xtgmf]k; 6 13/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a Iu f 12 7v' 14 xtgrou va ofu 'k,0v']k; ໂດຍ: ແສງສະຫວັນັນ ຂປລ. ຮີດ 12 ຄອງ 14 ເປັນ ມູນເຊື້ອປະເພນີອັນດີງາມທີ່ຄົນ ລາວບັນດາເຜົ່າໄດ້ຢຶດຖື ແລະ ປະ ຕິບັດສືບທອດກັນມາແຕ່ບູຮານ ນະການ ຊຶ່ງສະທ້ອນໃຫ້ເຫັນເຖິງ ວິຖີຊີວິດ, ຄວາມເຊື່ອຖື, ຄຸນຄ່າ ທາງວັດທະນະທຳ ແລະ ຫລັກການ ປະພຶດປະຕິບັດຕົນຂອງຄົນໃນສັງ ຄົມ. ເຖິງວ່າສັງຄົມຈະມີການປ່ຽນ ແປງໄປຕາມການເວລາກໍຕາມ, ແຕ່ ຄຸນຄ່າຂອງຮີດຄອງປະເພນີຍັງມີ ຄວາມໝາຍຕໍ່ການດຳລົງຊີວິດຂອງ ປະຊາຊົນລາວຈົນເຖິງທຸກວັນນີ້. ຄຳວ່າ: ຮີດ ໝາຍເຖິງ ແບບ ຢ່າງ ຫລື ປະເພນີທີ່ເຄີຍປະພຶດປະ ຕິບັດ ແລະ ສືບທອດກັນມາແຕ່ບູ ຮານນະການ ຈົນເຖິງປັດຈຸບັນ. ສ່ວນຄຳວ່າ: ຄອງ ໝາຍເຖິງ ຫລັກ ປະພຶດ, ແນວທາງ ຫລື ຂໍ້ກຳນົດ ທີ່ຄວນຢຶດຖືໃນການດຳລົງຊີວິດ. ດັ່ງນັ້ນ, ຮີດ 12 ຈຶ່ງໝາຍເຖິງປະເພ ນີ ແລະ ພິທີກຳທາງສະສະໜາ ທີ່ ປະຊາຊົນປະຕິບັດຕາມເດືອນລາວ ທັງ 12 ເດືອນ. ສ່ວນ ຄອງ 14 ແມ່ນຫລັກການປະພຶດປະຕິບັດຕົນ ທີ່ເນັ້ນໃຫ້ຄົນໃນສັງຄົມຮູ້ຈັກໜ້າທີ່, ມີຄຸນນະທຳ, ມີຄວາມເຄົາລົບ ແລະ ຢູ່ຮ່ວມກັນຢ່າງສັນຕິສຸກ. ຮີດ 12 ແມ່ນການກຳນົດ ປະ ເພນີ ແລະ ພິທີກຳບຸນຕ່າງໆຕາມ ຮອບປີ ໂດຍນັບຕາມປະຕິທິນລາວ ຊຶ່ງມີປະເພນີສຳຄັນດັ່ງນີ້: 1. ເດືອນຈຽງ: ຈະມີພິທີລ້ຽງຜີ ຟ້າຜີແຖນ ນິມົນພະສົງອົງຄະເຈົ້າ ເຂົ້າປະລິວາດຊະກຳ. 2. ເດືອນຍີ່: ຈະມີພິທີເຮັດບຸນ ເຂົ້າຄູນລານ (ບຸນກິນຈຽງ) ເຜົ່າ ມົ້ງ, ບຸນງະ ບຸນລະປືມ (ລາວເທິງ ພາກໃຕ້) ບຸນກະເລີ (ລາວເທິງ ພາກເໜືອ). 3. ເດືອນສາມເພັງ: ເຮັດບຸນ ເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳ ປາສັກ. 4. ເດືອນສີ່: ເຮັດບຸນພະເວດ ຫລື ບຸນມະຫາຊາດ. 5. ເດືອນຫ້າ: ເຮັດບຸນປີໃໝ່ ລາວ ຫລື ບຸນກຸດສົງການ. 6. ເດືອນຫົກ: ເຮັດບຸນວິສາຂະ ບູຊາ ແລະ ບຸນບັ້ງໄຟ. 7. ເດືອນເຈັດ: ເຮັດບຸນເບີກ ຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມ ເຮັດໄຮ່ເຮັດນາ). 8. ເດືອນແປດ: ເຮັດບຸນເຂົ້າ ພັນສາ. 9. ເດືອນເກົ້າ: ເຮັດບຸນເຂົ້າປະ ດັບດິນ. 10. ເດືອນສິບ: ເຮັດບຸນເຂົ້າ ສະຫລາກ. 11. ເດືອນສິບເອັດ: ເຮັດບຸນ ອອກພັນສາ. 12. ເດືອນສິບສອງ: ເຮັດບຸນ ກະຖິນ ບຸນພະທາດຫລວງ. ແນວໃດກໍຕາມ, ປະເພນີຕ່າງໆ ໃນຮີດ 12 ບໍ່ພຽງແຕ່ເປັນພິທີກຳ ທາງສະສະໜາເທົ່ານັ້ນ, ແຕ່ຍັງ ເປັນໂອກາດໃຫ້ປະຊາຊົນໄດພົບ ປະ, ສ້າງຄວາມສາມັກຄີ, ເຮັດບຸນ ທຳທານ ແລະ ສືບສານຄຸນທ່າທາງ ວັດທະນະທຳຈາກຄົນຮຸ່ນໜຶ່ງໄປສູ່ ອີກຮຸ່ນໜຶ່ງ. (ພໍ້ກັນໃໝ່ສະບັບໜ້າ)ໍ້ ກັນ່ ສັ ບ້ າ ພາບປະກອບ ພາບປະກອບ ຢາເສບຕິດຄືສັດຕູໂຕຮ້າຍ...ິືັູ້ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານ-ລັດ ຖະກອນ ໃນຂອບເຂດທົ່ວປະເທດ. ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວ ວ່າ ບັນຫາຢາເສບຕິດຖືເປັນອາຊະ ຍາກໍາທີ່ຮ້າຍແຮງທີ່ສຸດຕໍ່ການດໍາ ລົງຊີວິດຂອງມວນມະນຸດ, ມັນທໍາ ລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມ, ເສດຖະກິດ, ວັດທະນະທໍາ ຊຶ່ງ ຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບ ຢາເສບຕິດໃນທຸກໆກໍລະນີ, ນັບທັງ ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນ ແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະ ພາບ, ຊັບສິນຂອງສັງຄົມ ຫລື ສ້າງ ບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກ ຄົນ, ຄອບຄົວ ແລະ ຍາດພີ່ນ້ອງ. ພ້ອມ ນັ້ນ, ມັນຍັງທໍາລາຍຄວາມສະຫງົບ ປອດໄພໃນຄອບຄົວ, ກີດຂວາງການ ພັດທະນາເສດຖະກິດ-ສັງຄົມ ແລະ ຍັງ ສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງ ປະເທດຊາດ. ບັນຫາຢາເສບຕິດຢູ່ ສປປ ລາວ ກໍຄື ກັບຫລາຍປະເທດໃນໂລກ ຢາເສບຕິດ ໄດ້ແຜ່ລະບາດແຕ່ຕົວເມືອງໄປສູ່ຊົນ ນະບົດໃນຫລາຍລະດັບທີ່ແຕກຕ່າງກັນ; ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນການທັບມ້າງຄະດີຢາເສບຕິດ, ຈັບຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບ ຕິດ, ຢາເສບຕິດແຕ່ລະປະເພດທີ່ຢຶດໄດ້ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ່ຫລ່ຽມ ການເຄື່ອນໄຫວລັກລອບ, ຂົນສົ່ງຄ້າ ຂາຍຢາເສບຕິດມີລັກສະນະເລິກແລບ, ແນບນຽນດ້ວຍຫລາຍວິທີ, ມີຫລາຍ ຮູບການ, ມີຂະບວນການທີ່ສະລັບ ສັບຊ້ອນເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະ ເທດ; ນໍາໃຊ້ພາຫະນະ, ອຸປະກອນທີ່ ທັນສະໄໝ, ມີອາວຸດກຽມພ້ອມຕອບ ໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ; ກຸ່ມຄົນ ເຫລົ່ານັ້ນໄດ້ຊອກທຸກວິທີທາງ ເພື່ອເບື່ອ ເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາ ຄົດຂອງຊາດ ເປັນຕົ້ນ ການປະສົມສິ່ງ ເສບຕິດໃສ່ໃນຜະລິດຕະພັນອາຫານ, ເຄື່ອງດື່ມ, ຢາປົວພະຍາດ, ຢາສູບ ໄຟຟ້າ ແລະ ອື່ນໆ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງໃນວຽກ ງານແກ້ໄຂບັນຫາຢາເສບຕິດ ຕ້ອງມີ ຄວາມເດັດຂາດ, ໂປ່ງໃສ ແລະ ເປັນມື ອາຊີບ; ໃນໜຶ່ງປີທີ່ຜ່ານມາ ຄະນະກຳ ມະການແກ້ໄຂບັນຫາຢາເສບຕິດລະດັບ ຊາດ ໂດຍມີກະຊວງປ້ອງກັນຄວາມ ສະຫງົບ ເປັນເສນາທິການໃຫ້ສູນກາງ ພັກ, ລັດຖະບານ ໃນການຊີ້ນໍາການ ຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ຢາເສບຕິດຢ່າງຈິງຈັງຕະຫລອດມາ. ມາຮອດເວລານີ້, ເປັນໄລຍະເວລາການ ສືບຕໍ່ຈັດຕັ້ງປະຕິບັດຕາມມະຕິ 171/ ສພຊ, ລົງວັນທີ 21 ພະຈິກ 2025; ວ່າ ດ້ວຍການຮັບຮອງເອົາຜົນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ (20212025) ແລະ ທິດທາງແຜນການຕໍ່ ໜ້າໃຫ້ຫັນມາເປັນແຜນງານແຫ່ງຊາດ ຕາມ 6 ວຽກຈຸດສຸມ, ທັງຫັນເຂົ້າສູ່ ວຽກງານຕົວຈິງຢ່າງຕັ້ງໜ້າ. ປີ 2026 ນີ້, ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ກໍານົດຫົວຂໍ້ວັນແຫ່ງຊາດຕ້ານຢາ ເສບຕິດວ່າ: “ຢາເສບຕິດຄືສັດຕູໂຕ ຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງ ຮ່ວມກັນສະກັດກັ້ນ ແກ້ໄຂ’’ ໃຫ້ນໍາເອົາ ຈິດໃຈນີ້ເຂົ້າສູ່ວຽກງານຕົວຈິງ ເປັນ ຕົ້ນ ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍ ການສຶກສາອົບຮົມ, ໂຄສະນາເຜີຍແຜ່ ລະບຽບກົດໝາຍ, ພິດໄພຜົນຮ້າຍ ຂອງຢາເສບຕິດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງເຊັ່ນ: ຄະນະກໍາມະການແກ້ໄຂ ບັນຫາຢາເສບຕິດລະດັບຊາດ ໄດ້ຈັດ ກິດຈະກໍາພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກ ໃໝ່ຫ່າງໄກຢາເສບຕິດ” ຊຶ່ງມີຊາວໜຸ່ມ ເຂົ້າຮ່ວມແລກປ່ຽນຄໍາຄິດເຫັນໃນ ການປ້ອງກັນສະກັດກັ້ນ, ແກ້ໄຂຢາ ເສບຕິດໃນຫລາຍເນື້ອໃນ ຊຶ່ງໄດ້ເປັນ ປະໂຫຍດຫລາຍໃນການນໍາພາ-ຊີ້ນໍາ ເຄື່ອນໄຫວວຽກງານແກ້ໄຂຢາເສບຕິດ ແກ່ເຈົ້າໜ້າທີ່ພວກເຮົາ ແລະ ກໍສະແດງ ໃຫ້ເຫັນວ່າ: ນີ້ເປັນຊ່ອງທາງໜຶ່ງໃນ ການສ້າງຄວາມຮັບຮູ້ທີ່ຖືກຕ້ອງໃຫ້ ຊາວໜຸ່ມນັກຮຽນ, ນັກສຶກສາ, ປະຊາ ຊົນລາວບັນດາເຜົ່າ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ຖືກຕ້ອງຕໍ່ກັບພິດໄພຜົນຮ້າຍ ຂອງຢາເສບຕິດທຸກຊະນິດ. ພ້ອມກັນ ນີ້, ທົ່ວປວງຊົນລາວໄດ້ສ້າງຄວາມເຂັ້ມ ແຂງຢູ່ໃນຊຸມຊົນດ້ວຍການໂຄສະນາ ເຜີຍແຜ່ເຮັດໃຫ້ປະຊາຊົນຊາວຄ້າຂາຍ, ກໍາມະກອນ, ຊາວນາ-ຊາວສວນໄດ້ ຕື່ນຕົວເຂົ້າຮ່ວມປ້ອງກັນ, ແກ້ໄຂບັນ ຫາຢາເສບຕິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະແດງອອກໃນການສ້າງຄອບຄົວ, ບ້ານ, ຊຸມຊົນ, ໂຮງຮຽນ, ສະຖາບັນ ການສຶກສາພາກລັດ-ເອກະຊົນ, ສໍານັກ ງານ,ອົງການ, ໂຮງຈັກ, ໂຮງງານປອດ ຢາເສບຕິດເພີ່ມຂຶ້ນໃນແຕ່ລະໄລຍະ. ນອກນັ້ນ, ຄະນະກໍາມະການແກ້ ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຍັງໄດ້ ເອົາໃຈໃສ່ປະສານສົມທົບສ້າງເງື່ອນ ໄຂອໍານວຍຄວາມສະດວກ ໃຫ້ປະຊາ ຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກ ຫລີກ ຫັນໄປປະກອບອາຊີບຖືກກົດ ໝາຍ, ມີລາຍຮັບທີ່ໝັ້ນຄົງ ດ້ວຍການ ປູກພືດທົດແທນການປູກພືດທີ່ມີສານ ເສບຕິດ, ສົ່ງເສີມລ້ຽງສັດ, ປູກພືດ ຜັກເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ. ສໍາລັບຜູ້ຖືກ ເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບ ເຂົ້າບໍາບັດປິ່ນປົວສຸຂະພາບ ແລະ ຝຶກ ວິຊາຊີບຢູ່ໃນສູນປິ່ນປົວ 16 ແຫ່ງຂອງ ລັດມີປະສິດທິຜົນໃນລະດັບທີ່ແນ່ນອນ. ໃນປັດຈຸບັນ, ສາມາດປິ່ນປົວຜູ້ຖືກ ເຄາະຮ້າຍຈາກສິ່ງເສບຕິດ ໄດ້ກັບຄືນ ເປັນຄົນດີຂອງສັງຄົມເພີ່ມຂຶ້ນ. ຄຽງຄູ່ ກັນນັ້ນ, ລັດຖະບານ ຍັງມອບໝາຍໃຫ້ ທຸກພາກສ່ວນຮ່ວມກັນປະຕິບັດວາລະ ແຫ່ງຊາດວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງໃນໄລຍະໃໝ່ຕິດ ພັນກັບການສ້າງບ້ານ, ສະຖາບັນການ ສຶກສາ, ກະຊວງ, ກົມກອງ, ກໍາລັງປະ ກອບອາວຸດປອດຢາເສບຕິດ, ເພີ່ມທະ ວີໃນການປະຕິບັດມາດຕະການດ້ານ ກົດໝາຍຕໍ່ຜູ້ກະທໍາຜິດ ສະເພາະໃນ ປີ 2026 ນີ້, ເຈົ້າໜ້າທີ່ປ້ອງກັນຄວາມ ສະຫງົບສາມາດແກ້ໄຂຄະດີຢາເສບຕິດ ໄດ້ຫລາຍກໍລະນີ ເປັນຕົ້ນ ໄດ້ທັບມ້າງ, ຢຶດຢາເສບຕິດ, ຢຶດຊັບສິນວັດຖຸຂອງ ກາງ, ສານເຄມີຕ່າງໆທີ່ພວກກຸ່ມຄົນ ບໍ່ດີລັກລອບນໍາເຂົ້າຜ່ານປະເທດເຮົາ ຊຶ່ງເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງ ສາມາດຈັບກຸມຜູ້ກະທໍາຜິດມາລົງໂທດ ຕາມລະບຽບກົດໝາຍ. ການປະຕິບັດວຽກງານກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ສູນກາງ-ທ້ອງຖີ່ນ ມີລະບົບ ການຈັດຕັ້ງຄົບຊຸດ, ສາມາດເຄື່ອນໄຫວ ວຽກງານເກັບກໍາທ້ອນໂຮມ, ສະສາງ ຊັບສິນໃນຄະດີຢາເສບຕິດທີ່ສານຕັດ ສິນຮິບເປັນຂອງລັດເຂົ້າງົບປະມານ ແລະ ຮັບໃຊ້ວຽກງານວິຊາສະເພາະ ທີ່ຈໍາເປັນໄດ້ຢ່າງມີປະສິດທິຜົນ. ພັກລັດຖະບານ ຍັງໄດ້ຊຸກຍູ້ສົ່ງເສີມການ ຮ່ວມມືກັບພາກພື້ນ, ສາກົນ,ໃນປີຜ່ານ ມາ ສປປ ລາວ ໄດ້ເຂົ້າຮ່ວມກອງປະ ຊຸມໃນລະດັບຕ່າງໆທີ່ກ່ຽວຂ້ອງກັບ ວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍຄື ການປະ ຕິບັດສົນທິສັນຍາທີ່ລາວໄດ້ເປັນພາຄີ ວ່າດ້ວຍການຄວບຄຸມຢາເສບຕິດ ເຫັນ ໄດ້ວ່າ ບັນດາປະເທດໃນພາກພື້ນ ກໍຄື ໃນໂລກໄດ້ຖືເອົາວຽກງານປ້ອງກັນ, ແກ້ໄຂຢາເສບຕິດເປັນວຽກໜື່ງທີ່ຈໍາ ເປັນ, ສໍາຄັນ ແລະ ພ້ອມທີ່ຈະຮ່ວມກັນ ແກ້ໄຂໃຫ້ມີຜົນສໍາເລັດເປັນຮູບປະທໍາ ໃນແຕ່ລະໄລຍະ. ພີ່ນ້ອງຮ່ວມຊາດທີ່ນັບຖື ແລະ ຮັກ ແພງທັງຫລາຍ ຍ້ອນເຫັນໄດ້ເຖີງໄພອັນຕະລາຍ ຂອງບັນຫາຢາເສບຕິດດັ່ງກ່າວ, ພັກລັດຖະບານ, ຄະນະກໍາມະການແກ້ໄຂ ບັນຫາຢາເສບຕິດລະດັບຊາດ ຈຶ່ງໄດ້ ຍົກລະດັບມາດຕະການ, ການນໍາພາ-ຊີ້ ນໍາວຽກງານແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ, ຈິງຈັງ ທັງໄດ້ ວາງນະໂຍບາຍ ສ້າງເປັນແຜນງານ ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ (2026-2030) ເພື່ອ ຮັບປະກັນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃຫ້ໄປຕາມ 6 ວຽກຈຸດ ສຸມຢ່າງເປັນລະບົບຕໍ່ເນື່ອງ; ເຮັດໃຫ້ ອາຊະຍາກໍາຢາເສບຕິດທຸກຮູບແບບ ຫລຸດ ລົງຢ່າງຊັດເຈນ. ສະນັ້ນ, ໃນນາມລັດຖະບານແຫ່ງ ສປປ ລາວ, ຄະນະກໍາມະການແກ້ໄຂ ບັນຫາຢາເສບຕິດລະດັບຊາດ ຂ້າພະ ເຈົ້າຂໍມອບໝາຍໜ້າທີ່ໃຫ້ບັນດາຂະ ແໜງການ, ກະຊວງ, ອົງການຈັດຕັ້ງ ທີ່ກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງ ທົ່ວປວງຊົນລາວຈົ່ງພ້ອມກັນຈັດຕັ້ງ ປະຕິບັດ ດັ່ງນີ້: ໜຶ່ງ. ທຸກຂະແໜງການທັງພາກ ລັດ-ເອກະຊົນ ຕ້ອງຖືເອົາວຽກງານ ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ເປັນພັນທະ, ເປັນໜ້າທີ່ຄວາມຮັບ ຜິດຊອບຂອງຕົນ ແຕ່ສູນກາງຮອດ ທ້ອງຖິ່ນ ພ້ອມທັງກໍານົດເອົາວຽກດັ່ງ ກ່າວເຂົ້້າເປັນວຽກທີ່ຕິດພັນກັບການ ເຄື່ອນໄຫວວຽກງານວິຊາສະເພາະ ຂອງແຕ່ລະຂະແໜງການ. ສອງ. ກະຊວງປ້ອງກັນຄວາມສະ ຫງົບ, ຄະນະໂຄສະນາອົບຮົມສູນກາງ ພັກ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນທົ່ວ ສັງຄົມ ຈົ່ງຍົກສູງວຽກງານໂຄສະນາ ສ້າງຄວາມຮັບຮູ້ທົ່ວສັງຄົມໃຫ້ກວ້າງ ຂວາງດ້ວຍຫລາຍວິທີການ ທີ່ສ່ອງ ແສງໃຫ້ເຫັນເຖິງພິດໄພຜົນຮ້າຍຂອງ ຢາເສບຕິດໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນບັນດາເຜົ່າ; ເພື່ອເຮັດໃຫ້ ເຂົາເຈົ້າເຂົ້າໃຈຢ່າງຖືກຕ້ອງ, ຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າຮ່ວມເຮັດ ວຽກງານແກ້ ໄຂບັນຫາຢາເສບຕິດທົ່ວ ປວງຊົນໃຫ້ຫລາຍຂຶ້ນ. ສາມ. ກະຊວງປ້ອງກັນຄວາມສະ ຫງົບ, ບັນດາກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ/ນະຄອນຫລວງ ຮ່ວມກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມເອົາໃຈໃສ່ການບໍາບັດປິ່ນ ປົ່ວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເບື້ອງຕົ້ນໃຫ້ຜູ້ຖືກເຄາະຮ້າຍທີ່ເຂົ້າ ປິ່ນປົ່ວອອກຢາເສບຕິດຢູ່ໃນ 16 ສູນ ໃຫ້ມີຄຸນນະພາບ ແລະ ຕ້ອງໄດ້ຕິດ ຕາມຊ່ວຍເຫລືອເຮັດໃຫ້ຜູ້ອອກຢາ ເສບຕິດ ໄດ້ມີຊີວິດການເປັນຢູ່ຢ່າງເປັນ ປົກກະຕິ, ເພື່ອຮັບປະກັນບໍ່ໃຫ້ຄົນເຫລົ່າ ນັ້ນໄປຕິດຢາເສບຕິດຄືນອີກ. ສີ່. ບັນດາຂະແໜງການປະຕິບັດ ໜ້າທີ່ດໍາເນີນຄະດີຕາມຂະບວນການຍຸ ຕິທໍາ ແຕ່ລະຂັ້ນຕ້ອງມີຄວາມເດັດຂາດ ໂປ່ງໃສ, ເປັນມືອາຊີບ ເພື່ອຮັບປະກັນ ວຽກງານວິຊາສະເພາະ, ກົດໝາຍ ແລະ ການເມືອງ, ຮັບປະກັນເຮັດໃຫ້ບັນ ຫາຢາເສບຕິດຢູ່ໃນປະເທດເຮົາຫລຸດ ລົງຢ່າງຊັດເຈນຈະແຈ້ງ. ຫ້າ. ກະຊວງປ້ອງກັນຄວາມສະ ຫງົບ (ຄະນະກໍາມະການແກ້ໄຂບັນຫາ ຢາເສບຕິດຂັ້ນແຂວງ) ໃຫ້ສືບຕໍ່ຊີ້ນໍາ ການປັບປຸງລະບົບການຈັດຕັ້ງສະພາ ບໍລິຫານ, ກອງເລຂາ ແລະ ການເຄື່ອນ ໄຫວຈັດຕັ້ງປະຕິບັດຕາມມາດຕາ 5 ຂອງດໍາລັດ 639/ລບ ວ່າດ້ວຍກອງ ທຶນ ຄວບຄຸມສະກັດກັ້ນ ແລະ ຕ້ານຢາ ເສບຕິດ ໂດຍສະເພາະແມ່ນການເກັບ ກໍາ, ຂຶ້ນບັນຊີ, ຊໍາລະສະສາງ, ເອກະ ພາບການຄຸ້ມຄອງງົບປະມານກ່ອນ ມອບເຂົ້າກອງທຶນແຕ່ລະຂັ້ນ ເພື່ອຮັບ ປະກັນໃຫ້ສາມາດມີງົບປະມານຮັບໃຊ້ ເຂົ້າໃນວຽກງານວິຊາສະເພາະ ໃຫ້ແກ່ ການແກ້ໄຂບັນຫາຢາເສບຕິດທີ່ຈໍາເປັນ ໄດ້ຢ່າງຄ່ອງຕົວ; ຫົກ. ກະຊວງປ້ອງກັນຄວາມສະ ຫງົບ, ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ, ບັນດາຂະແໜງການທີ່ກ່ຽວຂ້ອງ ຍັງຕ້ອງໄດ້ເອົາໃຈໃສ່ລົງໃກ້ຊິດ ສຶກສາ ອົບຮົມໃຫ້ຄວາມຮູ້ແກ່ປະຊາຊົນ ບໍ່ໃຫ້ ລັກລອບປູກພືດທີ່ມີສານເສບຕິດ, ຊຸກຍູ້, ສົ່ງເສີມເຂົາເຈົ້າໄດ້ມີເງື່ອນໄຂຫັນໄປ ປະກອບອາຊີບອື່ນທີ່ໝັ້ນຄົງແທນການ ປູກພືດທີ່ມີສານເສບຕິດ, ພ້ອມທັງດໍາ ເນີນມາດຕະການທາງກົດໝາຍຢາງ ເດັດຂາດຕໍ່ຜູ້ກະທໍາຜິດ. ເຈັດ. ເພີ່ມທະວີການພົວພັນຮ່ວມມື ກັບພາກພື້ນ, ສາກົນເພື່ອຍາດແຍ່ງເອົາ ການຊ່ວຍເຫລືອ, ສະໜັບສະໜູນທາງ ດ້ານທຶນຮອນ, ປະກອບສ່ວນເຂົ້າໃນ ວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນການສົ່ງເສີມປະຊາ ຊົນສ້າງອາຊີບທີ່ໝັ້ນຄົງ, ການສະ ໜອງ, ແລກປ່ຽນຂໍ້ມູນຂ່າວສານທີ່ຈໍາ ເປັນລວມທັງການປະສານສົມທົບ, ປ້ອງກັນການລັກລອບຄ້າຂາຍ, ຂົນສົ່ງ ຢາເສບຕິດ, ສານເຄມີຕົ້ນຂອບເຂດ ບໍລິເວນຊາຍແດນຢ່າງເດັດຂາດ; ນະໂອກາດອັນມີຄວາມໝາຍສໍາ ຄັນນີ້, ຕາງໜ້າລັດຖະບານ ແລະ ຄະນະ ກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ, ຂ້າພະເຈົ້າ ຂໍສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່, ຄະ ນະກໍາມະການແກ້ໄຂບັນຫາຢາເສບຕິດ ທຸກຂັ້ນ ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າຂອບເຂດທົ່ວປະເທດທີ່ໄດ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກ ນີ້ຕະຫລອດມາ. ພ້ອມດຽວກັນນີ້, ຂໍສະແດງຄວາມ ຂອບໃຈຢ່າງເລິກເຊິ່ງມາຍັງປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທາງສັງຄົມແລະ ຜູ້ປະກອບ ການທັງພາກລັດ, ເອກະຊົນ ທັງພາຍ ໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການ ຊ່ວຍເຫລືອສະໜັບສະໜູນດ້ານທຶນ ຮອນ, ວັດຖຸອຸປະກອນຮັບໃຊ້ເຂົ້າໃນ ວຽກງານແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະຫລອດມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວ ພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງ ຊາດ ບວກກັບການຮ່ວມມື, ການສະ ໜັບສະໜູນຊ່ວຍເຫລືອຈາກເພື່ອນມິດ ສາກົນ, ພວກເຮົາຈະສາມາດເອົາຊະນະ ອຸປະສັກຫຍໍ້ທໍ້ຕ່າງໆ ແລະ ເຮັດໃຫ້ບັນ ຫາຢາເສບຕິດຫລຸດໜ້ອຍຖອຍລົງເທື່ອ ລະກ້າວ. ທຸກຄົນ, ທຸກຊົນເຜົ່າ, ທຸກສາ ສະໜາ ບໍ່ເປັນທາດຢາເສບຕິດ, ຊີວິດວັດທະນາທໍາ ຈະຮຸ່ງເຮືອງສີວິໄລ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==