ເຕັກນິກວຽກງານໂຄສະນາ ປະຊາສຳພັນໃຫ້ທັນສະໄໝ ແລະ ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ ສົມບົດບາດ ແລະ ພາບພົດຂອງລັດ ຖະບານຢ່າງແທ້ຈິງ. ໂອກາດດຽວກັນ, ທ່ານລັດຖະ ມົນຕີ, ຫົວໜ້າ ຫສນຍ ໄດ້ລາຍງານ ໃຫ້ຊາບກ່ຽວກັບສະພາບລວມຂອງ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ເປັນຕົ້ນທີ່ຕັ້ງ ແລະ ພາລະບົດບາດ, ການຈັດຕັ້ງ ແລະ ບຸກຄະລາກອນ, ຜົນການຈັດຕັ້ງ ປະຕິບັດວຽກງານການເມືອງ ແລະ ວຽກງານວິຊາສະເພາະໃນໄລຍະ ທີ່ຜ່ານມາ, ລວມທັງຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ຂໍ້ຄົງຄ້າງ, ທິດທາງ ແຜນການໃນຕໍ່ໜ້າ ແລະ ຂໍ້ສະເໜີ ຈຳນວນໜຶ່ງ. ຫລັງຈາກນັ້ນ, ເພື່ອລະດົມ ຄວາມຄິດເຫັນ ແລະ ເປັນເອກະພາບ ສູງຕໍ່ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການເຮັດໜ້າທີ່ເປັນ ເສນາທິການໃຫ້ແກ່ລັດຖະບານ ສູງຂຶ້ນກວ່າເກົ່າ, ທ່ານນາຍົກລັດຖະ ມົນຕີ ໄດ້ມີຄຳເຫັນເຈາະຈີ້ມ ແລະ ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ສະເໜີ ແລກປ່ຽນຄວາມຄິດເຫັນຢ່າງກົງ ໄປກົງມາ, ສ້າງສັນ, ແທດບັນຫາ ຕົວຈິງ ແລະ ມີທາງອອກທີ່ສົມເຫດ ສົມຜົນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແບບແຜນວິທີເຮັດວຽກຂອງກົມ ກອງເຫລົ່າວິຊາສະເພາະ, ນາຍ ແລະ ພົນຕຳຫລວດ ໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງ, ມີວິໄນເຂັ້ມ ງວດ, ມີຈັນຍາບັນ-ຈັນຍາທຳ, ມີ ແບບແຜນໃນການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານວິຊາສະເພາະ ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຫັນເຂົ້າສູ່ກົດໝາຍ ແລະ ລະ ບຽບການ; ຈະເປັນບ່ອນອີງໃຫ້ບັນ ດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂອໍານວຍຄວາມສະ ດວກໃຫ້ນາຍ ແລະ ພົນຕຳຫລວດ ເຮັດໜ້າທີ່ຊ່ວຍເຫລືອເບິ່ງແຍງ ທາງດ້ານວັດຖຸຈິດໃຈ ແລະ ຊີວິດ ການເປັນຢູ່ຂອງນາຍ ແລະ ພົນ ຕຳຫລວດ ແລະ ຄອບຄົວໃຫ້ດີຂຶ້ນ ກວ່າເກົ່າ; ຈະເປັນບ່ອນອີງໃຫ້ແກ່ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງກໍາລັງປ້ອງກັນ ຄວາມສະຫງົບ ເພື່ອຮັບປະກັນການ ປົກປັກຮັກສະຖຽນລະພາບທາງ ດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມເຮັດໃຫ້ປະເທດຊາດມີ ສະຖຽນລະພາບຄວາມໝັ້ນຄົງ ແລະ ຈະເປັນການຮັບປະກັນໃນການ ເຄື່ອນໄຫວ, ປົກປ້ອງ, ຄຸ້ມຄອງກໍາ ລັງໃນຂະແໜງການປ້ອງກັນຄວາມ ສະຫງົບປະຊາຊົນລາວໃນຂອບເຂດ ທົ່ວປະເທດໃຫ້ໄປຕາມທິດປົກຄອງ ລັດດ້ວຍກົດໝາຍ. ຂ່າວ: ທະນູທອງ; ພາບ: ເກດສະໝາ ຜິດຊອບຕໍ່ວຽກທີ່ໄດ້ຮັບມອບໝາຍ, ພວກເຮົາຕ້ອງລິເລີ່ມປ່ຽນວັດທະ ນະທຳການເຮັດວຽກຈາກການລໍ ຖ້າຄໍາສັ່ງໄປສູ່ການເຮັດວຽກຢ່າງ ມີແຜນການ, ມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບຕໍ່ຜົນ ສໍາເລັດ; ການປະເມີນບໍ່ແມ່ນວຽກ ຂອງພະແນກຈັດຕັ້ງ ຫລື ຜູ້ສັງຮວມ ຂໍ້ມູນເທົ່ານັ້ນ, ຫົວໜ້າກົມຕ້ອງເປັນ ຜູ້ຕິດຕາມ, ຊີ້ນຳ ແລະ ປະເມີນຜົນ ງານຂອງພະນັກງານພາຍໃນກົມ ຂອງຕົນຢ່າງເປັນປົກກະຕິ, ບໍ່ຄວນ ລໍຖ້າໃຫ້ຮອດທ້າຍປີ ແລ້ວຈຶ່ງມາ ປະເມີນໂດຍອາໄສຄວາມຊົງຈຳ ຫລື ຄວາມຮູ້ສຶກສ່ວນຕົວ ແລະ ຕ້ອງ ຊົມເຊີຍຜູ້ທີ່ເຮັດດີ, ກ້າຊີ້ໃຫ້ເຫັນຂໍ້ ບົກຜ່ອງ ແລະ ກ້າຮັບຜິດຊອບຕໍ່ ຜົນການປະເມີນຂອງຕົນ; ຜົນການ ປະເມີນຕ້ອງນໍາໄປສູ່ການປັບປຸງ ແລະ ພັດທະນາພະນັກງານຢ່າງແທ້ ຈິງ, ຜົນການປະເມີນຕ້ອງເປັນຂໍ້ມູນ ສໍາຄັນໃນການພິຈາລະນາຍ້ອງຍໍ, ສົ່ງເສີມ, ຝຶກອົບຮົມ, ຈັດວາງ ແລະ ພັດທະນາພະນັກງານຕາມລະບຽບ ການ. ສໍາລັບຜູ້ທີ່ຍັງມີຂໍ້ຈຳກັດຕ້ອງ ມີການແນະນໍາ, ຊ່ວຍເຫລືອ ແລະ ກຳນົດແຜນບຳລຸງສ້າງທີ່ຈະແຈ້ງ. ຈຸດປະສົງຂອງການປະເມີນບໍ່ ແມ່ນເພື່ອຊອກຫາຄວາມຜິດຂອງ ພະນັກງານ, ແຕ່ເພື່ອສ້າງພະນັກ ງານໃຫ້ດີຂຶ້ນ ແລະ ສ້າງອົງການ ຈັດຕັ້ງໃຫ້ເຂັ້ມແຂງຂຶ້ນ. ຊຸດຝຶກອົບ ຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ, ຜູ້ເຂົ້າຮ່ວມຈະໄດ້ສຶກສາບັນດາ ນິຕິກຳທີ່ກ່ຽວຂ້ອງ, ຮຽນຮູ້ວິທີການ ປະເມີນ ແລະ ຝຶກປະຕິບັດລະບົບ ສັງລວມຜົນການປະເມີນ ເພື່ອນຳ ເອົາຄວາມຮູ້ທີ່ໄດ້ຮັບໄປຈັດຕັ້ງປະ ຕິບັດຕົວຈິງໃນອົງການຈັດຕັ້ງຂອງ ຕົນໃຫ້ມີປະສິດທິພາບສູງຂຶ້ນ. ພາບ: ອ່າຍຄໍາ ໄດ້ຍົກໃຫ້ເຫັນສະຖິຕິທີ່ໜ້າເປັນ ຫ່ວງວ່າ ສປປ ລາວ ເປັນປະເທດ ໜຶ່ງທີ່ມີຈຳນວນຜູ້ບໍລິໂພກເຄື່ອງດື່ມ ທີ່ມີທາດເຫລົ່າໃນລະດັບສູງໃນກຸ່ມ ປະເທດອາຊຽນ ໂດຍສະເພາະແມ່ນ ກຸ່ມຊາວໜຸ່ມ ຊຶ່ງເປັນກຳລັງແຮງ ຫລັກໃນການພັດທະນາປະເທດ ຊຶ່ງ ການດື່ມເຄື່ອງດື່ມທີ່ມີທາດເຫລົ້າ ບໍ່ພຽງແຕ່ເປັນສາເຫດຕົ້ນຕໍຂອງ ອຸບັດເຫດຕາມຖະໜົນຫົນທາງ ເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຄວາມ ເສຍຫາຍທາງດ້ານເສດຖະກິດແຫ່ງ ຊາດ ຄິດໄລ່ເປັນມູນຄ່າສູງເຖິງ 7% ຂອງ GDP ຕໍ່ປີ. ນອກຈາກນີ້, ສສຊ ຫລາຍທ່ານ ຍັງສະເໜີໃຫ້ມີການຄວບຄຸມເຄື່ອງ ດື່ມທີ່ມີທາດເຫລົ້າຕື່ມ ແລະ ນໍາໃຊ້ ມາດຕະການເພື່ອຄຸ້ມຄອງ, ຕິດຕາມ ກວດກາ ແລະ ຈຳກັດ ເຄື່ອງດື່ມທີ່ມີ ທາດເຫລົ້າເປັນຕົ້ນການຜະລິດ, ການ ປຸງແຕ່ງ, ການບັນຈຸ, ການຫຸ້ມຫໍ່, ການນໍາເຂົ້າ, ສົ່ງອອກ, ການຈໍາ ໜ່າຍ, ການຊື້-ຂາຍ, ການບໍລິໂພກ, ການໂຄສະນາ, ສະຖານທີ່ບໍລິການ. ການປະກອບຄຳເຫັນໃສ່ກົດ ໝາຍສະບັບດັ່ງກ່າວ, ກໍເພື່ອແນໃສ່ ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການ ຄຸ້ມຄອງ, ຕິດຕາມກວດກາວຽກ ງານຄວບຄຸມເຄື່ອງດື່ມທີ່ມີທາດ ເຫລົ້າ ເພື່ອເຮັດໃຫ້ວຽກງານດັ່ງ ກ່າວ, ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນແນໃສ່ຫລຸດຜ່ອນການບໍລິໂພກ, ຜົນຮ້າຍຈາກເຄື່ອງດື່ມທີ່ມີທາດ ເຫລົ້າ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ຮັບປະກັນການສົ່ງເສີມສຸຂະພາບ, ກັນພະຍາດ, ປົກປ້ອງຊີວິດ ແລະ ຊັບສິນຂອງພົນລະເມືອງປະກອບ ສ່ວນເຂົ້າໃນການປົກປັກຮັກສາ ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ ແລະ ການພັດທະນາເສດຖະ ກິດ-ສັງຄົມຂອງຊາດ. ຂ່າວ: ກິດຕາ; ພາບ: ເກດສະໜາ ຫານທີ່ດິນ ໂດຍສະເພາະວຽກງານ ກວດກາການນຳໃຊ້ທີ່ດິນ, ວຽກ ງານການກຳນົດຂອບເຂດ ແລະ ວຽກງານການຮັບຮູ້ສິດການນຳ ໃຊ້ທີ່ດິນ. ໃນໂອກາດດຽວກັນນີ້, ຍັງມີ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແບບເຊິ່ງໜ້າເພາະຜ່ານ ມາແມ່ນໄດ້ເຊັນແບບອອນລາຍມາ ກ່ອນແລ້ວ, ໃຫ້ກຽດເຊັນບົດບັນທຶກ ດັງກ່າວໂດຍທ່ານ ຄິດລາໄຊ ກອກມີລາ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ຈິນ ບ່າວເຊີນ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແຂວງ ຢຸນນານ, ໂດຍມີພາກສ່ວນກ່ຽວ ຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ປະກອບມີ 12 ພາກ, 9 ໝວດ, 99 ມາດຕາ, ໃນນັ້ນເພີ່ມໃໝ່ 2 ພາກ, 1 ໝວດ, 32 ມາດຕາ, ຕັດອອກ 1 ພາກ, ໄດ້ປັບປຸງ 64 ມາດຕາ ແລະ ຮັກສາເພີ່ມ 3 ມາດຕາ ພາຍຫລັງ ກົດໝາຍສະບັບປັບປຸງນີ້, ຖືກຮັບ ຮອງ ແລະ ປະກາດໃຊ້ແລ້ວເຊື່ອ ໝັ້ນວ່າຈະເຮັດໃຫ້ວຽກງານຄວບ ຄຸມເຄື່ອງດື່ມທີ່ມີທາດເຫລົ້າໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນລະ ບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນສູງນັບແຕ່ສູນກາງລົງ ຮອດທ້ອງຖິ່ນໃນຂອບເຂດທົ່ວປະ ເທດ, ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມ ຢ່າງຫ້າວຫັນຕໍ່ວຽກງານຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ແລະ ຮັບປະກັນໃຫ້ການດຳເນີນທຸລະກິດ ກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້າ ໄດ້ຮັບການຄຸ້ມຄອງ, ຕິດຕາມ, ກວດກາຢ່າງເປັນລະບົບ. ທັງເປັນ ການຍົກສູງບົດບາດຂອງລັດຖະ ບານໃນການກໍານົດນະໂຍບາຍ ກ່ຽວກັບການຄຸ້ມຄອງເຄື່ອງດື່ມທີ່ ມີທາດເຫລົ້າ ແລະ ມາດຕະການ ປ້ອງກັນສົ່ງເສີມສຸຂະພາບປະຊາຊົນ ລາວສູງເດັ່ນຂຶ້ນ ແລະ ຫຍັບມໍ່ມາດ ຕະການຂອງພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ; ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==