7379

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/10/2026 xtgmf]k; ກອງປະຊຸມສະໄໝສາມັນ...ຸັ ໄລຍະ 9 ເດືອນ ປີ 2026...ືີ ຫ້ອງວ່າການສູນກາງພັກ...ູ້່ັ ສະພາແຫ່ງຊາດ...່ ກະຊວງ ປກສ... ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລາ 2026 ໂດຍ ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການ ແທນປະທານສະພາແຫ່ງຊາດ, ໃຫ້ ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ, ມີບັນດາການນຳ, ອະດີດ ການນຳຂັ້ນສູງພັກ, ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂົ້າຮ່ວມ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສູນທອນພົດເປີດກອງປະ ຊຸມຢ່າງເປັນທາງການວ່າ: ກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງບັນຫາ ສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນພິຈາລະນາ, ຮັບຮອງເອົາ ການເລືອກຕັ້ງເອົາບຸກຄະລາກອນ ຂັ້ນສູງຈຳນວນໜຶ່ງ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງ ລັດຖະບານກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027; ພິຈາລະນາບົດ ລາຍງານຂອງລັດຖະບານກ່ຽວ ກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກ ຄວບຄຸມການນຳໃຊ້; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງ ການກວດສອບແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈໍາປີ2026 ແລະ ທິດທາງແຜນການເຄື່ອນໄຫວ ວຽກງານ ປະຈຳປີ 2027, ບົດ ລາຍງານຜົນການກວດສອບບົດ ສະຫລຸບຂາດຕົວການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງອົງການ ກວດສອບແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງ ອົງການກວດກາແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານປະຈຳປີ 2027; ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການໄອຍະ ການປະຊາຊົນສູງສຸດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2027; ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງສານປະຊາຊົນ ສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ຄົນໃໝ່ ແລະ ເລືອກເອົາທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດ ຖະມົນຕີ ຄົນໃໝ່. ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາ ແຫ່ງຊາດ ໄດ້ອ່ານໜັງສືສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບມາດຖານ, ເງື່ອນໄຂຂອງ ຜູ້ທີ່ຈະໄດ້ຮັບການເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ແລະ ນາ ຍົກລັດຖະມົນຕີ ຄົນໃໝ່ ກໍຄື ທ່ານ ສອນໄຊ ສີພັນດອນ ປະທານສະພາ ແຫ່ງຊາດ ແລະ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຄົນ ໃໝ່ ຊຶ່ງທັງສອງທ່ານ ເປັນຜູ້ທີ່ມີ ມາດຖານເງື່ອນໄຂຄົບຖ້ວນ, ເປັນ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີ ວິໄສທັດຊີ້ນຳ ໃນການຫັນແນວທາງ ນະໂຍບາຍຂອງພັກເປັນກົດໝາຍ ຂອງລັດ, ສາມາດນຳພາ-ຊີ້ນຳ ຕິດຕາມກວດກາການຈັດຕັ້ງປະຕິ ບັດກົດໝາຍຂອງລັດ ແລະ ຕົງລົງ ບັນຫາສຳຄັນຕ່າງໆຂອງປະເທດ ຊາດ, ມີຄວາມຮູ້ ແລະ ກຳແໜ້ນ ເລິກເຊິ່ງລະບົບກົດໝາຍ, ລະບົບ ເສດຖະກິດ, ລະບົບການເມືອງການປົກຄອງຂອງປະເທດ ແລະ ໄດ້ ຮັບຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກ ພະນັກງານ, ສະມາຊິກພັກ ແລະ ປະ ຊາຊົນບັນດາເຜົ່າ. ບໍລິຫານດ້ວຍຄວາມຕັ້ງໜ້າຂອງ ລັດຖະບານເຮັດໃຫ້ເສດຖະກິດສັງຄົມຂອງ ສປປ ລາວ ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງ ປີຜ່ານມາຂະຫຍາຍຕົວໃນລະດັບ 4,6%. ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາຍງານໃຫ້ຮູ້ ຕໍ່ເກີດຂຶ້ນ ແລະ ຍັງບໍ່ທັນໄດ້ກໍານົດ ໄວ້ໃນກົດໝາຍ ແລະ ລະບຽບການ. ສະນັ້ນ, ກະຊວງປ້ອງກັນຄວາມສະ ຫງົບ ໄດ້ຜັນຂະຫຍາຍ ຂໍ້ 1 ແລະ ຂໍ້ 2 ມາດຕາ 2 ຂອງກົດໝາຍວ່າ ດ້ວຍການປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍຢາເສບຕິດ ສະບັບ ປີ 2021 ມາເປັນມະຕິຂອງສະພາ ແຫ່ງຊາດ ກ່ຽວກັບບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາ ໃຊ້ໃຫ້ເປັນອັນລະອຽດ ເພື່ອເປັນ ບ່ອນອີງໃຫ້ເຈົ້າໜ້າທີ່ໃນການນຳ ເອົາຜູ້ກະທຳຜິດມາລົງໂທດຕາມ ກົດໝາຍ, ເຮັດໃຫ້ສັງຄົມມີຄວາມ ສະຫງົບປອດ ໄພຈາກສິ່ງເສບຕິດ. ທ່ານ ພົນໂທວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ໄດ້ລາຍງານກ່ຽວກັບ ເຫດຜົນ ແລະ ຄວາມຈຳເປັນໃນ ການຂຶ້ນບັນຊີຢາເສບຕິດທີ່ເກືອດ ຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນຳໃຊ້ຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ວ່າ: ການຂຶ້ນບັນຊີ ຢາເສບຕິດທີ່ເກືອດຫ້າມ ແລະ ຢາ ເສບຕິດ, ສານເຄມີ ທີ່ຖືກຄວບຄຸມ ການນໍາໃຊ້ແມ່ນການປະຕິບັດຕາມ ມະຕິຂອງຄະນະປະຈຳສະພາແຫ່ງ ຊາດ ສືບຕໍ່ຈັດຕັ້ງປະຕິບັດແຜນ ງານແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ເພື່ອຄວບຄຸມ, ທ່ານ ຜາຄໍາ ອິນແສງ ກໍາມະການ ສູນກາງພັກ, ຄະນະປະຈໍາພັກ, ຮອງ ຫົວໜ້າຫ້ອງວ່າການສູນກາງພັກ, ມີ ຄະນະພັກ-ຄະນະຫ້ອງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການ ສູນກາງພັກເຂົ້າຮ່ວມ. ຈຸດປະສົງໃນການເຜີຍແຜ່ເຊື່ອມ ຊຶມທັງສອງເອກະສານໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງ ຖືກຕ້ອງ, ເລິກເຊິ່ງ ແລະ ເປັນເອກະ ພາບສູງພາຍໃນຄະນະພັກ, ສະມາ ຊິກພັກ, ພະນັກງານ-ລັດຖະກອນ ທຸກຂັ້ນກ່ຽວກັບຄວາມສໍາຄັນຂອງ ວຽກງານສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫລວງໃນໄລຍະໃໝ່; ສ້າງຄວາມເປັນເອກະພາບທາງ ດ້ານແນວຄິດ, ການກະທໍາ ແລະ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຄະນະພັກ, ຄະນະກວດ ກາຕໍ່ກັບວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການ ປະຈຳປີ 2026 ແລະ ທິດທາງ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2027; ພິຈາລະນາ, ຮັບ ຮອງເອົາບົດລາຍງານຂອງສະພາ ແຫ່ງຊາດ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກ ງານ ປະຈຳປີ 2027. ນອກຈາກນີ້, ຍັງຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍຈຳນວນ 8 ສະບັບ, ໃນນີ້ ກົດໝາຍສ້າງໃໝ່ 1 ສະບັບ ຄື: ຮ່າງກົດໝາຍວ່າ ດ້ວຍການປົກປ້ອງເງິນຝາກ ແລະ ກົດໝາຍສະບັບປັບປຸງ 7 ສະບັບ ຄື: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ; ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ; ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ; ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ; ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນລາວ; ກົດໝາຍວ່າ ດ້ວຍການບິນພົນລະເຮືອນ ແລະ ກົດໝາຍວ່າດ້ວຍລັດຖະບານ. ນອກນັ້ນ, ກອງປະຊຸມຍັງຈະໄດ້ ຮັບຟັງການຊີ້ແຈງຂອງທ່ານນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈຳນວນ ໜຶ່ງຕໍ່ຄຳຊັກຖາມຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ. ການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ X ເປັນກອງປະຊຸມທີ່ມີຄວາມ ໝາຍສໍາຄັນຍິ່ງເພາະຈະໄດ້ມີການ ພິຈາລະນາ ແລະ ຕົກລົງບັນຫາສຳ ຄັນພື້ນຖານຂອງປະເທດຊາດ ດັ່ງທີ່ ໄດ້ລາຍງານມາຂ້າງເທິງ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮຽກຮ້ອງມາຍັງບັນດາ ສະມາຊິກສະພາແຫ່ງຊາດ ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ, ສຸມທຸກສະຕິ ປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະ ຊາທິປະໄຕ ແລະ ຮັບປະກັນຄວາມ ຖືກຕ້ອງຕາມກົດໝາຍກ້າວໄປເຖິງ ການຕົກລົງ ແລະ ຮັບຮອງເອົາ ບັນດາເນື້ອໃນທີ່ນຳມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໃນກອງປະຊຸມສະໄໝສາມັນເທືຶ່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ນີ້ວ່າ: ໃນໄລຍະ 9 ເດືອນ ປີ 2026 ນີ້ ເສດຖະກິດຂອງ ສປປ ລາວ ສືບ ຕໍ່ຂະຫຍາຍຕົວຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງປີຜ່ານມາ ຂະຫຍາຍຕົວໃນລະດັບ 4,6%, ຍ້ອນຂະແໜງອຸດສາຫະກຳປຸງ ແຕ່ງ, ການລົງທຶນຂອງພາກ ເອກະຊົນມີການຂະຫຍາຍຕົວ, ຂະແໜງພະລັງງານໄຟຟ້າ ກໍສືບ ຂະຫຍາຍຕົວດີເນື່ອງຈາກເລີ່ມມີ ການຜະລິດຈາກພະລັງງານລົມ; ການບໍລິການຂາຍຍົກ-ຂາຍຍ່ອຍ, ບໍລິການພາກລັດ ແລະ ການບໍລິ ການດ້ານທີ່ພັກອາໄສ ແລະ ອາຫານ ຕິດພັນກັບການທ່ອງທ່ຽວກໍຂະ ຫຍາຍຕົວ ຊຶ່ງສາມາດດຶງດູດນັກ ທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວຂອງປີ ຜ່ານມາ. ຢ່າງໃດກໍຕາມ, ຂະແໜງ ກະສິກຳຍັງມີຄວາມສ່ຽງທີ່ຈະບໍ່ ບັນລຸຄາດໝາຍຍ້ອນຄວາມຜັນ ຜວນຂອງລາຄານໍ້າມັນເຊື້ອໄຟ ເຮັດ ໃຫ້ຕົ້ນທຶນການຜະລິດ ແລະ ການ ຂົນສົ່ງເພີ່ມສູງຂຶ້ນ, ບາງກິດຈະ ການຊະລໍການຜະລິດ, ບວກກັບ ການລະບາດພະຍາດອະຫິວາໝູອາ ຟຣິກາ ແລະ ໄພພິບັດທຳມະຊາດ ທີ່ສົ່ງຜົນກະທົບຕໍ່ຂະແໜງການດັ່ງ ກ່າວ. ຜ່ານການຄາດຄະເນເບື້ອງ ຕົ້ນທ່າອ່ຽງ GDP ໝົດປີ 2026 ຈະຂະຫຍາຍຕົວໃນລະດັບ 5,1% (ມະຕິສະພາ: 5,5%). ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ອີກວ່າ: ລັດຖະບານໄດ້ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອທົດ ແທນການນຳເຂົ້າ ແລະ ຜະລິດເປັນ ສິນຄ້າສົ່ງອອກ ຊຶ່ງເຮັດການຜະລິດ ກະສິກຳ ແລະ ອຸດສາຫະກຳປຸງ ແຕ່ງຂະຫຍາຍຕົວອັນພົ້ນເດັ່ນແມ່ນ ການຜະລິດພືດສະບຽງອາຫານ ປະຕິບັດໄດ້ 2,33 ລ້ານໂຕນ, ເທົ່າ ກັບ 90% ຂອງແຜນການ, ການ ສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ປະຕິບັດໄດ້ 1.389 ລ້ານ ໂດລາສະຫະລັດ ເທົ່າກັບ 73,17% ຂອງແຜນການ, ມູນຄ່າການຜະລິດ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະ ກຳປະຕິບັດໄດ້ 17.585,89 ຕື້ກີບ, ເທົ່າກັບ 75,21% ຂອງແຜນການ, ການຜະລິດກະແສໄຟຟ້າປະຕິບັດ ໄດ້ 46.779,30 ລ້ານກິໂລວັດ ເທົ່າກັບ 79,6% ຂອງແຜນການ. ເຖິງຢ່າງໃດກໍຕາມ, ເຫັນວ່າໃນຂະ ແໜງກະສິກຳການຜະລິດເຂົ້າ ເປືອກຄາດຄະເນຈະປະຕິບັດໄດ້ ພຽງ 3,75 ລ້ານໂຕນ ເທົ່າກັບ 95,2% ຂອງແຜນການປີ (ມະຕິ ສະພາ 3,94 ລ້ານໂຕນ), ສາເຫດ ຍ້ອນໄດ້ຮັບຜົນກະທົບຈາກໄພພິບັດ ທຳມະຊາດນໍ້າຖ້ວມ ແລະ ສັດຕູ ພືດລະບາດ. ສຳລັບດ້ານການຂຸດ ຄົ້ນ ແລະ ປຸງແຕ່ງແຮ່ທາດ ສາມາດ ປະຕິບັດໄດ້ 38.240,19 ຕື້ກີບ, ເທົ່າກັບ 89,70% ຂອງແຜນການ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເພີ່ມຂຶ້ນ 5,71% ແລະ ຄາດຄະເນໝົດປີ ຈະປະຕິບັດ ໄດ້ 48.773,08 ຕື້ກີບ ເທົ່າກັບ 114,41% ຂອງແຜນການ (ມະຕິ ສະພາ: 42.630,08 ຕື້ກີບ). ພ້ອມນີ້, ລັດຖະບານ ຍັງໄດ້ສຸມໃສ່ ສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ບົກ, ທາງລົດໄຟ, ທາງອາກາດແລະ ທາງນໍ້າໃຫ້ມີຄວາມສະດວກຫລາຍ ຂຶ້ນ ໂດຍສະເພາະເສັ້ນທາງທີ່ໄດ້ຮັບ ຜົນກະທົບຈາກໄພພິບັດທຳມະຊາດ, ພ້ອມທັງໄດ້ເຊັນສັນຍາສໍາປະທານ ການອອກແບບກໍ່ສ້າງເສັ້ນທາງ ລົດໄຟ ແຕ່ທ່າແຂກ ແຂວງຄໍາມ່ວນ ຫາຊາຍແດນລາວ-ຫວຽດນາມ; ສືບຕໍ່ພັດທະນາທ່າບົກທ່າແຂກ ແຂວງຄໍາມ່ວນ; ສືບຕໍ່ປັບປຸງພື້ນ ຖານໂຄງລ່າງ, ສິ່ງອໍານວຍຄວາມ ສະດວກວຽກງານຄົມມະນາຄົມ ທາງອາກາດໃຫ້ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ ໂດຍສະ ເພາະແມ່ນການປັບປຸງ ແລະ ຂະ ຫຍາຍອາຄານສະໜາມບິນສາກົນ ວັດໄຕ, ຫລວງພະບາງ ແລະ ສຸມ ໃສ່ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມ ນໍ້າຂອງຢູ່ຈຸດຕ່າງໆ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດໃນສັງຄົມໃຫ້ຫລຸດໜ້ອຍ ຖອຍລົງເທື່ອລະກ້າວແນໃສ່ປົກປັກ ຮັກສາຄວາມສະຫງົບທາງດ້ານ ການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ປະກອບ ສ່ວນເຂົ້າໃນການສ້າງສາພັດທະນາ ເສດຖະກິດ ແລະ ສັງຄົມຂອງຊາດ. ໃນໄລຍະຜ່ານມາ, ລັດຖະບານ ໄດ້ອອກຂໍ້ຕົກລົງວ່າດ້ວຍບັນຊີຢາ ເສບຕິດທີ່ເກືອດຫ້າມ ແລະ ຢາ ເສບຕິດ, ສານເຄມີ ທີ່ຖືກຄວບຄຸມ ການນຳໃຊ້ ສະບັບເລກທີ 87/ນຍ, ລົງວັນທີ 29 ກໍລະກົດ 2026 ສະ ພາບການຈັດຕັ້ງປະຕິບັດແມ່ນພົບ ຄວາມຫຍຸ້ງຍາກ ແລະ ບໍ່ທັນມີ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດ, ຕິດພັນບັນຫາທາງ ອາຍາ, ຕິດພັນກັບຫລາຍຂະແໜງ ການທຸກພາກສ່ວນໃນສັງຄົມ. ສະນັ້ນ, ຈຶ່ງໄດ້ປຶກສາຫາລືຮ່ວມກັນ ກັບຫລາຍພາກສ່ວນຮ່ວມກັນປະຕິ ບັດ ແລະ ແກ້ໄຂ, ໃນນັ້ນ ໄດ້ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການໄອຍະການປະຊາຊົນ ສູງສຸດ ນຳເອົາບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາ ໃຊ້ຕາມຂໍ້ຕົກລົງສະບັບເລກທີ 87/ ນຍ, ລົງວັນທີ 29 ກໍລະກົດ 2026 ສະເໜີຄະນະສະພາແຫ່ງຊາດ ພິຈາ ລະນາອອກມະຕິຮັບຮອງ. ສະນັ້ນ, ໃນການຍົກລະດັບນິຕິກຳຂັ້ນລັດຖະ ບານມາເປັນມະຕິກອງປະຊຸມສະພາ ແຫ່ງຊາດ ຈຶ່ງມີຄວາມສຳຄັນແນ ໃສ່ເພື່ອຮັບປະກັນໃນການຈັດຕັ້ງ ປະຕິບັດໃຫ້ມີຄວາມສັກສິດສູງຂຶ້ນ, ມີຄວາມເປັນເອກະພາບ, ມີປະສິດ ທິພາບ ແລະ ປະສິດທິຜົນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ຄົນໃໝ່ ( ຂວາ ) ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຄົນໃໝ່ ( ຊ້າຍ ) ພ້ອມນີ້, ທ່ານປະທານສະພາ ແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່ ໄດ້ສະແດງຄວາມຮູ້ບຸນຄຸນ ຢ່າງຈິງໃຈມາຍັງບັນດາສະມາຊິກ ສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ເລືອກໃຫ້ດຳລົງຕຳແໜ່ງອັນມີກຽດ ແລະ ສຳຄັນນີ້. ພ້ອມທັງປະຕິຍານ ຕົນວ່າ: ຈະເຄົາລົບ ແລະ ປະຕິບັດ ຕາມລັດຖະທຳມະນູນ ແລະ ກົດ ໝາຍຢ່າງເຂັ້ມງວດ, ຈະຈົ່ງຮັກ ພັກດີ ຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ມະຫາຊົນ, ຈະພ້ອມກັບການນຳ ຂອງພັກຂອງລັດ ເຮັດທຸກສິ່ງທຸກ ຢ່າງເພື່ອສ້າງເງື່ອນໄຂ ແລະ ຮັບ ປະກັນໃຫ້ປະເທດຊາດ ມີສະຖຽນ ລະພາບ, ມີຄວາມສະຫງົບປອດ ໄພ, ເສດຖະກິດ-ສັງຄົມ ໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງ, ສືບ ຕໍ່ຍົກລະດັບຄຸນນະພາບຊີວິດຂອງ ມະຫາຊົນໃຫ້ນັບມື້ນັບດີຂຶ້ນ, ສືບຕໍ່ ບູລະນະລະບອບປະຊາທິປະໄຕປະ ຊາຊົນໃຫ້ສົມບູນຂຶ້ນ ແລະ ສືບຕໍ່ຈັດ ຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ ເຂົ້າ ສູ່ລວງເລິກ ແລະ ເປັນຮູບປະທໍາ, ພ້ອມທັງຈະປະຕິບັດນະໂຍບາຍການ ຕ່າງປະເທດສັນຕິພາບເອກະລາດ ແຫ່ງຊາດ ມິດຕະພາບ ແລະ ການ ຮ່ວມມື ເພື່ອການພັດທະນາຢູ່ໃນ ພາກພື້ນ ແລະ ໃນໂລກ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຫຍໍ້ທໍ້, ການຟຸມເຟືອຍ; ຫັນເອົາເນື້ອ ໃນຈິດໃຈຂອງເອກະສານດັ່ງກ່າວ ໃຫ້ເປັນທິດທາງ, ແຜນການດໍາເນີນ ງານຕົວຈິງຂອງຄະນະພັກຫ້ອງວ່າ ການສູນກາງພັກ ຢ່າງມີຈຸດສຸມ, ພ້ອມທັງເປັນເຈົ້າການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແນໃສ່ຍົກສູງປະສິດທິພາບການ ເຄື່ອນໄຫວວຽກງານກວດກາໃຫ້ ເດັດຂາດ, ເຂັ້ມງວດໃນການແກ້ໄຂ ທຸກການລະເມີດລະບຽບວິໄນຂອງ ພັກ, ກົດໝາຍ ແລະ ລະບຽບການ ຂອງລັດ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຫສພ ໂດຍ ຖືເອົາການສະກັດກັ້ນແຕ່ຫົວທີເປັນ ຕົ້ນຕໍ ແລະ ເປັນບັນຫາພື້ນຖານຍາວ ນານ, ເອົາການຕ້ານ ແລະ ການ ແກ້ໄຂ ເປັນບັນຫາຈໍາເປັນທີ່ຕ້ອງ ໄດ້ປະຕິບັດຢ່າງເຂັ້ມງວດ. ໃນໂອກາດນີ້, ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ, ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງ ວ່າການສູນກາງພັກ, ໄດ້ຮຽກຮ້ອງ ມາຍັງບັນດາພະນັກງານ-ລັດຖະ ກອນພາຍໃນຫ້ອງວ່າການສູນກາງ ພັກ ໂດຍສະເພາະກົມກວດກາຈົ່ງ ພ້ອມກັນນໍາເອົາແນວທາງ ແລະ ເນື້ອໃນຈິດໃຈຂອງເອກະສານຜັນ ຂະຫຍາຍເຂົ້າໃນວຽກງານຕົວຈິງ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາສ້າງບາດກ້າວບຸກທະລຸທີ່ ໂປ່ງໃສໃນວຽກງານນໍາພາທີ່ເຂັ້ມ ແຂງຂອງພັກ, ການຄຸ້ມຄອງ-ບໍລິ ຫານທີ່ສັກສິດຂອງລັດ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==