7379

06/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ:​ຢ່າຕົ່ງ dv'xt-5 ,ltw\lk,a o gmn j vmu 2 0v'ltcsj '-kf -5 fmu X g8a ,wxfh ;p7;k,\kple7a o glu ,0tspkp,6 og-N v;a o76 csj '-kf 7 85 ]k ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ ວັນທີ 7/10/1994-7/10/2026)ື່ ອັ ນູ ແ່ ງົ ບີ ັນີ ຂປລ. ກອງປະຊຸມສະໄໝສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງ ວັນທີ 5 ຕຸລາ 2026 ນີ້, ທີ່ ຫໍສະພາແຫ່ງຊາດ ນະຄອນຫລວງ ວຽງຈັນ, ບັນຍາກາດເຕັມໄປດ້ວຍ ຄວາມຄຶກຄື້ນ, ສົມກຽດ ແລະ ມີ ຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຊຶ່ງເປັນເວທີໃຫ້ບັນດາຜູ້ແທນປະ ຊາຊົນຮ່ວມກັນພິຈາລະນາ, ປຶກສາ ລື ແລະ ຕັດສິນໃຈຕໍ່ບັນຫາສຳຄັນ ຂອງຊາດ. ຕັ້ງແຕ່ເຊົ້າ, ບັນດາການນຳພັກ- ລັດ ຂັ້ນສູງ, ອະດີດການນຳພັກ- ລັດ, ບັນດາແຂກຖືກເຊີນ ແລະ ສະ ມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຈາກທຸກເຂດເລືອກຕັ້ງທົ່ວ ປະເທດ ໄດ້ທະຍ່ອຍກັນເດີນທາງ ມາຮອດຫໍສະພາແຫ່ງຊາດ. ບັນຍາ ກາດໂດຍລວມໃນຫໍສະພາແຫ່ງ ຊາດ ທຸກທ່ານຕ່າງກໍມີໃບໜ້າທີ່ ຍິ້ມແຍ້ມແຈ່ມໃສ, ແຕ່ງກາຍຢ່າງ ຮຽບຮ້ອຍ ແລະ ມີກຽດ, ເຕັມໄປ ດ້ວຍຄວາມພູມໃຈ ແລະ ຄວາມຮັບ ຜິດຊອບອັນສູງສົ່ງຕໍ່ໜ້າທີ່, ພາ ລະກິດທີ່ປະຊາຊົນມອບໝາຍໃຫ້. ເມື່ອເຖິງເວລາ ເປີດກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X, ພາຍໃນຫ້ອງ ປະຊຸມໃຫຍ່ ທີ່ໄດ້ຖືກຈັດວາງຢ່າງ ສະອາດງາມຕາ, ເປັນລະບຽບຮຽບ ຮ້ອຍ ແລະ ສົມກຽດ, ພິທີເປີດກອງ ປະຊຸມ ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນ ທາງການ, ບັນດາຜູ້ແທນພ້ອມກັນ ຢືນຂຶ້ນເຄົາລົບທຸງຊາດ ພ້ອມກັບ ສຽງເພງຊາດລາວທີ່ດັງກ້ອງກັງ ວານໄປທົ່ວຫ້ອງປະຊຸມ ເມື່ອສຽງ ເພງຊາດສິ້ນສຸດລົງ, ຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ ໄດ້ກ່າວ ເປີດກອງປະຊຸມຢ່າງເປັນທາງການ. ການເປີດກອງປະຊຸມໃນຄັ້ງນີ້ ຈະ ເປັນໂອກາດສຳຄັນໃຫ້ສະພາແຫ່ງ ຊາດພິຈາລະນາຫລາຍບັນຫາທີ່ ກ່ຽວພັນກັບທິດທາງພັດທະນາປະ ເທດ, ໃນນັ້ນລວມມີການລາຍງານ ແລະ ພິຈາລະນາການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານຕະຫລອດ ຮອດການພິຈາລະນາ ແລະ ປັບປຸງ ບັນດາກົດໝາຍຕ່າງໆ. ທ່າມກາງການດຳເນີນຢ່າງເປັນ ລະບຽບພາຍໃນຫ້ອງປະຊຸມ, ຢູ່ ພາຍນອກກໍມີອີກຫລາຍພາກສ່ວນ ທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ຢ່າງຕັ້ງໃຈ. ບັນດານັກຂ່າວຈາກວິ ທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍ ຕ່າງໄດ້ພາກັນສຸມໃສ່ ເກັບກຳຂໍ້ມູນ, ພາບຂ່າວ ແລະ ຖ່າຍ ທອດສົດ ບັນຍາກາດການປະຊຸມ ເພື່ອນຳສະເໜີຂ່າວສານໃຫ້ປະຊາ ຊົນທົ່ວປະເທດໄດ້ຕິດຕາມຢ່າງ ທັນເຫດການ. ຂະນະດຽວກັນ, ກຳລັງປະກອບອາວຸດ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ ວຽກງານຮັກສາຄວາມສະຫງົບ ແລະ ຄວາມຮຽບຮ້ອຍທັງພາຍໃນ ແລະ ອ້ອມຮອບສະຖານທີ່ປະຊຸມ ເພື່ອສ້າງເງື່ອນໄຂໃຫ້ການປະຊຸມ ດຳເນີນໄປດ້ວຍຄວາມເປັນລະບຽບ ຮຽບຮ້ອຍ, ປອດໄພ ແລະ ບັນລຸຜົນ ຕາມຄາດ ໝາຍ. ການເປີດກອງປະຊຸມສະໄໝ ສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດຊຸດທີ X ບໍ່ພຽງແຕ່ແມ່ນເຫດ ການທາງການເມືອງທີ່ສຳຄັນເທົ່າ ນັ້ນ, ແຕ່ຍັງເປັນເວທີສະທ້ອນ ໃຫ້ເຫັນເຖິງບົດບາດຂອງສະພາ ແຫ່ງຊາດໃນການເປັນຕົວແທນໃຫ້ ແກ່ປະຊາຊົນ. ທຸກບັນຫາທີ່ນຳມາ ພິຈາລະນາລ້ວນມີຄວາມໝາຍຕໍ່ ການພັດທະນາປະເທດຊາດ, ການ ຍົກສູງຊີວິດການເປັນຢູ່ ແລະ ການ ສ້າງກອບກົດໝາຍໃຫ້ເໝາະສົມ ກັບສະພາບການໃໝ່. ດັ່ງນັ້ນ, ທຸກ ສາຍຕາຈຶ່ງຈັບຈ້ອງໄປຍັງຫ້ອງ ປະຊຸມແຫ່ງນີ້ ດ້ວຍຄວາມຄາດ ຫວັງວ່າ ການປຶກສາຫາລື, ການ ສະເໜີຄຳຄິດເຫັນ ແລະ ການຕັດ ສິນໃຈຂອງບັນດາສະມາຊິກສະ ພາ ຈະນຳໄປສູ່ໝາກຜົນທີ່ເປັນຮູບ ປະທຳ, ຕອບສະໜອງຕໍ່ສະພາບ ການ ແລະ ສົມກັບຄວາມຄາດຫວັງ ຂອງປະຊາຊົນ. ຂປລ. ວັນຄູແຫ່ງຊາດ, ວັນທີ 7 ຕຸລາ ປີນີ້ໄດ້ໝູນວຽນມາຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ເປັນໂອກາດສຳຄັນໃຫ້ ສັງຄົມໄດ້ຮ່ວມກັນລະນຶກເຖິງກຽດ ສັກສີ, ຄຸນຄ່າ ແລະ ບົດບາດອັນ ສຳຄັນຂອງຄູ ຜູ້ທີ່ເປັນຜູ້ຖ່າຍທອດ ຄວາມຮູ້, ປູກຝັງຄຸນສົມບັດ ແລະ ສ້າງຄົນໃຫ້ເປັນກຳລັງສຳຄັນໃນ ການສ້າງສາ ແລະ ພັດທະນາປະ ເທດຊາດ. ວັນຄູແຫ່ງຊາດ ເປັນວັນແຫ່ງ ຄວາມເອກອ້າງທະນົງໃຈຕໍ່ອາ ຊີບຄູ ແລະ ເປັນວັນສຳຄັນໃນການ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນດາຄູ-ອາຈານລາວ ຜູ້ທີ່ໄດ້ ອຸທິດແຮງກາຍ, ສະຕິປັນຍາ, ເຫື່ອ ແຮງ ແລະ ຈິດໃຈ ເພື່ອພາລະກິດ ການສຶກສາ. ຕະຫລອດໄລຍະຜ່ານ ມາ, ຄູຈຳນວນຫລວງຫລາຍໄດ້ ອຸທິດຕົນຢູ່ຕາມເຂດຊົນນະຊົດ, ເຂດຫ່າງໄກສອກຫລີກ ແລະ ບ່ອນ ທີ່ຂາດເຂີນ ເພື່ອນຳຄວາມຮູ້ໄປສູ່ ນັກຮຽນ ແລະ ເປີດປະຕູສູ່ອະນາ ຄົດໃຫ້ແກ່ເດັກນ້ອຍ. ເມື່ອມວນມະນຸດໄດ້ມີການພັດ ທະນາຕົນເອງ ໃຫ້ກ້າວໜ້າຂຶ້ນ ຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ເຮັດໃຫ້ສັງຄົມ ມະນຸດໄດ້ມີການປ່ຽນແປງຈາກ ລະບອບສັງຄົມນີ້ໄປສູ່ລະບອບ ສັງຄົມອື່ນ; ໃນຂະບວນວິວັດພັດທະ ນາດັ່ງກ່າວຄູໄດ້ມີບົດບາດປະກອບ ສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ການ ສອນ ແລະ ການຮຽນເປັນປັດໄຈ ສຳຄັນໜຶ່ງໃນການຕັດສິນຄຸນນະ ພາບຂອງການສຶກສາ ກໍຄືການ ພັດທະນາມະນຸດ. ທຸກຄົນມີຄວາມຮູ້ ໂດຍຜ່ານຂະບວນການສອນຂອງ ຄູ ແລະ ທຸກຄົນລ້ວນແຕ່ມີຄູສອນ ຕົນເອງ. ດັ່ງນັ້ນ, ວັນຄູແຫ່ງຊາດ ເປັນວັນໜຶ່ງທີ່ສຳຄັນໃນປະຫວັດ ສາດຂອງຊາດລາວເຮົາເພາະວ່າຄູ ບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນ ວຽກງານການສຶກສາເທົ່ານັ້ນ, ແຕ່ ຫາກຍັງໄດ້ປະກອບສ່ວນຢ່າງຕັ້ງ ໜ້າທີ່ສຸດເຂົ້າໃນພາລະກິດແຫ່ງ ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະຄວາມວັດທະນາຖາວອນຂອງ ປະເທດຊາດ. ເປັນວັນແຫ່ງຄວາມ ເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ ອາຊີບຄູ ແລະ ເປັນວັນແຫ່ງການ ເສີມຂະຫຍາຍມູນເຊື້ອຂອງຄູຄຳ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງ ຕົນ ເພື່ອພາລະກິດການສຶກສາຂອງ ພວກເຮົາ. ຕະຫລອດໄລຍະຜ່ານມາ ພັກ, ລັດຖະບານ ຍາມໃດກໍຖືວຽກງານ ການສຶກສາ, ການພັດທະນາຊັບພະ ຍາກອນມະນຸດ ເປັນວຽກງານບຸ ລິມະສິດແຖວໜ້າທີ່ສຳຄັນ ໂດຍຖື “ເອົາການສຶກສາ ໄປກ່ອນວຽກ ງານອື່ນກ້າວໜຶ່ງ”, “ເອົາຄົນເປັນ ເປົ້າໝາຍ, ເປັນໃຈກາງ” ເພື່ອກາຍ ເປັນກໍາລັງແຮງງານ ທີ່ມີຄຸນນະ ພາບຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາ ປະເທດຊາດໃນໄລຍະໃໝ່ ແລະ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ ໃນແຕ່ລະໄລຍະ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ. ນອກ ຈາກນີ້, ການສຶກສາແມ່ນອົງປະ ກອບທີ່ສຳຄັນ ແລະ ເປັນປັດໄຈ ພື້ນຖານຕົ້ນຕໍໃນການສ້າງຄົນໃຫ້ ມີຄວາມຮູ້, ຄວາມສາມາດ, ມີຄຸນ ສົມບັດສິນທໍາປະຕິວັດ, ມີສຸຂະພາບ ແຂງແຮງທາງດ້ານຮ່າງກາຍ, ຈິດ ໃຈ, ຮັກຄວາມກ້າວໜ້າ ແລະ ມີວິ ທະຍາສາດ. ຄຽງຄູ່ກັນນັ້ນ, ລັດ ຖະບານ ໄດ້ສຸມໃສ່ຍົກລະດັບຄຸນ ນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງ ຫລັກສູດ ທັງ 12 ຊັ້ນຮຽນ ຊຶ່ງມີ ລາຍອຽດດັ່ງນີ້: ຊັ້ນປະຖົມສຶກສາ ປ.1 ຫາ ປ.6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປ.5); ຊັ້ນມັດ ທະຍົມສຶກສາຕອນຕົ້ນ ມ.1 ຫາ ມ.3 ຫລຸດລົງ 1 ປີ (ຈາກເດີມມີ ຮອດ ມ.4); ຊັ້ນມັດທະຍົມສຶກສາ ຕອນປາຍ ມ.4 ຫາ ມ.6 ຄືເກົ່າ ມີ 3 ປີ). ພ້ອມກັນນັ້ນ, ກໍໄດ້ມີການ ພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນ ການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລ ສ້າງຄູແຫ່ງຊາດແລະກະກຽມສ້າງ ຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ແລະ ໂຮງຮຽນ ມິດຕະພາບລາວ-ຣັດເຊຍ; ໄດ້ແກ້ ໄຂບັນຫາຄູອາສາສະໝັກ ສໍາເລັດ ໂດຍພື້ນຖານ ດ້ວຍການບັນຈຸໂກ ຕາຫລັກສູດເຂົ້າໃນຕຳແໜ່ງລັດຖະ ກອນ ແລະ ບັນຈຸໂກຕາທົດແທນ ຕາມຈຳນວນທີ່ສູນເສຍ. ແນວໃດກໍຕາມ, ຄູມີບົດບາດ ສຳຄັນທີ່ສຸດ ແລະ ເປັນສູນກາງ ໃນການພັດທະນາຊັບພະຍາກອນ ມະນຸດ ຊຶ່ງເປັນກຳລັງຫລັກໃນ ການສ້າງສາ ແລະ ພັດທະນາປະ ເທດຊາດ ບົດບາດສຳຄັນເຫລົ່າ ນັ້ນລວມມີຄູເປັນຜູ້ສ້າງພື້ນຖານ ຄວາມຮູ້, ຖ່າຍທອດຄວາມຮູ້, ທັກ ສະພື້ນຖານ, ແນວຄິດທີ່ຈຳເປັນ ເພື່ອໃຫ້ນັກຮຽນສາມາດນຳໄປຕໍ່ ຍອດ ໃນການຮຽນຮູ້ຂັ້ນສູງ. ນອກ ຈາກນີ້, ຄູເປັນຜູ້ປູກຝັງຄຸນສົມບັດ ເປັນຜູ້ສອນໃຫ້ນັກຮຽນຮູ້ຈັກຄຸນ ສົມບັດ, ຈັນຍາບັນ, ຄວາມຮັບຜິດ ຊອບ, ລະບຽບວິໄນ ແລະ ການຢູ່ ຮ່ວມກັນໃນສັງຄົມ. ຄູໄດ້ກາຍເປັນ ຜູ້ພັດທະນາທັກສະ ທີ່ສຳຄັນໃນຍຸກ ສະໄໝປັດຈຸບັນ ເຊັ່ນ: ການຄິດວິ ເຄາະ, ການແກ້ໄຂບັນຫາ, ການເຮັດ ວຽກເປັນທີມ ແລະ ການສື່ສານ. ສະນັ້ນ, ເພື່ອໃຫ້ການຮຽນ-ການ ສອນ ມີປະສິດທິພາບສູງສຸດ, ຄູ ຕ້ອງບໍ່ຢຸດນິ້ງໃນການພັດທະນາ ແລະ ປັບປຸງຕົນເອງ ໃຫ້ທັນກັບສະ ພາບການປ່ຽນແປງສິ່ງທີ່ຄູຄວນພັດ ທະນາ ແລະ ປັບປຸງຕົນເອງຫລາຍ ດ້ານ ເປັນຕົ້ນ ດ້ານຄວາມຮູ້ ແລະ ວິ ຊາຊີບ ໂດຍສະເພາະຕ້ອງອັບເດດ ເນື້ອໃນວິຊາ, ຕ້ອງຕິດຕາມຄວາມຮູ້ ໃໝ່ໆແລະຄວາມກ້າວໜ້າໃນສາຂາ ວິຊາ ທີ່ຕົນເອງສອນຢູ່ສະເໝີ ແລະ ນຳໃຊ້ເຕັກໂນໂລຊີ ພັດທະນາທັກ ສະໃນການໃຊ້ເຄື່ອງມື ແລະ ເຕັກໂນ ໂລຊີດີຈິຕອນເຂົ້າໃນການສອນເພື່ອ ເຮັດໃຫ້ການຮຽນຮູ້ໜ້າສົນໃຈ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==