xtgmf]k; 7 13/10/2026 gsfdko{dkora fa mtok 7totoec0;'w-lq ,[6 o -5 dp6 h ;Pd'koIv[fh ko16 j g,n v'mj k3m, 9exkla d 8h v'gvq k.9.lj [k'[a oskle7a o .odko7;[75 ,rtpkfxkdgxn j vp]q 'g]a [ ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ພົຈວ ບົວ ພັນ ອິນທະປັນຍາ ຮອງເລຂາພັກ ແຂວງ, ປະທານຄະນະກຳມະການ ປົກຄອງແຂວງໄຊສົມບູນ ພ້ອມ ດ້ວຍຄະນະ ຕິດຕາມຊຸກຍູ້ວຽກ ງານຮອບດ້ານ ເເລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງຂອງ ເມືອງທ່າໂທມ ໃນທ້າຍອາທິດ ຜ່ານມາ ໂດຍມີ ທ່ານ ຄຳເຜີຍ ແສງສະຫວ່າງ ຮອງເລຂາພັກ ເມືອງ, ປະທານຄະນະກຳມະການ ປົກຄອງເມືອງທ່າໂທມ ພ້ອມດ້ວຍ ພະນັກງານຫລັກແຫລ່ງເຂົ້າຮ່ວມ. ໂອກາດດັ່ງກ່າວ, ໄດ້ຮັບຟັງ ການລາຍງານສະພາບການພົ້ນ ເດັ່ນໃນການຈັດຕັ້ງປະຕິບັດວຽກ ງານຮອບດ້ານ ໃນໄລຍະ 9 ເດືອນ ຜ່ານມາ ແລະ ແຜນການໃນ 3 ເດືອນຕໍ່ໜ້າ ຂອງອົງການປົກຄອງ ເມືອງທ່າໂທມ ຊຶ່ງໃນໄລຍະ 9 ເດືອນຜ່ານມາ, ຄະນະກຳມະການ ປົກຄອງເມືອງ ໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາ ເຜົ່າຢ່າງເປັນປົກກະຕິ ໂດຍການ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ກິແກ້ວ ສິງນາວົງຮອງລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ເຄື່ອນ ໄຫວພົບປະໂອ້ລົມ ແລະຊີ້ນໍາວຽກ ງານຊຸກຍູ້ສົ່ງເສີມສຸຂະພາບສັດ ທັງ ຕິດຕາມການເຝົ້າລະວັງພະຍາດສັດ ທີ່ແຂວງຈໍາປາສັກ ທ້າຍອາທິດ ຜ່ານມາ ໂດຍເນັ້ນໃຫ້ພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງ ສົມທົບກັບທຸກພາກສ່ວນກ່ຽວຂ້ອງ ຂອງແຂວງ ແລະ ທ້ອງຖິ່ນ ໂດຍ ສະເພາະ ເມືອງທີ່ພົບການເກີດພະ ຍາດປາກເປື່ອຍລົງເລັບ (ງົວ, ຄວາຍ) ເອົາໃຈໃສ່ເປັນພິເສດໃນ ການຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນການລະບາດພະຍາດສັດ ເພື່ອບໍ່ໃຫ້ເຊື້ອພະຍາດຂະຫຍາຍ ອອກໄປສູ່ວົງກວ້າງ. ພ້ອມນີ້, ໃຫ້ປະສານສົມທົບ ກັບກົມລ້ຽງສັດ ແລະ ການປະມົງ ເພື່ອສົ່ງວິຊາການ ແລະ ຊ່ຽວຊານ ລົງຊ່ວຍວາງແຜນຕອບໂຕ້, ຄົ້ນ ຄວ້າມາດຕະການທີ່ມີປະສີດທິຜົນ ໃນການຕອບໂຕ້ໃຫ້ທ່ວງທັນກັບ ສະພາບການ; ປະສານສົມທົບກັບ ໂຄງການຄວບຄຸມ ແລະ ຕ້ານການ ລະບາດພະຍາດສັດໃຫຍ່ ຢູ່ ສປປ ລາວ ໃຫ້ໄດ້ຈັດຕັ້ງປະຕິບັດຢ່າງ ກວ້າງຂວາງ ໂດຍອີງໃສ່ບົດບັນທຶກ ກອງປະຊຸມ ສະຫລຸບວຽກງານການ ຈັດຕັ້ງປະຕິບັດໂຄງການ ແລະ ວາງ ແຜນການຈັດຕັ້ງປະຕິບັດຂອງ 6 ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ຈັດພິທີໂຮມຊຸມນຸມສະເຫລີມສະ ຫລອງວັນແຫ່ງຊາດ ຕ້ານຢາເສບ ຕິດ ຄົບຮອບ 25 ປີ ເມື່ອມໍ່ໆມານີ້ ໂດຍມີ ທ່ານ ຄຳດີ ວົງລ້ອມ ຮອງ ເລຂາພັກແຂວງອຸດົມໄຊ, ທ່ານ ພົນຈັດຕະວາ ດວງຈັນ ໄຊວຸດ ຫົວໜ້າກອງບັນຊາການ ປກສ v5 fq ,w- 3I,-5 ,o5 ,lts]v';a ocsj '-kf 8h ko1kgl[8y f 7q [Iv[ 25 xu -5 dp6 h dkog0Q kg4y 'ly fzq oxt3spf c]t xtda ola '7q , .sh d5 j ,9a dlko [h ko]tpk; ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້ ສະຫະພັນກຳມະບານແຂວງອັດຕະ ປື ຈັດຝຶກອົບຮົມ ແລະ ເຜີຍແຜ່ ພາລະບົດບາດກຳມະບານລາວ, ວຽກງານປົກປ້ອງທາງສັງຄົມ ແລະ ການເຂົ້າຮ່ວມລະບົບປະກັນສັງຄົມ ພາກສະໝັກໃຈ ໃຫ້ກຸ່ມແຮງງານ ນອກລະບົບ ກຸ່ມຈັກສານ ຢູ່ບ້ານ ລະຍາວ ເມືອງສາມັກຄີໄຊ ແຂວງ ອັດຕະປື ໂດຍການເປັນປະທານ ຂອງ ທ່ານ ພົງໄຊ ຈະເລີນສຸກ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງອັດຕະ ປື ພ້ອມດ້ວຍວິທະຍາກອນຈາກ ສະຫະພັນກຳມະບານແຂວງ, ພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ ແລະ ຕົວແທນ ກຸ່ມແຮງງານນອກລະບົບເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ວິທະ ຍາກອນໄດ້ອະທິບາຍເຖິງພາລະ ບົດບາດ ແລະ ໜ້າທີ່ຂອງກຳມະ ບານລາວ ໃນການຕິດຕາມ, ຊຸກຍູ້ ແລະ ປະສານງານກັບຂະແໜງການ ທີ່ກ່ຽວຂ້ອງ ເພື່ອໃຫ້ແຮງງານທັງ ໃນລະບົບ ແລະ ນອກລະບົບ ໄດ້ ຮັບຮູ້ສິດ ແລະ ຜົນປະໂຫຍດຂອງ ຕົນ ພ້ອມທັງເຂົ້າເຖິງການຄຸ້ມຄອງ ຕາມລະບຽບການ. ນອກຈາກນີ້, ຍັງໄດ້ເຜີຍແຜ່ກົນໄກການເຂົ້າຮ່ວມ ກອງທຶນປະກັນສັງຄົມແຫ່ງຊາດ ພາກສະໝັກໃຈ ພ້ອມຊີ້ແຈງເຖິງສິດ ປະໂຫຍດຕາມເງື່ອນໄຂທີ່ກຳນົດ ເຊັ່ນ: ການປິ່ນປົວດ້ານສຸຂະພາບ, ເງິນອຸດໜູນກໍລະນີເກີດລູກ, ເຈັບ ປ່ວຍ, ສູນເສຍກຳລັງແຮງງານ, ບຳນານ ແລະ ເສຍຊີວິດ ຊຶ່ງສິດຜົນ ປະໂຫຍດເຫລົ່ານີ້ ມີຄວາມສຳຄັນ ໃນການແບ່ງເບົາພາລະຄ່າໃຊ້ຈ່າຍ ຂອງຄອບຄົວ ເມື່ອປະສົບບັນຫາ ດ້ານສຸຂະພາບ ຫລື ເຫດການທີ່ ກະທົບຕໍ່ລາຍຮັບອັນເປັນການສ້າງ ຫລັກປະກັນໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວໃນໄລຍະຍາວ. ໃນໂອກາດນີ້, ທ່ານ ພົງໄຊຈະ ເລີນສຸກ ໄດ້ເນັ້ນວ່າ: ການຝຶກອົບຮົມ ດັ່ງກ່າວ, ມີຄວາມໝາຍສຳຄັນຕໍ່ ການປັບປ່ຽນທັດສະນະຄະຕິຂອງ ແຮງງານນອກລະບົບໃຫ້ເຫັນຄຸນ ຄ່າຂອງການວາງແຜນຊີວິດ ແລະ ການສ້າງຫລັກປະກັນສຳລັບອະ ນາຄົດ. ການເຂົ້າຮ່ວມປະກັນສັງຄົມ ບໍ່ພຽງແຕ່ຊ່ວຍສ້າງຫລັກປະກັນ ດ້ານສຸຂະພາບ ແຕ່ຍັງເປັນກົນໄກ ສຳຄັນໃນການສ້າງຄວາມໝັ້ນຄົງ ທາງສັງຄົມ, ຫລຸດຜ່ອນຄວາມສ່ຽງ ທາງເສດຖະກິດ ແລະ ປັບປຸງຄຸນ ນະພາບຊີວິດຂອງປະຊາຊົນໃຫ້ດີ ຂຶ້ນຕື່ມອີກ. ຂ່າວ: ເພັດທະນົງສອນ ປະກອບມີ ຢາເສບຕິດ ແລະ ຂອງ ກາງປະເພດຕ່າງໆ ລວມທັງໝົດ 12 ປະເພດ ທີ່ມີນ້ຳໜັກ ແລະ ມູນ ຄ່າຈຳນວນຫລວງຫລາຍເຊັ່ນ: ຢາບ້າ 37.799 ເມັດ, ເຮໂຣອິນ ນ້ຳໜັກ 45,5 ກະລາມ, ຢາຝິ່ນ 1,53 ກິໂລກຣາມ, ເຄຕາມິນ 2,5 ກຣາມ, ນ້ຳຢາດີໄອ ຍີ່ຫໍ້ດາທິສ ຊີນ 2.385 ກ່ອງ, ໃບກະທອມ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມແນວ ທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກຳສໍາຄັນຕ່າງໆ ທີ່ຂັ້ນເທິງວາງ ອອກເປັນແຕ່ລະໄລຍະ, ອັນພົ້ນ ເດັ່ນ ແມ່ນໄດ້ຈັດຕັ້ງເຊື່ອມຊຶມຄໍາ ແນະນໍາ ກ່ຽວກັບການຈັດຕັ້ງປະຕິ ບັດກົດລະບຽບພັກປະຊາຊົນປະຕິ ວັດລາວ ສະໄໝທີ XII, ເຊື່ອມຊຶມ ນິຕິກຳທີ່ສໍາຄັນ ແລະ ຈັດຕັ້ງພິທີ ປາຖະກະຖາເລົ່າມູນເຊື້ອວັນສໍາຄັນ ຂອງພັກ-ຂອງຊາດ ໄດ້ 4 ຄັ້ງ, ໄດ້ ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນບ່ອນປະຈຳການ ພະນັກງານ-ລັດຖະກອນ ຂອງບັນ ດາຫ້ອງການ ໄດ້ 2 ຄັ້ງ; ປັບປຸງ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ໄດ້ 2 ຫ້ອງການ, ໄດ້ຈັດກອງປະຊຸມ ສະຫລຸບວຽກງານ 2 ວາລະ ແຫ່ງຊາດ ແລະ ວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ວຽກງານພັດທະນາຊົນນະບົດ ຮອບດ້ານ ແລະ ວຽກງານ 3 ສ້າງ ປະຈຳ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ 6 ເດືອນທ້າຍ ປີ 2026 ສໍາເລັດ; ສືບຕໍ່ເອົາໃຈ ໃສ່ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫລວດ ແລະປະຊາຊົນບັນດາເຜົ່າໃຫ້ກວ້າງ ຂວາງ ແລະ ເລິກເຊິ່ງກວ່າເກົ່າໂດຍ ສະເພາະການໂຄສະນາເຜີຍແຜ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງເມືອງ ຕິດພັນກັບ ມະຕິ 04/ກມສພ, ດຳລັດ 414/ລບ ແລະ 2 ວາລະແຫ່ງຊາດ ແນໃສ່ ເຮັດໃຫ້ທຸກພາກສ່ວນ ມີຄວາມເປັນ ເອກະພາບສູງຕໍ່ແນວທາງແຜນ ນະໂຍບາຍຂອງພັກ, ກົດໝາຍ- ລະບຽບການຕ່າງໆ ຂອງລັດ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃນແຕ່ລະໄລຍະ. ໂອກາດນີ້, ທ່ານ ພົຈວ ບົວພັນ ອິນທະປັນຍາ ກໍໄດ້ມີຄຳເຫັນຊີ້ນຳ ຕໍ່ພະນັກງານຫລັກແຫລ່ງ ຂອງ ເມືອງທ່າໂທມ ໂດຍທ່ານໄດ້ເນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ-ຕຳຫລວດ, ຜູ້ປະກອບ ການ ແລະ ປະຊາຊົນຊັ້ນຄົນຕ່າງໆ ຢ່າງຕໍ່ເນື່ອງ, ຖືເອົາວຽກງານການ ເມືອງ-ແນວຄິດເປັນວຽກແຖວໜ້າ ຕ້ອງເຮັດກ່ອນ ເເລະ ສອດຫ້ອຍໄປ ໃນທຸກຂົງເຂດວຽກງານ, ຕ້ອງມີ ການຫັນປ່ຽນວິທີເຮັດວຽກງານ ການເມືອງ-ແນວຄິດ ດ້ວຍຫລາຍ ຮູບຫລາຍວິທີ ໂດຍສອດຄ່ອງກັບ ແຕ່ລະກຸ່ມເປົ້າໝາຍ, ຢ່າງນິ້ມນວນ, ຈັບອົກຈັບໃຈ, ແຫລມຄົມ ແລະ ທັນການກວ່າເກົ່າ, ປັບປຸງການ ຈັດຕັ້ງໃນລະບົບການເມືອງ, ຍົກ ສູງບົດບາດການນໍາພາຂອງພັກ ໃຫ້ເປັນແກນນໍາໃນທຸກຂົງເຂດ ວຽກງານຢ່າງແທ້ຈິງ ແລະ ເອົາໃຈ ໃສ່ແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະ ກ້າວ. ຂ່າວ: ຈີເຍ່ຍເກັ້ງມົວ ຊົວໂກ້ ແຂວງອຸດົມໄຊ, ພ້ອມດ້ວຍການນຳ ພັກ-ລັດ, ພະແນກການ, ອົງການ ອ້ອມຂ້າງແຂວງ, ກອງບັນຊາການ ທະຫານ-ຕຳຫລວດ, ນັກຮຽນ ນັກສຶກສາ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ, ບັນດາຜູ້ເຂົ້າ ຮ່ວມທັງໝົດໄດ້ຮັບຟັງການລາຍ ງານສະພາບການຈັດຕັ້ງປະຕິບັດ ວຽກງານປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນ ໄລຍະ 1 ປີຜ່ານມາ ໂດຍໄດ້ຍົກໃຫ້ ເຫັນຜົນງານອັນພົ້ນເດັ່ນໃນການ ປາບປາມ ມ້າງຄະດີ ແລະ ການສຶກ ສາອົບຮົມການເມືອງແນວຄິດໃຫ້ ແກ່ສັງຄົມ. ໃນພິທີ, ຍັງໄດ້ມີການທຳລາຍ ຢາເສບຕິດທີ່ຕັດສິນຄະດີແລ້ວ ຊຶ່ງ 116,5 ກິໂລກຣາມ, ຢາສູບໄຟຟ້າ 201 ກອກ, ກ້ອນສີຂາວ ຄ້າຍຄື ເຮໂລອິນ 219,9 ກຣາມ, ນ້ຳຢາ ເຕີມພັອດ 43 ກ່ອງ, ຫົວຢາສູບ ໄຟຟ້າ 8 ຫົວ, ນ້ຳກະທ່ອມຕົ້ມແລ້ວ 81,5 ລິດ, ແປ້ງຝຸ່ນຄາຟາອິນ 240 ເປົາ ນ້ຳໜັກ 6 ໂຕນ ແລະ ຂອງກາງອື່ນໆອີກຈຳນວນໜຶ່ງ. ພິທີໃນຄັ້ງນີ້, ບໍ່ພຽງແຕ່ເປັນ ການສະເຫລີມສະຫລອງວັນປະ ຫວັດສາດເທົ່ານັ້ນ, ແຕ່ຍັງເປັນ ການສະແດງໃຫ້ເຫັນເຖິງຄວາມ ຕັດສິນໃຈອັນໜັກແໜ້ນຂອງອົງ ການຈັດຕັ້ງພັກ-ລັດ ແລະ ປະຊາຊົນ ແຂວງອຸດົມໄຊ ໃນການຮ່ວມມືກັນ ກຳຈັດ ແລະ ປັດເປົ່າ ໄພສັງຄົມດັ່ງ ກ່າວໃຫ້ໝົດສິ້ນໄປ ເພື່ອສ້າງສາ ພັດທະນາແຂວງ, ບ້ານເກີດເມືອງ ນອນໃຫ້ມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ. ຂ່າວ: ແສງອາທິດ ແຂວງພາກໃຕ້ ຊຶ່ງໄດ້ຈັດຂຶ້ນໃ ນຄັ້ງ ວັນທີ 28 ສິງຫາ 2026 ທີ່ຜ່ານມາ. ທ່ານ ກິແກ້ວ ສິງນາວົງ ເນັ້ນຕື່ມ ວ່າ: ນອກນີ້, ຕ້ອງປະຕິບັດມາດຕະ ການ ໃນການຄວບຄຸມການລະບາດ ພະຍາດສັດ ໂດຍບັງຄັບໃຊ້ກົດໝາຍ, ນິຕິກຳ, ລະບຽບການຕ່າງໆ ຢ່າງ ເຂັ້ມງວດ ແລະ ຕິດຕາມລາຍງານ ສະພາບໃນແຕ່ລະໄລຍະໃຫ້ແກ່ຂັ້ນ ເທິງເປັນປົກກະຕິ ເພື່ອຊອກຫາວິທີ ແກ້ໄຂໃຫ້ທັນການ; ປະຕິບັດຕາມ ຫລັກວິຊາການຢ່າງເຄັ່ງຄັດ ໃນ ການຄວບຄຸມ ເກືອດຫ້າມບໍ່ໃຫ້ ເຄື່ອນຍ້າຍສັດໃນໄລຍະທີ່ມີການ ລະບາດ, ການອະນາໄມຂ້າເຊື້ອ, ການທໍາລາຍຊາກສັດ, ການປະຕິ ບັດຄວາມປອດໄພທາງດ້ານຊີວະ ພາບ. ໂອກາດດຽວກັນ, ທ່ານ ຮອງ ລັດຖະມົນຕີຍັງໄດ້ນໍາເອົາອຸປະກອນ ແລະ ຢາປ້ອງກັນ ຈໍານວນ 8.000 ເຂັມ ຈາກກົມລ້ຽງສັດ ແລະ ການ ປະມົງ ມອບໃຫ້ເມືອງປະທຸມພອນ ແລະ ເມືອງຈຳປາສັກ ທີ່ພວມເກີດ ການ ລະບາດຂອງພະຍາດສັດ ຢ່າງ ຮີບດ່ວນ.
RkJQdWJsaXNoZXIy MTc3MTYxMQ==