@ 0j k; c]t gsfdko j 29/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເປີດກອງປະຊຸມ...ີຸ ຄຊປປລ... ສະຫາຍ ທອງລຸນ ສີສຸລິດ ລາວ ຢໍ້າຄືນ...ໍ້ື ຄວາມເສຍຫາຍຕໍ່ພື້ນຖານເສດຖະ ກິດ, ການແພ່ລະບາດຂອງພະຍາດ ອະຫິວາໝູອາຟຣິກາ ຊຶ່ງໄດ້ສົ່ງ ຜົນກະທົບຕໍ່ການພັດທະນາ, ການ ຜະລິດ-ທຸລະກິດໃນວົງກວ້າງ. ການ ບຸກລຸກ ແລະ ລັກລອບຂຸດຄົ້ນຊັບ ພະຍາກອນທໍາມະຊາດ, ກຸ່ມແກ້ງ ສໍ້ໂກງທາງໂທລະຄົມມະນາຄົມ (ສະແກັມເມີ, ຄໍເຊັນເຕີ) ບັນຫາ ອາວຸດເຖື່ອນ, ລົດເຖື່ອນ, ຢາເສບ ຕິດ, ການກໍ່ອາຊະຍາກໍາ ແລະ ປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍ ຍັງແຜ່ລາມ ແລະ ຍັງບໍ່ສາມາດ ແກ້ໄຂໄດ້ໃຫ້ຂາດຕົວເທື່ອ. ທັງໝົດ ນັ້ນ, ໄດ້ສົ່ງຜົນກະທົບເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນ, ພະ ນັກງານ, ທະຫານ, ຕໍາຫລວດ ມີ ຄວາມຫຍຸ້ງຍາກ-ຝືດເຄືອງ ຫລາຍ ສົມຄວນ. ກອງປະຊຸມດັ່ງກ່າວ ຈະໄດ້ດຳ ເນີນໃນລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026 ຊຶ່ງຈະໄດ້ຮັບ ຟັງການລາຍງານ, ຄົ້ນຄວ້າ, ປຶກ ສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ເນື້ອ ໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອເປັນການຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນຕົ້ນ ການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະ ກິດ ຕາມທິດສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ; ການຍົກ ສູງຄຸນນະພາບຂອງຊັບພະຍາກອນ ມະນຸດ ຕອບສະໜອງໃຫ້ແກ່ການ ພັດທະນາ ໃນເງື່ອນໄຂໃໝ່; ນະໂຍ ບາຍນໍາໃຊ້ປັນຍາຊົນໃນເງື່ອນໄຂ ໃໝ່. ນອກນັ້ນ, ຍັງຈະໄດ້ຮັບຟັງລັດ ຖະບານ ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາລົດເຖື່ອນ ແລະ ການລັກລອບຂຸດຄົ້ນຊັບພະຍາ ກອນທໍາມະຊາດ (ແຮ່ທາດ) ໃນ ຂອບເຂດທົ່ວປະເທດ ແລະ ປຶກສາ ຫາລືວຽກງານສຳຄັນຈຳນວນໜຶ່ງ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ແລະ ຮຽກຮ້ອງມາຍັງບັນດາສະ ຫາຍກໍາມະການສູນກາງພັກ ຈົ່ງ ຍົກສູງຄວາມຮັບຜິດຊອບການ ເມືອງ, ສຸມສະຕິປັນຍາເຂົ້າໃນ ການຄົ້ນຄວ້າ, ວິເຄາະ, ວິໄຈ ແຕ່ ລະບັນຫາໃຫ້ເລິກເຊິ່ງ, ເສີມຂະ ຫຍາຍປະຊາທິປະໄຕ ປະກອບຄໍາ ເຫັນຢ່າງພາວະວິໄສ ເພື່ອໃຫ້ທິດ ຊີ້ນໍາຖືກເປົ້າໝາຍ; ສະເໜີວິທີການ ແລະ ມາດຕະການແກ້ໄຂບັນຫາ ໃຫ້ຖືກຕ້ອງ-ຈະແຈ້ງ ແລະ ເຊື່ອໝັ້ນ ວ່າ ກອງປະຊຸມສູນກາງຄົບຄະນະ ວິສາມັນຄັ້ງນີ້ ຈະເປັນກອງປະຊຸມ ແຫ່ງການເສີມຂະຫຍາຍປະຊາທິ ປະໄຕພາຍໃນພັກ, ການສະຫລຸບ ທິດສະດີ-ພຶດຕິກໍາ, ການບຸກເບີກປະດິດສ້າງໃໝ່ ໃນການນໍາພາຂອງ ພັກ, ການບຸກທະລຸ ສ້າງການຫັນ ປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ໃນ ການນໍາພາຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ໃຫ້ປະກົດ ຜົນເປັນຈິງ. ພາບ: ປະຊາຊົນ ທ່ານຮອງນາຍົກລັດຖະມົນຕີ ໄດ້ຮ່ວມກັບບັນດາປະເທດສະມາ ຊິກ ສປຊ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ລະບົບການຮ່ວມມືຫລາຍຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ ເພື່ອຮັບປະກັນໃຫ້ແກ່ການພົວພັນ ສາກົນ ທີ່ມີຄວາມໝັ້ນຄົງ ແລະ ເອື້ອ ອໍານວຍໃຫ້ແກ່ການຮ່ວມມື ເພື່ອ ການພັດທະນາສາກົນ.ສໍາຄັນ,ທ່ານ ໄດ້ເນັ້ນຢໍ້າວ່າ ສັນຕິພາບທີ່ຍືນຍົງ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອປາສະຈາກ ການປະທະກັນດ້ວຍກຳລັງອາວຸດ ແລະ ການນໍາໃຊ້ມາດຕະການຝ່າຍ ດຽວ, ພ້ອມທັງຍົກສູງຄວາມສໍາຄັນ ຂອງການແກ້ໄຂຄວາມແຕກຕ່າງ ຜ່ານຂະບວນການທາງການທູດ ກໍຄື ການປຶກສາຫາລື ໂດຍຍຶດໝັ້ນ ຕໍ່ບັນດາຫລັກການພື້ນຖານ ຂອງ ກົດບັດ ສປຊ ເປັນຕົ້ນ ການເຄົາລົບ ອຳນາດອະທິປະໄຕ, ເອກະລາດ, ການບໍ່ແຊກແຊງກິດຈະການພາຍ ໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ. ພ້ອມນີ້, ສປປ ລາວ ຍັງໄດ້ສະໜັບສະໜູນຂໍ້ລິເລີ່ມ ວ່າ ດ້ວຍການປະຕິຮູບຫລັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ເພື່ອປັບ ປຸງລະບົບອົງການ ສປຊ ໃຫ້ມີປະ ສິດທິພາບ, ປະສິດທິຜົນ ແລະ ແທດ ເໝາະກັບສະພາບການສາກົນ ທີ່ ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ. ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ ໂດຍສະເພາະ ໃນໄລຍະຂ້າມຜ່ານ 3 ປີ (20262029) ແມ່ນຮຽກຮ້ອງໃຫ້ບັນດາ ປະເທດສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນທັງທາງດ້ານເຕັກ ນິກ ແລະ ການເຂົ້າເຖິງແຫລ່ງທຶນ, ທີ່ສາມາດຄາດຄະເນໄດ້ ແລະ ຕອບ ສະໜອງຄວາມຕ້ອງການທາງ ດ້ານການພັດທະນາ ໃນໄລຍະໃໝ່ ເພື່ອຮັບປະກັນການຂ້າມຜ່ານທີ່ ໂລ່ງລ່ຽນ, ຍືນຍົງ ແລະ ບໍ່ສາມາດ ກັບຄືນໄດ້. ສໍາຄັນ, ການຫລຸດພົ້ນ ອອກຈາກສະຖານະພາບດັ່ງກ່າວ ບໍ່ແມ່ນຈຸດສິ້ນສຸດ ຂອງວຽກງານ ການພັດທະນາ ແຕ່ເປັນບາດກ້າວ ໃໝ່ທີ່ສໍາຄັນ ຂອງການພັດທະນາ ປະເທດຊາດ. ໃນຂົງເຂດວຽກງານການພັດ ທະນາ, ທ່ານຮອງນາຍົກລັດຖະມົນ ຕີ ໄດ້ຖືໂອກາດນີ້ ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງລັດຖະບານ ລາວ ເພື່ອສືບຕໍ່ວາລະການພັດທະ ນາແຫ່ງຊາດ ໂດຍການຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຄັ້ງທີ 10 (20262030) ທີ່ສຸມໃສ່ການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ແລະ ການພັດທະນາຊັບພະຍາກອນ ມະນຸດ; ການຫັນປ່ຽນຈາກການ ເປັນປະເທດທີ່ບໍ່ມີຊາຍແດນຕິດ ຈອດກັບທະເລ ໄປສູ່ປະເທດເຊື່ອມ ຈອດ (transforming from landlocked to land-linked) ຜ່ານການພັດທະນາພື້ນຖານໂຄງ ລ່າງຍຸດທະສາດ ເຊັ່ນ: ເສັ້ນທາງ ລົດໄຟ ລາວ-ຈີນ, ແຜນການສ້າງ ເສັ້ນທາງລົດໄຟ ລາວ-ຫວຽດນາມ ສູ່ທ່າເຮືອຫວຸ້ງອ່າງ ແນໃສ່ການ ສ້າງ ສປປ ລາວ ໃຫ້ກາຍເປັນປະ ເທດທີ່ມີລາຍຮັບປານກາງລະດັບ ສູງ (upper-middle income country) ພາຍໃນປີ 2055. ສປປ ລາວ ຢືນຢັນຄວາມສຳ ຄັນຂອງຄວາມເປັນແກນກາງ ຂອງ ອາຊຽນ ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ຄວາມສົມບູນພູນ ສຸກຂອງພາກພື້ນ, ລວມທັງການລິ ເລີ່ມການຈັດຕັ້ງປະຕິບັດວິໄສທັດ ອາຊຽນ 2045 ເພື່ອສືບຕໍ່ຄວາມ ພະຍາຍາມໃນການສ້າງປະຊາຄົມ ອາຊຽນ ທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພ້ອມກັນນັ້ນ, ໃນຖານະປະເທດ ທີ່ໄດ້ຮັບຜົນກະທົບຈາກລະເບີດລູກ ຫວ່ານ ຕົກຄ້າງແຕ່ປາງສົງ ຄາມ, ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ເປົ້າໝາຍການພັດທະນາແບບ ຍືນຍົງ 18 “ຊີວິດທີ່ປອດໄພຈາກ ລະເບີດບໍ່ທັນແຕກ” (SDG18: Lives from UXO) ທີ່ເປັນພື້ນ ຖານສໍາຄັນຂອງການຫລຸດຜ່ອນ ຄວາມທຸກຍາກ ຢູ່ ສປປ ລາວ. ບົນ ຈິດໃຈດັ່ງກ່າວ, ສປປ ລາວ ມີ ຄວາມພາກພູມໃຈທີ່ໄດ້ສໍາເລັດ ການເປັນເຈົ້າພາບຈັດກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ ຄັ້ງ ທີ 3 (3RC-CCM) ຢູ່ນະຄອນ ຫລວງວຽງຈັນ ໃນເດືອນກັນຍາ 2026 ຜ່ານມານີ້. ໃນພາກສຸດທ້າຍຂອງການກ່າວ ຄໍາປາໄສ, ທ່ານຮອງນາຍົກລັດຖະ ມົນຕີ ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຊົມ ເຊີຍ ຕໍ່ ທ່ານ António Guterres ເລຂາທິການໃຫຍ່ ສປຊ ໃນໂອກາດ ທີ່ຈະສໍາເລັດການດໍາລົງຕໍາແໜ່ງ ໃນທ້າຍປີນີ້ ກໍຄື ການປະກອບສ່ວນ ອັນສໍາຄັນ ຂອງທ່ານ ເລຂາທິການ ໃຫຍ່ ເຂົ້າໃນວຽກງານການພັດທະ ນາສາກົນ. ພິເສດ, ທ່ານຮອງນາຍົກລັດຖະ ມົນຕີ ໄດ້ຢືນຢັນຄືນຄວາມໝາຍ ໝັ້ນ ຂອງ ສປປ ລາວ ໃນການສືບ ຕໍ່ຮ່ວມມືກັບວົງຄະນະຍາດສາກົນ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍ ລວມຂອງການສ້າງໂລກ ທີ່ມີສັນຕິ ພາບ, ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກ ໂດຍບໍ່ປະຖິ້ມໃຜໄວ້ ທາງຫລັງ. ໃນວັນດຽວກັນ, ທ່ານຮອງນາ ຍົກລັດະມົນຕີ ໄດ້ໃຫ້ສຳພາດ ຕໍ່ສະ ຖານີໂທລະພາບສາກົນຈີນCGTN. ໃນໂອກາດດັ່ງກ່າວ, ທ່ານຮອງນາ ຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງ ທັດສະນະຂອງສປປລາວຕໍ່ບັນຫາ ສໍາຄັນ ພາຍໃຕ້ອົງການ ສປຊ ແລະ ວຽກງານການພັດທະນາແຫ່ງ ຊາດ ເປັນຕົ້ນແມ່ນ ຄວາມສໍາຄັນ ຂອງການຟື້ນຟູຄວາມເຊື່ອໝັ້ນ ຕໍ່ ລະບົບການຮ່ວມມືຫລາຍຝ່າຍ, ບົດ ບາດສໍາຄັນ ຂອງປະເທດຂະໜາດ ນ້ອຍ ໃນການສົ່ງເສີມການພົວພັນ ທີ່ດີ ລະຫວ່າງບັນດາປະເທດມະຫາ ອຳນາດ, ສິ່ງທ້າທາຍ ແລະ ແຜນ ຮັບມື ຂອງ ສປປ ລາວ ພາຍຫລັງ ຫລຸດພົ້ນອອກຈາກສະຖານະພາບ ດ້ວຍພັດທະນາ ໃນທ້າຍປີ 2026 ແລະ ຜົນປະໂຫຍດຂອງການພົວ ພັນຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການປະກອບ ສ່ວນອັນລໍ້າຄ່າ ຂອງໂຄງການເສັ້ນ ທາງລົດ ໄຟ ລາວ-ຈີນ ເຂົ້າໃນ ແຜນຍຸດທະສາດ ຂອງລັດຖະບານ ລາວ ໃນການຫັນປ່ຽນປະເທດທີ່ ບໍ່ມີເສັ້ນທາງອອກສູ່ທະເລ ໄປສູ່ປະ ເທດເຊື່ອມຈອດ. ທ່ານ ທອງສະຫວັນ ພົມວິຫານ ໃຫ້ສຳພາດຕໍ່ສະຖານີໂທລະພາບສາກົນຈີນ CGTN ອົງການ ແລະ ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຮ່ວມຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານ ສຊປລ, ສະຫາຍ ວັນສີ ກົວມົວ ກໍາມະການສູນກາງ ພັກ, ຮອງເລຂາຄະນະບໍລິຫານ ງານພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ), ຜູ້ຊີ້ນໍາວຽກງານອົງການຈັດຕັ້ງ ມະຫາຊົນ ຄອສພ, ມີບັນດາເລຂາຮອງເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ-ອົງການ ແລະ ນະຄອນຫລວງວຽງຈັນ, ພ້ອມ ດ້ວຍຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງລາຍງານວຽກງານພົ້ນ ເດັ່ນ ຂອງ ຄຊປປລ, ຄຊປປລ ຄອສພ, ໂຄງການອາສາສະໝັກ ຕະລຸມບອນບໍາລຸງນັກຮຽນອ່ອນ ຢູ່ເຂດຫ່າງໄກສອກຫລີກ, ອັດຕາ ການປະລະການຮຽນ ຂອງຂະ ແໜງສຶກສາທິການ ແລະ ກິລາ ທີ່ ໄດ້ຮ່ວມມືກັບສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ, ຮັບຟັງການ ລາຍງານວຽກງານເຕັກໂນໂລຊີ ແລະ ການສື່ສານໄລຍະໃໝ່. ພ້ອມ ນີ້ ຜູ້ຕາງໜ້າຈາກ ຄຊປປລ ບັນດາ ກະຊວງ, ອົງການ ແລະ ນະຄອນ ຫລວງວຽງຈັນ ໄດ້ພ້ອມກັນປະ ກອບຄໍາເຫັນໃສ່ບົດລາຍງານວຽກ ງານພົ້ນເດັ່ນໄຕມາດ III ປີ 2026 ແລະ ສະເໜີແຜນການເຄື່ອນໄຫວ ໄຕມາດ IV ປີ 2026. ສະຫາຍ ທອງລີ ສີສຸລິດ ກ່າວ ວ່າ: ກອງປະຊຸມໃນຄັ້ງນີ້, ບໍ່ແມ່ນ ພຽງແຕ່ຮັບຟັງການລາຍງານຜົນ ງານພົ້ນເດັ່ນຕາມລະບຽບການ ບໍລິຫານທົ່ວໄປເທົ່ານັ້ນ, ແຕ່ແມ່ນ ບັ້ນດໍາເນີນຊີວິດການເມືອງອັນສໍາ ຄັນ ເພື່ອຮັບຟັງການສ່ອງແສງ ເພື່ອ ຍົກໃຫ້ເຫັນເຖິງສະພາບຄວາມເປັນ ຈິງຢ່າງພາວະວິໄສ, ເພື່ອຕີລາຄາ ຄືນຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເສນາທິການຂອງ ຄະນະພັກ, ຄະນະນຳຊາວໜຸ່ມແຕ່ ລະຂັ້ນ ຕໍ່ກັບສະພາບການທີ່ປະ ເທດຊາດ ແລະ ສັງຄົມເຮົາພວມ ຜະເຊີນໜ້າ. ພັກ ແລະ ລັດຖະບານ ຍາມໃດກໍຢັ້ງຢືນວ່າ ຊາວໜຸ່ມເຍົາວະຊົນ ແມ່ນກະດູກສັນຫລັງ, ແມ່ນແຂນຂວາທີ່ໄວ້ວາງໃຈຂອງ ພັກ ແລະ ແມ່ນກຳລັງຕະລຸມບອນ ໃນທຸກສະໜາມຮົບ. ໃນປັດຈຸບັນ, ປະເທດຊາດຂອງພວກເຮົາພວມ ຜ່ານຜ່າໄລຍະຫົວລ້ຽວຫົວຕໍ່ ທີ່ ເຕັມໄປດ້ວຍສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ລວມເຖິງຜົນກະ ທົບຢ່າງໜັກໜ່ວງຈາກໄພພິບັດ ທຳມະຊາດ ຊຶ່ງສະມາຊິກຊາວໜຸ່ມເຍົາວະຊົນກໍແມ່ນກຸ່ມສ່ຽງທີ່ໄດ້ຮັບ ຜົນກະທົບໂດຍກົງ. ໃນທ່າມກາງ ສະພາບການທີ່ຫຍຸ້ງຍາກດັ່ງກ່າວ ນີ້, ບົດບາດຂອງອົງການຈັດຕັ້ງ ຊາວໜຸ່ມ ຍິ່ງຕ້ອງໄດ້ຮັບການເຊີດ ຊູ ແລະ ພົ້ນເດັ່ນຂຶ້ນກວ່າເວລາໃດ ໝົດ ເພື່ອເປັນກຳລັງແຮງຫລັກ ແຫລ່ງ, ເປັນທີ່ເພິ່ງທາງດ້ານຈິດ ໃຈ ແລະ ເປັນຜູ້ສະກັດກັ້ນທຸກປາ ກົດການຫຍໍ້ທໍ້ໃນສັງຄົມ. ຂ່າວ: ທະນູທອງ; ພາບ: ວັນເພັງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ ກ່າວວ່າ: ການລະດົມແນວຄວາມ ຄິດ ແລະ ຜ່ານຮ່າງແຜນແມ່ບົດ ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງ ການຄ້າທາງເອເລັກໂຕຣນິກຄັ້ງ ນີ້, ແນໃສ່ເພື່ອແກ້ໄຂບັນຫາສິ່ງ ທ້າທາຍ ແລະ ຍົກລະດັບວຽກງານ ການຄ້າເອເລັກໂຕຣນິກຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມເປັນ “ມື ອາຊີບ, ມີເນື້ອໃນສົມບູນ, ໂປ່ງໃສ ແລະ ສ້າງຜົນປະໂຫຍດຮ່ວມກັນ ລະຫວ່າງ ພາກລັດ, ທຸລະກິດ ແລະ ສັງຄົມ”ມີ 4 ຂະແໜງການຫລັກ ຄື: ກະຊວງອຸດສາຫະກຳ ແລະ ການ ຄ້າ, ກະຊວງເຕັກໂນໂລຊີແລະການ ສື່ສານ, ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ພ້ອມ ດ້ວຍພາກທຸລະກິດ/ຜູ້ປະກອບການ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນການ ສ້າງ “ແຜນແມ່ບົດການຄຸ້ມຄອງ ແລະ ພັດທະນາວຽກງານການຄ້າ ທາງເອເລັກໂຕຣນິກ ຂອງ ສປປ ລາວ2026-2035”ຂຶ້ນມາ. ແຜນ ແມ່ບົດສະບັບນີ້, ໄດ້ກຳນົດວິໄສ ທັດ, ທິດທາງລວມ, ຍຸດທະສາດ ການພັດທະນາ, ແຜນດຳເນີນງານ, ຕະຫລອດຈົນກົນໄກ ແລະ ມາດຕະ ການຈັດຕັ້ງປະຕິບັດຢ່າງເປັນລະ ບົບ ເປັນຕົ້ນ ການສ້າງ ແລະ ປັບປຸງ ນິຕິກຳ ໃຫ້ຮັດກຸມ ເຊັ່ນ: ການຈັດຕັ້ງ ປະຕິບັດລະບົບ E-Trust, ລະບົບ ອາກອນ Digital Tax, ລະບົບການ ຊຳລະສະສາງ (LAPNet) ແລະ ມາດຕະການປັບໃໝຜູ້ລະເມີດ; ການສົ່ງເສີມ ແລະ ຄຸ້ມຄອງພາກ ທຸລະກິດ/ຜູ້ຂາຍອອນລາຍ ໃຫ້ເຂົ້າ ສູ່ລະບົບຢ່າງຖືກຕ້ອງ, ໄດ້ຮັບການ ປົກປ້ອງສິດແລະເຂົ້າເຖິງຕະຫລາດ ທີ່ຍຸຕິທໍາ; ການພັດທະນາພື້ນຖານ ໂຄງລ່າງ, ໂລຈິສຕິກ ແລະ ເຕັກໂນ ໂລຊີ (4G/5G, ໄປສະນີ, ລະບົບ ຂົນສົ່ງ, ປັນຍາປະດິດ AI ແລະ ຄວາມປອດໄພທາງໄຊເບີ); ການ ປົກປ້ອງຜູ້ຊົມໃຊ້ ແລະ ການສ້າງ ກົນໄກຮັບຄຳຮ້ອງທຸກ ແລະ ແກ້ໄຂ ຂໍ້ຂັດແຍ່ງຜ່ານລະບົບອອນລາຍ. ທ່ານ ສັນຕິສຸກ ພູນສະຫວັດ ຍັງ ໃຫ້ຮູ້ອີກວ່າ: ໄລຍະຜ່ານມາ, ພັກ ແລະລັດຖະບານໄດ້ມີທິດຊີ້ນຳຢ່າງ ໃກ້ຊິດ ໂດຍໄດ້ກຳນົດຈຸດສຸມວຽກ ພັດທະນາພື້ນຖານໂຄງລ່າງໂທລະ ຄົມມະນາຄົມ, ອິນເຕີເນັດຄວາມ ໄວສູງ, ການສ້າງລັດຖະບານດີຈິ ຕອນ ແລະ ລະບົບການເງິນເອເລັກ ໂຕຣນິກ ເພື່ອເປັນພື້ນຖານອັນເຂັ້ມ ແຂງ. ຄຽງຄູ່ກັບການຂະຫຍາຍ ຕົວຂອງເສດຖະກິດດີຈິຕອນດັ່ງ ກ່າວ, ວຽກງານການຄ້າທາງເອ ເລັກໂຕຣນິກ ຫລື E-commerce ຢູ່ ສປປ ລາວ ກໍໄດ້ມີການເຕີບໂຕ ຢ່າງວ່ອງໄວ ແລະ ແຜ່ຫລາຍ, ການ ຊື້-ຂາຍສິນຄ້າແລະ ບໍລິການຜ່ານ ລະບົບອອນລາຍ, ແພລດຟອມດີ ຈິຕອນ, ພ້ອມທັງການນຳໃຊ້ລະ ບົບຊຳລະຜ່ານທະນາຄານ ແລະ e-Wallet ໄດ້ກາຍເປັນສ່ວນໜຶ່ງ ທີ່ສໍາຄັນໃນຊີວິດປະຈໍາວັນຂອງ ປະຊາຊົນ ແລະ ການດຳເນີນທຸລະ ກິດຂອງຜູ້ປະກອບການ. ການຂະ ຫຍາຍຕົວຢ່າງແຮງກ້າຂອງການ ຄ້າທາງເອເລັກໂຕຣນິກນີ້ ບໍ່ພຽງ ແຕ່ຊ່ວຍສ້າງກາລະໂອກາດໃໝ່ ໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ (SME) ໃນການເຂົ້າເຖິງ ຕະຫລາດ, ແຕ່ຍັງເປັນໂຕຂັບເຄື່ອນ ການໝູນວຽນທາງເສດຖະກິດ, ການຂົນສົ່ງໂລຈິສຕິກ ແລະ ການ ເຊື່ອມໂຍງການຄ້າພາຍໃນ ແລະ ຕ່າງປະເທດ ຢ່າງມີປະສິດທິພາບ. ຂ່າວ-ພາບ: ກິດຕາ ແວດລ້ອມໃນຫ້ອງຮຽນ ແລະ ສື່ ການຮຽນ-ການສອນ ມີສ່ວນຊ່ວຍ ສົ່ງເສີມຄວາມກ້າວໜ້າຂອງເດັກຄື ແນວໃດ.ທັງນີ້,ຜົນການຄົ້ນຄວ້າຈະ ຖືກນຳໃຊ້ເປັນຂໍ້ມູນພື້ນຖານເຂົ້າ ໃນການພັດທະນາຫລັກສູດ, ການ ຍົກລະດັບວິຊາຊີບຄູ ແລະ ການ ຈັດຕັ້ງປະຕິບັດບົດຮຽນເສີມດ້ານ ພາສາ ຜ່ານສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃນອະນາຄົດ. ທ່ານ ວົງເພັດ ອຸດົມລິດ ຜູ້ອຳ ນວຍການ ສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ ໄດ້ກ່າວວ່າ: ການປັບປຸງທັກສະດ້ານພາສາ ແລະ ການຮູ້ໜັງສື ບໍ່ແມ່ນພຽງແຕ່ການ ສະໜອງປຶ້ມແບບຮຽນ ຫລື ການ ຈັດບົດຮຽນເສີມເທົ່ານັ້ນ, ແຕ່ຍັງ ຈຳເປັນຕ້ອງເຂົ້າໃຈຢ່າງເລິກເຊິ່ງ ເຖິງສິ່ງທີ່ເກີດຂຶ້ນໃນຫ້ອງຮຽນ ເປັນຕົ້ນວິທີການສອນ, ສື່ການ ຮຽນ-ການສອນ ແລະ ສະພາບ ແວດລ້ອມ ທີ່ມີຄວາມກ່ຽວພັນກັນ ໃນການສົ່ງເສີມການຮຽນຮູ້ຂອງ ເດັກ. ພ້ອມກັນນັ້ນ, ກໍຕ້ອງຊອກ ຫາວິທີສະໜັບສະໜູນຄູ ໃຫ້ສາມາດ ຕອບສະໜອງຕໍ່ຄວາມຕ້ອງການ ຂອງນັກຮຽນ ທີ່ມີພື້ນຖານທາງ ດ້ານພາສາທີ່ແຕກຕ່າງກັນຢ່າງມີ ປະສິດທິພາບ. ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວ ວ່າ: ທັກສະດ້ານພາສາ ແລະ ການ ຮູ້ໜັງສື ທີ່ເຂັ້ມແຂງໃນຊັ້ນປະຖົມ ສຶກສາ ຖືເປັນພື້ນຖານອັນສຳຄັນ ໃຫ້ແກ່ການຮຽນຮູ້ໃນອະນາຄົດ. ລັດຖະບານອົດສະຕຣາລີ ມີຄວາມ ພາກພູມໃຈ ທີ່ໄດ້ສະໜັບສະໜູນ ການຄົ້ນຄວ້າໃນຄັ້ງນີ້ ເພື່ອຊ່ວຍ ໃຫ້ເດັກນ້ອຍທີ່ເລີ່ມເຂົ້າຮຽນ ແຕ່ ຍັງມີຂໍ້ຈຳກັດດ້ານທັກສະພາສາ ລາວ ສາມາດມີສ່ວນຮ່ວມໃນຫ້ອງ ຮຽນໄດ້ຢ່າງເຕັມສ່ວນ, ປະສົບ ຜົນສຳເລັດໃນການຮຽນ, ສືບຕໍ່ມີ ຄວາມກະຕືລືລົ້ນໃນການສຶກສາ ແລະ ຫລຸດຜ່ອນຄວາມສ່ຽງໃນ ການອອກໂຮງຮຽນກ່ອນກຳນົດ. ການປະເມີນທັກສະພາສາລາວ ຂອງນັກຮຽນຊັ້ນປະຖົມສຶກສາ ເປັນຂັ້ນຕອນທຳອິດຂອງການເກັບ ກຳຂໍ້ມູນພາກສະໜາມ ເພື່ອວັດ ແທກທັກສະດ້ານພາສາລາວຂອງ ນັກຮຽນ ຊຶ່ງໄດ້ເລີ່ມຕົ້ນຂຶ້ນຢ່າງ ເປັນທາງການໃນລະຫວ່າງວັນທີ 16 ກັນຍາ ຫາ 2 ຕຸລາ 2026 ໂດຍ ນັກເກັບກໍາຂໍ້ມູນຈໍານວນ 60 ທ່ານ ທີ່ຜ່ານການຝຶກອົບຮົມ ຈະລົງພື້ນ ທີ່ເກັບກຳຂໍ້ມູນຢູ່ໂຮງຮຽນປະຖົມ 250 ແຫ່ງທົ່ວປະເທດ ໂດຍແບ່ງ ເປັນ 125 ແຫ່ງໃນເມືອງເປົ້າໝາຍ ຂອງແຜນງານບີຄວາ ແລະ ອີກ 125 ແຫ່ງ ໃນເມືອງນອກເປົ້າ ໝາຍ. ທີມງານຈະດຳເນີນການ ປະເມີນນັກຮຽນຂັ້ນ ປ1 ແລະ ປ3 ທີ່ຖືກຄັດເລືອກ ຜ່ານກິດຈະກຳ ການຟັງ, ການເວົ້າ, ການຈື່ຈຳຕົວ ອັກສອນ ແລະ ສຽງ, ການອ່ານ ແລະ ການຂຽນ ເພື່ອໃຊ້ເປັນຂໍ້ມູນ ພື້ນຖານ ໃນການວັດແທກຄວາມ ກ້າວໜ້າທາງການຮູ້ໜັງສືຂອງນັກ ຮຽນ ໃນສົກຮຽນ 2026-2027 ໂດຍນັກຮຽນກຸ່ມດຽວກັນນີ້, ຈະ ໄດ້ຮັບການປະເມີນຄືນອີກຄັ້ງໃນ ເດືອນເມສາ 2027 ເພື່ອຊ່ວຍ ໃຫ້ທີມງານຄົ້ນຄວ້າສາມາດວິ ເຄາະ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວິທີການຮຽນຮູ້ຂອງເດັກ, ລວມທັງການປຽບທຽບລະຫວ່າງ ກຸ່ມເດັກທີ່ເວົ້າພາສາລາວ ແລະ ເດັກທີ່ບໍ່ໄດ້ເວົ້າພາສາລາວເປັນ ຫລັກຢູ່ເຮືອນ. ຜ່ານຮ່າງແຜນແມ່ບົດ...່່່ົ ປະເມີນທັກສະ...ີັ
RkJQdWJsaXNoZXIy MTc3MTYxMQ==