7381

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 08/10/2026 xtgmf]k; ກະຊວງການເງິນ...ິ ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ຄະນະຜູ້ແທນຊາວໜຸ່ມລາວ...ູຸ້່ ສສກ ວາງຫລາຍມາດຕະການ... 9 ເດືອນຕົ້ນປີ 2026...ືົ້ີ ຂປລ. ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ທອງລີ ສີສຸລິດ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ ແທນຊາວໜຸ່ມລາວ ເຂົ້າພົບປະເຮັດ ວຽກກັບສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມະເນດ ຮອງປະທານພັກ ປະຊາ ຊົນກໍາປູເຈຍ, ປະທານສູນກາງ ຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫລວງພະນົມເປັນ. ຕິດພັນກັບການເກັບລາຍຮັບຈາກ ຄ່າເຊົ່າ-ສໍາປະທານທີ່ດິນ, ພັນທະ ພາສີ-ອາກອນ ຈາກຊັບພະຍາກອນ ແຮ່ທາດ ກະຊວງການເງິນ ໄດ້ຈັດ ຕັ້ງປະຕິບັດຕາມຫລັກການລວມ ສູນງົບປະມານ ຊຶ່ງຂົງເຂດບໍ່ແຮ່ ເປັນທ່າແຮງໜຶ່ງທີ່ມີຄວາມສໍາຄັນ ປະກອບສ່ວນຕໍ່ລາຍຮັບງົບປະມານ ແຫ່ງລັດ, ການເກັບລາຍຮັບໃນ ຂົງເຂດດັ່ງກ່າວ ມີທ່າອ່ຽງເພີ່ມຂຶ້ນ ໃນແຕ່ລະໄລຍະຕົວເລກດ້ານລາຍ ຮັບໄດ້ຊີ້ໃຫ້ເຫັນວ່າການກັບລາຍ ຮັບໃນປີ 2026 ສາມາດປະຕິບັດ ໄດ້ຄື: ຄ່າເຊົ່າ-ສຳປະທານທີ່ດິນ ຈັດເກັບໄດ້ 1.275 ຕື້ກີບ, ທຽບ ໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 4%; ຄ່າຊັບພະຍາກອນທຳມະຊາດ ຈັດເກັບໄດ້ 5.486 ຕື້ກີບ, ທຽບ ໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 36,6%; ພັນທະຈາກໂຄງການແຮ່ ທາດ ຈັດເກັບໄດ້ 14.467 ຕື້ກີບ, ຄະນະສະເພາະກິດແກ້ໄຂອາຊະ ຍາກຳທາງອິນເຕີເນັດ ແລະ ການ ພະນັນອອນລາຍ ໄດ້ຖະແຫລງຜົນ ສຳເລັດການຈັດຕັ້ງປະຕິບັດວຽກ ງານສະກັດກັ້ນ ແລະ ແກ້ໄຂອາຊະ ຍາກຳທາງອິນເຕີເນັດ, ການພະນັນ ອອນລາຍ ແລະ ວຽກງານເກັບກູ້ ອາວຸດປືນໃນວັນທີ 6 ຕຸລາ 2026 ວ່າ: ປັດຈຸບັນ, ໄພຄຸກຄາມຈາກ ອາຊະຍາກຳທາງອິນເຕີເນັດ ຫລື ອາຊະຍາກຳທາງໄຊເບີ ບໍ່ໄດ້ເປັນ ພຽງບັນຫາອາຊະຍາກຳທົ່ວໄປທີ່ ສົ່ງຜົນກະທົບຕໍ່ຊັບສິນຂອງບຸກຄົນ ໃດໜຶ່ງເທົ່ານັ້ນແຕ່ມັນໄດ້ກາຍເປັນ ໄພຄຸກຄາມອັນຮ້າຍແຮງທີ່ສົ່ງຜົນ ກະທົບຕໍ່ສະຖຽນລະພາບທາງດ້ານ ເສດຖະກິດ-ສັງຄົມ ແລະ ຄວາມ ໝັ້ນຄົງຂອງຊາດ. ຮູບແບບການ ກະທຳຜິດໄດ້ມີການວິວັດທະນາ ການໄປສູ່ຄວາມສະຫລັບສັບຊ້ອນ ແລະ ມີຊັ້ນເຊີງທາງດ້ານເຕັກນິກທີ່ ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍມີການນຳ ໃຊ້ເຕັກໂນໂລຊີປັນຍາປະດິດ ຫລືAI ເຂົ້າມາເປັນເຄື່ອງມືຫລັກໃນການ ສ້າງຕົວຕົນດີຈິຕອນປອມເປັນຕົ້ນ ການປອມແປງສຽງ ຫລື ໃບໜ້າທີ່ ເໝືອນຈິງ ເພື່ອຫລອກລວງ ແລະ ຕົ້ມຕຸນ. ນອກຈາກນີ້, ຍັງມີການນຳ ໃຊ້ແອັບພລິເຄຊັນກູ້ຢືມເງິນເຖື່ອນ ທີ່ດູດຂໍ້ມູນສ່ວນຕົວ, ການສ້າງລິ້ງ ປອມທີ່ເປັນກັບດັກທາງໄຊເບີ, ການ ນຳໃຊ້ບັນຊີທະນາຄານຕົວແທນ ຫລື ບັນຊີຜີ ເພື່ອຟອກເງິນທີ່ໄດ້ມາ ຈາກການກະທຳຜິດສິ່ງເຫລົ່ານີ້ບໍ່ ພຽງແຕ່ສົ່ງຜົນກະທົບແກ່ສະຖຽນ ລະພາບທາງດ້ານການເງິນ ແລະ ຊັບສິນຂອງປະຊາຊົນເທົ່ານັ້ນ, ແຕ່ ຍັງບັນທອນຄວາມເຊື່ອໝັ້ນຂອງ ນັກລົງທຶນທັງພາຍໃນ ແລະ ຕ່າງ ປະເທດທີ່ມາມີສ່ວນຮ່ວມໃນການ ພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການແອບ ແຝງຂອງບັນຫາການຄ້າມະນຸດ ແລະ ຢາເສບຕິດທີ່ມາໃນຮູບແບບ ຂອງການຈ້າງງານທີ່ຜິດກົດໝາຍ ໃນສູນຄໍເຊັນເຕີ. ພັກ ແລະ ລັດຖະບານ ກໍຄື ກະ ສຳຄັນເປັນຕົ້ນ ການປະລະການ ຮຽນ, ການຫັນປ່ຽນລະບົບການສຶກ ສາສາຍສາມັນ ແລະ ການຄຸ້ມຄອງຕິດຕາມຊຸກຢູ່ໂຮງຮຽນພາກເອກະ ຊົນ ຊຶ່ງກະຊວງສຶກສາທິການ ແລະ ກິລາ ໄດ້ວາງຫລາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍ ສະເພາະ ການຍົກສູງບົດບາດ ແລະ ຄວາມສຳຄັນຂອງການສຶກສາ, ການດຳເນີນໂຄງການ “ນຳນ້ອງ ກັບສູ່ໂຮງຮຽນ”, ການສະໜອງ ອາຫານທ່ຽງໃຫ້ນັກຮຽນປະມານ 217.000 ຄົນ, ໃຫ້ເງິນອຸດໜູນ ແລະ ເບ້ຍລ້ຽງແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ 1.000 ຄົນ ໃນ ຂັ້ນປະຖົມ ແລະ 4.148 ຄົນ ໃນ ຂັ້ນມັດທະຍົມ, ພ້ອມທັງສະໜອງ ທຶນການສຶກສາ 153 ທຶນ ໃຫ້ແກ່ ນັກຮຽນເກັ່ງ. ສຳລັບດ້ານອາຊີວະສຶກສາໄດ້ ດຳເນີນການສອນສາມັນວິຊາຊີບ ຄວບຄູ່ກັນ ໃນ 9 ສາຂາວິຊາຊີບ ເຊັ່ນ: ສ້ອມແປງຄອມພິວເຕີ, ໄຟຟ້າ, ປຸງແຕ່ງອາຫານ, ຕັດຫຍິບ ແລະ ອື່ນໆ ຢູ່ຕາມໂຮງຮຽນກິນນອນ ຊົນເຜົ່າ ແລະ ໂຮງຮຽນຕ່າງໆ ໂດຍມີຜູ້ເຂົ້າຮຽນ 1.762 ຄົນ. ຂະ ນະທີ່ການສຶກສາຊັ້ນສູງ ໄດ້ສືບຕໍ່ ດຳເນີນນະໂຍບາຍສະໜັບສະໜູນ ຕໍ່ນັກຮຽນທຸກຍາກຢູ່ເຂດຫ່າງໄກ ສອກຫລີກໃຫ້ມີໂອກາດໄດ້ເຂົ້າ ຮຽນຕໍ່ໃນສາຍສຶກສາຊັ້ນສູງ ໂດຍ ຈັດສັນທຶນການສຶກສາ 1.500 ທຶນ ໃນສົກຮຽນ 2025-2026 ແລະ 2026-2027. ໃນນັ້ນ, ໃນສົກ ຮຽນ 2026-2027 ມີນັກສຶກສາ ລວມທັງໝົດ 21.541 ຄົນ ຮຽນ ຢູ່ 4 ມະຫາວິທະຍາໄລ ຄື: ມະຫາ ວິທະຍາໄລແຫ່ງຊາດ 14.564 ຄົນ, ເຂົ້າໃໝ່ 3.776 ຄົນ; ມະຫາ ວິທະຍາໄລສຸພານຸວົງ 2.494 ຄົນ, ເຂົ້າໃໝ່ 727 ຄົນ; ມະຫາວິທະຍາ ໄລສະຫວັນນະເຂດ 2.150 ຄົນ, ເຂົ້າໃໝ່ 750 ຄົນ ແລະ ມະຫາ ວິທະຍາໄລຈຳປາສັກ 2.333 ຄົນ, ຊີວະປະຫວັດຫຍໍ້ີັໍ້ ແຂວງຮ່າຕິ້ງ. - ລະດັບວິຊາສະເພາະ: ປະລິນຍາໂທ ນະໂຍບາຍສາທາລະນະ. - ລະດັບທິດສະດີການເມືອງ: ຊັ້ນສູງ. - ວັນເດືອນປີເຂົ້າພັກ: 21/ 8/2000, ວັນເດືອນປີເຂົ້າພັກສົມບູນ: 21/8/2001. - ຕຳແໜ່ງປັດຈຸບັນ: ກຳມະການກົມການເມືອງ, ນາຍົກລັດຖະ ມົນຕີ. ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້ັື່ໍ້ - ປີ 1993-01/1998: ວິຊາການ, ພະແນກກອງທຶນ IMF, ກົມ ພົວພັນຕ່າງປະເທດ, ທະນາຄານແຫ່ງລັດຫວຽດນາມ. - ປີ 1996-1997: ຈົບປະລິຍາໂທ, ມະຫາວິທະຍາໄລ Saitama, Japan. - ປີ1998-02/2002: ຮອງຫົວໜ້າ/ຫົວໜ້າພະແນກ, ທະນາຄານ ພັດທະນາອາຊີ (ADB), ກົມພົວພັນຕ່າງປະເທດ, ທະນາຄານແຫ່ງ ລັດຫວຽດນາມ. - ປີ 2002-12/2009: ຮອງຫົວໜ້າ/ຫົວໜ້າກົມພົວພັນຕ່າງ ປະເທດທະນາຄານ ແຫ່ງ ລັດຫວຽດນາມ. - ປີ 2010-10/2011: ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ພະນັກງານ, ທະນາຄານແຫ່ງລັດຫວຽດນາມ. - ປີ 2011-10/2014: ກໍາມະການຄະນະພັກ, ຮອງຜູ້ວ່າການ ທະນາຄານແຫ່ງລັດຫວຽດນາມ. - ປີ 2014-4/2016: ກໍາມະການສູນກາງພັກສະໄໝ XII, ຮອງ ຫົວໜ້າຫ້ອງວ່າການສູນກາງພັກ. - 4/2016-10/2020: ກໍາມະການສູນກາງພັກສະໄໝXII, ເລຂາ ຄະນະພັກ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ. - 10/2020-01/2021: ກໍາມະການສູນກາງພັກສະໄໝ XIII, ຫົວໜ້າຫ້ອງວ່າການສູນ ກາງພັກ. - 01/2021-5/2024: ເລຂາທິການສູນກາງພັກສະໄໝ XIII, ຫົວໜ້າຫ້ອງວ່າການສູນກາງພັກ; ໄດ້ຮັບການເລືອກຕັ້ງເປັນກໍາມະ ການກົມການເມືອງສູນກາງພັກສະໄໝ XIII ໃນກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ວັນທີ 16/5/2024. -5/2024-10/2024: ກໍາມະການກົມການເມືອງສູນກາງພັກ ສະໄໝ XIII, ເລຂາທິການສູນກາງພັກສະໄໝ XIII, ຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ສະມາ ຊິກສະພາແຫ່ງຊາດຊຸດທີ XV. - 10/2024: ກໍາມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກສະໄໝXIII, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະມາ ຊິກສະພາແຫ່ງຊາດ ຊຸດທີ XV, XVI. -7/4/2026- ປັດຈຸບັນ: ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງພັກສະໄໝ XIV, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI. ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າດ້ວຍຄວາມຮູ້, ຄວາມສາ ມາດ ແລະ ປະສົບການຂອງທ່ານ ສະເຫລີມໄຊ ກົມມະສິດ ຈະສາມາດ ຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ນຳພາປະເທດຊາດ ພັດທະນາສູ່ ຄວາມຈະເລີນຮຸ່ງເຮືອງຕາມຄາດ ໝາຍທີ່ກຳນົດໄວ້ໃນແຕ່ລະໄລຍະ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ສະແດງຄວາມ ຂອບໃຈຕໍ່ຄຳອວຍພອນອັນຈົບ ງາມຈາກທ່ານປະທານາທິບໍດີ ກໍຄື ລັດຖະບານ ແລະ ປະຊາຊົນມຽນ ມາ, ລວມທັງການໃຫ້ຄວາມຮ່ວມ ມື, ສະໜັບສະໜູນຊ່ວຍເຫລືອຂອງ ຝ່າຍມຽນມາ ໃນຕະຫລອດໄລຍະ ທີ່ຜ່ານມາ ຊຶ່ງບັນດາໝາກຜົນດັ່ງ ກ່າວ ຖືເປັນຂີດໝາຍສຳຄັນ ຕໍ່ການ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງ ລັດຖະບານ ແລະ ປະຊາຊົນສອງ ປະເທດ ລາວ-ມຽນມາ, ພ້ອມທັງ ສະເໜີສອງຝ່າຍສືບຕໍ່ສົ່ງເສີມການ ພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກ ສາ, ສາທາລະນະສຸກ, ການປ້ອງກັນ ຊາດ ແລະ ອື່ນໆ ໃຫ້ມີການຂະ ຫຍາຍຕົວສູ່ບາດກ້າວໃໝ່. ຂ່າວ: ກົມປະຊາສຳພັນ ຫສນຍ. ເຂົ້າໃໝ່ 920 ຄົນ. ຢ່າງໃດກໍຕາມ, ໃນ 9 ຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ ມີພຽງ 4 ຄາດໝາຍທີ່ມີຄວາມຄືບໜ້າດີ ແລະ 5 ຄາດໝາຍຍັງບໍ່ທັນບັນລຸ ຕາມແຜນເປັນຕົ້ນອັດຕາການປະລະ ການຮຽນຂອງນັກຮຽນຊັ້ນປະຖົມ, ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງ ຊຶ່ງສາເຫດສຳຄັນທີ່ບາງ ຄາດໝາຍຍັງບໍ່ທັນບັນລຸມາຈາກ ສະພາບຄວາມຫຍຸ້ງຍາກດ້ານເສດ ຖະກິດ ຊຶ່ງເຮັດໃຫ້ນັກຮຽນ ແລະ ຄູບາງສ່ວນຕ້ອງອອກໄປຊອກ ວຽກເຮັດ ເພື່ອຫາລາຍໄດ້ລ້ຽງ ຄອບຄົວ; ການຂາດແຄນຄູໃນ ບາງທ້ອງຖິ່ນ ແລະ ບາງວິຊາ ໂດຍ ສະເພາະເຂດຫ່າງໄກ; ການຂາດ ແຄນງົບປະມານ ແລະ ອຸປະກອນ ຈຳເປັນ ເພື່ອໃຫ້ຂັ້ນທ້ອງຖິ່ນຕິດ ຕາມ ແລະ ປະເມີນບັນດາຕົວຊີ້ ວັດຍັງບໍ່ທັນຊັດເຈນ ແລະ ຕໍ່ເນື່ອງ ເທົ່າທີ່ຄວນ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ໄດ້ສຸມໃສ່ແກ້ໄຂຢ່າງເປັນລະບົບ ໂດຍປະຕິຮູບໂຄງສ້າງລະບົບການ ສຶກສາສາມັນ ຈາກ 5+4+3 ເປັນ 6+3+3, ປັບປຸງລະບົບສ້າງຄູຄືນ ໃໝ່ ດ້ວຍການຍຸບໂຮມວິທະຍາໄລ ສ້າງຄູທົ່ວປະເທດ ເພື່ອສ້າງເປັນ ມະຫາວິທະຍາໄລສ້າງຄູແຫ່ງຊາດ. ພ້ອມນັ້ນ, ຍັງຫັນປ່ຽນສະຖານການ ສຶກສາຈຳນວນໜຶ່ງເປັນໂຮງຮຽນ ສາມັນວິຊາຊີບ ເພື່ອໃຫ້ນັກຮຽນ ໄດ້ຮຽນທັງສາມັນສຶກສາ ແລະ ມີ ທັກສະວິຊາຊີບຂັ້ນຕົ້ນ; ສຳຫລວດ ແລະ ວາງແຜນສ້ອມແປງໂຮງຮຽນ ທີ່ຍັງບໍ່ໄດ້ມາດຕະຖານ ຊຶ່ງປັດຈຸບັນ ມີໂຮງຮຽນປະຖົມ 1.059 ແຫ່ງ ທີ່ ຍັງບໍ່ທັນໄດ້ມາດຕະຖານ ເພື່ອປັບ ປຸງສະພາບແວດລ້ອມ ແລະ ສິ່ງ ອຳນວຍຄວາມສະດວກໃຫ້ນັກຮຽນ ດີຂຶ້ນກວ່າເກົ່າ. ຄ່ຽງຄູ່ກັນນັ້ນ, ກໍໄດ້ ສຸມໃສ່ປັບປຸງຫລັກສູດການສຶກສາ ຊັ້ນສູງ ໂດຍສ້າງຫລັກສູດໃໝ່ໃຫ້ ສອດຄ່ອງກັບທ່າອ່ຽງລວມຂອງ ຍຸກສະໄໝ ແລະ ຄວາມຕ້ອງການ ຕົວຈິງຂອງການພັດທະນາ, ຍຸບ ບັນດາຫລັກສູດທີ່ເຫັນວ່າມີຄົນສົນ ໃຈຮຽນໜ້ອຍ ແລະ ບໍ່ແທດເໝາະ ກັບສະພາບໃນປັດຈຸບັນ, ສົ່ງເສີມ ສະຖານການສຶກສາຊັ້ນສູງໃຫ້ຂະ ຫຍາຍພາກຄໍ່າ, ທ້າຍອາທິດ, ຮຽນ ອອນລາຍປະສົມໃນສາຂາທີ່ສັງຄົມ ຕ້ອງການ ເພື່ອໃຫ້ຄົນເຮັດວຽກ ຮຽນຕໍ່ໄດ້. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ທຽບໃສ່ໄລຍະດຽວປີຜ່ານມາເພີ່ມ ຂຶ້ນ 37,2%. ເຖິງຢ່າງໃດກໍຕາມ ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວ ຍັງບໍ່ທັນສ່ອງແສງເຖິງປະສິດທິ ຜົນໃນການຈັດຕັ້ງປະຕິບັດ ເມື່ອ ທຽບໃສ່ສະຖິຕິຂອງໂຄງການທີ່ມີ ການອະນຸມັດ ແລະ ກຳລັງຈັດຕັ້ງ ປະຕິບັດ. ສຳລັບກົນໄກການເກັບ ລາຍຮັບຍັງເກັບບໍ່ທັນໄດ້ຄົບຖ້ວນ ທຸກສັນຍາ, ການຂຶ້ນແຜນສົ່ງອອກ ຂອງບໍລິສັດຍັງບໍ່ທັນຊັດເຈນ, ບາງ ໂຄງການຍັງບໍ່ທັນປະຕິບັດຕາມ ສັນຍາ, ບໍ່ມີການເຄື່ອນໄຫວປົກກະຕິ ແລະ ຍັງບໍ່ທັນມີການສົ່ງອອກ, ຍັງ ບໍ່ທັນມີກົນໄກ ແລະ ລະບົບຕິດ ຕາມ, ກວດກາການສົ່ງອອກແຮ່ທີ່ ທັນສະໄໝເຮັດໃຫ້ຍັງມີຊ່ອງວ່າງ ໃນການຕົກເຮ່ຍເສຍຫາຍຂອງຊັບ ພະຍາກອນແຮ່ທາດ. ສະນັ້ນ, ເພື່ອ ຮັບປະກັນການຄຸ້ມຄອງທາງດ້ານ ມະຫາພາກກ່ຽວກັບການຄຸ້ມຄອງ ເກັບລາຍຮັບຈາກຄ່າເຊົ່າ-ຄ່າສໍາ ປະທານ, ພັນທະພາສີ-ອາກອນ ຈາກຊັບພະຍາກອນແຮ່ທາດ ທີ່ມີຢູ່ ຈຳກັດ ແລະ ນັບມື້ນັບບົກແຫ້ງລົງ ໃຫ້ຖືກນໍາໃຊ້ຢ່າງມີປະສິດທິຜົນ ສູງສຸດ ແລະ ເປັນທ່າແຮງປະກອບ ສ່ວນໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ລັດຖະບານ ກໍຄື ກະຊວງການເງິນ ຈະຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດຄຸ້ມຄອງ ແຮ່ທາດເຂົ້າສູ່ລວງເລິກ ແລະ ເປັນ ຮູບປະທໍາ ເຊັ່ນ: ຮີບຮ້ອນປະເມີນ ປະສິດທິຜົນບັນດາໂຄງການສໍາ ປະທານ ໂດຍສະເພາະໂຄງການ ປະເພດທີ່ບໍ່ມີປະສິດທິຜົນ (C ແລະ C+) ແມ່ນໃຫ້ຍົກເລີກ ແລະ ມອບ ຄືນໃຫ້ລັດ ເພື່ອນໍາໃຊ້ພັດທະນາໃນ ຮູບການອື່ນ; ຫັນປ່ຽນກົນໄກການ ອະນຸຍາດບັນດາໂຄງການແຮ່ທາດ ໂດຍຖືເອົາບໍລິສັດທີ່ມີຄວາມພ້ອມ ດ້ານການສ້າງໂຮງງານປຸງແຕ່ງ ແຮ່ ເປັນເງື່ອນໄຂບຸລິມະສິດໃນການ ອະນຸຍາດ ເພື່ອສ້າງມູນຄ່າເພີ່ມ; ຫັນຈາກໂຄງການທົດລອງໄປສູ່ ໂຄງການທີ່ຈັດຕັ້ງປະຕິບັດຖືກຕ້ອງ ຕາມກົດໝາຍ ແລະ ນິຕິກຳ, ມີການ ປຸງແຕ່ງພາຍໃນໃຫ້ຫລາຍຂຶ້ນ, ສ້າງ ມູນຄ່າເພີ່ມໃນແຕ່ລະຂັ້ນຕອນການ ຜະລິດ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ການຢ່າງເຂັ້ມງວດ; ເລັ່ງຊຸກຍູ້ໃຫ້ ຮ່າງດຳລັດວ່າດ້ວຍການເຊົ່າທີ່ດິນ ຂອງລັດ ແລະ ລັດຖະບັນຍັດວ່າ ດ້ວຍອັດຕາຄ່າເຊົ່າຊັບສິນຂອງລັດ ໃຫ້ຖືກຮັບຮອງ ແລະ ປະກາດໃຊ້ ໂດຍໄວ ເພື່ອເປັນເຄື່ອງມືໃນການ ຄຸ້ມຄອງ ແລະ ຂະຫຍາຍຖານລາຍ ຮັບຈາກການເຊົ່າ-ສໍາປະທານໃນຕໍ່ ໜ້າ; ສ້າງລະບົບຄຸ້ມຄອງ, ຕິດຕາມ ແລະ ກວດກາແຮ່ທາດແຕ່ຕົ້ນທາງ ຈົນຮອດປາຍທາງສົ່ງອອກເປັນ ລະບົບທັນສະໄໝ ເພື່ອຮັບປະກັນ ບໍ່ໃຫ້ຊັບພະຍາກອນທຳມະຊາດ ຕົກເຮ່ຍເສຍຫາຍ. ປັດຈຸບັນ, ກະ ຊວງການເງິນ ໄດ້ຕິດຕັ້ງຫ້ອງ ກວດກາຄຸນນະພາບແຮ່ທາດກ່ອນ ການສົ່ງອອກຢູ່ປາຍທາງຢູ່ 7 ຈຸດ ແລ້ວ ແລະ ກໍາລັງຈະນໍາສະເໜີ ລັດຖະບານ ເພື່ອພິຈາລະນາອະນຸ ມັດຜັນຂະຫຍາຍໄປສູ່ດ່ານສາກົນ ອື່ນໆໃນຂອບເຂດທົ່ວປະເທດ. ສຳລັບການຈັດສັນງົບປະມານ ໄດ້ມີຫລັກການ ແລະ ກົນໄກ ຈັດ ລຽງບຸລິມະສິດລໍາດັບຄວາມສໍາຄັນ ໂດຍອີງໃສ່ຄວາມອາດສາມາດໃນ ການຈັດເກັບລາຍຮັບ ໂດຍຈັດສັນ ເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິ ມະສິດເປັນຕົ້ນການເພີ່ມເງິນເດືອນ, ເງິນນະໂຍບາຍໃຫ້ພະນັກງານລັດ ຖະກອນ, ທະຫານ-ຕຳຫລວດ, ພະ ນັກງານບຳນານ ໂດຍເຮັດໃຫ້ເງິນ ເດືອນຂັ້ນຕໍ່າບໍ່ຫລຸດ 3 ລ້ານກີບ, ລາຍຈ່າຍຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນ ຍານໍາໃຊ້ລາຍຮັບພາຍໃນ ໂດຍ ຈັດສັນໃຫ້ມີສ່ວນເຫລືອເພື່ອໄປ ຊຳລະຕົ້ນທຶນເງິນກູ້ຢືມຈາກຕ່າງ ປະເທດ ທີ່ເປັນການຫລຸດຜ່ອນ ການກູ້ຢືມໃໝ່ທີ່ເປັນການສ້າງໜີ້ ເພີ່ມແນໃສ່ຮັບປະກັນເຮັດໃຫ້ໜີ້ສິນ ຫລຸດລົງຄາດໝາຍຮອດປີ 2030 ໃຫ້ຫລຸດລົງເຫລືອ 70% ຂອງ GDP. ພ້ອມນີ້, ລັດຖະບານກໍໄດ້ ເອົາໃຈໃສ່ຈັດສັນງົບປະມານເພີ່ມ ໃຫ້ຂະແໜງສຶກສາ ແລະ ສາທາ ໃນແຕ່ລະປີ ເພື່ອເປັນການພັດທະ ນາຊັບພະຍາກອນມະນຸດ ແລະ ສົ່ງ ເສີມດ້ານສຸຂະອະນາໄມ. ນອກນີ້, ຍັງໄດ້ເພີ່ມລາຍຈ່າຍບໍລິຫານປົກ ກະຕິຕາມຄວາມສາມາດຂອງງົບ ປະມານ ເພື່ອຮັບປະກັນການເຄື່ອນ ໄຫວຂອງກົງຈັກພັກ-ລັດ ໃຫ້ເປັນ ປົກກະຕິ ໂດຍໃຫ້ບັນດາຫົວໜ່ວຍ ງົບປະມານຕ້ອງໄດ້ສ້າງແຜນວຽກ- ແຜນງານຂອງຂະແໜງການຕົນ ໃຫ້ສອດຄ່ອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ທີ່ກຳນົດ ໄວ້. ໃນຕໍ່ໜ້າ, ກະຊວງການເງິນ ຈະໄດ້ຄົ້ນຄວ້າຈັດສັນງົບປະມານ ເພີ່ມຕື່ມໃຫ້ຂະແໜງວັດທະນະທໍາສັງຄົມ ຕາມສັດສ່ວນການຫລຸດລົງ ຂອງການຊ່ວຍເຫລືອຈາກສາກົນ ພາຍຫລັງທີ່ອອກຈາກປະເທດດ້ອຍ ພັດທະນາ. ສ່ວນການຈັດສັນໂຄງການລົງ ທຶນຂອງລັດ ນັບແຕ່ປີ 2026 ເປັນ ຕົ້ນມາລັດຖະບານໄດ້ມີຈຸດສຸມບຸ ລິມະສິດ ເພື່ອບໍ່ໃຫ້ມີການລົງທຶນ ກະແຈກກະຈາຍ ຄືໄລຍະຜ່ານມາ ໃຫ້ມີຄວາມສອດຄ່ອງກັບ 6 ເປົ້າ ໝາຍຂອງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກໍຄື ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ປະຈຳປີ 2027 ຊຶ່ງໄດ້ມີບຸ ລິມະສິດ ດັ່ງນີ້: ຈະສຸມໃສ່ບັນດາ ໂຄງການທີ່ມີຜົນຕອບແທນສູງ ແລະ ສາມາດຂັບເຄື່ອນການເຕີບໂຕ ເສດຖະກິດ, ການແກ້ໄຂບັນຫາເຄັ່ງ ຮ້ອນດ້ານເສດຖະກິດ-ການເງິນ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ; ຍົກລະດັບພື້ນຖານໂຄງລ່າງ ຄົມມະນາຄົມເພື່ອເຊື່ອມໂຍງ-ເຊື່ອມ ຈອດ, ເຂົ້າຫາເຂດການຜະລິດ ແລະ ການບໍລິການ, ຮັບໃຊ້ຍຸດທະສາດ, ຈຸດສຸມ ແລະ ພັດທະນາຊາຍແດນ; ການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການແກ້ ໄຂຜົນກະທົບຈາກໄພພິບັດ; ການ ພັດທະນາການສຶກສາ, ສາທາລະນະ ສຸກ ແລະ ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບສູງຂຶ້ນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຊວງປ້ອງກັນຄວາມສະຫງົບ ໄດ້ ສະແດງໃຫ້ເຫັນເຖິງເຈດຈຳນົງອັນ ເດັດຂາດ ແລະ ເປັນເອກະພາບ ໃນ ການສະກັດກັ້ນ ແລະ ກວາດລ້າງ ບັນຫາດັ່ງກ່າວ, ໄລຍະຜ່ານມາ ໄດ້ນຳໃຊ້ມາດຕະການທາງເຕັກ ນິກທີ່ເຂັ້ມງວດ ແລະ ຮອບດ້ານ ເພື່ອຕັດຕ່ອງໂສ້ການເຄື່ອນໄຫວ ຂອງກຸ່ມອາຊະຍາກຳ. ເຈົ້າໜ້າທີ່ ໄດ້ສຸມໃສ່ການຄຸ້ມຄອງຊິມກາດ ໂທລະສັບ ແລະ ການນຳໃຊ້ອິນເຕີ ເນັດໃຫ້ເຊື່ອມໂຍງກັບຖານຂໍ້ມູນ ສຳມະໂນຄົວ ແລະ ປະຊາກອນ ຢ່າງເປັນລະບົບ ເພື່ອປ້ອງກັນການ ນຳໃຊ້ບັນຊີປອມ ແລະ ການປິດບັງ ຕົວຕົນ. ພ້ອມກັນນັ້ນ, ຍັງໄດ້ມີການ ຕິດຕາມ ແລະ ຕັດສັນຍານດາວ ທຽມເຖື່ອນເປັນຕົ້ນແມ່ນອຸປະກອນ ຮັບສັນຍານອິນເຕີເນັດຜ່ານດາວ ທຽມປະເພດ Starlink ທີ່ລັກລອບ ນຳໃຊ້ໃນເຂດຫ່າງໄກສອກຫລີກ ແລະ ເຂດເສດຖະກິດພິເສດ. ຂະບວນການລົງພື້ນທີ່ມ້າງຈຸດ ເກີດເຫດຖືກປະຕິບັດຕາມຫລັກການ ວິຊາສະເພາະຢ່າງເຄັ່ງຄັດ ໂດຍ ມີການປະສານງານກັບອຳນາດ ການປົກຄອງທ້ອງຖິ່ນ ແລະ ເຈົ້າ ຂອງສະຖານທີ່ຢ່າງເປັນທາງການ. ທຸກໆຂັ້ນຕອນນັບແຕ່ການບຸກເຂົ້າ ກວດຄົ້ນ, ການກັກຕົວ, ຈົນເຖິງ ການເກັບກຳຂອງກາງແມ່ນມີການ ບັນທຶກພາບແລະຂໍ້ມູນຢ່າງລະອຽດ ໂດຍນັກຂ່າວ ປກສ ເພື່ອຮັບປະກັນ ຄວາມໂປ່ງໃສ ແລະ ຄວາມເປັນມື ອາຊີບ. ສິ່ງທີ່ພວກເຮົາໃຫ້ຄວາມ ສຳຄັນທີ່ສຸດໃນມິຕິມະນຸດສະທຳ ແມ່ນການຄັດແຍກເປົ້າໝາຍຢ່າງ ລະອຽດຖີ່ຖ້ວນ ເພື່ອແຍກໃຫ້ເຫັນ ລະຫວ່າງຫົວໂປ່ໂຕການທີ່ຕ້ອງໄດ້ ດຳເນີນຄະດີຢ່າງເດັດຂາດ ກັບຜູ້ຖືກ ເຄາະຮ້າຍທີ່ຖືກຫລອກລວງມາໃຊ້ ແຮງງານ. ສຳລັບຜູ້ຖືກເຄາະຮ້າຍ ທີ່ມີສະພາບຮ່າງກາຍອ່ອນເພຍ, ແມ່ຍິງຖືພາ ຫລື ຜູ້ທີ່ມີພະຍາດ ປະຈຳຕົວຮ້າຍແຮງ, ໄດ້ຈັດຕັ້ງທີມ ແພດເພື່ອໃຫ້ການເບິ່ງແຍງ ແລະ ປົກປ້ອງຕາມຫລັກການສາກົນ ກ່ອນຈະປະສານງານນຳສົ່ງກັບຄືນ ປະເທດຢ່າງປອດໄພ. ນອກຈາກນີ້, ມາດຕະການຕໍ່ເຈົ້າຂອງສະຖານທີ່ ທີ່ປ່ອຍໃຫ້ມີການເຄື່ອນໄຫວຜິດກົດ ໝາຍ ແລະ ເຈົ້າໜ້າທີ່ທີ່ທໍລະຍົດຕໍ່ ວິຊາຊີບ ໂດຍການເປັນຫູເປັນຕາ ໃຫ້ກຸ່ມອາຊະຍາກຳ ກໍໄດ້ຖືກຈັດຕັ້ງ ປະຕິບັດຢ່າງເດັດຂາດ ໂດຍບໍ່ມີຂໍ້ ຍົກເວັ້ນໃດໆ ເພື່ອສະແດງໃຫ້ເຫັນ ເຖິງເຈດຈຳນົງໃນການກວາດລ້າງ ແບບຖອນຮາກຖອນໂຄນ. ໂອກາດດັ່ງກ່າວນີ້, ຄະນະສະ ເພາະກິດຂໍຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນ, ຊັ້ນຄົນຕ່າງໆ ແລະ ນັກ ທຸລະກິດໃນສັງຄົມຈົ່ງມີສະຕິລະວັງ ຕົວສູງສຸດຕໍ່ທຸກການເຄື່ອນໄຫວ ທາງໂລກອອນລາຍ ແລະ ຫ້າມ ບໍ່ໃຫ້ມີການເປີດບັນຊີທະນາຄານ ໃຫ້ບຸກຄົນອື່ນນຳໃຊ້, ຫ້າມໃຫ້ ເຊົ່າສະຖານທີ່ໂດຍບໍ່ມີການກວດ ສອບແຫລ່ງທີ່ມາຂອງທຸລະກິດ ຢ່າງຊັດເຈນ ແລະ ຫ້າມເຂົ້າຮ່ວມ ໃນຂະບວນການພະນັນອອນລາຍ ທຸກຮູບແບບເພາະທ່ານອາດຈະ ກາຍເປັນຜູ້ຮ່ວມຂະບວນການກະ ທຳຜິດຮ້າຍແຮງໂດຍບໍ່ຮູ້ຕົວ. ຫາກ ທ່ານພົບເຫັນເບາະແສ ຫລື ສິ່ງຜິດ ປົກກະຕິໃດໆຂໍໃຫ້ແຈ້ງມາຍັງສາຍ ດ່ວນ 1533 ທັນທີ ຂໍ້ມູນຂອງທ່ານ ຈະຖືກຮັກສາເປັນຄວາມລັບສູງສຸດ. ຂໍ້ມູນ-ພາບ: ຄວາມສະຫງົບ ຂ່າວ: ກິດຕາ ການພົບປະກັນໃນຄັ້ງນີ້, ທັງ ສອງຝ່າຍໄດ້ເປັນເອກະພາບກັນ ກ່ຽວກັບທິດທາງການຮ່ວມມືຂອງ ຊາວໜຸ່ມເປັນຕົ້ນເຫັນດີໃນການ ແລກປ່ຽນຊາວໜຸ່ມຂອງສອງ ປະເທດໃນການຮຽນຮູ້ທາງດ້ານ ປະຫວັດສາດ, ມູນເຊື້ອ ແລະ ວັດ ທະນະທຳ; ເຫັນດີເພີ່ມການສົ່ງເສີມ ການຮ່ວມມືດ້ານເສດຖະກິດຂອງ ຊາວໜຸ່ມ, ສ້າງໂອກາດໃຫ້ສະມາ ຄົມນັກທຸລະກິດໜຸ່ມຂອງສອງປະ ເທດໄດ້ພົບປະ, ຈັບຄູ່ທຸລະກິດ, ແລກ ປ່ຽນບົດຮຽນການຄ້າ ແລະ ການ ລົງທຶນຮ່ວມກັນ; ເຫັນດີຊຸກຍູ້ການ ຮ່ວມມືຂັ້ນທ້ອງຖິ່ນສົ່ງເສີມການ ແລກປ່ຽນກິດຈະກຳຂອງຊາວໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ກັນທາງດ້ານວັດທະນະທຳ, ກິລາ ແລະ ການໄປມາຫາສູ່ກັນບົນຈິດ ໃຈສັນຕິພາບ ແລະ ມິດຕະພາບ. ໃນຕອນທ້າຍຂອງການພົບປະ, ຝ່າຍລາວໄດ້ສະແດງຄວາມເຊື່ອ ໝັ້ນວ່າດ້ວຍຄວາມເອົາໃຈໃສ່ຂອງ ການນຳສອງປະເທດ ຈະສາມາດ ນຳເອົາເນື້ອໃນຈິດໃຈຂອງການ ເອກະພາບ ແລະ ທິດຊີ້ນຳຈາກການ ພົບປະຄັ້ງນີ້ໄປສູ່ຜົນງານຕົວຈິງ. ພ້ອມນີ້, ທ່ານ ທອງລີ ສີສຸລິດ ໄດ້ຖື ເປັນກຽດເຊື້ອເຊີນສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມະເນດ ພ້ອມດ້ວຍ ຄະນະ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ. ຂໍ້ມູນ-ພາບ: ສື່ມວນຊົນໜຸ່ມລາວ

RkJQdWJsaXNoZXIy MTc3MTYxMQ==