29/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 9kd-u ;y fgmy 'gIn v l6j [h koxt,q 'c7,/aj ' [q fIPo9kd[h koglplu lx 9u o ແຂ່ງຂັນ...່ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປັນປະທານຮ່ວມຂອງ ທ່ານ Han Zheng ຮອງປະທານປະເທດແຫ່ງ ສປ ຈີນ ແລະ ທ່ານ ນາງ Amina J. Mohammed ຮອງເລຂາທິ ການໃຫຍ່ສປຊ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີ 3 ຫລັກການທິດທາງສຳ ຄັນ ຄື: ການຮ່ວມມືຕ້ອງສອດຄ່ອງ ກັບບຸລິມະສິດ ແລະ ຄວາມຕ້ອງ ການທີ່ແທ້ຈິງຂອງແຕ່ລະປະເທດ; ສືບຕໍ່ຍົກສູງການຮ່ວມມືໃຕ້-ໃຕ້ (South-South Cooperation); ເລັ່ງສ້າງຂີດຄວາມສາມາດ ໃຫ້ກັບບຸກຄະລາກອນຂອງບັນດາ ປະເທດກຳລັງພັດທະນາໃນໄລຍະ ຍາວ. ພ້ອມນີ້, ທ່ານໄດ້ຢືນຢັນວ່າ: ສປປ ລາວ ຈະສືບຕໍ່ຈັດຕັ້ງປະຕິບັດ ໂຄງການພາຍໃຕ້ຂອບGDI ຄ່ຽງຄູ່ ກັບການບັນລຸວາລະSDGs2030 ເພື່ອການພັດທະນາທີ່ກວມລວມ. ເລັ່ງໃສ່ການຂ້າມຜ່ານ LDC ຢ່າງມີຄຸນນະພາບ ແລະ ຍືນຍົງ ໜຶ່ງໃນບັນດາຈຸດສຳຄັນຂອງການ ເຄື່ອນໄຫວຄັ້ງນີ້ ແມ່ນການພົບປະ ສອງຝ່າຍລະຫວ່າງ ທ່ານ ທອງ ສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ທ່ານ ນາງ Rabab Fatima ຮອງເລຂາທິ ການໃຫຍ່ ສປຊ, ທັງເປັນຜູ້ຕາງ ໜ້າລະດັບສູງ ສປຊ ສຳລັບປະເທດ ດ້ອຍພັດທະນາ, ປະເທດກຳລັງພັດ ທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດເກາະດອນນ້ອຍກຳ ລັງພັດທະນາ (UN-OHRLLS). ໃນການພົບປະ, ທ່ານຮອງນາຍົກ ລັດຖະມົນຕີໄດ້ຢືນຢັນຄວາມໝາຍ ໝັ້ນທາງການເມືອງອັນໜັກແໜ້ນ ວ່າສປປລາວພ້ອມແລ້ວທີ່ຈະຫລຸດ ພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາ (LDC) ຢ່າງ ເປັນທາງການໃນທ້າຍປີ 2026. ເພື່ອຮັບປະກັນໃຫ້ການຂ້າມຜ່ານ ເປັນໄປຢ່າງໂລ່ງລຽນ, ສປປ ລາວ ໄດ້ເຊື່ອມສານແຜນຍຸດທະສາດ ການຂ້າມຜ່ານ (STS) ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (20262030). ພ້ອມກັນນີ້, ສປປ ລາວ ໄດ້ຮຽກຮ້ອງໃຫ້ ສປຊ ແລະ ຄູ່ຮ່ວມ ພັດທະນາສືບຕໍ່ສະໜັບສະໜູນຜ່ານ ກົນໄກ iGRAD (Sustainable Graduation Support Facility) ເພື່ອຊ່ວຍຂະຫຍາຍຂີດຄວາມສາ ມາດດ້ານການຄ້າ, ການເຂົ້າເຖິງ ແຫລ່ງທຶນ ແລະ ການສ້າງຄວາມ ທົນທານທາງເສດຖະກິດ. ໃນວາລະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ ພົບປະກັບ ທ່ານ ນາງ Catherine Russell ຜູ້ອຳນວຍການໃຫຍ່ອົງ ການ ອຸຍນີເຊບ(UNICEF) ໂດຍ ສອງຝ່າຍໄດ້ຮ່ວມກັນຕີລາຄາສູງຕໍ່ ການຮ່ວມມືຜ່ານມາ ໂດຍສະເພາະ ຕໍ່ການຮັບຮອງເອກະສານແຜນ ງານການຮ່ວມມື (Country Programme DocumentCPD) ສໍາລັບປີ2027-2031. ທ່ານຮອງນາຍົກລັດຖະມົນຕີ ໄດ້ ເນັ້ນຕື່ມວ່າ ການສະໜັບສະໜູນ ຢ່າງຕໍ່ເນື່ອງຂອງ UNICEF ຈະ ເປັນກຳລັງຂັບເຄື່ອນສຳຄັນໃນ ການຮັກສາ ແລະ ສືບຕໍ່ຍົກລະດັບ ດັດຊະນີການພັດທະນາຊັບພະຍາ ກອນມະນຸດຂອງ ສປປ ລາວ ໂດຍ ສະເພາະວຽກງານສຸຂະພາບ, ການ ສຶກສາ ແລະ ໂພຊະນາການຂອງແມ່ ຍິງ ແລະ ເດັກນ້ອຍໃນໄລຍະຂ້າມ ຜ່ານຈາກສະຖານະພາບ LDC. ພ້ອມດຽວກັນ, ທ່ານຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ກໍຍັງໄດ້ພົບ ປະກັບ ທ່ານ ນາງ Iruthisham Adam ລັດຖະມົນຕີ ສາທາລະນະ ລັດ ມານດິບ ເພື່ອເພີ່ມທະວີສາຍ ພົວພັນການທູດ ພາຍຫລັງທີ່ໄດ້ ລົງນາມສ້າງຕັ້ງສານພົວພັນການ ທູດໃນປີ 2012 ໃຫ້ເປັນຮູບປະທຳ ຫລາຍຂຶ້ນ. ໃນວັນດຽວກັນ, ທ່ານອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ພົບປະ ສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກ ສປປ ເກົາຫລີ. ແຕ່ລະຝ່າຍໄດ້ເຫັນ ດີຊຸກຍູ້ການແລກປ່ຽນຄະນະຜູ້ ແທນ, ເປີດກວ້າງການຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງໃຫ້ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ທ່ານ ໄພວັນ ແກ້ວ ປະເສີດ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຕາງໜ້າຄະ ນະເຂົ້າຮ່ວມກອງປະຊຸມລະດັບ ສູງວ່າດ້ວຍການປ້ອງກັນ, ການ ກະກຽມ ແລະ ການຕອບໂຕ້ຕໍ່ການ ລະບາດຂອງພະຍາດ (PPPR). ສປປ ລາວ ໄດ້ຍົກເຖິງຄວາມຈຳ ເປັນໃນການເຂົ້າເຖິງວັກຊິນຢ່າງ ເທົ່າທຽມ, ການແບ່ງປັນຂໍ້ມູນຂ່າວ ສານແລະການຍົກລະດັບຂີດຄວາມ ສາມາດໃນການເຝົ້າລະວັງພະຍາດ ລະບາດຂ້າມແດນ ເພື່ອປົກປ້ອງ ຄວາມໝັ້ນຄົງດ້ານສາທາລະນະ ສຸກຂອງພາກພື້ນ ແລະ ສາກົນ. ການເຄື່ອນໄຫວ ຂອງຄະນະ ຜູ້ແທນ ສປປ ລາວ ໃນຄັ້ງນີ້, ບໍ່ພຽງ ແຕ່ເປັນການປົກປ້ອງຜົນປະໂຫຍດ ແຫ່ງຊາດໃນໄລຍະຫັນປ່ຽນສຳຄັນ ເທົ່ານັ້ນ, ແຕ່ຍັງເປັນການຍົກສູງ ບົດບາດຂອງ ສປປ ລາວ ໃນຖານະ ສະມາຊິກທີ່ຍຶດໝັ້ນ ແລະ ມີຄວາມ ຮັບຜິດຊອບຂອງລະບົບການພົວ ພັນສາກົນແບບຫລາຍຝ່າຍ. ເປີດແລ່ນຂະບວນ...ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີ ບໍ່ເຕ່ນ-ນະຄອນຫລວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ໃນວັນທີ 25 ກັນຍາ 2026 ຜ່ານ ມາ ຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການ ເຂົ້າຮ່ວມຂອງ ທ່ານ ນາງ ວັນສີ ສຸກຈະເລີນ ຮອງຫົວໜ້າກົມວັດທະ ນະທໍາ ແລະ ສິລະປະການສະແດງ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ, ທ່ານ ເຕິ້ງລີ້ສຽງ ທີ່ ປຶກສາພະແນກຮ່ວມມືແລກປ່ຽນ ສະຖານທູດຈີນປະຈຳລາວ, ທ່ານ ຫລົວ ເວີ້ຍ ຈ້ຽນ ຫົວໜ້າສູນວັດ ທະນະທໍາຈີນປະຈໍາລາວ, ມີບັນດາ ຫົວໜ້າ, ຮອງຫົວໜ້າກົມອ້ອມຂ້າງ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ, ແຂກຮັບເຊີນທັງສອງ ຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ. ທ່ານ ນາງ ວັນສີ ສຸກຈະເລີນ ໄດ້ ກ່າວວ່າ:ລາວແລະຈີນເປັນປະເທດ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ, ປະຊາຊົນສອງ ຊາດໄດ້ມີການໄປມາຫາສູ່ກັນມາ ແຕ່ບູຮານນະການ, ການຈັດງານ ແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງນີ້, ເປັນເວທີໃນການກ້າສະແດງອອກ ໃຫ້ແກ່ຄົນລາວທີ່ມັກຮັກໃນການ ຮ້ອງເພງຈີນ, ທັງເປັນການຈັດຕັ້ງ ຜັນຂະຫຍາຍເນື້ອໃນຂອງແຜນ ແມ່ບົດການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ການປະກອບສ່ວນໃນ ການສະເຫລີມສະຫລອງວັນຄົບ ຮອບ 65 ປີຂອງການສ້າງຕັ້ງສາຍ ພົວພັນການທູດລາວ-ຈີນ ແລະ ປີ ມິດຕະພາບລາວ-ຈີນ 2026 ໃຫ້ ເຕັມໄປດ້ວຍບັນຍາກາດແຫ່ງຄວາມ ອົບອຸ່ນແລະຟົດຟື້ນຍິ່ງຂຶ້ນແລະກິດ ຈະກໍາຄັ້ງນີ້, ບໍ່ພຽງແຕ່ເປັນການ ແລກປ່ຽນວັດທະນະທຳເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນ ເຖິງສາຍພົວພັນອັນແໜ້ນແຟ້ນ ແລະ ສະທ້ອນໃຫ້ເຫັນເຖິງໄມຕີຈິດ ມິດຕະພາບຂອງການເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານແລະການເປັນຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໂດຍຜ່ານກິດ ຈະກໍາແຂ່ງຂັນຮ້ອງເພງດັ່ງກ່າວ. ຄຽງຄູ່ກັນ, ການຈັດງານແຂ່ງຂັນ ຮ້ອງເພງ ຍັງເປັນມື້ກົງກັບວັນສະ ເຫລີມສະຫລອງບຸນໄຫວພະຈັນ ທີ່ ເປັນບຸນປາງໃຫຍ່ທີ່ມີຄວາມໝາຍ ສໍາຄັນທາງດ້ານວັດທະນະທໍາ ແລະ ປະຫວັດສາດຂອງຈີນ ອີກດ້ວຍ. ການແຂ່ງຂັນຄົນລາວຮ້ອງເພງ ຈີນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບ ຊົມການສະແດງສິລະປະວັດທະນະ ທໍາລາວ ແລະ ຈີນ, ການແຂ່ງຂັນ ຮ້ອງເພງຢ່າງຄຶກຄື້ນມ່ວນຊື່ນ ຊຶ່ງ ໃນຮອບຊີງຊະນະເລີດ ມີຜູ້ແຂ່ງຂັນ ເຂົ້າຮ່ວມທັງໝົດ 12 ຄົນ ແລະ ຜູ້ທີ່ ໄດ້ຮັບລາງວັນຊະນະເລີດແມ່ນໝາຍ ເລກ A8 ນາງ ວຽງສະໄໝ ຢ່າ ຢົງຊື, ຮອງຊະນະເລີດ ໝາຍເລກ A06 ນາງ ພັດທະນາ ພິມກັນຍາ ແລະ ໝາຍເລກ A10 ທ້າວ ພົງສະ ຫວັນ ແກ່ນຈັນ. ຂປລ. ກິ່ນອາຍຂອງທະເລ, ສຽງຄື້ນກະທົບຝັ່ງ, ຈັງຫວະຂອງ ເຮືອຫາປາ ແລະ ຜືນດິນຕົມກວ້າງ ທີ່ຢຽດອອກໄປຈົນເກືອບຮອດ ຂອບຟ້າ ແມ່ນພາບທຳອິດທີ່ຕ້ອນ ຮັບຜູ້ມາຢ້ຽມຢາມບ້ານເສຍສີ (Xiaqi) ໃນເມືອງໜິງເຕີ, ແຂວງ ຝູຈ້ຽນ, ສປ ຈີນ. ແຕ່ພາຍໃຕ້ຄວາມ ງົດງາມຂອງແຄມຝັ່ງແຫ່ງນີ້ ມີ ເລື່ອງລາວຂອງການປ່ຽນແປງອັນ ໂດດເດັ່ນ ຈາກຊຸມຊົນຄົນຫາປາທີ່ ເຄີຍອາໄສຢູ່ເທິງເຮືອ ແລະ ຕໍ່ສູ້ກັບ ຄວາມທຸກຍາກ ສູ່ບ້ານປະມົງທີ່ ກຳລັງກ້າວໄປສູ່ອະນາຄົດໃໝ່. ເສຍສີ (Xiaqi) ເປັນບ້ານຊົນ ເຜົ່າສີ ຕັ້ງຢູ່ທາງພາກໃຕ້ຂອງເຂດ ຈຽວເສີງ, ເມືອງໜິງເຕີ ແລະ ຢູ່ ລຽບຕາມທາງຫລວງແຫ່ງຊາດ 104. ເມື່ອບໍ່ດົນມານີ້ ຄະນະສື່ມວນ ຊົນຈາກອາຊຽນໄດ້ໄປຢ້ຽມຢາມ ບ້ານແຫ່ງນີ້ ແລະ ໄດ້ສຳຜັດເຖິງ ຈຸດເດັ່ນທີ່ບໍ່ແມ່ນພຽງທິວທັດແຄມ ຝັ່ງ ແຕ່ແມ່ນການປະສານກັນລະ ຫວ່າງວັດທະນະທຳດັ້ງເດີມ, ອາ ຊີບປະມົງ ແລະ ການພັດທະນາຊົນ ນະບົດສະໄໝໃໝ່. ໃນອະດີດ, Xiaqi ເປັນບ້ານ ຂອງ “Lianjia boat people” ຫລື ຊຸມຊົນຄົນເຮືອທີ່ດຳລົງຊີວິດ ຢູ່ເທິງເຮືອຫາປານ້ອຍໆມາຫລາຍ ຊົ່ວຄົນ. ເຮືອບໍ່ພຽງແຕ່ເປັນບ່ອນ ຫາກິນ ແຕ່ຍັງເປັນບ້ານ ແລະ ບ່ອນ ລ້ຽງດູລູກຫລານ. ການດຳລົງຊີວິດ ແບບນີ້ມີຂໍ້ຈຳກັດຫລາຍດ້ານ ທັງ ການຂາດທີ່ຢູ່ອາໄສຖາວອນ, ການ ເຂົ້າເຖິງການສຶກສາທີ່ຈຳກັດ ລວມ ເຖິງຄວາມສ່ຽງຈາກພາຍຸ ແລະ ຄວາມບໍ່ແນ່ນອນຈາກອາຊີບທາງ ທະເລ. ຈຸດປ່ຽນສຳຄັນເກີດຂຶ້ນໃນ ຊ່ວງໄລຍະປີ 1997-1999 ເມື່ອ ແຂວງຝູຈ້ຽນ ເລີ່ມດຳເນີນໂຄງ ການຍົກຍ້າຍຊຸມຊົນຄົນເຮືອຂຶ້ນ ຝັ່ງ. ຊາວບ້ານຫລາຍກວ່າ 2.000 ຄົນ ໄດ້ຍ້າຍຈາກເຮືອມາຢູ່ເຮືອນ ຖາວອນເທິງຝັ່ງ. ການຍ້າຍຖິ່ນ ຖານຄັ້ງນັ້ນ ຈຶ່ງບໍ່ແມ່ນພຽງການ ປ່ຽນບ່ອນຢູ່ ແຕ່ເປັນການປ່ຽນ ພື້ນຖານຂອງຊີວິດ. ໂຮງຮຽນ, ສຸກ ສາລາ, ຖະໜົນ ແລະ ໂຄງລ່າງ ຕ່າງໆ ຄ່ອຍໆຖືກສ້າງຂຶ້ນ ເຮັດໃຫ້ ຄອບຄົວທີ່ເຄີຍຈຳກັດຢູ່ກັບຊີວິດ ເທິງເຮືອ ສາມາດເຂົ້າເຖິງໂອກາດ ໃໝ່. ຜົນຂອງການປ່ຽນແປງປາ ກົດອອກມາເປັນຕົວເລກຢ່າງຊັດ ເຈນ, ລາຍໄດ້ສະເລ່ຍຕໍ່ຄົນຂອງ ຊາວບ້ານ ຈາກບໍ່ເຖິງ 1.000 ຢວນ ໃນປີ 1997 ເພີ່ມຂຶ້ນເປັນ 30.360 ຢວນໃນປີ 2022. ຕົວເລກນີ້ສະ ແດງໃຫ້ເຫັນວ່າ ການພັດທະນາຊົນ ນະບົດບໍ່ໄດ້ໝາຍເຖິງພຽງການ ສ້າງອາຄານ ຫລື ຖະໜົນ ແຕ່ຍັງ ໝາຍເຖິງການສ້າງໂອກາດໃໝ່ໃຫ້ ປະຊາຊົນ ເພື່ອຍົກລະດັບຊີວິດ. ເຖິງວ່າຊີວິດຈະຍ້າຍຈາກເຮືອ ຂຶ້ນມາຢູ່ຝັ່ງ, ແຕ່ທະເລຍັງຄົງເປັນ ພື້ນຖານສຳຄັນຂອງເສດຖະກິດ ເສຍສີ. ໃນບັນດາຜະລິດຕະພັນສັດ ນ້ຳ, ຫອຍເລືອດ ຫລື “xue han” ເປັນສິນຄ້າສຳຄັນຂອງບ້ານ. ເສຍສີ ມີພື້ນທີ່ດິນຕົມຫລາຍກວ່າ 3.000 ມູຫລືປະມານ200 ເຮັກຕາ ສຳລັບ ລ້ຽງຫອຍເລືອດ ເຮັດໃຫ້ບ້ານແຫ່ງ ນີ້ເປັນແຫລ່ງຜະລິດສຳຄັນໃນເຂດ ຈຽວເສີງ. ນອກຈາກຫອຍເລືອດ ແລ້ວ, ບ້ານຍັງມີການລ້ຽງຫອຍ ນາງລົມ, ຫອຍຫລອດ ແລະ ປູ, ມີ ຟາມອະນຸບານສັດນ້ຳຫລາຍກວ່າ 20 ແຫ່ງ ທີ່ລ້ຽງປາ ແລະ ສັດນ້ຳ ຫລາຍຊະນິດ ລວມທັງປາເຫລືອງ ໃຫຍ່. ການນຳໃຊ້ຊັບພະຍາກອນ ທາງທະເລຢ່າງເປັນລະບົບ ຈຶ່ງເຮັດ ໃຫ້ທະເລບໍ່ພຽງເປັນແຫລ່ງອາ ຫານ ແຕ່ຍັງເປັນແຫລ່ງລາຍໄດ້, ການຈ້າງງານ ແລະ ໂອກາດສ້າງ ອະນາຄົດໃຫ້ຊຸມຊົນ. ຂະນະດຽວກັນ, ເສຍສີ ບໍ່ໄດ້ ວາງອະນາຄົດໄວ້ເທິງອາຊີບປະ ມົງພຽງຢ່າງດຽວ, ວັດທະນະທຳ ຂອງຊົນເຜົ່າສີຍັງຄົງຖືກຮັກສາ ແລະ ນຳມາສືບສານຜ່ານຂະນົບ ທຳນຽມ, ວິຖີຊີວິດ ແລະ ກິດຈະກຳ ຂອງຊຸມຊົນ. ພ້ອມນີ້, ຍັງມີໂບດ ກາໂຕລິກສີຂາວທີ່ອອກແບບເປັນ ຮູບເຮືອໃບ ຊຶ່ງກາຍເປັນຈຸດໝາຍ ຕາອັນໂດດເດັ່ນຂອງບ້ານ. ສ່ວນ ສວນສາທາລະນະຂະໜາດນ້ອຍທີ່ ພັດທະນາຂຶ້ນໃໝ່ ກໍໄດ້ປ່ຽນພື້ນທີ່ ວ່າງເປົ່າໃຫ້ກາຍເປັນບ່ອນພັກ ຜ່ອນ ແລະ ພື້ນທີ່ສຳລັບຊຸມຊົນ. ຄຳຂວັນຂອງບ້ານ “ບ້ານສີ ແຄມນ້ຳ, ຊາວປະມົງ Hanqi” ສາ ມາດສະທ້ອນຕົວຕົນຂອງ Xiaqi ໄດ້ຢ່າງຊັດເຈນ. ບ້ານແຫ່ງນີ້ບໍ່ໄດ້ ເລືອກລະຫວ່າງ“ອະດີດ”ກັບ“ອະ ນາຄົດ”ແຕ່ນຳທັງສອງມາປະສານ ກັນ. ວິຖີຊີວິດປະມົງ ແລະ ວັດທະ ນະທຳຊົນເຜົ່າຍັງຄົງຢູ່. ຂະນະທີ່ພື້ນ ຖານໂຄງລ່າງ, ລາຍໄດ້, ສະພາບ ແວດລ້ອມ ແລະ ຮູບແບບຊີວິດ ກໍ ກ້າວໄປສູ່ຄວາມທັນສະໄໝ. ສຳລັບຄະນະສື່ມວນຊົນຈາກ ອາຊຽນ, ເສຍສີ (Xiaqi) ຈຶ່ງບໍ່ ແມ່ນພຽງຈຸດໝາຍປາຍທາງແຄມ ຝັ່ງຂອງຝູຈ້ຽນ ແຕ່ເປັນອີກຈຸດ ໜຶ່ງຂອງການປ່ຽນແປງໃນຊົນນະ ບົດຈີນ. ເລື່ອງລາວຂອງບ້ານແຫ່ງ ນີ້ ສະແດງໃຫ້ເຫັນວ່າ ການພັດທະ ນາສາມາດດຳເນີນຄຽງຄູ່ໄປກັບ ການຮັກສາວິຖີຊີວິດ, ວັດທະນະທຳ ແລະ ອາຊີບດັ້ງເດີມ. ຈາກການອາ ໄສຢູ່ເທິງເຮືອສູ່ການມີເຮືອນຖາ ວອນ, ຈາກລາຍໄດ້ບໍ່ເຖິງ 1.000 ຢວນຕໍ່ຄົນ ສູ່ 30.360 ຢວນ, ຈາກ ຊຸມຊົນຄົນເຮືອສູ່ບ້ານປະມົງທີ່ມີ ໂຄງລ່າງແລະວັດທະນະທຳ, ເລື່ອງ ລາວຂອງ Xiaqi ສະທ້ອນໃຫ້ເຫັນ ການນຳຈຸດແຂງຈາກທະເລມາ ສ້າງໂອກາດໃໝ່ໃຫ້ແກ່ຊຸມຊົນ. ດັ່ງນັ້ນ, ຄວາມຝັນໃໝ່ຂອງ Xiaqi ຈຶ່ງບໍ່ແມ່ນການໜີອອກຈາກ ທະເລ ແຕ່ແມ່ນການຢູ່ຄູ່ກັບທະເລ ຢ່າງກົມກຽວ, ນຳຊັບພະຍາກອນ ຈາກທະເລມາສ້າງລາຍໄດ້, ນຳ ວັດທະນະທຳມາສ້າງຕົວຕົນ ແລະ ນຳການພັດທະນາມາສ້າງຄຸນນະ ພາບຊີວິດ. ໂດຍ: ສຸກທະວີ ກັນຍາ 2026 ນີ້. ຂະບວນລົດໄຟຖ້ຽວ C95 ຈະ ອອກເດີນທາງຈາກສະຖານີບໍ່ເຕ່ນ ໃນເວລາ 08:00 ໂມງ ແລະ ຮອດ ສະຖານີນະຄອນຫລວງວຽງຈັນໃນ ເວລາ 11:47 ໂມງ, ຫລັງຈາກນັ້ນ ຂະບວນລົດໄຟຖ້ຽວ C96 ຈະອອກ ເດີນທາງກັບຄືນຈາກສະຖານີນະ ຄອນຫລວງວຽງຈັນເວລາ 14:05 ໂມງ ແລະ ຮອດສະຖານີບໍ່ເຕ່ນ ໃນ ເວລາ 18:32 ໂມງ ຂອງມື້ດຽວ ກັນ. ຂະບວນລົດໄຟຖ້ຽວນີ້, ຈະອຳ ນວຍຄວາມສະດວກຢ່າງຫລວງ ຫລາຍໃຫ້ແກ່ປະຊາຊົນທາງແຂວງ ພາກເໜືອຂອງລາວ ໃນການເດີນ ທາງໄປມາປະຈຳ, ເດີນທາງດ້ານ ທຸລະກິດ ຫລື ຢ້ຽມຢາມພີ່ນ້ອງ ແລະ ອື່ນໆ ຊຶ່ງປະຊາຊົນແຂວງ ພາກເໜືອສາມາດນັ່ງລົດໄຟໄປກັບນະຄອນຫລວງວຽງຈັນ ແລະ ບໍ່ເຕ່ນພາຍໃນມື້ດຽວໄດ້. ຂະບວນລົດໄຟຖ້ຽວໄປກັບ C95/C96 ຈະເປີດແລ່ນທຸກວັນ ສຸກ, ວັນເສົາ, ວັນອາທິດ ແລະ ວັນ ຈັນ. ຂະບວນລົດໄຟຖ້ຽວນີ້ຈະຈອດ 6 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖາ ນີນາເຕີຍ, ສະຖານີເມືອງໄຊ, ສະ ຖານີຫລວງພະບາງ, ສະຖານີວັງ ວຽງ ແລະ ນະຄອນຫລວງວຽງຈັນ. ການເປີດແລ່ນຂະບວນລົດໄຟ ຖ້ຽວ C95/C96 ຈະຊ່ວຍຍົກ ລະດັບເຄືອຂ່າຍການຂົນສົ່ງຜູ້ໂດຍ ສານຂອງທາງລົດໄຟ ລາວ-ຈີນ ໃຫ້ສົມບູນແບບຍິ່ງຂຶ້ນ, ພ້ອມທັງ ອຳນວຍຄວາມສະດວກໃຫ້ປະຊາ ຊົນລາວບັນດາເຜົ່າໃນການເລືອກ ເວລາເດີນທາງທີ່ຫລາຍຂຶ້ນ, ຊ່ວຍ ສົ່ງເສີມການພັດທະນາອຸດສາຫະ ກຳການທ່ອງທ່ຽວຕາມແລວທາງ ລົດໄຟ ລາວ-ຈີນ, ຊຸກຍູ້ການກໍ່ສ້າງ ໂຄງການເສດຖະກິດລະຫວ່າງ ລາວ-ຈີນ ແລະ ເປັນການຮ່ວມມື ກັນສ້າງໂຄງການຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີລະບົບພື້ນ ຖານການຂົນສົ່ງທີ່ໝັ້ນຄົງຍິ່ງຂຶ້ນ. ເພື່ອເຮັດໃຫ້ການເປີດດຳເນີນງານ ຂະບວນລົດຖ້ຽວ C95/C96 ດຳເນີນໄປຢ່າງໂລ່ງລ່ຽນ, ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ກຽມ ພ້ອມປະສານງານດ້ານການຂົນ ສົ່ງ, ປັບປຸງ ແລະ ຈັດຕັ້ງການຂົນ ສົ່ງໃຫ້ດີຂຶ້ນ, ພ້ອມທັງເນັ້ນໜັກ ໃນການຖືເອົາຄວາມປອດໄພເປັນ ຫລັກ, ການເບິ່ງແຍງຜູ້ໂດຍສານ ຂຶ້ນລົງລົດໄຟ ແລະ ອື່ນໆ. ການເປີດດຳເນີນງານດັ່ງກ່າວ, ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງ ຮ່ວມຂອງຜູ້ນຳສອງປະເທດ ລາວຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາ ກຳ ລາວ-ຈີນ ຊຶ່ງໄດ້ປ່ຽນມິດຕະ ພາບລະຫວ່າງສອງຊາດລາວຈີນ ຈາກຄວາມໄວ້ເນື້ອເຊື່ອໃຈລະ ຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນ ຜົນປະໂຫຍດຮ່ວມກັນທີ່ປະຊາຊົນ ບັນດາເຜົ່າສາມາດຈັບຕ້ອງໄດ້. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==