08/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຄູເປັນປັດໄຈພື້ນຖານ...ູັັື້ ຄູປະຈຳການ 12 ເມືອງ...ູື ຄວາມໝາຍຄວາມສໍາຄັນ...ໍັ ຂປລ. ໃນໄລຍະພັກຮຽນສົກ ຮຽນ 2025-2026 (ເດືອນມິຖຸນາ ຫາ ສິງຫາ 2026) ຜ່ານມາ, ໂຄງການປັບປຸງພື້ນຖານການຮຽນ ຮູ້ຂອງເດັກທີ່ໄດ້ຮັບການສະໜັບ ສະໜູນຈາກກອງທຶນຮ່ວມມືສາກົນ ເພື່ອການສຶກສາຜ່ານກອງທຶນການ ຫັນປ່ຽນລະບົບການສຶກສາໄດ້ສືບຕໍ່ ໃຫ້ການສະໜອງທຶນແກ່ຄູສອນ ເພື່ອ ຍົກລະດັບວຸດທິການສຶກສາແບບ ຕໍ່ເນື່ອງໃນໄລຍະພັກຮຽນ. ໂຄງການດັ່ງກ່າວ, ມີຈຸດປະສົງ ເ ພື່ອສົ່ງ ເ ສີມໃຫ້ຄູປະຈໍາການ ຈຳນວນ 476 ທ່າໄດ້ຮັບໂອກາດ ພັດທະນາຕົນເອງ ໂດຍສະເພາະ ແມ່ນການຍົກລະດັບການສຶກສາ ເພື່ອຄວາມກ້າວໜ້າໃນໜ້າທີ່ວຽກ ງານ. ສຳລັບ 12 ເມືອງເປົ້າໝາຍ ດັ່ງກ່າວ ປະກອບມີ ແຂວງຫລວງ ນໍ້າທາ: ເມືອງວຽງພູຄາ; ແຂວງ ຫລວງພະບາງ: ເມືອງວຽງຄໍາ, ເມືອງງອຍ, ເມືອງນໍ້າບາກ ແລະ ເມືອງຈອມເພັດ; ແຂວງວຽງຈັນ: ເມືອງໝື່ນ, ເມືອງຫີນເຫີບ, ເມືອງ ແມດ ແລະ ເມືອງໂພນໂຮງ; ແຂວງ ໄຊສົມບູນ ເມືອງຮົ່ມ; ແຂວງສາ ລະວັນ: ເມືອງຕຸ້ມລານ ແລະ ເມືອງ ສະໝ້ອຍ. ການສະໜອງທຶນຄັ້ງນີ້ ແນໃສ່ ໃຫ້ຄູທີ່ຈົບຊັ້ນກາງ ໄດ້ສືບຕໍ່ຍົກ ລະດັບການສຶກສາໃຫ້ຈົບຂັ້ນອະນຸ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 7 ຕຸລາ 2026 ວ່າ: ຄູມີບົດບາດສຳຄັນ ຕໍ່ການພັດທະນາຊັບພະຍາກອນ ຊຶ່ງ ປະທານ ໄກສອນ ພົມວິຫານ ທີ່ແສນ ເຄົາລົບຮັກໄດ້ກ່າວໃນປີ 1978 ວ່າ: “ຄູແມ່ນແມ່ພິມຂອງຊາດ ແລະ ຄູ ແມ່ນຄົນຂອງພັກ” ໃນອະດີດຜ່ານ ມາ, ພວກເຮົາອາດເບິ່ງຄູເປັນຜູ້ ຖ່າຍທອດຄວາມຮູ້, ສູ້ຊົນສອນ ໃຫ້ຈົບຫລັກສູດ, ນໍາພານັກຮຽນ ກະກຽມຄົ້ນຄວ້າເພື່ອສອບເສັງ, ແຕ່ໃນສະພາບເງື່ອນໄຂໃໝ່ນີ້ ຍຸກ ສະໄໝແຫ່ງຂໍ້ມູນຂ່າວສານເຕັກໂນ ໂລຊີ ແລະ ປັນຍາປະດິດ (AI) ທີ່ ມີການພັດທະນາຢ່າງວ່ອງໄວ້, ຄູ ຍິ່ງໄດ້ມີບົດສຳ ຄັນທີ່ສຸດໃນການ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ມີບົດສຳ ຄັນຕໍ່ການພັດທະນາການສຶກສາ ຍ້ອນວ່າຄູເປັນຜູ້ແນະນຳ, ຜູ້ສ້າງ ແຮງບັນດານໃຈ, ເປັນຜູ້ຮຽນຮູ້ ຕະຫລອດຊີວິດ, ສຳຄັນທີ່ສຸດເປັນ ຜູ້ປູກຝັງໃຫ້ນັກຮຽນມີຄຸນນະທຳ, ສິລະທຳ ແລະ ຈັນຍາບັນນຳພາ ສັງຄົມມີຄວາມສະຫງົບ. ໃນຍຸກ ປະຈຸບັນ, ຄູບໍ່ພຽງແຕ່ເປັນຜູ້ສອນ ໃຫ້ນັກຮຽນຮູ້ຢູ່ໃນບົດຮຽນເທົ່ານັ້ນ ແຕ່ຄູຕ້ອງສອນໃຫ້ນັກຮຽນຮູ້ວິທີ ຮຽນ, ຮູ້ວິທີຄິດ, ຮູ້ວິທີແກ້ບັນຫາ ແລະ ຮູ້ຈັກພັດທະນາຕົນເອງ. ທ່ານ ຫຸມພັນ ແກ້ວອຸ່ນຄຳ ຍັງ ເນັ້ນໃຫ້ຄູ ຕ້ອງພັດທະນາວິຊາສະ ເພາະ ແລະ ວິທີສິດສອນໃຫ້ທັນ ສະໄໝ, ການສອນບໍ່ຄວນເນັ້ນແຕ່ ການຈື່ຈຳແຕ່ຄວນສ້າງໂອກາດໃຫ້ ນັກຮຽນໄດ້ຄິດ, ໄດ້ຖາມ, ໄດ້ປຶກສາ ຫາລື, ໄດ້ສົນທະນາ, ໄດ້ທົດລອງ, ແກ້ບັນຫາ ແລະ ນຳຄວາມຮູ້ໄປ ໃຊ້ກັບຊີວິດຕົວຈິງໃຫ້ໄດ້; ຄູຕ້ອງມີ ທັກສະດີຈິຕອນ ແລະ ຮູ້ຈັກນຳໃຊ້ ປັນຍາປະດິດ (AI) ແລະ ເຕັກໂນ ຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດ ຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວ ສະແດງໃຫ້ ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນ ອັນພິເສດ ແລະ ຄວາມສຳຄັນທີ່ ຝ່າຍຫວຽດນາມ ມອບໃຫ້ແກ່ສາຍ ພົວພັນສອງປະເທດ, ເປັນການ ຢືນຢັນວ່າສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນ ສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ ຢຸດຢັ້ງ. ການຢ້ຽມຢາມເກີດຂຶ້ນໃນບັນ ຍາກາດທີ່ພິເສດ: ທັງສອງຝ່າຍ ພວມສືບຕໍ່ຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ພັກ ຄັ້ງທີ XII (ລາວ) ແລະ ຄັ້ງທີ XIV (ຫວຽດ ນາມ) ເຂົ້າສູ່ປີທຳອິດແຫ່ງການ ປະຕິບັດ. ພ້ອມນີ້, ສປປ ລາວ ຫາ ກໍສຳເລັດການເລືອກຕັ້ງປະທານ ]k;{,kg]g-p Ij ;,lts]v' 30 xu csj ',y f8trk[ ຂປລ. ສະຖານເອກອັກຄະລັດ ຖະທູດ ມາເລເຊຍ ປະຈຳ ສປປ ລາວ ຈັດເສວະນາພາຍໃຕ້ຫົວຂໍ້ “ການທູດເສດຖະກິດ ລາວ-ມາເລ ເຊຍ ຮ່ວມສະຫລອງ 60 ປີ ແຫ່ງ ມິດຕະພາບ” ໃນວັນທີ 5 ຕຸລາ 2026 ຜ່ານມາຢູ່ນະຄອນຫລວງ ວຽງຈັນ ເພື່ອຊອກຫາຊ່ອງທາງ ຮັດແໜ້ນຄວາມເປັນຄູ່ຮ່ວມມື ທາງເສດຖະກິດຜ່ານການຂຸດຄົ້ນ ຂົງເຂດທີ່ຂະຫຍາຍຕົວໃໝ່ຊຶ່ງລວມ ມີການທ່ອງທ່ຽວທີ່ເປັນມິດກັບນັກ ທ່ອງທ່ຽວມຸດສະລິມ, ການບໍລິການ ໂຮງແຮມ ແລະ ເສດຖະກິດດີຈິ ຕອນໃນໂອກາດທີ່ທັງສອງປະເທດ ສະຫລອງຄົບຮອບ 60 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ. ທ່ານນາງ ນໍລີມົວດາ ນູຣະ ເອກ ອັກຄະລັດຖະທູດມາເລເຊຍ ປະຈຳ ສປປ ລາວ ໄດ້ເນັ້ນວ່າການພົວພັນ ດ້ານເສດຖະກິດຂອງສອງປະເທດ ມີທ່າອ່ຽງເຕີບໂຕຢ່າງຕໍ່ເນື່ອງ. ປັດ ຈຸບັນ, ມາເລເຊຍເປັນນັກລົງທຶນ ໃຫຍ່ອັນດັບ 4 ຂອງ ສປປ ລາວ ດ້ວຍມູນຄ່າການລົງທຶນປະມານ 946 ລ້ານໂດລາສະຫະລັດ ໃນຂະ ແໜງທະນາຄານ, ພະລັງງານ, ໂຮງແຮມ, ການບໍລິການ ແລະ ພື້ນ ຖານໂຄງລ່າງ. ໃນຂະນະທີ່ມູນ ຄ່າການຄ້າສອງຝ່າຍໃນປີ 2025 ບັນລຸຫລາຍກວ່າ 65 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນຈາກ 43 ລ້ານ ໂດລາສະຫະລັດ ໃນປີ 2024. ໃນເວທີເສວະນາ “ການເປີດ ຕະຫລາດການທ່ອງທ່ຽວມຸດສະ ລິມ: ການປະສານມາດຕະຖານ ການທ່ອງທ່ຽວຮາລານ ລະຫວ່າງ ມາເລເຊຍ ແລະ ສປປ ລາວ” ໄດ້ ມີການຍົກໃຫ້ເຫັນວ່າຕະຫລາດ ນັກທ່ອງທ່ຽວມຸດສະລິມໃນທົ່ວ ໂລກກຳລັງຂະຫຍາຍຕົວຢ່າງໄວ ວາ. ສປປ ລາວ ມີທ່າແຮງສູງໃນ ການດຶງດູດນັກທ່ອງທ່ຽວກຸ່ມນີ້ ດ້ວຍຈຸດແຂງດ້ານທຳມະຊາດ, ວັດ ທະນະທຳ, ວິຖີຊີວິດ ແລະ ການ ເຊື່ອມໂຍງທາງລົດໄຟລາວ-ຈີນ. ພ້ອມນີ້, ຍັງໄດ້ສົນທະນາແລກປ່ຽນ ບົດຮຽນມາເລເຊຍ ກັບປະສົບການ ດ້ານການທ່ອງທ່ຽວຂອງລາວ ຊຶ່ງເປັນການຮວບຮວມມຸມມອງ ຈາກມາເລເຊຍ ແລະ ສປປ ລາວ, ເປັນການປະສົມປະສານຄວາມ ຊ່ຽວຊານໃນການບໍລິການການ ທ່ອງທ່ຽວທີ່ເປັນມິດກັບນັກທ່ອງ ທ່ຽວມຸດສະລິມຂອງປະເທດມາເລ ເຊຍ ເຂົ້າກັບປະສົບການຕົວຈິງໃນ ອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການຂອງລາວ. ນອກຈາກນີ້, ເວທີດັ່ງກ່າວຍັງໄດ້ແລກປ່ຽນ ຄວາມຮູ້ກ່ຽວກັບ “ປັນຍາປະດິດ (AI) ແລະ ອະນາຄົດຂອງການ ເປັນຜູ້ປະກອບການຍິງ” ໂດຍເນັ້ນ ໃສ່ການນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຊີດີຈິຕອນເຂົ້າໃນການ ຊ່ວຍຜູ້ປະກອບການວິສາຫະກິດ ຈຸນລະພາກ, ຂະໜາດນ້ອຍ ແລະ ກາງ (MSMEs) ໃນການບໍລິ ຫານ, ການຕະຫລາດ ແລະ ການ ເຂົ້າເຖິງຂໍ້ມູນ, ລວມທັງການນຳ AI ມາສົ່ງເສີມການໂຄສະນາແຫລ່ງ ທ່ອງທ່ຽວຂອງລາວ. ທ່ານ ອິນທິ ເດືອນສະຫວັນ ປະ ທານສະມາຄົມທຸລະກິດນຳທ່ຽວ ລາວ ໄດ້ໃຫ້ທັດສະນະ ແລະ ຄວາມ ຄິດເຫັນກ່ຽວກັບການພັດທະນາ ແລະ ທ່າແຮງຂອງຂະແໜງການ ທ່ອງທ່ຽວລາວ ໂດຍໄດ້ເນັ້ນໜັກ ວ່າ: ຄວາມອຸດົມສົມບູນທາງດ້ານ ວັດທະນະທໍາ ແລະ ທໍາມະຊາດ ຂອງ ສປປ ລາວ, ລວມທັງການ ເຊື່ອມຈອດໃນພາກພື້ນທີ່ດີຂຶ້ນ, ແມ່ນຊັບສິນອັນສຳຄັນໃນການ ເສີມສ້າງຖານະຂອງປະເທດ ໃຫ້ ກາຍເປັນຈຸດໝາຍປາຍທາງການ ທ່ອງທ່ຽວສາກົນ ຊຶ່ງມຸມມອງດັ່ງ ກ່າວ, ໄດ້ຊ່ວຍຊຸກຍູ້ຄວາມເປັນ ໄປໄດ້ຂອງ ສປປ ລາວ ທີ່ຈະເສີມ ຂະຫຍາຍຕະຫລາດແຫລ່ງທີ່ມາ ແລະ ຜະລິດຕະພັນການທ່ອງທ່ຽວ, ລວມທັງການພັດທະນາຄວາມພ້ອມ ໃນການຕ້ອນຮັບນັກທ່ອງທ່ຽວມຸດ ສະລິມທີ່ດີຂຶ້ນ. ສະພາແຫ່ງຊາດ ແລະ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນ ກອງປະຊຸມສະພາແຫ່ງຊາດ ຊຸດທີ X ສະໄໝສາມັນເທື່ອທີ 2 (5-21 ຕຸລາ 2026), ໃນຂະນະທີ່ ສສ ຫວຽດນາມ ກຳລັງດຳເນີນກອງ ປະຊຸມສູນກາງສະໄໝສາມັນເທື່ອທີ 4 ແລະ ກະກຽມກອງປະຊຸມສະພາ ແຫ່ງຊາດ ຊຸດທີ XVI. ຈັງຫວະດັ່ງ ກ່າວ ຈຶ່ງເຮັດໃຫ້ການຢ້ຽມຢາມມີ ຄວາມໝາຍຍິ່ງຕໍ່ການສານຕໍ່ເຈດ ຈຳນົງລວມ ແລະ ຍົກລະດັບການ ພົວພັນສອງຝ່າຍສູ່ລະດັບໃໝ່. ພາຍຫລັງການພົບປະສອງຝ່າຍ ຢ່າງເປັນທາງການ, ຄາດວ່າຈະມີ ການແລກປ່ຽນ ແລະ ລົງນາມໃນ ເອກະສານຮ່ວມມືຈະມີຫລາຍກວ່າ 10 ສະບັບ ຊຶ່ງກວມເອົາຫລາຍ ຂົງເຂດວຽກງານທີ່ສຳຄັນແຕ່ສູນ ກາງເຖິງທ້ອງຖິ່ນ. ເອກະສານທັງ ໝົດເຫລົ່ານີ້ ຈະເປັນພື້ນຖານອັນ ສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນງານຕົວຈິງລະຫວ່າງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ຂອງສອງປະເທດ, ພ້ອມທັງເປັນ ການກະກຽມເນື້ອໃນສຳຄັນໃຫ້ ແກ່ກອງປະຊຸມຄະນະກຳມະການ ຮ່ວມມື ລາວ-ຫວຽດນາມ ຄັ້ງທີ 49 ທີ່ຈະຈັດຂຶ້ນໃນຕົ້ນປີ 2027. ນອກຈາກນີ້, ໃນລະຫວ່າງການ ຢ້ຽມຢາມຍັງຈະມີກອງປະຊຸມສົ່ງ ເສີມການລົງທຶນ ລາວ-ຫວຽດນາມ ທີ່ມີຜູ້ເຂົ້າຮ່ວມປະມານ 1.000 ຄົນ ຈາກພາກລັດ ແລະ ພາກທຸລະກິດ ຊຶ່ງຈະເປັນເວທີເຊື່ອມຕໍ່ຄວາມ ຕ້ອງການ ແລະ ຄວາມສາມາດ ຂອງສອງປະເທດໃຫ້ກາຍເປັນການ ຮ່ວມມືຕົວຈິງ. ສໍາລັບທິດທາງການຮ່ວມມືຍຸດ ທະສາດ 3 ເສົາຄໍ້າຫລັກ: ຝ່າຍລາວ ມີຄວາມມຸ່ງຫວັງວ່າຜົນສຳເລັດ ຈາກການຢ້ຽມຢາມຄັ້ງນີ້, ຈະເປັນ ບາດກ້າວບຸກທະລຸທີ່ສຳຄັນໃນ ການຍົກລະດັບການຮ່ວມມືດ້ານ ເສດຖະກິດ ໃຫ້ສົມຄູ່ກັບລະດັບ ການພົວພັນການເມືອງພິເສດທີ່ ມີມາແຕ່ດົນນານ ໂດຍເນັ້ນໜັກ 3 ດ້ານຕົ້ນຕໍ ຄື: ເສົາຄໍ້າ 1: ການ ເຊື່ອມຈອດພື້ນຖານໂຄງລ່າງ ແລະ ຄົມມະນາຄົມຂົນສົ່ງ. ພວກເຮົາ ມຸ່ງໝັ້ນຊຸກຍູ້ໃຫ້ບັນດາໂຄງການ ຍຸດທະສາດດ້ານເສັ້ນທາງ, ທາງ ລົດໄຟ, ລະບົບສະໜອງພະລັງງານ ແລະ ນ້ຳມັນໃຫ້ເປັນຮູບປະທຳໄວ ຂຶ້ນ. ເປົ້າໝາຍສຳຄັນແມ່ນການ ຫັນປ່ຽນ ສປປ ລາວ ຈາກປະເທດທີ່ ບໍ່ມີຊາຍແດນຕິດທະເລໃຫ້ກາຍເປັນ “ສູນກາງເຊື່ອມຈອດໃນພາກພື້ນ” ຊຶ່ງຈະຊ່ວຍຫລຸດຕົ້ນທຶນການຜະລິດ ແລະ ການຂົນສົ່ງ, ເພີ່ມຄວາມສາ ມາດແຂ່ງຂັນຂອງສິນຄ້າ ແລະ ເຊື່ອມໂຍງເສດຖະກິດສອງປະເທດ ເຂົ້າກັນຢ່າງແໜ້ນແຟ້ນ. ເສົາຄໍ້າ 2: ການຊຸກຍູ້ການຄ້າ ແລະ ການ ລົງທຶນສອງສົ້ນ. ພວກເຮົາຄາດ ຫວັງວ່າຈະສ້າງກົນໄກອຳນວຍ ຄວາມສະດວກ ແລະ ດຶງດູດນັກ ລົງທຶນຫວຽດນາມ ເຂົ້າມາລົງທຶນ ຢູ່ລາວຫລາຍຂຶ້ນ ໂດຍສະເພາະ ໃນຂົງເຂດພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ບໍ່ແຮ່ ແລະ ການປຸງແຕ່ງສິນຄ້າພາຍໃນ, ຈະສືບຕໍ່ແກ້ໄຂອຸປະສັກຕ່າງໆໃນ ການຄ້າຂາຍຂ້າມຊາຍແດນ ເພື່ອ ໃຫ້ຍອດມູນຄ່າການຄ້າສອງສົ້ນ ບັນລຸຕາມເປົ້າໝາຍທີ່ການນຳຂັ້ນ ສູງຂອງສອງປະເທດ ໄດ້ຕົກລົງກັນ ໄວ້. ເສົາຄໍ້າ 3: ການຮ່ວມມືຮອບ ດ້ານດ້ານພະລັງງານ, ການສຶກສາ ແລະ ການທ່ອງທ່ຽວ. ສອງປະເທດ ມີທ່າແຮງບົ່ມຊ້ອນຫລາຍດ້ານ; ພວກເຮົາຈະສົ່ງເສີມການແລກ ປ່ຽນ ແລະ ການຄ້າພະລັງງານໃຫ້ ເລິກເຊິ່ງ, ສືບຕໍ່ກໍ່ສ້າງສະຖາບັນ ການສຶກສາຮ່ວມກັນ ແລະ ຮ່ວມ ສົ່ງເສີມການທ່ອງທ່ຽວໃນຮູບແບບ “ໜຶ່ງຈຸດໝາຍສອງປະເທດ” ເພື່ອ ດຶງດູດນັກທ່ອງທ່ຽວຈາກພາຍນອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ສອງຊາດ. ສ່ວນຄວາມມຸ່ງມາດປາຖະໜາ ສູງສຸດ: ສິ່ງທີ່ຝ່າຍລາວມຸ່ງຫວັງ ຢາກຊຸກຍູ້ໃຫ້ມີການຫັນປ່ຽນຢ່າງ ແຂງແຮງ ແລະ ເປັນຮູບປະທຳ ຫລາຍທີ່ສຸດຄື: ການຍົກລະດັບການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ມີລັກສະນະ ບຸກທະລຸ ແລະ ສົມຄູ່ກັບຄວາມໝາຍ ອັນຍິ່ງໃຫຍ່ຂອງສາຍພົວພັນການ ເມືອງພິເສດລະຫວ່າງສອງປະເທດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຈະ ເນັ້ນ 3 ທິດທາງປະຕິບັດ ຄື: ເລັ່ງ ລັດການເຊື່ອມຈອດເສດຖະກິດມະ ຫາພາກ ແລະ ພື້ນຖານໂຄງລ່າງ ຍຸດທະສາດ: ໃຫ້ບັນດາໂຄງການ ເຊື່ອມຕໍ່ຄົມມະນາຄົມ, ພະລັງງານ ແລະ ລະບົບຂົນສົ່ງສິນຄ້າກ້າວໜ້າ ໄວຂຶ້ນ, ສ້າງເປັນ “ກະດູກສັນ ຫລັງ” ແຫ່ງການຮ່ວມມືທີ່ໝັ້ນຄົງ ແລະ ຍືນຍົງ; ປະຕິບັດທຸກວຽກງານ ດ້ວຍ: ວ່ອງໄວ, ແທດເຖິງ, ມີປະ ສິດທິຜົນ, ປະຕິບັດໄດ້ຈິງ. ທຸກຂະ ແໜງການ ແລະ ທ້ອງຖິ່ນຕ້ອງ ຫັນປ່ຽນວິທີເຮັດວຽກໃຫ້ຄ່ອງຕົວ, ແກ້ໄຂບັນຫາຕິດຂັດຢ່າງທັນການ ເພື່ອໃຫ້ນັກລົງທຶນທັງສອງຝ່າຍ ສາມາດດຳເນີນທຸລະກິດໄດ້ຢ່າງ ສະດວກ, ວ່ອງໄວ ແລະ ໝັ້ນໃຈ; ຮັດແໜ້ນຄວາມຜູກພັນຜ່ານຄົນ ຮຸ່ນໜຸ່ມ: ຄຽງຄູ່ກັບການຮ່ວມມື ດ້ານເສດຖະກິດ, ພວກເຮົາຈະ ສົ່ງເສີມການແລກປ່ຽນຊາວໜຸ່ມ, ການສຶກສາ ແລະ ວັດ ທະນະທຳ ເພື່ອປູກຝັງຈິດສຳນຶກມູນເຊື້ອແຫ່ງ ຄວາມສາມັກຄີພິເສດໃຫ້ເລິກເຊິ່ງ ໃນຄົນຮຸ່ນຕໍ່ໄປ, ເນື່ອງຈາກພວກ ເຂົາຄື “ຜູ້ສືບທອດ” ທີ່ຈະຖະນຸ ຖະໜອມ ແລະ ສືບຕໍ່ສ້າງສາຍ ພົວພັນອັນຫາຍາກນີ້ໃຫ້ໝັ້ນຄົງ ຂະໜົງແກ່ນຢູ່ຄຽງຄູ່ສອງປະເທດ ຕະຫລອດໄປ. ທ້າຍສຸດນີ້, ທ່ານໄດ້ແຈ້ງໃຫ້ ຊາບວ່າ: ໃນທ້າຍປີ 2026, ສປປ ລາວ ຈະຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາຢ່າງ ເປັນທາງການ ໂດຍຈະມີໄລຍະ ຂ້າມຜ່ານ 3 ປີ (2026-2029), ພ້ອມທັງກໍາລັງຈັດຕັ້ງປະຕິບັດ ນະໂຍບາຍເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ຈຶ່ງຂໍ ຮຽກຮ້ອງມາຍັງບັນດາປະເທດ ເພື່ອນມິດວົງຄະນະຍາດສາກົນ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃຫ້ສາມາດຫລຸດ ພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ຍຶນຍົງ. ຂໍຖືໂອກາດນີ້ ສະເໜີມາຍັງ ສະຫາຍຫວຽດນາມອ້າຍນ້ອງສືບຕໍ່ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ພາຍໃຕ້ຂອບການຮ່ວມ ມືຕ່າງໆທີ່ການນຳຂັ້ນສູງຂອງສອງ ພັກ-ສອງລັດ ໄດ້ຕົກລົງຮ່ວມກັນໃຫ້ ເກີດຜົນເປັນຈິງ. ອີກປະການໜຶ່ງ, ຂ້າພະເຈົ້າຕີ ລາຄາສູງວ່າຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ເລ ມິງ ຮຶງ ໃນຄັ້ງນີ້, ຍັງ ຈະປະກອບສ່ວນສຳຄັນເຂົ້າໃນຂະ ບວນການສະເຫລີມສະຫລອງປີສາ ມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2027 ກໍຄື ສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05/09/1962) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ (18/07/1977), ພ້ອມທັງເປັນ ການຜັນຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດໃຫ້ ແຕກດອກອອກຜົນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູງປະຊາຊົນ ສອງຊາດ ລາວ-ຫວຽດນາມ. ພາບ: ເກດສະໜາ ໂລຊີຢ່າງສ້າງສັນບໍ່ຄວນເບິ່ງ AI ວ່າເປັນສິງຈະມາທົດແທນບົດບາດ ການສອນຂອງຄູ, ແຕ່ເປັນເຄື່ອງມື ທີ່ຄູສາມາດນຳມາຊ່ວຍອອກແບບ ການຮຽນ-ການສອນ, ພັດທະນາສື່, ວິເຄາະຜົນການຮຽນ ແລະ ຊ່ວຍ ນັກຮຽນທີ່ມີຄວາມຕ້ອງການທີ່ຫລາ ກຫລາຍ; ຄູຕ້ອງເປັນຜູ້ຊອກຮູ້ຮໍ່າ ຮຽນກໍາໄດ້ແນວທາງຂອງພັກ ແລະ ຂອງລັດໃຫ້ດີໃນແຕ່ລະໄລຍະ, ມີ ຄວາມຮັກຊາດສູງ, ຄວາມເຂົ້າໃຈ, ຄວາມມັກຮັກ, ນັກຮຽນ, ຄວາມ ຍຸຕິທຳ, ຄວາມອົດທົນ, ເປັນຜູ້ຮັບ ຟັງທີ່ດີ ແລະ ການເຄົາລົບຄວາມ ແຕກຕ່າງ ຊຶ່ງນັກຮຽນບໍ່ໄດ້ຮຽນຄື ກັນທຸກຄົນບາງຄົນຮຽນໄວ, ບາງ ຄົນຕ້ອງການເວລາ, ບາງຄົນມີ ພອນສະຫວັນສະເພາະ ແລະ ບາງ ຄົນຕ້ອງການການຊ່ວຍເຫລືອເປັນ ພິເສດ ຊຶ່ງຄູທີ່ດີຕ້ອງບໍ່ປ່ອຍໃຫ້ເດັກ ຄົນໃດຖືກປະໄວ້ຂ້າງຫລັງ. ເຖິງຢ່າງໃດກໍຕາມ, ຍັງມີສິ່ງ ທ້າທາຍໃນການສິດສອນ, ຄູຍັງ ຕ້ອງສູ້ຊົນແກ້ໄຂຊ່ອງວ່າງດ້ານ ຄຸນນະພາບຂອງການສຶກສາລະ ຫວ່າງເຂດໃນເມືອງ ແລະ ເຂດ ຊົນນະບົດລວມເຖິງພື້ນຖານໂຄງ ລ່າງ, ສິ່ງອຳນວຍຄວາມສະດວກ, ສື່ການຮຽນ, ເຕັກໂນໂລຊີ ແລະ ສະ ພາບແວດລ້ອມການຮຽນ-ການ ສອນ; ທຸກສິ່ງທຸກຢ່າງແມ່ນທັນ ສະໄໝ ແລະ ເປັນຍຸກວັດຖຸນິຍົມ ມີການແຂ່ງຂັນກັນສູງ, ມີການສົ່ງ ເສີມໂຄສະນາສິນຄ້າ ແລະ ຜະລິດ ຕະພັນ, ເຕັກໂນໂລຊີທີ່ກ້າວໜ້າ, ພ້ອມທັງມີການເຜີຍແຜ່ຂໍ້ມູນຂ່າວ ສານສື່ສັງຄົມອອນລາຍ ຢ່າງບໍ່ມີ ເຂດຈຳກັດ, ມີທັງດີ ແລະ ບໍ່ດີ ຊຶ່ງ ພາໃຫ້ລູກຫລານນັກຮຽນຕິດສື່ ສັງຄົມອອນລາຍບໍ່ໜ້ອຍ, ບາງຄົນ ຫລົງໄຫລໃນວັດຖຸນິຍົມ ແລະ ນຳ ໄປຊຶ່ງການຂາດຄຸນນະທຳ, ສິນທຳ, ຈັນຍາບັນ ແລະ ສົ່ງຜົນກະທົບຕໍ່ ການຮຽນ. ຂ່າວ: ກິດຕາ ປະລິນຍາ (ຊັ້ນສູງ) ແລະ ຄູທີ່ຈົບ ຂັ້ນອະນຸປະລິນຍາ ສືບຕໍ່ໃຫ້ຈົບ ຂັ້ນປະລິນຍາຕີ. ຫລັງຈາກສິ້ນສຸດ ການຮຽນແບບຕໍ່ເນື່ອງໃນໄລຍະ ພັກຮຽນແລ້ວ, ຄູທັງໝົດໄດ້ກັບຄືນ ໄປປະຕິບັດໜ້າທີ່ສອນຊັ້ນປະຖົມສຶກ ສາ ແລະ ອະນຸບານໃນໂຮງຮຽນ ທີ່ຕົນສັງກັດຢູ່, ພ້ອມທັງຈະສືບຕໍ່ ເຂົ້າສຶກສາໃນລະບົບແບບຕໍ່ເນື່ອງ ດັ່ງກ່າວ ໃນໄລຍະພັກສິ້ນປີຮຽນ ຈົນກວ່າຈະຈົບຫລັກສູດທີ່ກະຊວງ ສຶກສາທິການ ແລະ ກິລາ ກຳນົດໄວ້. ຜ່ານການລົງຕິດຕາມ ແລະ ສຳ ພາດຄູຜູ້ໄດ້ຮັບທຶນຈໍານວນໜຶ່ງຢູ່ ເມືອງໂພນໂຮງ, ເມືອງຫີນເຫີບ, ເມືອງສະມ້ວຍ, ເມືອງນໍ້າບາກ ແລະ ເມືອງວຽງຄໍາ. ບັນດາຄູໄດ້ສະ ແດງຄວາມຄິດເຫັນຕໍ່ກັບຄວາມສຳ ຄັນຂອງຫລັກສູດການຮຽນແບບ ຕໍ່ເນື່ອງໃນໄລຍະພັກສິ້ນປີຮຽນນີ້ ວ່າ: ພວກເຮົາມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮັບທຶນໃນຄັ້ງນີ້ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຮັບ ມາຜັນຂະຫຍາຍພ້ອມທັງດັດປັບ ວິທີການສອນ ເພື່ອໃຫ້ນັກຮຽນມີ ສ່ວນຮ່ວມຫລາຍຂຶ້ນ, ສົ່ງເສີມໃຫ້ ນັກຮຽນມີຄວາມກະຕືລືລົ້ນ ແລະ ສ້າງສະພາບແວດລ້ອມໃນຫ້ອງ ຮຽນໃຫ້ເກີດການແລກປ່ຽນແນວ ຄວາມຄິດຢ່າງກວ້າງຂວາງ.
RkJQdWJsaXNoZXIy MTc3MTYxMQ==