7374

29/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ 76 lvofu oa dIPogdaj ' goA olh k'7q oI5j o.\j .sh ,u 7;k,I6h c]t ]t[P[;y wo ໂດຍ: ນົກ ບຸນມາເລີດົຸີ ຂປລ. ໃນໂອກາດເປີດສົກຮຽນ ໃໝ່ຂອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ບັນຍາກາດການ ຮຽນ-ການສອນໄດ້ສືບຕໍ່ມຸ່ງເນັ້ນ ຄຽງຄູ່ກັນໄປທັງດ້ານວິຊາການ, ລະບຽບວິໄນ, ຄຸນສົມບັດ ແລະ ການຫລໍ່ຫລອມຈິດໃຈ ເພື່ອສ້າງ ນັກຮຽນໃຫ້ມີຄວາມຮູ້, ຄວາມ ສາມາດ, ມີຄວາມຮັບຜິດຊອບ ແລະ ພ້ອມສືບຕໍ່ພັດທະນາຕົນເອງ ໃນອະນາຄົດ. ສ ະ ຫາ ຍ ຮ້ອຍ ໂ ທ ນ າ ງ ດອກແກ້ວ ອິນທິສານ ຄູສອນວິຊາ ພູມສາດ ຫ້ອງສຶກສາໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ໃຫ້ [+ c,j og]nj v'pkd;y mu lvo]6 d .sh I6h 9a dzy f{4n d 3fp[+ 8h v'.-h 7;k,I5 ocI' ຂປລ. ການສອນລູກໃຫ້ເປັນຄົນ ດີເປັນໜຶ່ງໃນໜ້າທີ່ທີ່ສຳຄັນ ແລະ ທ້າທາຍທີ່ສຸດສຳລັບພໍ່ແມ່ທຸກຄົນ. ຄວາມເປັນຄົນດີບໍ່ໄດ້ໝາຍເຖິງພຽງ ແຕ່ການເປັນເດັກຄຳຮູ້ ຫລື ເຊື່ອຟັງ ຢ່າງດຽວ, ແຕ່ມັນລວມເຖິງການມີ ຄຸນສົມບັດທາງຈິດໃຈ, ຄວາມເຫັນ ອົກເຫັນໃຈ ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມ. ແນວໃດກໍດີ, ມື້ນີ້ ຄໍລຳ “ແລກປ່ຽນ” ຂໍມານຳສະເໜີບົດ ກ່ຽວກັບວິທີການສອນລູກ ເພື່ອ ເປັນການແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ. ວິທີການສອນລູກໃຫ້ຮູ້ຈັກຜິດຖືກ ແລະ ເປັນຄົນດີໃນຄອບຄົວ ກໍຄືສັງຄົມນັ້ນ, ກ່ອນອື່ນຜູ້ເປັນ ພໍ່ແມ່ຕ້ອງເປັນແບບຢ່າງທີ່ດີ ເພາະ ການກະທຳສຳຄັນກວ່າຄຳເວົ້າ ເດັກນ້ອຍມັກຮຽນຮູ້ຜ່ານການສັງ ເກດພຶດຕິກຳຂອງພໍ່ແມ່ຫລາຍກວ່າ ການຟັງຄຳສອນ. ຖ້າຢາກໃຫ້ລູກ ເປັນຄົນໃຈດີ, ມີຄວາມຊື່ສັດ ແລະ ມີມາລະຍາດພໍ່ແມ່ຕ້ອງສະແດງ ສິ່ງເຫລົ່ານັ້ນໃຫ້ລູກເຫັນໃນຊີວິດ ປະຈຳວັນ. ສອນໃຫ້ມີຄວາມເຫັນອົກເຫັນ ໃຈເພາະເຂົ້າໃຈຄວາມຮູ້ສຶກຄົນອື່ນ ຊ່ວຍໃຫ້ລູກຮູ້ຈັກເອົາໃຈເຂົາມາ ໃສ່ໃຈເຮົາເຊັ່ນ: ເວລາເຫັນຄົນອື່ນ ເຈັບປວດ ຫລື ຕົກລຳບາກໃຫ້ຊວນ ລູກຄິດວ່າ: “ຖ້າລູກເປັນເຂົາລູກ ຈະຮູ້ສຶກແນວໃດ?”. ການແບ່ງປັນ ແມ່ນສອນໃຫ້ຮູ້ຈັກການໃຫ້, ການ ຊ່ວຍເຫລືອຄົນອ້ອມຂ້າງ ແລະ ການແບ່ງປັນສິ່ງຂອງໃຫ້ໝູ່ເພື່ອນ ຫລື ຜູ້ດ້ອຍໂອກາດ. ສອນເລື່ອງ ຄວາມຮັບຜິດຊອບ ແລະ ວິໄນ ໂດຍ ສະເພາະແມ່ນຮັບຜິດຊອບໜ້າທີ່ເຊັ່ນ ວ່າ: ມອບໝາຍວຽກບ້ານງ່າຍໆ ຕາມໄວອາຍຸເປັນຕົ້ນເກັບມ້ຽນ ເຄື່ອງຫລິ້ນຂອງຕົນເອງ, ຊ່ວຍ ຈັດໂຕະອາຫານ ຫລື ບົວລະບັດ ສັດລ້ຽງ ເພື່ອໃຫ້ລູກຮູ້ຈັກໜ້າທີ່. ສອນໃຫ້ລູກໄດ້ຮຽນຮູ້ຜົນສະທ້ອນ ຈາກການກະທຳຂອງຕົນເອງເຊັ່ນ: ຖ້າບໍ່ຍອມເກັບເຄື່ອງຫລິ້ນຂອງຕົນ ອາດຈະເປ່ເພ ຫລື ຫາຍ, ພໍ່ແມ່ບໍ່ ຄວນຕາມແກ້ໄຂໃຫ້ທຸກເລື່ອງ. ສອນໃຫ້ຮູ້ຈັກຄວາມຊື່ສັດ ແລະ ຄວາມຈິງໃຈ, ຄວາມຊື່ສັດຕໍ່ຕົນເອງ ແລະ ສັງຄົມ ແມ່ນສອນໃຫ້ລູກຮູ້ວ່າ ຄວາມຜິດພາດເປັນເລື່ອງປົກກະຕິທີ່ ເກີດຂຶ້ນໄດ້, ແຕ່ສິ່ງທີ່ສຳຄັນຄືການ ເວົ້າຄວາມຈິງ ແລະ ບໍ່ລັກລອບຂອງ ຜູ້ອື່ນ. ເມື່ອລູກເວົ້າຄວາມຈິງເຖິງ ແມ່ນວ່າຈະເຮັດຜິດພໍ່ແມ່ຄວນຮັບ ຟັງດ້ວຍເຫດຜົນກ່ອນຈະຕຳນິ. ນອກຈາກທີ່ກ່າວມານັ້ນແລ້ວ, ພໍ່ແມ່ຄວນຍ້ອງຍໍການກະທຳທີ່ດີ ໃນເວລາລູກເຮັດຄວາມດີ ຫລື ມີນ້ຳ ໃຈຄວນກ່າວຊົມເຊີຍຢ່າງເຈາະຈົງ ເຊັ່ນ: ລູກເກັ່ງຫລາຍທີ່ຊ່ວຍເກັບ ເຄື່ອງຫລິ້ນໃຫ້ໝູ່ ຫລື ພໍ່ແມ່ພູມໃຈ ທີ່ລູກກ້າເວົ້າຄວາມຈິງ, ການເຮັດ ແບບນີ້ຈະຊ່ວຍໃຫ້ລູກຢາກເຮັດ ຄວາມດີຕໍ່ໄປ. ແນວໃດກໍຕາມການ ສ້າງຄົນດີຕ້ອງໃຊ້ເວລາ, ມີຄວາມ ອົດທົນ ແລະ ຄວາມສະໝໍ່າສະເໝີ. ຢ່າຄາດຫວັງໃຫ້ລູກດີໄດ້ໃນຂ້າມ ຄືນ, ແຕ່ໃຫ້ສ້າງພື້ນຖານທາງຈິດ ໃຈທີ່ອົບອຸ່ນ ແລະ ເຕັມໄປດ້ວຍ ຄວາມຮັກໃນຄອບຄົວເພາະມັນຄື ປັດໄຈຫລັກທີ່ເຮັດໃຫ້ລູກເຕີບໂຕຂຶ້ນ ເປັນຄົນດີຂອງສັງຄົມ. ແຫລ່ງຂໍ້ມູນ: ຂ່າວສານກະສິກຳ ່ໍູ້່ິ ແລະ ສິ່ງແວດລ້ອມ.ິ່້ xb dlksk]n zj koIj k'p5 fmtlkfra fmtokdtly de Ivfxu 2035 c]t ;y wlma fIvfxu 2055 ຂປລ. ເມື່ອມໍ່ໆມານີ້, ກົມແຜນ ການ ແລະ ການຮ່ວມມືກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດ ກອງປະຊຸມຜ່ານຮ່າງຍຸດທະສາດ ພັດທະນາກະສິກຳຮອດປີ 2035 ແລະ ວິໄສທັດຮອດປີ 2055 ຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າ ກົມແຜນການ ແລະ ການຮ່ວມມື, ມີບັນດາທ່ານຮອງຫົວໜ້າຫ້ອງ ການ, ຮອງຫົວ ໜ້າກົມ, ສະຖາບັນ, ຕາງໜ້າອົງການອາຫານແລະການ ກະເສດ (FAO) ແລະ ພະນັກງານ ອ້ອມຂ້າງຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຢ່າງ ພ້ອມພຽງ. ການຈັດຕັ້ງປະຕິບັດຍຸດທະສາດ ພັດທະນາກະສິກຳແຕ່ປີ 20162025 ໄດ້ສ້າງບາດກ້າວສຳຄັນ ໃນການຫັນຈາກການຜະລິດແບບ ດັ່ງເດີມໄປສູ່ການຜະລິດທັນສະໄໝ, ເຊື່ອມໂຍງຕະຫລາດ ແລະ ການ ຜະລິດທີ່ຍືນຍົງ. ຂະແໜງການ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ຂະຫຍາຍຕົວສະເລ່ຍ 2,5% ຕໍ່ປີ ແລະ ກວມ 19,4%ຂອງລວມຍອດ ຜະລິດຕະພັນພາຍໃນ (GDP), ພ້ອມທັງເປັນການສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນລາວບັນ ດາເຜົ່າປະມານ 70% ຂອງແຮງ ງານພາຍໃນປະເທດ. ດ້ານການຜະລິດສະບຽງອາ ຫານ, ການຜະລິດເຂົ້າເປັນສິນຄ້າ ສາມາດບັນລຸສະເລ່ຍ 3,7 ລ້ານ ກວ່າໂຕນຕໍ່ປີ ຢູ່ໃນລະດັບຕາມ ແຜນການ 3,5-4,0 ລ້ານໂຕນ ແລະ ສາມາດສະໜອງເຂົ້າກຸ່ມກິນໂດຍ ພື້ນຖານ, ການຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ປະມານ 570.000 ໂຕນ ຫລື ສະເລ່ຍ 72,1 ກິໂລກຣາມ/ ຄົນ/ປີ. ສຳລັບການຜະລິດກະສິກຳ ເປັນສິນຄ້າສົ່ງອອກໄດ້ທັງໝົດ 75 ລາຍການ, ໃນນັ້ນ ສົ່ງໄປ ສປ ຈີນ 40 ລາຍການ, ສສ ຫວຽດນາມ 19 ລາຍການ ແລະ ລາຊະອານາຈັກໄທ 16 ລາຍການ. ຕະຫລອດໄລຍະ 10 ປີ, ລວມມູນຄ່າການສົ່ງອອກ ສິນຄ້າກະສິກຳ ບັນລຸ 8 ພັນກວ່າ ລ້ານໂດລາສະຫະລັດ ປະກອບມີ ຢາງພາລາ, ມັນຕົ້ນ, ກ້ວຍ, ກາເຟ, ສາລີ, ເຂົ້າ ແລະ ປາສະຫວາຍ ເປັນສິນຄ້າສຳຄັນ. ຄຽງຄູ່ກັນນັ້ນ, ພື້ນຖານການຜະລິດກໍໄດ້ຮັບການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນນີ້ ມີຟາມລ້ຽງສັດ 3.017 ຟາມ ສະ ໜອງຊີ້ນໄດ້ 41%, ມີໂຮງງານ ອາຫານສັດ 16 ແຫ່ງ ແລະ ມີສູນ ຜະລິດລູກປາ 455 ແຫ່ງ, ຜະລິດ ລູກປາໄດ້ປະມານ 297 ລ້ານໂຕ ໃນປີ 2025, ດ້ານພື້ນຖານໂຄງ ລ່າງທົ່ວປະເທດມີໂຄງການຊົນ ລະປະທານ 19.470 ໂຄງການ ສາມາດສະໜອງນ້ຳເຂົ້າໃນການ ຜະລິດ 5 ແສນກວ່າເຮັກຕາ ລື່ນ ແຜນ 10%. ພ້ອມກັນນັ້ນ ໄດ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳ ແລະ ແຜນຍຸດທະສາດລວມ 1.350 ສະບັບ ເພື່ອເປັນພື້ນຖານໃນການ ຄຸ້ມຄອງ ແລະ ຊຸກຍູ້ການຜະລິດ, ຈາກຜົນສຳເລັດດັ່ງກ່າວຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ ຜະເຊີນກັບຫລາຍບັນຫາເຊັ່ນ: ການ ຜະລິດຍັງກະແຈກກະຈາຍ, ຜະລິດ ຫລາຍແຕ່ຜົນໄດ້ຮັບຍັງຕໍ່າ, ການ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ຍັງຈຳກັດ, ການປຸງແຕ່ງ-ເພີ່ມມູນ ຄ່າຍັງບໍ່ເຂັ້ມແຂງ, ຂາດແຮງງານ ແລະ ການເຂົ້າເຖິງແຫລ່ງທຶນຍັງ ມີຂໍ້ຈຳກັດ. ນອກນັ້ນ, ຍັງມີຜົນ ກະທົບຈາກໄພທຳມະຊາດ, ການ ປ່ຽນແປງດິນຟ້າອາກາດ, ພະຍາດແມງໄມ້ ແລະ ການຜັນຜວນຂອງ ຕະຫລາດ. ຈາກບົດຮຽນດັ່ງກ່າວ, ຮ່າງ ຍຸດ ທະສາດພັດທະນາກະສິກຳ ຮອດປີ 2035 ແລະ ວິໄສທັດຮອດປີ 2055 ເພື່ອຮັບປະກັນດ້ານສະບຽງ ອາຫານ ແລະ ໂພຊະນາການທີ່ດີ ການຜະລິດກະສິກຳເປັນສິນຄ້າຕິດ ພັນກັບການປຸງແຕ່ງ ແລະ ການ ສົ່ງອອກຕາມມາດຕະຖານສາກົນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ທັນສະໄໝ, ສ້າງລາຍຮັບໃຫ້ແກ່ ປະເທດຊາດ ແລະ ຊຸມຊົນຕາມທິດ ການພັດທະນາສີຂຽວ ແລະ ຍຶນຍົງ. ຍຸດທະສາດໃໝ່ປະກອບມີ 3 ແຜນຍຸດທະສາດຍ່ອຍ ແລະ 16 ແຜນດຳເນີນງານບຸລິມະສິດ, ໂດຍ ເນັ້ນຍົກສະມັດຕະພາບການຜະລິດ ໃຫ້ສະອາດ, ປອດໄພ, ມີມາດຕະ ຖານ, ແຂ່ງຂັນກັບຕະຫລາດສາກົນ ແລະ ມີຄວາມຍືນຍົງ ພ້ອມວາງ ເປົ້າໝາຍໃຫ້ການຜະລິດກະສິກຳ ສະອາດ (ການຜະລິດກະສິກໍາ ອິນຊີ ແລະ ການຜະລິດກະສິກໍາ ທີ່ດີ), HACCP ແລະ GMP ທີ່ ຮັບຮອງຕາມມາດຕະຖານສາກົນ ເພີ່ມຂຶ້ນເຖິງ 50% ຂອງຜູ້ຜະລິດ ໃນປີ 2035 ແລະ ສົ່ງເສີມການ ສົ່ງອອກໃຫ້ໄດ້ 1.900 ລ້ານໂດລາ ຕໍ່ປີ, ທິດທາງແຜນການດັ່ງກ່າວ ຈະເປັນພື້ນຖານທີ່ສຳຄັນໃນການ ຫັນເອົາຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໄປສູ່ການຜະລິດທີ່ ມີຄຸນນະພາບ, ປອດໄພ ເປັນມິດຕໍ່ ສິ່ງແວດລ້ອມ ແລະ ສາມາດແຂ່ງ ຂັນກັບຕະຫລາດສາກົນໄດ້ ພ້ອມ ສ້າງລາຍຮັບ ແລະ ຍົກລະດັບຊີວິດ ຂອງປະຊາຊົນລາວ. ສຳພາດເມື່ອບໍ່ດົນມານີ້ວ່າ: ຮູ້ສຶກ ດີໃຈ ແລະ ພາກພູມໃຈຢ່າງຍິ່ງທີ່ ໄດ້ຮັບມອບໝາຍໃຫ້ເປັນຄູ-ອາຈານ ສຳຄັນທັງດ້ານວິຊາການ ແລະ ດ້ານລະບຽບວິໄນ, ຄູ-ອາຈານ ໄດ້ ກະກຽມແຜນການສອນ, ສື່ການ ສອນ ແລະ ເນື້ອໃນໃຫ້ເໝາະສົມ ກັບລະດັບຂອງນັກຮຽນ, ພ້ອມທັງ ວາງແຜນການອົບຮົມຢ່າງຊັດເຈນ, ກຳນົດເວລາ ແລະ ກົດລະບຽບຢ່າງ ເໝາະສົມ, ເນັ້ນໃຫ້ນັກຮຽນຮູ້ຈັກຕົງ ຕໍ່ເວລາ, ເຄົາລົບລະບຽບ, ມີຄວາມ ຮັບຜິດຊອບ ແລະ ຮູ້ຈັກປັບປຸງຈຸດ ອ່ອນຂອງຕົນເອງ. ນາງ ຈັນຈິນດາ ສີບຸນເຮືອງ, ນັກຮຽນຫ້ອງ ມ.7/2 ໄດ້ໃຫ້ສໍາ ພາດວ່າ: ໃນສົກຮຽນໃໝ່ ມ7 ນີ້ ຊຶ່ງເປັນປີສຸດທ້າຍ, ນ້ອງມີຄວາມ ພ້ອມ ແລະ ຄວາມຕັ້ງໃຈຫລາຍ ກວ່າເກົ່າເພາະຮູ້ວ່ານີ້ແມ່ນຊ່ວງ ໄລຍະເວລາສໍາຄັນກ່ອນຈະສໍາເລັດ ການຮຽນ. ນ້ອງຈະຕັ້ງໃຈຮຽນ, ທົບທວນບົດຮຽນ, ຝຶກຝົນທັກສະ ຕ່າງໆ, ຮັກສາລະບຽບວິໄນ, ຮັກສາ ສຸຂະພາບ, ມີຄວາມສາມັກຄີກັບໝູ່ ເພື່ອນ, ເຄົາລົບ ຄູ-ອາຈານ ແລະ ພະຍາຍາມເກັບກ່ຽວຄວາມຮູ້ ເພື່ອ ຝຶກຝົນຕົນເອງໃຫ້ມີວິໄນ, ຟັງຄໍາ ສັ່ງສອນຂອງຄູ-ອາຈານ, ມີຄວາມ ຮັບຜິດຊອບ ແລະ ຜ່ານຜ່າທຸກ ຄວາມລໍາບາກ. ດ້ານຈິດໃຈນ້ອງ ໄດ້ກຽມຄວາມຄິດໃຫ້ພ້ອມ, ຮູ້ຈັກ ອົດທົນ, ປັບຕົວ ແລະ ບໍ່ທໍ້ຖອຍ ເມື່ອພົບອຸປະສັກ. ດ້ານຮ່າງກາຍ ນ້ອງຈະຫັນມາອອກກໍາລັງກາຍ, ຮັກສາສຸຂະພາບ, ພັກຜ່ອນໃຫ້ ພຽງພໍ ແລະ ກຽມຕົນເອງໃຫ້ພ້ອມ ໃນການຝຶກຝົນຫລໍ່ຫລອມຕົນເອງ ເພື່ອກາຍເປັນຄົນທີ່ມີຄວາມຮູ້ຄວາມ ສາມາດໃນອະນາຄົດ. ຈ າ ກ ຄ ວ າ ມ ມຸ່ ງ ໝັ້ນ ຂ ອ ງ ຄູ-ອາຈານ ແລະ ຄວາມຕັ້ງໃຈ ຂອງນັກຮຽນ, ການຮຽນ-ການ ສອນຂອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ຈຶ່ງມຸ່ງໄປສູ່ການ ສ້າງນັກຮຽນຮຸ່ນໃໝ່ໃຫ້ມີຄວາມ ຮູ້ຄຽງຄູ່ກັບຄຸນສົມບັດ, ມີລະບຽບ ວິໄນ, ມີຄວາມສາມັກຄີ ແລະ ຮູ້ຈັກ ຮັບຜິດຊອບຕໍ່ຕົນເອງ ແລະ ສ່ວນ ລວມ, ເພື່ອກຽມຄວາມພ້ອມກ້າວ ເຂົ້າສູ່ອະນາຄົດ. ໃນກອງທັບ, ເພາະນອກຈາກການ ຖ່າຍທອດຄວາມຮູ້ໃຫ້ນັກຮຽນ ແລ້ວ, ຍັງມີພາລະໜ້າທີ່ໃນການ ຫລໍ່ຫລອມຄົນຮຸ່ນສືບທອດໃຫ້ມີ ລະບຽບວິໄນ, ຄວາມຮັບຜິດຊອບ, ຈິດໃຈຮັກຊາດ ແລະ ມີຄວາມ ພ້ອມໃນການຮັບໃຊ້ສັງຄົມ ແລະ ປະເທດຊາດໃນອະນາຄົດ. ທ່ານນາງ ດອກແກ້ວ ກ່າວວ່າ: ການສອນຢູ່ໂຮງຮຽນກອງທັບມີ ຄວາມແຕກຕ່າງ ແລະ ທ້າທາຍກວ່າ ການສອນຢູ່ໂຮງຮຽນທົ່ວໄປ, ເພາະ ນອກຈາກການສອນດ້ານວິຊາການ ແລ້ວ ຄູ-ອາຈານ ຍັງຕ້ອງເນັ້ນການ ຝຶກຝົນດ້ານລະບຽບວິໄນ, ຄວາມ ຮັບຜິດຊອບ, ຄວາມສາມັກຄີ ແລະ ຈິດໃຈເສຍສະລະ. ນັກຮຽນມາຈາກ ຫລາຍພື້ນທີ່ ແລະ ມີພື້ນຖານຄວາມ ຮູ້, ນິໄສ ແລະ ຈິດໃຈແຕກຕ່າງ ກັນ, ຈຶ່ງຕ້ອງອາໄສການສອນທີ່ ເໝາະສົມ, ການແນະນຳ ແລະ ການ ຝຶກຝົນຢ່າງຕໍ່ເນື່ອງ. ສຳລັບການກະກຽມສົກຮຽນ ໃໝ່ນິ້ີ້, ໂຮງຮຽນໄດ້ໃຫ້ຄວາມ ນໍາໄປໃຊ້ໃນອະນາຄົດ. ສຳລັບ ນ້ອງໆນັກຮຽນໃໝ່, ນ້ອງຢາກຝາກ ໃຫ້ທຸກຄົນຈົ່ງມີຄວາມອົດທົນ, ມີ ວິໄນ ແລະ ຕັ້ງໃຈຮຽນ. ໃນໄລຍະ ທຳອິດອາດຈະຮູ້ສຶກລຳບາກ, ຄິດ ຮອດຄອບຄົວ ຫລື ຍັງປັບຕົວບໍ່ ທັນ, ແຕ່ຢາກໃຫ້ຖືວ່າທຸກອຸປະສັກ ແມ່ນບົດຮຽນທີ່ຊ່ວຍຫລໍ່ຫລອມ ຕົນເອງ. ຈົ່ງຟັງຄໍາສັ່ງ, ເຄົາລົບຄູ- ອາຈານ, ຮັກແພງ ແລະ ຊ່ວຍເຫລືອ ໝູ່ເພື່ອນ, ທີ່ສໍາຄັນຢ່າທໍ້ຖອຍກັບ ຄວາມລຳບາກໃນມື້ນີ້ ເພາະທຸກ ຄວາມພະຍາຍາມຈະນໍາໄປສູ່ຄວາມ ສໍາເລັດໃນອະນາຄົດ, ຂໍໃຫ້ຕັ້ງໃຈ ຮຽນ, ຮັກສາໂອກາດທີ່ໄດ້ຮັບ ແລະ ສ້າງຄວາມພາກພູມໃຈໃຫ້ແກ່ ຕົນເອງ, ຄອບຄົວ ແລະ ໂຮງຮຽນ. ທ້າວ ອານົງເດດ ວິຈຳປາ ນັກຮຽນຫ້ອງ ມ5/2 ໄດ້ສະແດງ ຄວາມຮູ້ສຶກວ່າ: ແຮງຈູງໃຈຫລັກ ຂອງນ້ອງແມ່ນຄວາມຝັນ ແລະ ຄວາມຕັ້ງໃຈທີ່ຢາກຮຽນຮູ້, ຢາກ ຝຶກຝົນຫລໍ່ຫລອມຕົນເອງໃຫ້ມີ ລະບຽບວິໄນ, ມີຄວາມຮູ້ ແລະ ຄວາມສາມາດ. ນອກຈາກນັ້ນ, ໂຮງຮຽນແຫ່ງນີ້ຍັງເປັນບ່ອນທີ່ ຊ່ວຍຫລໍ່ຫລອມໃຫ້ນ້ອງເປັນຄົນດີ, ມີວິໄນ, ມີຄວາມຮັບຜິດຊອບ ພ້ອມ ຮັບໃຊ້ສັງຄົມ ແລະ ປະເທດຊາດ ໃນອະນາຄົດ. ດັ່ງນັ້ນ, ນ້ອງຈຶ່ງ ຕັດສິນໃຈເຂົ້າມາຮຽນດ້ວຍຄວາມ ພາກພູມໃຈ. ສຳລັບເປົ້າໝາຍ ຂອງນ້ອງແມ່ນຕັ້ງໃຈຮຽນໃຫ້ດີ,

RkJQdWJsaXNoZXIy MTc3MTYxMQ==