7384

ອາຊີ - ປາຊີຟິກ. ຫວນຄືນຫລັງເບິ່ງເສັ້ນທາງ ປະຫວັດສາດ ຕະຫລອດໄລຍະເວ ລາກວ່າ 60 ປີ ນັບຕັ້ງແຕ່ສອງປະ ເທດໄດ້ສ້າງຕັ້ງສາຍພົວພັນການ ທູດຮ່ວມກັນ, ສາມາດຢັ້ງຢືນໄດ້ວ່າ ສາຍພົວພັນ ລາວ-ຫວຽດນາມ ແມ່ນສາຍພົວພັນພິເສດ, ຫາຍາກ, ໜັກແໜ້ນແລະຍືນຍົງຕະຫລອດໄປ. ນັ້ນແມ່ນສາຍພົວພັນທີ່ໄດ້ຮັບການ ທົດສອບໃນແປວໄຟແຫ່ງສົງຄາມ, ໄດ້ຮັບການເສີມຂະຫຍາຍດ້ວຍ ຄວາມໄວ້ເນື້ອເຊື່ອໃຈທາງການ ເມືອງ ແລະ ໄດ້ຮັບການລ້ຽງດູດ້ວຍ ນໍ້າໃຈຮັກແພງຂອງປະຊາຊົນສອງ ຊາດ. ໃນປັດຈຸບັນ, ເມື່ອສອງປະ ເທດກ້າວເຂົ້າສູ່ສັງກາດໃໝ່ ດ້ວຍ ຄວາມມຸ່ງມາດປາຖະໜາໃນການ ພັດທະນາ ໃຫ້ຮັ່ງມີເຂັ້ມແຂງ, ການ ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນພິເສດ ລາວ - ຫວຽດ ນາມ ບໍ່ພຽງແຕ່ແມ່ນໜ້າທີ່ການ ເມືອງເທົ່ານັ້ນ,ແຕ່ຫາກແມ່ນຄວາມ ຮັບຜິດຊອບອັນສັກສິດຂອງປະ ຊາຊົນແຕ່ລະຄົນ. ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ເຄີຍຢັ້ງຢືນ ໄວ້ວ່າ: “ປົກປັກຮັກສາຄວາມສາ ມັກຄີ ລາວ - ຫວຽດນາມ ຄືດັ່ງປົກ ປັກຮັກສາແກ້ວຕາດວງໃຈຂອງ ຕົນ”, ຄົນຮຸ່ນປັດຈຸບັນ ແລະ ຮຸ່ນຕໍ່ໆ ໄປ ຍິ່ງຕ້ອງສືບທອດພາລະກິດດັ່ງ ກ່າວ, ເຮັດໃຫ້ສາຍພົວພັນນັ້ນ ຂຽວ ສົດງົດງາມຕະຫລອດກາລະນານ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ, ກາຍເປັນແສງສະຫວ່າງຊີ້ທິດເຍືອງ ທາງ ໃຫ້ແກ່ການກ້າວເດີນໄປສູ່ ເອກະລາດ, ອິດສະລະພາບ ແລະ ຄວາມຜາສຸກຂອງທັງສອງຊາດ. ການຢ້ຽມຢາມສປປ ລາວ ຢ່າງ ເປັນທາງການຂອງສະຫາຍ ເລມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນຕໍ່ໜ້ານີ້ ຈະປະກອບ ສ່ວນເຂົ້າໃນການສືບຕໍ່ປັບປຸງ, ເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດລາວ-ຫວຽດນາມ ໄດ້ຮັບການພັດທະນາຍິ່ງໆຂຶ້ນ; ໂດຍສະເພາະແມ່ນການຊຸກຍູ້ຫັນ ເອົາເນື້ອໃນການເປັນຄູ່ຫຸ້ນສ່ວນ ຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ປະກົດຜົນເປັນຈິງ, ເພີ່ມທະວີ ການເຊື່ອມໂຍງ-ເຊື່ອມຈອດ, ຊ່ວຍ ໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງພື້ນຖານເສດຖະກິດ, ສ້າງ ແລວທາງນິຕິກຳທີ່ໝັ້ນຄົງ, ໂປ່ງ ໃສ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ເພື່ອໃຫ້ສອງພັກ, ສອງລັດບັນລຸບັນດາເປົ້າໝາຍການ ພັດທະນາທີ່ໄດ້ວາງໄວ້. 13/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ມາລີດດາີ ll- g0f 1 ltg|u pq dl6 '7;k,3xj '.l .o0t[;o dkop5 8y me grnj vlh k'7;k,g-nj v\A o.sh cdj xt-k-q o lkprq ;ra o ]k;{s;Pfok, c,j olkprq ;ra ory glf ,u |bj '[+ ,u lv'.o3]d ພຶດຕິກຳຕົວຈິງຂອງການຮ່ວມ ມືໃນປັດຈຸບັນ ຍິ່ງຢັ້ງຢືນຢ່າງຈະ ແຈ້ງ ເຖິງລັກສະນະພິເສດ ແລະ ຄວາມຍືນຍົງຂອງສາຍພົວພັນດັ່ງ ກ່າວ. ສອງປະເທດ ບໍ່ພຽງແຕ່ ແມ່ນ ບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ ຫາກແມ່ນຄູ່ຮ່ວມຍຸດທະສາດຮອບ ດ້ານ, ພ້ອມກັນ ປະສານສົມທົບ ຢ່າງແໜ້ນແຟ້ນໃນບັນດາກົນໄກ ພາກພື້ນ ເຊັ່ນ: ອາຊຽນ, ອະນຸພາກ ພື້ນແມ່ນໍ້າຂອງພາກຂະຫຍາຍ (GMS)... ທັງສອງຝ່າຍ ຍາມໃດ ກໍສະໜັບສະໜູນ ຈຸດຢືນຫລັກໝັ້ນ ຂອງກັນ ແລະ ກັນ ໃນເວທີສາກົນ, ຮ່ວມກັນ ປົກປ້ອງຫລັກການ ແຫ່ງ ສັນຕິພາບ, ເອກະລາດ, ບໍ່ແຊກແຊງ ວຽກງານພາຍໃນຂອງກັນ ແລະ ເຄົາລົບກົດໝາຍສາກົນ. ໃນທ່າມກາງສະພາບການແຂ່ງ ຂັນຍາດອິດທິພົນ ລະຫວ່າງ ບັນດາ ປະເທດ ມະຫາອຳນາດ ຢູ່ໃນພາກ ພື້ນ, ລາວ ແລະ ຫວຽດນາມ ຍາມ ໃດກໍຍຶດໝັ້ນໃນຫລັກໝັ້ນ ເອກະ ລາດ, ເປັນເຈົ້າຕົນເອງ,ຮ່ວມກັນປົກ ປ້ອງຜົນປະໂຫຍດລວມຂອງພາກ ພື້ນອິນດູຈີນ, ພ້ອມກັນເພີ່ມພູນຄູນ ສ້າງໃຫ້ແກ່ປະຊາຄົມອາຊຽນ ໃຫ້ ມີຄວາມສາມັກຄີ ແລະ ເຂັ້ມແຂງ. ເມື່ອໂລກຕ້ອງຜະເຊີນໜ້າກັບການ ປ່ຽນແປງຂອງດິນຟ້າອາກາດ, ວິ ກິດການພະລັງງານ ແລະ ພະຍາດ ລະບາດ, ນໍ້າໃຈແຫ່ງຄວາມສາມັກ ຄີຊ່ວຍເຫລືອເຊິ່ງກັນແລະກັນແບບ ອ້າຍນ້ອງລະຫວ່າງສອງປະເທດ ໄດ້ກາຍເປັນກຳລັງແຮງ ເພື່ອຜ່ານ ຜ່າທຸກສິ່ງທ້າທາຍ. ບໍ່ພຽງແຕ່ຮ່ວມ ກັນພັດທະນາເທົ່ານັ້ນ, ລາວ ແລະ ຫວຽດນາມ ຍັງໄດ້ຮ່ວມກັນປະ ກອບສ່ວນປົກປັກຮັກສາສັນຕິພາບ ໃຫ້ແກ່ພາກພື້ນ, ປະກອບສ່ວນເຂົ້າ ໃນສະຖຽນລະພາບ ແລະ ຄວາມຈະ ເລີນຮຸ່ງເຮືອງລວມຂອງພາກພື້ນ s;o7n o,6 