08 xtgmf]k; 37ltok c]t [= ]y = dy ko 13/10/2026 ຜ່ານໂຄງການລິເລີ່ມ M-MoneyX, ເຊິ່ງເປັນ ບໍລິສັດໃນເຄືອຂອງ ລາວ ໂທລະຄົມ ທີ່ໃຫ້ບໍລິການດ້ານ ກະເປົາເງິນເອເລັກໂຕຣນິກ (e-wallet) ທີ່ອອກແບບມາເພື່ອຂະຫຍາຍການ ເຂົ້າເຖິງລະບົບການເງິນແບບອອນລາຍ ສຳລັບປະຊາຊົນທີ່ຍັງບໍ່ທັນມີບັນຊີທະນາຄານ. M-MoneyX ໄດ້ຖືກເປີດຕົວເພື່ອສົ່ງເສີມການເຂົ້າເຖິງການເງິນ, ໂດຍດຳເນີນງານຢູ່ເທິງ ໂຄງລ່າງພື້ນຖານໂທລະຄົມມະນາຄົມຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ. ແອັບພລິເຄຊັນມືຖືນີ້ ອະນຸຍາດໃຫ້ຜູ້ໃຊ້ງານສາມາດລົງທະບຽນໂດຍນຳໃຊ້ເບີໂທລະສັບ ເພື່ອ ເຂົ້າເຖິງບໍລິການດິຈິຕອນ ເປັນຕົ້ນແມ່ນການໂອນເງິນ, ການຊຳລະຄ່າສິນຄ້າຢູ່ຮ້ານຄ້າ, ແລະ ບໍລິສັດລາວໂທລະຄົມມະນາຄົມມະຫາຊົນພາກພູມໃຈໄດ້ຮັບລາງວັນDigital InclusionAward -Laos ເຄືອຂ່າຍເຈົາທຳອິດໃນ ສປປ ລາວ ໃນງານ ESGBusiness Awards 2026 ການຊຳລະຄ່າສາທາລະນະປະໂພກ. ລະບົບດັ່ງກ່າວດຳເນີນງານພາຍໃຕ້ມາດຕະຖານຄວາມປອດໄພ ລະດັບສາກົນ ເພື່ອຮັບປະກັນຂັ້ນຕອນການເຮັດທຸລະກຳທີ່ປອດໄພສຳລັບຜູ້ໃຊ້ງານໃນຊີວິດປະຈຳວັນ. ແພຼັດຟອມດັ່ງກ່າວ ເນັ້ນໃສ່ການເຊື່ອມຕໍ່ຊຸມຊົນໃນເຂດຊົນນະບົດ ແລະ ກຸ່ມປະຊາຊົນທີ່ເຂົ້າບໍ່ ເຖິງທະນາຄານ ໃຫ້ສາມາດນຳໃຊ້ເຄື່ອງມືທາງດ້ານການເງິນທີ່ຈຳເປັນ. ຮູບແບບການດຳເນີນ ງານແມ່ນອີງໃສ່ເຄືອຂ່າຍຕົວແທນທ້ອງຖິ່ນ ແລະ ຮ້ານຄ້າພັນທະມິດ ທີ່ກຳລັງຂະຫຍາຍຕົວເພື່ອ ອຳນວຍຄວາມສະດວກໃນການຝາກເງິນ (cash-in) ແລະ ຖອນເງິນ (cash-out). ຜ່ານຈຸດ ບໍລິການ ຜູ້ຊົມໃຊ້ສາມາດຊຳລະຄ່າໄຟຟ້າ, ຄ່ານ້ຳປະປາ, ແລະ ພັນທະຕ່າງໆຂອງລັດຖະບານຜ່ານ ລະບົບດິຈິຕອນ, ເຊິ່ງຊ່ວຍຫຼຸດຜ່ອນເງິນສົດ ແລະ ຫຼຸດຜ່ອນການເດີນທາງໄປ ທີ່ ສູນບໍລິການ. ນອກຈາກນີ້, ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຍັງໄດ້ຮ່ວມມືກັບອົງກອນທາງດ້ານການ ເງິນ ເຊັ່ນ: Visa ເພື່ອເປີດບໍລິການໂອນເງິນຂ້າມປະເທດ ເຂົ້າສູ່ກະເປົາເງິນດິຈິຕອນ. ໂຄງການນີ້ໄດ້ຊ່ວຍ ສະໜັບສະໜູນແຮງງານລາວຢູ່ຕ່າງປະເທດ ໂດຍການສະໜອງຊ່ອງທາງການໂອນເງິນກັບຄືນຫາຄອບຄົວ ທີ່ປອດໄພກວ່າ. ສຳລັບແຜນການໃນອະນາຄົດ, ບໍລິການດັ່ງກ່າວມີແຜນຈະເພີ່ມຟັງຊັນການປ່ອຍສິນເຊື່ອ ຂະໜາດນ້ອຍ (micro-lending) ເພື່ອເປັນທາງເລືອກທີ່ປອດໄພກວ່າການກູ້ຢືມເງິນນອກລະບົບ. ໃນດ້ານການຄຸ້ມຄອງບໍລິຫານ (Governance), ວິສາຫະກິດໄດ້ຮ່ວມມືກັບອົງກອນຄຸ້ມຄອງຂອງ ລັດ ເພື່ອກຳນົດມາດຕະຖານການເງິນເທິງມືຖື (Mobile Money), ຮັບປະກັນຄວາມຖືກຕ້ອງສົມບູນ ຂອງຂໍ້ມູນ, ແລະ ສ້າງຊ່ອງທາງການຊຳລະເງິນທີ່ສາມາດຕິດຕາມກວດສອບໄດ້. ການບັນທຶກທຸລະກຳ ດິຈິຕອນ ໄດ້ຊ່ວຍເພີ່ມຄວາມໂປ່ງໃສໃນການເບີກຈ່າຍທາງດ້ານການຄ້າ, ຄ່າທຳນຽມຕ່າງໆ, ແລະ ການ ຊຳລະພາສີ-ອາກອນ. ງານມອບລາງວັນ ESGBusiness Awards ຈັດຂຶ້ນເພື່ອຊົມເຊີຍ ບໍລິສັດທີ່ເປັນຜູ້ນຳໃນການ ສ້າງອະນາຄົດທີ່ຍືນຍົງ. ໂຄງການດັ່ງກ່າວເປັນການໃຫ້ກຽດ ແລະ ຊົມເຊີຍ ບັນດາວິສາຫະກິດທີ່ມີຄວາມ ມຸ່ງໝັ້ນ ແລະ ມີຜົນງານໂດດເດັ່ນ ໃນການດຳເນີນງານຕາມຫຼັກການ ສິ່ງແວດລ້ອມ, ສັງຄົມ, ແລະ ການບໍລິຫານການປົກຄອງ (ESG)Contact Center: 101
RkJQdWJsaXNoZXIy MTc3MTYxMQ==