7384

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 13/10/2026 xtgmf]k; ຄະນະບໍລິຫານງານພັກ ຫສປທ...ໍິັ ການເຄື່ອນໄຫວວຽກງານ...ື່ ຄຕພ ເຜີຍແຜ່ເອກະສານສໍາຄັນ...ີ່ໍັ ຮອງນາຍົກລັດຖະມົນຕີີ ...ົັົີີ ພະນັກງານຫລັກແຫລ່ງໄດ້ຮັບການ ປະກອບຄວາມຮູ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ບົດຮຽນຂອງປະເທດເພື່ອນມິດ ຍຸດທະສາດ ເພື່ອສ້າງພື້ນຖານ ທິດສະດີ ແລະ ການເບິ່ງບັນຫາ ຢ່າງພາວະວິໄສ ໃນເງື່ອນໄຂໃໝ່ ທີ່ມີຄວາມສະຫລັບສັບຊ້ອນໃນ ປັດຈຸບັນ. ພ້ອມນີ້, ຄະນະບໍລິຫານງານພັກ ຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ນໍາພາຊີ້ນໍາສ້າງການຫັນປ່ຽນໃໝ່ທາງ ດ້ານແນວຄິດຈິນຕະນາການຂອງ ສະມາຊິກພັກ, ພະນັກງານ-ລັດຖະ ກອນພາຍໃນອົງຄະນະພັກຢ່າງຕັ້ງ ໜ້າ, ເພີ່ມທະວີການສຶກສາອົບຮົມ ການເມືອງ-ແນວຄິດຢູ່ພາຍໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນຕິດພັນກັບການດຳເນີນ ຊີວິດການເມືອງ, ປັບປຸງປົວແປງ ພາຍໃນພັກຢ່າງຕໍ່ເນື່ອງ ໂດຍຖື ເອົາການຕໍ່ສູ້ຕ້ານແນວຄິດຄອງ ເດີມ, ທັດສະນະການເມືອງທີ່ຜິດ ເຂວ, ແບບແຜນນຳພາທີ່ບໍ່ຖືກຕ້ອງ ກໍຄື ຄ່ານິຍົມທີ່ບໍ່ເໝາະສົມຢູ່ໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນ ໂດຍຖືເອົາອົງການ ຈັດຕັ້ງມະຫາຊົນຂອງພັກ ເປັນກໍາ ລັງແຮງ ແລະ ເປັນຈຸດເຕົ້າໂຮມ ຄວາມສາມັກຄີ; ຄະນະພັກ, ຄະນະ ໜ່ວຍພັກ ເປັນເຈົ້າການປຸກລະດົມ ຂະບວນການຝຶກຝົນຫລໍ່ຫລອມຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ ແລະ ແບບຢ່າງນໍາໜ້າ ຂອງສະມາຊິກພັກ, ພະນັກງານລັດຖະກອນ, ແກ້ໄຂສະພາບການ ຖືເບົາການພັດທະນາຕົນເອງທາງ ດ້ານການເມືອງ-ແນວຄິດ ເພື່ອ ແກ້ໄຂ ແລະ ຕີຖອຍການເສື່ອມ ຖອຍທາງດ້ານແນວຄິດ ແລະ ການ ກະທໍາທີ່ບໍ່ຖືກຕ້ອງ, ໃຫ້ມີທັດສະນະ ຫລັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະ ຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ມີ ຄວາມຊື່ສັດບໍລິສຸດ, ມີຈັນຍາບັນຈັນຍາທໍາ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມ ງວດ; ເປັນເຈົ້າການນໍາພາ-ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກໍາເປັນອັນລະອຽດຢ່າງຕັ້ງ ໜ້າ ໂດຍເລີ່ມຈາກການຈັດຕັ້ງເຜີຍ ແຜ່, ເຊື່ອມຊຶມໃນຄະນະບໍລິຫານ ງານພັກ, ຄະນະໜ່ວຍພັກ, ສະມາຊິກ ພັກ ກໍຄືບັນດາກົມ, ພະແນກການ, ພະນັກງານ-ລັດຖະກອນ ແລະ ອົງ ການຈັດຕັ້ງມະຫາຊົນຂອງຕົນໃຫ້ ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງ ຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບ ທາງດ້ານທັດສະນະ ແລະ ການກະ ທໍາຕົວຈິງ, ມີຄວາມເປັນເຈົ້າການ ເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງນີ້ ເປັນຂະບວນ ອວຍພອນ ແລະ ສະແດງຄວາມ ຊົມເຊີຍໃນໂອກາດທີ່ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຮັບການເເຕ່ງຕັ້ງ ເປັນກໍາມະການກົມການເມືອງສູນ ກາງພັກ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ຢູ ອ່ອງ ໂກ ເອກອັກຄະລັດຖະ ທູດ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ, ໃນນາມເປັນປະທານ ກອງປະຊຸມປຶກສາຫາລືອາຊຽນ ເຄື່ອນໄຫວວຽກງານປະຈຳປີ2026 ຂອງສະພາແຫ່ງຊາດ ໂດຍຍົກໃຫ້ ເຫັນດ້ານດີ, ຜົນສຳເລັດ, ດ້ານ ອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ ຖອດຖອນໄດ້ໃນໄລຍະເກືອບ 1 ປີ ຜ່ານມາ ເປັນຕົ້ນໄດ້ເອົາໃຈໃສ່ຊີ້ນໍາ ການຄົ້ນຄວ້າໃຫ້ສັດຕະຍາບັນແກ່ ສົນທິສັນຍາ-ສັນຍາສາກົນທີ່ ສປປ ຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີ ປະສິດທິພາບ, ປະສິດທິຜົນສູງຕາມ ຄາດໝາຍ. ພາຍຫລັງສໍາເລັດກອງປະຊຸມ ໃຫຍ່ຄັ້ງນີ້, ຄະນະພັກຊຸດໃໝ່ ຕ້ອງ ຮີບຮ້ອນແບ່ງໜ້າທີ່ຄວາມຮັບຜິດ ຊອບຂອງແຕ່ລະສະຫາຍ ໃຫ້ຈະ ແຈ້ງ, ພ້ອມທັງຍົກສູງຄວາມຮັບ ຜິດຊອບທາງການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງ ຕົນໃຫ້ສູງກວ່າເກົ່າ. ສະນັ້ນ, ສິ່ງ ສໍາຄັນທີ່ສຸດແມ່ນໃຫ້ຮັກສາຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ຄວາມເປັນເອກະພາບພາຍໃນ ຄະນະພັກຢ່າງມີຫລັກການ, ຫລີກ ເວັ້ນບໍ່ໃຫ້ເກີດກຸ່ມກ້ອນ, ພັກພວກ, ຕ້ອງເປັນຄະນະດຽວ, ທີມງານ ດຽວເອກະພາບສູງ, ເພາະວ່າບັນ ດາສະຫາຍສະມາຊິກພັກ ໃນກອງ ປະຊຸມໄດ້ເລືອກຕັ້ງ ແລະ ມອບໝາຍ ໜ້າທີ່ສູງສົ່ງໃຫ້ບັນດາສະຫາຍເປັນ ຜູ້ສືບຕໍ່ນໍາພາ-ຊີ້ນໍາການປະຕິບັດ ໜ້າທີ່ການເມືອງໃນ 5 ປີຕໍ່ໜ້າໃຫ້ ພົ້ນເດັ່ນ ແລະ ບັນລຸຜົນສໍາເລັດ ຕາມລະດັບຄາດໝາຍ ຫລື ລື່ນ ຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ; ສືບຕໍ່ປັບປຸງແບບແຜນ ການນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກ ໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ຕ້ອງເຄົາລົບ, ຍຶດໝັ້ນ ແລະ ປະຕິບັດຫລັກການ ລວມສູນປະຊາທິປະ ໄ ຕຂອງ ພັກ, ຄົ້ນຄວ້າຕົກລົງບັນຫາສໍາຄັນ ຕ່າງໆເປັນໝູ່ຄະນະ, ແບ່ງບຸກຄົນ ຮັບຜິດຊອບເນື່ອງຈາກວ່າພວກ ສະຫາຍຢູ່ໃນໄລຍະຫາກໍ່ສໍາເລັດ ການປັບປຸງການຈັດຕັ້ງພັກ-ລັດ ຂອງຕົນ. ສະນັ້ນ, ຍິ່ງຮຽກຮ້ອງໃຫ້ ຄະນະພັກຊຸດໃໝ່ ເພີ່ມທະວີ ແລະ ເອົາໃຈໃສ່ໃນການຕິດຕາມ, ກວດ ກາ, ຊຸກຍູ້ການປະຕິບັດແຜນດໍາ ເນີນງານຕົວຈິງຂອງຄະນະພັກ, ໜ່ວຍພັກ ປະຕິບັດລະບອບປະຊຸມ, ລະບອບຕິຊົມຕົນເອງ ແລະ ຕິຊົມ ກັນເປັນປົກກະຕິຕາມກົດລະບຽບ ຂອງພັກກໍານົດໄວ້, ມີການສະຫລຸບ ລາຍງານ, ຂໍການຊີ້ນໍາຈາກຂັ້ນເທິງ ແລະ ແນະນໍາຂັ້ນລຸ່ມເປັນປົກກະຕິ. ພ້ອມກັນນັ້ນ, ກໍເອົາໃຈໃສ່ປັບປຸງ ລະບອບແບບແຜນ, ວິທີນໍາພາຂອງ ຄະນະພັກ ໃຫ້ສອດຄ່ອງແທດເໝາະ ກັບຕົວຈິງ, ຫລີກເວັ້ນການເຮັດ ວຽກແບບພໍແລ້ວມື້ແລ້ວວັນ, ຕໍາ ອັນໃດເຮັດອັນນັ້ນ ຫລື ບອກຈຶ່ງ ເຮັດ, ບໍ່ບອກກໍເສີຍຢູ່, ການເຮັດ ວຽກຕ້ອງມີແຜນການ, ມີຈຸດສຸມ, ຕິດແທດຕົວຈິງ ແລະ ມີການຕິດ ຕາມ, ກວດກາ ແລະ ປະເມີນຜົນ ຢ່າງເປັນລະບົບ; ຍົກສູງບົດບາດ ການເປັນເສນາທິການໃນການຄົ້ນ ຄວ້າສັງຮວມເອກະສານທີ່ສໍາຄັນ ຂອງຊາດ ເຊັ່ນ: ການຄົ້ນຄວ້າ ແລະ ກວດກາຄວາມຖືກຕ້ອງ-ສອດ ຄ່ອງຂອງລັດຖະທໍາມະນູນ, ກົດ ໝາຍ, ລັດຖະບັນຍັດ, ລັດຖະດໍາລັດ ກ່ຽວກັບການອະໄພຍະໂທດ, ຍ້ອງ ຍໍ, ແຕ່ງຕັ້ງການນໍາຂັ້ນສູງ ຫລື ເອກອັກຄະລັດຖະທູດ ແລະ ອື່ນໆ ໃຫ້ມີຄວາມສອດຄ່ອງຈະແຈ້ງ, ຍຸຕິທຳ ແລະ ທັນເວລາ. ຄຽງຄູ່ກັນ ນັ້ນ, ພວກສະຫາຍຕ້ອງໄດ້ເອົາໃຈ ໃສ່ປັບປຸງ ຄຸນນະພາບການບໍລິການ ຮັບໃຊ້ໃນການຕ້ອນຮັບການມາ ຢ້ຽມຢາມຂອງການນຳຂັ້ນສູງ ຈາກປະເທດເພື່ອນມິດ, ຕ້ອນຮັບທູ ຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງ ສາກົນ ລວມທັງການເຄື່ອນໄຫວ ຕ່າງປະເທດຂອງປະທານປະເທດ, ຮອງປະທານປະເທດ ໃຫ້ມີຄວາມ ຖືກຕ້ອງທາງດ້ານພິທີການທູດທັງ ຮັກສາໄດ້ເອກະລັກວັດທະນະທຳ ອັນດີງາມຂອງຊາດລາວ ແລະ ຮັບປະກັນຄວາມສະຫງົບປອດໄພ. ສືບຕໍ່ປັບປຸງຄຸນນະພາບ ແລະ ຂໍ້ ມູນຕ່າງໆໃນການກະກຽມເນື້ອໃນ ເອກະສານບົດພົບປະ, ບົດປາໄສ, ບົດສູນທອນພົດຂອງປະທານປະ ເທດ ແລະ ຮອງປະທານປະເທດ ໃຫ້ມີຄຸນນະພາບສອດຄ່ອງກັບ ຈຸດພິເສດຂອງແຕ່ລະໜ້າວຽກຕົວ ຈິງ ໂດຍມີການປະສານສົມທົບກັບ ພາກທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນຢ່າງເລິກເຊິ່ງ, ພ້ອມກັນ ນັ້ນ ກໍໃຫ້ເອົາໃຈໃສ່ການປົກປັກ ຮັກສາ ແລະ ບູລະນະທໍານຽບ ປະທານປະເທດ ໃຫ້ມີຄວາມຈົບ ງາມ ແລະ ເປັນລະບຽບຮຽບຮ້ອຍ; ໃຫ້ຄະນະພັກຊຸດໃໝ່ເພີ່ມທະວີ ແລະ ເອົາໃຈໃສ່ຕໍ່ກັບວຽກງານກວດ ກາຢ່າງຈິງຈັງ ຊຶ່ງພວກສະຫາຍ ຫາກໍໄດ້ສ້າງຕັ້ງກົມກວດກາ ແລະ ຮັບຮອງເອົາຄະນະກວດກາຂອງ ອົງຄະນະພັກ ຢູ່ໃນກອງປະຊຸມຄັ້ງ ປະຖົມມະລືກ ທີ່ຫາກໍປະກາດສໍາ ເລັດໄປແລ້ວນີ້, ຈຶ່ງຮຽກຮ້ອງໃຫ້ ຄະນະກວດກາເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຕາມທີ່ກໍາ ນົດໄວ້ໃນກົດໝາຍ ແລະ ລະບຽບ ການ, ພ້ອມກັນນັ້ນ ພວກສະຫາຍ ກໍຕ້ອງໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ, ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງ ພັກ ສະບັບເລກທີ 67 ວ່າດ້ວຍການ ເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການ ສໍ້ລາດບັງຫລວງ, ປະກົດການຫຍໍ້ ທໍ້, ການຟູມເຟືອຍໃນກົງຈັກການ ຈັດຕັ້ງພັກ-ລັດ ແລະ ສັງຄົມ, ຄຽງ ຄູ່ກັບການຈັດຕັ້ງປະຕິບັດວຽກງານ ກວດກາໃນ 5 ປີຕໍ່ໜ້າທີ່ກໍານົດໄວ້ ໃນທິດທາງແຜນການໃນລາຍງານ ການເມືອງຂອງພວກສະຫາຍ. ຂ່າວ: ກິດຕາ (ASEAN Consu l tat i ve Meeting) ໄດ້ຕາງໜ້າບັນດາທູດ ອາຊຽນ ສະແດງຄວາມຊົມເຊີຍ ຢ່າງຈິງໃຈຕໍ່ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ທີ່ໄດ້ຮັບການແຕ່ງຕັ້ງເປັນ ກໍາມະການກົມການເມືອງສູນກາງ ພັກ. ພ້ອມນີ້, ທ່ານເອກອັກຄະລັດ ຖະທູດໄດ້ມີຄໍາເຫັນວ່າການໄດ້ ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ສຳຄັນຂອງທ່ານຮອງນາຍົກລັດ ຖະມົນຕີຄັ້ງນີ້ແມ່ນໜ້າທີ່ອັນມີກຽດ, ຊຶ່ງສະແດງເຖິງຄວາມເຊື່ອໝັ້ນອັນ ສູງສົ່ງທີ່ພັກ, ລັດຖະບານ ແລະ ປະ ຊາຊົນຕໍ່ຄວາມຮູ້-ຄວາມສາມາດ, ປະສົບການອັນກວ້າງຂວາງ, ການ ອຸທິດຕົນ ແລະ ບັນດາຜົນງານ ຕ່າງໆຂອງທ່ານຮອງນາຍົກລັດຖະ ມົນຕີ ແລະ ປະກອບສ່ວນສໍາຄັນເຂົ້າ ໃນວຽກງານພັກ-ລັດ ໂດຍສະເພາະ ແມ່ນໃນຂົງເຂດວຽກງານການ ຕ່າງປະເທດ ແລະ ພົວພັນສາກົນ, ການສະໜັບສະໜູນ ແລະ ການ ຮ່ວມມືຢ່າງໃກ້ຊິດຈາກກະຊວງ ການຕ່າງປະເທດຂອງ ສປປ ລາວ ໄດ້ມີບົດບາດສຳຄັນໃນການສົ່ງເສີມ ສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ບັນດາປະເທດ ສະມາຊິກອາຊຽນ ເພື່ອສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຄຳອວຍພອນ ແລະ ຊົມ ເຊີຍຢ່າງຈິງໃຈຂອງບັນດາທູດອາ ຊຽນ ປະຈໍາ ສປປ ລາວ ພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ບັນດາ ປະເທດສະມາຊິກອາຊຽນທີ່ໄດ້ໃຫ້ ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານ ມາ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມ ເຊີຍຕໍ່ການເຄື່ອນໄຫວວຽກງານ ອາຊຽນຂອງບັນດາສະຖານທູດອາ ຊຽນ ປະຈຳ ສປປ ລາວ ພາຍໃຕ້ ຂອບກອງປະຊຸມປຶກສາຫາລືອາ ຊຽນໃນໄລຍະຜ່ານມາ ເພື່ອສົ່ງເສີມ ຄວາມຮັບຮູ້ກ່ຽວກັບອາຊຽນ ກໍຄື ການເພີ່ມທະວີຮັດແໜ້ນການພົວພັນ ຮ່ວມມືລະຫວ່າງບັນດາປະເທດສະ ມາຊິກອາຊຽນ ແລະ ການຮ່ວມມື ສອງຝ່າຍກັບ ສປປ ລາວ, ພ້ອມ ທັງຍົກສູງນໍ້າໃຈຄວາມເປັນແກນ ກາງ ແລະ ຄວາມສາມັກຄີຂອງອາ ຊຽນ ເພື່ອສົ່ງເສີມການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ກໍາມະການສູນກາງພັກ, ເລຂາຄະ ນະພັກ, ຫົວໜ້າ ຄຕພ, ມີບັນດາ ຄະນະນໍາ, ຄະນະກົມ, ຄະນະພະ ແນກ ແລະ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາອັນພິລະ ອາດຫານໃນຂະບວນການຕໍ່ສູ້ຂອງ ປະຊາຊົນລາວຕ້ານຜູ້ຮຸກຮານພາຍ ໃຕ້ການນໍາພາຂອງວິລະຊົນ, ວິລະ ບູລຸດຜູ້ເກັ່ງກ້າໃນໄລຍະທີ່ບໍ່ທັນມີ ພັກນໍາພາ ແລະ ການຕໍ່ສູ້ກູ້ຊາດຕ້ານ ພວກລ່າເມືອງຂຶ້ນພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ ນັບແຕ່ປີ 1930. ພາຍຫລັງທີ່ໄດ້ ສ້າງຕັ້ງອົງຄະນະພັກແຄວ້ນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນ ລາວຍາດໄດ້ໄຊຊະນະຢ່າງເນື່ອງ ນິດລຽນຕິດຈົນສາມາດປະກາດ ເອກະລາດຕໍ່ຊາວໂລກ ໃນວັນທີ 12 ຕຸລາ 1945 ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ພ້ອມນັ້ນ, ຍັງຍົກໃຫ້ເຫັນ ບັນດາຜົນສໍາເລັດຕໍ່ກັບວຽກງານ ການຕ່າງປະເທດໃນໄລຍະໃໝ່ ຊຶ່ງ ເປັນການຍົກຖານະບົດບາດຂອງ ສປປ ລາວ ສູ່ເວທີສາກົນ. ຈາກນັ້ນ, ສະຫາຍຕາງໜ້າ ກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ ຂໍ້ຕົກລົງຂອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ວ່າດ້ວຍ ການສັບຊ້ອນສະຫາຍ ຄັດສະພອນ ວົງໄພໂລດ ຮອງຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງ ພັກ ມາເປັນຮອງຫົວໜ້າກົມຈັດ ຕັ້ງ-ພະນັກງານ ແລະ ຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຮອງຫົວໜ້າ ກົມ 2 ສະຫາຍ ຄື: ສະຫາຍ ນາງ ຂັນທະວັນ ແກ້ວມະນີວັນ ຫົວໜ້າ ພະແນກ ເປັນຮອງຫົວໜ້າກົມຈັດ ຕັ້ງ-ພະນັກງານ, ສະຫາຍ ພູເງິນ ສຸກວິໄລ ຫົວໜ້າພະແນກ ເປັນຮອງ ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນ ຫລາຍຝ່າຍ. ພ້ອມນັ້ນ, ຍັງໄດ້ຜ່ານ ຂໍ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ລວມ ທັງໝົດ 6 ສະຫາຍ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາ ສູງຕໍ່ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງ ຊຶ່ງເປັນການມອບໝາຍ ໜ້າທີ່ການເມືອງດ້ວຍຄວາມເຊື່ອ ໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄື ພະນັກງານພາຍໃນ ຄຕພ ແນ ໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີ ຄວາມໜັກແໜ້ນເຂັ້ມແຂງສາມາດ ຜັນຂະຫຍາຍແນວທາງຂອງພັກ- ລັດ ທີ່ຕິດພັນກັບແຜນງານ-ໂຄງ ການຂອງ ຄຕພ ສະໄໝທີ III ໃຫ້ ບັນລຸຜົນສໍາເລັດຕາມຄາດໝາຍທີ່ ໄດ້ວາງໄວ້. ນອກນັ້ນ, ຍັງໄດ້ເນັ້ນ ໃຫ້ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງຈົ່ງສືບຕໍ່ຍົກສູງຄວາມຮັບ ຜິດຊອບໃນການປະຕິບັດໜ້າທີ່ການ ເມືອງຂອງຕົນໃຫ້ສູງກວ່າເກົ່າທັງ ເປັນແບບຢ່າງໃນການປະຕິບັດ ໜ້າທີ່ວຽກງານຢ່າງຮອບດ້ານ ແລະ ເປັນແກນກາງຮັກສາຄວາມ ສາມັກຄີພາຍໃນ. ຂ່າວ: ຄຕພ ລາວ ເປັນພາຄີຕາມການສະເໜີ ຂອງລັດຖະບານ ຊຶ່ງໃນໄລຍະຜ່ານ ມາຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນ ທິສັນຍາ ຈໍານວນ 8 ສະບັບ ຄື: ສົນທິສັນຍາວ່າດ້ວຍການຈັດຕັ້ງ ປະຕິບັດວຽກງານກວດກາ “ປະຕູ ດຽວ, ຄັ້ງດຽວ” ສະເພາະຂົນສົ່ງ ຜູ້ໂດຍສານຢູ່ດ່ານສະຖານີລົດໄຟ ສາກົນ ລາວ-ຈີນ; ສົນທິສັນຍາ ວ່າດ້ວຍການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນ ຫາອາຍາລະຫວ່າງ ສປປ ລາວ ແລະ ສ ເກົາຫລີ; ສົນທິສັນຍາວ່າ ດ້ວຍການເກັບອາກອນຊໍ້າຊ້ອນລະ ຫວ່າງ ລາວ-ຍີ່ປຸ່ນ; ສົນທິສັນຍາ ອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນ; ສົນທິສັນຍາວ່າດ້ວຍສົ່ງ ຜູ້ຮ້າຍຂ້າມແດນລະຫ່ວາງ ລາວຫວຽດນາມ; ສົນທິສັນຍາວ່າດ້ວຍ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ລາວ-ຣັດເຊຍ ແລະ ສົນ ທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນລະຫວ່າງ ລາວ-ສ ເກົາ ຫລີ ແລະ ສົນທິສັນຍາເຊອູ. ພ້ອມ ນີ້, ຍັງໄດ້ພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດ ຊາດ ໂດຍສະເພາະການເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງບຸກ ຄະລາກອນໃນຕຳແໜ່ງສໍາຄັນຂອງ ລັດ, ກົງຈັກການຈັດຕັ້ງຂອງລັດ, ແຜນການເຄື່ອນໄຫວວຽກງານ 5 ປີ ຂອງພາກສ່ວນຕ່າງໆຕາມກົດ ໝາຍກໍານົດ. ນອກນັ້ນ, ສະພາແຫ່ງຊາດ ຍັງ ໄດ້ຊີ້ນໍາການຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ ໄປ ຄຽງຄູ່ກັບການຕິດຕາມກວດກາ ຜ່ານກອງປະຊຸມຄົບຄະນະຂອງ ບັນດາກຳມາທິການສະພາແຫ່ງ ຊາດ ປະຈຳປີ 2026 ເປັນຕົ້ນການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ປະຈຳປີ 2026; ບັນຫາແຮງງານ, ການປະຕິບັດຄ່າ ຊົດເຊີຍຜົນກະທົບຂອງໂຄງການ ພັດທະນາຕ່າງໆ, ການແກ້ໄຂບັນ ຫາຂອງປະຊາຊົນທີ່ສະເໜີຜ່ານ ສາຍດ່ວນກອງປະຊຸມສະພາແຫ່ງ ຊາດ ໂດຍມອບໝາຍໃຫ້ກະຊວງ, ອົງການກ່ຽວຂ້ອງແກ້ໄຂຕາມລະ ບຽບການ. ນອກນັ້ນ, ຄະນະປະຈຳ ສະພາແຫ່ງຊາດ ຍັງໄດ້ເຄື່ອນໄຫວ ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫລືອ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດໃນກາງປີ2026 ຈໍານວນ 10 ແຂວງ ຄື: ແຂວງ ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ຫົວພັນ, ຊຽງ ຂວາງ, ບໍລິຄຳໄຊ, ຄໍາມ່ວນ, ສະ ຫວັນນະເຂດ ແລະ ແຂວງເຊກອງ. ຄະນະປະຈຳສະພາແຫ່ງຊາດ ຍັງ ໄດ້ເອົາໃຈໃສ່ຊີ້ນໍາວຽກງານຮັບ ຕ້ອນ ແລະ ໃຫ້ຄໍາປຶກສາດ້ານກົດ ໝາຍແກ່ປະຊາຊົນໄປຄວບຄູ່ກັບ ການຄົ້ນຄວ້າພິຈາລະນາ ແລະ ແກ້ ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມ ເປັນທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍການແກ້ໄຂ ຄໍາຮ້ອງທຸກ. ຜົນສຳເລັດທີ່ສະພາແຫ່ງຊາດ ຍາດມາໄດ້ໃນເກືອບ 1 ປີຜ່ານມາ ນັ້ນ, ຍ້ອນໄດ້ຮັບການຊີ້ນໍາຢ່າງ ໃກ້ຊິດຈາກກົມການເມືອງສູນກາງ ພັກ ແລະ ຄະນະເລຂາທິການສູນ ກາງພັກ ຢ່າງເປັນປົກກະຕິໃນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຕາມທີ່ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ຍ້ອນຄວາມຮັບຜິດຊອບຂອງຄະນະ ປະຈຳສະພາແຫ່ງຊາດ ໃນການ ນໍາພາ-ຊີ້ນໍາການເຄື່ອນໄຫວວຽກ ງານຂອງບັນດາກົງຈັກການຈັດ ຕັ້ງສະພາແຫ່ງຊາດ ຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ແຕ່ລະພາກສ່ວນບວກກັບບັນດາ ກຳມາທິການ, ຫ້ອງວ່າການສະພາ ແຫ່ງຊາດ ແລະ ຄະນະສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງໃນຂອບເຂດທົ່ວປະເທດໄດ້ຍົກ ສູງຄວາມຮັບຜິດຊອບດ້ານການ ເມືອງຂອງຕົນໃນການຄົ້ນຄວ້າ ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ, ກົດໝາຍ, ມະຕິກອງປະ ຊຸມສະພາແຫ່ງຊາດ ແລະ ຄະປະ ຈຳສະພາແຫ່ງຊາດ, ນິຕິກຳໃຕ້ກົດ ໝາຍທີ່ກ່ຽວຂ້ອງຢ່າງກວ້າງຂວາງ ແລະ ທົ່ວເຖິງ. ຂ່າວ: ທະນູທອງ; ພາບ: ວຽງຈັນທາມ

RkJQdWJsaXNoZXIy MTc3MTYxMQ==