og-N v;a oxtdkfgvdt]kf 12 85 ]k *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຂປລ. ທ່ານ ນະຄະເສນ ສີຫາ ລາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນໄດ້ປະກອບ ຄຳເຫັນຕໍ່ບົດລາຍງານຂອງອົງ ການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໂດຍໄດ້ ສະເໜີໃຫ້ອົງການໄອຍະການປະ ຊາຊົນສູງສຸດ ແລະ ສານປະຊາຊົນ ສູງສຸດເພີ່ມທະວີການຕິດຕາມກວດ ກາການຈັດຕັ້ງປະຕິບັດກົດໝາຍ, ປັບປຸງກົນໄກການດຳເນີນຄະດີ ແລະ ຍົກສູງຄວາມໂປ່ງໃສໃນການ ບໍລິຫານງານ ເພື່ອໃຫ້ຂະບວນການ ຍຸຕິທຳ ມີຄວາມຖືກຕ້ອງຕາມກົດ ໝາຍ, ມີປະສິດທິພາບ ແລະ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ. ໃນການປະກອບຄຳເຫັນຕໍ່ບົດ ລາຍງານ ຂອງສອງອົງການດັ່ງ ກົດໝາຍ. ສຳລັບວຽກງານບຸກຄະລາກອນ ທ່ານໄດ້ສະເໜີໃຫ້ປັບປຸງກົນໄກປະ ສານງານໃນການແຕ່ງຕັ້ງ,ຍົກຍ້າຍ, ສັບປ່ຽນແລະ ເລື່ອນຊັ້ນຜູ້ພິພາກສາ ຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມຊັດເຈນ ໂປ່ງໃສ ແລະ ສອດຄ່ອງກັບກົດ ໝາຍ ເຖິງວ່າວຽກງານດັ່ງກ່າວຈະ ມີກົດໝາຍ ແລະ ລະບຽບການກ່ຽວ ຂ້ອງກຳນົດໄວ້ແລ້ວກໍຕາມ. ອີກ ດ້ານໜຶ່ງ, ທ່ານຍັງສະເໜີໃຫ້ຄະ ນະປະຈຳສະພາແຫ່ງຊາດ ພິຈາລະ ນາຕື່ມໃນການກຳນົດ ຫລື ຈັດສັນ ງົບປະມານສຳລັບວຽກງານຂອງ ສານລວມທັງພາຫະນະ, ອຸປະກອນ ແລະ ບຸກຄະລາກອນ ໃຫ້ພຽງພໍຕໍ່ ຄວາມຕ້ອງການ ເນື່ອງຈາກປັດຈຸ ບັນຍັງມີຂໍ້ຈຳກັດດ້ານງົບປະມານ ແລະ ອຸປະກອນທີ່ຈຳເປັນຕໍ່ການ ປະຕິບັດວຽກງານ. ທັງນີ້, ການເພີ່ມ ທະວີການກວດກາ, ປັບປຸງກົນໄກ ການດຳເນີນຄະດີ ແລະ ສະໜອງ ຊັບພະຍາກອນທີ່ຈຳເປັນ ຈະເປັນ ປັດໄຈສຳຄັນໃນການຍົກສູງຄຸນນະ ພາບການບັງຄັບໃຊ້ກົດໝາຍພ້ອມ ທັງສ້າງລະບົບຍຸຕິທຳທີ່ໂປ່ງໃສ, ມີ ຄວາມຮັບຜິດຊອບ ແລະ ສາມາດ ຕອບສະໜອງຕໍ່ຄວາມຕ້ອງການ ຂອງສັງຄົມ ເພື່ອສ້າງຄວາມເຊື່ືອ ໝັ້ນໃຫ້ແກ່ປະຊາຊົນຢ່າງຍືນຍົງ. ຂປລ. ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນຂອງ ຊາດລາວ ທີ່ສະແດງເຖິງເຈດຈຳ ນົງອັນແນ່ວແນ່ ແລະ ນ້ຳໃຈຮັກ ຊາດຂອງປະຊາຊົນລາວ ໃນການ ຕໍ່ສູ້ຍາດເອົາເອກະລາດ, ອິດສະລະ ພາບ ແລະ ອະທິປະໄຕຂອງຊາດ. ເຫດການດັ່ງກ່າວເປັນໝາກຜົນ ສຳຄັນຂອງຂະບວນການຕໍ່ສູ້ປົດ ປ່ອຍຊາດ ແລະ ເປັນພື້ນຖານໃຫ້ແກ່ ການປະຕິວັດລາວກ້າວສູ່ໄລຍະໃໝ່. ພາຍຫລັງມີພັກກອມມູນິດອິນ ດູຈີນຊີ້ນໍາ-ນໍາພາ ແລະ ໄດ້ສ້າງຕັ້ງ ຄະນະພັກແຄວ້ນລາວຂຶ້ນໃນວັນ 6 ກັນຍາ 1934 ເພື່ອນໍາພາຂະບວນ ການຕໍ່ສູ້ຂອງປະຊາຊົນລາວ, ຄະ ນະພັກແຄວ້ນລາວກໍໄດ້ປຸກລະດົມ ຂົນຂວາຍປະຊາຊົນ ແຕ່ລະເຂດໃນ ທົ່ວປະເທດ ໃຫ້ສາມັກຄີກັນເປັນຈິດ ໜຶ່ງໃຈດຽວພ້ອມກັນລຸກຂຶ້ນຕໍ່ສູ້ ຕ້ານການຢຶດຄອງ, ກົດຂີ່ກູດຮີດ ຂອງຈັກກະພັດລ່າເມືອງຂຶ້ນແບບ ເກົ່າແລະຟາດຊິດຍີ່ປຸ່ນ.ໃນປີ1945 ຟາດຊິດຍີ່ປຸ່ນ ໄດ້ຍອມຈໍານົນຕໍ່ຝ່າຍ ພັນທະມິດ ໃນສົງຄາມໂລກຄັ້ງທີ II, ປະຊາຊົນລາວ ໄດ້ສວຍໃຊ້ໂອ ກາດທາງປະຫວັດສາດລຸກຂຶ້ນ ຍາດເອົາອຳນາດການປົກຄອງຢູ່ ຫລາຍທ້ອງຖິ່ນ. ຂະບວນການຕໍ່ສູ້ ໄດ້ຂະຫຍາຍຕົວໃນທົ່ວປະເທດ, ໄດ້ ສ້າງຕັ້ງກໍາລັງປະກອບອາວຸດ ເພື່ອ ປ້ອງກັນຕົວເມືອງ, ຢູ່ໃນຕົວເມືອງ ໃຫຍ່ເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊໍາເໜືອ, ຊຽງ ຂວາງ ແລະ ຫລວງພະບາງ. ພາຍໃຕ້ນຳພາອັນສະຫລາດ ສ່ອງໃສຂອງສູນກາງພັກ ແລະ ການຊີ້ນຳໂດຍກົງຂອງຄະນະພັກ ແຄວ້ນລາວ, ຂະບວນການປະຕິ ວັດປົດປ່ອຍຊາດຢູ່ລາວນັບມື້ຂະ ຫຍາຍຕົວ ແລະ ກ້າວໄປສູ່ຄຸນນະ (ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 81 ປີ ວັນທີ 12/10/1945-12/10/2026)ື່ ອັ ນົ ບີ ັນີ ອຳນາດການປົກຄອງ 23 ສິງຫາ 1945 ແລະ ປະກາດເອກະລາດໃນ ວັນທີ12 ຕຸລາ 1945 ເປັນຂີດໝາຍ ອັນໜຶ່ງທີ່ສຳຄັນໃນປະຫວັດສາດ ແຫ່ງການຕໍ່ສູ້ ເພື່ອເອກະລາດແຫ່ງ ຊາດ, ອິດສະລະພາບຂອງປະຊາ ຊົນລາວ, ໃນນີ້ເປັນເທື່ອທຳອິດທີ່ ປະຊາຊົນລາວບັນດາເຜົ່າໄດ້ລຸກ ຂຶ້ນຕໍ່ສູ້ເພື່ອທັບມ້າງແອກປົກຄອງ ຂອງການເປັນຂ້ອຍຂ້າຂອງພວກ ລ່າເມືອງຂຶ້ນແບບເກົ່າ, ລຶບລ້າງ ລະບອບສັກດີນາທີ່ປົກຄອງລາວ ມາໄດ້ຫລາຍທົດສະຕະວັດ, ເປັນ ການເປີດເສັ້ນທາງໃຫ້ແກ່ການ ປະຕິວັດລາວກ້າວເຂົ້າສູ່ໄລຍະໃໝ່. ຈາກໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ ພັກແລະ ປະຊາຊົນລາວໄດ້ມີປະສົບ ການຫລາຍຢ່າງ, ສ້າງໃຫ້ພັກມີກໍາ ລັງໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມ ຄວາມເຊື່ອໝັ້ນຕໍ່ໄຊຊະນະໃນການ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບ ເກົ່າທີ່ກັບຄືນມາຮຸກຮານລາວອີກ ເທື່ອໃໝ່. ພາລະກິດປົດປ່ອຍຊາດ ຂອງປະຊາຊົນລາວ ໄດ້ດຳເນີນໄປ ຢ່າງພິລາດອາດຫານ ທັງຕໍ່ສູ້ດ້ວຍ ອາວຸດ, ການເມືອງ, ກົດໝາຍແລະ ການຕ່າງປະເທດ ຈົນໄດ້ຮັບໄຊຊະ ນະແຕ່ລະກ້າວຢ່າງຕໍ່ເນື່ອງ; ສຸດ ທ້າຍໄດ້ຈັບເອົາກາລະໂອກາດທີ່ ຫວຽດນາມ ແລະ ກຳປູເຈຍ ປົດ ປ່ອຍຊາດຢ່າງສົມບູນ, ພັກປະຊາ ຊົນລາວ ໄດ້ນຳໃຊ້ຍຸດທະສາດ 3 ບາດຄ້ອນ “ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ ຂຸ່ນ” ຍາດເອົາໄຊຊະນະຢ່າງສົມ ບູນ, ລຶບລ້າງລະບອບເກົ່າ ແລະ ສ້າງລະບອບປະຊາທິປະໄຕ ປະຊາ ຊົນ ຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ 1975. ໄຊຊະນະຂອງການລຸກຮືຂຶ້ນ ຍາດເອົາອຳນາດການປົກຄອງ ແລະ ປະກາດເອກະລາດໃນເດືອນ ຕຸລາ 1945 ກໍຄືໝາກຜົນຂອງໄຊ ຊະນະແຫ່ງການປະກາດເອກະ ລາດ ໃນວັນຊາດ 2 ທັນວາ 1975 ຊຶ່ງເປັນຄັ້ງທຳອິດທີ່ປະຊາຊົນລາວ ບັນດາເຜົ່າໄດ້ຮັບຮູ້ສິດເສລີພາບ, ປະຊາທິປະໄຕ, ໄດ້ເປັນເຈົ້າປະເທດ ຊາດ, ເປັນເຈົ້າທ້ອງຖິ່ນ ແລະເປັນ ເຈົ້າຊາຕາກຳຂອງຕົນອັນໄດ້ເຮັດ ໃຫ້ສະຕິຕື່ນຕົວຮັກຊາດຂອງປະຊາ ຊົນເຮົາໄດ້ຮັບການຍົກສູງຂຶ້ນ; ໂດຍພາຍໃຕ້ການນຳພາອັນຖືກ ຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກກອມມູນິດອິນດູຈີນໂດຍກົງ ແມ່ນຄະນະພັກແຄວ້ນລາວທີ່ມີ ແນວທາງຍຸດທະສາດ, ຍຸດໂທບາຍ ອັນຄ່ອງແຄ່ວເຂົ້າໃນພຶດຕິກຳຕົວ ຈິງຂອງການປະຕິວັດລາວຢ່າງປະ ດິດສ້າງ; ແມ່ນໄຊຊະນະຂອງກຳ ລັງແຮງແຫ່ງຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວຂອງປວງຊົນທັງ ຊາດ, ຄວາມເປັນອັນໜຶ່ງອັນດຽວ ຂອງກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ; ແມ່ນໄຊຊະນະແຫ່ງ ຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງປະຊາຊົນລາວ, ຫວຽດ ນາມ ແລະ ປະຊາຊົນກຳປູເຈຍ ທີ່ ໄດ້ຄຽງບ່າຄຽງໄລ່ກັນຕ້ານສັດຕູ ໂຕດຽວກັນຕະຫລອດໄລຍະການ ປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ການປະກາດເອກະລາດໃນວັນທີ 12 ຕຸລາ ປີ 1945 ໄດ້ເຮັດໃຫ້ຄົນ ທົ່ວໂລກໄດ້ຮັບຮູ້ກ່ຽວກັບຄວາມ ເປັນຊາດລາວຂອງພວກເຮົາ, ຮັບຮູ້ ອະທິປະໄຕຂອງຊາດລາວ ກໍຄືເຂດ ນ້ຳແດນດິນຂອງປະເທດລາວ. ດັ່ງນັ້ນ, ການຫວນຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາປີ 1945 ຈຶ່ງເປັນວັນປະຫວັດສາດ ທີ່ສຳຄັນຂອງຊາດ, ເປັນວັນແຫ່ງ ຄວາມເອກອ້າງທະນົງໃຈຕໍ່ຄວາມ ອາດຫານຊານໄຊໃນການຕໍ່ສູ້ບົນ ຈິດໃຈ “ຍອມຕາຍດີກວ່າຍອມ ເປັນຂ້ອຍຂ້າ, ຕາຍເພື່ອເອກະລາດ ດີກວ່າຢູ່ພາຍໃຕ້ແອກປົກຄອງຂອງ ຕ່າງຊາດ”. ນັບແຕ່ນັ້ນມານ້ຳ ໃຈວັນທີ 12 ຕຸລາ ປີ 1945 ຈຶ່ງ ກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີ ໄຊຂອງຄົນລາວຜູ້ຮັກຊາດພາຍໃຕ້ ການນຳພາຂອງພັກ, ເຫດການຄັ້ງ ປະຫວັດສາດດັ່ງກ່າວ ໄດ້ເປັນສັນ ຍະລັກເຕືອນໃຫ້ຊາວໂລກຮັບຮູ້ວ່າ: ແອກ ແລະ ສີກໂຊ້ແຫ່ງຄວາມເປັນ ຂ້ອຍຂ້າຂອງພວກຈັກກະພັດຕ່າງ ດ້າວນັ້ນໄດ້ຖືກປະຊາຊົນເຮົາທັນ ມ້າງໃຫ້ມຸ່ນທະລາຍລົງຢ່າງສິ້ນ ເຊີງ, ຊາດເຮົາໄດ້ຟື້ນຟູສິດ ແຫ່ງ ຄວາມເປັນເອກະລາດ, ອຳນາດອະ ທິປະໄຕ ແລະ ຜືນແຜນດິນອັນຄົບ ຖ້ວນຂອງຕົນໂດຍບໍ່ມີສັດຕູໂຕໃດ ລ່ວງລະເມີດໄດ້ເປັນອັນເດັດຂາດ, ນ້ໍາໃຈ 12 ຕຸລາ ໄດ້ສະແດງໃຫ້ເຫັນ ເຖິງມູນເຊື້ອອັນດູດດື່ມ ແລະ ຄວາມ ສາມັກຄີເດັດດ່ຽວໃນການຕໍ່ສູ້ຕ້ານ ຈັກກະພັດຜູ້ຮຸກຮານ ຍາດເອົາໄຊ ຊະນະມາໃຫ້ປະເທດຊາດ ແລະ ໄດ້ ໄຂຊ່ອງທາງໃຫ້ແກ່ການປະຕິວັດ ຢູ່ປະເທດເຮົາກ້າວຂຶ້ນຈາກໄຊຊະ ນະນີ້ຕໍ່ໃສ່ໄຊຊະນະໃໝ່ຢ່າງມີໄຊ. ນີ້ແມ່ນໝາກຜົນແຫ່ການນຳພາທີ່ ຖືກຕ້ອງສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ແມ່ນ ໄຊຊະນະແຫ່ງຄວາມສາມັກຄີປອງ ດອງປວງຊົນລາວບັນດາເຜົ່າ ແລະ ກໍແມ່ນໄຊຊະນະຂອງການເສີມຂະ ຫຍາຍມູນເຊື້ອວັນທີ 12 ຕຸລາ ເຂົ້າ ໃນທຸກຂົງເຂດວຽກງານ. ພາບໃໝ່, ພັກເຮົາໄດ້ນຳພາປະຊາ ຊົນລຸກຂຶ້ນຢຶດອຳນາດການປົກ ຄອງຢູ່ວຽງຈັນ ໃນວັນທີ 23 ສິງ ຫາ 1945 ແລະ ຕໍ່ຈາກນັ້ນມາກໍໄດ້ ຢຶດອຳນາດການປົກຄອງຢູ່ຫລາຍ ທ້ອງຖິ່ນ, ເປັນຕົ້ນແມ່ນຢູ່ແຂວງ ສະຫວັນນະເຂດ ຊຶ່ງປະຊາຊົນໄດ້ ໂຄ່ນລົ້ມອຳນາດການປົກຄອງເກົ່າ ແລ້ວສ້າງຕັ້ງອຳນາດການປົກຄອງ ປະຕິວັດຂຶ້ນແທນ ໃນວັນທີ 30 ສິງຫາ 1945 ແລະ ໃນທີ່ສຸດ ໃນ ວັນທີ 12 ຕຸລາ 1945 ລັດຖະບານ ລາວອິດສະຫລະ ຊຶ່ງເປັນສັນຍະ ລັກແຫ່ງກ້ອນກຳລັງສາມັກຄີທົ່ວ ປວງຊົນລາວທັງຊາດ ໄດ້ອອກ ສະເໜີຕໍ່ໜ້າປະຊາຊົນຢູ່ນະຄອນ ຫລວງວຽງຈັນ; ລັດຖະບານໄດ້ ອອກຖະແຫລງການປະກາດເອກະ ລາດຂອງລາວ, ໃນຖະແຫລງການ ໄດ້ເວົ້າແຈ້ງກ່ຽວກັບການປ່ຽນ ແປງອຳນາດການປົກຄອງ, ລຶບ ລ້າງທຸກສັນຍາທີ່ໄດ້ເຊັນກັບພວກ ລ່າເມືອງຂຶ້ນແບບເກົ່າໃນເມື່ອ ກ່ອນ, ປະກາດໃຊ້ລັດຖະທຳມະນູນ ສະບັບຊົ່ວຄາວ, ປະກາດໃຊ້ທຸງ ຊາດສາມສີ, ປະກາດສ້າງຕັ້ງລັດ ຖະບານປະສົມຊົ່ວຄາວ. ມາຮອດວັນທີ 17 ຕຸລາ 1945, ລັດຖະບານ ສາທາລະນະລັດ ປະ ຊາທິປະໄຕ ຫວຽດນາມ ກໍໄດ້ປະ ກາດຮັບຮູ້ລັດຖະບານລາວອິດສະ ຫລະຢ່າງເປັນທາງການ, ສົນທິສັນ ຍາມິດຕະພາບ ລະຫ່ວາງ 2 ປະເທດ ກໍໄດ້ເຊັນນຳກັນຢູ່ທີ່ວຽງຈັນ, 2 ປະເທດໄດ້ຕົກລົງສ້າງຕັ້ງກອງທະ ຫານປະສົມລາວ-ຫວຽດນາມຂຶ້ນ ເພື່ອຊ່ວຍເຫລືອກັນຕ້ານພວກລ່າ ເມືອງຂຶ້ນແບບເກົ່າທີ່ກັບຄືນມາ ຮຸກຮານລາວ. ການລຸກຮືຂຶ້ນຢຶດ ກ່າວ ທ່ານໄດ້ຊີ້ໃຫ້ເຫັນວ່າ: ຜ່ານ ມາອົງການສືບສວນ-ສອບສວນ ບາງແຫ່ງຍັງດຳເນີນຄະບໍ່ຮັດກຸມ ແລະ ບໍ່ທັນຖືກຕ້ອງຕາມຫລັກການ ກົດໝາຍເທົ່າທີ່ຄວນ ຊຶ່ງອາດສ້າງ ຊ່ອງຫວ່າງໃນການບັງຄັບໃຊ້ກົດ ໝາຍ ແລະ ສົ່ງຜົນຕໍ່ຄວາມເຊື່ອໝັ້ນ ຂອງປະຊາຊົນ. ດັ່ງນັ້ນ, ຈຶ່ງສະເໜີ ໃຫ້ອົງການໄອຍະການປະຊາຊົນ ສູງສຸດເພີ່ມທະວີການຕິດຕາມກວດ ກາອົງການສືບສວນ-ສອບສວນ ຢ່າງເຂັ້ມງວດ ແລະ ເປັນປົກກະຕິ ພ້ອມທັງກວດກາການຈັດຕັ້ງປະ ຕິບັດຄຳຕັດສິນຂອງສານໃຫ້ເກີດ ຜົນເປັນຈິງ. ພ້ອມນີ້, ຄວນສຶກສາ ສາເຫດທີ່ເຮັດໃຫ້ການປະເມີນຜົນ ຫລື ການທົບທວນການດຳເນີນ ງານຂອງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ປາກົດຜົນຢ່າງຊັດເຈນ ເພື່ອ ນຳໄປປັບປຸງຄຸນນະພາບວຽກງານ ແລະ ຍົກສູງຄວາມຮັບຜິດຊອບ ຕໍ່

RkJQdWJsaXNoZXIy MTc3MTYxMQ==