7381

08/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ:​ຢ່າຕົ່ງ ll- xtdv[7egsa ogoA ocdh w0 mk'gxj gr c]t 7;k,m5 dpkd *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ]k;{s;Pfok, 9kdlkprq ;ra ory glf l6 j s5 h olj ;op5 fmtlkf.ow]pt.\j ໂດຍ: ຄຳຮຸ່ງ ດວງເງິນຸ່ ງິ ນ ຄຽງຄູ່ກັບສາຍພົວພັນທາງ ດ້ານການເມືອງ, ການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດພວມ ໄດ້ຮັບຄວາມເອົາໃຈໃສ່ແລະ ຖືເປັນ ກຳລັງຂັບເຄື່ອນອັນສຳຄັນ ໃນການ ຫັນເອົາ “ຫຸ້ນສ່ວນຍຸດທະສາດ” ໃຫ້ເກີດດອກອອກຜົນຕົວຈິງ. ປັດຈຸ ບັນ, ການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ, ໄດ້ກວມເອົາ ຫລາຍຂົງເຂດ ເຊັ່ນ: ການຄ້າ, ການ ລົງທຶນ, ຄົມມະນາຄົມ, ພະລັງງານ, ກະສິກຳ, ການທ່ອງທ່ຽວ, ການ ເງິນ-ການທະນາຄານ ແລະ ໂລ ຈິສຕິກ. ບັນດາວິສາຫະກິດຫວຽດ ນາມ ຈຳນວນຫລາຍໄດ້ເຂົ້າມາລົງ ທຶນ, ທຳການຜະລິດ ແລະ ດຳເນີນ ທຸລະກິດຢູ່ລາວຢ່າງຕໍ່ເນື່ອງ, ປະ ກອບສ່ວນເຂົ້າໃນການສ້າງວຽກ ເຮັດງານທຳ, ສ້າງລາຍໄດ້ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມໃນທ້ອງຖິ່ນຕ່າງໆ. ຄວາມ ຮຽກຮ້ອງຕ້ອງການສຳຄັນໃນໄລ ຍະໃໝ່ຈຶ່ງບໍ່ພຽງແຕ່ແມ່ນການເພີ່ມ ຈຳນວນໂຄງການ ຫລື ມູນຄ່າການ ຄ້າເທົ່ານັ້ນ, ແຕ່ສິ່ງທີ່ສຳຄັນກວ່າ ນັ້ນແມ່ນການຍົກສູງຄຸນນະພາບ, ປະສິດທິຜົນແລະ ການເກື້ອກູນ ເຊິ່ງ ກັນ ແລະ ກັນ ລະຫວ່າງສອງພື້ນ ຖານເສດຖະກິດ. ຄວນໃຫ້ຄວາມ ສຳຄັນຫລາຍຂຶ້ນຕໍ່ບັນດາໂຄງການ ທີ່ສາມາດສ້າງການເຊື່ອມຈອດໃນ ໄລຍະຍາວ ໂດຍສະເພາະແມ່ນການ ເຊື່ອມຈອດດ້ານຄົມມະນາຄົມດ່ານຊາຍແດນ-ທ່າເຮືອ-ໂລຈິສ ຕິກ, ພະລັງງານ, ການແປຮູບກະສິ ກຳ ແລະ ອື່ນໆ. ໃນຂະນະທີ່ສາຍພົວພັນທາງ ດ້ານການເມືອງເປັນຕົວກຳນົດທິດ ທາງ ແລະ ການຮ່ວມມືດ້ານເສດຖະ ກິດເປັນກຳລັງຂັບເຄື່ອນການພັດ ທະນາ, ການພົວພັນແລກປ່ຽນລະ ຫວ່າງປະຊາຊົນກໍຄືຮາກຖານທາງ ສັງຄົມທີ່ຊ່ວຍຄ້ຳປະກັນກຳລັງ ຊີວິດອັນຍືນຍົງຂອງສາຍພົວພັນ ລາວ-ຫວຽດ, ຫວຽດນາມ-ລາວ. ນາມ. ຕະຫລອດຫລາຍປີທີ່ຜ່ານ ມາ ການຮ່ວມມືດ້ານວັດທະນະທຳ, ການສຶກສາແລະການກໍ່ສ້າງບຳລຸງ ຊັບພະຍາກອນມະນຸດ ໄດ້ປະກອບ ສ່ວນສ້າງຖັນແຖວພະນັກງານ, ນັກຮຽນ, ແລະ ນັກສຶກສາຫລາຍ ຮຸ່ນຄົນ ທີ່ມີຄວາມຮູ້ ແລະ ຄວາມ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະ ເທດຊາດ ແລະ ປະຊາຊົນຂອງກັນ ແລະ ກັນ. ພະນັກງານລາວຈຳນວນ ຫລາຍທີ່ເຄີຍຮ່ຳຮຽນຢູ່ຫວຽດ ນາມ ຕະຫລອດຮອດພະນັກງານ ແລະ ຊ່ຽວຊານຫວຽດນາມ ຈຳ ນວນຫລາຍທີ່ເຄີຍມາປະຕິບັດໜ້າ ທີ່ຢູ່ລາວ ໄດ້ກາຍເປັນຂົວຕໍ່ອັນສຳ ຄັນລະຫວ່າງສອງປະເທດ. ໃນສະພາບການພາກພື້ນ ແລະ ສາກົນພວມຜັນແປໄປຢ່າງວ່ອງໄວ ນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ສຳລັບ ຫວຽດນາມ ແລະລາວ.ຄວາມຜັນຜວນຂອງເສດ ຖະກິດໂລກ, ການແຂ່ງຂັນຍຸດທະ ສາດ, ການຫັນເປັນດີຈິຕອນ, ການ ປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານພະລັງ ງານ, ຄວາມໝັ້ນຄົງທາງດ້ານຊັບ ພະຍາກອນນ້ຳ ແລະ ອາດຊະຍາກຳ ຂ້າມຊາດ ລ້ວນແຕ່ສົ່ງຜົນກະທົບ ໂດຍກົງຕໍ່ສະພາບແວດລ້ອມແຫ່ງ ການພັດທະນາຂອງແຕ່ລະປະເທດ ຫລາຍຂຶ້ນເລື້ອຍໆ. ສະພາບການ ດັ່ງກ່າວຍິ່ງໄດ້ເນັ້ນໜັກເຖິງຄວາມ ໝາຍສຳຄັນຂອງການເປັນ “ຫຸ້ນ ສ່ວນຍຸດທະສາດ”; ໝາຍຄວາມ ວ່າ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ບໍ່ພຽງແຕ່ສືບ ທອດຄວາມສາມັກຄີທີ່ໄດ້ຮັບການ ສ້າງຕັ້ງຂຶ້ນຈາກປະຫວັດສາດເທົ່າ ນັ້ນ,ແຕ່ຍັງຈຳເປັນຕ້ອງເຊື່ອມຈອດ ກັນຢ່າງສະໜິດແໜ້ນຍິ່ງຂຶ້ນໃນ ການກຳນົດອະນາຄົດ ບົນພື້ນຖານ ການເຄົາລົບເອກະລາດ, ຄວາມ ເປັນເຈົ້າຕົນເອງໃນການກຳນົດນະ ໂຍບາຍ,ຜົນປະໂຫຍດຂອງແຕ່ລະປະ ເທດ ແລະ ຜົນປະໂຫຍດຮ່ວມກັນ. ນັບແຕ່ໄລຍະເວລາທີ່ສອງຊາດ ຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ກູ້ ຊາດ ມາຈົນເຖິງຂະບວນວິວັດແຫ່ງ ການຮ່ວມມືສ້າງສາແລະພັດທະນາ ປະເທດ, ສາຍພົວພັນ ລາວ-ຫວຽດ, ຫວຽດນາມ-ລາວ ໄດ້ຜ່ານບັນດາ ໄລຍະປະຫວັດສາດມາຢ່າງຍາວ ນານ, ແຕ່ຮາກຖານແຫ່ງຄວາມ ສາມັກຄີ ແລະ ຄວາມໄວ້ເນື້ອ ເຊື່ອໃຈຍັງຄົງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ສ້າງຮາກຖານອັນໜັກແໜ້ນໃຫ້ ແກ່ສາຍພົວພັນ ລາວ-ຫວຽດ, ຫວຽດນາມ-ລາວ ພັດທະນາຢ່າງ ໝັ້ນຄົງ, ມີປະສິດທິຜົນຕົວຈິງ ແລະ ຍືນຍົງຕະຫລອດໄປໃນຕໍ່ໜ້າ. ຂປລ. ປີ 2026 ນີ້ ເຫັນວ່າ ເສັ້ນ ທາງຫລາຍເສັ້ນ ທັງທາງຫລວງ ແຫ່ງຊາດ, ທາງລະຫວ່າງແຂວງ, ເມືອງ ແລະ ທາງເຂົ້າຫາເຂດຊົນນະ ບົດ ໄດ້ຮັບຄວາມເສຍຫາຍຢ່າງໜັກ ໜ່ວງຈາກໄພທຳມະຊາດແລະການ ນຳໃຊ້ລົດບັນທຸກນ້ຳໜັກເກີນ, ເຮັດ ໃຫ້ການສັນຈອນມີຄວາມຫຍຸ້ງຍາກ, ເກີດອຸບັດເຫດເລື້ອຍໆແລະ ເພີ່ມຕົ້ນ ທຶນການຂົນສົ່ງສິນຄ້າກະສິກຳ. ແນວໃດກໍຕາມ, ຢາກໃຫ້ລັດຖະ ບານ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດສັນງົບປະມານ ສ້ອມແປງທາງເສັ້ນຕົ້ນຕໍ ໃຫ້ສາ ມາດນຳໃຊ້ໄດ້ຢ່າງປອດໄພ ແລະ ຕິດພັນກັບການຄຸ້ມຄອງລົດບັນທຸກ ໜັກ ຕ້ອງມີມາດຕະການ ແລະ ປັບ ໃໝຢ່າງເຂັ້ມງວດຕໍ່ລົດບັນທຸກເກີນ ນ້ຳໜັກ ທີ່ເປັນສາເຫດຕົ້ນຕໍເຮັດ ໃຫ້ທາງເພ. ນອກຈາກນີ້, ສະເໜີ ໃຫ້ສຸມໃສ່ການປູຢາງ ຫລື ຫີນແຮ່ ເຂດທາງເຊື່ອມຕໍ່ຈາກເຂດຜະລິດ ເຂົ້າສູ່ຕະຫລາດ ເພື່ອຊ່ວຍໃຫ້ປະຊາ ຊົນຂົນສົ່ງພືດຜົນກະສິກຳໄດ້ສະ ດວກຕະຫລອດປີ. ສຳລັບການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ໄລຍະໃໝ່ໃນ ສະພາບຄວາມເປັນຈິງ ເຊັ່ນ: ຄ່າ ຄອງຊີບທີ່ສູງຂຶ້ນໃນປີ 2026 ໄດ້ ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ ຊີວິດຄວາມເປັນຢູ່ຂອງປະຊາຊົນ ເຮັດໃຫ້ຄວາມສ່ຽງ ທີ່ຈະຕົກກັບຄືນ ໄປສູ່ຄວາມທຸກຍາກເພີ່ມຂຶ້ນ. ເພື່ອ ຮັບມືບັນຫາດັ່ງກ່າວ ຕ້ອງມີການ ສົ່ງເສີມອາຊີບ ແລະ ແຫລ່ງທຶນ ໂດຍໃຫ້ລັດຖະບານ ເພີ່ມທະວີການ ສົ່ງເສີມປູກຝັງ-ລ້ຽງສັດ ເປັນສິນ ຄ້າ ໂດຍການສະໜອງແນວພັນ, ເຕັກນິກ ແລະ ແຫລ່ງທຶນດອກເບ້ຍ ຕໍ່າໃຫ້ເຖິງມືປະຊາຊົນທຸກຍາກ ຢ່າງແທ້ຈິງ. ແນວໃດກໍຕາມ, ການ ແກ້ໄຂຄວາມທຸກຍາກດັ່ງກ່າວ ໃຫ້ ເລັ່ງໃສ່ເມືອງ ແລະ ບ້ານທຸກຍາກ ທີ່ຍັງບໍ່ທັນຫລຸດພົ້ນ, ໂດຍການ ສ້າງພື້ນຖານໂຄງລ່າງ (ໄຟຟ້າ, ນ້ຳສະອາດ, ໂຮງຮຽນ, ໂຮງໝໍ ນ້ອຍ) ໃຫ້ເຂົ້າເຖິງ. ຕ້ອງມີກົນໄກ ຊ່ວຍປະກັນລາຄາ ຫລື ຊອກຫາຕະ ຫລາດຮັບຊື້ຜົນຜະລິດຂອງປະຊາ ຊົນໃຫ້ມີລາຄາທີ່ຍຸຕິທຳ ເພື່ອໃຫ້ ເຂົາເຈົ້າມີລາຍຮັບທີ່ຍືນຍົງ. ດັ່ງທີ່ ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊ ຍະບູລີໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງລັດຖະບານໃນ ໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ໄດ້ສະເໜີຫລາຍປະເດັນສໍາຄັນໂດຍ ສະເພາະແມ່ນການຄຸ້ມຄອງ ແລະ ພັດທະນາພື້ນຖານໂຄງລ່າງ ຕິດພັນ ກັບໂຄງການລົງທຶນຂະໜາດໃຫຍ່, ການສົ່ງເສີມການຜະລິດສິນຄ້າ ພາຍໃນ, ການຄຸ້ມຄອງສະພາບ ແວດລ້ອມ ແລະ ການຮັກສາຄວາມ ສະອາດ, ລວມໄປເຖິງການປະລະ ການສຶກສາຢູ່ເຂດຊົນນະບົດເພື່ອ ຊຸກຍູ້ໃຫ້ການພັດທະນາເສດຖະກິດ- ສັງຄົມໃນຊຸມປີຕໍ່ໜ້າປະສົບຜົນສຳ ເລັດຍິ່ງຂຶ້ນ. ຕໍ່ກັບການພັດທະນາເສັ້ນທາງ ຄົມມະນາຄົມ ໃຫ້ຕິດພັນກັບລາຍ ຮັບຈາກໂຄງການໄຟຟ້າ ແລະ ບໍ່ ແຮ່, ເນື່ອງຈາກປະຊາຊົນ ແລະ ຜູ້ລົງທຶນໃນບັນດາແຂວງທີ່ມີໂຄງ ການຂຸດຄົ້ນຊັບພະຍາກອນ ແລະ ພະລັງງານ ຕ່າງຜະເຊີນກັບບັນຫາ ເສັ້ນທາງເປ່ເພ ຊຶ່ງສົ່ງຜົນກະທົບຕໍ່ ຊີວິດການເປັນຢູ່ ແລະ ເຮັດໃຫ້ຕົ້ນ ທຶນການບໍລິຫານ-ການຜະລິດຂອງ ຜູ້ລົງທຶນສູງຂຶ້ນ. ຕໍ່ກັບການສົ່ງເສີມ ການຜະລິດສິນຄ້າພາຍໃນ, ເຖິງ ວ່າຈະມີຄວາມກ້າວໜ້າແຕ່ຜູ້ຜະ ລິດພາຍໃນຍັງຜະເຊີນຄວາມຫຍຸ້ງ ຍາກຈາກການແຂ່ງຂັນກັບສິນຄ້າ ນຳເຂົ້າທີ່ຫລົບຫລີກພາສີ ແລະ ບໍ່ ຜ່ານແດນຢ່າງຖືກຕ້ອງ. ເພື່ອປົກ ປ້ອງຜູ້ລົງທຶນພາຍໃນນັ້ນ, ສະເໜີໃຫ້ ລັດຖະບານເພີ່ມເຂດກວດກາ ແລະ ດຶງເອົາພາກສ່ວນເອກະຊົນເຊັ່ນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ເຂົ້າມາມີສ່ວນຮ່ວມກັບ ກະຊວງການເງິນ ແລະ ກະຊວງອຸດ ສາຫະກຳ ແລະ ການຄ້າ ໃນການ ກວດກາພາສີ. ຄຽງຄູ່ກັນນັ້ນ, ທ່ານ ໄດ້ສະເໜີໃຫ້ມີມາດຕະການເດັດ ຂາດໃນການຮັກສາຄວາມສະອາດ ຕາມຕົວເມືອງ ໂດຍການສ້າງຄວາມ ຮັບຜິດຊອບໃຫ້ແກ່ສັງຄົມ. ພ້ອມ ທັງສະເໜີໃຫ້ມອບສິດ ຫລື ເພີ່ມໜ້າ ທີ່ໃຫ້ເຈົ້າໜ້າທີ່ຕຳຫລວດຈະລາ ຈອນ ສາມາດດຳເນີນການປັບໄໝ ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍ ຫລື ຖິ້ມ ເສດຂີ້ເຫຍື້ອຕາມຖະໜົນຫົນທາງ ແລະ ຕໍ່ໜ້າເຮືອນ. ມາດຕະການນີ້ ຈະຊ່ວຍໃຫ້ຕົວເມືອງສະອາດງາມ ຕາໃນປີ 2027 ໂດຍບໍ່ໄດ້ເສຍງົບ ປະມານລັດຖະບານເພີ່ມຕື່ມ. zq odtmq [8+ vtok7q f0v'-k;|5 j , vkp5 8= j kd;j k 18 xu 9kddko mj P;s]Y ody ofn j , c]t gma d{[k ຂປລ. ຊາວໜຸ່ມ ແລະ ເຍົາວະ ຊົນຄື ກຳລັງແຮງສຳຄັນຂອງຊາດ ແລະ ເປັນຜູ້ສືບທອດຕໍ່ພາລະກິດ ການພັດທະນາປະເທດຊາດໃນອະ ນາຄົດ.ແຕ່ໃນປັດຈຸບັນ,ປະກົດການ ທີ່ເຫັນໄດ້ເລື້ອຍໆຄື ຊາວໜຸ່ມບາງ ຄົນທີ່ມີອາຍຸຕ່ຳກວ່າ18ປີ(ຊຶ່ງຕາມ ກົດໝາຍຖືວ່າເປັນຜູ້ຍັງບໍ່ທັນນິຕິພາ ວະ) ເຂົ້າໄປທ່ຽວຫລິ້ນ, ກິນດື່ມ ເຄື່ອງມຶນເມົາ ແລະ ທ່ຽວສະຖານ ບັນເທີງເຊັ່ນ: ເທັກ-ບາ. ເລື່ອງນີ້ ບໍ່ພຽງແຕ່ເປັນບັນຫາການລະເມີດ ກົດລະບຽບເທົ່ານັ້ນ, ແຕ່ຍັງເປັນ ໄພຄຸກຄາມຂະໜາດໃຫຍ່ ທີ່ເຊາະ ເຈື່ອນອະນາຄົດຂອງພວກເຂົາເຈົ້າ ເອງ ແລະ ສັງຄົມສ່ວນລວມ. ດັ່ງ ນັ້ນ, ມື້ນີ້ ຈຶ່ງຍົກເອົາບັນຫາດັ່ງກ່າວ ນີ້ ມາໃຫ້ພວກເຮົາໄດ້ແລກປ່ຽນຄຳ ຄິດຄຳເຫັນນຳກັນຕື່ມ. ໂດຍ: ເຂົ້າາ້ຈານນ້ຳົ້ຳ ການທີ່ເຍົາວະຊົນເຂົ້າໄປໃນສະ ຖານທີ່ດັ່ງກ່າວ ມັກຈະມາພ້ອມກັບ ຄວາມສ່ຽງ ແລະ ຜົນກະທົບໃນ ຫລາຍໆດ້ານ. ໃນນັ້ນ, ຜົນກະທົບ ຕໍ່ສຸຂະພາບກາຍ ແລະ ຈິດໃຈ; ການ ບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ ແອວກໍຮໍ ຫລື ສິ່ງເສບຕິດ ສົ່ງຜົນ ໂດຍກົງຕໍ່ພັດທະນາການຂອງສະ ໝອງ, ຄວາມຈຳ ແລະ ຄວາມ ສາມາດໃນການຄວບຄຸມອາລົມ; ເພີ່ມຄວາມສ່ຽງຕໍ່ການຕິດສິ່ງ ເສບຕິດໃນໄລຍະຍາວ ຊຶ່ງຍາກທີ່ ຈະເຊົາໄດ້. ນອກຈາກນີ້, ຍັງສົ່ງ ຜົນກະທົບດ້ານການສຶກສາ ແລະ ໂອກາດໃນຊີວິດ ໂດຍການຕິດ ການທ່ຽວຫລິ້ນກິນດື່ມ ເຮັດໃຫ້ ເວລາຮຽນຫລຸດລົງ, ຜົນການຮຽນ ຕົກຕ່ຳ, ເກີດອາການເມື່ອຍໃນຫ້ອງ ຮຽນ, ຈົນເຖິງຂັ້ນປະຖິ້ມການ ຮຽນ; ການຂາດການສຶກສາທີ່ສົມ ບູນຫລຸດໂອກາດໃນການໄດ້ຮັບ ວຽກເຮັດງານທຳທີ່ດີ ແລະ ໝັ້ນຄົງ ໃນອະນາຄົດ. ຄວາມສ່ຽງຕໍ່ພຶດຕິ ກຳແລະຄວາມປອດໄພໃນຊີວິດນັ້ນ, ໃນສະຖານທີ່ເທັກ-ບາ ມັກເປັນຈຸດ ເຕົ້າໂຮມຂອງຄວາມສ່ຽງເຊັ່ນ: ການຜິດຖຽງກັນ, ການໃຊ້ຄວາມ ຮຸນແຮງ, ອຸບັດເຫດຈາກການຂັບ ຂີ່ລົດຫລັງດື່ມເຫລົ້າ ແລະ ບັນຫາ ອາຊະຍາກຳ; ຄວາມສ່ຽງດ້ານເພດ ສຳພັນກ່ອນໄວອັນຄວນ, ການຕິດ ພະຍາດຕິດຕໍ່ ຫລື ບັນຫາການຖື ພາໃນໄວຮຽນ ຊຶ່ງເປັນການຕັດ ອະນາຄົດຂອງພວກເຂົາຢ່າງໜ້າ ເສຍດາຍ. ສ່ວນຜົນກະທົບຕໍ່ຄຸນຄ່າ ທາງສັງຄົມ ແລະ ຄອບຄົວ ສ້າງ ຄວາມເສຍຫາຍທາງຈິດໃຈໃຫ້ແຕ່ ຄອບຄົວ, ເກີດໜີ້ສິນຈາກການໃຊ້ ຈ່າຍຟຸມເຟືອຍເກີນຕົວ ແລະ ອາດ ນຳໄປສູ່ການກະທຳຜິດກົດໝາຍ ຈົນມີປະຫວັດເສຍຫາຍຕິດໂຕ. ແນວໃດກໍຕາມ, ສາເຫດທີ່ພາ ໃຫ້ເກີດບັນຫາທີ່ກ່າວມານັ້ນ, ຍ້ອນ ປັດໄຈຈາກຕົວເດັກ ມີຄວາມຢາກຮູ້ ຢາກເຫັນ, ຢາກຮຽນແບບໝູ່ຄູ່ຕ້ອງ ການ ການຍອມຮັບໃນກຸ່ມເພື່ອນ ແລະ ຂາດທັກສະໃນການປະຕິເສດ; ປັດໄຈຈາກຄອບຄົວແມ່ນຂາດການ ເອົາໃຈໃສ່, ການອົບຮົມສັ່ງສອນ ທີ່ຫ່າງເຫິນ ຫລື ບາງຄອບຄົວໃຫ້ ຄວາມຕາມໃຈຫລາຍເກີນໄປ; ປັດ ໄຈຈາກສັງຄົມ ແລະ ຜູ້ປະກອບ ການລະເມີດກົດໝາຍແລະລະບຽບ ການຂອງສະຖານບັນເທີງບາງ ແຫ່ງ ທີ່ຍັງປ່ອຍໃຫ້ເດັກອາຍຸຕ່ຳ ກວ່າ 18 ປີ ເຂົ້າໃຊ້ບໍລິການເພື່ອ ຫວັງຜົນກຳໄລ. ການທີ່ຊາວໜຸ່ມ ອາຍຸຕ່ຳກວ່າ 18 ປີ ເຂົ້າໄປທ່ຽວ ຫລິ້ນກິນດື່ມໃນເທັກ-ບາ ບໍ່ແມ່ນ ພຽງແຕ່ເລື່ອງຂອງເດັກຫລິ້ນທຳ ມະດາ, ແຕ່ມັນແມ່ນສັນຍານເຕືອນ ໄພທີ່ສະທ້ອນເຖິງຮອຍແຕກແຍກ ໃນລະບົບປ້ອງກັນທາງສັງຄົມ. ສຳລັບວິທີການແກ້ໄຂ ແມ່ນ ຕ້ອງອາໄສຄວາມຮ່ວມມືຈາກທຸກ ພາກສ່ວນ. ໃນນັ້ນ, ພາກລັດ ແລະ ເຈົ້າໜ້າທີ່ຕ້ອງເຂັ້ມງວດໃນການ ກວດກາ ແລະ ບັງຄັບໃຊ້ກົດໝາຍ ຕໍ່ສະຖານບັນເທີງທີ່ຝ່າຝືນໃຫ້ບໍລິ ການເດັກອາຍຸຕ່ຳກວ່າເກນຢ່າງ ເດັດຂາດ. ພ້ອມນີ້, ຄອບຄົວ ຫລື ພໍ່ແມ່ຜູ້ປົກຄອງຕ້ອງເພີ່ມຄວາມ ໃກ້ຊິດ, ຮັບຟັງ ແລະ ສ້າງຄວາມ ເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ລູກຫລານ ໄປພ້ອມໆກັບສະຖາບັນການສຶກສາ ແລະ ສັງຄົມ ຄວນມີກິດຈະກຳ ສ້າງສັນ ແລະ ໃຫ້ຄວາມຮູ້ກ່ຽວກັບ ຜົນຮ້າຍຂອງສິ່ງມຶນເມົາ ແລະ ສິ່ງ ເສບຕິດຢ່າງຕໍ່ເນື່ອງ. ເພາະການ ປົກປ້ອງຊາວໜຸ່ມໃນມື້ນີ້ ກໍຄືການ ສ້າງຮາກຖານທີ່ເຂັ້ມແຂງໃຫ້ກັບ ປະເທດຊາດໃນມື້ອື່ນ.

RkJQdWJsaXNoZXIy MTc3MTYxMQ==