06/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ leg]a fdkopq d]tfa [.sh rtoa d'kooemj P;]tfa [-kf -5 fmu 34 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປະເມີນການປະຕິບັດ...ີິັ 3 ເດືອນທ້າຍປີ 2026...ື້ີ ກວດຜ່ານປຶ້ມແບບຮຽນ...່ຶ້ ຂປລ. ເມື່ອບໍ່ດົນມານີ້, ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ຈັດກອງປະຊຸມສະຫລຸບຜົນ ການປະເມີນການຈັດຕັ້ງປະຕິບັດ ຂປລ. ໃນທິດທາງແຜນວຽກຈຸດ ສຸມໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດ ບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດຂອງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ປະຈຳປີ 2026 ໂດຍສຸມໃສ່ ບາງວຽກງານ, ມາດຕະການ ຕົ້ນຕໍ ຈໍານວນໜຶ່ງ ເພື່ອເຮັດໃຫ້ເສດຖະກິດ ຂອງປະເທດ ສືບຕໍ່ໄດ້ຮັບການພັດ ທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງ ຕໍ່ເນື່ອງ. ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາຍງານໃນ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ນີ້ວ່າ: ໃນໄລຍະ 3 ເດືອນທ້າຍປີນີ້ ເພື່ອ ເຮັດໃຫ້ເສດຖະກິດຂອງປະເທດ ເຕີບໂຕຢ່າງຕໍ່ເນື່ອງລັດຖະບານ ຈະສຸມໃສ່ບາງວຽກຈຸດສຸມ ໂດຍ ສະເພາະຈະຊຸກຍູ້ສົ່ງເສີມການຜະ ລິດສະບຽງອາຫານໃຫ້ໄດ້ຕາມ ແຜນ ເພື່ອຮັບປະກັນການສະໜອງ ໃຫ້ຕະຫລາດພາຍໃນຢ່າງພຽງພໍ ໂດຍເລັ່ງໃສ່ປູກພືດລະດູແລ້ງ ເພື່ອ ທົດແທນຜົນເສຍຫາຍຈາກໄພພິ ບັດນໍ້າຖ້ວມ, ພ້ອມທັງເລັ່ງຟື້ນຟູ, ປັບປຸງ ແລະ ກໍ່ສ້າງຊົນລະປະທານ, ສະໜອງແນວພັນພືດ, ສັດ, ຝຸ່ນ ປຸ໋ຍໃຫ້ທັນກັບລະດູການຜະລິດ; ເລັ່ງສ້ອມແປງບັນດາເສັ້ນທາງ ຄົມມະນາຄົມທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໂດຍສະເພາະ ບັນດາເສັ້ນທາງເຊື່ອມໂຍງ-ເຊື່ອມ ຈອດກັບແລວທາງເສດຖະກິດ ຕ່າງໆ, ທາງຫລວງແຫ່ງຊາດ ແລະ ບັນດາເສັ້ນທາງເຂົ້າຫາເຂດການ ຜະລິດ ແລະ ການທ່ຽວທ່ຽວໃຫ້ສາ ມາດນໍາໃຊ້ໄດ້ຢ່າງປົກກະຕິ; ຊຸກຍູ້, ຕິດຕາມ ແລະ ກວດກາສະພາບການ ຜະລິດແຮ່ທາດ ເພື່ອສົ່ງອອກ ແລະ ໃຫ້ປະຕິບັດຕາມລະບຽບການທີ່ໄດ້ ກຳນົດໄວ້ເປັນຕົ້ນໂຄງການທີ່ໄດ້ ອະນຸມັດແລ້ວໄປຄ່ຽງຄູ່ກັບການ ສົ່ງເສີມບາງອຸດສາຫະກຳແຮ່ທາດ ທີ່ມີທ່າແຮງດ້ານການປຸງແຕ່ງຢູ່ ພາຍໃນປະເທດເປັນຕົ້ນແຮ່ຄໍາ, ທອງແດງ, ເກືອໂປຣຕັດ ແລະ ບົກ ຊິດຕາມນະໂຍບາຍພັດທະນາແຮ່ ທາດໃນໄລຍະໃໝ່; ຊຸກຍູ້ໂຄງການ ພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວ ໃຫ້ເລີ່ມປະຕິບັດໂດຍໄວເປັນຕົ້ນ ທາງດ່ວນວຽງຈັນ-ບໍ່ເຕັນ, ທາງ ດ່ວນແຕ່ປາກຊັນຫາຊາຍແດນ ລາວ-ຫວຽດນາມ, ທາງລົດໄຟ ແຕ່ ທ່າແຂກຫາຊາຍແດນ ລາວ-ຫວຽດ ນາມ ແລະ ອື່ນໆ. ພ້ອມນີ້, ຍັງຈະ ເພີ່ມທະວີການໂຄສະນາ ແລະ ດຶງ ດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ພ້ອມທັງ ສ້າງກິດຈະກຳທ່ອງທ່ຽວທີ່ດຶງດູດ ຂປລ. ຊຸດຝຶກອົບຮົມພະນັກງານ ນຳທ່ຽວ ລະດັບຊາດ ຊຸດທີ 34 ປິດລົງດ້ວຍຜົນສຳເລັດໃນອາທິດ ຜ່ານມາ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ ອຳຄາ ວົງໝື່ນກ້າ ຫົວໜ້າສະຖາບັນວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຫົວ ໜ້າກົມ, ຮອງກົມ, ຮອງຫົວໜ້າ ຫ້ອງການ, ສະຖາບັນ, ຜູ້ຕາງໜ້າ ຈາກບັນດາກົມ, ສະມາຄົມທຸລະກິດ ທ່ອງທ່ຽວ, ສະມາຄົມພະນັກງານ ນຳທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ຈັດຕັ້ງ ປະຕິບັດໂດຍ ສະຖາບັນວັດທະນະ ທຳ ແລະ ການທ່ອງທ່ຽວ, ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ມີສຳມະນາກອນເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 38 ທ່ານ, ແຍກເປັນ ແຕ່ລະພາສາ ຄື: ພາສາ ອັງກິດ 25 ຄົນ, ພາສາ ຈີນ 22 ຄົນ, ພາສາ ເກົາຫລີ 6 ຄົນ, ພາສາຫວຽດນາມ 2 ຄົນ, ພາສາເຢຍລະມັນ 1 ຄົນ, ພາສາຝຣັ່ງ 6 ຄົນ, ພາສາຍີ່ປຸ່ນ 1 ຄົນ, ພາສາຣັດເຊຍ 1 ຄົນ, ພາສາ ກຳປູເຈຍ 1 ຄົນ, ພາສາ ໄທ 14 ຄົນ. ນອກນັ້ນ, ຍັງມີພາສາໄທປະສົມກັບ ພາສາອື່ນໆຕື່ມອີກ. ຊຸດຝຶກອົບຮົມ ດັ່ງກ່າວ ຈັດຕັ້ງການຮຽນ-ການ ສອນ ເພື່ອສ້າງພະນັກງານນໍາທ່ຽວ ໃຫ້ໄດ້ຕາມມາດຕະຖານວິຊາຊີບ ພະນັກງານນຳທ່ຽວຂອງ ສປປ ລາວ ແລະ ສາມາດເຊື່ອມໂຍງກັບ ມາດຕະຖານວິຊາຊີບທ່ອງທ່ຽວ ອາຊຽນ ໂດຍເນັ້ນໃສ່ການຮຽນການສອນ ຕາມສະມັດຕະພາບ 3 ອົງປະກອບຫລັກ ເຊັ່ນ: ດ້ານຄວາມ ຮູ້, ດ້ານທັກສະ ຫລື ຄວາມສາມາດ ໃນການປະຕິບັດງານ ແລະ ດ້ານ ຄຸນສົມບັດ. ໂດຍຈັດການຮຽນການສອນເປັນລະບົບແບບໂມດູນ (Module) ສອນເປັນລາຍວິຊາ ແລະ ສອບເສັງຄຽງຄູ່ກັນໄປ, ມີ ວິຊາຮຽນທັງໝົດ 22 ວິຊາ ແລະ ແບ່ງອອກເປັນ 3 ໝວດ ຄື: ໝວດ ຄວາມຮູ້ທົ່ວໄປ ມີ 5 ວິຊາ, ໝວດ ຄວາມຮູ້ພື້ນຖານ 7 ວິຊາ ແລະ ໝວດຄວາມຮູ້ສະເພາະ 10 ວິຊາ. ໃນນັ້ນ, ມີວິຊາທີ່ສອບເສັງທັງໝົດ 16 ວິຊາ, ນອກຈາກນັ້ນ, ຍັງມີ ການຮັບເຊີນບັນຍາຍຫົວຂໍ້ພິເສດທີ່ ກ່ຽວຂ້ອງກັບຫລັກສູດ ເຊັ່ນ: ຫົວຂໍ້ ການພັດທະນາການທ່ອງທ່ຽວ, ການຄຸ້ມຄອງການທ່ອງທ່ຽວ, ການ ສົ່ງເສີມຕະຫລາດການທ່ອງທ່ຽວ ແລະ ການບັນຍາຍຈາກວິທະຍາໄລ ວັນທີ 5-9 ຕຸລາ 2026 ຢູ່ແຂວງ ວຽງຈັນ, ພາຍໃຕ້ການເປັນປະທານ ຮ່ວມຂອງທ່ານ ວົງເພັດ ອຸດົມ ລິດ ຜູ້ອຳນວຍການສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ແລະ ທ່ານ ບຸນເພັງ ສີສະຫວັດ ຫົວ ໜ້າຫ້ອງການຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນ ຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊລບ), ມີຜູ້ແທນ, ນັກວິຊາການ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ແມ່ນນຳ ເອົາເນື້ອໃນປຶ້ມແບບຮຽນ ແລະ ຄູ່ມືຄູມາທົບທວນ, ກວດຜ່ານ, ປັບ ປຸງ ແລະ ພັດທະນາໃຫ້ມີຄວາມ ຖືກຕ້ອງ, ຊັດເຈນ, ກະທັດຮັດ, ເໝາະສົມກັບໄວ ແລະ ລະດັບຊັ້ນ ຂອງນັກຮຽນ ເພື່ອໃຫ້ສາມາດນຳ ໄປໃຊ້ໃນການຮຽນ-ການສອນໄດ້ ຢ່າງມີປະສິດທິພາບ. ກອງປະຊຸມ ໄດ້ເນັ້ນໜັກໃຫ້ມີການສອດແຊກ ຄວາມຮູ້ ກ່ຽວກັບລະເບີດບໍ່ທັນແຕກ ເຕັກໂນໂລຊີຂໍ້ມູນຂ່າວສານຈຽງຊູ ສປ ຈີນ ທີ່ໄດ້ມີ MOU ຮ່ວມກັນ ແລະ ຈາກວິທະຍາໄລເຕັກນິກວິຊາ ຊີບຊາງໂຈທີ່ທາງຝ່າຍຈີນ ເຊີນ ມາ ຊຶ່ງບັນຍາຍກ່ຽວກັບການບໍລິ ການນັກທ່ອງທ່ຽວຈີນ ແລະ ການ ທ່ອງທ່ຽວຂ້າມທະວີບ, ທັງນີ້ກໍເພື່ອ ໃຫ້ສໍາມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິຊາທີ່ກ່ຽວຂ້ອງ ກັບການທ່ອງທ່ຽວ ໂດຍສະເພາະ ແມ່ນວຽກງານທີ່ຕິດພັນກັບການ ນຳທ່ຽວ. ສຳລັບຮູບແບບການ ຮຽນ-ການສອນ ປະກອບດ້ວຍ ການບັນຍາຍ, ການສາທິດ, ການ ແບ່ງກຸ່ມສົນທະນາ ແລະ ນຳສະເໜີ, ຫລິ້ນລະຄອນໃນຫ້ອງຮຽນ, ການ ລົງປະຕິບັດຕົວຈິງ ແລະ ລົງທັດ ສະນະສຶກສາຢູ່ສະຖານທີ່ທ່ອງ ທ່ຽວຕ່າງໆ. ໂອກາດນີ້, ທ່ານ ນາງ ດາລານີ ພົມມະວົງສາ ໄດ້ຕີລາຄາສູງຕໍ່ ຜົນສຳເລັດຂອງຊຸດຝຶກອົບຮົມດັ່ງ ກ່າວ, ພ້ອມທັງສະແດງຄວາມ ເຊື່ອໝັ້ນວ່າ: ສຳມະນາກອນທີ່ ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈະ ນໍາເອົາຄວາມຮູ້ ແລະ ປະສົບການ ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນຊີວິດປະ ຈໍາວັນ ກໍຄື ການຈັດຕັ້ງປະຕິບັດ ວຽກງານຂອງແຕ່ລະຄົນ ກໍຄື ການ ເປັນພະນັກງານນໍາທ່ຽວລະດັບ ຊາດທີ່ຖືກຕ້ອງຕາມກົດໝາຍ, ມີ ໃບຢັ້ງຢືນ, ມີບັດນໍາທ່ຽວ ແລະ ຢູ່ ພາຍໃຕ້ການຄຸ້ມຄອງຂອງການ ຈັດຕັ້ງ. ພ້ອມທັງ, ເນັ້ນໜັກໃຫ້ສຳ ມະນາກອນຍຶດໝັ້ນໃນຈັນຍາບັນ ອາຊີບ, ມີຄວາມທະນົງໃຈ ແລະ ຊື່ສັດຕໍ່ອາຊີບ, ໃຫ້ຂໍ້ມູນທີ່ຖືກຕ້ອງ ບໍ່ບິດເບືອນຄວາມຈິງ ແລະ ນໍາໃຊ້ ຮອຍຍີ້ມອອກມາຈາກຈິດໃຈ ເພື່ອ ສ້າງຄວາມປະທັບໃຈໃຫ້ແກ່ນັກ ທ່ອງທ່ຽວ. ຂ່າວ: ທະນູທອງ ເພື່ອສູ້ຊົນໃຫ້ນັກທ່ອງທ່ຽວຕ່າງ ປະເທດບັນລຸ 4,46 ລ້ານເທື່ອຄົນ. ສຳລັບການຄຸ້ມຄອງເສດຖະກິດ ມະຫາພາກ ຈະເພີ່ມທະວີການຂະ ຫຍາຍຖານລາຍຮັບພາຍໃນ ໄປ ຄ່ຽງຄູ່ກັບນະໂຍບາຍດ້ານລາຍຈ່າຍ ງົບປະມານທີ່ຮັດກຸມ ແລະ ມີຈຸດສຸມ ຕາມດຳລັດ ສະບັບເລກທີ 205/ນຍ ໃຫ້ຫລາຍຂຶ້ນ ໂດຍສຸມໃສ່ເພີ່ມທະ ວີການຫັນຫົວໜ່ວຍທຸລະກິດເຂົ້າສູ່ ລະບົບການເກັບລາຍຮັບທັນສະໄໝ ໂດຍສະເພາະການຂະຫຍາຍຖານ ອາກອນມູນຄ່າເພີ່ມ, ການນໍາໃຊ້ ໃບເກັບເງິນເອເລັກໂຕຣນິກ; ກວດ ກາຄືນພັນທະຈາກລາຍຮັບຊັບສິນ ທີ່ຍັງເຫັນວ່າບາງປະເພດລາຍການ ຈັດເກັບໄດ້ຫລຸດລົງ. ພ້ອມນີ້, ຍັງ ຈະສືບຕໍ່ປັບປຸງ ແລະ ຂະຫຍາຍ ການນໍາໃຊ້ລະບົບທັນສະໄໝໃນ ການຄຸ້ມຄອງການເງິນແຫ່ງລັດ, ເລັ່ງກວດກາຄືນປະສິດທິຜົນຂອງ ລາຍຈ່າຍໃນບາງປະເພດບາງລາຍ ການ ແລະ ເພີ່ມທະວີການຮັດກຸມ ດ້ານລາຍຈ່າຍງົບປະມານບໍລິຫານ; ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນໃຫ້ ມີຄວາມສະຫງົບ ໂດຍການກຳນົດ ອັດຕາອ້າງອີງໃຫ້ເໝາະສົມ; ເພີ່ມ ທະວີການຄຸ້ມຄອງເງິນຕາຕ່າງປະ ເທດຈາກການສົ່ງອອກ ແລະ ການ ລົງທຶນຈາກຕ່າງປະເທດຫລາຍຂຶ້ນ ກວ່າເກົ່າ, ພ້ອມທັງຈະສືບຕໍ່ແກ້ໄຂ ຜົນກະທົບຈາກລາຄານໍ້າມັນເຊື້ອ ໄຟ ຕາມຄໍາສັ່ງເລກທີ 40/ນຍ ດ້ວຍ ການຊອກຫາແຫລ່ງນໍ້າມັນເຊື້ອໄຟ ໃໝ່ ເພື່ອຫລຸດຜ່ອນການເພິ່ງພາ ຈາກແຫລ່ງດຽວ ແລະ ສືບຕໍ່ສົ່ງເສີມ ການນໍາໃຊ້ພະລັງງານທາງເລືອກ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າ ໃຫ້ເພີ່ມຂຶ້ນ. ສຳລັບແຜນວຽກຈຸດສຸມໃນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2027 ລັດ ຖະບານໄດ້ວາງຄາດໝາຍສູ້ຊົນ ໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5,8% ຂຶ້ນ ໄປ ແລະ ສູ້ຊົນເກັບລາຍຮັບທັງໝົດ ໃຫ້ໄດ້ 104.475 ຕື້ກີບ ທຽບ ໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24,97% ເທົ່າກັບ 21,87% ຂອງ GDP, ໃນນີ້ ລາຍຮັບພາຍໃນ 99.275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ26,46%ເທົ່າກັບ20,78% ຂອງ GDP ແລະ ລາຍຈ່າຍງົບ ປະມານທັງໝົດ 104.475 ຕື້ກີບ ເທົ່າກັບ 21,87% ຂອງ GDP ຊຶ່ງ ເປັນງົບປະມານສົມດຸນ ໂດຍຈະສຸມ ໃສ່ປະຕິບັດວຽກຈຸດສຸມຈຳນວນໜຶ່ງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ເຂົ້າໃນຫົວຂໍ້ ຫລື ເນື້ອໃນວິຊາທີ່ ກ່ຽວຂ້ອງຢ່າງມີລະບົບແທນການ ກຳນົດເປັນບົດຮຽນແຍກຕ່າງຫາກ. ພ້ອມນີ້, ຍັງໄດ້ໃຫ້ຄວາມສຳຄັນຕໍ່ ການກຳນົດຈຸດປະສົງ, ເນື້ອໃນ, ຄຳສັບ, ສື່ ແລະ ອຸປະກອນໃຫ້ຄົບ ຖ້ວນ, ຖືກຕ້ອງຕາມຫລັກວິຊາການ ແລະ ຫລັກພາສາລາວ ໂດຍເນັ້ນ ໃສ່ກິດຈະກຳການຮຽນຮູ້ແບບເອົາ ນັກຮຽນເປັນໃຈກາງ. ໄລຍະຜ່ານມາ, ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາໄດ້ ດຳເນີນການປຶກສາຫາລື, ທົບທວນ ຫລັກສູດ ແລະ ຂຽນປຶ້ມແບບຮຽນ ພ້ອມທັງຄູ່ມືຄູສະບັບຮ່າງມາແລ້ວ. ເນື້ອໃນຄວາມຮູ້ທີ່ຜ່ານການປັບປຸງ ໃນຄັ້ງນີ້ ຈະຖືກນຳໄປພິຈາລະນາ ແລະ ສອດແຊກເຂົ້າໃນຫລັກສູດ ການສຶກສາໃໝ່ ລະບົບ 6-3-3 ທີ່ ກໍາລັງຢູ່ໃນຂັ້ນຕອນການປັບປຸງ ເພື່ອຮັບປະກັນຄວາມຍືນຍົງ ແລະ ຊ່ວຍສ້າງຄວາມຮູ້, ທັກສະການ ປ້ອງກັນຕົນເອງລວມທັງການນຳ ໄປປະຍຸກໃຊ້ໃນຊີວິດປະຈຳວັນໃຫ້ ແກ່ນັກຮຽນລາວຕື່ມອີກ. ຂ່າວ-ພາບ: ສວສ ວຽກງານໂຄງການສ້າງຄວາມ ເຂັ້ມແຂງວຽກງານຂຶ້ນທະບຽນ ອອກໃບຕາດິນຢ່າງເປັນລະບົບ ດ້ວຍທຶນກູ້ຢືມຈາກທະນາຄານໂລກ (WB) ແລະ ທຶນຊ່ວຍເຫລືອ ລ້າຈາກປະເທດສະວິດ (SDC) ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຄວີມາ ເອັນທາຣາ ຫົວໜ້າຫ້ອງການທະ ນາຄານໂລກ ປະຈໍາ ສປປ ລາວ, ທ່ານ ຊອງ ກາບຣີແອນ ດຸສ ຜູ້ອໍາ ນວຍການພາກພື້ນຂົງເຂດແມ່ນໍ້າ ຂອງຫ້ອງການຮ່ວມມື ແລະ ກົງ ສູນແຫ່ງປະເທດສະວິດ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບ ທາງໄກ. ກອງປະຊຸມຈັດຂຶ້ນເພື່ອສະຫລຸບ ການປະເມີນຄວາມຄືບໜ້າການ ຈັດຕັ້ງປະຕິບັດວຽກງານໂຄງການ ສ້າງຄວາມເຂັ້ມແຂງວຽກງານ ຂຶ້ນທະບຽນອອກໃບຕາດິນຢ່າງ ເປັນລະບົບໃນລະຫວ່າງວັນທີ 21 ກັນຍາ-2 ຕຸລາ 2026 ແລະ ທິດທາງແຜນການຈັດຕັ້ງປະຕິບັດ ໂຄງການໄລຍະສອງຮອດເດືອນ ຕຸລາ 2027 ໃນ 17 ແຂວງ 55 ບ້ານເປົ້າໝາຍ, ປັດຈຸບັນໄດ້ຂຶ້ນທະ ບຽນອອກໃບຕາດິນໃນ 55 ເມືອງ ສໍາເລັດໄປແລ້ວ 15 ເມືອງ ແລະ ກໍາລັງຈັດຕັ້ງປະຕິບັດຢູ່ 40 ເມືອງ, ສໍາເລັດການປັບປຸງລະບົບຖານ ຂໍ້ມູນທີ່ດິນໃຫ້ມີຄວາມປອດໄພ ແລະ ເກັບຮັກສາຂໍ້ມູນໄວ້ທີ່ສູນອີນເຕີເນັດ ແຫ່ງຊາດ, ສໍາເລັດການສະແກນຂໍ້ ມູນສໍານວນຕອນດິນ 9 ຕົວເມືອງ ໃນນະຄອນຫລວງວຽງຈັນ, ສໍາ ເລັດການປັບປຸງກົດໝາຍທີ່ດິນ ແລະ ນິຕິກຳທີ່ກ່ຽວຂ້ອງຈໍານວນ 17 ສະບັບ ແລະ ສໍາເລັດການສ້ອມ ແປງຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມ ຈໍານວນ 22 ເມືອງ ເທົ່າກັບ 100% ຂອງຕົວເລກແຜນ ການ ແລະ ສໍາເລັດການກໍ່ສ້າງໃໝ່ 10 ເມືອງເທົ່າກັບ 100% ຂອງຕົວ ເລກແຜນການ. ໂຄງການດັ່ງກ່າວ ໄດ້ຮັບການ ອະນຸມັດຕໍ່ອາຍຸໂຄງການເພີ່ມອີກ 1 ປີ ຈົນຮອດເດືອນກັນຍາ 2027 ຊຶ່ງຈະສໍາເລັດການຂຶ້ນທະບຽນ ອອກໃບຕາດິນນອກເຂດປ່າໄມ້ໃນ ຂອບເຂດທົ່ວປະເທດ. ຂ່າວ-ພາບ: ອາລົງກອນ
RkJQdWJsaXNoZXIy MTc3MTYxMQ==